ໄດ້ຮັບບາດເຈັບ
ໃນການທົດລອງຢູ່ໂລກທີ່ເປັນສິ່ງຫລໍ່ຫລອມນີ້, ໃຫ້ດຳເນີນໄປດ້ວຍຄວາມອົດທົນ, ແລ້ວພະລັງແຫ່ງການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດ ຈະນຳຄວາມສະຫວ່າງ, ຄວາມເຂົ້າໃຈ, ຄວາມສະຫງົບ, ແລະ ຄວາມຫວັງ ມາສູ່ທ່ານ.
ໃນວັນທີ 22 ເດືອນມິນາ, 2016, ກ່ອນແປດ ໂມງເຊົ້າ, ລູກລະເບີດຂອງພວກກໍ່ການຮ້າຍ ໄດ້ລະເບີດຂຶ້ນຢູ່ສອງບ່ອນ ທີ່ສະໜາມບິນ ບຣູໂຊສ໌. ແອວເດີ ຣິເຈີດ ໂນບີ, ແອວເດີ ເມສັນ ແວວສ໌, ແລະ ແອວເດີ ໂຈເຊັບ ເອັມພີ ໄດ້ພາ ຊິດສະເຕີ ແຟນນີ ຄະເລນ ໄປສົ່ງຢູ່ສະໜາມບິນ ເພື່ອຂຶ້ນຍົນໄປສອນສາດສະໜາຢູ່ເມືອງ ຄະລີບແລນ, ລັດໂອໄຮໂອ. ສາມສິບສອງຄົນໄດ້ເສຍຊີວິດໄປ, ແລະ ຜູ້ສອນສາດສະໜາທຸກຄົນ ໄດ້ຮັບບາດເຈັບ.
ຜູ້ທີ່ໄດ້ຮັບບາດເຈັບໜັກທີ່ສຸດແມ່ນ ແອວເດີ ຣິເຈີດ ໂນບີ, ອາຍຸ 66 ປີ, ຮັບໃຊ້ກັບຊິດສະເຕີ ແພມ ໂນບີ ພັນລະຍາຂອງລາວ.
ແອວເດີ ໂນບີ ໄດ້ບອກເຖິງເຫດການນັ້ນວ່າ:
“ທັນທີທີ່ຂ້າພະເຈົ້າຮູ້ວ່າມີຫຍັງເກີດຂຶ້ນ.
“ຂ້າພະເຈົ້າໄດ້ພະຍາຍາມແລ່ນໄປຫາບ່ອນປອດໄພ, ແຕ່ຂ້າພະເຈົ້າລົ້ມລົງ. … ຂ້າພະເຈົ້າເຫັນວ່າ ຂາເບື້ອງຊ້າຍຂອງຕົນຖືກບາດເຈັບໜັກ. ຂ້າພະເຈົ້າ [ໄດ້ເຫັນ] ຂີ້ຄວັນໄຟສີດຳ, ເບິ່ງຄືກັບໃຍແມງມຸມ, ຕິດມືຢູ່ທັງສອງຂ້າງ. ຂ້າພະເຈົ້າໄດ້ຄ່ອຍໆດຶງມັນອອກ, ແຕ່ຮູ້ວ່າມັນບໍ່ແມ່ນຂີ້ຄວັນໄຟ ແຕ່ແມ່ນໜັງຂອງຂ້າພະເຈົ້າ ທີ່ຖືກໄໝ້. ເສື້ອສີຂາວຂອງຂ້າພະເຈົ້າປ່ຽນເປັນສີແດງ ຈາກຫລັງທີ່ຖືກບາດເຈັບ.
“ຂະນະທີ່ຍັງມີສະຕິກ່ຽວກັບສິ່ງທີ່ຫາກໍໄດ້ເກີດຂຶ້ນ, ຂ້າພະເຈົ້າ [ໄດ້] ຄິດຢ່າງໜັກແໜ້ນວ່າ: … ພຣະຜູ້ຊ່ວຍໃຫ້ລອດ ຮູ້ວ່າຂ້າພະເຈົ້າຢູ່ໃສ, ແມ່ນຫຍັງຫາກໍເກີດຂຶ້ນ, ແລະ [ແມ່ນຫຍັງ] ທີ່ຂ້າພະເຈົ້າປະເຊີນຢູ່ໃນເວລານັ້ນ.”1
ຣິເຈີດ ໂນບີ ແລະ ແພມ ພັນລະຍາຂອງລາວ ຕ້ອງໄດ້ປະເຊີນກັບບັນຫາຫຍຸ້ງຍາກຫລາຍ ນັບຈາກມື້ນັ້ນ. ລາວໄດ້ຖືກວາງຢາໃຫ້ຢູ່ໃນອາການໝົດສະຕິ, ຕິດຕາມດ້ວຍການຜ່າຕັດ, ການຕິດເຊື້ອພະຍາດ, ແລະ ການຊ່ຽງຫລາຍຢ່າງ.
ຣິເຈີດ ໂນບີ ໄດ້ລອດຕາຍ, ແຕ່ຊີວິດຂອງລາວ ບໍ່ຄືເກົ່າອີກຕໍ່ໄປ. ສອງປີເຄິ່ງຈາກນັ້ນ, ບາດແຜຂອງລາວກໍຍັງບໍ່ຫາຍດີ; ຂາທັງສອງເບື້ອງຂອງລາວ ໄດ້ຖືກທຽມດ້ວຍແທ່ງເຫລັກ; ແຕ່ລະບາດກ້າວ ແມ່ນລຳບາກຫລາຍ ກ່ອນເວລາທີ່ລາວໄດ້ໄປສະໜາມບິນ ບຣູໂຊ.
ເປັນຫຍັງສິ່ງນີ້ຈຶ່ງເກີດກັບ ຣິເຈີດ ແລະ ແພມ ໂນບີ?2 ເຂົາເຈົ້າໄດ້ຊື່ສັດຕໍ່ພັນທະສັນຍາ, ໄດ້ຮັບໃຊ້ເຜີຍແຜ່ມາກ່ອນ ຢູ່ ໄອໂວຣີ ໂຄສ໌ ແລະ ກໍໄດ້ລ້ຽງດູຄອບຄົວທີ່ດີ. ບາງຄົນອາດເວົ້າວ່າ, “ບໍ່ຍຸຕິທຳເລີຍ! ບໍ່ຖືກຕ້ອງເລີຍ! ເຂົາເຈົ້າໄດ້ອຸທິດຊີວິດເພື່ອພຣະກິດຕິຄຸນຂອງພຣະເຢຊູຄຣິດ, ສິ່ງນີ້ເກີດຂຶ້ນໄດ້ແນວໃດ?”
ນີ້ຄືຄວາມເປັນມະຕະ
ເຖິງແມ່ນຂໍ້ປີກຍ່ອຍຈະແຕກຕ່າງກັນ, ເລື່ອງເສົ້າສະຫລົດໃຈ, ການທົດສອບ ແລະ ການທົດລອງທີ່ບໍ່ຄາດລ່ວງໜ້າ, ທັງທາງຮ່າງກາຍ ແລະ ທາງວິນຍານ, ຈະມາສູ່ເຮົາແຕ່ລະຄົນ ເພາະນີ້ຄືຄວາມເປັນມະຕະ.
ດັ່ງທີ່ຂ້າພະເຈົ້າໄດ້ຄິດມື້ເຊົ້ານີ້ ກ່ຽວກັບຜູ້ປາໄສ ພຽງແຕ່ສຳລັບພາກນີ້, ຂ້າພະເຈົ້າສຳນຶກໄດ້ວ່າ ສອງທ່ານໄດ້ສູນເສຍລູກ ແລະ ສາມທ່ານໄດ້ສູນເສຍຫລານ ຜູ້ໄດ້ກັບຄືນໄປບ້ານແຫ່ງສະຫວັນແລ້ວ ຢ່າງບໍ່ຄາດຄິດ. ບໍ່ມີໃຜຖືກຍົກເວັ້ນຈາກຄວາມເຈັບປ່ວຍ ແລະ ຄວາມໂສກເສົ້າ, ແລະ ດັ່ງທີ່ໄດ້ກ່າວຜ່ານມາ, ໃນອາທິດນີ້ເອງ, ທູດສະຫວັນອົງໜຶ່ງຢູ່ໃນໂລກ ທີ່ພວກເຮົາຮັກ, ຊິດສະເຕີ ບາບາຣາ ບາເລີດ, ກໍໄດ້ກ້າວຜ່ານໄປຫາຟາກມ່ານເບື້ອງນັ້ນແລ້ວ ຢ່າງເບົາໆ. ປະທານບາເລີດເອີຍ, ພວກເຮົາຈະບໍ່ມີວັນລືມປະຈັກພະຍານຂອງທ່ານ ໃນເຊົ້າມື້ນີ້.
ເຮົາສະແຫວງຫາຄວາມສຸກ. ເຮົາຢາກມີຄວາມສະຫງົບ. ເຮົາຫວັງທີ່ຈະມີຄວາມຮັກ. ແລະ ພຣະຜູ້ເປັນເຈົ້າ ກໍໄດ້ປະທານພອນໃຫ້ເຮົາ ຢ່າງຫລວງຫລາຍ ຈົນໜ້າອັດສະຈັນໃຈ. ແຕ່ປະປົນໄປກັບຄວາມຊື່ນຊົມ ແລະ ຄວາມສຸກ, ສິ່ງໜຶ່ງທີ່ແນ່ນອນ: ຈະມີເວລາ, ຊົ່ວໂມງ, ວັນ, ແລະ ບາງເທື່ອ ຫລາຍປີ ຕອນທີ່ຈິດວິນຍານຂອງທ່ານ ຈະເຈັບປວດ.
ພຣະຄຳພີສອນເຮົາວ່າ ເຮົາຈະໄດ້ຊີມທັງລົດຂົມ ແລະ ລົດຫວານ3 ແລະ ວ່າມັນຈະ “ມີການກົງກັນຂ້າມໃນທຸກຢ່າງ.”4 ພຣະເຢຊູໄດ້ກ່າວວ່າ, “[ພຣະບິດາຂອງທ່ານ] ບັນດານໃຫ້ແສງຕາເວັນຂອງພຣະອົງ ສ່ອງໃສ່ທັງຄົນຊົ່ວ ແລະ ຄົນດີເໝືອນກັນ, ແລະ ໃຫ້ຝົນຕົກໃສ່ທັງຄົນທີ່ຊອບທຳ ແລະ ບໍ່ຊອບທຳ.”5
ບາດແຜຂອງຈິດວິນຍານ ບໍ່ແຕກຕ່າງເລີຍ ໃນຄົນລ້ຳລວຍ ຫລື ຄົນຍາກຈົນ, ໃນວັດທະນະທຳ, ປະຊາຊາດ, ຫລື ຄົນລຸ້ນໃດ. ມັນຈະມາຫາທຸກຄົນ ແລະ ມັນເປັນພາກສ່ວນຂອງການຮຽນຮູ້ ທີ່ເຮົາໄດ້ຮັບຈາກປະສົບການໃນຊ່ວງມະຕະ.
ຄົນຊອບທຳກໍບໍ່ຖືກຍົກເວັ້ນ
ຂ່າວສານຂອງຂ້າພະເຈົ້າໃນມື້ນີ້ແມ່ນເຈາະຈົງໃສ່ຜູ້ທີ່ຮັກສາພຣະບັນຍັດຂອງພຣະເຈົ້າ, ຜູ້ໄດ້ຮັກສາຄຳສັນຍາຕໍ່ພຣະເຈົ້າ, ແລະ ເຊັ່ນດຽວກັບ ຄູ່ສາມີພັນລະຍາໂນບີ ແລະ ຊາຍ, ຍິງ, ແລະ ເດັກນ້ອຍຫລາຍຄົນ ຕະຫລອດທົ່ວໂລກ, ເຄີຍປະເຊີນກັບການທົດລອງ ແລະ ການທ້າທາຍ ທີ່ບໍ່ຄາດຄິດ ແລະ ຄວາມເຈັບປວດມາແລ້ວ.
ບາດແຜຂອງເຮົາອາດເກີດຈາກໄພທຳມະຊາດ ຫລື ອຸປະຕິເຫດທີ່ເປັນໂຊກຮ້າຍ. ມັນອາດເກີດຈາກສາມີ ຫລື ພັນລະຍາ ທີ່ບໍ່ຊື່ສັດ, ທີ່ເຮັດໃຫ້ຊີວິດຂອງລູກເມຍໂສກເສົ້າ. ບາດແຜອາດເກີດຈາກຄວາມມືດມົວ ແລະ ຄວາມໂສກເສົ້າ ຈາກຄວາມປ່ວຍໂຊທີ່ບໍ່ຄາດຄິດ, ຈາກຄວາມທຸກທໍລະມານ ຫລື ການຕາຍກ່ອນຄວນຂອງຄົນທີ່ເຮົາຮັກ, ຈາກຄວາມໂສກເສົ້າເພາະຄົນໃນຄອບຄົວທີ່ບໍ່ມີສັດທາ, ຈາກຄວາມເປົ່າປ່ຽວ ທີ່ສະພາບການບໍ່ໄດ້ນຳຄູ່ຊີວິດມາໃຫ້, ຫລື ຈາກຄວາມເຈັບປວດໃຈຫລາຍຮ້ອຍຢ່າງອື່ນອີກ “[ຄວາມໂສກເສົ້າ] ທີ່ຕາບໍ່ສາມາດຫລຽວເຫັນ.”6
ເຮົາແຕ່ລະຄົນເຂົ້າໃຈວ່າ ຄວາມຫຍຸ້ງຍາກເປັນພາກສ່ວນໜຶ່ງຂອງຊີວິດ, ແຕ່ເມື່ອມັນມາເຖິງເຮົາ, ເຮົາອາດຕົກຕະລຶງ. ໂດຍທີ່ເຮົາບໍ່ຮູ້ລ່ວງໜ້າ, ເຮົາຕ້ອງຕຽມພ້ອມ. ອັກຄະສາວົກເປໂຕ ໄດ້ກ່າວວ່າ, “ຢ່າປະຫລາດໃຈທີ່ພວກເຈົ້າໄດ້ຮັບຄວາມທຸກຮ້ອນຢ່າງແສນສາຫັດເປັນການລອງໃຈ ເໝືອນກັບວ່າເປັນເຫດອັນແປກປະຫລາດເກີດຂຶ້ນກັບພວກເຈົ້າ.”7 ພ້ອມດ້ວຍຄວາມສຸກ ແລະ ຄວາມຊື່ນຊົມ, ການທົດລອງ ແລະ ຄວາມເສົ້າສະຫລົດໃຈ ຈະເກີດຂຶ້ນ ຊຶ່ງມັນເປັນພາກສ່ວນໜຶ່ງໃນແຜນຂອງພຣະບິດາ. ການດີ້ນລົນເຫລົ່ານີ້, ເຖິງແມ່ນຈະຫຍຸ້ງຍາກ, ສ່ວນຫລາຍຈະກາຍເປັນບົດຮຽນທີ່ຍິ່ງໃຫຍ່ທີ່ສຸດ.8
ເມື່ອເລົ່າເຖິງສິ່ງມະຫັດສະຈັນທີ່ເກີດກັບພວກນັກຮົບໜຸ່ມ 2,060 ຄົນ, ເຮົາມັກຈະອ້າງເຖິງຂໍ້ພຣະຄຳພີນີ້: “ດ້ວຍພຣະກະລຸນາທິຄຸນຂອງພຣະເຈົ້າ, ແລະ ຕໍ່ຄວາມແປກປະຫລາດໃຈຫລາຍທີ່ສຸດແກ່ພວກເຮົາ, ແລະ ດ້ວຍຄວາມປິຕິຍິນດີຫລາຍແກ່ກອງທັບທັງໝົດຂອງພວກເຮົາ, ເພາະວ່າບໍ່ມີຜູ້ໃດເລີຍໃນພວກເຮົາທີ່ຖືກຂ້າ.”
ມີກ່າວຕໍ່ໄປວ່າ: “ແລະ ບໍ່ມີເທົ່າໃດຄົນໃນບັນດາພວກເຮົາທີ່ໄດ້ຮັບບາດເຈັບຫລາຍບ່ອນ.”9 ແຕ່ລະຄົນໃນຈຳນວນ 2,060 ຄົນ ໄດ້ຮັບບາດເຈັບຫລາຍບ່ອນ, ແລະ ເຮົາແຕ່ລະຄົນຈະໄດ້ຮັບບາດເຈັບ ໃນການຕໍ່ສູ້ກັບຊີວິດ, ບໍ່ວ່າຈະເປັນທາງຮ່າງກາຍ, ທາງວິນຍານ, ຫລື ທັງສອງ.
ພຣະເຢຊູແມ່ນໄທຊາມາເຣຍຜູ້ໃຈດີຂອງເຮົາ
ຢ່າຍອມແພ້—ບໍ່ວ່າບາດແຜໃນຈິດວິນຍານຂອງທ່ານ ຈະເລິກພຽງໃດກໍຕາມ, ບໍ່ວ່າເກີດຈາກຫຍັງ, ເກີດຢູ່ທີ່ໃດ ຫລື ເມື່ອໃດ, ແລະ ເຈັບປວດດົນນານຫລາຍປານໃດກໍຕາມ, ແຕ່ບໍ່ມີເຈດຕະນາທີ່ຈະໃຫ້ທ່ານຕາຍທາງວິນຍານ. ມັນມີເຈດຕະນາໃຫ້ທ່ານມີຊີວິດທາງວິນຍານ ແລະ ເຕີບໂຕ ໃນສັດທາ ແລະ ໄວ້ວາງໃຈໃນພຣະເຈົ້າ.
ພຣະເຈົ້າບໍ່ໄດ້ສ້າງວິນຍານຂອງເຮົາ ເພື່ອໃຫ້ເປັນອິດສະລະຈາກພຣະອົງ. ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ຜ່ານທາງຂອງປະທານທີ່ວັດແທກບໍ່ໄດ້ ຂອງການຊົດໃຊ້ຂອງພຣະອົງ, ບໍ່ພຽງແຕ່ຊ່ວຍເຮົາໃຫ້ລອດຈາກຄວາມຕາຍ ແລະ ເສຍສະລະເພື່ອເຮົາເທົ່ານັ້ນ, ຜ່ານທາງການກັບໃຈ, ໄດ້ອະໄພບາບໃຫ້ເຮົາ, ແຕ່ພຣະອົງຍັງພ້ອມທີ່ຈະຊ່ວຍເຮົາໃຫ້ລອດຈາກຄວາມໂສກເສົ້າ ແລະ ຄວາມເຈັບປວດ ຈາກບາດແຜຂອງເຮົາ.10
ພຣະຜູ້ຊ່ວຍໃຫ້ລອດແມ່ນໄທຊາມາເຣຍຜູ້ໃຈດີຂອງເຮົາ,11 ທີ່ຖືກສົ່ງມາເພື່ອ “ປິ່ນປົວຫົວໃຈທີ່ຊອກຊ້ຳ.”12 ພຣະອົງສະເດັດມາຫາເຮົາ ຕອນທີ່ຄົນອື່ນໄດ້ຍ່າງເວັ້ນເຮົາໄປ. ດ້ວຍຄວາມເມດຕາສົງສານ, ພຣະອົງໄດ້ເອົາຢາທາໃສ່ບາດແຜຂອງເຮົາ ແລະ ເອົາຜ້າພັນບາດໃຫ້. ພຣະອົງໂຈມເຮົາຂຶ້ນ. ພຣະອົງດູແລເຮົາ. ພຣະອົງໄດ້ຮ້ອງບອກເຮົາວ່າ, “ຈົ່ງມາຫາເຮົາ … ແລະ ເຮົາຈະປິ່ນປົວ [ພວກເຈົ້າ].”13
“ແລະ [ພຣະເຢຊູ] ຈະ … [ຮັບເອົາ] ຄວາມເຈັບປວດ ແລະ ຄວາມທຸກທໍລະມານ ແລະ ການລໍ້ລວງ ໃນທຸກຮູບແບບ; … ເພື່ອວ່າ … ພຣະອົງ [ອາດຈະ] ຮັບເອົາຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ຂອງຜູ້ຄົນຂອງພຣະອົງ … [ຮັບເອົາຄວາມອ່ອນແອຂອງເຮົາ], ເຕັມໄປດ້ວຍຄວາມເມດຕາ.”14
ມາເຖີດ, ເຈົ້າຜູ້ເສົ້າສະຫລົດໃຈ, ບໍ່ວ່າໃຈເຈົ້າອ່ອນແຮງຊ່ຳໃດ;
ມາກົ້ມຂາບທີ່ພຣະທີ່ນັ່ງ ທີ່ມີເມດຕາ.
ນຳຫົວໃຈທີ່ເຈັບປວດມາ, ແລ້ວບອກໃຫ້ຮູ້ເຖິງຄວາມເປັນໄປ.
ບໍ່ມີຄວາມໂສກເສົ້າໃດໆ ທີ່ສະຫວັນບໍ່ສາມາດປິ່ນປົວໄດ້.15
ໃນເວລາທີ່ຮັບທຸກທໍລະມານທີ່ສຸດ, ພຣະຜູ້ເປັນເຈົ້າໄດ້ບອກສາດສະດາ ໂຈເຊັບ ສະມິດ ວ່າ, ທັງໝົດຈະເປັນປະສົບການໃຫ້ແກ່ເພິ່ນ, ແລະ ຈະເກີດຂຶ້ນເພື່ອຄວາມດີຂອງເພິ່ນ.16 ບາດແຜທີ່ເຈັບປວດ ສາມາດເປັນສິ່ງທີ່ດີຕໍ່ເຮົາໄດ້ແນວໃດ? ໃນການທົດລອງຢູ່ໂລກທີ່ເປັນສິ່ງຫລໍ່ຫລອມນີ້, ພະລັງແຫ່ງການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດ ຈະນຳຄວາມສະຫວ່າງ, ຄວາມເຂົ້າໃຈ, ຄວາມສະຫງົບ, ແລະ ຄວາມຫວັງ ມາໃຫ້.17
ຢ່າທໍ້ຖອຍໃຈ
ຈົ່ງອະທິຖານດ້ວຍສຸດໃຈຂອງທ່ານ. ຈົ່ງມີສັດທາຫລາຍຂຶ້ນ ໃນພຣະເຢຊູຄຣິດ, ໃນຄວາມເປັນຈິງ, ແລະ ໃນພຣະຄຸນຂອງພຣະອົງ. ຈົ່ງຍຶດພຣະຄຳຂອງພຣະອົງໄວ້ ທີ່ວ່າ: “ພຣະຄຸນຂອງເຮົາກໍມີພໍແລ້ວສຳລັບເຈົ້າ: ດ້ວຍວ່າ ເມື່ອໃດທີ່ເຈົ້າອ່ອນແຮງ ເມື່ອນັ້ນລິດອຳນາດຂອງເຮົາກໍສະແດງອອກຢ່າງລົ້ນເຫລືອ.”18
ຈົ່ງຈື່ຈຳວ່າ, ການກັບໃຈເປັນຫວ້ານຢາທາງວິນຍານທີ່ມີພະລັງທີ່ສຸດ.19 ຈົ່ງຮັກສາພຣະບັນຍັດ ແລະ ມີຄ່າຄວນພໍສຳລັບພຣະຜູ້ປອບໂຍນ, ຈົ່ງຈື່ຈຳວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ສັນຍາວ່າ, “ເຮົາຈະບໍ່ປະຖິ້ມເຈົ້າທັງຫລາຍໄວ້ໃຫ້ເປັນກຳພ້າ: ເຮົາຈະມາຫາພວກເຈົ້າ.”20
ຄວາມສະຫງົບຢູ່ໃນພຣະວິຫານ ເປັນຫວ້ານຢາບັນເທົາ ໃຫ້ແກ່ຈິດວິນຍານທີ່ໄດ້ຮັບບາດເຈັບ. ຈົ່ງກັບໄປບ້ານຂອງພຣະຜູ້ເປັນເຈົ້າເລື້ອຍໆ ພ້ອມກັບຫົວໃຈທີ່ເຈັບປວດຂອງທ່ານ ແລະ ລາຍຊື່ຂອງຄົນໃນຄອບຄົວທ່ານ ເມື່ອເປັນໄປໄດ້. ພຣະວິຫານຊ່ວຍເຮົາໃຫ້ເຂົ້າໃຈກ່ຽວກັບຊ່ວງມະຕະ ໃນພາບທີ່ກວ້າງຂວາງ ແຫ່ງນິລັນດອນ.21
ເມື່ອຫວນຄິດຄືນຫລັງ, ໃຫ້ຈື່ຈຳວ່າ ທ່ານໄດ້ພິສູດການມີຄ່າຄວນຂອງທ່ານແລ້ວ ຢູ່ໃນໂລກກ່ອນເກີດ. ທ່ານເປັນລູກທີ່ກ້າຫານຂອງພຣະເຈົ້າ, ແລະ ດ້ວຍຄວາມຊ່ວຍເຫລືອຂອງພຣະອົງ, ທ່ານຈະສາມາດມີໄຊຊະນະໄດ້ ໃນການຕໍ່ສູ້ ຢູ່ໃນໂລກທີ່ເສື່ອມໂຊມນີ້. ທ່ານໄດ້ເຮັດມາແລ້ວ, ແລະ ທ່ານສາມາດເຮັດໄດ້ອີກ.
ຈົ່ງເບິ່ງໃນອະນາຄົດ. ບັນຫາ ແລະ ຄວາມໂສກເສົ້າຂອງທ່ານ ເປັນເລື່ອງຈິງ, ແຕ່ມັນຈະບໍ່ຍືນຍາວໄປຊົ່ວນິລັນດອນ.22 ຄ່ຳຄືນທີ່ມືດມົວຂອງທ່ານຈະຜ່ານໄປ, ເພາະ “ພຣະບຸດ … [ໄດ້ລຸກຂຶ້ນ] ດ້ວຍອຳນາດແຫ່ງການປິ່ນປົວຂອງພຣະອົງ.”23
ຄູ່ສາມີພັນລະຍາໂນບີ ໄດ້ບອກຂ້າພະເຈົ້າວ່າ, “ເຂົາເຈົ້າຮູ້ສຶກຜິດຫວັງເປັນບາງຄັ້ງ ແຕ່ບໍ່ເຄີຍໃຫ້ມັນຢູ່ນຳດົນນານ.”24 ອັກຄະສາວົກໂປໂລ ໄດ້ກ່າວວ່າ, “ພວກເຮົາມີຄວາມທຸກລຳບາກ … ແຕ່ຍັງບໍ່ເຖິງຂັ້ນຂັດສົນ; ຈົນປັນຍາ, ແຕ່ຍັງບໍ່ໝົດທາງອອກ; ຖືກຂົ່ມເຫັງ, ແຕ່ບໍ່ຖືກປະຖິ້ມ; ຖືກຕີລົ້ມລົງ, ແຕ່ກໍຍັງບໍ່ເຖິງຂັ້ນເສຍຊີວິດ.”25 ທ່ານອາດຮູ້ສຶກອິດເມື່ອຍ, ແຕ່ຢ່າຍອມແພ້.26
ເຖິງແມ່ນມີຄວາມເຈັບປວດ, ທ່ານຈະເອື້ອມອອກໄປຊ່ວຍເຫລືອຄົນອື່ນ, ໄວ້ວາງໃຈໃນຄຳສັນຍາຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ: “ຜູ້ໃດທີ່ຈະເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະໄດ້ພົບຊີວິດນັ້ນ.”27 ຜູ້ມີບາດແຜ ທີ່ຊ່ວຍປິ່ນປົວບາດແຜຂອງຄົນອື່ນ ເປັນທູດຂອງພຣະເຈົ້າ ຢູ່ເທິງໂລກນີ້.
ຈັກໜ່ອຍ, ເຮົາຈະໄດ້ຍິນຈາກສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ຜູ້ມີສັດທາຢ່າງບໍ່ລົດລະ ໃນພຣະເຢຊູຄຣິດ, ຜູ້ມີຄວາມຫວັງ ແລະ ຄວາມສະຫງົບ, ຜູ້ພຣະເຈົ້າຮັກ ແຕ່ກໍຍັງບໍ່ຖືກຍົກເວັ້ນຈາກບາດແຜໃນຈິດວິນຍານ.
ໃນປີ 1995 ນາງເອມະລີ ລູກສາວຂອງເພິ່ນ, ຂະນະທີ່ຖືພາ, ຮູ້ວ່ານາງເປັນໂຣກມະເລັງ. ນາງກໍມີມື້ທີ່ມີຄວາມຫວັງ ແລະ ມີຄວາມສຸກຢູ່ ເມື່ອລູກທີ່ມີສຸຂະພາບແຂງແຮງຂອງນາງໄດ້ເກີດມາ. ແຕ່ໂຣກມະເລັງໄດ້ກັບມາ, ແລະ ນາງເອມະລີ ທີ່ຮັກຂອງພວກເພິ່ນໄດ້ຈາກໄປ, ພຽງແຕ່ສອງອາທິດຫລັງຈາກຄົບຮອບວັນເກີດ 37 ປີ ຂອງນາງ, ຊຶ່ງໄດ້ປະສາມີ ແລະ ລູກນ້ອຍຫ້າຄົນໄວ້ຂ້າງຫລັງ.
ຢູ່ໃນກອງປະຊຸມໃຫຍ່ສາມັນ, ບໍ່ດົນຫລັງຈາກນາງໄດ້ເສຍຊີວິດໄປ, ປະທານແນວສັນ ໄດ້ບອກເຖິງຄວາມໃນໃຈວ່າ: “ນ້ຳຕາທີ່ໂສກເສົ້າຂອງຂ້າພະເຈົ້າ ໄດ້ຫລັ່ງໄຫລອອກມາກັບຄວາມປາດຖະໜາ ຢາກສາມາດເຮັດໃຫ້ໄດ້ຫລາຍກວ່ານັ້ນ ເພື່ອລູກສາວຂອງພວກເຮົາ. … ຖ້າຫາກຂ້າພະເຈົ້າມີພະລັງຂອງການຟື້ນຄືນຊີວິດ, ຂ້າພະເຈົ້າອາດໂຜດນາງໃຫ້ກັບຄືນມາແທ້ໆ. … [ແຕ່] ພຣະເຢຊູຄຣິດມີຂໍກະແຈເຫລົ່ານັ້ນ ແລະ ຈະໃຊ້ມັນກັບນາງເອມະລີ … ແລະ ກັບທຸກຄົນ ໃນເວລາຂອງພຣະຜູ້ເປັນເຈົ້າເອງ.”28
ເດືອນແລ້ວນີ້, ຂະນະທີ່ໄປຢ້ຽມຢາມໄພ່ພົນຢູ່ປະເທດພວດໂຕ ຣິໂກ ແລະ ຈື່ຈຳພະຍຸຮ້າຍ ເມື່ອປີກາຍນີ້, ປະທານແນວສັນ ໄດ້ກ່າວດ້ວຍຄວາມຮັກ ແລະ ຄວາມເຫັນອົກເຫັນໃຈວ່າ:
“[ນີ້] ແມ່ນພາກສ່ວນໜຶ່ງຂອງຊີວິດ. ນີ້ຄືເຫດຜົນທີ່ເຮົາມາຢູ່ນີ້. ເຮົາມາຢູ່ນີ້ ເພື່ອຮັບເອົາຮ່າງກາຍ ແລະ ເພື່ອຮັບເອົາການທົດລອງ ແລະ ການທົດສອບ. ການທົດສອບບາງຢ່າງແມ່ນ ທາງຮ່າງກາຍ; ບາງຢ່າງແມ່ນ ທາງວິນຍານ, ແລະ ການທົດລອງຂອງທ່ານຢູ່ນີ້ແມ່ນທັງ ທາງຮ່າງກາຍ ແລະ ທາງວິນຍານ.”29
“ທ່ານບໍ່ໄດ້ຍອມແພ້. ພວກເຮົາມີຄວາມພູມໃຈກັບຕົວທ່ານ [ຫລາຍແທ້ໆ]. ພວກທ່ານທີ່ເປັນໄພ່ພົນຍຸກສຸດທ້າຍທີ່ຊື່ສັດ ໄດ້ສູນເສຍຫລາຍ, ແຕ່ເຖິງແມ່ນທັງໝົດນີ້, ທ່ານຍັງໄດ້ມີສັດທາໃນອົງພຣະເຢຊູຄຣິດເຈົ້າ.”30
“ໂດຍການຮັກສາພຣະບັນຍັດຂອງພຣະເຈົ້າ, ເຮົາສາມາດພົບຄວາມສຸກ ແມ່ນແຕ່ໃນທ່າມກາງສະຖານະການທີ່ຮ້າຍແຮງທີ່ສຸດຂອງເຮົາ.”31
ນ້ຳຕາທຸກຢົດ ຈະຖືກເຊັດໃຫ້ໝົດໄປ
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ມັນເປັນຄຳສັນຍາຂອງຂ້າພະເຈົ້າ ຕໍ່ທ່ານວ່າ ການມີສັດທາຫລາຍຂຶ້ນໃນອົງພຣະເຢຊູຄຣິດເຈົ້າ ຈະນຳພະລັງ ແລະ ຄວາມຫວັງທີ່ຍິ່ງໃຫຍ່ມາໃຫ້ທ່ານ. ສຳລັບທ່ານ ຜູ້ຊອບທຳ, ໃນເວລາ ແລະ ໃນວິທີທາງຂອງພຣະອົງເອງ, ພຣະຜູ້ປິ່ນປົວຈະປິ່ນປົວບາດແຜທັງໝົດຂອງທ່ານ.32 ບໍ່ມີຄວາມບໍ່ຍຸດຕິທຳໃດ, ການຂົ່ມເຫັງໃດ, ການທົດລອງໃດ, ຄວາມໂສກເສົ້າໃດ, ຄວາມເຈັບປວດໃຈໃດ, ຄວາມທຸກທໍລະມານໃດ, ບາດແຜໃດ—ບໍ່ວ່າຈະເລິກ, ຈະກວ້າງ, ຈະເຈັບປວດຫລາຍປານໃດກໍຕາມ—ຈະບໍ່ຖືກກີດກັນຈາກການໄດ້ຮັບການປອບໂຍນ, ຄວາມສະຫງົບ, ແລະ ຄວາມຫວັງທີ່ຍືນຍົງ ຂອງພຣະອົງໄດ້ ຜູ້ວາແຂນ ພ້ອມດ້ວຍພຣະຫັດທີ່ມີຮອຍແຜ ຕ້ອນຮັບເຮົາເຂົ້າໃນທີ່ປະທັບຂອງພຣະອົງ. ໃນສະໄໝນັ້ນ, ອັກຄະສາວົກໂຢຮັນ ໄດ້ເປັນພະຍານວ່າ ຄົນຊອບທຳ “ທີ່ໄດ້ຜ່ານການຖືກຂົ່ມເຫັງຢ່າງໜັກ”33 ຈະຢືນ “ເປັນແຖວໃນຊຸດຂາວ … ຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ.” ພຣະເມສານ້ອຍຈະ “ປະທັບຢູ່ທ່າມກາງ [ເຮົາ] … ແລະ ພຣະເຈົ້າຈະເຊັດນ້ຳຕາທຸກຢົດຈາກຕາຂອງ [ທ່ານ].”34 ມື້ນັ້ນຈະມາເຖິງ. ຂ້າພະເຈົ້າຂໍເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.