​2010–2019
ພິທີການທີ່ຊ່ວຍໃຫ້ລອດຈະນຳ ຄວາມສະຫວ່າງມະຫັດສະຈັນມາໃຫ້ເຮົາ
ເດືອນ​ເມສາ 2018


2:3

ພິທີການທີ່ຊ່ວຍໃຫ້ລອດຈະນຳ ຄວາມສະຫວ່າງມະຫັດສະຈັນມາໃຫ້ເຮົາ

ການ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ ແລະ ການ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ ຈະ​ນຳ​ຄວາມ​ສະ​ຫວ່າງມະ​ຫັດ​ສະ​ຈັນ ແລະ ການ​ປົກ​ປ້ອງ ມາ​ໃຫ້ທ່ານ ຢູ່​ໃນ​ໂລກ​ທີ່​ມືດ​ມົວ​ນີ້.

ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຊື່ນຊົມກັບທ່ານໃນພຣະກິດຕິຄຸນ, ຫລື ຄຳສອນຂອງພຣະຄຣິດ.

ຄັ້ງໜຶ່ງເພື່ອນຄົນໜຶ່ງໄດ້ຖາມ ແອວເດີ ນຽວ ແອວ ແອນເດີເຊັນ, ທີ່ຕອນນັ້ນເປັນສາວົກເຈັດສິບ, ວ່າ ເພິ່ນໄດ້ຮູ້ສຶກແນວໃດຕອນກ່າວປາໄສຕໍ່ໜ້າຜູ້ຄົນເປັນຈຳນວນ 21,000 ຄົນ ຢູ່ທີ່ສູນກາງປະຊຸມໃຫຍ່. ແອວເດີ ແອນເດີເຊັນ ໄດ້ຕອບວ່າ, “ມັນບໍ່ແມ່ນຜູ້ຄົນຈຳນວນ 21,000 ທີ່ເຮັດໃຫ້ເຮົາຕື່ນເຕັ້ນ; ແຕ່ມັນເປັນອ້າຍນ້ອງ 15 ຄົນທີ່ນັ່ງຢູ່ທາງຫລັງເຮົາ.” ແຕ່ກ່ອນຂ້າພະເຈົ້າໄດ້ຫົວຄ່ອຍໆ, ແຕ່ບັດນີ້ ຂ້າພະເຈົ້າຮູ້ສຶກມັນໄດ້ແລ້ວ. ຂ້າພະເຈົ້າຮັກ ແລະ ສະໜັບສະໜູນບຸລຸດ 15 ທ່ານນີ້ ວ່າເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ.

ພຣະຜູ້ເປັນເຈົ້າໄດ້ບອກ ອັບຣາຮາມວ່າ ຜ່ານເຊື້ອສາຍຂອງເພິ່ນ ແລະ ຜ່ານຖານະປະໂລຫິດ, ທຸກຄອບຄົວຂອງແຜ່ນດິນໂລກຈະໄດ້ຮັບພອນ “ດ້ວຍພອນຕ່າງໆຂອງພຣະກິດຕິຄຸນ, … ແມ່ນແຕ່ຊີວິດນິລັນດອນ” (ເບິ່ງ Abraham 2:11; ເບິ່ງ ຂໍ້​ທີ 2–10 ນຳ​ອີກ).

ພອນແຫ່ງພຣະກິດຕິຄຸນທີ່ຖືກສັນຍາໄວ້ເຫລົ່ານີ້ ແລະ ຖານະປະໂລຫິດຖືກຟື້ນຟູຢູ່ເທິງແຜ່ນດິນໂລກ, ແລະ ແລ້ວໃນປີ 1842, ສາດສະດາໂຈເຊັບ ສະມິດ ໄດ້ປະຕິບັດຂອງປະທານສັກສິດໃຫ້ແກ່ບັນດາຊາຍຍິງເປັນຈຳນວນທີ່ຈຳກັດ. ນາງເມີຊີ ຟຽວດິງ ທອມສັນ ໄດ້ເປັນຄົນໜຶ່ງໃນຈຳນວນນັ້ນ. ສາດສະດາໄດ້ກ່າວຕໍ່ນາງວ່າ, “[ຂອງປະທານສັກສິດ] ນີ້ຈະນຳທ່ານອອກຈາກຄວາມມືດ ສູ່ຄວາມສະຫວ່າງມະຫັດສະຈັນ.”1

ມື້ນີ້ ຂ້າພະເຈົ້າຢາກເອົາໃຈໃສ່ພິທີການທີ່ຊ່ວຍໃຫ້ລອດ, ຊຶ່ງຈະນຳຄວາມສະຫວ່າງມະຫັດສະຈັນ ມາໃຫ້ທ່ານ ແລະ ຂ້າພະເຈົ້າ.

ພິທີການ ແລະ ພັນທະສັນຍາ

ໃນປຶ້ມ ຈິງ​ຕໍ່​ສັດ​ທາ ເຮົາອ່ານວ່າ: “ພິທີການຄືການກະທຳອັນສັກສິດທີ່ເປັນທາງການ, ຖືກດຳເນີນໂດຍສິດອຳນາດຂອງຖານະປະໂລຫິດ. ພິທີການ [ທີ່] ຈຳເປັນຕໍ່ຄວາມສູງສົ່ງ [ນັ້ນ] … ແມ່ນເອີ້ນວ່າ ພິ​ທີການທີ່ຊ່ວຍໃຫ້ລອດ. ມັນຮ່ວມທັງການບັບຕິສະມາ, ການຢືນຢັນ, ການແຕ່ງຕັ້ງຕໍ່ຖານະປະໂລຫິດແຫ່ງເມນຄີເສເດັກ (ສຳລັບຜູ້ຊາຍ), ຂອງປະທານສັກສິດຂອງພຣະວິຫານ, ແລະ ການຜະນຶກຂອງການແຕ່ງງານ.”2

ແອວເດີ ເດວິດ ເອ ແບ໊ດນາ ໄດ້ສອນວ່າ, “ພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ ທີ່ຖືກປະຕິບັດຢູ່ໃນສາດສະໜາຈັກທີ່ຟື້ນຟູຂອງພຣະຜູ້ເປັນເຈົ້າ … ປະກອບດ້ວຍຊ່ອງທາງທີ່ຖືກອະນຸມັດ ຊຶ່ງຜ່ານທາງນັ້ນ ພອນ ແລະ ອຳນາດຈາກສະຫວັນ ສາມາດຫລັ່ງໄຫລ ເຂົ້າມາໃນຊີວິດຂອງເຮົາ.”3

ເໝືອນດັ່ງສອງດ້ານຂອງເງິນຫລຽນ, ພິທີການທີ່ຊ່ວຍໃຫ້ລອດທຸກຢ່າງ ກໍມີພັນທະສັນຍາກັບພຣະເຈົ້າຢູ່ຄຽງຄູ່. ພຣະເຈົ້າໄດ້ສັນຍາຈະໃຫ້ພອນເຮົາ ຖ້າເຮົາໃຫ້ກຽດພັນທະສັນຍາເຫລົ່ານັ້ນຢ່າງຊື່ສັດ.

ສາດສະດາ ແອມມິວເລັກ ໄດ້ປະກາດວ່າ, “ນີ້ … ເປັນເວລາ … ທີ່ຈະຕຽມພ້ອມເພື່ອພົບກັບພຣະເຈົ້າ” (ແອວມາ 34:32). ເຮົາຈະຕຽມພ້ອມແນວໃດ? ໂດຍການຮັບເອົາພິທີການຢ່າງມີຄ່າຄວນ. ໃນຖ້ອຍຄຳຂອງ ປະທານ​ຣະ​ໂຊ ເອັມ ແນວສັນ, ເຮົາຕ້ອງ “ຄົງຢູ່ໃນເສັ້ນທາງແຫ່ງພັນທະສັນຍາ” ນຳອີກ. ປະທານແນວສັນ ໄດ້ກ່າວຕໍ່ວ່າ, “ຄວາມຕັ້ງໃຈຂອງທ່ານທີ່ຈະຕິດຕາມພຣະຜູ້ຊ່ວຍໃຫ້ລອດ ໂດຍການເຮັດພັນທະສັນຍາກັບພຣະອົງ ແລະ ແລ້ວຮັກສາພັນທະສັນຍາເຫລົ່ານັ້ນ ຈະເປີດປະຕູຂອງພອນ ແລະ ສິດທິພິເສດທາງວິນຍານທຸກປະການ ທີ່ມີໄວ້ໃຫ້ຊາຍ, ຍິງ, ແລະ ເດັກນ້ອຍ ໃນທຸກແຫ່ງຫົນ.”4

ເໝືອນດັ່ງພວກ​ທ່ານຫລາຍ​ຄົນ, ຈອນ ແລະ ບອນນີ ນິວແມນ ກໍເປັນຜູ້ທີ່ໄດ້ຮັບພອນທາງວິນຍານທີ່ ປະທານແນວສັນ ໄດ້ສັນຍາໄວ້. ວັນອາທິດວັນໜຶ່ງ, ຫລັງຈາກກັບຈາກໂບດກັບລູກນ້ອຍສາມຄົນຂອງເຂົາ​ເຈົ້າ, ບອນນີ ໄດ້ເວົ້າກັບ ຈອນ ວ່າ, “ນ້ອງເຮັດສິ່ງນີ້ຜູ້ດຽວບໍ່ໄດ້ເດີ. ອ້າຍຕ້ອງຕັດສິນໃຈວ່າ ອ້າຍຈະໄປໂບດຂອງນ້ອງກັບພວກເຮົາ ຫລື ວ່າອ້າຍຈະເລືອກໄປໂບດທີ່ພວກເຮົາສາມາດໄປນຳກັນ, ແຕ່ລູກໆຕ້ອງຮູ້ວ່າ ພໍ່ຂອງພວກເຂົາກໍຮັກພຣະເຈົ້າຄືກັນ.” ວັນອາທິດຕໍ່ໄປ ແລະ ທຸກໆວັນອາທິດຫລັງຈາກນັ້ນ, ຈອນບໍ່ພຽງແຕ່ໄດ້ໄປໂບດ; ລາວຍັງໄດ້ຮັບໃຊ້ນຳອີກ, ໄດ້ຫລິ້ນປີອາໂນໃຫ້ຫລາຍໆຫວອດ, ສາຂາ, ແລະ ຫ້ອງປະຖົມໄວຕະຫລອດຫລາຍໆປີ ນັບ​ຈາກນັ້ນ​ມາ. ຂ້າພະເຈົ້າໄດ້ຮັບສິດທິພິເສດໂດຍການພົບປະກັບ ຈອນ ເມື່ອເດືອນເມສາ ປີ 2015, ແລະ ໃນການພົບປະນັ້ນ, ພວກເຮົາໄດ້ສົນທະນາກັນວ່າ ວິທີທາງທີ່ດີທີ່ສຸດທີ່ລາວຈະສາມາດສະແດງຄວາມຮັກ ທີ່ລາວມີໃຫ້ ບອນນີ ນັ້ນແມ່ນການພານາງໄປພຣະວິຫານ, ແຕ່ສິ່ງນັ້ນຈະເກີດຂຶ້ນບໍ່ໄດ້ຈົນກວ່າລາວໄດ້ຮັບບັບຕິສະມາເສຍ​ກ່ອນ.

ຫລັງຈາກໄດ້ໄປຮ່ວມໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນເວລາ 39 ປີ, ຈອນ ກໍໄດ້ຮັບບັບຕິສະມາໃນປີ 2015. ໜຶ່ງປີຈາກນັ້ນ, ຈອນ ແລະ ບອນນີ ໄດ້ຜະນຶກເຂົ້າກັນໃນພຣະວິຫານ ເມັມ​ຟິດ ເທັນ​​ນີ​ຊີ, 20 ປີຫລັງຈາກນາງໄດ້ຮັບເອົາຂອງປະທານສັກສິດຂອງນາງເອງ. ຣໍເບີດ, ລູກຊາຍຂອງເຂົາເຈົ້າ ອາຍຸ 47 ປີ ໄດ້ກ່າວເຖິງພໍ່ຂອງລາວວ່າ, “ພໍ່ໄດ້ກ້າວໜ້າຫລາຍທີ່ສຸດ ຕັ້ງແຕ່ເພິ່ນໄດ້ຮັບຖານະປະໂລຫິດ.” ບອນນີ ໄດ້ກ່າວຕື່ມວ່າ, “ອ້າຍຈອນ ເປັນຄົນທີ່ມີຄວາມສຸກ ແລະ ເບີກບານສະເໝີມາ, ແຕ່ການໄດ້ຮັບພິທີການ ແລະ ການໃຫ້ກຽດພັນທະສັນຍາຂອງລາວ ໄດ້ເສີມຂະຫຍາຍຄວາມອ່ອນໂຍນຂອງລາວ.”

ການຊົດໃຊ້ຂອງພຣະຄຣິດ ແລະ ຕົວຢ່າງຂອງພຣະອົງ

ເມື່ອຫລາຍປີກ່ອນ, ປະທານບອຍ ເຄ ແພ໊ກເກີ ໄດ້ເຕືອນວ່າ, “ພຶດຕິກຳທີ່ດີປາດສະຈາກພິທີການຂອງພຣະກິດຕິຄຸນ ຈະບໍ່ໄຖ່ ຫລື ເຮັດໃຫ້ມະນຸດສູງສົ່ງ.”5 ແທ້ຈິງແລ້ວ, ເຮົາບໍ່ພຽງແຕ່ຕ້ອງການພິທີການ ແລະ ພັນທະສັນຍາເທົ່ານັ້ນ ເພື່ອຈະກັບຄືນໄປຫາພຣະບິດາຂອງເຮົາ, ແຕ່ເຮົາຍັງຕ້ອງການພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ແລະ ການຊົດໃຊ້ຂອງພຣະອົງນຳອີກ.

ກະສັດເບັນຢາມິນ ໄດ້ສອນວ່າ ພຽງແຕ່ໃນ ແລະ ຜ່ານພຣະນາມຂອງພຣະຄຣິດເທົ່ານັ້ນ ທີ່ຄວາມລອດສາມາດມາສູ່ລູກຫລານຂອງມະນຸດ (ເບິ່ງ ໂມໄຊຢາ 3:17; ຫລັກແຫ່ງຄວາມເຊື່ອ 1:3).

ຜ່ານການຊົດໃຊ້ຂອງພຣະອົງ, ພຣະເຢຊູຄຣິດໄດ້ໄຖ່ເຮົາຈາກຜົນ​ສະ​ທ້ອນຂອງການຕົກຂອງອາດາມ ແລະ ເຮັດໃຫ້ການກັບໃຈ ແລະ ຄວາມສູງສົ່ງຂອງເຮົາໃນທີ່ສຸດເປັນໄປໄດ້. ຕະຫລອດພຣະຊົນຊີບຂອງພຣະອົງ, ພຣະອົງໄດ້ເປັນຕົວຢ່າງໃຫ້ເຮົາ ເພື່ອຈະໄດ້ຮັບພິທີການທີ່ຊ່ວຍໃຫ້ລອດ, ຊຶ່ງໃນນັ້ນ “ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ” (ເບິ່ງ D&C 84:20).

ຫລັງຈາກພຣະຜູ້ຊ່ວຍໃຫ້ລອດໄດ້ຮັບພິທີການແຫ່ງການບັບຕິສະມາທີ່ “ເຮັດໃຫ້ຄວາມຊອບທຳທັງໝົດສຳເລັດ” (ເບິ່ງ 2 ນີ​ໄຟ 31:5–6), ຊາຕານໄດ້ລໍ້ລວງພຣະອົງ. ເຊັ່ນດຽວກັນ, ການລໍ້ລວງ​ທີ່​ເຮົາ​ປະ​ເຊີນ ຈະບໍ່ສິ້ນສຸດລົງຫລັງຈາກການບັບຕິສະມາ ຫລື ການຜະນຶກ, ແຕ່ການໄດ້ຮັບພິທີການສັກສິດ ແລະ ໃຫ້ກຽດພັນທະສັນຍາທີ່ພົວພັນກັນນັ້ນ ຈະເຮັດໃຫ້ເຮົາ ເຕັມໄປດ້ວຍຄວາມສະຫວ່າງມະຫັດສະຈັນ ແລະ ໃຫ້ເຮົາມີພະລັງເພື່ອຕ້ານທານ ແລະ ເອົາຊະນະການລໍ້ລວງໄດ້.

ຄຳເຕືອນ

ເອຊາຢາ ໄດ້ທຳນາຍວ່າ ໃນຍຸກສຸດທ້າຍ, “ປະຊາກອນໄດ້ເຮັດໃຫ້ໂລກນີ້ເປັນມົນທິນ … ໂດຍການ … ຝ່າຝືນພັນທະສັນຍາ” (ເອ​ຊາ​ຢາ 24:5; ເບິ່ງ D&C 1:15 ນຳ​ອີກ).

ຄຳເຕືອນທີ່ກ່ຽວພັນ, ທີ່ເປີດເຜີຍໃຫ້ແກ່ ສາດສະດາ ໂຈເຊັບ ສະມິດ,ແມ່ນວ່າບາງຄົນ “ຢູ່ໃກ້ [ພຣະຜູ້ເປັນເຈົ້າ] ແຕ່ປາກ, … ພວກເຂົາສອນບັນຍັດຂອງມະນຸດ, ຊຶ່ງພວກເຂົາພໍໃຈໃນຄວາມດີຂອງມັນ, ແຕ່ປະຕິເສດອຳນາດຂອງພຣະເຈົ້າ” (Joseph Smith—History 1:19).

ໂປໂລ ໄດ້ເຕືອນອີກດ້ວຍວ່າ ຫລາຍຄົນ “ກໍເຮັດເໝືອນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ, ແຕ່ປະຕິເສດ … ອຳນາດຂອງການນັບຖືນັ້ນ: ຈົ່ງຫລີກໜີເສຍຈາກຄົນດັ່ງນັ້ນ” (2 ຕີໂມທຽວ 3:5). ຂ້າພະເຈົ້າກ່າວຊ້ຳວ່າ, ຈົ່ງຫລີກໜີຈາກຄົນດັ່ງນັ້ນ.

ການລົບກວນ ແລະ ການລໍ້ລວງຫລາຍຢ່າງຂອງຊີວິດກໍ “ໂຫດຮ້າຍຄືໝາໄນ” (ມັດທາຍ 7:15). ຜູ້ລ້ຽງທີ່ແທ້ຈິງຈະຕຽມ, ປົກປ້ອງ, ແລະ ເຕືອນໂຕແກະ ແລະ ຝູງແກະ ເມື່ອໝາໄນເຫລົ່ານີ້ໃກ້ເຂົ້າມາເຖິງແລ້ວ (ເບິ່ງ ໂຢຮັນ 10:12). ໃນຖານະຜູ້ລ້ຽງສຳລອງທີ່ສະແຫວງຫາທີ່ຈະເອົາແບບຢ່າງພຣະຊົນທີ່ດີພ້ອມ ຂອງ​ພຣະຜູ້ລ້ຽງທີ່ດີ, ເຮົາບໍ່ໄດ້ເປັນຜູ້ລ້ຽງຈິດວິນຍານຂອງເຮົາເອງ ພ້ອມທັງຄົນອື່ນດ້ວຍບໍ? ດ້ວຍຄຳແນະຂອງສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ, ຜູ້​ທີ່​ເຮົາ​ຫາ​ກໍ​ສະ​ໜັບ​ສະ​ໜູນ, ແລະ ດ້ວຍອຳນາດ ແລະ ຂອງປະທານຂອງພຣະວິນຍານບໍລິສຸດ, ເຮົາສາມາດເຫັນໝາໄນທີ່ກຳລັງເຂົ້າມາ ຖ້າເຮົາເຝົ້າຍາມ ແລະ ຕຽນພ້ອມ. ກົງກັນຂ້າມ, ເມື່ອເຮົາເປັນຜູ້ລ້ຽງທີ່ບໍ່ເອົາໃຈໃສ່ຈິດວິນຍານຂອງເຮົາເອງ ແລະ ຂອງຄົນອື່ນ, ການບາດເຈັບເຖິງຕາຍກໍອາດເກີດຂຶ້ນໄດ້. ຄວາມບໍ່ເອົາໃຈໃສ່ຈະນຳໄປສູ່ການບາດເຈັບເຖິງຕາຍ. ຂ້າພະເຈົ້າຂໍເຊື້ອເຊີນເຮົາແຕ່ລະຄົນໃຫ້ເປັນຜູ້ລ້ຽງທີ່ຊື່ສັດ.

ປະສົບການ ແລະ ປະຈັກພະຍານ

ພິທີສິນລະລຶກເປັນພິທີການທີ່ຊ່ວຍເຮົາໃຫ້​ໝັ້ນຄົງຢູ່ໃນເສັ້ນທາງ, ແລະ ການຮັບສ່ວນສິນລະລຶກຢ່າງມີຄ່າຄວນເປັນຫລັກຖານພະຍານວ່າ ເຮົາຮັກສາພັນທະສັນຍາທີ່ກ່ຽວພັນກັບພິທີການອື່ນໆ. ເມື່ອສາມສີ່ປີກ່ອນ, ຂະນະທີ່​ອາ​ນິ​ຕາ ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ຮັບໃຊ້ຢູ່ທີ່ເຂດເຜີຍແຜ່ ​ອາ​ແຄນ​ຊໍ ລິ​ໂຕຣ໊ອກ, ຂ້າພະເຈົ້າໄດ້ອອກໄປສອນກັບຜູ້ສອນສາດສະໜາໜຸ່ມສອງຄົນ. ໃນລະຫວ່າງບົດຮຽນ, ອ້າຍນ້ອງທີ່ດີຄົນໜຶ່ງທີ່ເຮົາສອນຢູ່ ໄດ້ຖາມວ່າ, “ຂ້ອຍໄດ້ໄປໂບດພວກເຈົ້າແລ້ວ; ເປັນຫຍັງພວກເຈົ້າຈຶ່ງກິນເຂົ້າຈີ່ ແລະ ນ້ຳທຸກໆວັນອາທິດ? ໃນໂບດຂອງພວກເຮົາ, ພວກເຮົາເຮັດແບບນັ້ນສອງເທື່ອແຕ່ລະປີ, ຍາມອິດສະເຕີ ແລະ ຄຣິດສະມັດ, ແລະ ນັ້ນກໍມີຄວາມໝາຍຫລາຍພໍແລ້ວ.”

ພວກເຮົາໄດ້ແບ່ງປັນກັບລາວວ່າ ເຮົາຖືກບັນຊາໃຫ້ “ຊຸມນຸມກັນຢູ່ເລື້ອຍໆເພື່ອຮັບສ່ວນເຂົ້າຈີ່ ແລະ ເຫລົ້າແວງ” (ໂມໂຣໄນ 6:6; ເບິ່ງ D&C 20:75​ນຳ​ອີກ). ພວກ​ເຮົາ​ໄດ້​ອ່ານ ມັດ​ທາຍ 26 and 3 ນີ​ໄຟ 18. ລາວໄດ້ຕອບວ່າ ລາວຍັງບໍ່ເຫັນຄວາມຈຳເປັນເລີຍ.

ແລ້ວພວກເຮົາໄດ້ແບ່ງປັນການປຽບທຽບດັ່ງຕໍ່ໄປນີ້: “ໃຫ້ເຈົ້າວາດພາບເຫັນວ່າ ເຈົ້າໄດ້ມີສ່ວນໃນອຸປະຕິເຫດລົດຕຳຢ່າງຮ້າຍແຮງ. ເຈົ້າໄດ້ຮັບບາດເຈັບ ແລະ ໝົດສະຕິໄປ. ມີຄົນແລ່ນມາ, ເຫັນເຈົ້າໝົດສະຕິຢູ່, ໄດ້ໂທຫາເລກສຸກເສີນ, 911. ມີຄົນຮັກສາເຈົ້າ ແລະ ເຈົ້າໄດ້ມີສະຕິຄືນມາ.”

ພວກເຮົາໄດ້ຖາມອ້າຍ​ນ້ອງຄົນນີ້ວ່າ, “ເມື່ອເຈົ້າຮູ້ສຶກຕົວ ແລະ ຮູ້ຈັກວ່າຢູ່ໃສ, ເຈົ້າຈະມີຄຳຖາມຫຍັງແດ່?”

ລາວໄດ້ເວົ້າວ່າ, “ຂ້ອຍຢາກຮູ້ວ່າຂ້ອຍຢູ່ທີ່ນັ້ນໄດ້ແນວໃດ ແລະ ວ່າໃຜໄດ້ພົບເຫັນຂ້ອຍ. ຂ້ອນຈະຢາກຂອບໃຈລາວທຸກໆມື້ ເພາະວ່າລາວໄດ້ຊ່ວຍຊີວິດຂ້ອຍໄວ້.”

ພວກເຮົາໄດ້ແບ່ງປັນກັບອ້າຍນ້ອງທີ່ດີຄົນນີ້ ວ່າພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍຊີວິດເຮົາໄວ້ ແລະ ວ່າເຮົາຈຳເປັນຕ້ອງຂອບພຣະໄທພຣະອົງທຸກໆວັນ, ທຸກໆວັນ, ທຸກໆວັນ!

ແລ້ວພວກເຮົາໄດ້ຖາມວ່າ, “ໂດຍທີ່ຮູ້ວ່າພຣະອົງໄດ້ສະລະພຣະຊົນຊີບຂອງພຣະອົງເພື່ອເຈົ້າ ແລະ ພວກເຮົາ, ເຈົ້າຢາກຈະກິນເຂົ້າຈີ່ ແລະ ດື່ມນ້ຳ ທີ່ເປັນເຄື່ອງໝາຍເຖິງພຣະກາຍ ແລະ ໂລຫິດຂອງພຣະອົງເລື້ອຍປານໃດ?”

ລາວໄດ້ເວົ້າວ່າ, “ຂ້ອຍເຂົ້າໃຈແລ້ວລະ, ແຕ່ຍັງມີອີກເລື່ອງໜຶ່ງ. ແຕ່​ມີ​ສິ່ງ​ໜຶ່ງ. ໂບດຂອງພວກເຈົ້າໜ້າເບື່ອ.”

ຕໍ່ຄຳຕອບນັ້ນພວກເຮົາໄດ້ຕອບວ່າ, “ເຈົ້າ​ຈະ​ເຮັດ​ແນວ​ໃດ ຖ້າ​ຫາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ຍ່າງ​ຜ່ານ​ປະ​ຕູ​ເຂົ້າ​ມາ?”

ລາວໄດ້ຕອບວ່າ, “ຂ້ອຍຈະຄຸເຂົ່າລົງທັນທີ.”

ພວກເຮົາໄດ້ຖາມວ່າ, “ນັ້ນບໍ່ແມ່ນສິ່ງທີ່ເຈົ້າຮູ້ສຶກບໍ ເມື່ອເຈົ້າຍ່າງເຂົ້າໄປຫ້ອງນະມັດສະການ ຂອງໄພ່ພົນຍຸກສຸດທ້າຍ—ຄວາມຄາລະວະທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ?”

ລາວໄດ້ເວົ້າວ່າ, “ຂ້ອຍເຂົ້າໃຈ, ເຂົ້າໃຈ, ເຂົ້າໃຈແລ້ວລະ!”

ລາວໄດ້ມາໂບດ ໃນວັນອາທິດອິດສະເຕີວັນນັ້ນ ແລະ ໄດ້ກັບມາອີກຫລາຍເທື່ອ.

ຂ້າພະເຈົ້າຂໍເຊື້ອເຊີນເຮົາແຕ່ລະຄົນໃຫ້ຖາມຕົວເອງວ່າ, “ມີພິທີການໃດແດ່, ຮ່ວມທັງພິທີສິນລະລຶກ, ທີ່ເຮົາຕ້ອງໄດ້ຮັບ, ແລະ ມີພັນທະສັນຍາໃດແດ່ທີ່ເຮົາຕ້ອງເຮັດ, ຮັກສາ, ແລະ ໃຫ້ກຽດ?” ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ການ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ ແລະ ການ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ ຈະ​ນຳ​ຄວາມ​ສະ​ຫວ່າງມະ​ຫັດ​ສະ​ຈັນ ແລະ ການ​ປົກ​ປ້ອງມາ​ໃຫ້​ທ່ານ ຢູ່​ໃນ​ໂລກ​ທີ່​ມືດ​ມົວ​ນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Teachings of Presidents of the Church: Joseph Smith (2007), 414.

  2. True to the Faith: A Gospel Reference (2004), 109; see also Handbook 2: Administering the Church (2010), 2.1.2.

  3. David A. Bednar, “Always Retain a Remission of Your Sins,” Liahona, May 2016, 60.

  4. Russell M. Nelson, “As We Go Forward Together,” Liahona, Apr. 2018, 7.

  5. Boyd K. Packer, “The Only True Church,” Ensign, Nov. 1985, 82.