ຈົ່ງເງີຍໜ້າຂຶ້ນ ແລະ ມີຄວາມປິຕິຍິນດີ
ເມື່ອເຮົາປະສົບຄວາມລຳບາກ ໃນວິທີທາງຂອງພຣະຜູ້ເປັນເຈົ້າ, ຂໍໃຫ້ເຮົາຈົ່ງເງີຍໜ້າຂຶ້ນ ແລະ ມີຄວາມປິຕິຍິນດີ.
ໃນປີ 1981, ໝູ່ສະໜິດສອງຄົນ ແລະ ຂ້າພະເຈົ້າ ໄດ້ພາກັນໄປຜະຈົນໄພໃນລັດອາລາສກ້າ. ພວກເຮົາວາງແຜນ ໄປຈອດຢູ່ແຖບທະເລສາບ ແລະ ໄປປີນພູທີ່ສວຍງາມ. ເພື່ອເປັນການຜ່ອນແຮງການຕ່າງເຄື່ອງສ່ວນຕົວ ພວກເຮົາຫໍ່ພັດສະດຸຂອງພວກເຮົາໃສ່ໃນກະລັງ ເອົາຟອງນ້ຳຫຸ້ມກະລັງ, ແລ້ວເອົາເຈ້ຍສາຍຮຸ້ງມາຕິດໃສ່ ແລ້ວໂຍນມັນລົງຈຸດໝາຍ ຈາກປ່ອງຢ້ຽມຍົນນ້ອຍ.
ຫລັງຈາກພວກເຮົາມາຮອດ ກໍພາກັນຊອກຫາກະລັງ ແຕ່ພາກັນຜິດຫວັງ ເພາະບໍ່ເຫັນກະລັງຈັກໜ່ວຍເລີຍ. ຕໍ່ມາ ກໍເຫັນກະລັງໜ່ວຍໜຶ່ງ. ມີເຕົາແກ໊ສນ້ອຍໆ, ຜ້າໃບ, ເຂົ້າໜົມ, ແລະ ຖົງອາຫານສຳລັບປະສົມໃສ່ຊີ້ນ ສອງສາມຖົງ—ແຕ່ພວກເຮົາບໍ່ມີຊີ້ນ. ພວກເຮົາກໍບໍ່ມີທາງທີ່ຈະສື່ສານກັບພາຍນອກອີກ ແລະ ກຳນົດຄົນມາຮັບພວກເຮົາ ກໍແມ່ນອາທິດປາຍພຸ້ນ.
ພວກເຮົາໄດ້ຮຽນຮູ້ບົດຮຽນມີຄ່າສອງຢ່າງ ຈາກປະສົບການນີ້ ຄື: ໜຶ່ງ, ຢ່າໂຍນອາຫານອອກປ່ອງຢ້ຽມ. ສອງ, ບາງເທື່ອ ພວກເຮົາຕ້ອງປະສົບຄວາມລຳບາກ.
ເມື່ອປະສົບຄວາມລຳບາກ ເຮົາມັກຈະຖາມວ່າ “ເປັນຫຍັງຈຶ່ງຖືກຕົນເອງ?” ການຖາມວ່າ ເປັນຫຍັງ ບໍ່ສາມາດແກ້ໄຂຄວາມລຳບາກໄດ້. ພຣະຜູ້ເປັນເຈົ້າກຳນົດໃຫ້ພວກເຮົາເອົາຊະນະສິ່ງທ້າທາຍຕ່າງໆ, ແລະ ພຣະອົງໄດ້ກ່າວອີກວ່າ ສິ່ງເຫລົ່ານີ້ຈະເຮັດໃຫ້ພວກເຮົາຮຽນຮູ້ໄວ້, ແລະ ມັນຈະເປັນປະໂຫຍດແກ່ພວກເຮົາ.1
ບາງເທື່ອ ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ພວກເຮົາເຮັດສິ່ງທີ່ຍາກ ແລະ ບາງເທື່ອພວກເຮົາມີສິ່ງທ້າທາຍ ຍ້ອນຕົນເອງເຮັດເອງ ຫລື ຍ້ອນການເຮັດຕາມອຳເພີໃຈຂອງຄົນອື່ນ. ນີໄຟ ເຄີຍມີປະສົບການທັງສອງສະຖານະການນັ້ນ. ເມື່ອລີໄຮໄດ້ຂໍຮ້ອງລູກຊາຍຂອງເພິ່ນໃຫ້ກັບໄປເອົາແຜ່ນຈາລຶກຈາກລາບານ, ເພິ່ນເວົ້າວ່າ, “ຈົ່ງເບິ່ງ ພວກອ້າຍຂອງລູກຈົ່ມ ໂດຍກ່າວວ່າ ເລື່ອງທີ່ພໍ່ຂໍຮ້ອງໃຫ້ພວກເຂົາເຮັດນັ້ນ ເປັນເລື່ອງຍາກ; ແຕ່ຈົ່ງເບິ່ງ ພໍ່ບໍ່ໄດ້ຂໍຮ້ອງໃຫ້ພວກເຂົາເຮັດ, ແຕ່ມັນເປັນພຣະບັນຊາຂອງພຣະຜູ້ເປັນເຈົ້າ.”2 ມີເທື່ອໜຶ່ງອີກ ທີ່ພວກອ້າຍຂອງນີໄຟໄດ້ຈຳກັດສິດຂອງເພິ່ນຄື: “ພວກເຂົາໄດ້ຈັບຂ້າພະເຈົ້າມາ ແລ້ວເອົາເຊືອກມາມັດຂ້າພະເຈົ້າ ເພາະພວກເຂົາພະຍາຍາມຂ້າຂ້າພະເຈົ້າ.”3
ໂຈເຊັບ ສະມິດ ໄດ້ຕົກລະກຳລຳບາກໃນຄຸກລີເບີຕີ. ໂດຍບໍ່ມີວີ່ແວວວ່າຈະບັນເທົາ ແລະ ມີຄວາມສິ້ນຫວັງ, ເພິ່ນໄດ້ໂຫຍຫວນອອກມາວ່າ, ໂອ້ ພຣະອົງເຈົ້າ, ພຣະອົງຢູ່ໃສນໍ້?4 ບໍ່ຕ້ອງສົງໄສເລີຍວ່າ ເຮົາບາງຄົນກໍຈະຮູ້ສຶກຄືກັນກັບ ໂຈເຊັບ ສະມິດ ໃນຕອນນັ້ນ.
ທຸກຄົນກໍມີຄວາມລຳບາກຫຼາຍຢ່າງເຊັ່ນ: ສູນເສຍຄົນທີ່ເຮົາຮັກ. ຢ່າຮ້າງກັນ, ລູກບໍ່ຟັງຄວາມ, ເຈັບປ່ວຍ, ສົງໄສໃນຄວາມເຊື່ອ, ຕົກງານ, ຫລື ເດືອດຮ້ອນຢ່າງອື່ນ.
ເມື່ອຂ້າພະເຈົ້າໄດ້ຍິນຄຳນີ້ ຈາກ ແອວເດີ ນຽວ ເອ ແມ໊ກສະແວວ ແຫ່ງກຸ່ມອັກຄະສາວົກສິບສອງ ເມື່ອເພິ່ນເວົ້າເຖິງຕອນທີ່ເພິ່ນເປັນມະເລັງເມັດເລືອດຂາວ. ເພິ່ນເວົ້າວ່າ “ເມື່ອຂ້າພະເຈົ້າກຳລັງໄຕ່ຕອງຢູ່ ມີຄຳສອນ ແລະ ຄຳປອບໃຈເຫລົ່ານີ້ ຜຸດຂຶ້ນມາໃນໃຈວ່າ: ‘ເຮົາໄດ້ເຮັດໃຫ້ເຈົ້າເປັນມະເລັງເມັດເລືອດຂາວ ເພື່ອເຈົ້າອາດຈະໄດ້ສອນຜູ້ຄົນຂອງເຮົາດ້ວຍຄວາມແທ້ຈິງ.’” ແລ້ວເພິ່ນໄດ້ເວົ້າອີກວ່າ ປະສົບການນີ້ ໄດ້ເຮັດໃຫ້ເພິ່ນມີມຸມມອງກ່ຽວກັບຄວາມຈິງອັນລ້ຳເລີດຂອງນິລັນດອນ. … ການເຂົ້າໃຈກ່ຽວກັບນິລັນດອນ ສາມາດຊ່ວຍພວກເຮົາໃຫ້ເດີນຕໍ່ໄປໄກໆໄດ້ ຊຶ່ງນັ້ນອາດຈະເປັນການຍາກຫລາຍ.”5
ເພື່ອຊ່ວຍພວກເຮົາໃຫ້ກ້າວໜ້າ ແລະ ຜ່ານຜ່າຄວາມລຳບາກ ດ້ວຍຄວາມເຂົ້າໃຈກ່ຽວກັບນິລັນດອນ, ຂ້າພະເຈົ້າຂໍແນະນຳສອງຢ່າງ. ພວກເຮົາຕ້ອງປະສົບຄວາມລຳບາກ, ຂໍ້ທຳອິດ ແມ່ນຍົກໂທດໃຫ້ຄົນອື່ນ, ແລະ ຂໍ້ທີສອງ ແມ່ນການອຸທິດຕົນຕໍ່ພຣະບິດາເທິງສະຫວັນ.
ຈົ່ງຍົກໂທດຜູ້ທີ່ເຮັດໃຫ້ເຮົາລຳບາກ ແລະ “ຍອມຈຳນົນ [ຕົນເອງ] ຕໍ່ພຣະປະສົງຂອງພຣະເຈົ້ານັ້ນ”6 ຈະເປັນການຍາກຫລາຍ. ມັນຈະເຮັດໃຫ້ເຮົາອຸກໃຈຫລາຍເມື່ອຄົນໃນຄອບຄົວ, ໝູ່ຄູ່ໃກ້ຊິດ, ຫລື ຕົນເອງ ເຮັດໃຫ້ເຮົາລຳບາກ.
ໃນຖານະທີ່ເປັນອະທິການໃໝ່, ຂ້າພະເຈົ້າໄດ້ຮູ້ຈັກກ່ຽວກັບ ການຍົກໂທດ ເມື່ອປະທານສະເຕກຂອງຂ້າພະເຈົ້າ ທີ່ມີຊື່ວ່າ ບຣູຊ ເອັມ ຄຸກ, ໄດ້ເລົ່າເລື່ອງດັ່ງຕໍ່ໄປນີ້ໃຫ້ຟັງ. ເພິ່ນເລົ່າວ່າ:
“ໃນລະຫວ່າງທ້າຍຊຸມປີ 1970, ເພື່ອນຮ່ວມງານບາງຄົນ ແລະ ຂ້າພະເຈົ້າໄດ້ເລີ່ມເຮັດທຸລະກິດ. ເຖິງແມ່ນວ່າ ພວກເຮົາບໍ່ໄດ້ເຮັດຫຍັງຜິດກົດໝາຍ ແຕ່ຍ້ອນຕັດສິນໃຈຜິດ, ປະກອບກັບເສດຖະກິດຝືດເຄືອງ, ຈຶ່ງເຮັດໃຫ້ພວກເຮົາລົ້ມເຫລວ.
“ຜູ້ລົງທຶນບາງຄົນໄດ້ຟ້ອງເອົາຄ່າເສຍຫາຍ. ທະນາຍຂອງເຂົາເຈົ້າ ບັງເອີນເປັນຜູ້ປຶກສາໃນຝ່າຍອະທິການ ຂອງຄອບຄົວຂ້າພະເຈົ້າ. ມັນໜັກໃຈຫລາຍ ທີ່ຈະສະໜັບສະໜູນຊາຍຄົນນັ້ນ ທີ່ພະຍາຍາມທຳລາຍຂ້າພະເຈົ້າ. ຂ້າພະເຈົ້າເລີ່ມມີຄວາມບາດໝາງຕໍ່ລາວ ແລະ ຖືວ່າລາວເປັນສັດຕູຂອງຂ້າພະເຈົ້າ. ຫລັງຈາກການສູ້ຄະດີກັນເປັນເວລາຫ້າປີ, ພວກເຮົາໄດ້ສູນເສຍ ທຸກຢ່າງທີ່ມີຢູ່ ຮ່ວມທັງເຮືອນພວກເຮົາອີກ.
“ໃນປີ 2002, ພັນລະຍາ ແລະ ຂ້າພະເຈົ້າ ໄດ້ຮູ້ມາວ່າ ຝ່າຍປະທານສະເຕກ ທີ່ຂ້າພະເຈົ້າຮັບໃຊ້ເປັນຜູ້ປຶກສາຢູ່ ກຳລັງຈະຈັດໃໝ່. ໃນຂະນະທີ່ພວກເຮົາເດີນທາງໄປພັກຜ່ອນເວລາສັ້ນ ກ່ອນຈະຖືກປົດຈາກຕຳແໜ່ງນັ້ນ, ນາງໄດ້ຖາມຂ້າພະເຈົ້າວ່າ ຂ້າພະເຈົ້າຈະເລືອກໃຜເປັນທີ່ປຶກສາຂອງຂ້າພະເຈົ້າ ຖ້າຂ້າພະເຈົ້າຖືກເອີ້ນໃຫ້ເປັນປະທານສະເຕກຄົນໃໝ່. ຂ້າພະເຈົ້າບໍ່ຢາກເວົ້າເຖິງສິ່ງນັ້ນເລີຍ, ແຕ່ນາງຍັງຖາມຢູ່. ທ້າຍສຸດ, ຕົນເອງຈຶ່ງຄິດເຫັນຊື່ຄົນໜຶ່ງ. ແລ້ວນາງໄດ້ເອີ່ຍຊື່ຂອງທະນາຍ ຜູ້ທີ່ພວກເຮົາຖືວ່າ ເປັນຕົວການ ທີ່ສ້າງຄວາມຫຍຸ້ງຍາກໃຫ້ພວກເຮົາເມື່ອ 20 ປີກ່ອນ. ຂະນະທີ່ນາງເວົ້າຢູ່ນັ້ນ, ພຣະວິນຍານໄດ້ໃຫ້ການຢືນຢັນວ່າ ລາວຄວນເປັນທີ່ປຶກສາ. ຂ້າພະເຈົ້າຈະຍົກໂທດໃຫ້ລາວໄດ້ບໍ?
“ເມື່ອແອວເດີ ເດວິດ ອີ ຊໍເຣັນຊັນ ໄດ້ເອີ້ນຂ້າພະເຈົ້າໃຫ້ເປັນປະທານສະເຕກຄົນໃໝ່, ເພິ່ນໄດ້ໃຫ້ເວລາຂ້າພະເຈົ້າ ໜຶ່ງຊົ່ວໂມງ ເພື່ອເລືອກທີ່ປຶກສາ. ຂ້າພະເຈົ້າໄດ້ບອກເພິ່ນ ທັງມີນ້ຳຕາຄາປໍ້ວ່າ ພຣະຜູ້ເປັນເຈົ້າໄດ້ເປີດເຜີຍໃຫ້ຮູ້ແລ້ວ. ເມື່ອຂ້າພະເຈົ້າເອີ່ຍຊື່ຊາຍຄົນນັ້ນທີ່ຕົນຖືວ່າເປັນສັດຕູກັນ ຄວາມໂກດເຄືອງ, ຄວາມບາດໝາງ, ແລະ ຄວາມຊິງຊັງ ທີ່ຝັງເລິກໃນໃຈກໍໄດ້ຫາຍໄປ. ໃນຊົ່ວຂະນະນັ້ນເອງ, ຂ້າພະເຈົ້າ ກໍໄດ້ຮູ້ສຶກເຖິງຄວາມສະຫງົບທີ່ມາຈາກ ການໃຫ້ອະໄພໂດຍການຊົດໃຊ້ຂອງພຣະຄຣິດ.”
ຖ້າຈະເວົ້າແລ້ວແມ່ນວ່າ ປະທານສະເຕກຂອງຂ້າພະເຈົ້າໄດ້ “ຍົກໂທດໃຫ້” ລາວ, ເໝືອນດັ່ງທີ່ ນີໄຟໃນສະໄໝເກົ່າ.7 ຂ້າພະເຈົ້າຮູ້ວ່າ ປະທານຄຸກ ແລະ ທີ່ປຶກສາຂອງເພິ່ນ ແມ່ນຜູ້ນຳຖານະປະໂລຫິດທີ່ຊອບທຳ ຊຶ່ງຮັກກັນແລະກັນ. ຂ້າພະເຈົ້າຕັດສິນໃຈຈະເປັນຄືພວກເພິ່ນ.
ຫລາຍປີກ່ອນໜ້ານີ້, ໃນລະຫວ່າງການຜະຈົນໄພທີ່ຫຍຸ້ງຍາກ ໃນລັດອາລາສກ້ານັ້ນ ຂ້າພະເຈົ້າໄດ້ຮຽນຮູ້ໄວວາ ວ່າ—ການໂຍນອາຫານອອກຈາກຍົນ ເມື່ອມີແສງພໍຮິບຮີ່—ບໍ່ແມ່ນການແກ້ໄຂບັນຫາເລີຍ. ເຖິງຢ່າງໃດກໍຕາມ, ເມື່ອພວກເຮົາເມື່ອຍລ້າ, ບໍ່ມີອາຫານ, ບໍ່ສະບາຍ, ແລະ ນອນຢູ່ພື້ນດິນ ໂດຍມີແຕ່ຜ້າໃບປົກຕົວ ເມື່ອມີພາຍຸໃຫຍ່ເຂົ້າມາ, ພວກເຮົາໄດ້ຮຽນຮູ້ວ່າ, “ຖ້າມີພຣະເຈົ້າ ກໍບໍ່ມີຫຍັງທີ່ຈະເປັນໄປບໍ່ໄດ້.”8
ໜຸ່ມນ້ອຍທັງຫລາຍ, ພຣະເຈົ້າປະສົງໃຫ້ພວກເຈົ້າຜ່ານຜ່າຄວາມລຳບາກ. ຍິງໜຸ່ມອາຍຸ 14 ປີ ຄົນໜຶ່ງໄດ້ມີສ່ວນຮ່ວມໃນໂຄງການຊິງໄຊ ໃນກິລາບານບ້ວງ. ນາງຕັ້ງຄວາມຝັນວ່າ ນາງຈະຫລິ້ນກິລາບານບ້ວງຢູ່ມັດທະຍົມປາຍ ຄືກັນກັບເອື້ອຍຂອງນາງ. ແຕ່ນາງຮູ້ພາຍຫລັງວ່າ ພໍ່ແມ່ຂອງນາງໄດ້ຖືກເອີ້ນໃຫ້ໄປດູແລການເຜີຍແຜ່ ໃນປະເທດກົວເຕມາລາ.
ເມື່ອມາຮອດແລ້ວ, ນາງໄດ້ຮູ້ວ່າ ມີສອງສາມຫ້ອງຈະສອນເປັນພາສາສະເປນ, ຊຶ່ງນາງຍັງບໍ່ຮູ້ເວົ້າພາສານັ້ນເທື່ອເລີຍ. ຢູ່ໃນໂຮງຮຽນຂອງນາງ ຮອດບໍ່ມີທີມກິລາເດັກນ້ອຍຜູ້ຍິງຊ້ຳ. ນາງອາໄສຢູ່ຊັ້ນທີ 14 ຂອງອາຄານທີ່ມີການຮັກສາຄວາມປອດໄພ ຢ່າງເຂັ້ມງວດ. ຊ້ຳບໍ່ໜຳ ນາງຍັງອອກໄປນອກຄົນດຽວບໍ່ໄດ້ອີກ ຍ້ອນຢ້ານບໍ່ປອດໄພ.
ພໍ່ແມ່ຂອງນາງ ຟັງນາງນອນໄຫ້ທຸກຄືນ ເປັນເວລາຫລາຍເດືອນ. ເຂົາເຈົ້າຈຶ່ງທຸກໃຈຫລາຍ! ເຂົາເຈົ້າເລີຍຕັດສິນໃຈ ວ່າຈະສົ່ງນາງກັບບ້ານໃຫ້ໄປຢູ່ກັບແມ່ຕູ້ ຂອງນາງ ເພື່ອໄປມັດທະຍົມປາຍຢູ່ພຸ້ນ.
ເມື່ອພັນລະຍາຂອງຂ້າພະເຈົ້າໄດ້ເຂົ້າໄປໃນຫ້ອງນອນລູກສາວ ເພື່ອບອກເລື່ອງນັ້ນ. ລາວເຫັນລູກຂອງພວກເຮົາກຳລັງຄຸເຂົ່າອະທິຖານ ແລະ ມີພຣະຄຳພີມໍມອນເປີດໄວ້ຢູ່ເທິງຕຽງຢູ່. ພຣະວິນຍານໄດ້ສື່ມໃສ່ຫູພັນລະຍາຂອງຂ້າພະເຈົ້າວ່າ “ນາງຈະບໍ່ເປັນຫຍັງດອກ,” ແລ້ວພັນລະຍາຂອງຂ້າພະເຈົ້າກໍໄດ້ອອກຈາກຫ້ອງນັ້ນ.
ພວກເຮົາກໍບໍ່ໄດ້ຍິນນາງຮ້ອງໄຫ້ອີກເລີຍ. ຍ້ອນນາງຕັ້ງໃຈ ແລະ ໄດ້ຮັບຄວາມຊ່ວຍເຫລືອຈາກພຣະຜູ້ຊ່ວຍໃຫ້ລອດ, ນາງຈຶ່ງໄດ້ຜ່ານຜ່າສາມປີເຫລົ່ານັ້ນຢ່າງສະບາຍ.
ໃນຕອນທ້າຍການເຜີຍແຜ່ຂອງພວກເຮົາ, ຂ້າພະເຈົ້າ ໄດ້ຖາມລູກສາວວ່າ ນາງຢາກໄປສອນສາດສະໜາເຕັມເວລາບໍ່. ນາງຕອບວ່າ “ບໍ່, ພໍ່ເອີຍ, ລູກກະໄດ້ເຮັດແລ້ວເດ້.”
ຂ້າພະເຈົ້າ ກໍບໍ່ໄດ້ວ່າຫຍັງ! ແຕ່ຫົກເດືອນຕໍ່ມາ, ພຣະວິນຍານໄດ້ເຮັດໃຫ້ຂ້າພະເຈົ້າສະດຸ້ງຕື່ນຕອນກາງຄືນ ຍ້ອນຄວາມໃນໃຈທີ່ວ່າ: “ເຮົາໄດ້ເອີ້ນລູກສາວເຈົ້າ ໃຫ້ໄປຮັບໃຊ້ເຜີຍແຜ່.”
ຂ້າພະເຈົ້າເລີຍຕອບໄປວ່າ “ພຣະບິດາເທິງສະຫວັນເອີຍ, ນາງໄດ້ເຮັດຫລາຍແລ້ວເດ້.” ພຣະວິນຍານເລີຍສອນຂ້າພະເຈົ້າ ແລະ ໄດ້ຮຽນຮູ້ວ່າ ການໄປຮັບໃຊ້ເປັນຜູ້ສອນສາດສະໜາ ແມ່ນການກຳນົດຂອງພຣະຜູ້ເປັນເຈົ້າ.
ຕໍ່ມາບໍ່ດົນ ຂ້າພະເຈົ້າໄດ້ພາລູກສາວໄປກິນເຂົ້າສວຍ. ເມື່ອນັ່ງກົງກັນຂ້າມຢູ່ໂຕະ, ຂ້າພະເຈົ້າໄດ້ເວົ້າວ່າ, “ແກນຊີ, ລູກຮູ້ບໍ່ວ່າ ເປັນຫຍັງພວກເຮົາຈຶ່ງມານີ້?”
ນາງຕອບວ່າ, “ໂດຍ, ລູກຮູ້ຢູ່. ພໍ່ຮູ້ແລ້ວວ່າ ລູກຕ້ອງໄປສອນສາດສະໜາ. ລູກບໍ່ຢາກໄປເລີຍ, ແຕ່ລູກຈະໄປ.”
ເພາະນາງໄດ້ເຮັດຕາມພຣະປະສົງຂອງພຣະບິດາເທິງສະຫວັນ, ນາງຈຶ່ງໄດ້ຮັບໃຊ້ພຣະອົງຢ່າງສຸດໃຈ, ສຸດພະລັງ, ສຸດຄວາມຄິດ, ແລະ ສຸດກຳລັງ. ນາງໄດ້ສິດສອນພໍ່ຂອງນາງເຖິງວິທີທີ່ຈະເຮັດສິ່ງລຳບາກ.
ໃນຄຳເທດສະໜາທົ່ວໂລກຕໍ່ຊາວໜຸ່ມ, ປະທານຣະໂຊ ເອັມ ແນວສັນ ໄດ້ຂໍຮ້ອງໃຫ້ຊາວໜຸ່ມຮູ້ເຮັດສິ່ງທີ່ຍາກໆ. ປະທານແນວສັນ ກ່າວວ່າ: “ການເຊື້ອເຊີນ ເທື່ອທີຫ້າຂອງຂ້າພະເຈົ້າ ຄືໃຫ້ຊາວໜຸ່ມໂດດເດັ່ນ; ກ້າທີ່ຈະແຕກຕ່າງຈາກຄົນທົ່ວໂລກ. … ພຣະຜູ້ເປັນເຈົ້າ ຕ້ອງການໃຫ້ພວກເຈົ້າເປັນເໝືອນ, ເວົ້າເໝືອນ, ເຮັດເໝືອນ, ແລະ ແຕ່ງຕົວ ເໝືອນສານຸສິດທີ່ແທ້ຈິງ ຂອງພຣະເຢຊູຄຣິດ.”9 ມັນຄືຊິເຮັດຍາກຢູ່ເນາະ, ແຕ່ຂ້າພະເຈົ້າຮູ້ວ່າ ພວກເຈົ້າເຮັດ—ດ້ວຍຄວາມຍິນດີໄດ້.
ຈົ່ງຈື່ຈຳໄວ້ວ່າ “ມະນຸດເປັນຢູ່ ເພື່ອເຂົາຈະໄດ້ມີຄວາມສຸກ.”10 ເຖິງແມ່ນວ່າລີໄຮ ປະສົບຄວາມລຳບາກ, ເພິ່ນຍັງມີຄວາມສຸກ. ຈື່ໄດ້ບໍ່ ເມື່ອແອວມາ ”ໜັກໃຈຍ້ອນຄວາມເສົ້າໂສກ”11 ເພາະຜູ້ຄົນຢູ່ໃນເມືອງອຳໂມນໄນຮານັ້ນ? ທູດອົງໜຶ່ງໄດ້ບອກເພິ່ນວ່າ, ເຈົ້າເປັນສຸກແລ້ວ ແອວມາ; ດັ່ງນັ້ນ, ຈົ່ງເງີຍໜ້າຂຶ້ນ ແລະ ປິຕິຍິນດີເຖີດ, …ເພາະວ່າເຈົ້າສັດຊື່ໃນການຮັກສາພຣະບັນຍັດຂອງພຣະເຈົ້າ.”12 ແອວມາໄດ້ຮຽນຮູ້ຄວາມຈິງທີ່ເລີດລ້ຳ: ພວກເຮົາມີຄວາມປິຕິຍິນດີໄດ້ ເມື່ອພວກເຮົາຮັກສາພຣະບັນຍັດ. ຈື່ໄດ້ບໍ່ວ່າໃນປາງສົງຄາມ ຜ່ານການທ້າທາຍຕ່າງໆ ໃນສະໄໝຂອງນາຍທັບໂມໂຣໄນ, “ມັນບໍ່ເຄີຍມີເວລາໃດເລີຍ ທີ່ສະຫງົບສຸກຢູ່ໃນບັນດາຜູ້ຄົນຂອງນີໄຟ.”13 ພວກເຮົາສາມາດພົບ ແລະ ຄວນສະແຫວງຫາຄວາມສຸກໄດ້ ໃນຍາມປະສົບຄວາມລຳບາກ.
ພຣະຜູ້ຊ່ວຍໃຫ້ລອດປະສົບຄວາມລຳບາກຫລາຍຢ່າງ: “ມະນຸດໂລກ … ຈະຕັດສິນພຣະອົງວ່າບໍ່ມີຄ່າ, ດັ່ງນັ້ນ ເຂົາຈຶ່ງຂ້ຽນພຣະອົງ, ແລະ ພຣະອົງໄດ້ທົນ; ແລະ ເຂົາຕີພຣະອົງ, ແລະ ພຣະອົງໄດ້ທົນ. ແທ້ຈິງແລ້ວ, ເຂົາຖົ່ມນ້ຳລາຍໃສ່ພຣະອົງ, ແລະ ພຣະອົງໄດ້ທົນ, ເພາະຄວາມກະລຸນາຮັກຫອມຂອງພຣະອົງ ແລະ ຄວາມອົດກັ້ນທີ່ພຣະອົງມີຕໍ່ລູກຫລານມະນຸດ.”14
ເພາະຄວາມຮັກຫອມ ແລະ ເມດຕາ, ພຣະເຢຊູຈຶ່ງໄດ້ທົນທຸກທໍລະມານໃນການຊົດໃຊ້. ດ້ວຍເຫດນັ້ນ, ພຣະອົງຈຶ່ງໄດ້ບອກພວກເຮົາແຕ່ລະຄົນວ່າ, “ໃນໂລກນີ້ ພວກທ່ານຈະປະສົບຄວາມລຳບາກ ແຕ່ຈົ່ງຊື່ນໃຈເຖີດ; ເຮົາໄດ້ຊະນະໂລກແລ້ວ.”15 ຍ້ອນພຣະຄຣິດ, ພວກເຮົາກໍຈະເອົາຊະນະໂລກໄດ້ຄືກັນ.
ເມື່ອເຮົາປະສົບຄວາມລຳບາກ ໃນວິທີທາງຂອງພຣະຜູ້ເປັນເຈົ້າ, ຂໍໃຫ້ເຮົາຈົ່ງເງີຍໜ້າຂຶ້ນ ແລະ ມີຄວາມປິຕິຍິນດີ. ໃນໂອກາດທີ່ສັກສິດນີ້ ຂ້າພະເຈົ້າຂໍເປັນພະຍານຕໍ່ໂລກວ່າ, ພຣະຜູ້ຊ່ວຍໃຫ້ລອດຊົງພຣະຊົນຢູ່ ແລະ ຍັງນຳພາສາດສະໜາຈັກຂອງພຣະອົງຢູ່. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.