​2010–2019
ຄວາມບໍ່​ພໍ​ໃຈທີ່ດີ​ເລີດ
ເດືອນ​ຕຸລາ 2018


ຄວາມບໍ່​ພໍ​ໃຈທີ່ດີ​ເລີດ

ຄວາມບໍ່​ພໍ​ໃຈທີ່ດີ​ເລີດສາມາດກະ​ຕຸ້ນເຮົາ​ໃຫ້ກະທຳດ້ວຍສັດທາ, ເຮັດຕາມຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະເຮັດຄວາມດີ, ແລະ ມອບຊີວິດຂອງເຮົາໃຫ້ພຣະອົງດ້ວຍຄວາມຖ່ອມຕົວ.

ຕອນທີ່ຂ້າພະເຈົ້າຍັງຮຽນຢູ່ຊັ້ນປະຖົມ, ພວກເຮົາໄດ້ຍ່າງກັບບ້ານໄປຕາມ ທາງເດີນທີ່ປູໄວ້ ຊຶ່ງໄດ້ວົນໄປວົນມາຈົນຂຶ້ນເນີນເຂົາ. ມີທາງເດີນອີກເສັ້ນໜຶ່ງທີ່ບໍ່ໄດ້ປູ ທີ່ເອີ້ນວ່າ “ທາງເດີນຂອງເດັກຜູ້ຊາຍ.” ທາງເດີນຂອງເດັກຜູ້ຊາຍແມ່ນຫົນທາງຂີ້ດິນທີ່ຂຶ້ນເນີນເຂົາຢ່າງຊື່ຕົງ. ທາງນັ້ນສັ້ນກວ່າ ແຕ່ມັນຊັນກວ່າ. ຕອນ​ຍັງ​ນ້ອຍ, ຂ້າພະເຈົ້າຮູ້​ວ່າ ຂ້າ​ພະ​ເຈົ້າສາມາດຍ່າງໄປຕາມທາງໃດກໍ​ໄດ້ ຄື​ກັນກັບເດັກຜູ້ຊາຍ. ສຳຄັນກວ່ານັ້ນ, ຂ້າພະເຈົ້າຮູ້ວ່າ ຕົວ​ເອງມີ​ຊີ​ວິດ​ຢູ່ໃນຍຸກສຸດທ້າຍ ແລະ ຈະຕ້ອງເຮັດສິ່ງທີ່ຍາກ ເໝືອນດັ່ງຜູ້ບຸກເບີກ—ແລະ ຂ້າພະເຈົ້າຢາກຕຽມພ້ອມ. ດັ່ງນັ້ນ​ບາງ​ເທື່ອ ຂ້າພະເຈົ້າ​ໄດ້​ຍ່າງ​ຢູ່​ທ້າຍ​ໝູ່ ຕາມ​ທາງບ່ອນປູ ແລ້ວໄດ້ປົດເກີບ ແລະ ຍ່າງຂຶ້ນໄປ​ຕາມ​ທາງເດີນ​ຂອງ​ເດັກ​ຜູ້​ຊາຍ ດ້ວຍຕີນ​ເປົ່າ. ຂ້າພະເຈົ້າໄດ້ພະຍາຍາມໃຫ້​ພື້ນ​ຕີນ​ແຂງກວ່າ​ເກົ່າ.

ຕອນຢູ່​ຊັ້ນ​ປະ​ຖົມ​ໄວ, ນັ້ນເປັນສິ່ງທີ່ຂ້າພະເຈົ້າຄິດວ່າ ຂ້າ​ພະ​ເຈົ້າ​ສາ​ມາດເຮັດ ເພື່ອຕຽມຕົວ. ບັດນີ້ຂ້າພະເຈົ້າຮູ້ດີກວ່າ! ແທນທີ່ຈະຍ່າງຕີນເປົ່າໄປຕາມທາງເດີນໃນປ່າ, ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າສາມາດຕຽມຕີນ ເພື່ອເດີນຕາມເສັ້ນທາງແຫ່ງພັນທະສັນຍາ ໂດຍການຮັບເອົາຄຳເຊື້ອເຊີນຂອງພຣະວິນຍານບໍລິສຸດ. ເພາະພຣະຜູ້ເປັນເຈົ້າ, ຜ່ານທາງສາດສະດາຂອງພຣະອົງ, ໄດ້​ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ ໃຫ້​ດຳ​ລົງ​ຊີ​ວິດ ແລະ ເປັນຫ່ວງເປັນໃຍຕາມ “ວິທີທາງທີ່ສູງກວ່າ ແລະ ສັກ​ສິດກວ່າ” ແລະ ທີ່ຈະ “ກ້າວຂຶ້ນສູງກວ່າ.”1

ການຮຽກຮ້ອງໂດຍທາງສາດສະດາເພື່ອ​ໃຫ້ກະທຳ ຮ່ວມ​ກັບຄວາມຮູ້ສຶກ​ພາຍໃນ ທີ່ເຮົາສາມາດເຮັດ ແລະ ເປັນຫລາຍກວ່າໄດ້, ບາງເທື່ອຈະສ້າງ​ບາງ​ສິ່ງ​ຢູ່​ພາຍ​ໃນ​ຕົວ​ເຮົາ ອັນທີ່ ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້ເອີ້ນວ່າ “ຄວາມບໍ່​ພໍ​ໃຈທີ່ດີ​ເລີດ.”2 ຄວາມບໍ່​ພໍ​ໃຈ​ທີ່​ດີ​ເລີດ ມາ​ເຖິງ​ເມື່ອ​ເຮົາ​ປຽບ​ທຽບ “ສິ່ງ​ທີ່​ເຮົາ ເປັນ​ຢູ່ [ໃສ່​ກັບ] ສິ່ງ​ທີ່​ເຮົາ​ມີ​ພະ​ລັງ​ທີ່​ຈະ ກາຍ​ເປັນ.3 ເຮົາ​ແຕ່​ລະ​ຄົນ, ຖ້າ​ຫາກ​ເຮົາ​ຊື່​ສັດ, ຈະຮູ້ສຶກມີຊ່ອງວ່າງລະຫວ່າງ​ບ່ອນທີ່ເຮົາ​ຢູ່ ແລະ ຄົນ​ທີ່​ເຮົາ​ເປັນ​ຢູ່, ແລະ ບ່ອນ​ທີ່​ເຮົາ​ຢາກ​ຢູ່ ແລະ ຄົນ​ທີ່​ເຮົາ​ຢາກ​ກາຍ​ເປັນ. ເຮົາຢາກມີຄວາມສາມາດສ່ວນ​ຕົວຫລາຍກວ່າ​ເກົ່າ. ເຮົາມີຄວາມຮູ້ສຶກດັ່ງກ່າວນີ້ ເພາະວ່າເຮົາເປັນທິ​ດາ ແລະ ບຸດຂອງພຣະເຈົ້າ, ເກີດມາພ້ອມດ້ວຍ​ຄວາມສະຫວ່າງຂອງພຣະຄຣິດ ແຕ່ເຮົາຢູ່ໃນໂລກ​ທີ່​ເສື່ອມ​ໂຊມ. ຄວາມຮູ້ສຶກເຫລົ່ານີ້ມາຈາກພຣະເຈົ້າ ແລະ ສ້າງໃຫ້ມີຄວາມຮີບດ່ວນທີ່ຈະກະທຳ.

ເຮົາຄວນຕ້ອນຮັບຄວາມຮູ້ສຶກ ບໍ່​ພໍ​ໃຈທີ່ດີ​ເລີດ ທີ່​ເອີ້ນເຮົາໃຫ້​ຂຶ້ນ​ໄປ​ຫາ​ບ່ອນ​ທີ່​ສູງກວ່າ, ຂະ​ນະທີ່​ຮັບ​ຮູ້ ແລະ ຫລີກ​ເວັ້ນ​ຈາກສິ່ງ​ຈອມ​ປອມ​ຂອງຊາຕານ—ຄືຄວາມ​ທໍ້​ຖອຍ​ໃຈ ທີ່ເຮັດໃຫ້ຢຸດສະງັກ. ຊາຕານພ້ອມແລ້ວທີ່ຈະແຊກຕົວເຂົ້າໄປໃນຊ່ອງວ່າງອັນມີ​ຄ່ານີ້. ເຮົາສາມາດເລືອກທີ່​ຈະ​ເດີນຕາມທາງທີ່ສູງກວ່າ ຊຶ່ງ​ພາ​ເຮົາໄປຊອກຫາພຣະເຈົ້າ ແລະ ຄວາມ​ສັນ​ຕິ​ສຸກ ແລະ ພຣະ​ຄຸນຂອງ​ພຣະ​ອົງ, ຫລື ເຮົາສາມາດຟັງຊາຕານ ຜູ້ທີ່ໂຈມ​ຕີເຮົາ ໂດຍການບອກເຮົາວ່າ ເຮົາຈະບໍ່ເຄີຍພໍ: ບໍ່ຮັ່ງມີພໍ, ບໍ່ເກັ່ງພໍ, ບໍ່ງາມພໍ, ບໍ່ພໍຫຍັງເລີຍ. ຄວາມບໍ່​ພໍ​ໃຈຂອງເຮົາສາມາດກາຍເປັນສິ່ງ​ທີ່​ດີ​ເລີດ—ຫລື ສິ່ງທີ່ທຳລາຍ.

ກະທຳດ້ວຍສັດທາ

ວິທີໜຶ່ງທີ່ຈະຮູ້ເຖິງຄວາມບໍ່​ພໍ​ໃຈທີ່ດີ​ເລີດ ຈາກຄວາມ​ຈອມປອມຂອງຊາຕານແມ່ນວ່າ ຄວາມບໍ່​ພໍ​ໃຈທີ່ດີ​ເລີດຈະ​ພາ​ເຮົາ​ໃຫ້​ກະ​ທຳດ້ວຍສັດທາ. ຄວາມບໍ່​ພໍ​ໃຈທີ່ດີ​ເລີດບໍ່ແມ່ນການເຊື້ອເຊີນໃຫ້ຢູ່​ຢ່າງສະບາຍ, ແລະ ມັນ​ກໍ​ຈະ​ບໍ່​ນຳ​ເຮົາ​ໄປ​ສູ່​ຄວາມ​ຜິດ​ຫວັງ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເມື່ອຂ້າພະເຈົ້າມີ​ແຕ່​ຄິດ​ກັບ​ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ ບໍ່ແມ່ນ, ຂ້າພະເຈົ້າບໍ່ກ້າວໜ້າເລີຍ ແລະ ຂ້າພະເຈົ້າພົບວ່າ ກໍຍາກກວ່າທີ່ຈະຮູ້ສຶກ ແລະ ເຮັດຕາມພຣະວິນຍານ.4

ຕອນທີ່ເພິ່ນເປັນ​ໄວ​ລຸ້ນ, ໂຈ​ເຊັບ ສະມິດ ໄດ້ເຂົ້າໃຈເຖິງຄວາມບົກຜ່ອງຂອງຕົນ ແລະ ໄດ້ກັງວົນກ່ຽວກັບ “ສະພາບການຂອງຈິດວິນຍານອະມະຕະຂອງ [ເພິ່ນ].” ຕາມຄຳເວົ້າຂອງເພິ່ນເອງ, “ຂ້າພະເຈົ້າລຳບາກໃຈຢ່າງໜັກ ເພາະຂ້າພະເຈົ້າໄດ້ເຮັດຜິດບາບ, ແລະ … ໄດ້ຮູ້ສຶກເປັນທຸກ ຍ້ອນບາບຂອງຂ້າພະເຈົ້າເອງ ພ້ອມດ້ວຍບາບຂອງໂລກ.”5 ຄວາມຮູ້ສຶກເຊັ່ນນີ້ ໄດ້​ “ເຮັດ​ໃຫ້​ເພິ່ນບໍ່​ສະ​ບາຍ​ໃຈ​ເລີຍ.”6 ທ່ານ​ກໍ​ເຄີຍ​ເປັນ​ບໍ? ທ່ານຮູ້ສຶກບໍ່ສະບາຍໃຈ ຫລື ອຸກໃຈ ເພາະຄວາມ​ບົກ​ຜ່ອງ​ຂອງຕົນບໍ?

ໂຈເຊັບໄດ້ເຮັດ​ບາງ​ສິ່ງ. ເພິ່ນບອກວ່າ, “ຂ້າພະເຈົ້າເຄີຍເວົ້າກັບຕົວ​ເອງວ່າ: ຊິເຮັດຈັ່ງໃດ?”7 ໂຈເຊັບໄດ້ກະທຳດ້ວຍສັດທາ. ເພິ່ນໄດ້ຫັນໄປອ່ານພຣະຄຳພີ, ໄດ້ອ່ານຄຳເຊື້ອເຊີນໃນ ຢາໂກໂບ 1:5, ແລ້ວໄດ້ຫັນໄປຫາພຣະເຈົ້າເພື່ອຄວາມຊ່ວຍເຫລືອ. ພາບທີ່ມາ​ໃຫ້​ເຫັນນັ້ນ ໄດ້ພາ​ໄປ​ສູ່ການຟື້ນຟູ. ຂ້າພະເຈົ້າກະຕັນຍູຫລາຍສຳ​ລັບ​ຄວາມບໍ່​ພໍ​ໃຈ​ທີ່​ດີ​ເລີດ​ຂອງ​ໂຈ​ເຊັບ, ຕໍ່ ຊ່ວງເວລາທີ່ເພິ່ນຮູ້ສຶກບໍ່ສະບາຍໃຈ ແລະ ສັບສົນ, ຊຶ່ງນຳ​ພາເພິ່ນໃຫ້ກະທຳດ້ວຍສັດທາ.

ເຮັດຕາມການ​ກະ​ຕຸ້ນ​ທີ່ໃຫ້ເຮັດຄວາມດີ

ສ່ວນ​ຫລາຍ​ແລ້ວ ໂລກມັກໃຊ້ຄວາມຮູ້ສຶກບໍ່​ພໍ​ໃຈເປັນສິ່ງ​ແກ້​ຕົວສຳ​ລັບ​ການ​ຄິດ​ແຕ່​ນຳຕົວ​ເອງ, ກັບ​ຄວາມ​ຄິດບໍ່​ເລີກບໍ່​ແລ້ວກັບ​ການ​ທີ່ເຮົາເປັນ ຄົນທີ່ເຮົາບໍ່ເປັນ ແລະ ສິ່ງທີ່ເຮົາຢາກໄດ້. ຄວາມບໍ່​ພໍ​ໃຈທີ່ດີ​ເລີດຊັກ​ຊວນເຮົາ ໃຫ້​ເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ, “ຜູ້​ທີ່​ໄດ້ໄປທຸກຫົນທຸກແຫ່ງ ເຮັດຄຸນງາມຄວາມດີ.”8 ຂະ​ນະທີ່ເຮົາເດີນໄປຕາມທາງແຫ່ງການເປັນ​ສານຸສິດ, ເຮົາ​ຈະ​ໄດ້ຮັບການກະ​ຕຸ້ນທາງວິນຍານ ເພື່ອໃຫ້​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ.

ມີເລື່ອງທີ່ຂ້າພະເຈົ້າໄດ້ຍິນຫລາຍປີແລ້ວ ຊຶ່ງຊ່ວຍຂ້າພະເຈົ້າ​ໃຫ້ເຂົ້າໃຈ ແລະ ແລ້ວເຮັດຕາມການກະ​ຕຸ້ນ​ຈາກພຣະວິນຍານບໍລິສຸດ. ຊິດ​ສະ​ເຕີ ບອນນີ ດີ ພາ​ຄິນ, ອະດີດປະທານສະມາຄົມສະຕີສົງເຄາະສາມັນ, ໄດ້ແບ່ງປັນເລື່ອງຕໍ່ໄປນີ້:

“ນາງຊູຊັນ … ເປັນຊ່າງຕັດເສື້ອເກັ່ງ. ປະທານ [ສະ​ເປັນ​ເຊີ ດັບ​ເບິນ​ຢູ] ຄິມ​ໂບ ໄດ້ອາ​ໃສຢູ່ໃນຫວອດຂອງ​ນາງ. ວັນອາທິດໜຶ່ງ, ນາງຊູຊັນໄດ້ສັງເກດວ່າ ເພິ່ນນຸ່ງຊຸດໃໝ່. ກ່ອນ​ໜ້ານັ້ນ ພໍ່​ຂອງ​ນາງ … ໄດ້ມອບຜ້າໄໝທີ່ສວຍ​ງາມ​ໃຫ້​ນາງ. ນາງຊູຊັນຈຶ່ງຄິດວ່າ ຜ້າໄໝຜືນນີ້ຈະເປັນກະລະວັດ​ທີ່ສວຍງາມ ໃຫ້ກັບຊຸດໃໝ່ຂອງປະທານຄິມໂບ. ດັ່ງນັ້ນມື້​ຕໍ່​ມາ ນາງຈຶ່ງຫຍິບກະລະວັດ. ນາງໄດ້​ຫໍ່ມັນ​ດ້ວຍ​ເຈ້ຍບາງ ແລ້ວໄດ້ຍ່າງໄປຫາ​ເຮືອນປະທານຄິມ​ໂບ.

“ຂະນະທີ່ໄປຮອດປະຕູບ້ານ, ທັນ​ທີນາງ​ໄດ້ຢຸດ ແລະ ຄິດວ່າ, ‘ເຮົາແມ່ນໃຜ ຈຶ່ງ​ຊິ​ມາຫຍິບກະລະວັດໃຫ້ສາດສະດາ? ເພິ່ນຄືຊິມີຫລາຍຢູ່ແລ້ວ.’ ໂດຍທີ່ຕັດສິນໃຈວ່າ ນາງໄດ້ເລືອກຜິດແລ້ວ, ຈຶ່ງຫັນຕົວເພື່ອ​ກັບໄປ.

“ທັນໃດນັ້ນ ຊິດ​ສະ​ເຕີ ຄິມ​ໂບ ກໍ​ໄດ້ເປີດປະຕູບ້ານ ແລະ ເວົ້າວ່າ, ‘ຊູຊັນ!’

“ໂດຍທີ່ເວົ້າກຶກໆ ກັກໆ, ນາງຊູຊັນກ່າວວ່າ, ‘ຂ້ານ້ອຍໄດ້ເຫັນປະທານຄິມໂບ ໃສ່ຊຸດໃໝ່ມື້​ວານນີ້. ພໍ່​ຂອງ​ຂ້າ​ນ້ອຍ ຫາກໍໄດ້ເອົາຜ້າໄໝຈາກນິວຢອກມາໃຫ້ຂ້ານ້ອຍ … ແລ້ວຂ້ານ້ອຍຈຶ່ງຫຍິບກະລະວັດໃຫ້ເພິ່ນ.’

“ກ່ອນນາງຊູຊັນເອີ່ຍ​ປາກເວົ້າອີກ, ຊິດ​ສະ​ເຕີ ຄິມ​ໂບ ໄດ້​ຢຸດ​ນາງ​ໄວ້, ໄດ້​ຈັບບ່າໄລ່ຂອງ​ນາງ ແລະ ໄດ້ເວົ້າວ່າ: ‘ຊູຊັນເອີຍ, ຢ່າລະ​ງັບ​ຄວາມ​ຄິດ​ທີ່​ມີໃຈກວ້າງຂວາງເລີຍ​ເດີ້.’”9

ຂ້າພະເຈົ້າມັກ​ຄຳ​ນີ້! “ຢ່າລະ​ງັບ​ຄວາມ​ຄິດ​ທີ່​ມີໃຈກວ້າງຂວາງເລີຍເດີ້.” ມີບາງເທື່ອ ເມື່ອຂ້າພະເຈົ້າຮູ້​ສຶກ​ຢາກເຮັດ​ບາງ​ສິ່ງໃຫ້ຄົນ​ໃດ​ຄົນ​ໜຶ່ງ, ຂ້າພະເຈົ້າກໍສົງໄສວ່າ ມັນເປັນການ​ກະ​ຕຸ້ນ ຫລື ເປັນ​ຄວາມຄິດຂອງຂ້າພະເຈົ້າເອງ. ແຕ່ຂ້າພະເຈົ້າ​ໄດ້​ຖືກ​ເຕືອນ​ໃຈ​ວ່າ “ສິ່ງທີ່ເປັນຂອງພຣະເຈົ້າເຊື້ອເຊີນ ແລະ ຊັກຈູງໃຫ້ມະນຸດເຮັດຄວາມດີຢູ່ຕະຫລອດເວລາ; ດັ່ງນັ້ນ, ທຸກສິ່ງທຸກຢ່າງທີ່ເຊື້ອເຊີນ ແລະ ຊັກຈູງໃຫ້ເຮັດຄວາມດີ, ແລະ ໃຫ້ຮັກພຣະເຈົ້າ ແລະ ໃຫ້ຮັບໃຊ້ພຣະອົງ, ແມ່ນມາຈາກການດົນໃຈຈາກພຣະເຈົ້າ.”10

ບໍ່ວ່າຈະ​ເປັນ​ການ​ກະ​ຕຸ້ນ​ໂດຍ​ກົງ ຫລື ເປັນ​ຄວາມ​ຮູ້​ສຶກ​ຢາກ​ຊ່ວຍ​ເຫລືອ​ກໍ​ຕາມ, ການເຮັດ​ຄວາມ​ດີ ບໍ່ເຄີຍເປັນ​ສິ່ງ​ໄຮ້​ປະ​ໂຫຍດ; ເພາະ “ຄວາມໃຈບຸນດຳລົງຢູ່ຕະຫລອດ”11—ແລະ ບໍ່ເຄີຍເປັນການຕອບຮັບ​ທີ່​ຜິດ.

ສ່ວນ​ຫລາຍເວລາອາດບໍ່ສະດວກ, ແລະ ສ່ວນ​ຫລາຍເຮົາບໍ່ຮູ້ຜົນທີ່ເກີດຈາກການຮັບໃຊ້ເລັກໆນ້ອຍໆຂອງເຮົາ. ແຕ່​ບາງ​ເທື່ອ ເຮົາ​ຈະ​ຮັບ​ຮູ້​ວ່າ ເຮົາໄດ້​ເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ ແລະ ເຮົາຈະກະຕັນຍູ​ທີ່​ຮູ້​ວ່າ ສິ່ງ​ທີ່ພຣະວິນຍານບໍລິສຸດເຮັດຜ່ານທາງເຮົາ ເປັນການສະແດງອອກເຖິງການຮັບ​ຮູ້​ຈາກພຣະເຈົ້າ.

ເອື້ອຍນ້ອງ​ທັງ​ຫລາຍ, ທ່ານ ແລະ ຂ້າພະເຈົ້າສາມາດວິງວອນຂໍໃຫ້ພຣະວິນຍານບໍລິສຸດ ສະແດງ “ທຸກຢ່າງທີ່ [ເຮົາ]ຄວນເຮັດ,” ໃຫ້​ເຮົາ​ຮູ້12 ເຖິງແມ່ນເຮົາມີ​ຫລາຍ​ສິ່ງ​ທີ່​ຕ້ອງ​ເຮັດ​ກໍ​ຕາມ. ເມື່ອໄດ້​ຮັບ​ການ​ກະ​ຕຸ້ນ, ເຮົາສາ​ມາດ​ວາງ​ຖ້ວຍ​ຊາມ​ໄວ້​ໃນ​ອ່າງ ຫລື ປະອີເມວທີ່ເຕັມຢູ່ໄວ້​ກ່ອນ ເພື່ອ​ຈະ​ໄດ້ອ່ານ​ປຶ້ມ​ໃຫ້​ລູກ​ຟັງ, ໄປຢ້ຽມຢາມໝູ່ເພື່ອນ, ຊ່ວຍດູ​ແລ​ລູກໃຫ້ເພື່ອນບ້ານ, ຫລື ໄປຮັບໃຊ້ໃນພຣະວິຫານ. ຢ່າເຂົ້າໃຈ​ຜິດເດີ້—ຂ້າພະເຈົ້າເປັນຄົນມັກຂຽນໃບ​ລາຍ​ການ​ທີ່​ຈະ​ເຮັດ, ມັກໝາຍ​ຂີດສິ່ງ​ທີ່​ຕົວ​ເອງເຮັດສຳ​ເລັດ​ອອກ. ແຕ່ມີຄວາມ​ສະ​ຫງົບ ທີ່​ຮູ້​ວ່າ ການເປັນ ຫລາຍກວ່າ ບໍ່ເທົ່າ​ກັບການ​ເຮັດ ຫລາຍກວ່າ. ການຕອບສະ​ໜອງຄວາມບໍ່​ພໍ​ໃຈ ໂດຍການ​ເອົາ​ໃຈ​ໃສ່​ຕໍ່​ການ​ກະ​ຕຸ້ນ ໄດ້ປ່ຽນວິທີທີ່ຂ້າພະເຈົ້າຄິດກ່ຽວກັບ “ເວລາສ່ວນຕົວ,” ແລະ ເຫັນ​ຄົນ​ອື່ນ, ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ລົບ​ກວນ, ແຕ່​ເປັນ​ຈຸດ​ປະ​ສົງໃນຊີວິດຂອງຂ້າພະເຈົ້າ.

ຄວາມບໍ່​ພໍ​ໃຈທີ່ດີ​ເລີດນຳເຮົາໄປສູ່ພຣະຄຣິດ

ຄວາມບໍ່​ພໍ​ໃຈທີ່ດີ​ເລີດນຳໄປສູ່ຄວາມຖ່ອມຕົວ, ບໍ່ແມ່ນການສົງສານຕົວເອງ ຫລື ຄວາມອຸກໃຈທີ່ເກີດ​ຂຶ້ນ​ເມື່ອເຮົາປຽບທຽບ ແລະ ເຫັນຕົວເອງວ່າ​ມີ​ຄວາມ​ບົກ​ຜ່ອງ​ຢູ່. ຜູ້​ຍິງ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາບໍ່​ເໝືອນ​ກັນ​ໃນ​ທາງ​ຄອບ​ຄົວ, ປະ​ສົບ​ການ​ໃນ​ຊີ​ວິດ, ແລະ ສະ​ຖາ​ນະ​ການ.

ແນ່ນອນ​ທີ່​ເຮົາ​ທຸກ​ຄົນ​ຈະ​ຂາດ​ຕົກ​ບົກ​ຜ່ອງ ເລື່ອງ​ສັກ​ກະ​ຍະ​ພາບ​ທີ່​ສູງ​ສົ່ງ​ຂອງ​ເຮົາ, ແລະ ກໍ​ມີ​ມູນ​ຄວາມ​ຈິງ​ຢູ່​ເຮົາ​ຮັບ​ຮູ້​ວ່າ ຖ້າ ພຽງ​ຕົວ​ຄົນ​ດຽວ ເຮົາບໍ່​ພຽງພໍ. ແຕ່​ຂ່າວ​ປະ​ເສີດ​ຂອງ​ພຣະ​ກິດ​ຕິຄຸນ ແມ່ນ​ວ່າ ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ, ເຮົາ ພຽງ​ພໍ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຄຣິດ, ເຮົາ​ສາ​ມາດ​ເຮັດ​ທຸກ​ສິ່ງ​ໄດ້.13 ພຣະ​ຄຳ​ພີ​ສັນ​ຍາ​ວ່າ ເຮົາ​ຈະ “ພົບ​ພຣະ​ຄຸນ​ທີ່​ຈະ​ຊ່ວຍ​ເຮົາ​ໃນ​ເວ​ລາ​ທີ່​ຕ້ອງ​ການ.”14

ຄວາມ​ຈິງ​ທີ່​ໜ້າ​ແປກ​ໃຈ ແມ່ນ​ວ່າ​ຄວາມ​ອ່ອນ​ແອ​ຂອງ​ເຮົາ ສາ​ມາດ​ເປັນ​ພອນ​ໄດ້ ເມື່ອ​ເຮົາ​ຖ່ອມ​ຕົວ ແລະ ຫັນ​ໄປ​ຫາ​ພຣະ​ຄຣິດ.15 ຄວາມບໍ່​ພໍ​ໃຈກາຍເປັນສິ່ງທີ່ສັກສິດ ເມື່ອເຮົາເຂົ້າຫາພຣະເຢຊູຄຣິດຢ່າງຖ່ອມຕົວ ພ້ອມ​ກັບ​ຄວາມ​ຢາກ​ໄດ້​ຂອງ​ເຮົາ, ແທນທີ່ບໍ່ເຂົ້າຫາພຣະອົງເລີຍ ເພາະສົງສານຕົວເອງ.

ຕາມ​ຈິງ​ແລ້ວ, ການມະຫັດສະຈັນຂອງພຣະເຢຊູ ສ່ວຍຫລາຍມັກ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ການ​ຮັບ​ຮູ້​ເຖິງ​ຄວາມ​ຢາກ​ໄດ້, ຄວາມ​ຕ້ອງ​ການ, ຄວາມ​ລົ້ມ​ເຫລວ, ຫລື ຄວາມ​ຂາດ​ເຂີນ. ຈື່ບໍເລື່ອງເຂົ້າຈີ່ ກັບ ປາ? ຜູ້ຂຽນພຣະຄຳພີໄດ້ເລົ່າເລື່ອງທີ່ພຣະເຢຊູໄດ້ຈັດຫາອາຫານຢ່າງມະຫັດສະຈັນ ເພື່ອຫລາຍ​ພັນ​ຄົນ ທີ່ໄດ້ຕິດຕາມພຣະອົງ.16 ແຕ່ເລື່ອງເລີ່ມຕົ້ນ ເມື່ອພວກສາ​ວົກໄດ້ຮັບຮູ້​ເຖິງຄວາມຂາດເຂີນຂອງຕົນ; ເຂົາ​ເຈົ້າ​ຮູ້​ວ່າ ເຂົາ​ເຈົ້າມີ​ພຽງ​ແຕ່ “ເຂົ້າຈີ່ຫ້າກ້ອນ ທີ່ເຮັດດ້ວຍແປ້ງເຂົ້າເດືອຍ ແລະ ປານ້ອຍສອງໂຕ: ຈະພໍສຳລັບຄົນເຫລົ່ານີ້ທັງໝົດ​ໄດ້​ແນວ​ໃດ?”17 ພວກສາ​ວົກ​ກໍ​ເວົ້າ​ຖືກ: ພວກເຂົາບໍ່ ມີອາຫານພຽງພໍ, ແຕ່ພວກເຂົາໄດ້ມອບ​ສິ່ງ​ທີ່​ພວກ​ເຂົາມີ ໃຫ້ພຣະເຢຊູ ແລະ ແລ້ວພຣະອົງ ໄດ້ທຳ​ການ​ມະ​ຫັດ​ສະ​ຈັນ.

ທ່ານເຄີຍຮູ້ສຶກບໍວ່າ ພອນສະຫວັນ ແລະ ຄວາມສາມາດຂອງທ່ານ ບໍ່​ດີ​ພໍ​ສຳ​ລັບວຽກທີ່ຕ້ອງເຮັດ? ຂ້າພະເຈົ້າເຄີຍຮູ້ສຶກ. ແຕ່ທ່ານ ແລະ ຂ້າພະເຈົ້າສາມາດມອບສິ່ງທີ່ມີ ໃຫ້ພຣະຄຣິດ, ແລ້ວພຣະອົງຈະເສີມກຳ​ລັງ​ໃຫ້​ເຮົາ. ສິ່ງທີ່ທ່ານມີ ກໍ​ຫລາຍ​ເກີນ​ພໍ​ຢູ່​ແລ້ວ—ເຖິງ​ແມ່ນ​ມີຄວາມອ່ອນແອ ແລະ ຄວາມບົກ​ຜ່ອງ​ຂອງມະນຸດ—ຖ້າຫາກ ທ່ານເພິ່ງອາໄສພຣະຄຸນຂອງພຣະເຈົ້າ.

ຄວາມຈິງກໍຄື ເຮົາທຸກຄົນຫ່າງຈາກພຣະເຈົ້າ ແຕ່​ພຽງລຸ້ນດຽວ—ແຕ່​ລະ​ຄົນເປັນລູກຂອງພຣະເຈົ້າ.18 ແລະ ເຊັ່ນດຽວກັບທີ່ພຣະອົງ​ໄດ້​ກະ​ທຳ​ກັບ​ສາດ​ສາດສະດາ ແລະ ຄົນທຳມະດາ ຕະຫລອດທຸກ​ຍຸກ​ທຸກສະໄໝ, ພຣະບິດາເທິງສະຫວັນປະ​ສົງ​ທີ່​ຈະ​ປ່ຽນ​ແປງ​ເຮົາ.

ຊີ ແອັສ ຫລຸຍ ໄດ້ບັນຍາຍ​ເຖິງອຳນາດ​ແຫ່ງ​ການປ່ຽນຂອງ​ພຣະ​ເຈົ້າວ່າ: “ໃຫ້ຈິນຕະ​ນາວ່າ ຕົນເປັນເຮືອນທີ່ມີຊີວິດຢູ່. ພຣະເຈົ້າສະ​ເດັດມາເພື່ອ​ສ້ອມ​ແປງເຮືອນຫລັງນັ້ນ. ທຳອິດບາງ​ທີທ່ານ​ອາດເຂົ້າໃຈສິ່ງທີ່ພຣະອົງ​ກະ​ທຳ. ພຣະອົງ​ໄດ້​ແປງ​ທໍ່​ນ້ຳ ແລະ ຢາ​ລັງ​ຄາຮົ່ວ ແລະ ອື່ນໆ; ທ່ານຮູ້ວ່າວຽກງານ​ເຫລົ່ານັ້ນຕ້ອງ​ໄດ້ເຮັດກ່ອນ ສະນັ້ນທ່ານ​ຈຶ່ງບໍ່ປະຫລາດໃຈເລີຍ. ແຕ່ແລ້ວພຣະອົງເລີ້ມຕີນີ້ຕີນັ້ນ ແບບທີ່ເຈັບປວດຫລາຍຂະໜາດ. … [ທ່ານເຫັນວ່າ] ພຣະອົງກຳລັງສ້າງເຮືອນທີ່ແຕກຕ່າງ ໄປ​ຈາກສິ່ງ​ທີ່​ທ່ານ​ຄິດ. ທ່ານເຄີຍຄິດ​ວ່າ ທ່ານຖືກ​ສ້າງ​ໃຫ້​ເປັນຕູບພໍດີຢູ່: ແຕ່ພຣະອົງ​ກຳ​ລັງສ້າງ​ພະ​ລາ​ຊາ​ວັງ. ພຣະອົງເອງ​ກໍ​ປະ​ສົງ​ທີ່​ຈະ​ມາສະຖິດຢູ່ໃນນັ້ນ.19

ຍ້ອນ​ການ​ເສຍ​ສະ​ລະ​ຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ເຮົາຈຶ່ງຖືກ​ເຮັດ​ໃຫ້​ເທົ່າກັບວຽກ​ງານທີ່ຕ້ອງເຮັດ. ບັນ​ດາສາດສະດາໄດ້ສອນວ່າ ຂະນະທີ່ເຮົາ​ໄຕ່ຂຶ້ນຕາມທາງແຫ່ງການເປັນສານຸສິດ, ເຮົາສາມາດຖືກຊຳລະ ຜ່ານ​ທາງພຣະຄຸນຂອງພຣະຄຣິດ. ຄວາມບໍ່​ພໍ​ໃຈທີ່ດີ​ເລີດສາມາດກະ​ຕຸ້ນເຮົາ​ໃຫ້ກະທຳດ້ວຍສັດທາ, ເຮັດຕາມຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະເຮັດຄວາມດີ, ແລະ ມອບຊີວິດຂອງເຮົາໃຫ້ພຣະອົງດ້ວຍຄວາມຖ່ອມຕົວ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, in Tad Walch, “‘The Lord’s Message Is for Everyone’: President Nelson Talks about Global Tour,” Deseret News, Apr. 12, 2018, deseretnews.com.

  2. Neal A. Maxwell, “Becoming a Disciple,” Ensign, June 1996, 18.

  3. Neal A. Maxwell, “Becoming a Disciple,” 16; ເນັ້ນ​ຄຳ​ເນີ້ງ.

  4. “ການທໍ້ຖອຍຈະເຮັດໃຫ້ສັດທາຂອງທ່ານອ່ອນແອລົງ. ຖ້າທ່ານລົດຄວາມຄາດຫວັງຂອງທ່ານລົງ ຄວາມສຳເລັດຜົນຂອງທ່ານຈະລົດລົງ, ຄວາມປາດຖະໜາຂອງທ່ານຈະອ່ອນແອລົງ, ແລະ ທ່ານຈະມີຄວາມຫຍຸ້ງຍາກຫລາຍຂຶ້ນ ທີ່ຈະເຮັດຕາມພຣະວິນຍານ” (“ຈຸດ​ປະ​ສົງຂອງເຮົາແມ່ນຫຍັງ ໃນຖານະຜູ້ສອນສາດສະໜາ?ຈົ່ງ​ສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການຮັບໃຊ້ຂອງຜູ້ສອນສາດສະໜາ, rev. ed. [2018], lds.org/manual/missionary).

  5. Teachings of Presidents of the Church: Joseph Smith (2007), 28.

  6. Joseph Smith—History 1:8.

  7. Joseph Smith—History 1:10; ເນັ້ນ​ຄຳ​ເນີ້ງ.

  8. ກິດຈະການ 10:38.

  9. Bonnie D. Parkin, “Personal Ministry: Sacred and Precious” (Brigham Young University devotional, Feb. 13, 2007), 1, speeches.byu.edu.

  10. ໂມ​ໂຣ​ໄນ 7:13.

  11. 1 ໂກ​ຣິນ​ໂທ 13:8.

  12. 2 ນີໄຟ 32:5.

  13. “ເຮົາ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້ ຜ່ານ​ທາງ​ພຣະ​ຄຣິດ ທີ່​ຊູ​ກຳ​ລັງ​ເຮົາ” (ຟີ​ລິບ​ປອຍ 4:13).

  14. ເຮັບ​ເຣີ 4:16.

  15. “ແລະ ຖ້າ​ຫາກ​ມະ​ມຸດ​ມາ​ຫາ​ເຮົາ, ເຮົາ​ຈະ​ສະ​ແດງ​ໃຫ້​ເຂົາ​ເຫັນ​ຄວາມ​ອ່ອນ​ແອ​ຂອງ​ເຂົາ. ເຮົາ​ຈະ​ມອບ​ຄວາມ​ອ່ອນ​ແອ​ໃຫ້​ມະນຸດ ເພື່ອ​ເຂົາ​ຈະ​ໄດ້​ຖ່ອມ​ຕົວ; ແລະ ພຣະ​ຄຸນ ຂອງ​ເຮົາ​ມີ​ພຽງ​ພໍ​ສຳ​ລັບ​ຄົນ​ທັງ​ປວງ​ທີ່​ຖ່ອມ​ຕົວ​ຕໍ່​ໜ້າ​ເຮົາ; ເພາະ​ຖ້າ​ຫາກ​ເຂົາ​ຖ່ອມ​ຕົວ​ຕໍ່​ໜ້າ​ເຮົາ, ແລະ ມີ​ສັດ​ທາ​ໃນ​ເຮົາ, ເວລາ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອ​ນັ້ນ​ກັບ​ມາ​ເຂັ້ມ​ແຂງ​ສຳ​ລັບ​ເຂົາ” (ອີ​ເທີ 12:27; ເນັ້ນ​ຄຳ​ເນີ້ງ).

  16. ເບິ່ງ ມັດ​ທາຍ 14:13–21; ມາ​ຣະ​ໂກ 6:31–44; ລູ​ກາ 9:10–17; ໂຢ​ຮັນ 6:1–14.

  17. ໂຢຮັນ 6:9.

  18. ປະທານບອຍ ເຄ ແພ໊ກເກີ ໄດ້ສອນວ່າ: “ເຖິງຈະ​ມີຫລາຍລຸ້ນຄົນໃນບັນພະບຸລຸດຂອງທ່ານ, ບໍ່ວ່າທ່ານຈະມີເຊື້ອຊາດໃດ, ແຕ່ລຳດັບເຊື້ອສາຍຂອງທ່ານ ແມ່ນມາຈາກບັນພະບຸລຸດຜູ້ດຽວກັນ. ທ່ານເປັນລູກຂອງພຣະເຈົ້າ!” (“To Young Women and Men,” Ensign, May 1989, 54).

  19. C. S. Lewis, Mere Christianity (1960), 160.

ພິມ