ທຸກຄົນຈະຕ້ອງຮັບເອົາພຣະນາມທີ່ພຣະບິດາປະທານໃຫ້
ພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດເປັນອຳນາດດຽວ ແລະ ຈຳເປັນ. ມັນເປັນພຽງພຣະນາມດຽວ ຊຶ່ງສາມາດນຳຄວາມລອດມາໃຫ້ໄດ້.
ເມື່ອສອງສາມອາທິດຜ່ານມານີ້, ຂ້າພະເຈົ້າໄດ້ມີພາກສ່ວນໃນການບັບຕິສະມາ ຂອງເດັກນ້ອຍອາຍຸແປດປີຫລາຍຄົນ. ພວກເຂົາໄດ້ເລີ່ມຮຽນຮູ້ພຣະກິດຕິຄຸນຂອງພຣະເຢຊູຄຣິດ ຈາກພໍ່ແມ່ ແລະ ຄູຂອງພວກເຂົາ. ເມັດພືດແຫ່ງສັດທາຂອງພວກເຂົາໃນພຣະອົງກໍໄດ້ເລີ່ມເຕີບໂຕຂຶ້ນ. ແລະ ບັດນີ້ ພວກເຂົາຢາກຕິດຕາມພຣະອົງລົງໄປໃນນ້ຳແຫ່ງການບັບຕິສະມາ ເພື່ອຈະເປັນສະມາຊິກຂອງສາດສະໜາຈັກທີ່ຟື້ນຟູຂອງພຣະອົງ. ເມື່ອຂ້າພະເຈົ້າໄດ້ເຫັນຄວາມຄາດຫວັງຂອງພວກເຂົາ, ຂ້າພະເຈົ້າໄດ້ຄິດວ່າພວກເຂົາເຂົ້າໃຈຫລາຍປານໃດກ່ຽວກັບ ຄວາມສຳຄັນຂອງພັນທະສັນຍາແຫ່ງການບັບຕິສະມາ: ທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ.
ຕັ້ງແຕ່ຕົ້ນ, ພຣະເຈົ້າໄດ້ປະກາດເຖິງຄວາມເປັນເລີດ ຂອງພຣະນາມຂອງພຣະເຢຊູຄຣິດ ໃນແຜນຂອງພຣະອົງສຳລັບເຮົາ. ທູດສະຫວັນອົງໜຶ່ງໄດ້ສອນບິດາຄົນທຳອິດຂອງເຮົາ, ອາດາມວ່າ, ໃຫ້ເພິ່ນເຮັດໃນພຣະນາມຂອງພຣະບຸດ, ແລະ ໃຫ້ກັບໃຈ ແລະ ຮ້ອງຫາພຣະເຈົ້າ ໃນພຣະນາມຂອງພຣະບຸດຕະຫລອດໄປ.1
ສາດສະດາໃນພຣະຄຳພີມໍມອນ ກະສັດເບັນຢາມິນ ໄດ້ສອນຜູ້ຄົນຂອງເພິ່ນວ່າ, “ຈະບໍ່ມີນາມອື່ນໃດໃຫ້ໄວ້ ຫລື ທາງອື່ນໃດ ຫລື ວິທີໃດທີ່ຄວາມລອດຈະມາຫາລູກຫລານມະນຸດໄດ້”2
ພຣະຜູ້ເປັນເຈົ້າໄດ້ກ່າວຊ້ຳຄວາມຈິງນີ້ຕໍ່ສາດສະດາຂອງພຣະອົງ ໂຈເຊັບ ສະມິດວ່າ: ຈົ່ງເບິ່ງ, ພຣະເຢຊູຄຣິດຄືພຣະນາມ ຊຶ່ງພຣະບິດາປະທານໃຫ້, ແລະ ບໍ່ມີພຣະນາມອື່ນອີກທີ່ປະທານໃຫ້ ຊຶ່ງໂດຍພຣະນາມນັ້ນມະນຸດຈະລອດໄດ້.3
ໃນວັນເວລາຂອງເຮົາ, ປະທານດາລິນ ເອັຈ ໂອກສ໌ ໄດ້ສອນວ່າ “ຜູ້ທີ່ໃຊ້ສັດທາໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ … ແລະ ເຂົ້າເຮັດພັນທະສັນຍາຂອງພຣະອົງ … ສາມາດຮຽກຮ້ອງ ການເສຍສະລະຊົດໃຊ້ ຂອງພຣະເຢຊູຄຣິດ.”4
ພຣະບິດາເທິງສະຫວັນຂອງເຮົາປະສົງຈະເຮັດໃຫ້ແຈ່ມແຈ້ງແທ້ໆວ່າ ພຣະນາມຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ບໍ່ແມ່ນພຽງແຕ່ພຣະນາມໜຶ່ງໃນຫລາຍໆພຣະນາມ. ພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດມີອຳນາດດຽວ ແລະ ຈຳເປັນ. ມັນເປັນພຽງພຣະນາມດຽວ ຊຶ່ງສາມາດນຳຄວາມລອດມາໃຫ້ໄດ້. ໂດຍການເນັ້ນໜັກເຖິງຄວາມຈິງນີ້ໃນທຸກຍຸກທຸກສະໄໝ, ພຣະບິດາທີ່ຊົງຮັກຂອງເຮົາໃຫ້ລູກໆຂອງພຣະອົງທຸກຄົນແນ່ໃຈວ່າ ມີຫົນທາງທີ່ຈະກັບໄປຫາພຣະອົງ. ແຕ່ການມີຫົນທາງທີ່ແນ່ນອນນີ້ໄວ້ໃຫ້ ບໍ່ໄດ້ໝາຍຄວາມວ່າການກັບຄືນໄປຂອງເຮົານັ້ນ ເປັນເລື່ອງອັດຕະໂນມັດທີ່ແນ່ນອນ. ພຣະເຈົ້າບອກເຮົາວ່າ ການກະທຳຂອງເຮົາຖືກຮຽກຮ້ອງ: ດັ່ງນັ້ນ, ຊາຍ [ແລະ ຍິງ]ທັງປວງຈະຕ້ອງ ຮັບເອົາ ພຣະນາມທີ່ພຣະບິດາປະທານໃຫ້.5
ກ່ອນຈະໄດ້ຮັບອຳນາດແຫ່ງການຊ່ວຍໃຫ້ລອດ ທີ່ມາເຖິງຜ່ານທາງພຣະນາມຂອງພຣະອົງເທົ່ານັ້ນ, ເຮົາຕ້ອງ ຖ່ອມຕົວ ລົງຢູ່ຕໍ່ພຣະພັກຂອງພຣະເຈົ້າ ແລະ ອອກມາດ້ວຍຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ ເຕັມໃຈ ທີ່ຈະຮັບພຣະນາມຂອງພຣະເຢຊູຄຣິດ ແລະ ແລ້ວຈຶ່ງເໝາະສົມ, ຄືກັນກັບເພື່ອນນ້ອຍຂອງຂ້າພະເຈົ້າ ຜູ້ອາຍຸແປດປີ, “ຈະຖືກຮັບເຂົ້າໃນສາດສະໜາຈັກຂອງພຣະອົງ ໂດຍການຮັບບັບຕິສະມາ.”6
ທຸກຄົນທີ່ປາດຖະໜາຢ່າງຈິງໃຈທີ່ຈະຮັບພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ ຕ້ອງເໝາະສົມ ທີ່ຈະຮັບເອົາພິທີການແຫ່ງການບັບຕິສະມາ ເພື່ອເປັນພະຍານທາງຮ່າງກາຍຕໍ່ພຣະເຈົ້າ ເຖິງການຕັດສິນໃຈຂອງເຂົາເຈົ້າ.7 ແຕ່ການຮັບບັບຕິສະມາກໍເປັນພຽງການເລີ່ມຕົ້ນເທົ່ານັ້ນ.
ຄຳທີ່ວ່າ ຮັບເອົາ ບໍ່ໄດ້ຄຳທີ່ບໍ່ມີການກະທຳ. ມັນເປັນຄຳຂອງການກະທຳ ພ້ອມດ້ວຍຄວາມໝາຍຫລາຍຢ່າງ.8 ເຊັ່ນດຽວກັນ, ຄຳໝັ້ນສັນຍາຂອງເຮົາທີ່ຈະຮັບເອົາພຣະນາມ ຂອງພຣະເຢຊູຄຣິດ ຮຽກຮ້ອງການກະທຳ ແລະ ມີຫລາກຫລາຍມິຕິ.
ຍົກຕົວຢ່າງ, ຄຳໝາຍຢ່າງໜຶ່ງຂອງຄຳທີ່ວ່າ ຮັບເອົາ ແມ່ນວ່າຈະຮັບສ່ວນ ຫລື ຮັບເຂົ້າໄປໃນຮ່າງກາຍຂອງຕົນ, ດັ່ງເຊັ່ນເມື່ອເຮົາ ດື່ມ. ໂດຍການຮັບເອົາພຣະນາມຂອງພຣະຄຣິດ, ເຮົາໃຫ້ຄຳໝັ້ນສັນຍາວ່າຈະ ຮັບເອົາ ຄຳສອນຂອງພຣະອົງ, ບຸກຄະລິກລັກສະນະຂອງພຣະອົງ, ແລະ ໃນທີ່ສຸດຮັບເອົາຄວາມຮັກຂອງພຣະອົງ, ເຂົ້າໄປໃນສ່ວນເລິກໆຂອງຕົວເຮົາ ເພື່ອວ່າມັນຈະກາຍເປັນພາກສ່ວນຂອງຄົນທີ່ເຮົາເປັນຢູ່. ສະນັ້ນ, ຄວາມສຳຄັນຂອງຄຳເຊື້ອເຊີນຂອງ ປະທານຣະໂຊ ເອັມ ແນວສັນ ສຳລັບຜູ້ໃຫຍ່ໜຸ່ມ ແມ່ນໃຫ້ “[ສະແຫວງຫາ] ດ້ວຍການອະທິຖານ ແລະ ຢ່າງຫ້າວຫັນ ເພື່ອຈະເຂົ້າໃຈສິ່ງທີ່ແຕ່ລະຕຳແໜ່ງ [ຂອງພຣະຜູ້ຊ່ວຍໃຫ້ລອດ] ແລະ ພຣະນາມນັ້ນໝາຍເຖິງ ໂດຍສ່ວນຕົວ ສຳລັບ [ເຂົາເຈົ້າ],”9 ແລະ ຊື່ນຊົມກັບພຣະຄຳຂອງພຣະຄຣິດໃນພຣະຄຳພີ, ໂດຍສະເພາະພຣະຄຳພີມໍມອນ.10
ຄວາມໝາຍອີກຢ່າງໜຶ່ງຂອງຄຳວ່າ ຮັບເອົາ ແມ່ນທີ່ຈະຍອມຮັບເອົາຄົນໃດຄົນໜຶ່ງໃນບົດບາດໃດໜຶ່ງໂດຍສະເພາະ ຫລື ຍອມຮັບຄວາມເປັນຈິງຂອງຄວາມຄິດ ຫລື ຫລັກທຳ. ເມື່ອເຮົາຮັບເອົາພຣະນາມຂອງພຣະຄຣິດ, ເຮົາຍອມຮັບເອົາພຣະອົງວ່າເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະ ຍອມຮັບເອົາຄຳສອນຂອງພຣະອົງ ໃຫ້ເປັນການຊີ້ນຳສຳລັບຊີວິດຂອງເຮົາຕໍ່ໄປ. ໃນທຸກໆການຕັດສິນໃຈທີ່ມີຄວາມໝາຍທີ່ເຮົາເຮັດ, ເຮົາສາມາດ ຮັບເອົາ ພຣະກິດຕິຄຸນຂອງພຣະອົງ ທີ່ຈະດຳລົງຊີວິດຢ່າງຈິງໃຈ ແລະ ເຊື່ອຟັງຕາມພຣະກິດຕິຄຸນດ້ວຍສຸດໃຈ, ສຸດພະລັງ, ສຸດຄວາມຄິດ, ແລະ ສຸດກຳລັງຂອງເຮົາ.
ຄຳວ່າ ຮັບເອົາ ກໍໝາຍເຖິງການຈັດໃຫ້ຕົວເຮົາເອງເຂົ້າໄປຢູ່ກັບຊື່ ຫລື ອຸດົມການໃດໜຶ່ງ. ເຮົາຫລາຍຄົນກໍເຄີຍມີປະສົບການຂອງ ການຮັບເອົາ ໜ້າທີ່ຮັບຜິດຊອບຢູ່ທີ່ບ່ອນທຳງານ ຫລື ການຮັບເອົາ ອຸດົມການ ຫລື ການເຄື່ອນໄຫວໃດໜຶ່ງ. ເມື່ອເຮົາຮັບເອົາພຣະນາມຂອງພຣະຄຣິດ, ເຮົາກໍຮັບເອົາໜ້າທີ່ຮັບຜິດຊອບຂອງການເປັນສານຸສິດທີ່ແທ້ຈິງ, ເຮົາສົ່ງເສີມອຸດົມການຂອງພຣະອົງ, ແລະ ເຮົາ “ຢືນເປັນພະຍານເຖິງ [ພຣະອົງ] ໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນທີ່ [ເຮົາ] ຢູ່.”11 ປະທານແນວສັນ ໄດ້ຮຽກຮ້ອງໃຫ້ “ຍິງໜຸ່ມທຸກຄົນ ແລະ ຊາຍໜຸ່ມທຸກຄົນ ທີ່ມີອາຍຸລະຫວ່າງ … ໃຫ້ເຂົ້າຮ່ວມກອງທັບໜຸ່ມຂອງພຣະຜູ້ເປັນເຈົ້າ ເພື່ອຊ່ວຍເຕົ້າໂຮມອິດສະຣາເອນ.”12 ແລະ ເຮົາທຸກຄົນກໍກະຕັນຍູທີ່ຈະຮັບເອົາຄຳຮຽກຮ້ອງຈາກ ສາດສະດາທີ່ຈະໃຊ້ຊື່ຂອງສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ ດັ່ງທີ່ຖືກເປີດເຜີຍໂດຍພຣະຜູ້ຊ່ວຍໃຫ້ລອດພຣະອົງເອງວ່າ: ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.13
ໃນຂັ້ນຕອນຂອງການຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາຕ້ອງເຂົ້າໃຈວ່າອຸດົມການຂອງພຣະຄຣິດ ແລະ ຂອງສາດສະໜາຈັກຂອງພຣະອົງ ເປັນອັນໜຶ່ງອັນດຽວກັນ. ຈະແຍກທັງສອງອອກຈາກກັນບໍ່ໄດ້. ຄ້າຍຄືກັນ, ການເປັນສານຸສິດສ່ວນຕົວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ການເປັນສະມາຊິກທີ່ເຂັ້ມແຂງ ໃນສາດສະໜາຈັກຂອງພຣະອົງ ກໍແຍກອອກຈາກກັນບໍ່ໄດ້. ຖ້າຫາກເຮົາຫວັ່ນໄຫວໃນຄຳໝັ້ນສັນຍາຂອງເຮົາຕໍ່ອັນໃດອັນໜຶ່ງ, ຄຳໝັ້ນສັນຍາຂອງເຮົາ ຕໍ່ກັບອີກອັນໜຶ່ງກໍຈະມີໜ້ອຍລົງ, ຢ່າງແນ່ນອນດັ່ງທີ່ກາງຄືນຕິດຕາມກາງເວັນ.
ບາງຄົນກໍລັງເລໃຈ ທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ ແລະ ອຸດົມການຂອງພຣະອົງ ເພາະເຂົາເຈົ້າຖືວ່າມັນແຄບ, ຈຳກັດ, ແລະ ອຶດອັດຫລາຍ. ໃນຄວາມເປັນຈິງ, ການຮັບພຣະນາມຂອງພຣະຄຣິດນັ້ນເປັນທັງອິດສະລະ ແລະ ສິ່ງທີ່ກວ້າງຂວາງ. ມັນປຸກຄວາມປາດຖະໜາທີ່ເຮົາໄດ້ຮູ້ສຶກ ເມື່ອເຮົາໄດ້ຍອມຮັບເອົາແຜນຂອງພຣະເຈົ້າ ຜ່ານທາງສັດທາໃນພຣະຜູ້ຊ່ວຍໃຫ້ລອດ. ດ້ວຍຄວາມປາດຖະໜານີ້ຄົງຢູ່ໃນຫົວໃຈຂອງເຮົາ, ເຮົາສາມາດຄົ້ນພົບຈຸດປະສົງທີ່ແທ້ຈິງຂອງຂອງປະທານ ແລະ ພອນສະຫວັນອັນສູງສົ່ງທີ່ເຮົາໄດ້ຮັບ, ປະສົບຄວາມຮັກທີ່ມີພະລັງຂອງພຣະອົງ, ແລະ ເຕີບໂຕໃນຄວາມຫ່ວງໃຍຂອງເຮົາສຳລັບຄວາມຜາສຸກຂອງຄົນອື່ນ. ເມື່ອເຮົາຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາຈະຢຶດຖືທຸກສິ່ງທີ່ດີໄວ້ ແລະ ກາຍເປັນເໝືອນດັ່ງພຣະອົງ.14
ມັນສຳຄັນທີ່ຈະຈືຈຳໄວ້ວ່າ ການຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດນັ້ນ ເປັນຄຳໝັ້ນສັນຍາ ທີ່ເປັນພັນທະສັນຍາ—ເລີ່ມດ້ວຍພັນທະສັນຍາທີ່ເຮົາເຮັດຕອນຮັບບັບຕິສະມາ. ປະທານແນວສັນ ໄດ້ສອນວ່າ, “ຄວາມຕັ້ງໃຈ [ຂອງເຮົາ] ທີ່ຈະຕິດຕາມພຣະຜູ້ຊ່ວຍໃຫ້ລອດ ໂດຍການເຮັດພັນທະສັນຍາກັບພຣະອົງ ແລະ ແລ້ວຮັກສາພັນທະສັນຍາເຫລົ່ານັ້ນ ຈະເປີດປະຕູສູ່ພອນ ແລະ ສິດທິພິເສດທາງວິນຍານທຸກປະການທີ່ມີໄວ້ໃຫ້.”15 ສິດທິພິເສດທີ່ສູງສົ່ງຢ່າງໜຶ່ງຂອງການຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ ໂດຍການບັບຕິສະມາ ຄືການເຂົ້າເຖິງພິທີການຂັ້ນຕໍ່ໄປ ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ການຢືນຢັນຂອງເຮົາ. ເມື່ອຂ້າພະເຈົ້າໄດ້ຖາມເພື່ອນໜຸ່ມ ຜູ້ອາຍຸແປດປີ ວ່າ ການຮັບເອົາພຣະນາມຂອງພຣະເຢຊູຄຣິດມີຄວາມໝາຍແນວໃດຕໍ່ນາງ, ນາງໄດ້ຕອບງ່າຍໆວ່າ, “ມັນໝາຍຄວາມວ່າ ຂ້ານ້ອຍສາມາດໄດ້ຮັບພຣະວິນຍານບໍລິສຸດ.” ນາງຕອບຖືກ.
ຂອງປະທານແຫ່ງພຣະວິນຍານບໍລິສຸດແມ່ນໄດ້ຮັບໂດຍການຢືນຢັນ ຫລັງຈາກເຮົາໄດ້ຮັບພິທີການແຫ່ງບັບຕິສະມາ. ຂອງປະທານນີ້ເປັນສິດ ແລະ ໂອກາດທີ່ຈະມີພຣະວິນຍານບໍລິສຸດ ສະຖິດຢູ່ເປັນເພື່ອນຕະຫລອດເວລາ. ຖ້າຫາກເຮົາຮັບຟັງ ແລະ ເຊື່ອຟັງສຸລະສຽງທີ່ແຜ່ວເບົາຂອງພຣະອົງ, ພຣະອົງຈະຮັກສາເຮົາໄວ້ໃຫ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ທີ່ເຮົາໄດ້ເຂົ້າໄປຜ່ານການບັບຕິສະມາ, ເຕືອນເຮົາເມື່ອເຮົາຖືກລໍ້ລວງ ໃຫ້ອອກໄປຈາກເສັ້ນທາງ, ແລະ ຊຸກຍູ້ເຮົາໃຫ້ກັບໃຈ ແລະ ດັດແປງຖ້າຈຳເປັນ. ຄວາມຕັ້ງໃຈຂອງເຮົາຫລັງຈາກການບັບຕິສະມາແມ່ນ ທີ່ຈະຮັກສາພຣະວິນຍານບໍລິສຸດໃຫ້ສະຖິດຢູ່ກັບເຮົາສະເໝີ ເພື່ອວ່າເຮົາຈະສາມາດມີຄວາມກ້າວໜ້າຕໍ່ໄປ ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ. ພຣະວິນຍານບໍລິສຸດສາມາດສະຖິດຢູ່ກັບເຮົາໄດ້ ພຽງແຕ່ໃນລະດັບທີ່ເຮົາຮັກສາຊີວິດຂອງເຮົາ ໃຫ້ສະອາດ ແລະ ປາດສະຈາກບາບເທົ່ານັ້ນ.
ສຳລັບເຫດຜົນນີ້, ພຣະຜູ້ເປັນເຈົ້າຈຶ່ງໄດ້ຈັດວິທີທາງໃຫ້ເຮົາທີ່ຈະຕໍ່ອາຍຸ ຂອງຜົນທີ່ຊຳລະໃຫ້ສະອາດຂອງການບັບຕິສະມາ ຜ່ານທາງພິທີການໜຶ່ງອີກ—ພິທີສິນລະລຶກ. ແຕ່ລະອາທິດ ເຮົາສາມາດ “ເປັນສັກຂີພະຍານ, ວ່າ … [ເຮົາ] ເຕັມໃຈຮັບເອົາພຣະນາມຂອງພຣະບຸດຂອງພຣະອົງ”16 ຄືນອີກ, ໂດຍການຍື່ນມືອອກໄປ ແລະ ຮັບເອົາ ສັນຍາລັກຂອງພຣະກາຍ ແລະ ໂລຫິດຂອງພຣະຜູ້ເປັນເຈົ້າ—ເຂົ້າຈີ່ ແລະ ນ້ຳ—ແລະ ຮັບສ່ວນສິ່ງເຫລົ່ານັ້ນເຂົ້າໄປໃນຈິດວິນຍານຂອງເຮົາ. ໃນການຕອບແທນ, ພຣະຜູ້ຊ່ວຍໃຫ້ລອດໄດ້ປະຕິບັດການຊຳລະທີ່ມະຫັດສະຈັນອີກ ເພື່ອເຮັດໃຫ້ເຮົາເໝາະສົມທີ່ຈະມີອິດທິພົນ ຂອງພຣະວິນຍານບໍລິສຸດສະຖິດຢູ່ກັບເຮົາຕໍ່ໄປ. ສິ່ງນີ້ບໍ່ໄດ້ເປັນຫລັກຖານເຖິງຄວາມເມດຕາທີ່ບໍ່ມີຂອບເຂດ ທີ່ພຽງແຕ່ພົບເຫັນໄດ້ໃນພຣະນາມຂອງພຣະເຢຊູຄຣິດບໍ? ດັ່ງທີ່ ເຮົາ ຮັບເອົາພຣະນາມຂອງພຣະອົງ, ພຣະອົງ ກໍຮັບເອົາບາບ ແລະ ຄວາມໂສກເສົ້າຂອງເຮົາໄວ້ກັບ ພຣະອົງ, ແຕ່ ແຂນທີ່ມີເມດຕາຂອງພຣະອົງກໍ “ຍັງຍື່ນອອກມາ”17 ເພື່ອຈະໂອບກອດເຮົາໄວ້ໃນອ້ອມແຂນ ແຫ່ງຄວາມຮັກຂອງພຣະອົງ.18
ສິນລະລຶກເປັນສິ່ງເຕືອນໃຈທຸກໆທິດວ່າ ການຮັບເອົາ ພຣະນາມຂອງພຣະເຢຊູຄຣິດເປັນຄຳໝັ້ນສັນຍາທີ່ດຳລົງຢູ່ ແລະ ຕໍ່ເນື່ອງ, ບໍ່ແມ່ນເຫດການທີ່ເກີດຂຶ້ນພຽງເທື່ອດຽວໃນວັນທີ່ເຮົາຮັບບັບຕິສະມາເທົ່ານັ້ນ.19 ເຮົາສາມາດຊື່ນຊົມຢ່າງຕໍ່ເນື່ອງ ແລະ ເທື່ອແລ້ວເທື່ອອີກກັບ “ສິ່ງສັກສິດນັ້ນ, ການຖວາຍທີ່ສັກສິດນັ້ນ, ໂດຍຄົນທີ່ສາມາດເຂົ້າໃຈພຽງເລັກໜ້ອຍ, ທີ່ຈະໄດ້ຮັບການປົດບາບ ແລະ ຮັບເອົາພຣະກາຍ ແລະ ໂລຫິດຂອງພຣະອົງ.”20 ແລ້ວສົມພໍ ເມື່ອໃດລູກໆຂອງພຣະເຈົ້າເຂົ້າໃຈພອນທາງວິນຍານທີ່ມີພະລັງ ທີ່ສາມາດມາຈາກການຮັບພຣະນາມຂອງພຣະຄຣິດ, ຄວາມຮູ້ສຶກຂອງເຂົາເຈົ້າ ຄືຄວາມສຸກສະເໝີໄປ ແລະ ຄວາມປາດຖະໜາຂອງເຂົາເຈົ້າ ແມ່ນທີ່ຈະເຮັດພັນທະສັນຍາກັບພຣະເຈົ້າຂອງເຂົາເຈົ້າສະເໝີໄປ.21
ເມື່ອເຮົາຕິດຕາມເສັ້ນທາງແຫ່ງພັນທະສັນຍາ ຊຶ່ງຖືກຈັດຕັ້ງໄວ້ຈາກສະຫວັນນີ້, ຄຳໝັ້ນສັນຍາ ແລະ ຄວາມພະຍາຍາມຂອງເຮົາ ທີ່ຈະຮັບເຮົາພຣະນາມຂອງພຣະເຢຊູຄຣິດ ຈະໃຫ້ຄວາມເຂັ້ມແຂງແກ່ເຮົາ “ທີ່ຈະຈາລຶກພຣະນາມ [ຂອງພຣະອົງ] ໄວ້ໃນຫົວໃຈ [ຂອງເຮົາ] ສະເໝີໄປ.”22 ເຮົາຈະຮັກພຣະເຈົ້າ ແລະ ເພື່ອນບ້ານຂອງເຮົາ ແລະ ຮູ້ສຶກເຖິງຄວາມປາດຖະໜາ ທີ່ຈະປະຕິບັດສາດສະໜາກິດຕໍ່ເຂົາເຈົ້າ. ເຮົາຈະຮັກສາພຣະບັນຍັດຂອງພຣະອົງ ແລະ ຢາກເຂົ້າໃກ້ພຣະອົງ ໂດຍການເຂົ້າເຮັດພັນທະສັນຍາຕື່ມອີກກັບພຣະອົງ ແລະ ເມື່ອເຮົາພົບເຫັນຕົວເອງອ່ອນແອ ແລະ ບໍ່ສາມາດກະທຳຕາມຄວາມປາດຖະໜາທີ່ຊອບທຳຂອງເຮົາ, ເຮົາຈະອ້ອນວອນຂໍຄວາມເຂັ້ມແຂງທີ່ມີມາພຽງແຕ່ຜ່ານທາງ ພຣະນາມຂອງພຣະອົງເທົ່ານັ້ນ, ແລະ ພຣະອົງຈະມາຊ່ວຍເຫລືອເຮົາ. ເມື່ອເຮົາອົດທົນໃນຄວາມຊື່ສັດ, ວັນເວລາຈະມາເຖິງ ເມື່ອເຮົາຈະໄດ້ເຫັນພຣະອົງ ແລະ ຢູ່ກັບພຣະອົງ, ແລະ ເຮົາຈະພົບເຫັນວ່າ ເຮົາໄດ້ກາຍເປັນເໝືອນດັ່ງພຣະອົງ, ດັ່ງນັ້ນຈຶ່ງເໝາະສົມທີ່ຈະກັບຄືນໄປຢູ່ໃນທີ່ປະທັບຂອງພຣະບິດາ.
ຄຳສັນຍາຂອງພຣະຜູ້ຊ່ວຍໃຫ້ລອດແມ່ນແນ່ນອນວ່າ: ຜູ້ຄົນທີ່ “ເຊື່ອໃນພຣະນາມຂອງ ພຣະເຢຊູຄຣິດ, ແລະ ນະມັດສະການພຣະບິດາໃນພຣະນາມຂອງພຣະອົງ, ແລະ ອົດທົນດ້ວຍສັດທາ ໃນພຣະນາມຂອງພຣະອົງຈົນເຖິງທີ່ສຸດ”23 ຈະລອດໄດ້ໃນອານາຈັກຂອງພຣະເຈົ້າ. ພ້ອມກັບທ່ານທັງຫລາຍ, ຂ້າພະເຈົ້າປິຕິຍິນດີທີ່ພອນອັນຫາທີ່ປຽບບໍ່ໄດ້ເຫລົ່ານີ້ ຖືກເຮັດໃຫ້ເປັນໄປໄດ້ ໂດຍການຮັບເອົາພຣະນາມຂອງພຣະເຢຊູຄຣິດ, ຜູ້ຊຶ່ງຂ້າພະເຈົ້າໃຫ້ຖ້ອຍຄຳເປັນພະຍານ, ອາແມນ.