​2010–2019
ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້​ໃນ​ພຣະ​ຄຣິດ
ເດືອນ​ຕຸລາ 2018


ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້​ໃນ​ພຣະ​ຄຣິດ

ພະ​ລັງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ປ່ຽນ​ແປງ ແລະ ເປັນ​ພອນ​ແກ່​ເຮົາ ຈະ​ມາ​ຈາກ​ການ​ຫລິງ​ເຫັນ ແລະ ການ​ນຳ​ໃຊ້​ຄຳ​ສອນ, ຫລັກ​ທຳ, ແລະ ການປະ​ຕິ​ບັດ​ທີ່​ກ່ຽວ​ພັນ​ກັນ​ເຫລົ່າ​ນັ້ນ.

ເຊືອກ​ເປັນ​ເຄື່ອງ​ມື​ທີ່​ສຳ​ຄັນ ຊຶ່ງ​ເຮົາ​ທຸກ​ຄົນ​ຮູ້​ຈັກ​ດີ. ເຊືອກ​ຖືກ​ສ້າງ​ຂຶ້ນ​ຈາກ​ເສັ້ນ​ດ້າຍ, ພືດ, ເຫລັກ, ຫລື ວັດ​ຖຸ​ຢ່າງ​ອື່ນ ທີ່ແຕ່​ລະ​ເສັ້ນ​ຖືກ​ກ້ຽວ​ພັນ ຫລື ຖັກເປັຍ​ເຂົ້າ​ກັນ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ກໍ​ຄື, ວັດ​ຖຸ​ທຳ​ມະ​ດາ ສາ​ມາດ​ຖືກ​ສານ​ຕໍ່​ເຂົ້າ​ກັນ ແລະ ກາຍ​ເປັນສິ່ງ​ທີ່​ໝັ້ນ​ໜຽວ​ແບບ​ພິ​ເສດ​ໄດ້. ດັ່ງ​ນັ້ນ, ການ​ເຊື່ອມ​ຕໍ່ ແລະ ການ​ຜູກ​ມັດ​ວັດ​ຖຸ​ທຳ​ມະ​ດາ​ເຂົ້າ​ກັນ ສາ​ມາດ​ຜະ​ລິດ​ເປັນເຄື່ອງ​ມື​ທີ່​ຍອດ​ຍ້ຽມ​ໄດ້.

ຮູບ​ພາບ
ເສັ້ນ​ດ້າຍ​ທີ່​ຖືກກ້ຽວ​ພັນ​ເຂົ້າ​ກັນ​ເປັນເສັ້ນ​ເຊືອກ

ດັ່ງ​ທີ່​ເຊືອກ​ໄດ້​ຮັບ​ພະ​ລັງ​ຂອງ​ມັນ​ຈາກ​ເສັ້ນ​ດ້າຍ​ຫລາຍໆ​ເສັ້ນ​ທີ່​ກ້ຽວ​ພັນ​ເຂົ້າ​ກັນ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ກໍ​ໃຫ້​ມຸມມອງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ເຖິງ​ຄວາມ​ຈິງ ແລະ ໃຫ້​ພອນ​ທີ່​ດີ​ເລີດ​ທີ່​ສຸດ ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ແນະ​ນຳ​ຂອງ​ໂປ​ໂລ ທີ່​ຈະ “ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ເຂົ້າ​ກັນ ທັງ​ມີ​ຢູ່​ໃນ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ​ໄວ້​ໃນ​ພຣະ​ຄຣິດ.”1 ສິ່ງ​ທີ່​ສຳ​ຄັນ​ກໍ​ຄື, ການ​ຮວບ​ຮວມ​ຄວາມ​ຈິງ​ທີ່​ສຳ​ຄັນ​ນີ້ ແມ່ນ​ສຸມ​ໃສ່ ແລະ ເຈາະ​ຈົງ​ໃສ່ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ເພາະ​ພຣະ​ອົງ “ເປັນ​ທາງນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ.”2

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ໃຫ້​ຄວາມ​ຮູ້​ແກ່​ເຮົາ​ແຕ່​ລະ​ຄົນ ຂະ​ນະ​ທີ່​ເຮົາ​ພິ​ຈາ​ລະ​ນາຫລັກ​ທຳ​ແຫ່ງ ການ​ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້​ໃນ​ພຣະ​ຄຣິດ ວ່າ​ມັນ​ກ່ຽວ​ຂ້ອງ​ກັບ​ເຮົາ​ແນວ​ໃດ ເພື່ອ​ຈະ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ.

ວັນ​ເວ​ລາ​ແຫ່ງ​ການ​ເປີດ​ເຜີຍ

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ແຫ່ງ​ການ​ເປີດ​ເຜີຍ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ. ການ​ປະ​ກາດໃນ​ມື້ນີ້ ເຖິງ​ການ​ດັດ​ແປງ​ແຫ່ງ​ປະ​ຫວັດ​ສາດ ມີ​ພຽງ​ຄວາມ​ມຸ້ງ​ໝາຍ​ດຽວ​ທີ່​ກວມ​ທັງ​ໝົດ: ຄື​ການ​ເສີມ​ສັດ​ທາ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ແຜນ​ຂອງ​ພຣະ​ອົງ ແລະ ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ຕາ​ຕະ​ລາງ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ ບໍ່​ແມ່ນ​ຖືກ​ຕັດ​ໃຫ້​ສັ້ນ​ລົງ​ຊື່ໆ. ແຕ່​ບັດ​ນີ້ ພວກເຮົາ​​ໄດ້ເພີ່ມ​ໂອ​ກາດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ ໃຫ້​ແກ່​ບຸກ​ຄົນ ແລະ ຄອບ​ຄົວ ເພື່ອ​ໃຊ້​ເວ​ລາ​ໃນ​ການ​ສົ່ງ​ເສີມ​ວັນ​ຊະ​ບາ​ໂຕ ໃຫ້​ມີ​ຄວາມ​ສຸກ ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ.

ເດືອນ​ເມ​ສາ​ຜ່ານ​ມານີ້, ການ​ຈັດ​ຕັ້ງ​ໃນ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ ບໍ່​ແມ່ນ​ພຽງ​ແຕ່​ເປັນ​ການ​ປ່ຽນ​ແປງ​ເທົ່າ​ນັ້ນ. ແຕ່​ການ​ເນັ້ນ​ໜັກ ແລະ ພະ​ລັງ​ໄດ້​ຖືກມອບ​ໃຫ້ ໃນ​ວິ​ທີ​ທີ່​ສູງກວ່າ ແລະ ສັກ​ສິດກວ່າ ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງເຮົາ.

ຄື​ກັນ​ກັບ​ເສັ້ນ​ດ້າຍ​ທີ່​ຖືກ​ຖັກເປຍ​ເຂົ້າ​ກັນ​ເປັນ​ເຊືອກ ໄດ້ກາຍ​ເປັນ​ເຄື່ອງ​ມື​ທີ່​ມີ​ພະ​ລັງ ແລະ ທົນ​ທານ, ການ​ກະ​ທຳ​ທັງ​ໝົດ​ທີ່​ກ່ຽວ​ພັນ​ກັນ​ນີ້ ກໍ​ເປັນ​ພາກ​ສ່ວນ​ຂອງຄວາມ​ພະ​ຍາ​ຍາມ​ອັນ​ເປັນ​ໜຶ່ງ ເພື່ອຈັດ​ຄວາມ​ເອົາ​ໃຈ​ໃສ່, ແຫລ່ງ​ຊ່ວຍ​ເຫລືອ, ແລະ ວຽກ​ງານຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຖືກ​ຟື້ນ​ຟູ ພ້ອມ​ດ້ວຍ​ພາ​ລະ​ກິດ​ຕົ້ນ​ຕໍ ໃຫ້​ດີກວ່າ​ເກົ່າ: ທີ່​ຈະ​ຊ່ວຍ​ເຫລືອ​ພຣະ​ເຈົ້າ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ ເພື່ອ​ນຳ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ມາ​ສູ່ລູກໆ​ຂອງ​ພຣະ​ອົງ. ກະ​ລຸ​ນາ​ຢ່າ​ເອົາ​ໃຈ​ໃສ່​ພຽງ​ແຕ່ຄິດ​ຫາ​ທາງ​ເພື່ອ​ລົງ​ມື​ປະ​ຕິ​ບັດ​ເທົ່າ​ນັ້ນ ຕາມ​ທີ່​ໄດ້​ປະ​ກາດ. ເຮົາ​ບໍ່​ຄວນ​ປ່ອຍ​ໃຫ້​ປີກ​ຍ່ອຍ​ເລື່ອງ​ການ​ປະ​ຕິ​ບັດ ມາ​ປິດ​ບັງ​ເຫດ​ຜົນ​ທາງວິນ​ຍານ ທີ່​ຕ້ອງ​ມີ​ການ​ປ່ຽນ​ແປງ​ດັ່ງ​ກ່າວ.

ຄວາມ​ປາດ​ຖະ​ໜາ​ຂອງ​ພວກເຮົາ ແມ່ນ​ເພື່ອ​ໃຫ້​ສັດ​ທາ​ໃນ​ແຜນ​ຂອງ​ພຣະ​ບິ​ດາ ແລະ ພາ​ລະ​ກິດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ມີ​ເພີ່ມ​ຫລາຍ​ຂຶ້ນ​ຢູ່​ໃນ​ໂລກ ແລະ ວ່າ​ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ພຣະ​ເຈົ້າ ຈະ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ.3 ຈຸດ​ປະ​ສົງ​ຢ່າງ​ດຽວ​ຂອງພວກ​ເຮົາ ແມ່ນ​ເພື່ອ​ຊ່ວຍ​ໃຫ້​ມີ​ການ​ສືບ​ຕໍ່ເຫລື້ອມ​ໃສໃນ​ພຣະ​ຜູ້​ເປັນ​ເຈົ້າ​ງ່າຍ​ຂຶ້ນ ແລະ ເພື່ອ​ຈະ​ໄດ້​ຮັກ ແລະ ຮັບ​ໃຊ້​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ ຢ່າງ​ມີ​ປະ​ສິດ​ທິ​ພາບ​ແທ້ໆ.

ການ​ແບ່ງ ແລະ ການ​ແຍກ

ບາງ​ເທື່ອ ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ເຮົາ​ໄດ້​ແບ່ງ, ໄດ້​ແຍກ, ແລະ ນຳ​ໃຊ້​ພຣະ​ກິດ​ຕິ​ຄຸນ​ໃນ​ຊີ​ວິດ​ຂອງ​ເຮົາ ໂດຍ​ການ​ສ້າງ​ລາຍ​ການຫົວ​ຂໍ້​ແຕ່​ລະ​ຢ່າງ ເພື່ອ​ສຶກ​ສາ ແລະ ລາຍ​ການ​ທີ່​ຈະ​ເຮັດ ຢ່າງຍືດ​ຍາວ. ແຕ່​ການ​ເຂົ້າ​ຫາ​ແບບນັ້ນ ອາດ​ຈຳ​ກັດ​ຄວາມ​ເຂົ້າ​ໃຈ ແລະ ວິ​ໄສ​ທັດ​ຂອງ​ເຮົາ​ໄດ້. ເຮົາ​ຕ້ອງ​ລະ​ມັດ​ລະ​ວັງ ເພາະ​ການ​ເອົາ​ໃຈ​ໃສ່​ພຽງ​ແຕ່​ເພື່ອ​ເຮັດ​ຕາມ​ລາຍ​ການ​ເທົ່າ​ນັ້ນ ສາ​ມາດ​ປ່ຽນ​ທິດ​ທາງ​ເຮົາ ຈາກ​ການ​ເຂົ້າ​ໃກ້​ຊິດ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້.

ຄວາ​ມຸ້ງ​ໝາຍ ແລະ ການ​ເຮັດ​ໃຫ້​ສະ​ອາດ, ຄວາມ​ຜາ​ສຸກ ແລະ ຄວາມ​ຊື່ນ​ຊົມ, ແລະ ການ​ສືບ​ຕໍ່ເຫລື້ອມ​ໃສ ແລະ ການ​ປົກ​ປ້ອງ​ທີ່​ມາ​ຈາກ “ການຍອມ​ຖວາຍ​ໃຈ [ຂອງ​ເຮົາ] ແດ່​ພຣະ​ເຈົ້າ”4 ແລະ “[ໄດ້​ຮັບ] ເງົາ​ຂອງ​ພຣະ​ອົງ​ໄວ້​ໃນໃບ​ໜ້າ [ຂອງ​ເຮົາ]”5 ບໍ່​ສາ​ມາດ​ໄດ້​ຮັບ​ພຽງ​ແຕ່​ໂດຍ​ການ​ກະ​ທຳ ແລະ ເຮັດສິ່ງ​ທີ່​ເປັນ​ທາງວິນ​ຍານ​ທັງ​ໝົດ ທີ່​ເຮົາ​ຄວນ​ເຮັດ​ເທົ່າ​ນັ້ນ. ແຕ່​ພະ​ລັງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ປ່ຽນ​ແປງ ແລະ ເປັນ​ພອນ​ແກ່​ເຮົາ ຈະ​ມາ​ຈາກ​ການ​ຫລິງ​ເຫັນ ແລະ ການ​ນຳ​ໃຊ້​ຄຳ​ສອນ, ຫລັກ​ທຳ, ແລະ ການປະ​ຕິ​ບັດ​ທີ່​ກ່ຽວ​ພັນ​ກັນ​ເຫລົ່າ​ນັ້ນ. ພຽງ​ແຕ່​ເມື່ອເຮົາ ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້​ໃນ​ພຣະ​ຄຣິດ, ເທົ່າ​ນັ້ນ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ແທ້ໆ​ໃນ​ພຣະ​ອົງ, ຄວາມ​ຈິງ​ຂອງພຣະ​ກິດ​ຕິ​ຄຸນ​ຈຶ່ງ​ຈະ​ປະ​ສານ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ກາຍ​ເປັນ6 ແລະ ອົດ​ທົນ​ຢ່າງ​ກ້າ​ຫານ ຈົນ​ເຖິງ​ທີ່​ສຸດ.7

ການ​ຮຽນ​ຮູ້ ແລະ ການ​ເຊື່ອມ​ຕໍ່​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ຜ້າ​ຜືນ​ງາມ​ແຫ່ງ​ຄວາມ​ຈິງ ທີ່ “ເຊື່ອມ​ສະ​ໜິດ”8 ແລະ ຕ່ຳເຂົ້າ​ກັນ. ເມື່ອ​ເຮົາ​ຮຽນ​ຮູ້ ແລະ ເຊື່ອມ​ຕໍ່​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ຖືກ​ເປີດ​ເຜີຍ​ເຂົ້າ​ກັນ, ເຮົາ​ຈະ​ໄດ້​ຮັບ​ພອນ ທີ່​ຈະ​ເຫັນ​ມຸມ​ມອງ​ທີ່​ມີ​ຄ່າ ແລະ ເພີ່ມ​ຄວາມ​ສາ​ມາດ​ທາງ​ວິນ​ຍານ ຜ່ານ​ທາງ​ຕາ​ທີ່​ສາ​ມາດ​ຫລຽວ​ເຫັນ​ອິດ​ທິ​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຊີ​ວິດ​ຂອງ​ເຮົາ ແລະ ຜ່ານ​ທາງ​ຫູ​ທີ່​ສາ​ມາດ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ.9 ແລະ ຫລັກ​ທຳ​ຂອງ​ການ ຮວບ​ຮວມ​ສິ່ງ​ສາ​ລະ​ພັດ—ແມ່ນ​ແຕ່​ໄວ້​ໃນ​ພຣະ​ອົງ—ສາ​ມາດ​ຊ່ວຍ​ເຮົາ ໃນ​ການ​ປ່ຽນ​ລາຍ​ການ​ແບບ​ທີ່​ເຄີຍ​ເຮັດ​ມາ ໃຫ້​ກາຍ​ເປັນ​ລາຍ​ການ​ທີ່​ເປັນ​ໜຶ່ງ, ປະ​ສົມ​ປະ​ສານ, ແລະ ພຽງ​ອັນດຽວ​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ຂໍ​ອ້າງ​ເຖິງ​ຄຳ​ສອນ ແລະ ຕົວ​ຢ່າງ​ຂອງສາດ​ສະ​ໜາ​ຈັກ ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ແນະ​ນຳ​ຢູ່ນີ້.

ຕົວ​ຢ່າງທີ 1. ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສີ່ ເປັນ​ການ​ສະ​ແດງ​ຢ່າງ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ຂອງ​ການ​ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້​ໃນ​ພຣະ​ຄຣິດ ທີ່​ວ່າ: “ພວກ​ເຮົາ​ເຊື່ອ​ວ່າ ຫລັກ​ທຳ ແລະ ພິ​ທີ​ການ​ເບື້ອງ​ຕົ້ນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຄື: ໜຶ່ງ ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ; ສອງ ການ​ກັບ​ໃຈ; ສາມ ບັບ​ຕິ​ສະ​ມາ​ໂດຍ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ ເພື່ອ​ການ​ປົດ​ບາບ; ສີ່ ການ​ວາງ​ມື ເພື່ອ​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”10

ຮູບ​ພາບ
ສັດ​ທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ

ສັດ​ທາ​ທີ່​ແທ້​ຈິງ ແມ່ນ​ການ​ເອົາ​ໃຈ​ໃສ່​ໃນ ແລະ ຕໍ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ—ໃນ​ພຣະ​ອົງ ໃນ​ຖາ​ນະ​ທີ່​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ ແລະ ສູງ​ສົ່ງ ຂອງ​ພຣະ​ບິ​ດາ ແລະ ຕໍ່​ພຣະ​ອົງ ແລະ ພາ​ລະ​ກິດ​ແຫ່ງ​ການ​ໄຖ່ ທີ່​ພຣະ​ອົງ​ໄດ້ບັນ​ລຸ​ຄວາມ​ສຳ​ເລັດ. “ເພາະວ່າ​ພຣະ​ອົງ​ໄດ້​ຕອບ​ທີ່​ສຸດ​ຂອງ​ກົດ​ແລ້ວ, ແລະ ພຣະ​ອົງ​ຂໍ​ຮັບ​ເອົາ​ຄົນ​ທັງ​ປວງ​ທີ່​ມີ​ສັດທາ​ໃນ​ພຣະ​ອົງ; ແລະ ຄົນ​ທີ່​ມີ​ສັດທາ​ໃນ​ພຣະ​ອົງ​ຈະ​ແນບ​ສະ​ໜິດ​ໃນ​ທຸກ​ສິ່ງ​ທີ່​ດີ; ດັ່ງນັ້ນ ພຣະ​ອົງ​ຈຶ່ງ​ວິງ​ວອນ​ແທນ​ລູກ​ຫລານ​ມະນຸດ.”11 ການ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ ຄື ການ​ໄວ້​ວາງ​ໃຈ ແລະ ການ​ເຊື່ອ​ໝັ້ນ​ໃນ​ພຣະ​ອົງ ວ່າ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ.

ຮູບ​ພາບ
ການກັບໃຈ

ຜົນ​ສະ​ທ້ອນ​ທຳ​ອິດ ແລະ ຕາມ​ທຳ​ມະ​ຊາດ​ຂອງ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຄື​ການ​ກັບ​ໃຈ ແລະ ການ​ຫັນ​ໜີ​ຈາກ​ຄວາມ​ຊົ່ວ​ຮ້າຍ. ເມື່ອ​ເຮົາ​ໃຊ້​ສັດ​ທາ​ໃນ ແລະ ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ຕາມ​ທຳ​ມະ​ດາ​ແລ້ວ​ເຮົາ​ຈະ​ຫັນ​ມາ​ຫາ, ເຂົ້າ​ຫາ, ແລະ ເພິ່ງ​ອາ​ໄສ​ພຣະ​ອົງ. ດັ່ງ​ນັ້ນ, ການ​ກັບ​ໃຈ ຈຶ່ງ​ເປັນ ການ​ໄວ້​ວາງ​ໃຈ ໃນ ແລະ ການ​ເພິ່ງ​ອາ​ໄສ ທີ່ການ​ໄຖ່ ໃຫ້​ເຮັດສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ເຮັດ​ເພື່ອ​ຕົວ​ເອງ. ເຮົາ​ແຕ່​ລະ​ຄົນ​ຕ້ອງ “[ເພິ່ງ​ອາ​ໄສ] ຢ່າງ​ເຕັມ​ທີ່​ໃນ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ອົງ ຜູ້​ຊົງ​ອາ​ນຸ​ພາບ​ເພື່ອ​ຊ່ວຍ​ໃຫ້​ລອດ”12 ເພາະ​ພຽງ​ແຕ່ “ຜ່ານ​ທາງ​ພຣະ​ຄຸນ​ຄວາມ​ດີ, ແລະ ພຣະ​ເມດ​ຕາ, ແລະ ພຣະ​ຄຸນ​ຂອງ​ພຣະ​ເມ​ຊີ​ອາ​ຜູ້​ບໍ​ລິ​ສຸດ”13 ເທົ່າ​ນັ້ນ ທີ່ເຮົາ​ຈະ​ສາ​ມາດ​ຖືກ​ສ້າງ​ຂຶ້ນ​ໃໝ່​ໃນ​ພຣະ​ຄຣິດ14 ແລະ ໃນ​ທີ່​ສຸດ ກັບ​ຄືນ​ໄປ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ການບັບຕິສະມາ

ພິ​ທີ​ການ​ບັບ​ຕິ​ສະ​ມາ ໂດຍ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ ເພື່ອ​ການ​ປົດ​ບາບ ຮຽກ​ຮ້ອງ​ໃຫ້​ເຮົາ ໄວ້​ວາງ​ໃຈ ໃນ​ພຣະ​ອົງ, ເພິ່ງ​ອາ​ໄສ ​ທີ່​ພຣະ​ອົງ, ແລະ ຕິດ​ຕາມ ພຣະ​ອົງ. ນີ​ໄຟ​ໄດ້​ປະ​ກາດ​ວ່າ, “ຂ້າພະ​ເຈົ້າ​ຮູ້​ວ່າ ຖ້າ​ຫາກ​ພວກ​ທ່ານ​ຈະ ຕິດ​ຕາມ​ພຣະ​ບຸດ, ດ້ວຍຄວາມ​ມຸ້ງ​ໝາຍ​ເຕັມ​ທີ່​ແຫ່ງ​ໃຈ, ໂດຍ​ບໍ່​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ ແລະ ບໍ່​ມີ​ການ​ຫລອກ​ລວງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແຕ່​ດ້ວຍເຈດ​ຕະ​ນາ​ອັນ​ແທ້​ຈິງ, ໂດຍ​ການ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ທ່ານ, ໂດຍ​ການ​ເປັນ​ພະຍານ​ຕໍ່​ພຣະ​ບິດາ​ວ່າ ພວກ​ທ່ານ​ເຕັມ​ໃຈ​ຮັບ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ໂດຍ​ການ​ບັບ​ຕິ​ສະ​ມາ—ແທ້​ຈິງ​ແລ້ວ, ໂດຍ ການ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທ່ານ​ ລົງ​ໄປ​ໃນ​ນ້ຳ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ, ຈົ່ງ​ເບິ່ງ, ​ເມື່ອ​ນັ້ນ​ທ່ານ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ເມື່ອນັ້ນ​ການ​ບັບ​ຕິ​ສະ​ມາ​ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ມາ​ເຖິງ.”15

ຮູບ​ພາບ
ການຢືນຢັນ

ພິ​ທີ​ການ​ວາງ​ມື​ສຳ​ລັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຮຽກ​ຮ້ອງ​ເຮົາ​ໃຫ້ ໄວ້​ວາງ​ໃຈ ໃນ​ພຣະ​ອົງ ເພິ່ງ​ອາ​ໄສ ທີ່​ພຣະ​ອົງ, ຕິດ​ຕາມ ພຣະ​ອົງ, ແລະ ດຳ​ເນີນ​ໄປ​ໜ້າ ໃນ​ພຣະ​ອົງ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ອົງ. ດັ່ງ​ທີ່​ນີ​ໄຟ​ໄດ້​ປະ​ກາດ​ວ່າ, “ແລະ ບັດ​ນີ້, ພີ່ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຮູ້​ດ້ວຍ​ສິ່ງ​ນີ້​ວ່າ ນອກ​ຈາກ​ມະນຸດ​ຈະ​ອົດທົນ​ຈົນ​ເຖິງ​ທີ່​ສຸດ​ໃນ​ການ​ທຳ​ຕາມ​ຕົວຢ່າງ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າຜູ້​ຊົງ​ພຣະ​ຊົນ​ຢູ່, ເຂົາ​ຈະ​ລອດ​ບໍ່​ໄດ້.”16

ຮູບ​ພາບ
ການຮວບ​ຮວມ​ສິ່ງ​ສາ​ລະ​ພັດ

ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ຫ້າ ບໍ່​ພຽງ​ແຕ່​ຊີ້ບອກ​ຫລັກ​ທຳ​ຂັ້ນ​ພື້ນ​ຖານ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ເທົ່າ​ນັ້ນ. ແຕ່​ຂໍ້​ຄວາມ​ທີ່​ດົນ​ໃຈ​ນີ້ ຂອງ​ຄວາມ​ເຊື່ອ ໄດ້​ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້ໃນ​ພຣະ​ຄຣິດ ຄື: ການ​ໄວ້​ວາງ​ໃຈ ໃນ ແລະ ທີ່​ພຣະ​ອົງ, ການ​ເພິ່ງ​ອາ​ໄສ ​ທີ່​ພຣະ​ອົງ, ການ​ຕິດ​ຕາມ ພຣະ​ອົງ, ແລະ ການ​ດຳ​ເນີນ​ໄປ​ໜ້າ ກັບ​ພຣະ​ອົງ—ແມ່ນ​ແຕ່​ໃນ​ພຣະ​ອົງ.

ຕົວ​ຢ່າງທີ 2. ບັດ​ນີ້ ຂ້າ​ພະ​ເຈົ້າ​ຢາກ​ບັນ​ຍາຍ​ເຖິງວິ​ທີ​ທີ່​ໂຄງ​ການ​ ແລະ ການ​ລິ​ເລີ່ມທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ ເປັນ​ການ​ຮວບ​ຮວມ​ສິ່ງສາ​ລະ​ພັດ​ໄວ້ໃນ​ພຣະ​ຄຣິດ. ການ​ສະ​ແດງ​ເພີ່ມ​ເຕີມ​ຫລາຍ​ຢ່າງ ສາ​ມາດ​ຖືກ​ນຳ​ສະ​ເໜີ​ໄດ້, ແຕ່ຂ້າ​ພະ​ເຈົ້າ​ຈະ​ກ່າວ​ພຽງ​ສອງ​ສາມ​ຢ່າງ​ທີ່​ເລືອກ​ມາ​ເທົ່າ​ນັ້ນ.

ຮູບ​ພາບ
ການ​ສ້າງ​ສາ ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊີ​ໂອນ

ໃນ​ປີ 1978, ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ແນະ​ນຳ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃຫ້ເສີມພະ​ລັງ​ໃຫ້​ຊີ​ໂອນ ຕະ​ຫລອດ​ທົ່ວ​ໂລກ. ເພິ່ນ​ໄດ້​ແນະ​ນຳ​ໄພ່​ພົນ​ໃຫ້​ອາ​ໄສ​ຢູ່​ປະ​ເທດ​ຂອງ​ຕົນ ແລະ ສະ​ຖາ​ປະ​ນາ​ສະ​ເຕກ​ທີ່​ເຂັ້ມ​ແຂງ​ຂຶ້ນ ໂດຍ​ການ​ຮວບ​ຮວມ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ ແລະ ສິດ​ສອນ​ເຂົາ​ເຈົ້າ​ເຖິງວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ຍັງ​ໄດ້​ແຈ້ງບອກ​ຕື່ມ​ວ່າ ພຣະ​ວິ​ຫານ​ຫລາຍ​ແຫ່ງ​ຕື່ມ​ອີກ​ຈະ​ຖືກ​ສ້າງ​ຂຶ້ນ ແລະ ພອນ​ທີ່​ສັນ​ຍາ​ໄວ້ສຳ​ລັບ​ໄພ່​ພົນ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ ຢູ່​ໃນ​ໂລກ.17

ຮູບ​ພາບ
ໂບດ​ສາມ​ຊົ່ວ​ໂມງ
ຮູບ​ພາບ
ການປະກາດເລື່ອງຄອບຄົວ

ເມື່ອ​ຈຳ​ນວນ​ຂອງ​ສະ​ເຕກ​ມີ​ຫລາຍຂຶ້ນ, ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຫລາຍ​ສຳ​ລັບ​ບ້ານ​ເຮືອນ​ຂອງ​ສະ​ມາ​ຊິກ ທີ່ຈະ “ກາຍ​ເປັນ [ບ່ອນ] ທີ່​ສະ​ມາ​ຊິກ​ຄອບ​ຄົວ [ມັກ] ອາ​ໄສ​ຢູ່, ບ່ອນ​ທີ່​ເຂົາ​ເຈົ້າ [ສາ​ມາດ] ສົ່ງ​ເສີມ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ພົບ​ເຫັນ​ຄວາມ​ຮັກ, ການ​ສະ​ໜັບ​ສະ​ໜູນ, ການ​ຮູ້​ຄຸນ​ຄ່າ, ແລະ ການ​ຊຸກ​ຍູ້ ນຳ​ກັນ.”18 ຜົນ​ທີ່ຕາມ​ມາ​ກໍ​ຄື, ໃນ​ປີ 1980, ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ ຈຶ່ງ​ຖືກ​ລວມ​ເຂົ້າ​ກັນ​ເປັນ​ສາມ​ຊົ່ວ​ໂມງ ເພື່ອ “ເນັ້ນ​ໜັກເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ຕົວ ແລະ ຂອງ​ຄອບ​ຄົວ​ຕື່ມ​ອີກ ສຳ​ລັບ​ການ​ຮຽນ​ຮູ້, ການ​ດຳ​ລົງ​ຊີ​ວິດ, ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ.”19 ການ​ເນັ້ນ​ໜັກ​ນີ້​ເລື່ອງ​ຄອບ​ຄົວ ແລະ ບ້ານ​ເຮືອນ ໄດ້​ຖືກ​ຮັບ​ຮອງ ໃນ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ທີ່ໄດ້​ນຳ​ສະ​ເໜີໂດຍ​ປະ​ທານ​ກໍດອນ ​ບີ ຮິງລີ ໃນ​ປີ 1995.20

ຮູບ​ພາບ
ການສ້າງພຣະວິຫານ

ໃນ​ເດືອນ​ເມສາ ຂອງ​ປີ 1998, ປະ​ທານ​ຮິງ​ລີ ໄດ້​ປະ​ກາດ​ການ​ສ້າງ​ພຣະ​ວິ​ຫານ​ຂະ​ໜາດ​ນ້ອຍ​ຫລາຍ​ແຫ່ງ, ດ້ວຍ​ວິ​ທີນີ້ ຈຶ່ງ​ສາ​ມາດ​ນຳ​ພິ​ທີ​ການ​ທີ່​ສັກ​ສິດໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄປ​ຢູ່​ໃກ້ໄພ່​ພົນ​ຍຸກ​ສຸດ​ທ້າຍ ເປັນ​ສ່ວນ​ບຸກ​ຄົນ ແລະ ເປັນ​ຄອບ​ຄົວ ຕະ​ຫລອດ​ທົ່ວ​ໂລກ.21 ແລະ ໂອ​ກາດ​ທີ່ຈະຍົກ​ລະ​ດັບ​ເຫລົ່າ​ນີ້ ສຳ​ລັບ​ຄວາມ​ເຕີບ​ໂຕ ແລະ ການ​ພັດ​ທະ​ນາທາງວິນ​ຍານ ໄດ້​ຖືກ​ເຮັດ​ໃຫ້​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ ໂດຍ​ການ​ເພິ່ງ​ຕົນ​ເອງ​ທາງ​ໂລກ ຜ່ານ​ທາງ​ການ​ນຳ​ສະ​ເໜີ​ເລື່ອງ​ເງິນ​ທຶນ​ການ​ສຶກ​ສາ​ທີ່​ຕໍ່​ເນື່ອງ ໃນ​ປີ 2001.22

ຮູບ​ພາບ
ການ​ດູ​ແລ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ

ລະ​ຫວ່າງ​ການ​ບໍ​ລິ​ຫານ​ງານ​ຂອງ​ເພິ່ນ, ປະ​ທານ​ທອມ​ມັສ ແອັສ ມອນສັນ ໄດ້​ແນະ​ນຳ​ໄພ່​ພົນ​ຕະ​ຫລອດ​ເວ​ລາ ໃຫ້​ໄປ “ຊ່ວຍ​ກູ້” ແລະ ໄດ້​ເນັ້ນ​ເລື່ອງ​ການ​ດູ​ແລ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ ວ່າ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຈາກ​ສະ​ຫວັນ​ຢ່າງໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ. ໃນ​ການສືບ​ຕໍ່​ເນັ້ນ​ເລື່ອງ​ການ​ຕຽມ​ທາງ​ໂລກ, ການ​ຊ່ວຍ​ເຫລືອ​ໃຫ້​ເພິ່ງ​ຕົນ​ເອງ ໄດ້​ລິ​ເລີ່ມ ໃນ​ປີ 2012.

ຮູບ​ພາບ
ການ​ເຮັດໃຫ້​ວັນ​ຊະ​ບາ​ໂຕ​ເປັນ​ວັນ​ທີ່​ມີ​ຄວາມ​ສຸກ

ເປັນ​ເວ​ລາ​ຫລາຍ​ປີ​ຜ່ານ​ມາ, ຫລັກ​ທຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ ເປັນ​ວັນ​ທີ່​ມີ​ຄວາມ​ສຸກ ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ ໄດ້​ຖືກ​ເນັ້ນ​ໜັກ ແລະ ຖືກສົ່ງ​ເສີມ,23 ຊຶ່ງ​ຕຽມ​ເຮົາ​ສຳ​ລັບ​ການປ່ຽນ​ແປງ​ຕາ​ຕະ​ລາງ ຂອງ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ ທີ່​ຖືກ​ນຳ​ສະ​ເໜີ​ໃນ​ພາກ​ນີ້ ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ.

ຮູບ​ພາບ
ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ສອດ​ຄ່ອງ​ກັບ​ອົງ​ການ​ຊ່ວຍ​ເຫລືອ​ຕ່າງໆ

ແລະ ຫົກ​ເດືອນ​ຜ່ານ​ມານີ້, ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ໄດ້​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ແລະ ຖືກ​ຈັດ​ໃຫ້​ສອດ​ຄ່ອງ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ​ເກົ່າ ກັບອົງ​ການ​ຊ່ວຍ​ເຫລືອ ເພື່ອ​ບັນ​ລຸ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໃນ​ວິ​ທີ​ທີ່​ສູງກວ່າ ແລະ ສັກ​ສິດກວ່າ.

ຮູບ​ພາບ
ວຽກ​ງານ​ທີ່​ເປັນ​ໜຶ່ງ

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຂັ້ນ​ຕອນ ແລະ ເວ​ລາ​ຂອງ​ການ​ກະ​ທຳ​ເຫລົ່າ​ນີ້ ເປັນ​ເວ​ລາ​ຫລາຍທົດ​ສະ​ວັດ ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວຽກ​ງານ​ທີ່​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ແລະ ກວ້າງ​ຂວາງ ແລະ ບໍ່​ພຽງ​ແຕ່​ເປັນ​ການ​ລິ​ເລີ່ມ ດ້ວຍ​ຕົວ​ຄົນ​ດຽວ ແລະ ຕ່າງ​ຫາກ. “ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ແບບ​ແຜນ​ຂອງ​ຄວາມ​ກ້າວ​ໜ້າ​ທາງວິນ​ຍານ ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ ຜ່ານ​ທາງ​ພິ​ທີ​ການ, ຄຳ​ສອນ, ໂຄງ​ການ, ແລະ ກິດ​ຈະ​ກຳ ທີ່​ໃຫ້ ບ້ານ​ເຮືອນ​ເປັນ​ສູນ​ກາງ ແລະ ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ. ອົງ​ການ​ຂອງ​ສາດ​ສະ​ໜາ​ຈັກ ແລະ ໂຄງ​ການ​ຕ່າງໆ ມີ​ຢູ່​ເພື່ອ​ເປັນ​ພອນ​ໃຫ້​ແກ່​ບຸກ​ຄົນ ແລະ ຄອບ​ຄົວ ແລະ ບໍ່​ແມ່ນ​ມີ​ຢູ່​ເພື່ອ​ຕົວ​ເອງ.”24

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ສາ​ມາດ​ຮັບ​ຮູ້​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ວ່າ​ເປັນ​ວຽກງານ​ທົ່ວ​ໂລກ​ທີ່​ຍິ່ງ​ໃຫຍ່ ທີ່​ຈະໃຫ້ບ້ານ​ເຮືອນ​ເປັນ​ສູນ​ກາງ ແລະ ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ​ຫລາຍກວ່າ​ທີ່​ຜ່ານ​ມາ. ຂ້າ​ພະ​ເຈົ້າ​ຮູ້ ແລະ ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເປີດ​ເຜີຍ ແລະ ຈະເປີດ​ເຜີຍ​ເລື່ອງ​ສຳ​ຄັນ ແລະ ຍິ່ງ​ໃຫຍ່​ອີກ​ຫລາຍ​ເລື່ອງກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.25

ຄຳສັນຍາ ແລະ ປະຈັກພະຍານ

ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ ໂດຍ​ອ້າງ​ເຖິງ​ຄວາມ​ເຂັ້ມ​ແຂງ ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ຈາກ​ວັດ​ຖຸ​ທີ່ເປັນ​ເສັ້ນດ້າຍ ຊຶ່ງ​ກ້ຽວ​ພັນ​ເຂົ້າ​ກັນ​ເປັນ​ເຊືອກ. ໃນ​ວິ​ທີ​ທີ່​ຄ້າຍ​ຄື​ກັນ​ນັ້ນ, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ມຸມມອງ, ຄວາມ​ມຸ້ງ​ໝາຍ, ແລະ ພະ​ລັງເພີ່ມ​ເຕີມ ຈະ​ປະ​ກົດ​ຢູ່​ໃນ​ການ​ຮຽນ​ຮູ້ ແລະ ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ເມື່ອ​ເຮົາ​ພະ​ຍາ​ຍາມ​ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້​ຢູ່​ໃນ​ພຣະ​ຄຣິດ—ແມ່ນ​ແຕ່​ຢູ່ໃນ​ພຣະ​ອົງ.

ທຸກ​ໂອ​ກາດ ແລະ ພອນຂອງ​ຜົນ​ທີ່​ຕາມ​ມາ​ຊົ່ວນິ​ລັນ​ດອນ ຊຶ່ງ​ເລີ່ມ​ຕົ້ນ​ໃນ ແລະ ຍືນ​ຍົງ ຜ່ານ​ທາງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ຈະເປັນ​ໄປ​ໄດ້ ແລະ ມີ​ຄວາມ​ມຸ້ງ​ໝາຍ ເພາະ​ການນີ້. ດັ່ງ​ທີ່​ແອວ​ມາ​ໄດ້​ເປັນ​ພະ​ຍານ​ວ່າ: “ບໍ່​ມີ​ທາງ​ອື່ນ ຫລື ວິ​ທີ​ອື່ນ​ໃດ​ທີ່​ມະ​ນຸດ​ຈະ​ລອດ​ໄດ້, ມີ​ແຕ່​ໃນ ແລະ ໂດຍ​ທາງ​ພຣະ​ຄຣິດ​ເທົ່າ​ນັ້ນ. ຈົ່ງ​ເບິ່ງ, ພຣະ​ອົງ​ເປັນ​ຊີ​ວິດ ແລະ ຄວາມ​ສະ​ຫວ່າງ​ຂອງ​ໂລກ.”26

ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ ເຖິງ​ຄວາມ​ຈິງ​ແທ້ ແລະ ແນ່ນອນ​ຂອງ​ພຣະ​ບິ​ດາ​ນິ​ລັນ​ດອນ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ເຮົາ​ພົບ​ຄວາມ​ສຸກ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ແລະ ໃນ​ພຣະ​ອົງ ເຮົາ​ມີ​ຄວາມ​ໝັ້ນ​ໃຈ ທີ່​ຈະ​ມີ ສັນ​ຕິ​ສຸກ​ໃນ​ໂລກນີ້, ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.27 ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.

ພິມ