ການກາຍເປັນຜູ້ລ້ຽງ
ຂ້າພະເຈົ້າຫວັງວ່າຜູ້ທີ່ທ່ານປະຕິບັດສາດສະໜາກິດຕໍ່ນັ້ນ ຈະເຫັນວ່າທ່ານເປັນເພື່ອນ ແລະ ຮັບຮູ້ວ່າ ເຂົາເຈົ້າມີຜູ້ສະໜັບສະໜູນ ແລະ ຜູ້ທີ່ໄວ້ເນື້ອເຊື່ອໃຈໄດ້.
ປີແລ້ວນີ້, ເດັກປະຖົມໄວຄົນໜຶ່ງທີ່ຂ້າພະເຈົ້າໄດ້ພົບຢູ່ປະເທດຈີເລ ໄດ້ເຮັດໃຫ້ຂ້າພະເຈົ້າຍິ້ມ. “ສະບາຍດີ,” ລາວໄດ້ເວົ້າ, “ຂ້ານ້ອຍຊື່ເດວິດ. ທ່ານຈະກ່າວກ່ຽວກັບຂ້ານ້ອຍບໍ ຢູ່ທີ່ກອງປະຊຸມໃຫຍ່ສາມັນ?”
ໃນເວລາງຽບໆ, ຂ້າພະເຈົ້າໄດ້ໄຕ່ຕອງການທັກທາຍທີ່ບໍ່ໄດ້ຄາດຫວັງຂອງ ທ້າວເດວິດ. ເຮົາທຸກຄົນກໍຢາກເປັນທີ່ຮູ້ຈັກ. ເຮົາຢາກເປັນຄົນສຳຄັນ, ຖືກຈື່ຈຳ, ແລະ ຮູ້ສຶກວ່າເປັນທີ່ຮັກ.
ເອື້ອຍອ້າຍນ້ອງທັງຫລາຍ, ທ່ານແຕ່ລະຄົນສຳຄັນ. ແມ່ນແຕ່ເມື່ອທ່ານບໍ່ໄດ້ຖືກກ່າວເຖິງໃນກອງປະຊຸມໃຫຍ່ສາມັນ, ແຕ່ພຣະຜູ້ຊ່ວຍໃຫ້ລອດກໍຮູ້ຈັກທ່ານ ແລະ ຮັກທ່ານ. ຖ້າຫາກທ່ານສົງໃສວ່ານັ້ນຈິງຫລືບໍ່, ທ່ານກໍພຽງແຕ່ຄິດເຖິງຄຳທີ່ພຣະອົງໄດ້ກ່າວວ່າ ພຣະອົງໄດ້ “ຈາລຶກ [ທ່ານ] ໄວ້ໃນຝາພຣະຫັດ [ຂອງພຣະອົງ].”1
ການທີ່ຮູ້ວ່າພຣະຜູ້ຊ່ວຍໃຫ້ລອດຮັກເຮົາ, ແລ້ວເຮົາອາດຄິດວ່າເຮົາຈະສາມາດສະແດງຄວາມຮັກ ຂອງເຮົາທີ່ມີແດ່ພຣະອົງໃຫ້ດີທີ່ສຸດໄດ້ແນວໃດ?
ພຣະຜູ້ຊ່ວຍໃຫ້ລອດໄດ້ຖາມເປໂຕວ່າ, “ເຈົ້າຮັກເຮົາບໍ … ?”
ເປໂຕໄດ້ຕອບວ່າ, “ໂດຍພຣະອົງເຈົ້າເອີຍ; ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ. ພຣະອົງໄດ້ກ່າວຕໍ່ເປໂຕວ່າ, ຈົ່ງລ້ຽງແກະໜຸ່ມຂອງເຮົາເດີ.”
ເມື່ອຖືກຖາມຄຳຖາມນີ້ ເປັນເທື່ອທີສອງ ແລະ ທີສາມວ່າ, ເຈົ້າຮັກເຮົາບໍ?” ເປໂຕກໍທຸກໃຈ ແຕ່ໄດ້ຢືນຢັນຄວາມຮັກຂອງເພິ່ນວ່າ: “ຂ້າແດ່ພຣະອົງເຈົ້າ, ພຣະອົງຮູ້ຈັກທຸກໆສິ່ງ; ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ. ພຣະເຢຊູໄດ້ສັ່ງເປໂຕວ່າ, ຈົ່ງລ້ຽງຮັກສາແກະຂອງເຮົາເດີ.”2
ເປໂຕໄດ້ພິສູດຕົນເອງວ່າເປັນຜູ້ຕິດຕາມທີ່ຮັກຂອງພຣະຄຣິດແລ້ວ ບໍ່ແມ່ນບໍ? ຕັ້ງແຕ່ຕອນພົບກັນເທື່ອທຳອິດຢູ່ແຄມທະເລ, ເພິ່ນກໍໄດ້ປະມອງໄວ້ ແລະ ຕິດຕາມໄປກັບພຣະຜູ້ຊ່ວຍໃຫ້ລອດ “ໃນທັນໃດນັ້ນ”.3 ເປໂຕໄດ້ກາຍເປັນຜູ້ຫາຄົນທີ່ແທ້ຈິງ. ເພິ່ນໄດ້ໄປນຳພຣະຜູ້ຊ່ວຍໃຫ້ລອດລະຫວ່າງ ການປະຕິບັດສາດສະໜາກິດສ່ວນຕົວຂອງພຣະອົງ ແລະ ຊ່ວຍສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ແກ່ຄົນອື່ນ.
ແຕ່ບັດນີ້ ພຣະຜູ້ເປັນເຈົ້າທີ່ຟື້ນຄືນພຣະຊົນແລ້ວ ຮູ້ວ່າພຣະອົງຈະບໍ່ໄດ້ຢູ່ຄຽງຂ້າງເປໂຕອີກຕໍ່ໄປ, ສະແດງໃຫ້ເພິ່ນເຫັນວິທີ ແລະ ເວລາທີ່ເພິ່ນຄວນຮັບໃຊ້. ໃນການຈາກໄປຂອງພຣະຜູ້ຊ່ວຍໃຫ້ລອດ, ເປໂຕຈະຕ້ອງສະແຫວງຫາການຊີ້ນຳຈາກພຣະວິນຍານ, ຮັບເອົາການເປີດເຜີຍດ້ວຍຕົວເອງ, ແລະ ແລ້ວມີຄວາມກ້າຫານ ແລະ ມີສັດທາທີ່ຈະລົງມືປະຕິບັດ. ໃນການເອົາໃຈໃສ່ຕໍ່ແກະຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດປະສົງໃຫ້ເປໂຕ ເຮັດສິ່ງທີ່ພຣະອົງຈະເຮັດ ຖ້າຫາກພຣະອົງໄດ້ປະທັບຢູ່ທີ່ນັ້ນ. ພຣະອົງໄດ້ຂໍໃຫ້ເປໂຕກາຍເປັນຜູ້ລ້ຽງ.
ເມື່ອເດືອນເມສາຜ່ານມານີ້, ປະທານຣະໂຊ ເອັມ ແນວສັນ ໄດ້ສະເໜີຄຳເຊື້ອເຊີນທີ່ຄ້າຍຄືກັນນີ້ ໃຫ້ເຮົາລ້ຽງດູແກະຂອງພຣະບິດາຂອງເຮົາ ໃນວິທີທາງທີ່ສັກສິດກວ່າ ແລະ ໃຫ້ເຮັດສິ່ງນີ້ຜ່ານທາງການປະຕິບັດ ສາດສະໜາກິດ.4
ເພື່ອຈະຮັບເອົາຄຳເຊື້ອເຊີນນີ້ຢ່າງມີປະສິດທະພາບ, ເຮົາຕ້ອງພັດທະນາໃຈຂອງຜູ້ລ້ຽງ ແລະ ເຂົ້າໃຈເຖິງຄວາມຕ້ອງການຂອງແກະຂອງພຣະຜູ້ເປັນເຈົ້າ. ສະນັ້ນ ເຮົາຈະກາຍເປັນຜູ້ລ້ຽງທີ່ພຣະຜູ້ເປັນເຈົ້າ ປະສົງໃຫ້ເຮົາກາຍເປັນໄດ້ແນວໃດ?
ດັ່ງຄຳຖາມທັງໝົດ, ເຮົາສາມາດຫວັງເພິ່ງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ—ພຣະຜູ້ລ້ຽງທີ່ດີ. ແກະຂອງພຣະຜູ້ຊ່ວຍໃຫ້ລອດໄດ້ເປັນທີ່ຮູ້ຈັກ ແລະ ຖືກນັບ, ພວກເຂົາໄດ້ຮັບການດູແລ, ແລະ ພວກເຂົາຖືກເຕົ້າໂຮມເຂົ້າໃນຄອກຂອງພຣະເຈົ້າ.
ເປັນທີ່ຮູ້ຈັກ ແລະ ຖືກນັບ
ເມື່ອເຮົາພະຍາຍາມທີ່ຈະເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ, ທຳອິດ ເຮົາຕ້ອງຮູ້ຈັກ ແລະ ນັບຈຳນວນແກະຂອງພຣະອົງ. ເຮົາໄດ້ຖືກມອບໝາຍໃຫ້ດູແລບາງຄົນ ແລະ ບາງຄອບຄົວ ເພື່ອເຮົາຈະແນ່ໃຈໄດ້ວ່າ ຝູງແກະຂອງພຣະຜູ້ເປັນເຈົ້າ ໄດ້ຖືກຮັບຜິດຊອບຕໍ່ ແລະ ບໍ່ມີຄົນໃດຖືກຫລົງລືມ. ເຖິງຢ່າງໃດກໍຕາມ, ການນັບຈຳນວນ, ບໍ່ໄດ້ເປັນເລື່ອງຕົວເລກ; ມັນກ່ຽວກັບການເຮັດໃຫ້ ແຕ່ລະ ຄົນຮູ້ສຶກເຖິງຄວາມຮັກຂອງ ພຣະຜູ້ຊ່ວຍໃຫ້ລອດ ຜ່ານທາງຄົນໃດຄົນໜຶ່ງທີ່ຮັບໃຊ້ ແທນ ພຣະອົງ. ໃນວິທີນັ້ນ, ທຸກຄົນຈະຮັບຮູ້ວ່າ ເຂົາເຈົ້າເປັນທີ່ຮູ້ຈັກໂດຍພຣະບິດາທີ່ຊົງຮັກໃນສະຫວັນ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ພົບຍິງໜຸ່ມຄົນໜຶ່ງ ທີ່ຖືກມອບໝາຍໃຫ້ປະຕິບັດສາດສະໜາກິດຕໍ່ເອື້ອຍນ້ອງຄົນໜຶ່ງ ທີ່ມີອາຍຸເກືອບຫ້າເທົ່າຂອງອາຍຸນາງ. ພ້ອມກັນ, ເຂົາເຈົ້າໄດ້ພົບເຫັນວ່າເຂົາເຈົ້າມັກດົນຕີຄືກັນ. ເມື່ອຍິງໜຸ່ມຄົນນີ້ໄປຢ້ຽມຢາມ, ເຂົາເຈົ້າຈະຮ້ອງເພງນຳກັນ, ແລະ ແບ່ງປັນເພງໂປດໃຫ້ກັນ. ເຂົາເຈົ້າກຳລັງພັດທະນາມິດຕະພາບທີ່ຈະເປັນພອນໃຫ້ແກ່ຊີວິດເຂົາເຈົ້າທັງສອງ.
ຂ້າພະເຈົ້າຫວັງວ່າຜູ້ທີ່ທ່ານປະຕິບັດສາດສະໜາກິດຕໍ່ນັ້ນ ຈະເຫັນວ່າທ່ານເປັນເພື່ອນ ແລະ ຮັບຮູ້ວ່າ, ເຂົາເຈົ້າມີຜູ້ສະໜັບສະໜູນ ແລະ ຜູ້ທີ່ໄວ້ເນື້ອເຊື່ອໃຈໄດ້—ຜູ້ທີ່ຮັບຮູ້ສະຖານະການຂອງເຂົາເຈົ້າ ແລະ ສົ່ງເສີມເຂົາເຈົ້າໃນຄວາມຫວັງ ແລະ ຄວາມປາດຖະໜາຂອງເຂົາເຈົ້າ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຖືກມອບໝາຍໃຫ້ປະຕິບັດສາດສະໜາກິດ ຕໍ່ເອື້ອຍນ້ອງຄົນໜຶ່ງ ທີ່ຄູ່ຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າບໍ່ຮູ້ຈັກດີ. ເມື່ອຂ້າພະເຈົ້າໄດ້ປຶກສາກັບ ນາງແຈສ໌, ຄູ່ປະຕິບັດສາດສະໜາກິດອາຍຸ 16 ປີ ຂອງຂ້າພະເຈົ້າ, ນາງໄດ້ແນະນຳຢ່າງສະຫລາດວ່າ, “ພວກເຮົາຕ້ອງທຳຄວາມຮູ້ຈັກກັບນາງ.”
ພວກເຮົາໄດ້ຕັດສິນໃຈທັນທີວ່າຮູບຕົວເອງ ແລະ ຂໍ້ຄວາມແນະນຳຕົວ ທີ່ສົ່ງໄປທາງມືຖື ຈະເປັນສິ່ງດີ. ຂ້າພະເຈົ້າໄດ້ຈັບໂທລະສັບ, ແລະ ນາງແຈສ໌ ໄດ້ເປັນຜູ້ກົດປຸ່ມຖ່າຍຮູບ. ໂອກາດປະຕິບັດສາດສະໜາກິດເທື່ອທຳອິດຂອງພວກຂ້າພະເຈົ້າ ກໍເປັນຄວາມພະຍາຍາມຂອງທັງຄູ່.
ຕອນໄປຢ້ຽມຢາມເທື່ອທຳອິດ, ພວກຂ້າພະເຈົ້າໄດ້ຖາມເອື້ອຍນ້ອງຄົນນັ້ນວ່າ ມີຫຍັງທີ່ພວກຂ້າພະເຈົ້າສາມາດຮ່ວມເຂົ້າໃນການອະທິຖານເພື່ອນາງບໍ. ນາງໄດ້ບອກເຖິງການທ້າທາຍສ່ວນຕົວທີ່ລະອຽດອ່ອນ ແລະ ໄດ້ເວົ້າວ່ານາງຍິນດີໃຫ້ອະທິຖານເພື່ອນາງ. ຄວາມຈິງໃຈ ແລະ ຄວາມໝັ້ນໃຈຂອງນາງ ໄດ້ນຳຄວາມຜູກພັນແຫ່ງຄວາມຮັກທັນທີມາໃຫ້. ຊ່າງເປັນສິດທິພິເສດທີ່ດີເລີດແທ້ໆ ທີ່ຈະຈື່ຈຳນາງ ໃນຄຳອະທິຖານຂອງຂ້າພະເຈົ້າແຕ່ລະວັນ.
ເມື່ອທ່ານອະທິຖານ, ທ່ານຈະຮູ້ສຶກເຖິງຄວາມຮັກຂອງພຣະເຢຊູຄຣິດ ທີ່ມີໃຫ້ແກ່ຜູ້ຄົນທີ່ທ່ານປະຕິບັດສາດສະໜາກິດຕໍ່. ຂໍໃຫ້ແບ່ງປັນຄວາມຮັກນັ້ນກັບເຂົາເຈົ້າ. ຈະມີວິທີທາງໃດແດ່ ທີ່ຈະລ້ຽງດູແກະຂອງພຣະອົງທີ່ດີໄປກວ່າ ທີ່ຈະຊ່ວຍເຂົາເຈົ້າໃຫ້ຮູ້ສຶກເຖິງຄວາມຮັກຂອງພຣະອົງ—ຜ່ານທາງທ່ານ?
ໄດ້ຮັບການດູແລ
ວິທີທີສອງທີ່ຈະພັດທະນາຈິດໃຈຂອງຜູ້ລ້ຽງດູແມ່ນທີ່ຈະດູແລແກະຂອງພຣະອົງ. ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາສາມາດເຄື່ອນຍ້າຍ, ດັດແປງ, ສ້ອມແຊມ, ແລະ ສ້າງໃໝ່ ບໍ່ວ່າຈະເປັນສິ່ງໃດກໍຕາມ. ເຮົາກໍໄວທີ່ຈະສະໜອງຄວາມຕ້ອງການດ້ວຍມືທີ່ຈະຊ່ວຍເຫລືອ ຫລື ດ້ວຍຈານທີ່ມີເຂົ້າໜົມ. ແຕ່ຍັງມີຫຍັງຫລາຍກວ່ານັ້ນບໍ?
ແກະຂອງເຮົາຮູ້ຢູ່ບໍວ່າ ເຮົາກຳລັງດູແລເຂົາຢູ່ດ້ວຍຄວາມຮັກ ແລະ ວ່າເຮົາຈະລົງມືປະຕິບັດເພື່ອຈະຊ່ວຍເຫລືອ?
ໃນ ມັດທາຍ 25 ເຮົາອ່ານວ່າ:
“ມາເຖີດ, ພວກເຈົ້າຜູ້ທີ່ໄດ້ຮັບພຣະພອນຈາກພຣະບິດາຂອງເຮົາ, ຈົ່ງມາຮັບເອົາອານາຈັກ ຊຶ່ງໄດ້ຖືກຈັດຕຽມໄວ້ສຳລັບພວກເຈົ້າ … :
“ເພາະເມື່ອເຮົາຫິວເຂົ້າ ພວກເຈົ້າກໍເອົາໃຫ້ເຮົາກິນ: ເມື່ອເຮົາຫິວນ້ຳ ພວກເຈົ້າກໍເອົາໃຫ້ເຮົາດື່ມ: ເຮົາເປັນແຂກບ້ານ ພວກເຈົ້າໄດ້ຕ້ອນຮັບເຮົາໄວ້: …
“ແລ້ວຝ່າຍພວກຜູ້ຊອບທຳກໍຈະຕອບພຣະອົງວ່າ, ພຣະອົງເຈົ້າເອີຍ ເມື່ອໃດພວກຂ້ານ້ອຍເຫັນ ພຣະອົງຫິວເຂົ້າ ແລະ ເອົາເຂົ້າໃຫ້ພຣະອົງກິນ? ແລະ ເຫັນພຣະອົງຫິວນ້ຳ ແລະ ເອົານ້ຳໃຫ້ພຣະອົງດື່ມ?
“ເມື່ອໃດພວກຂ້ານ້ອຍ ເຫັນ ພຣະອົງເປັນແຂກບ້ານ ແລະ ຮັບຕ້ອນພຣະອົງໄວ້?”5
ອ້າຍເອື້ອຍນ້ອງທັງຫລາຍ, ຄຳທີ່ສຳຄັນແມ່ນ ເຫັນ. ຝ່າຍພວກຜູ້ຊອບທຳໄດ້ເຫັນຜູ້ຄົນທີ່ຂັດສົນເພາະເຂົາເຈົ້າໄດ້ເຝົ້າດູແລ ແລະ ສັງເກດເຫັນ. ເຮົາກໍສາມາດເປັນຜູ້ເຝົ້າດູແລ ເພື່ອຊ່ວຍເຫລືອ ແລະ ປອບໂຍນ, ສະຫລອງ ແລະ ແມ່ນແຕ່ ມີຄວາມຝັນຄືກັນ. ເມື່ອເຮົາລົງມືປະຕິບັດ, ເຮົາກໍສາມາດແນ່ໃຈໄດ້ເຖິງຄຳສັນຍາ ໃນພຣະທຳມັດທາຍ ທີ່ວ່າ: “ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງ ໃນພວກພີ່ນ້ອງເຫລົ່ານີ້ … , ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”6
ເພື່ອນຄົນໜຶ່ງ—ທີ່ເຮົາຈະເອີ້ນວ່າ ຈອນ—ໄດ້ບອກເຖິງສິ່ງທີ່ສາມາດເກີດຂຶ້ນໄດ້ ເມື່ອເຮົາເຫັນຄວາມຕ້ອງການທີ່ເຫັນໄດ້ຍາກຂອງຄົນອື່ນ. ລາວເວົ້າວ່າ: “ເອື້ອຍນ້ອງຄົນໜຶ່ງໃນຫວອດຂອງຂ້ອຍ ພະຍາຍາມຈະຂ້າຕົວຕາຍ. ຫລັງຈາກສອງເດືອນ, ຂ້ອຍຮູ້ມາວ່າ ບໍ່ມີໃຜໃນກຸ່ມຂ້ອຍ ໄດ້ເຂົ້າຫາສາມີຂອງນາງ ເພື່ອແກ້ໄຂປະສົບການທີ່ເຈັບປວດນີ້. ໜ້າເສຍດາຍທີ່ຕົວຂ້ອຍເອງກໍບໍ່ໄດ້ລົງມືເຮັດຫຍັງຄືກັນ. ໃນທີ່ສຸດ, ຂ້ອຍໄດ້ຊວນຜູ້ເປັນສາມີໄປກິນເຂົ້າທ່ຽງ. ລາວເປັນຄົນຂີ້ອາຍ, ສະຫງົບສະຫງຽມ. ແຕ່ເມື່ອຂ້ອຍໄດ້ເວົ້າວ່າ, ‘ເມຍເຈົ້າໄດ້ພະຍາຍາມຈະຂ້າຕົວຕາຍ. ສິ່ງນັ້ນຄົງເປັນເລື່ອງໜັກໃຈສຳລັບເຈົ້າ. ເຈົ້າຢາກເວົ້າລົມກ່ຽວກັບເລື່ອງນີ້ບໍ?’ ລາວກໍນ້ຳຕາໄຫລ. ພວກເຮົາໄດ້ມີການເວົ້າລົມທີ່ລະອຽດອ່ອນ ແລະ ເປັນສ່ວນຕົວ ແລະ ໄດ້ພັດທະນາຄວາມໃກ້ຊິດ ແລະ ຄວາມໄວ້ວາງໃຈທັນທີ.”
ຈອນໄດ້ເວົ້າຕື່ມວ່າ, “ຂ້ອຍຄິດວ່າ ສ່ວນຫລາຍແລ້ວ ພວກເຮົາມັກຈະເອົາເຂົ້າໜົມໄປຝາກ ແທນທີ່ຈະຄິດຫາວິທີທາງທີ່ຈະຍ່າງເຂົ້າໄປໃນເວລານັ້ນດ້ວຍຄວາມຈິງໃຈ ແລະ ຄວາມຮັກ.”7
ແກະຂອງເຮົາອາດກຳລັງເຈັບປວດ, ຫລົງທາງ, ຫລື ແມ່ນແຕ່ອອກນອກທາງໄປໂດຍເຈດຕະນາ; ໃນຖານະຜູ້ລ້ຽງຂອງເຂົາເຈົ້າ, ເຮົາກໍສາມາດເປັນຄົນທຳອິດທີ່ຈະເຫັນ ຄວາມຕ້ອງການຂອງເຂົາເຈົ້າກໍໄດ້. ເຮົາສາມາດຮັບຟັງ ແລະ ຮັກໂດຍບໍ່ຕັດສິນ ແລະ ສະເໜີຄວາມຫວັງ ແລະ ຄວາມຊ່ວຍເຫລືອ ດ້ວຍການຊີ້ນຳທີ່ຫລິງເຫັນຂອງພຣະວິນຍານບໍລິສຸດ.
ເອື້ອຍອ້າຍນ້ອງທັງຫລາຍ, ໂລກນີ້ແມ່ນເຕັມໄປດ້ວຍຄວາມຫວັງ ແລະ ຄວາມສຸກ ເພາະການກະທຳທີ່ດົນໃຈ ຂອງຄວາມດີງາມທີ່ທ່ານລົງມືປະຕິບັດ. ເມື່ອທ່ານສະແຫວງຫາການນຳພາຈາກພຣະຜູ້ເປັນເຈົ້າ ເຖິງວິທີທີ່ຈະສະແດງຄວາມຮັກຂອງພຣະອົງ ແລະ ເຫັນຄວາມຕ້ອງການຂອງຜູ້ຄົນທີ່ທ່ານປະຕິບັດສາດສະໜາກິດຕໍ່, ແລ້ວຕາຂອງທ່ານກໍຈະເປີດກວ້າງ. ໜ້າທີ່ມອບໝາຍການປະຕິບັດສາດສະໜາກິດທີ່ສັກສິດຂອງທ່ານ ຈະໃຫ້ທ່ານມີສິດແຫ່ງສະຫວັນຕໍ່ການດົນໃຈ. ທ່ານສາມາດສະແຫວງຫາການດົນໃຈນັ້ນ ດ້ວຍຄວາມໝັ້ນໃຈໄດ້.
ຖືກເຕົ້າໂຮມເຂົ້າຢູ່ໃນຄອກຂອງພຣະເຈົ້າ
ສາມ, ເຮົາຢາກໃຫ້ແກະຂອງເຮົາຖືກເຕົ້າໂຮມເຂົ້າຢູ່ໃນຄອກຂອງພຣະເຈົ້າ. ໃນການເຮັດແນວນັ້ນ, ເຮົາຕ້ອງພິຈາລະນາວ່າ ເຂົາເຈົ້າຢູ່ຈຸດໃດໃນເສັ້ນທາງແຫ່ງພັນທະສັນຍາ ແລະ ເຕັມໃຈທີ່ຈະເດີນໄປກັບເຂົາເຈົ້າ ໃນເສັ້ນທາງແຫ່ງສັດທາຂອງເຂົາເຈົ້າ. ເຮົາມີສິດທິພິເສດທີ່ສັກສິດ ທີ່ຈະຮູ້ຈັກຈິດໃຈຂອງເຂົາເຈົ້າ ແລະ ຊີ້ບອກເຂົາເຈົ້າໃຫ້ໄປຫາພຣະຜູ້ຊ່ວຍໃຫ້ລອດຂອງເຂົາເຈົ້າ.
ຊິດສະເຕີ ໂຈຊີວີນີ ໃນປະເທດຟີຈີ ມີບັນຫາທີ່ຈະກ້າວໄປໜ້າໃນເສັ້ນທາງແຫ່ງພັນທະສັນຍາຂອງນາງ—ເພາະຕາບໍ່ດີ. ໝູ່ຂອງນາງເຫັນວ່າ ນາງ ໂຈຊີວີນີ ມີບັນຫາຕອນອ່ານພຣະຄຳພີ. ນາງຈຶ່ງໄດ້ຫາແວ່ນຕາອ່ານໜັງສືໃຫ້ນາງ ໂຈຊີວີນີ ແລະ ຫາສໍສີເຫລືອງໃຫ້ ເພື່ອຂີດໝາຍທຸກບ່ອນ ທີ່ກ່າວເຖິງພຣະເຢຊູຄຣິດ ໃນພຣະຄຳພີມໍມອນ. ສິ່ງທີ່ໄດ້ເລີ່ມຕົ້ນ ດ້ວຍຄວາມປາດຖະໜາທີ່ລຽບງ່າຍ ທີ່ຈະປະຕິບັດສາດສະໜາກິດ ແລະ ຊ່ວຍເຫລືອໃນການອ່ານພຣະຄຳພີ ກໍໄດ້ຮັບຜົນທີ່ຕາມມາ ໃນການໄປພຣະວິຫານຂອງນາງ ໂຈຊີວີນີ ເປັນເທື່ອທຳອິດ, 28 ປີຫລັງຈາກນາງໄດ້ຮັບບັບຕິສະມາ.
ບໍ່ວ່າແກະຂອງເຮົາຈະເຂັ້ມແຂງ ຫລື ອ່ອນແອກໍຕາມ, ກຳລັງຊື່ນຊົມ ຫລື ຢູ່ໃນຄວາມເຈັບປວດ, ເຮົາກໍສາມາດເຮັດໃຫ້ແນ່ໃຈວ່າ ບໍ່ມີໃຜຍ່າງໄປຕາມລຳພັງ. ເຮົາສາມາດຮັກເຂົາເຈົ້າ ບໍ່ວ່າເຂົາເຈົ້າຈະຢູ່ໃນຈຸດໃດກໍຕາມທາງຝ່າຍວິນຍານ ແລະ ສະເໜີການສະໜັບສະໜູນ ແລະ ໃຫ້ກຳລັງໃຈ ສຳລັບບາດກ້າວຕໍ່ໆໄປ. ເມື່ອເຮົາອະທິຖານ ແລະ ສະແຫວງຫາທີ່ຈະເຂົ້າໃຈຈິດໃຈຂອງເຂົາເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນຈະນຳພາເຮົາ ແລະ ພຣະວິນຍານຂອງພຣະອົງຈະໄປກັບເຮົາ. ເຮົາມີໂອກາດທີ່ຈະເປັນ ທູດອ້ອມຮອບເຂົາເຈົ້າ ໄວ້ ຂະນະທີ່ພຣະອົງອອກໜ້າເຂົາເຈົ້າ.8
ພຣະຜູ້ເປັນເຈົ້າເຊື້ອເຊີນເຮົາໃຫ້ລ້ຽງແກະຂອງພຣະອົງ, ໃຫ້ເຝົ້າດູແລຝູງແກະຂອງພຣະອົງ ດັ່ງທີ່ພຣະອົງຈະເຮັດ. ພຣະອົງເຊື້ອເຊີນເຮົາໃຫ້ດູແລທຸກປະຊາຊາດ, ທຸກປະເທດ. (ແລະ ແມ່ນແລ້ວ, ແອວເດີ ອຸກດອບ, ພວກເຮົາກໍຮັກ ແລະ ຕ້ອງການໝາພັນເຢຍລະມັນຄືກັນ.) ແລະ ພຣະອົງປະສົງໃຫ້ຄົນໜຸ່ມຂອງພຣະອົງເຂົ້າຮ່ວມໃນອຸດົມການນີ້.
ຊາວໜຸ່ມຂອງເຮົາກໍສາມາດເປັນຜູ້ລ້ຽງທີ່ເຂັ້ມແຂງທີ່ສຸດໄດ້. ດັ່ງທີ່ ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ, ພວກເຂົາເປັນ “ຜູ້ຄົນທີ່ດີທີ່ສຸດ ທີ່ພຣະຜູ້ເປັນເຈົ້າ ເຄີຍ ໄດ້ສົ່ງລົງມາເທິງໂລກນີ້.” ພວກເຂົາເປັນ “ວິນຍານທີ່ສູງສົ່ງ,” “ຜູ້ມີພາກສ່ວນທີ່ເກັ່ງທີ່ສຸດ” ຜູ້ທີ່ຕິດຕາມພຣະຜູ້ຊ່ວຍໃຫ້ລອດ.9 ທ່ານວາດພາບໄດ້ບໍເຖິງອຳນາດທີ່ຜູ້ລ້ຽງເຊັ່ນນັ້ນຈະນຳມາ ຂະນະທີ່ພວກເຂົາດູແລຝູງແກະຂອງພຣະອົງ. ການປະຕິບັດສາດສະໜາກິດຄຽງຂ້າງກັບຊາວໜຸ່ມເຫລົ່ານີ້, ເຮົາຈະເຫັນສິ່ງມະຫັດສະຈັນ.
ຍິງໜຸ່ມ ແລະ ຊາຍໜຸ່ມທັງຫລາຍ, ພວກເຮົາຕ້ອງການພວກເຈົ້າ! ຖ້າຫາກວ່າພວກເຈົ້າບໍ່ມີໜ້າທີ່ມອບໝາຍໃນການປະຕິບັດສາດສະໜາກິດ, ໃຫ້ເວົ້າລົມນຳປະທານສະມາຄົມສະຕິສົງເຄາະ ຫລື ປະທານກຸ່ມແອວເດີ. ເຂົາເຈົ້າຈະປິຕິຍິນດີໃນຄວາມເຕັມໃຈຂອງພວກເຈົ້າ ທີ່ຈະໃຫ້ແນ່ໃຈວ່າແກະຂອງພຣະອົງເປັນທີ່ຮູ້ຈັກ ແລະ ຖືກນັບ, ຖືກດູແລ, ແລະ ຖືກເຕົ້າໂຮມເຂົ້າໃນຄອກຂອງພຣະເຈົ້າ.
ເມື່ອວັນນັ້ນມາເຖິງ ທີ່ເຮົາຈະຄຸເຄົ່າລົງຢູ່ທີ່ພຣະບາດຂອງພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກຂອງເຮົາ, ໂດຍທີ່ໄດ້ບຳລຸງລ້ຽງຝູງແກະຂອງພຣະອົງ, ຂ້າພະເຈົ້າອະທິຖານວ່າ ເຮົາຈະສາມາດຕອບດັ່ງທີ່ເປໂຕ ໄດ້ຕອບວ່າ: “ໂດຍ, ພຣະອົງເຈົ້າເອີຍ; ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ.”10 ແກະຂອງພຣະອົງເຫລົ່ານີ້, ກໍເປັນ ທີ່ຮັກ, ພວກເຂົາ ປອດໄພ, ແລະ ພວກເຂົາ ຢູ່ທີ່ບ້ານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.