ມີພຣະວິນຍານຂອງພຣະອົງຢູ່ດ້ວຍ
ຂ້າພະເຈົ້າອະທິຖານດ້ວຍສຸດໃຈວ່າ ທ່ານຈະໄດ້ຍິນສຸລະສຽງຂອງພຣະວິນຍານ, ຊຶ່ງຖືກສົ່ງມາຫາທ່ານ ດ້ວຍຄວາມເພື່ອແຜ່.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າມີຄວາມກະຕັນຍູສຳລັບໂອກາດທີ່ໄດ້ມາກ່າວກັບທ່ານ ໃນວັນຊະບາໂຕຂອງພຣະເຈົ້າ, ໃນກອງປະຊຸມໃຫຍ່ສາມັນຂອງສາດສະໜາຈັກ, ໃນເທດສະການບຸນອິດສະເຕີນີ້. ຂ້າພະເຈົ້າຂໍຂອບພຣະໄທພຣະບິດາເທິງສະຫວັນ ສຳລັບຂອງປະທານທີ່ເປັນພຣະບຸດທີ່ຮັກຂອງພຣະອົງ, ຜູ້ໄດ້ອາສາສະໝັກມາສູ່ໂລກ ເພື່ອເປັນພຣະຜູ້ໄຖ່ຂອງເຮົາ. ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ທີ່ຮູ້ວ່າ ພຣະອົງໄດ້ຊົດໃຊ້ແທນບາບຂອງເຮົາ ແລະ ໄດ້ຟື້ນຄືນພຣະຊົນແລ້ວ. ທຸກວັນ ຂ້າພະເຈົ້າໄດ້ຮັບພອນ ທີ່ຮູ້ວ່າ, ເປັນເພາະການຊົດໃຊ້ຂອງພຣະອົງ, ຂ້າພະເຈົ້າຈະຟື້ນຄືນຊີວິດ ໃນມື້ໜຶ່ງ ແລະ ມີຊີວິດຕະຫລອດການ ໃນຄອບຄົວທີ່ຮັກແພງກັນ.
ຂ້າພະເຈົ້າຮູ້ສິ່ງເຫລົ່ານັ້ນ ໂດຍ ພຽງວິທີດຽວ ທີ່ເຮົາທຸກຄົນສາມາດຮູ້ໄດ້. ພຣະວິນຍານບໍລິສຸດໄດ້ກ່າວແກ່ຄວາມຄິດ ແລະ ຈິດໃຈຂອງຂ້າພະເຈົ້າວ່າ ສິ່ງເຫລົ່ານັ້ນເປັນຄວາມຈິງ—ບໍ່ແມ່ນພຽງເທື່ອດຽວ, ແຕ່ເລື້ອຍໆ. ຂ້າພະເຈົ້າຕ້ອງການ ການປອບໂຍນນັ້ນຕະຫລອດໄປ. ເຮົາທຸກຄົນເຄີຍປະສົບກັບຄວາມເສົ້າໃຈ ຊຶ່ງໃນລະຫວ່າງນັ້ນ ເຮົາກໍຕ້ອງການຄວາມໝັ້ນໃຈຈາກພຣະວິນຍານ. ມີມື້ໜຶ່ງ ຂ້າພະເຈົ້າໄດ້ຮູ້ສຶກເຊັ່ນນັ້ນ ໃນຂະນະທີ່ຂ້າພະເຈົ້າ ຢືນຢູ່ກັບພໍ່ຂອງຂ້າພະເຈົ້າ ຢູ່ໂຮງໝໍ. ພວກເຮົາໄດ້ເບິ່ງແມ່ຫາຍໃຈຫອບສອງສາມເທື່ອ—ແລ້ວກໍຢຸດໄປ. ໃນຂະນະທີ່ພວກເຮົາຫລຽວເບິ່ງໃບໜ້າຂອງແມ່, ເພິ່ນຍິ້ມໃນຕອນທີ່ຄວາມເຈັບປວດກຳລັງຫາຍໄປ. ຫລັງຈາກໄດ້ມິດງຽບຢູ່ບຶດໜຶ່ງ, ພໍ່ໄດ້ເວົ້າກ່ອນໝູ່. ເພິ່ນເວົ້າວ່າ, “ນາງນ້ອຍໄດ້ກັບເມືອບ້ານແລ້ວ.”
ເພິ່ນໄດ້ເວົ້າຄ່ອຍໆ. ເບິ່ງຄືວ່າ ເພິ່ນຢູ່ໃນຄວາມສະຫງົບ. ເພິ່ນໄດ້ລາຍງານບອກ ວ່າບາງສິ່ງທີ່ເພິ່ນຮູ້ ເປັນຄວາມຈິງ. ເພິ່ນໄດ້ເລີ່ມຕົ້ນເກັບເອົາສິ່ງຂອງສ່ວນຕົວຂອງແມ່ຢ່າງງຽບໆ. ເພິ່ນໄດ້ຍ່າງອອກຫ້ອງ ເພື່ອໄປຂອບໃຈນາຍແພດ ແລະ ນາຍໝໍທຸກຄົນ ຜູ້ໄດ້ດູແລແມ່ ເປັນເວລາຫລາຍມື້.
ພໍ່ຂອງຂ້າພະເຈົ້າໄດ້ມີພຣະວິນຍານບໍລິສຸດ ສະຖິດຢູ່ນຳເພິ່ນໃນເວລານັ້ນ ເພື່ອຈະໄດ້ຮູ້ສຶກ, ຮູ້ຈັກ, ແລະ ເຮັດສິ່ງທີ່ເພິ່ນໄດ້ເຮັດ ໃນມື້ນັ້ນ. ເພິ່ນໄດ້ຮັບຄຳສັນຍາ ດັ່ງທີ່ຫລາຍຄົນໄດ້ຮັບ ທີ່ວ່າ ເພື່ອເຂົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍ (ເບິ່ງ D&C 20:79).
ໃນມື້ນີ້ ຂ້າພະເຈົ້າຫວັງວ່າ ທ່ານຈະມີຄວາມປາດຖະໜາ ແລະ ຄວາມສາມາດຫລາຍຂຶ້ນທີ່ຈະຮັບເອົາພຣະວິນຍານບໍລິສຸດ. ຈົ່ງຈື່ຈຳວ່າ, ພຣະອົງເປັນສະມາຊິກອົງທີສາມ ຢູ່ໃນຝ່າຍພຣະເຈົ້າ. ພຣະບິດາ ແລະ ພຣະບຸດ ມີພຣະກາຍທີ່ໄດ້ຟື້ນຄືນພຣະຊົນແລ້ວ. ພຣະວິນຍານບໍລິສຸດ ມີພຣະກາຍທີ່ເປັນພຣະວິນຍານ. (ເບິ່ງ D&C 130:22.) ມັນແມ່ນການເລືອກຂອງທ່ານເອງ ບໍ່ວ່າທ່ານຢາກຮັບເອົາພຣະອົງ ແລະ ຕ້ອນຮັບເອົາພຣະອົງ ເຂົ້າສູ່ຈິດໃຈ ແລະ ຄວາມຄິດຂອງທ່ານຫລືບໍ່.
ເງື່ອນໄຂກ່ອນເຮົາຈະສາມາດໄດ້ຮັບພອນທີ່ປະເສີດນັ້ນ ໄດ້ຖືກເຮັດໃຫ້ແຈ່ມແຈ້ງ ໃນຖ້ອຍຄຳທີ່ກ່າວທຸກອາທິດ ແຕ່ບາງເທື່ອ ອາດບໍ່ຊຶມເຂົ້າໄປໃນຈິດໃຈ ແລະ ຄວາມຄິດຂອງເຮົາ. ກ່ອນພຣະວິນຍານຖືກສົ່ງມາໃຫ້ເຮົາ, ເຮົາຕ້ອງ “ລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດສະເໝີ” ແລະ “ຮັກສາພຣະບັນຍັດຂອງພຣະອົງ” (ເບິ່ງ D&C 20:77).
ໃນໄລຍະນີ້ຂອງປີ ມັນຊ່ວຍເຮົາໃຫ້ຈື່ຈຳການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ການຟື້ນຄືນພຣະຊົນຂອງພຣະອົງ ຈາກຫລຸມສົບ. ພວກເຮົາຫລາຍຄົນມີພາບເຫລົ່ານັ້ນຢູ່ໃນຄວາມຊົງຈຳຂອງພວກເຮົາ. ເທື່ອໜຶ່ງ ຂ້າພະເຈົ້າກັບພັນລະຍາ ໄດ້ຢືນຢູ່ຂ້າງນອກຂອງອຸບມຸງ ໃນເມືອງເຢຣູຊາເລັມ. ຫລາຍຄົນເຊື່ອວ່າ ມັນເປັນອຸບມຸງ ບ່ອນທີ່ພຣະຜູ້ຊ່ວຍໃຫ້ລອດ ທີ່ຖືກຄຶງ ໄດ້ພົ້ນອອກມາ ເປັນພຣະເຈົ້າທີ່ໄດ້ຟື້ນຄືນພຣະຊົນ ແລະ ຊົງພຣະຊົນຢູ່.
ຄົນນຳທ່ຽວໄດ້ໂບກມື ແລະ ເວົ້າກັບພວກເຮົາວ່າ, “ມາພີ້ແມ, ມາເບິ່ງອຸບມຸງເປົ່າ.”
ພວກເຮົາໄດ້ກົ້ມຫລຽວເຂົ້າໄປໃນອຸບມຸງ. ພວກເຮົາໄດ້ເຫັນຕັ່ງມ້າຫີນວາງຢູ່ຕິດຝາ. ແຕ່ຂ້າພະເຈົ້າໄດ້ຄິດເຫັນພາບໜຶ່ງອີກ, ຄືກັບພາບທີ່ເປັນຕົວຈິງ. ມັນເປັນພາບຂອງນາງມາຣີ, ຜູ້ໄດ້ຖືກອັກຄະສາວົກປະໄວ້ທີ່ອຸບມຸງ. ນັ້ນຄືສິ່ງທີ່ພຣະວິນຍານໄດ້ເຮັດໃຫ້ຂ້າພະເຈົ້າເຫັນ ແລະ ແມ່ນແຕ່ໄດ້ຍິນສຽງຢູ່ໃນຄວາມນຶກຄິດຂອງຂ້າພະເຈົ້ານຳອີກ, ແຈ່ມແຈ້ງຄືກັນກັບວ່າ ຂ້າພະເຈົ້າໄດ້ຢູ່ໃນພາບນັ້ນ ທີ່ວ່າ:
“ຝ່າຍນາງມາຣີໄດ້ຢືນຮ້ອງໄຫ້ຢູ່ຂ້າງນອກອຸບມຸງ ໃນຂະນະທີ່ນາງກຳລັງຮ້ອງໄຫ້ຢູ່ນັ້ນ, ນາງໄດ້ກົ້ມຫລຽວໄປທາງອຸບມຸງ,
“ແລະ ໄດ້ເຫັນທູດສອງອົງໃສ່ເຄື່ອງຂາວ, ນັ່ງຢູ່ບ່ອນທີ່ພວກເຂົາວາງພຣະສົບຂອງພຣະເຢຊູ.
“ແລະ ພວກເພິ່ນໄດ້ຖາມນາງວ່າ, ນາງເອີຍ, ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ນາງຕອບວ່າ, ເພາະພວກເຂົາໄດ້ເອົາພຣະສົບຂອງພຣະອົງຂອງຂ້ານ້ອຍໄປແລ້ວ ແລະ ຂ້ານ້ອຍບໍ່ຮູ້ວ່າພວກເຂົາເອົາໄປໄວ້ໃສ.
“ແລ້ວ ນາງໄດ້ຫລຽວຫລັງມາ ເຫັນພຣະເຢຊູຢືນຢູ່ທີ່ນັ້ນ, ແຕ່ນາງບໍ່ຮູ້ວ່າແມ່ນພຣະເຢຊູ.
“ພຣະເຢຊູຈຶ່ງຖາມນາງວ່າ, ນາງເອີຍ, ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້ ເຈົ້າຊອກຫາຜູ້ໃດ? “ນາງຄິດວ່າເປັນຄົນ ຮັກສາສວນ, ນາງຈຶ່ງຕອບວ່າ, ທ່ານເອີຍ, ຖ້າທ່ານໄດ້ເອົາສົບຂອງພຣະອົງໄປ ບອກໃຫ້ຂ້ານ້ອຍຮູ້ແດ່ວ່າ ທ່ານເອົາໄປໄວ້ໃສ ແລ້ວຂ້ານ້ອຍກໍຈະໄປນຳເອົາ ສົບຂອງພຣະອົງອອກໄປ.
“ພຣະເຢຊູຈຶ່ງກ່າວກັບນາງວ່າ, ມາຣີ. ນາງປິ່ນໜ້າມາຫາພຣະອົງ ແລະ ເວົ້າວ່າ ຣັບໂບນີ; ແປວ່າ, ພຣະອາຈານ.
“ພຣະເຢຊູໄດ້ກ່າວກັບນາງວ່າ, ຢ່າສູ່ໜ່ວງໜ່ຽວເຮົາໄວ້ເທາະ, ເພາະເຮົາຍັງບໍ່ທັນໄດ້ຂຶ້ນໄປຫາພຣະບິດາ, ແຕ່ໃຫ້ເຈົ້າໄປຫາພີ່ນ້ອງຂອງເຮົາ ແລະ ບອກພວກເຂົາວ່າ ເຮົາຈະຂຶ້ນເມືອຫາພຣະອົງ, ຜູ້ເປັນພຣະບິດາຂອງເຮົາ ແລະ ພຣະບິດາຂອງພວກເຈົ້າ ຈະເມືອຫາພຣະເຈົ້າຂອງເຮົາ ແລະ ພຣະເຈົ້າຂອງພວກເຈົ້າ” (ໂຢຮັນ 20:11–17).
ຂ້າພະເຈົ້າໄດ້ອະທິຖານ ແລະ ໄດ້ຖືກອະນຸຍາດໃຫ້ຮູ້ສຶກເຖິງບາງສິ່ງທີ່ນາງມາຣີ ໄດ້ຮູ້ສຶກ ໃນອຸບມຸງ ແລະ ເຖິງສິ່ງທີ່ອັກຄະສາວົກສອງຄົນໄດ້ຮູ້ສຶກ ຕອນຍ່າງໄປຕາມເສັ້ນທາງໄປເມືອງເອມາອູດ ກັບພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນແລ້ວ, ຄິດວ່າພຣະອົງເປັນຄົນເດີນທາງກັບຈາກເຢຣູຊາເລັມ ດັ່ງນີ້:
“ແຕ່ເຂົາທັງສອງໄດ້ຊັກຊວນໃຫ້ພຣະອົງຢູ່ ໂດຍເວົ້າວ່າ, ເຊີນພັກຄ້າງຄືນຢູ່ກັບພວກເຮົາສາ; ເພາະໃກ້ຈະຄ່ຳມືດແລ້ວ. ດັ່ງນັ້ນພຣະອົງຈຶ່ງເຂົ້າໄປພັກຢູ່ກັບພວກເຂົາ.
“ເມື່ອພຣະອົງນັ່ງລົງຮັບປະທານອາຫານກັບພວກເຂົາ, ພຣະອົງກໍຈັບເອົາເຂົ້າຈີ່ ກ່າວໂມທະນາຂອບພຣະຄຸນ, ແລະ ຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກເຂົາ.
“ແລ້ວຕາຂອງພວກເຂົາຖືກເປີດໃຫ້ສະຫວ່າງຂຶ້ນ, ແລະ ຈື່ພຣະອົງໄດ້, ແຕ່ພຣະອົງໄດ້ຫາຍໄປຈາກພວກເຂົາ.
“ພວກເຂົາຈຶ່ງເວົ້າກັນວ່າ, ເມື່ອພຣະອົງໄດ້ເວົ້ານຳພວກເຮົາຕາມທາງ ແລະ ໄດ້ອະທິບາຍພຣະຄຳພີໃຫ້ພວກເຮົາຟັງນັ້ນ, ໃຈຂອງພວກເຮົາກໍຮ້ອນຮົນເໝືອນໄຟ ພາຍໃນພວກເຮົາບໍ່ແມ່ນບໍ? (ລູກາ 24:29–32).
ບາງຄຳເຫລົ່ານັ້ນ ໄດ້ຖືກກ່າວຍ້ຳຢູ່ໃນກອງປະຊຸມສິນລະລຶກ ທີ່ຂ້າພະເຈົ້າໄດ້ໄປຮ່ວມ ເມື່ອ 70 ປີກ່ອນ. ໃນສະໄໝນັ້ນ ກອງປະຊຸມສິນລະລຶກ ໄດ້ຖືກຈັດຂຶ້ນໃນຕອນຄ່ຳ. ຂ້າງນອກກໍມືດ. ຜູ້ມາໂບດໄດ້ຮ້ອງເພງທີ່ຄຸ້ນຫູ. ຂ້າພະເຈົ້າໄດ້ຍິນມັນຫລາຍໆເທື່ອ. ແຕ່ຄວາມຊົງຈຳເທື່ອສຸດທ້າຍຂອງຂ້າພະເຈົ້າ ແມ່ນກ່ຽວກັບຄ່ຳຄືນໜຶ່ງ. ມັນໄດ້ດຶງດູດຂ້າພະເຈົ້າ ໃຫ້ເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດ. ບາງທີ ຖ້າຫາກຂ້າພະເຈົ້າກ່າວຖ້ອຍຄຳເຫລົ່ານັ້ນ, ພວກເຮົາອາດຊິຈື່ມັນໄດ້:
ສະຖິດກັບຂ້າ ສາຍັນວັນນີ້.
ວັນເວລາລິບລີ່;
ຄວາມມືດໂລຍຕົວ ທົ່ວທ້ອງທານີ;
ລາຕີເລື່ອນໃກ້ເຂົ້າມາ.
ຂ້າຂໍເຊີນພຣະອົງຢ້ຽມເຢືອນ,
ດວງຈິດສະຖິດໃນເຮືອນຂອງຂ້າ.
ສະຖິດກັບຂ້າ ສາຍັນວັນນີ້.
ວັນນີ້ພຣະອົງຄຽງໃກ້
ເຮັດໃຫ້ດວງຈິດຂ້ານ້ອຍລຸກໄໝ້,
ເມື່ອໄດ້ຕິດຕໍ່ພຣະອົງ.
ຄຳພຣະອົງນັ້ນເຕັມລົ້ນຈິດຂ້າ
ຈົນພາຂ້າຄຽງພຣະອົງ.
ໂອ້ ພຣະຜູ້ຊ່ວຍໂປດຢູ່ກັບຂ້າ;
ຄ່ຳຄືນສາຍັນວັນນີ້.
ໂອ້ ພຣະຜູ້ຊ່ວຍໂປດຢູ່ກັບຂ້າ;
ຄ່ຳຄືນສາຍັນວັນນີ້.1
ຄວາມຊົງຈຳທີ່ມີຄວາມໝາຍຫລາຍກວ່າເຫດການໃດໆ ແມ່ນພຣະວິນຍານບໍລິສຸດ ສຳພັດໃຈຂອງເຮົາ ແລະ ການຢືນຢັນອັນຕໍ່ເນື່ອງ ເຖິງຄວາມຈິງຂອງພຣະອົງ. ສິ່ງທີ່ມີຄ່າຫລາຍກວ່າການເຫັນກັບຕາ, ຫລື ການຈື່ຈຳສິ່ງທີ່ເຮົາໄດ້ຍິນ ຫລື ໄດ້ອ່ານ ແມ່ນຄວາມຮູ້ສຶກ ທີ່ມາກັບສຽງແຜ່ວເບົາຂອງພຣະວິນຍານບໍລິສຸດ. ໜ້ອຍເທື່ອທີ່ຂ້າພະເຈົ້າໄດ້ຮູ້ສຶກຄືກັນກັບຜູ້ເດີນທາງໄປເມືອງເອມາອູດ—ຮ້ອນຮົນ ແຕ່ບໍ່ຜິດພ້ຽນ ເໝືອນໄຟ ຢູ່ພາຍໃນ. ສ່ວນຫລາຍແລ້ວ ມັນຈະເປັນຄວາມຮູ້ສຶກທີ່ໃຫ້ຄວາມແນ່ນອນໃຈ ແບບເບົາໆ ແລະ ງຽບໆ.
ເຮົາມີຄຳສັນຍາອັນລ້ຳຄ່າ ວ່າຈະໄດ້ຮັບພຣະວິນຍານບໍລິສຸດເປັນເພື່ອນ, ແລະ ເຮົາກໍໄດ້ຮັບການຊີ້ນຳ ໃຫ້ຮູ້ວິທີທີ່ຈະໄດ້ຮັບຂອງປະທານນີ້. ຖ້ອຍຄຳເຫລົ່ານີ້ ໄດ້ຖືກກ່າວໂດຍຜູ້ຮັບໃຊ້ທີ່ມີສິດອຳນາດຂອງພຣະຜູ້ເປັນເຈົ້າ ເມື່ອເພິ່ນວາງມືໃສ່ເທິງຫົວຂອງເຮົາວ່າ: “ຈົ່ງຮັບເອົາພຣະວິນຍານບໍລິສຸດ.” ໃນເວລານັ້ນເອງ ທ່ານ ແລະ ຂ້າພະເຈົ້າກໍແນ່ໃຈໄດ້ວ່າ ເພິ່ນຈະຖືກສົ່ງມາ. ແຕ່ພາກສ່ວນທີ່ເຮົາຕ້ອງເຮັດແມ່ນວ່າ ເຮົາຈະເລືອກເປີດໃຈ ຮັບເອົາການປະຕິບັດສາດສະໜາກິດຂອງພຣະວິນຍານ ຕະຫລອດຊີວິດຫລືບໍ່.
ປະສົບການຂອງສາດສະດາໂຈເຊັບ ສະມິດ ສາມາດຊີ້ນຳເຮົາໄດ້. ເພິ່ນໄດ້ເລີ່ມຕົ້ນ ແລະ ສືບຕໍ່ການປະຕິບັດສາດສະໜາກິດຂອງເພິ່ນ ດ້ວຍການຕັດສິນໃຈວ່າ ເພິ່ນບໍ່ສະຫລຽວສະຫລາດພໍ ທີ່ຈະຮູ້ວ່າ ເພິ່ນຄວນເດີນໄປທາງໃດ. ເພິ່ນໄດ້ເລືອກທີ່ຈະຖ່ອມຕົວຢູ່ຕໍ່ພຣະພັກຂອງພຣະເຈົ້າ.
ຕໍ່ມາ, ໂຈເຊັບ ໄດ້ເລືອກທູນຖາມພຣະເຈົ້າ. ເພິ່ນໄດ້ອະທິຖານດ້ວຍສັດທາ ຂໍຄຳຕອບຈາກພຣະເຈົ້າ. ຄຳຕອບໄດ້ມາເຖິງ ຕອນເພິ່ນຍັງເປັນໜຸ່ມ. ຂ່າວສານເຫລົ່ານັ້ນ ໄດ້ມາເຖິງ ຕອນເພິ່ນຢາກຮູ້ວ່າ ພຣະເຈົ້າປະສົງ ທີ່ຈະສະຖາປະນາສາດສະໜາຈັກ ຂອງພຣະອົງໃນວິທີໃດ ພຣະວິນຍານບໍລິສຸດໄດ້ປອບໂຍນ ແລະ ນຳພາເພິ່ນ ຕະຫລອດຊີວິດຂອງເພິ່ນ.
ເພິ່ນໄດ້ເຊື່ອຟັງຕາມການດົນໃຈ ໃນເວລາທີ່ຫຍຸ້ງຍາກ. ຍົກຕົວຢ່າງ, ເພິ່ນໄດ້ຮັບການຊີ້ນຳ ໃຫ້ສົ່ງອັກຄະສາວົກ ໄປປະເທດອັງກິດ ຕອນທີ່ເພິ່ນຕ້ອງການພວກເພິ່ນຫລາຍທີ່ສຸດ. ເພິ່ນໄດ້ສົ່ງພວກເພິ່ນໄປ.
ເພິ່ນໄດ້ຮັບເອົາການຕຳນິຕິຕຽນ ແລະ ການປອບໂຍນຈາກພຣະວິນຍານ ເມື່ອເພິ່ນໄດ້ຖືກຈຳຄຸກ ແລະ ຕອນໄພ່ພົນຖືກກົດຂີ່ຢ່າງສາຫັດ. ແລະ ເພິ່ນໄດ້ເຊື່ອຟັງ ຕອນເພິ່ນໄດ້ເດີນທາງໄປຫາເມືອງຄາດເທດ ເຖິງແມ່ນເພິ່ນຮູ້ວ່າ ເພິ່ນອາດສູນເສຍຊີວິດກໍຕາມ.
ສາດສະດາໂຈເຊັບ ໄດ້ເປັນຕົວຢ່າງເລື່ອງການໄດ້ຮັບການຊີ້ນຳທາງວິນຍານ ຢ່າງຕໍ່ເນື່ອງ ແລະ ການປອບໂຍນຜ່ານທາງພຣະວິນຍານບໍລິສຸດ.
ການເລືອກທຳອິດທີ່ເພິ່ນໄດ້ເຮັດ ແມ່ນຕ້ອງຖ່ອມຕົວຢູ່ຕໍ່ພຣະພັກຂອງພຣະເຈົ້າ.
ທີສອງ ແມ່ນການອະທິຖານດ້ວຍສັດທາ ໃນອົງພຣະເຢຊູຄຣິດເຈົ້າ.
ທີສາມ ແມ່ນການເຊື່ອຟັງຕາມນັ້ນ. ການເຊື່ອຟັງ ອາດໝາຍເຖິງການປະຕິບັດຕາມທັນທີ. ມັນອາດໝາຍເຖິງການຕຽມພ້ອມ. ຫລື ມັນອາດໝາຍເຖິງ ຕ້ອງລໍຖ້າດ້ວຍຄວາມອົດທົນ ສຳລັບການດົນໃຈເທື່ອຕໍ່ໄປ.
ແລະ ທີສີ່ ແມ່ນການອະທິຖານ ເພື່ອຈະໄດ້ຮູ້ເຖິງຄວາມຕ້ອງການ ແລະ ຮູ້ໃຈຂອງຄົນອື່ນ ແລະ ເຖິງວິທີທີ່ຈະຊ່ວຍເຂົາເຈົ້າໄດ້ ແທນພຣະຜູ້ເປັນເຈົ້າ. ໂຈເຊັບ ໄດ້ອະທິຖານສຳລັບໄພ່ພົນທີ່ຮັບທຸກທໍລະມານ ຕອນເພິ່ນຢູ່ໃນຄຸກ. ຂ້າພະເຈົ້າໄດ້ມີໂອກາດສັງເກດເບິ່ງສາດສະດາຂອງພຣະເຈົ້າ ໃນຂະນະທີ່ພວກເພິ່ນອະທິຖານ, ທູນຂໍການດົນໃຈ, ຮັບການຊີ້ນຳ, ແລະ ປະຕິບັດຕາມນັ້ນ.
ຂ້າພະເຈົ້າເຄີຍໄດ້ຍິນຄຳອະທິຖານຂອງພວກເພິ່ນເລື້ອຍໆ ກ່ຽວກັບຜູ້ຄົນທີ່ພວກເພິ່ນຮັກ ແລະ ຮັບໃຊ້. ຄວາມເປັນຫ່ວງເປັນໃຍຂອງພວກເພິ່ນຕໍ່ຄົນອື່ນ ເບິ່ງຄືວ່າມັນໄດ້ເປີດໃຈພວກເພິ່ນ ໃຫ້ໄດ້ຮັບການດົນໃຈ. ສິ່ງນັ້ນກໍສາມາດເປັນຄວາມຈິງໄດ້ສຳລັບທ່ານ.
ການດົນໃຈຈະຊ່ວຍເຮົາປະຕິບັດຕໍ່ຄົນອື່ນແທນພຣະຜູ້ເປັນເຈົ້າ. ທ່ານກໍເຄີຍເຫັນມັນຢູ່ໃນປະສົບການຂອງທ່ານ, ດັ່ງທີ່ຂ້າພະເຈົ້າເຄີຍເຫັນ. ເທື່ອໜຶ່ງ ອະທິການຂອງຂ້າພະເຈົ້າ ໄດ້ບອກຂ້າພະເຈົ້າ—ໃນເວລານັ້ນ ພັນລະຍາຂອງຂ້າພະເຈົ້າ ກຳລັງຮູ້ສຶກມີຄວາມກົດດັນຫລາຍ—ວ່າ “ທຸກເທື່ອທີ່ຂ້າພະເຈົ້າໄດ້ຍິນວ່າ ມີບາງຄົນຢູ່ໃນຫວອດ ຕ້ອງການຄວາມຊ່ວຍເຫລືອ, ແລະ ຕອນຂ້າພະເຈົ້າໄດ້ໄປຊ່ວຍເຫລືອ, ກໍເຫັນວ່າ ພັນລະຍາຂອງຂ້າພະເຈົ້າ ໄດ້ໄປຮອດກ່ອນແລ້ວ. ນາງເຮັດໄດ້ແນວໃດ?”
ນາງເປັນເໝືອນທຸກຄົນ ທີ່ເປັນຜູ້ປະຕິບັດສາດສະໜາກິດທີ່ດີເດັ່ນ ຢູ່ໃນອານາຈັກຂອງພຣະຜູ້ເປັນເຈົ້າ. ເບິ່ງຄືວ່າ ມີສອງຢ່າງທີ່ເຂົາເຈົ້າເຮັດ. ຜູ້ປະຕິບັດສາດສະໜາກິດທີ່ດີເດັ່ນ ໄດ້ເຮັດໃຫ້ຕົນເອງເໝາະສົມ ທີ່ຈະໄດ້ມີພຣະວິນຍານບໍລິສຸດ ເປັນເພື່ອນທີ່ໃກ້ຊິດ. ແລະ ເຂົາເຈົ້າເໝາະສົມສຳລັບຂອງປະທານແຫ່ງຄວາມໃຈບຸນ, ຊຶ່ງເປັນຄວາມຮັກຂອງພຣະຄຣິດ. ຂອງປະທານເຫລົ່ານັ້ນ ໄດ້ເຕີບໂຕຢູ່ໃນເຂົາເຈົ້າ ເມື່ອເຂົາເຈົ້າໄດ້ໃຊ້ມັນ ໃນການຮັບໃຊ້ ດ້ວຍຄວາມຮັກຕໍ່ພຣະຜູ້ເປັນເຈົ້າ.
ວິທີທີ່ການອະທິຖານ, ການດົນໃຈ, ແລະ ຄວາມຮັກຕໍ່ພຣະຜູ້ເປັນເຈົ້າ ຈະທຳງານດ້ວຍກັນ ໃນການຮັບໃຊ້ຂອງເຮົາ ແມ່ນຖືກບັນຍາຍໄວ້ສຳລັບ ຂ້າພະເຈົ້າເປັນຢ່າງດີ ໃນຖ້ອຍຄຳເຫລົ່ານີ້:
“ຖ້າພວກເຈົ້າຂໍສິ່ງໃດຈາກເຮົາ ໃນນາມຂອງເຮົາ, ເຮົາກໍຈະເຮັດສິ່ງນັ້ນ.
“ຖ້າພວກເຈົ້າຮັກເຮົາ, ພວກເຈົ້າກໍຈະເຊື່ອຟັງບັນຍັດຂອງເຮົາ.
“ຝ່າຍເຮົາຈະທູນຂໍພຣະບິດາ, ແລະ ພຣະອົງຈະປະທານຜູ້ຊ່ວຍອີກອົງໜຶ່ງແກ່ພວກເຈົ້າ ເພື່ອຈະຢູ່ກັບພວກເຈົ້າຕະຫລອດໄປເປັນນິດ;
“ຄືພຣະວິນຍານແຫ່ງຄວາມຈິງ; ຊຶ່ງໂລກບໍ່ອາດຈະຮັບພຣະອົງໄດ້ ເພາະໂລກບໍ່ເຫັນ ແລະ ບໍ່ຮູ້ຈັກພຣະອົງ: ແຕ່ພວກເຈົ້າຮູ້ຈັກພຣະອົງ ເພາະພຣະອົງສະຖິດຢູ່ກັບພວກເຈົ້າ ແລະ ຢູ່ໃນພວກເຈົ້າ.
“ເຮົາຈະບໍ່ປະຖິ້ມເຈົ້າທັງຫລາຍໄວ້ໃຫ້ເປັນກຳພ້າ: ເຮົາຈະມາຫາພວກເຈົ້າ.
“ອີກໜ້ອຍໜຶ່ງໂລກຈະບໍ່ເຫັນເຮົາ; ແຕ່ພວກເຈົ້າຈະເຫັນເຮົາ: ເພາະເຮົາມີຊີວິດຢູ່, ພວກເຈົ້າກໍຈະມີຊີວິດຢູ່ເໝືອນກັນ.
“ເມື່ອວັນນັ້ນມາເຖິງ ພວກເຈົ້າຈະຮູ້ວ່າ ເຮົາຢູ່ໃນພຣະບິດາຂອງເຮົາ, ພວກເຈົ້າຢູ່ໃນເຮົາ, ແລະ ເຮົາກໍຢູ່ໃນພວກເຈົ້າ.
“ຜູ້ທີ່ມີບັນຍັດຂອງເຮົາ ແລະ ເຊື່ອຟັງບັນຍັດນັ້ນ ແມ່ນຜູ້ນັ້ນແຫລະ ທີ່ຮັກເຮົາ: ພຣະບິດາຂອງເຮົາ ຈະຮັກຜູ້ທີ່ເຮົາຮັກ ແລະ ເຮົາຈະຮັກເຂົາເໝືອນກັນ ທັງຈະປະກົດຕົວໃຫ້ແກ່ເຂົາ” (ໂຢຮັນ 14:14–21).
ຂ້າພະເຈົ້າຂໍເປັນພະຍານວ່າ ພຣະບິດາຮູ້ຈັກຕົວທ່ານໃນເວລານີ້, ຮູ້ຈັກຄວາມຮູ້ສຶກຂອງທ່ານ, ແລະ ຄວາມຕ້ອງການທາງວິນຍານ ແລະ ທາງໂລກຂອງທຸກຄົນທີ່ຢູ່ອ້ອມຮອບທ່ານ. ຂ້າພະເຈົ້າເປັນພະຍານວ່າ ພຣະບິດາ ແລະ ພຣະບຸດຂອງພຣະອົງ ໄດ້ສົ່ງພຣະວິນຍານບໍລິສຸດລົງມາ ໃຫ້ຜູ້ໄດ້ຮັບພອນນັ້ນ, ຜູ້ທີ່ໄດ້ທູນຂໍພອນນັ້ນ, ແລະ ສະແຫວງຫາທີ່ຈະມີຄ່າຄວນສຳລັບມັນ. ພຣະບິດາ, ພຣະບຸດ, ຫລື ພຣະວິນຍານບໍລິສຸດ ຈະບໍ່ລ່ວງລ້ຳເຂົ້າມາເອງ ໃນຊີວິດຂອງເຮົາ. ເຮົາມີສິດທີ່ຈະເລືອກ. ພຣະຜູ້ເປັນເຈົ້າໄດ້ກ່າວກັບທຸກຄົນວ່າ:
“ຈົ່ງເບິ່ງ, ເຮົາຢືນເຄາະຢູ່ທີ່ປະຕູ, ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ, ແລະ ໄຂປະຕູ, ເຮົາຈະເຂົ້າໄປຫາຜູ້ນັ້ນ ແລະ ຮ່ວມຮັບປະທານອາຫານກັບຜູ້ນັ້ນ ແລະ ຜູ້ນັ້ນຈະຮ່ວມຮັບປະທານອາຫານກັບເຮົາ.
“ຜູ້ທີ່ໄຊຊະນະ ເຮົາຈະໃຫ້ຜູ້ນັ້ນນັ່ງກັບເຮົາ ເທິງບັນລັງຂອງເຮົາ ເໝືອນດັ່ງທີ່ເຮົາມີໄຊຊະນະແລ້ວ ແລະ ໄດ້ນັ່ງກັບພຣະບິດາຂອງເຮົາ ເທິງພຣະບັນລັງຂອງພຣະອົງ.
“ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານໄດ້ກ່າວ” (ພຣະນິມິດ 3:20–22).
ຂ້າພະເຈົ້າອະທິຖານດ້ວຍສຸດໃຈວ່າ ທ່ານຈະໄດ້ຍິນສຸລະສຽງຂອງພຣະວິນຍານ, ຊຶ່ງຖືກສົ່ງມາຫາທ່ານ ດ້ວຍຄວາມເພື່ອແຜ່. ແລະ ຂ້າພະເຈົ້າອະທິຖານວ່າ ທ່ານຈະເປີດໃຈສະເໝີ ແລະ ຮັບເອົາພຣະອົງ. ຖ້າຫາກທ່ານທູນຂໍການດົນໃຈ ດ້ວຍໃຈຈິງ ແລະ ດ້ວຍສັດທາໃນພຣະເຢຊູຄຣິດ, ແລ້ວທ່ານຈະໄດ້ຮັບມັນ ໃນວິທີຂອງພຣະຜູ້ເປັນເຈົ້າ ແລະ ໃນວັນເວລາຂອງພຣະອົງ. ພຣະເຈົ້າໄດ້ກະທຳສິ່ງນັ້ນກັບຊາຍໜຸ່ມໂຈເຊັບ ສະມິດ. ພຣະອົງກໍກະທຳຢູ່ ໃນທຸກວັນນີ້ ກັບສາດສະດາທີ່ມີຊີວິດຢູ່ຂອງເຮົາ, ປະທານຣະໂຊ ເອັມ ແນວສັນ. ພຣະອົງໄດ້ວາງທ່ານໄວ້ ຢູ່ໃນເສັ້ນທາງຂອງລູກຄົນອື່ນໆຂອງພຣະອົງ ເພື່ອຈະໄດ້ຮັບໃຊ້ເຂົາເຈົ້າແທນພຣະອົງ. ຂ້າພະເຈົ້າຮູ້ວ່າ ບໍ່ພຽງແຕ່ໂດຍສິ່ງທີ່ຂ້າພະເຈົ້າໄດ້ເຫັນກັບຕາເທົ່ານັ້ນ ແຕ່ມີພະລັງກວ່ານັ້ນ ແມ່ນໂດຍພຣະວິນຍານ ທີ່ໄດ້ສື່ມໃສ່ໃຈຂອງຂ້າພະເຈົ້າ.
ຂ້າພະເຈົ້າເຄີຍຮູ້ສຶກເຖິງຄວາມຮັກຂອງພຣະບິດາ ແລະ ພຣະບຸດທີ່ຮັກຂອງພຣະອົງ ທີ່ມີຕໍ່ລູກໆທຸກຄົນຂອງພຣະເຈົ້າ ຢູ່ໃນໂລກ ແລະ ສຳລັບລູກໆຂອງພຣະອົງ ຢູ່ໃນໂລກວິນຍານ. ຂ້າພະເຈົ້າເຄີຍຮູ້ສຶກເຖິງການປອບໂຍນ ແລະ ການຊີ້ນຳຂອງພຣະວິນຍານບໍລິສຸດ. ຂ້າພະເຈົ້າອະທິຖານວ່າ ທ່ານຈະມີຄວາມຊື່ນຊົມ ທີ່ມີພຣະວິນຍານສະຖິດຢູ່ນຳເປັນເພື່ອນຢ່າງໃກ້ຊິດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.