ບົດທີ 19
ສານຸສິດສິບສອງຄົນປະຕິບັດສາດສະໜາກິດແກ່ຝູງຊົນ ແລະ ອະທິຖານເພື່ອຮັບເອົາພຣະວິນຍານບໍລິສຸດ—ພວກເພິ່ນໄດ້ຮັບບັບຕິສະມາ ແລະ ຮັບເອົາພຣະວິນຍານບໍລິສຸດ ແລະ ໄດ້ຮັບການປະຕິບັດສາດສະໜາກິດຈາກເຫລົ່າທູດ—ພຣະເຢຊູອະທິຖານດ້ວຍຖ້ອຍຄຳທີ່ບໍ່ສາມາດຂຽນໄວ້ໄດ້—ພຣະອົງຢັ້ງຢືນເຖິງສັດທາອັນແຮງກ້າຂອງຊາວນີໄຟເຫລົ່ານີ້. ປະມານ ຄ.ສ. 34.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ສະເດັດຂຶ້ນສູ່ສະຫວັນແລ້ວ, ຝູງຊົນກໍໄດ້ແຍກຍ້າຍກັນໄປ, ແລະ ທຸກຄົນກໍໄດ້ພາເມຍຂອງຕົນ ແລະ ລູກຂອງຕົນກັບໄປບ້ານເຮືອນຂອງໃຜລາວ.
2 ແລະ ມັນໄດ້ມີຂ່າວລືໂດຍທັນທີໄປທົ່ວໃນບັນດາຜູ້ຄົນກ່ອນມັນຈະຄ່ຳມືດ, ວ່າພຣະອົງໄດ້ປະຕິບັດສາດສະໜາກິດແກ່ພວກເຂົາ, ແລະ ວ່າພຣະອົງຈະມາປະກົດຕໍ່ຝູງຊົນອີກໃນມື້ອື່ນ.
3 ແທ້ຈິງແລ້ວ, ແລະ ຕະຫລອດທັງຄືນມັນໄດ້ມີສຽງເວົ້າກັນໄປທົ່ວກ່ຽວກັບພຣະເຢຊູ; ແລະ ພວກເຂົາໄດ້ສົ່ງຂ່າວໄປຍັງຜູ້ຄົນຈົນວ່າຄົນຢ່າງຫລວງຫລາຍໄດ້ຮູ້ຈັກ, ແທ້ຈິງແລ້ວ, ຄົນເປັນຈຳນວນຫລວງຫລາຍໄດ້ທຳງານຢ່າງໜັກຕະຫລອດທັງຄືນ, ເພື່ອວ່າໃນມື້ຕໍ່ມາ ພວກເຂົາຈະໄດ້ມີໜ້າຢູ່ບ່ອນທີ່ພຣະເຢຊູຈະມາປະກົດຕົວຕໍ່ຝູງຊົນອີກ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນມື້ຕໍ່ມາ ຝູງຊົນກໍໄດ້ມາລວມກັນຢູ່ແລ້ວ, ຈົ່ງເບິ່ງ, ນີໄຟ ແລະ ນ້ອງຊາຍຂອງເພິ່ນ ຜູ້ທີ່ເພິ່ນໄດ້ໂຜດຍົກຂຶ້ນຈາກຕາຍ ຊື່ວ່າ ຕີໂມທີ, ແລະ ລູກຊາຍຂອງເພິ່ນຊື່ວ່າໂຢນາ, ແລະ ມາໂທໄນກັບນ້ອງຊາຍຂອງເພິ່ນຊື່ວ່າ ມາໂທໄນຮາ, ແລະ ຄູເມັນ, ແລະ ຄູເມັນອອນໄຮ, ແລະ ເຢເຣມີຢາ, ແລະ ເຊັມນັນ, ແລະ ໂຢນາ, ແລະ ເຊເດກີຢາ, ແລະ ເອຊາຢາ—ທັງໝົດນີ້ຄືຊື່ຂອງ ສານຸສິດທີ່ພຣະເຢຊູໄດ້ເລືອກໄວ້—ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເພິ່ນໄດ້ອອກໄປຢືນຢູ່ເຄິ່ງກາງຝູງຊົນ.
5 ແລະ ຈົ່ງເບິ່ງ, ມັນມີຝູງຊົນຢ່າງຫລວງຫລາຍຈົນວ່າພວກເພິ່ນຕ້ອງໄດ້ໃຫ້ພວກເຂົາແຍກອອກເປັນສິບສອງກຸ່ມ.
6 ແລະ ສານຸສິດສິບສອງຄົນໄດ້ສິດສອນຝູງຊົນ; ແລະ ຈົ່ງເບິ່ງ, ພວກເພິ່ນໄດ້ໃຫ້ຝູງຊົນຄຸເຂົ່າລົງຢູ່ກັບພື້ນດິນ ແລະ ອະທິຖານຫາພຣະບິດາໃນພຣະນາມຂອງພຣະເຢຊູ.
7 ແລະ ສານຸສິດກໍໄດ້ອະທິຖານຫາພຣະບິດາໃນພຣະນາມຂອງພຣະເຢຊູຄືກັນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເພິ່ນໄດ້ລຸກຂຶ້ນ ແລະ ປະຕິບັດສາດສະໜາກິດແກ່ຜູ້ຄົນ.
8 ແລະ ເມື່ອພວກເພິ່ນໄດ້ສິດສອນຂໍ້ຄວາມດຽວກັນກັບທີ່ພຣະເຢຊູໄດ້ກ່າວ ໂດຍບໍ່ຜິດຈາກພຣະຄຳທີ່ພຣະເຢຊູໄດ້ກ່າວໄວ້ເລີຍ ຈົ່ງເບິ່ງ, ພວກເພິ່ນໄດ້ຄຸເຂົ່າລົງ ແລະ ອະທິຖານຫາພຣະບິດາໃນພຣະນາມຂອງພຣະເຢຊູ.
9 ແລະ ພວກເພິ່ນໄດ້ອະທິຖານຂໍສິ່ງທີ່ພວກເພິ່ນປາດຖະໜາຫລາຍທີ່ສຸດ; ແລະ ພວກເພິ່ນປາດຖະໜາຂໍໃຫ້ ພຣະວິນຍານບໍລິສຸດມາສະຖິດຢູ່ນຳພວກເພິ່ນ.
10 ແລະ ເມື່ອພວກເພິ່ນອະທິຖານແລ້ວ ພວກເພິ່ນຈຶ່ງໄດ້ລົງໄປຍັງແຄມແມ່ນ້ຳ, ແລະ ຝູງຊົນໄດ້ຕິດຕາມພວກເພິ່ນໄປ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ນີໄຟໄດ້ລົງໄປ ໃນນ້ຳ ແລະ ຮັບບັບຕິສະມາ.
12 ແລະ ເພິ່ນໄດ້ຂຶ້ນມາຈາກນ້ຳ ແລະ ເລີ່ມໃຫ້ບັບຕິສະມາ. ແລະ ເພິ່ນໄດ້ໃຫ້ບັບຕິສະມາທຸກຄົນທີ່ພຣະເຢຊູໄດ້ເລືອກໄວ້.
13 ແລະ ເຫດການໄດ້ບັງເກີດຂຶ້ນເມື່ອພວກເພິ່ນທຸກຄົນໄດ້ຮັບ ບັບຕິສະມາ ແລະ ຂຶ້ນມາຈາກນ້ຳແລ້ວ, ພຣະວິນຍານບໍລິສຸດໄດ້ສະເດັດລົງມາເທິງພວກເພິ່ນ, ແລະ ພວກເພິ່ນໄດ້ເຕັມໄປດ້ວຍພຣະວິນຍານບໍລິສຸດ ແລະ ດ້ວຍໄຟ.
14 ແລະ ຈົ່ງເບິ່ງ, ຄືກັນກັບວ່າພວກເພິ່ນຖືກ ລ້ອມໄວ້ດ້ວຍໄຟ; ແລະ ມັນໄດ້ລົງມາຈາກສະຫວັນ, ແລະ ຝູງຊົນໄດ້ເຫັນກັບຕາຂອງຕົນເອງ, ແລະ ໄດ້ເປັນພະຍານເຖິງເລື່ອງນີ້ ແລະ ເຫລົ່າທູດໄດ້ລົງມາຈາກສະຫວັນ ແລະ ໄດ້ປະຕິບັດສາດສະໜາກິດແກ່ພວກເພິ່ນ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຂະນະທີ່ເຫລົ່າທູດກຳລັງປະຕິບັດສາດສະໜາກິດແກ່ສານຸສິດຢູ່ນັ້ນ, ຈົ່ງເບິ່ງ, ພຣະເຢຊູໄດ້ສະເດັດລົງມາ ແລະ ປະທັບຢືນຢູ່ເຄິ່ງກາງ ແລະ ປະຕິບັດສາດສະໜາກິດແກ່ພວກເພິ່ນ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ກ່າວກັບຝູງຊົນ, ແລະ ບັນຊາໃຫ້ພວກເຂົາຄຸເຂົ່າລົງຢູ່ກັບພື້ນດິນອີກ, ແລະ ບັນຊາໃຫ້ສານຸສິດຂອງພຣະອົງຄຸເຂົ່າລົງຢູ່ກັບພື້ນດິນຄືກັນ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອທຸກຄົນໄດ້ຄຸເຂົ່າລົງຢູ່ກັບພື້ນດິນແລ້ວ ພຣະອົງໄດ້ບັນຊາໃຫ້ສານຸສິດຂອງພຣະອົງອະທິຖານ.
18 ແລະ ຈົ່ງເບິ່ງ, ພວກເພິ່ນເລີ່ມອະທິຖານ; ແລະ ພວກເພິ່ນໄດ້ອະທິຖານຫາພຣະເຢຊູ, ເອີ້ນພຣະອົງວ່າພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງພວກເພິ່ນ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະເຢຊູໄດ້ສະເດັດອອກໄປຈາກວົງລ້ອມຂອງພວກເພິ່ນ ແລະ ໄດ້ສະເດັດອອກໄປຫ່າງຈາກພວກເພິ່ນເລັກໜ້ອຍ ແລະ ກົ້ມຂາບລົງຢູ່ກັບພື້ນດິນ, ແລະ ພຣະອົງໄດ້ກ່າວວ່າ:
20 ພຣະບິດາເອີຍ, ຂ້ານ້ອຍຂໍຂອບພຣະໄທທີ່ພຣະອົງໄດ້ປະທານພຣະວິນຍານບໍລິສຸດໃຫ້ແກ່ຄົນເຫລົ່ານີ້ ຊຶ່ງຂ້ານ້ອຍເລືອກໄວ້; ແລະ ເປັນຍ້ອນສັດທາຂອງພວກເຂົາທີ່ມີໃນຂ້ານ້ອຍ, ຂ້ານ້ອຍຈຶ່ງໄດ້ເລືອກພວກເຂົາຈາກໂລກ.
21 ພຣະບິດາເອີຍ, ຂ້ານ້ອຍຂໍວິງວອນຂໍພຣະອົງປະທານພຣະວິນຍານບໍລິສຸດໃຫ້ແກ່ທຸກຄົນທີ່ຈະເຊື່ອໃນຄຳເວົ້າຂອງພວກເຂົາ.
22 ພຣະບິດາເອີຍ, ພຣະອົງໄດ້ປະທານພຣະວິນຍານບໍລິສຸດໃຫ້ແກ່ພວກເຂົາ ເພາະພວກເຂົາເຊື່ອໃນຂ້ານ້ອຍ; ແລະ ພຣະອົງເຫັນວ່າ ພວກເຂົາເຊື່ອໃນຂ້ານ້ອຍກໍເພາະວ່າພຣະອົງໄດ້ຍິນພວກເຂົາ, ແລະ ພວກເຂົາອະທິຖານຫາຂ້ານ້ອຍ; ແລະ ພວກເຂົາອະທິຖານຫາຂ້ານ້ອຍເພາະຂ້ານ້ອຍຢູ່ກັບພວກເຂົາ.
23 ແລະ ບັດນີ້ພຣະບິດາເອີຍ, ຂ້ານ້ອຍອະທິຖານຫາພຣະອົງເພື່ອພວກເຂົາ, ແລະ ເພື່ອທຸກຄົນທີ່ຈະເຊື່ອໃນຄຳເວົ້າຂອງພວກເຂົາ, ເພື່ອພວກເຂົາຈະໄດ້ເຊື່ອໃນຂ້ານ້ອຍ, ເພື່ອຂ້ານ້ອຍຈະໄດ້ຢູ່ໃນພວກເຂົາ ດັ່ງພຣະອົງຢູ່ໃນຂ້ານ້ອຍ, ເພື່ອພວກເຮົາຈະໄດ້ເປັນ ໜຶ່ງ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ອະທິຖານຫາພຣະບິດາດັ່ງນັ້ນແລ້ວ, ພຣະອົງໄດ້ສະເດັດໄປຫາສານຸສິດຂອງພຣະອົງ, ແລະ ຈົ່ງເບິ່ງ, ພວກເພິ່ນຍັງອະທິຖານຫາພຣະອົງຢູ່ໂດຍບໍ່ຢຸດຢັ້ງ; ແລະ ພວກເພິ່ນບໍ່ໄດ້ ເວົ້າຊ້ຳຄຳເກົ່າ, ເພາະວ່າພວກເພິ່ນໄດ້ຮັບມາແລ້ວວ່າພວກເພິ່ນຄວນ ອະທິຖານແບບໃດ, ແລະ ພວກເພິ່ນກໍເຕັມໄປດ້ວຍຄວາມປາດຖະໜາ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະເຢຊູໄດ້ປະທານພອນໃຫ້ແກ່ພວກເພິ່ນໃນຂະນະທີ່ພວກເພິ່ນກຳລັງອະທິຖານຫາພຣະອົງຢູ່ນັ້ນ, ແລະ ພຣະອົງໄດ້ຍິ້ມໃສ່ພວກເພິ່ນ, ແລະ ຄວາມສະຫວ່າງໃນ ພຣະພັກຂອງພຣະອົງໄດ້ສ່ອງໃສ່ພວກເພິ່ນ, ແລະ ຈົ່ງເບິ່ງ ພວກເພິ່ນ ຂາວຄືກັນກັບພຣະພັກ ແລະ ອາພອນຂອງພຣະເຢຊູ; ແລະ ຈົ່ງເບິ່ງ ຄວາມຂາວນັ້ນຍິ່ງກວ່າຄວາມຂາວທັງປວງ, ແທ້ຈິງແລ້ວ, ບໍ່ມີສິ່ງໃດໃນແຜ່ນດິນໂລກທີ່ຈະຂາວເທົ່າກັບຄວາມຂາວນັ້ນ.
26 ແລະ ພຣະເຢຊູໄດ້ກ່າວກັບພວກເພິ່ນວ່າ: ຈົ່ງອະທິຖານຕໍ່ໄປເຖີດ; ແຕ່ເຖິງປານນັ້ນພວກເພິ່ນກໍບໍ່ໄດ້ຢຸດອະທິຖານເລີຍ.
27 ແລະ ພຣະອົງໄດ້ຫັນໄປຈາກພວກເພິ່ນອີກ, ແລະ ໄດ້ສະເດັດອອກໄປຫ່າງຈາກພວກເພິ່ນເລັກໜ້ອຍ; ແລະ ກົ້ມຂາບລົງຢູ່ກັບພື້ນດິນ; ແລະ ພຣະອົງໄດ້ອະທິຖານຫາພຣະບິດາອີກ, ມີຄວາມວ່າ:
28 ພຣະບິດາເອີຍ, ຂ້ານ້ອຍຂໍຂອບພຣະໄທພຣະອົງທີ່ພຣະອົງກະທຳໃຫ້ຜູ້ຄົນທີ່ຂ້ານ້ອຍເລືອກໄວ້ ບໍລິສຸດ, ເພາະສັດທາຂອງພວກເຂົາ, ແລະ ຂ້ານ້ອຍອະທິຖານເພື່ອພວກເຂົາ, ແລະ ເພື່ອທຸກຄົນທີ່ເຊື່ອຄຳຂອງພວກເຂົານຳອີກ, ເພື່ອພວກເຂົາຈະຖືກເຮັດໃຫ້ບໍລິສຸດໃນຂ້ານ້ອຍ, ໂດຍທາງສັດທາໃນຄຳຂອງພວກເຂົາ, ເຖິງຂະໜາດທີ່ພວກເຂົາບໍລິສຸດໃນຂ້ານ້ອຍ.
29 ພຣະບິດາເອີຍ, ຂ້ານ້ອຍບໍ່ໄດ້ອະທິຖານເພື່ອໂລກ, ແຕ່ເພື່ອຄົນເຫລົ່ານັ້ນທີ່ພຣະອົງໄດ້ປະທານໃຫ້ແກ່ຂ້ານ້ອຍ ຈາກໂລກເພາະສັດທາຂອງພວກເຂົາ, ເພື່ອພວກເຂົາຈະຖືກເຮັດໃຫ້ບໍລິສຸດໃນຂ້ານ້ອຍ, ເພື່ອຂ້ານ້ອຍຈະໄດ້ຢູ່ໃນພວກເຂົາຄືກັນກັບພຣະບິດາຢູ່ໃນຂ້ານ້ອຍ, ເພື່ອພວກເຮົາຈະໄດ້ເປັນໜຶ່ງ, ເພື່ອຂ້ານ້ອຍຈະໄດ້ຮັບບາລະມີໃນພວກເຂົາ.
30 ແລະ ເມື່ອພຣະເຢຊູໄດ້ກ່າວຂໍ້ຄວາມເຫລົ່ານີ້ແລ້ວ ພຣະອົງໄດ້ສະເດັດມາຫາສານຸສິດຂອງພຣະອົງອີກ; ແລະ ຈົ່ງເບິ່ງ ພວກເພິ່ນຍັງອະທິຖານຫາພຣະອົງຢູ່ຢ່າງຕັ້ງອົກຕັ້ງໃຈໂດຍບໍ່ຢຸດຢັ້ງ; ແລະ ພຣະອົງໄດ້ຍິ້ມໃສ່ພວກເພິ່ນອີກ; ແລະ ຈົ່ງເບິ່ງ ພວກເພິ່ນ ຂາວເໝືອນດັ່ງພຣະເຢຊູ.
31 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ສະເດັດອອກໄປຫ່າງຈາກພວກເພິ່ນເລັກໜ້ອຍອີກ ແລະ ໄດ້ອະທິຖານຫາພຣະບິດາ;
32 ແລະ ລີ້ນບໍ່ສາມາດກ່າວພຣະຄຳທີ່ພຣະອົງອະທິຖານນັ້ນໄດ້, ທັງມະນຸດບໍ່ສາມາດ ຂຽນຂໍ້ຄວາມທີ່ພຣະອົງອະທິຖານນັ້ນໄດ້.
33 ແລະ ຝູງຊົນໄດ້ຍິນ ແລະ ໄດ້ເປັນພະຍານ; ແລະ ໃຈຂອງພວກເຂົາເປີດອອກ ແລະ ພວກເຂົາເຂົ້າໃຈສິ່ງທີ່ພຣະອົງໄດ້ອະທິຖານໃນໃຈຂອງພວກເຂົາ.
34 ເຖິງຢ່າງໃດກໍຕາມ, ພຣະຄຳຊຶ່ງພຣະອົງໄດ້ກ່າວອອກມານັ້ນຍິ່ງໃຫຍ່ ແລະ ໜ້າອັດສະຈັນຫລາຍຈົນຂຽນມັນໄວ້ບໍ່ໄດ້, ທັງມະນຸດຈະ ເອີ່ຍບໍ່ໄດ້.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູຈົບການອະທິຖານແລ້ວ, ແລະ ພຣະອົງໄດ້ສະເດັດມາຫາສານຸສິດອີກ, ແລະ ໄດ້ກ່າວກັບພວກເພິ່ນວ່າ: ເຮົາບໍ່ເຄີຍເຫັນ ສັດທາອັນແຮງກ້າເຊັ່ນນີ້ໃນບັນດາຊາວຢິວເລີຍ; ດັ່ງນັ້ນເຮົາຈຶ່ງສະແດງສິ່ງມະຫັດສະຈັນອັນຍິ່ງໃຫຍ່ເຊັ່ນນີ້ກັບພວກເຂົາບໍ່ໄດ້, ເພາະຄວາມ ບໍ່ເຊື່ອຖືຂອງພວກເຂົາ.
36 ຕາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ, ບໍ່ມີຜູ້ໃດເລີຍໃນບັນດາຊາວຢິວທີ່ເຄີຍເຫັນສິ່ງອັນຍິ່ງໃຫຍ່ດັ່ງທີ່ເຈົ້າໄດ້ເຫັນມານີ້; ທັງພວກເຂົາບໍ່ເຄີຍໄດ້ຍິນເລື່ອງທີ່ຍິ່ງໃຫຍ່ເຊັ່ນນີ້ດັ່ງທີ່ເຈົ້າໄດ້ຍິນ.