ບົດທີ 4
ກອງທັບນີໄຟເອົາຊະນະພວກໂຈນແກດີອານທັນ—ກິດດີອານໄຮຖືກຂ້າຕາຍ, ແລະ ເຊັມນາໄຣຫາຜູ້ຮັບຕຳແໜ່ງແທນລາວຖືກແຂນຄໍ—ຊາວນີໄຟສັນລະເສີນພຣະຜູ້ເປັນເຈົ້າສຳລັບໄຊຊະນະຂອງພວກເຂົາ. ປະມານ ຄ.ສ. 19–22.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນທ້າຍປີທີສິບແປດ ກອງທັບຂອງໂຈນເຫລົ່ານັ້ນໄດ້ຕຽມສູ້ຮົບ ແລະ ເລີ່ມລົງມາຈູ່ໂຈມຈາກເນີນພູ, ແລະ ອອກມາຈາກຫົວພູ ແລະ ຖິ່ນແຫ້ງແລ້ງກັນດານ, ແລະ ຈາກທີ່ໝັ້ນຕ່າງໆ ແລະ ບ່ອນລີ້ຊ່ອນຂອງພວກເຂົາ, ແລະ ເລີ່ມເຂົ້າຄອບຄອງແຜ່ນດິນ ທັງບ່ອນທາງໃຕ້ ແລະ ທັງບ່ອນທາງເໜືອ, ແລະ ເລີ່ມເຂົ້າຄອບຄອງແຜ່ນດິນທັງໝົດຊຶ່ງຊາວນີໄຟ ປະຖິ້ມໄວ້, ແລະ ຫົວເມືອງຕ່າງໆຊຶ່ງຊາວນີໄຟໄດ້ປະຖິ້ມໄວ້ໃຫ້ຮົກຮ້າງ.
2 ແຕ່ຈົ່ງເບິ່ງ, ມັນບໍ່ມີສັດປ່າສຳລັບທີ່ຈະລ່າເນື້ອໃນແຜ່ນດິນເຫລົ່ານັ້ນຊຶ່ງຊາວນີໄຟໄດ້ປະຖິ້ມ, ແລະ ມັນບໍ່ມີສັດປ່າທີ່ຈະໃຫ້ພວກໂຈນລ່າເລີຍ ນອກຈາກມີແຕ່ຢູ່ໃນຖິ່ນແຫ້ງແລ້ງກັນດານເທົ່ານັ້ນ.
3 ແລະ ພວກໂຈນບໍ່ສາມາດດຳລົງຊີວິດ ນອກຈາກຈະເຂົ້າໄປຢູ່ໃນຖິ່ນແຫ້ງແລ້ງກັນດານ ເພາະຄວາມອຶດຫິວ ຍ້ອນວ່າຊາວນີໄຟໄດ້ປະຖິ້ມແຜ່ນດິນຂອງພວກເຂົາໄວ້ໃຫ້ຮົກຮ້າງ ແລະ ໄດ້ເຕົ້າໂຮມເອົາຝູງສັດລ້ຽງຂອງພວກເຂົາ ແລະ ຝູງສັດໃຊ້ແຮງງານຂອງພວກເຂົາ ແລະ ເຂົ້າຂອງທັງໝົດຂອງພວກເຂົາ, ແລະ ພວກເຂົາຢູ່ເປັນກຸ່ມດຽວ.
4 ສະນັ້ນ, ຈຶ່ງບໍ່ມີໂອກາດສຳລັບພວກໂຈນທີ່ຈະປຸ້ນ ແລະ ຈະຊອກຫາອາຫານໄດ້, ນອກຈາກຈະຍົກມາສູ້ຮົບຢ່າງເປີດເຜີຍກັບຊາວນີໄຟເທົ່ານັ້ນ; ແລະ ຊາວນີໄຟໂດຍທີ່ໄດ້ຢູ່ເປັນກຸ່ມດຽວ, ແລະ ມີຈຳນວນຢ່າງຫລວງຫລາຍ, ແລະ ໂດຍທີ່ໄດ້ເກັບມ້ຽນສະບຽງອາຫານ, ລວມທັງມ້າ ແລະ ງົວ, ແລະ ຝູງສັດທຸກຊະນິດໄວ້ສຳລັບພວກເຂົາເອງ, ເພື່ອພວກເຂົາຈະຢູ່ລອດໄດ້ເປັນເວລາເຈັດປີ, ຊຶ່ງໃນໄລຍະເວລານັ້ນ ພວກເຂົາມີຄວາມຫວັງວ່າ ພວກເຂົາຈະໄດ້ທຳລາຍພວກໂຈນໃຫ້ໝົດສິ້ນໄປຈາກຜືນແຜ່ນດິນ; ແລະ ປີທີສິບແປດໄດ້ຜ່ານໄປດັ່ງນີ້.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີທີສິບເກົ້າ ກິດດີອານໄຮເຫັນວ່າມັນສົມຄວນທີ່ລາວຈະຍົກໄປສູ້ຮົບກັບຊາວນີໄຟ, ເພາະວ່າມັນບໍ່ມີທາງອື່ນທີ່ພວກເຂົາຈະຢູ່ລອດໄດ້ ນອກຈາກຈະປຸ້ນ ແລະ ລັກ ແລະ ຂ້າເທົ່ານັ້ນ.
6 ແລະ ພວກເຂົາບໍ່ກ້າທີ່ຈະກະຈັດກະຈາຍໄປຕາມແຜ່ນດິນເທົ່າທີ່ຄວນເພື່ອພວກເຂົາຈະໄດ້ປູກເມັດພືດ, ເພາະຢ້ານວ່າຊາວນີໄຟຈະຍົກທັບມາ ແລະ ຂ້າພວກເຂົາເສຍ; ສະນັ້ນ ກິດດີອານໄຮຈຶ່ງອອກຄຳສັ່ງໃຫ້ກອງທັບຂອງລາວວ່າ ໃນປີນີ້ພວກເຂົາຈະຍົກໄປສູ້ຮົບກັບຊາວນີໄຟ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຍົກທັບມາສູ້ຮົບ; ແລະ ມັນເປັນໄປໃນເດືອນທີຫົກ; ແລະ ຈົ່ງເບິ່ງ, ມື້ທີ່ພວກເຂົາຍົກທັບມາສູ້ຮົບນັ້ນເປັນມື້ທີ່ຍິ່ງໃຫຍ່ ແລະ ເປັນໜ້າຢ້ານກົວຫລາຍທີ່ສຸດ; ແລະ ພວກເຂົາໄດ້ແຕ່ງຕົວຕາມແບບຢ່າງຂອງພວກໂຈນ; ແລະ ພວກເຂົາຄຽນໜັງແກະຮອບແອວ ຊຶ່ງຍ້ອມດ້ວຍເລືອດ, ແລະ ຫົວຂອງພວກເຂົາໂລ້ນ, ແລະ ມີເຄື່ອງປ້ອງກັນຫົວ, ແລະ ການປະກົດຂອງກອງທັບຂອງກິດດີອານໄຮນັ້ນມີຈຳນວນພົນຢ່າງຫລວງຫລາຍ ແລະ ເປັນໜ້າຢ້ານກົວຫລາຍ, ຍ້ອນວ່າເຄື່ອງປ້ອງກັນຂອງພວກເຂົາທີ່ຍ້ອມດ້ວຍເລືອດ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາກອງທັບຊາວນີໄຟເຫັນການປະກົດຂອງກອງທັບຂອງກິດດີອານໄຮແລ້ວ, ກໍໄດ້ລົ້ມລົງຢູ່ກັບພື້ນດິນ, ແລະ ໄດ້ເປັ່ງສຽງຮ້ອງທູນຕໍ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ເພື່ອພຣະອົງຈະໄດ້ໄວ້ຊີວິດ ແລະ ປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງພວກສັດຕູ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາກອງທັບຂອງກິດດີອານໄຮເຫັນດັ່ງນີ້ ພວກເຂົາຈຶ່ງມີຄວາມປິຕິຍິນດີ, ແລະ ກໍເລີ່ມຮ້ອງໂຮຂຶ້ນດ້ວຍສຽງອັນດັງ ເພາະວ່າພວກເຂົາຄິດວ່າ ຊາວນີໄຟໄດ້ລົ້ມລົງເພາະຄວາມຢ້ານກົວກອງທັບຂອງພວກເຂົາ.
10 ແຕ່ວ່າໃນເລື່ອງນີ້ ພວກເຂົາໄດ້ຜິດຫວັງ ເພາະຊາວນີໄຟບໍ່ໄດ້ ຢ້ານກົວພວກເຂົາເລີຍ; ແຕ່ພວກເຂົາຢ້ານກົວພຣະເຈົ້າຂອງພວກເຂົາ ແລະ ໄດ້ອ້ອນວອນຫາພຣະອົງເພື່ອຂໍຄວາມຄຸ້ມຄອງ; ສະນັ້ນ, ເວລາກອງທັບຂອງກິດດີອານໄຮແລ່ນເຂົ້າມາໃສ່ພວກເຂົາ, ພວກເຂົາກໍຕຽມພ້ອມຢູ່ແລ້ວທີ່ຈະພົບກັບພວກເຂົາ; ແທ້ຈິງແລ້ວ, ພວກເຂົາໄດ້ຕ້ອນຮັບພວກເຂົາດ້ວຍກຳລັງຂອງພຣະຜູ້ເປັນເຈົ້າ.
11 ແລະ ການສູ້ຮົບໄດ້ເລີ່ມຂຶ້ນໃນເດືອນທີຫົກ; ແລະ ການສູ້ຮົບເທື່ອນີ້ຍິ່ງໃຫຍ່ ແລະ ໂຫດຮ້າຍທີ່ສຸດ, ແທ້ຈິງແລ້ວ, ການຂ້າຟັນເທື່ອນີ້ໃຫຍ່ຫລວງ ແລະ ໂຫດຮ້າຍທີ່ສຸດ, ເຖິງຂະໜາດທີ່ມັນບໍ່ເຄີຍມີການຂ້າຟັນທີ່ໃຫຍ່ຫລວງເຊັ່ນນີ້ມາກ່ອນເລີຍໃນບັນດາຜູ້ຄົນຂອງລີໄຮ ນັບຕັ້ງແຕ່ເພິ່ນໄດ້ອອກມາຈາກເຢຣູຊາເລັມ.
12 ແລະ ເຖິງແມ່ນວ່າກິດດີອານໄຮໄດ້ ນາບຂູ່ ແລະ ກ່າວຄຳສາບານໄວ້ກໍຕາມ, ຈົ່ງເບິ່ງ, ຊາວນີໄຟຍັງໄດ້ໄຊຊະນະພວກເຂົາ, ເຖິງຂະໜາດທີ່ພວກເຂົາໄດ້ແຕກຜ່າຍໄປຕໍ່ໜ້າພວກເຂົາ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ກິດກິດໂດໄນໄດ້ສັ່ງໃຫ້ກອງທັບຂອງເພິ່ນໄລ່ຕາມພວກເຂົາໄປໃຫ້ຮອດຊາຍແດນຂອງຖິ່ນແຫ້ງແລ້ງກັນດານ, ແລະ ວ່າບໍ່ໃຫ້ໄວ້ຊີວິດຜູ້ໃດເລີຍທີ່ພວກເຂົາພົບເຫັນໃນລະຫວ່າງທາງ; ແລະ ພວກເຂົາໄດ້ຕິດຕາມພວກເຂົາໄປດັ່ງນັ້ນ, ແລະ ໄດ້ຂ້າພວກເຂົາໄປຈົນຮອດຊາຍແດນຂອງຖິ່ນແຫ້ງແລ້ງກັນດານ, ຈົນວ່າໄດ້ເຮັດໃຫ້ຄຳສັ່ງຂອງກິດກິດໂດໄນສຳເລັດ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ກິດດີອານໄຮ, ຜູ້ທີ່ຢືນຕໍ່ສູ້ດ້ວຍຄວາມອົງອາດກ້າຫານໄດ້ຖືກໄລ່ຕາມໃນຂະນະທີ່ລາວໜີໄປ; ແລະ ໂດຍທີ່ມີຄວາມອິດເມື່ອຍເພາະການຕໍ່ສູ້ອັນຍືດຍາວຂອງລາວ, ລາວຈຶ່ງຖືກຕາມທັນ ແລະ ຖືກຂ້າຕາຍ. ແລະ ນີ້ຄືທີ່ສຸດຂອງໂຈນກິດດີອານໄຮ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ກອງທັບຊາວນີໄຟໄດ້ກັບຄືນມາຫາບ່ອນປອດໄພຂອງພວກເຂົາອີກ. ແລະ ເຫດການໄດ້ບັງເກີດຂຶ້ນຄື ປີທີສິບເກົ້າໄດ້ຜ່ານໄປ, ແລະ ພວກໂຈນບໍ່ໄດ້ຍົກມາສູ້ຮົບອີກ; ທັງບໍ່ໄດ້ຍົກມາໃນປີທີຊາວຄືກັນ.
16 ແລະ ໃນປີທີຊາວເອັດ ພວກເຂົາກໍບໍ່ໄດ້ຍົກມາສູ້ຮົບ, ແຕ່ວ່າພວກເຂົາໄດ້ຍົກມາລ້ອມຜູ້ຄົນຂອງນີໄຟໄວ້ໂດຍຮອບ; ເພາະພວກເຂົາຄິດວ່າ ຖ້າຫາກພວກເຂົາກັນຜູ້ຄົນຂອງນີໄຟຈາກແຜ່ນດິນຂອງພວກເຂົາ, ແລະ ລ້ອມໄວ້ທຸກດ້ານ, ແລະ ຖ້າຫາກພວກເຂົາກັນພວກເຂົາຈາກຜົນປະໂຫຍດພາຍນອກຂອງພວກເຂົາ, ແລ້ວພວກເຂົາອາດຈະເຮັດໃຫ້ຄົນພວກເຂົາຕ້ອງຍອມມອບຕົວຕາມຄວາມປາດຖະໜາຂອງພວກເຂົາ.
17 ບັດນີ້ພວກເຂົາໄດ້ແຕ່ງຕັ້ງຫົວໜ້າອີກຄົນໜຶ່ງ, ຊຶ່ງມີຊື່ວ່າ ເຊັມນາໄຣຫາ; ສະນັ້ນ ເຊັມນາໄຣຫາຜູ້ນີ້ເອງທີ່ໄດ້ອອກຄຳສັ່ງໃຫ້ປິດລ້ອມເທື່ອນີ້.
18 ແຕ່ຈົ່ງເບິ່ງ, ສິ່ງນີ້ຈຶ່ງເປັນການໄດ້ປຽບແກ່ຊາວນີໄຟ; ເພາະວ່າມັນເປັນໄປບໍ່ໄດ້ທີ່ພວກໂຈນຈະປິດລ້ອມໄດ້ຢ່າງດົນນານພໍທີ່ຈະໄດ້ຮັບຜົນອັນໃດຈາກຊາວນີໄຟ ເພາະສະບຽງອາຫານຂອງພວກເຂົາທີ່ພວກເຂົາໄດ້ສະສົມໄວ້ຢ່າງຫລວງຫລາຍ,
19 ແລະ ເປັນຍ້ອນການຂາດເຂີນສະບຽງອາຫານໃນບັນດາພວກໂຈນ; ເພາະຈົ່ງເບິ່ງ, ພວກເຂົາບໍ່ມີອັນໃດກິນເລີຍນອກຈາກຊີ້ນເທົ່ານັ້ນ, ເພື່ອພວກເຂົາຈະຢູ່ລອດໄດ້ ຊຶ່ງເປັນຊີ້ນທີ່ພວກເຂົາໄດ້ເອົາມາຈາກຖິ່ນແຫ້ງແລ້ງກັນດານ;
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ສັດ ປ່າທີ່ເຄີຍຫາມາໄດ້ກໍກັບຫາຍາກຫລາຍຂຶ້ນໃນຖິ່ນແຫ້ງແລ້ງກັນດານ ເຖິງຂະໜາດທີ່ພວກໂຈນກຳລັງຈະຕາຍດ້ວຍຄວາມອຶດຫິວ.
21 ແລະ ຊາວນີໄຟໄດ້ເລີ່ມເດີນທັບຕະຫລອດທັງກາງເວັນ ແລະ ກາງຄືນ, ແລະ ໄດ້ເຂົ້າໂຈມຕີກອງທັບຂອງພວກເຂົາ ແລະ ໄດ້ຟາດຟັນພວກເຂົາລົງເປັນພັນໆເປັນໝື່ນໆຄົນ.
22 ແລະ ມັນຈຶ່ງເປັນຄວາມປາດຖະໜາຂອງຜູ້ຄົນຂອງເຊັມນາໄຣຫາທີ່ຈະລົ້ມເລີກແຜນການຂອງພວກເຂົາດັ່ງນີ້, ເພາະຄວາມພິນາດອັນໃຫຍ່ຫລວງ ຊຶ່ງເກີດກັບພວກເຂົາທັງກາງເວັນ ແລະ ກາງຄືນ,
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຊັມນາໄຣຫາຈຶ່ງໄດ້ອອກຄຳສັ່ງໃຫ້ຜູ້ຄົນຂອງລາວຖອນຕົວອອກຈາກການປິດລ້ອມ, ແລະ ເດີນທັບຂຶ້ນໄປຫາຂົງເຂດທີ່ຢູ່ເໜືອສຸດຂອງແຜ່ນດິນທາງເໜືອ.
24 ແລະ ບັດນີ້, ກິດກິດໂດໄນໂດຍທີ່ຮູ້ຈັກແຜນການຂອງພວກເຂົາ, ແລະ ໂດຍທີ່ຮູ້ຈັກເຖິງຄວາມອ່ອນແອຂອງພວກເຂົາ ເພາະຄວາມຕ້ອງການອາຫານຂອງພວກເຂົາ, ແລະ ການຂ້າຟັນຢ່າງຫລວງຫລາຍຊຶ່ງເກີດຂຶ້ນໃນບັນດາພວກເຂົາ, ສະນັ້ນ ເພິ່ນຈຶ່ງໄດ້ສັ່ງໃຫ້ກອງທັບຂອງເພິ່ນອອກໄປໃນເວລາກາງຄືນ ແລະ ໄດ້ດັກສະກັດທາງໜີຂອງພວກເຂົາ ແລະ ໄດ້ວາງກຳລັງໄວ້ຕາມເສັ້ນທາງທີ່ພວກເຂົາຈະໜີໄປ.
25 ແລະ ພວກເຂົາໄດ້ເຮັດແບບນີ້ໃນເວລາກາງຄືນ, ແລະ ໄດ້ເດີນທັບເລີຍໄປທາງໜ້າຂອງພວກໂຈນ, ສະນັ້ນ ໃນມື້ຕໍ່ມາ ເວລາພວກໂຈນເລີ່ມເດີນທັບຂອງພວກເຂົາໄປ, ພວກເຂົາຈຶ່ງໄດ້ພົບກັບກອງທັບຂອງຊາວນີໄຟ ທັງທາງດ້ານໜ້າຂອງພວກເຂົາ ແລະ ທາງດ້ານຫລັງຂອງພວກເຂົາ.
26 ແລະ ພວກໂຈນຜູ້ຢູ່ທາງໃຕ້ກໍໄດ້ຖືກສະກັດກັ້ນໃນບ່ອນທີ່ພວກເຂົາໜີມາ. ແລະ ທັງໝົດນີ້ເປັນໄປຕາມຄຳສັ່ງຂອງກິດກິດໂດໄນ.
27 ແລະ ມີຫລາຍພັນຄົນທີ່ໄດ້ຍອມມອບຕົວເປັນຊະເລີຍເສິກຕໍ່ຊາວນີໄຟ, ແລະ ພວກທີ່ເຫລືອຢູ່ກໍຖືກຂ້າ.
28 ແລະ ເຊັມນາໄຣຫາຜູ້ນຳຂອງພວກເຂົາຖືກຈັບແຂວນຄໍຢູ່ເທິງຕົ້ນໄມ້, ແທ້ຈິງແລ້ວ, ຖືກແຂວນໄວ້ຢູ່ຍອດຕົ້ນໄມ້ຈົນເຖິງແກ່ຄວາມຕາຍ. ແລະ ເວລາພວກເຂົາໄດ້ແຂວນລາວໄວ້ຈົນເຖິງຕາຍແລ້ວ, ພວກເຂົາກໍໄດ້ປ້ຳຕົ້ນໄມ້ນັ້ນລົງ, ແລະ ໄດ້ຮ້ອງຂຶ້ນດ້ວຍສຽງອັນດັງ, ມີຄວາມວ່າ:
29 ຂໍພຣະຜູ້ເປັນເຈົ້າຈົ່ງປົກປັກຮັກສາຜູ້ຄົນຂອງພຣະອົງດ້ວຍເຖີດ ໃນຄວາມຊອບທຳ ແລະ ໃນໃຈອັນບໍລິສຸດຂອງພວກເຂົາ, ເພື່ອວ່າພວກເຂົາຈະໄດ້ເຮັດໃຫ້ພວກທີ່ພະຍາຍາມຂ້າພວກເຂົາດ້ວຍອຳນາດ, ແລະ ການມົ້ວສຸມລັບຖືກໂຄ່ນລົງກັບພື້ນດິນຄືກັນກັບຊາຍຜູ້ນີ້ຖືກໂຄ່ນລົງກັບພື້ນດິນ.
30 ແລະ ພວກເຂົາໄດ້ມີຄວາມປິຕິຍິນດີ ແລະ ຮ້ອງຂຶ້ນອີກເປັນສຽງດຽວກັນ, ມີຄວາມວ່າ: ຂໍ ພຣະເຈົ້າຂອງອັບຣາຮາມ, ແລະ ພຣະເຈົ້າຂອງອີຊາກ, ແລະ ພຣະເຈົ້າຂອງຢາໂຄບ, ຈົ່ງໂປດຄຸ້ມຄອງຜູ້ຄົນພວກນີ້ດ້ວຍເຖີດ, ຕາບໃດທີ່ພວກເຂົາຍັງ ເອີ້ນຫາພຣະນາມຂອງພຣະເຈົ້າຂອງພວກເຂົາຢູ່ເພື່ອຂໍຄວາມຄຸ້ມຄອງ.
31 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາທັງໝົດໄດ້ເປັ່ງສຽງອອກມາເປັນສຽງດຽວກັນໃນການຮ້ອງເພງ, ແລະ ສັນລະເສີນພຣະເຈົ້າຂອງພວກເຂົາສຳລັບສິ່ງທີ່ຍິ່ງໃຫຍ່ຊຶ່ງພຣະອົງໄດ້ກະທຳເພື່ອພວກເຂົາ, ໃນການປົກປ້ອງພວກເຂົາບໍ່ໃຫ້ຕົກໄປສູ່ກຳມືຂອງພວກສັດຕູຂອງພວກເຂົາ.
32 ແທ້ຈິງແລ້ວ, ພວກເຂົາໄດ້ຮ້ອງອອກມາວ່າ: ໂຮຊັນນາແດ່ອົງພຣະເຈົ້າສູງສຸດ. ແລະ ພວກເຂົາໄດ້ຮ້ອງອອກມາວ່າ: ຂໍພຣະນາມຂອງອົງພຣະຜູ້ເປັນເຈົ້າ ຜູ້ຊົງລິດອຳນາດຍິ່ງໃຫຍ່, ພຣະເຈົ້າສູງສຸດ, ຈົ່ງພຣະກະເສີມສຳລານເຖີດ.
33 ແລະ ໃຈຂອງພວກເຂົາເຕັມໄປດ້ວຍຄວາມສຸກຈົນຫລັ່ງນ້ຳຕາອອກມາຢ່າງຫລວງຫລາຍ ເພາະພຣະກະລຸນາທິຄຸນຂອງພຣະເຈົ້າໃນການປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຂົາ; ແລະ ພວກເຂົາຮູ້ວ່າເປັນຍ້ອນການກັບໃຈ ແລະ ການຖ່ອມຕົວຂອງພວກເຂົາ, ພວກເຂົາຈຶ່ງໄດ້ຮັບການປົດປ່ອຍໃຫ້ພົ້ນຈາກຄວາມພິນາດອັນເປັນນິດ.