ເພື່ອພຣະອົງ
ການຮູ້ຈັກວ່າ ຜູ້ໃດ ແລະ ວ່າເປັນຫຍັງ ໃນການຮັບໃຊ້ຄົນອື່ນ ຊ່ວຍເຮົາໃຫ້ເຂົ້າໃຈວ່າ ການສະແດງໃຫ້ປະຈັກທີ່ສູງສຸດຂອງຄວາມຮັກ ແມ່ນການອຸທິດຕົນຕໍ່ພຣະເຈົ້າ.
ໃນຄ່ຳຄືນແຫ່ງປະຫວັດສາດນີ້, ຂ້າພະເຈົ້າຂໍສະແດງຄວາມຮັກ ແລະ ຄວາມຮູ້ບຸນຄຸນຕໍ່ທ່ານແຕ່ລະຄົນ, ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ. ບໍ່ວ່າອາຍຸໄຂ, ສະຖານທີ່, ຫລື ສະພາບການຂອງເຮົາຈະເປັນແນວໃດກໍຕາມ, ເຮົາໄດ້ມາເຕົ້າໂຮມກັນໃນຄ່ຳຄືນນີ້ ໃນຄວາມເປັນໜຶ່ງ, ໃນພະລັງ, ແລະ ໃນປະຈັກພະຍານວ່າ ເຮົາໄດ້ຮັບຄວາມຮັກ ແລະ ຖືກນຳພາໂດຍພຣະບິດາເທິງສະຫວັນ; ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ; ແລະ ສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ.
ຕອນເປັນສາມີພັນລະຍາໜຸ່ມສາວ, ສາມີ ແລະ ຂ້າພະເຈົ້າ ໄດ້ຮັບການເອີ້ນຈາກອະທິການຂອງພວກເຮົາ ໃຫ້ໄປຢ້ຽມຢາມ ແລະ ປະຕິບັດສາດສະໜາກິດຕໍ່ຄອບຄົວໜຶ່ງ ທີ່ບໍ່ໄດ້ໄປໂບດ ເປັນເວລາຫລາຍປີ. ພວກເຮົາກໍໄດ້ຮັບເອົາການມອບໝາຍດ້ວຍຄວາມເຕັມໃຈ ແລະ ກໍໄດ້ໄປຫາບ້ານເຮືອນຂອງເຂົາເຈົ້າ ສອງສາມມື້ຈາກນັ້ນ. ເຫັນໄດ້ທັນທີຢ່າງແຈ່ມແຈ້ງວ່າ ເຂົາເຈົ້າບໍ່ຢາກໃຫ້ໃຜຈາກໂບດ ໄປຢ້ຽມຢາມເຂົາເຈົ້າ.
ສະນັ້ນ ຕອນພວກເຮົາໄດ້ໄປຢ້ຽມຢາມເທື່ອຕໍ່ໄປ, ພວກເຮົາໄດ້ເອົາເຂົ້າໜົມໄປຝາກ, ໂດຍທີ່ຄິດວ່າ ເຂົ້າໜົມໂຊໂກລ້າ ຈະເຮັດໃຫ້ໃຈຂອງເຂົາເຈົ້າອ່ອນລົງ. ແຕ່ບໍ່ໄດ້ຜົນ. ສາມີພັນລະຍາຄູ່ນັ້ນ ໄດ້ເວົ້າລົມກັບພວກເຮົາຜ່ານທາງປະຕູຕາໜ່າງ, ຊຶ່ງເຫັນໄດ້ຢ່າງແຈ່ມແຈ້ງຫລາຍຂຶ້ນວ່າ ພວກເຮົາບໍ່ໄດ້ຖືກຮັບຕ້ອນ. ແຕ່ຂະນະທີ່ພວກເຮົາຂັບລົດກັບບ້ານ, ພວກເຮົາໄດ້ລົມກັນວ່າ ຖ້າຫາກພວກເຮົາເອົາເຂົ້າຂຽບຫວານໄປໃຫ້ເຂົາເຈົ້າ ຄົງໄດ້ຜົນດີກວ່າ.
ການຂາດວິໄສທັດທາງວິນຍານ ໄດ້ເຮັດໃຫ້ຄວາມພະຍາຍາມຂອງພວກເຮົາບໍ່ປະສົບຜົນສຳເລັດ. ການຖືກປະຕິເສດ ບໍ່ເຄີຍເປັນສິ່ງສະບາຍໃຈເລີຍ. ເມື່ອເວລາຜ່ານໄປ ພວກເຮົາໄດ້ເລີ່ມຕົ້ນຖາມຕົວເອງວ່າ, “ເປັນຫຍັງ ພວກເຮົາຈຶ່ງເຮັດແນວນີ້? ຈຸດປະສົງຂອງພວກເຮົາຄືຫຍັງ?
ແອວເດີ ຄາລ໌ ບີ ຄຸກ ໄດ້ສັງເກດວ່າ: “ການຮັບໃຊ້ໃນສາດສະໜາຈັກ … ສາມາດເປັນການທ້າທາຍ ຖ້າຫາກເຮົາຖືກຂໍໃຫ້ເຮັດບາງສິ່ງທີ່ເຮົາຢ້ານກົວ, ຖ້າຫາກເຮົາຮູ້ສຶກອ່ອນແຮງໃນການຮັບໃຊ້, ຫລື ຖ້າຫາກເຮົາໄດ້ຖືກເອີ້ນໃຫ້ເຮັດບາງຢ່າງທີ່ເຮົາບໍ່ຢາກເຮັດ.”1 ພວກເຮົາໄດ້ປະສົບກັບຄວາມຈິງ ຕາມຖ້ອຍຄຳຂອງແອວເດີ ຄຸກ ຕອນພວກເຮົາໄດ້ຕັດສິນໃຈສະແຫວງຫາຄຳຊີ້ນຳຈາກພຣະອົງ ທີ່ມີມຸມມອງທີ່ດີກວ່າພວກເຮົາ.
ສະນັ້ນ, ຫລັງຈາກໄດ້ອະທິຖານ ແລະ ສຶກສາດ້ວຍຄວາມຕັ້ງໃຈແລ້ວ, ພວກເຮົາຈຶ່ງໄດ້ຮັບຄຳຕອບ ໃຫ້ແກ່ຄຳວ່າ ເປັນຫຍັງ ຂອງການຮັບໃຊ້ຂອງພວກເຮົາ. ພວກເຮົາໄດ້ປ່ຽນແປງໃນຄວາມເຂົ້າໃຈ, ໄດ້ປ່ຽນໃຈ, ໃນທີ່ສຸດໄດ້ມີປະສົບການທີ່ເປັນການເປີດເຜີຍ.2 ຂະນະທີ່ພວກເຮົາສະແຫວງຫາການຊີ້ນຳຈາກພຣະຄຳພີ, ພຣະຜູ້ເປັນເຈົ້າໄດ້ສອນພວກເຮົາ ເຖິງວິທີທີ່ຈະເຮັດໃຫ້ຂັ້ນຕອນການຮັບໃຊ້ຄົນອື່ນງ່າຍຂຶ້ນ ແລະ ມີຄວາມໝາຍຫລາຍກວ່າເກົ່າ. ຕໍ່ໄປນີ້ແມ່ນຂໍ້ໜຶ່ງ ທີ່ພວກເຮົາໄດ້ອ່ານ ຊຶ່ງມັນໄດ້ປ່ຽນໃຈ ແລະ ປ່ຽນການເຂົ້າຫາຂອງພວກເຮົາ ວ່າ: “ເຈົ້າຕ້ອງຮັກພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດພະລັງ, ດ້ວຍສຸດຄວາມຄິດ, ແລະ ດ້ວຍສຸດກຳລັງຂອງເຈົ້າ; ແລະ ໃນພຣະນາມຂອງພຣະເຢຊູຄຣິດ ໃຫ້ເຈົ້າຮັບໃຊ້ພຣະອົງ.”3 ເຖິງແມ່ນພວກເຮົາຮູ້ຈັກຂໍ້ນີ້ດີ, ແຕ່ເບິ່ງຄືວ່າ ມັນກ່າວກັບພວກເຮົາໃນວິທີໃໝ່ ແລະ ສຳຄັນ.
ພວກເຮົາຮັບຮູ້ວ່າ ພວກເຮົາໄດ້ພະຍາຍາມທີ່ຈະຮັບໃຊ້ຄອບຄົວນີ້ ແລະ ທີ່ຈະຮັບໃຊ້ອະທິການຂອງເຮົາ, ແຕ່ພວກເຮົາໄດ້ຖາມຕົວເອງວ່າ ພວກເຮົາໄດ້ຮັບໃຊ້ ເພາະຮັກພຣະຜູ້ເປັນເຈົ້າຫລືບໍ່ ກະສັດເບັນຢາມິນ ໄດ້ເຮັດໃຫ້ເລື່ອງນີ້ແຈ່ມແຈ້ງ ເມື່ອເພິ່ນກ່າວວ່າ, “ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ເພາະຂ້າພະເຈົ້າໄດ້ໃຊ້ວັນເວລາຂອງຂ້າພະເຈົ້າໄປໃນການຮັບໃຊ້ພວກທ່ານ, ຂ້າພະເຈົ້າຈຶ່ງບໍ່ປາດຖະໜາຈະອວດອ້າງ, ເພາະຂ້າພະເຈົ້າຢູ່ໃນການຮັບໃຊ້ພຣະເຈົ້ານັ້ນເອງ.”4
ສະນັ້ນ ແທ້ຈິງແລ້ວ ກະສັດເບັນຢາມິນ ຮັບໃຊ້ໃຜ? ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດ. ການຮູ້ຈັກວ່າ ຜູ້ໃດ ແລະ ວ່າເປັນຫຍັງ ໃນການຮັບໃຊ້ຄົນອື່ນ ຊ່ວຍເຮົາໃຫ້ເຂົ້າໃຈວ່າ ການສະແດງໃຫ້ປະຈັກທີ່ສູງສຸດຂອງຄວາມຮັກ ແມ່ນການອຸທິດຕົນຕໍ່ພຣະເຈົ້າ.
ເມື່ອຄວາມຕັ້ງໃຈຂອງເຮົາເລີ່ມຕົ້ນປ່ຽນແປງ, ຄຳອະທິຖານຂອງເຮົາກໍເລີ່ມປ່ຽນແປງຄືກັນ. ພວກເຮົາເລີ່ມຕົ້ນຕື່ນເຕັ້ນທີ່ຈະໄປຢ້ຽມຢາມຄອບຄົວທີ່ດີນີ້ ເພາະຄວາມຮັກທີ່ພວກເຮົາມີຕໍ່ພຣະຜູ້ເປັນເຈົ້າ.5 ພວກເຮົາເຮັດເພື່ອພຣະອົງ. ພຣະອົງໄດ້ເຮັດໃຫ້ບັນຫານັ້ນ ກາຍເປັນສິ່ງທີ່ບໍ່ມີບັນຫາອີກຕໍ່ໄປ. ຫລັງຈາກຫລາຍເດືອນທີ່ພວກເຮົາໄດ້ຢືນລົມກັນຢູ່ໜ້າປະຕູບ້ານ, ຄອບຄົວນີ້ໄດ້ໃຫ້ພວກເຮົາເຂົ້າໄປໃນເຮືອນ. ໃນທີ່ສຸດ, ພວກເຮົາໄດ້ມີການອະທິຖານ ແລະ ເວົ້າລົມກັນເລື່ອງພຣະກິດຕິຄຸນດ້ວຍຄວາມອ່ອນຫວານເປັນປະຈຳ. ມິດຕະພາບອັນຍາວນານໄດ້ເກີດຂຶ້ນ. ພວກເຮົາໄດ້ນະມັດສະການພຣະອົງ ແລະ ຮັກພຣະອົງ ໂດຍການຮັກລູກໆຂອງພຣະອົງ.
ທ່ານຈື່ເວລາທີ່ທ່ານໄດ້ເອື້ອມອອກໄປດ້ວຍຄວາມຮັກ ແລະ ຈິງໃຈບໍ ເພື່ອຊ່ວຍບາງຄົນ ແລະ ຮູ້ສຶກວ່າ ເຂົາເຈົ້າບໍ່ສົນໃຈ ຫລື ບາງທີບໍ່ຮູ້ບຸນຄຸນ ຫລື ແມ່ນແຕ່ບໍ່ຕ້ອງການເລີຍ? ໃນເວລານັ້ນ, ທ່ານໄດ້ສົງໄສຄຸນຄ່າຂອງການຮັບໃຊ້ຂອງທ່ານບໍ? ຖ້າເຄີຍສົງໄສ, ຂໍໃຫ້ຖ້ອຍຄຳຂອງກະສັດເບັນຢາມິນ ມາທົດແທນຄວາມສົງໄສ ແລະ ແມ່ນແຕ່ຄວາມເຈັບປວດຂອງທ່ານ ທີ່ວ່າ: “ພວກທ່ານກໍຮັບໃຊ້ພຣະເຈົ້າຂອງພວກທ່ານນັ້ນເອງ.”6
ແທນທີ່ຈະສ້າງຄວາມແຄ້ນໃຈ, ຜ່ານການຮັບໃຊ້, ເຮົາສາມາດສ້າງຄວາມສຳພັນທີ່ດີກວ່າເກົ່າ ກັບພຣະບິດາເທິງສະຫວັນ. ຄວາມຮັກ ແລະ ຄວາມອຸທິດຕົນຂອງເຮົາຕໍ່ພຣະອົງ ຍົກເລີກຄວາມຕ້ອງການ ທີ່ຢາກໃຫ້ຄົນອື່ນຮັບຮູ້ ຫລື ຮູ້ບຸນຄຸນ ແລະ ປ່ອຍໃຫ້ຄວາມຮັກຂອງພຣະອົງ ຫລັ່ງໄຫລມາສູ່ເຮົາ ແລະ ຜ່ານທາງເຮົາ.
ບາງເທື່ອເຮົາອາດເລີ່ມຕົ້ນຮັບໃຊ້ ດ້ວຍຄວາມຮູ້ສຶກວ່າເປັນໜ້າທີ່ ຫລື ຄວາມຈຳເປັນ, ເຖິງແມ່ນແຕ່ການຮັບໃຊ້ເຊັ່ນນັ້ນ ກໍສາມາດນຳພາເຮົາເຂົ້າໃກ້ສິ່ງທີ່ສູງກວ່າ ຢູ່ໃນຕົວເຮົາ, ນຳພາເຮົາໃຫ້ຮັບໃຊ້ ໃນ “ວິທີທີ່ດີກວ່າ”7—ດັ່ງໃນຄຳເຊື້ອເຊີນຂອງປະທານແນວສັນ “ໃຫ້ປະຕິບັດຕາມວິທີທາງທີ່ໃໝ່ກວ່າ ແລະ ສັກສິດກວ່າ ໃນການດູແລ ແລະ ປະຕິບັດສາດສະໜາກິດຕໍ່ຄົນອື່ນ.”8
ເມື່ອເຮົາເອົາໃຈໃສ່ຕໍ່ທຸກສິ່ງທີ່ພຣະເຈົ້າໄດ້ກະທຳເພື່ອເຮົາ, ການຮັບໃຊ້ຂອງເຮົາຈະຫລັ່ງໄຫລອອກມາຈາກໃຈແຫ່ງຄວາມກະຕັນຍູ. ເມື່ອເຮົາມີຄວາມເປັນຫ່ວງໜ້ອຍລົງກ່ຽວກັບການຂະຫຍາຍການຮັບໃຊ້ຂອງເຮົາ, ເຮົາຈະຮູ້ຈັກວ່າ ການເອົາໃຈໃສ່ໃນການຮັບໃຊ້ຂອງເຮົາແມ່ນຢູ່ທີ່ພຣະເຈົ້າ.9
ປະທານເອັມ ຣະໂຊ ບາເລີດ ໄດ້ສອນວ່າ, “ພຽງແຕ່ເມື່ອຕອນເຮົາຮັກພຣະເຈົ້າ ແລະ ພຣະຄຣິດ ດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຮົາເທົ່ານັ້ນ ທີ່ເຮົາຈະສາມາດແບ່ງປັນຄວາມຮັກນີ້ ໃຫ້ກັບເພື່ອນບ້ານ ຜ່ານທາງການກະທຳດ້ວຍຄວາມເມດຕາ ແລະ ການຮັບໃຊ້.”10
ຂໍ້ທຳອິດ ໃນພຣະບັນຍັດສິບປະການ ກ່າວເນັ້ນປັນຍາທີ່ສູງສົ່ງນີ້ວ່າ: “ເຮົາແມ່ນພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ. … ເຈົ້າຈະບໍ່ມີພຣະເຈົ້າອົງອື່ນຕໍ່ໜ້າເຮົາ.”11 ລຳດັບຂອງພຣະບັນຍັດຂໍ້ນີ້ ຊ່ວຍເຮົາໃຫ້ເຂົ້າໃຈວ່າ ຖ້າ ເຮົາໃຫ້ພຣະອົງ ຢູ່ໃນລຳດັບສູງສຸດ, ແລ້ວຢ່າງອື່ນຈະເຂົ້າຮູບ ເຂົ້າຮອຍຂອງມັນເອງ—ແມ່ນແຕ່ການຮັບໃຊ້ຂອງເຮົາຕໍ່ຄົນອື່ນ. ເມື່ອພຣະອົງສຳຄັນທີ່ສຸດໃນຊີວິດຂອງເຮົາ ໂດຍການເລືອກດ້ວຍເຈດຕະນາຂອງເຮົາ, ແລ້ວພຣະອົງຈະສາມາດອວຍພອນໃຫ້ແກ່ການກະທຳຂອງເຮົາ ເພື່ອຄວາມດີຂອງເຮົາ ແລະ ເພື່ອຄວາມດີຂອງຄົນອື່ນ.
ພຣະຜູ້ເປັນເຈົ້າໄດ້ແນະນຳວ່າ ໃຫ້ເບິ່ງທີ່ພຣະອົງໃນຄວາມນຶກຄິດທຸກຢ່າງ.12 ແລະ ທຸກອາທິດເຮົາເຮັດພັນທະສັນຍາ ທີ່ຈະເຮັດແນວນັ້ນ—ທີ່ຈະລະນຶກເຖິງພຣະອົງຕະຫລອດເວລາ.”13 ການເອົາໃຈໃສ່ຕໍ່ພຣະເຈົ້າເຊັ່ນນັ້ນ ສາມາດເອົາມານຳໃຊ້ໃນທຸກສິ່ງທີ່ເຮົາເຮັດບໍ? ການເຮັດວຽກຕ່ຳສາມາດກາຍເປັນໂອກາດ ທີ່ຈະສະແດງຄວາມຮັກ ແລະ ການອຸທິດຕົນຂອງເຮົາຕໍ່ພຣະອົງບໍ? ຂ້າພະເຈົ້າເຊື່ອວ່າ ມັນເປັນໄປໄດ້.
ເຮົາສາມາດເຮັດໃຫ້ທຸກຢ່າງໃນລາຍການທີ່ເຮົາຕ້ອງເຮັດ ກາຍເປັນວິທີທີ່ສັນລະເສີນພຣະອົງໄດ້. ເຮົາສາມາດເບິ່ງວຽກງານແຕ່ລະຢ່າງວ່າເປັນສິດທິພິເສດ ແລະ ເປັນໂອກາດທີ່ຈະຮັບໃຊ້ພຣະອົງ, ແມ່ນແຕ່ຕອນທີ່ເຮົາຕ້ອງເຮັດໃຫ້ແລ້ວຕາມກຳນົດ, ຕາມໜ້າທີ່, ຫລື ປ່ຽນຜ້າອ້ອມກໍຕາມ.
ດັ່ງທີ່ອຳໂມນໄດ້ກ່າວ, “ແທ້ຈິງແລ້ວ, ຂ້ອຍຮູ້ວ່າ ຂ້ອຍບໍ່ໄດ້ມີຄຸນຄ່າຫຍັງໝົດ; ຖ້າອາໄສພະລັງຂອງຂ້ອຍເອງ ຂ້ອຍກໍອ່ອນແອ; ດັ່ງນັ້ນ ຂ້ອຍຈະບໍ່ອວດອ້າງເຖິງເລື່ອງຕົວເອງ, ແຕ່ຂ້ອຍຈະອວດອ້າງພຣະເຈົ້າຂອງຂ້ອຍ, ເພາະໃນພະລັງຂອງພຣະອົງ; ຂ້ອຍສາມາດເຮັດໄດ້ທຸກສິ່ງທຸກຢ່າງ.”14
ເມື່ອການຮັບໃຊ້ພຣະເຈົ້າ ກາຍເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງເຮົາ, ແລ້ວເຮົາຈະບໍ່ຄິດກ່ຽວກັບຕົວເອງ, ແລະ ໃນທີ່ສຸດ, ເຮົາຈະຮູ້ຕົວເອງ.15
ພຣະຜູ້ຊ່ວຍໃຫ້ລອດໄດ້ສອນຫລັກທຳຂໍ້ນີ້ ແບບລຽບງ່າຍ ແລະ ໂດຍກົງວ່າ: “ດັ່ງນັ້ນຈົ່ງໃຫ້ຄວາມສະຫວ່າງຂອງເຈົ້າສ່ອງເຊັ່ນນັ້ນຕໍ່ໜ້າຜູ້ຄົນພວກນີ້, ເພື່ອວ່າພວກເຂົາຈະເຫັນການດີຂອງເຈົ້າ ແລະ ສັນລະເສີນພຣະບິດາຂອງເຈົ້າ ຜູ້ສະຖິດຢູ່ໃນສະຫວັນ.”16
ຂ້າພະເຈົ້າຂໍແບ່ງປັນຄຳສະຕິເຕືອນໃຈກັບທ່ານ ທີ່ພົບເຫັນຢູ່ເທິງຝາຢູ່ ສູນເດັກກຳພ້າ ໃນເມືອງຄາຄູຕ້າ, ປະເທດອິນເດຍ ທີ່ກ່າວວ່າ: “ຖ້າຫາກເຈົ້າມີເມດຕາ, ຜູ້ຄົນອາດກ່າວຫາ ວ່າເຈົ້າເປັນຄົນມີເຈດຕະນາ ທີ່ເຊື່ອງຊ້ອນຄວາມເຫັນແກ່ຕົວ ໄວ້ຢູ່ຂ້າງໃນ. ຈົ່ງມີເມດຕາຕໍ່ໄປ. ສິ່ງທີ່ເຈົ້າໄດ້ສ້າງມາເປັນເວລາຫລາຍປີ, ຜູ້ຄົນສາມາດທຳລາຍມັນໄດ້ພຽງຂ້າມຄືນ. ຈົ່ງສ້າງມັນຕໍ່ໄປ. ຄວາມດີງາມທີ່ເຈົ້າເຮັດໃນມື້ນີ້, ຜູ້ຄົນມັກຈະລືມມັນໄປໃນມື້ອື່ນ. ຈົ່ງເຮັດຄວາມດີງາມຕໍ່ໄປ. ເຖິງແມ່ນເຈົ້າໄດ້ມອບສິ່ງທີ່ດີທີ່ສຸດໃຫ້ແກ່ໂລກ, ແຕ່ອາດຍັງບໍ່ພຽງພໍ. ຈົ່ງມອບສິ່ງທີ່ດີທີ່ສຸດ ທີ່ເຈົ້າມີ ໃຫ້ໂລກຕໍ່ໄປ. ເຈົ້າຈະເຫັນວ່າ, ໃນທີ່ສຸດ, ມັນເປັນລະຫວ່າງເຈົ້າ ແລະ ພຣະເຈົ້າຂອງເຈົ້າ … ເທົ່ານັ້ນ.”17
ເອື້ອຍນ້ອງທັງຫລາຍ, ມັນຈະເປັນລະຫວ່າງເຮົາ ແລະ ພຣະຜູ້ເປັນເຈົ້າສະເໝີ. ດັ່ງທີ່ປະທານເຈມສ໌ ອີ ຟາວ ໄດ້ກ່າວ: “‘ໂລກນີ້ຕ້ອງການສິ່ງໃດຫລາຍທີ່ສຸດ?’ … ‘ສິ່ງທີ່ຕ້ອງການຫລາຍທີ່ສຸດຢູ່ໃນໂລກນີ້ ບໍ່ແມ່ນການມີຄວາມສຳພັນ ເປັນສ່ວນຕົວ, ທີ່ສືບຕໍ່ໄປແຕ່ລະວັນ ນຳພຣະຜູ້ຊ່ວຍໃຫ້ລອດບໍ?’ ການມີຄວາມສຳພັນເຊັ່ນນັ້ນ ສາມາດເປີດເຜີຍຄວາມສູງສົ່ງຢູ່ໃນຕົວເຮົາ, ແລະ ບໍ່ມີສິ່ງໃດທີ່ສາມາດສ້າງຄວາມແຕກຕ່າງໃນຊີວິດຂອງເຮົາ ໄດ້ເທົ່າກັບເຮົາມາຮູ້ຈັກ ແລະ ເຂົ້າໃຈຄວາມສຳພັນແຫ່ງສະຫວັນນຳພຣະເຈົ້າ.”18
ແອວມາໄດ້ອະທິບາຍແບບຄ້າຍຄືກັນນີ້ ຕໍ່ລູກຊາຍຂອງເພິ່ນວ່າ, “ແທ້ຈິງແລ້ວ, ຂໍໃຫ້ການກະທຳທັງໝົດຂອງລູກຢູ່ກັບພຣະຜູ້ເປັນເຈົ້າ, ແລະ ບໍ່ວ່າລູກຈະໄປບ່ອນໃດກໍຕາມ ກໍໃຫ້ວຽກງານຂອງລູກນັ້ນຢູ່ກັບພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ຂໍໃຫ້ຄວາມຄິດຂອງລູກລະນຶກຫາພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ຂໍໃຫ້ຄວາມຮັກໃນໃຈຂອງລູກວາງໄວ້ຢູ່ກັບພຣະຜູ້ເປັນເຈົ້າຕະຫລອດໄປ.”19
ແລະ ປະທານຣະໂຊ ເອັມ ແນວສັນ ກໍໄດ້ສິດສອນເຮົາຄືກັນວ່າ, “ເມື່ອເຮົາເຂົ້າໃຈການຊົດໃຊ້ທີ່ອາສາສະໝັກຂອງພຣະອົງ, ຄວາມຮູ້ສຶກວ່າເຮົາໄດ້ເສຍສະລະ ຈະປະກົດວ່າບໍ່ສຳຄັນ ໂດຍຄວາມຮູ້ສຶກທີ່ມີຄວາມກະຕັນຍູ ສຳລັບສິດທິພິເສດ ທີ່ໄດ້ຮັບໃຊ້ພຣະອົງ.”20
ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານວ່າ ເມື່ອພຣະເຢຊູຄຣິດ, ຜ່ານທາງພະລັງແຫ່ງການຊົດໃຊ້ຂອງພຣະອົງ, ທຳງານ ກັບ ຕົວເຮົາ ແລະ ໃນ ຕົວເຮົາ, ພຣະອົງຈະເລີ່ມຕົ້ນທຳງານ ຜ່ານທາງ ຕົວເຮົາ ເພື່ອເປັນພອນໃຫ້ແກ່ຄົນອື່ນ. ເຮົາຮັບໃຊ້ເຂົາເຈົ້າ, ແຕ່ເຮົາເຮັດດ້ວຍຄວາມຮັກ ແລະ ດ້ວຍການຮັບໃຊ້ພຣະອົງ. ເຮົາກາຍເປັນສິ່ງທີ່ພຣະຄຳພີບັນຍາຍວ່າ ທຸກຄົນສົນໃຈກັບຄວາມຢູ່ເຢັນເປັນສຸກຂອງເພື່ອນມະນຸດດ້ວຍກັນ, ແລະ ເຮັດທຸກສິ່ງທັງປວງ ເພາະການທີ່ເຫັນແກ່ລັດສະໝີພາບຂອງພຣະເຈົ້າແຕ່ຢ່າງດຽວ.21
ບາງທີອະທິການຂອງພວກເຮົາ ຮູ້ວ່າ ນັ້ນຄືບົດຮຽນທີ່ສາມີ ແລະ ຂ້າພະເຈົ້າຕ້ອງຮຽນຮູ້ ຈາກຄວາມພະຍາຍາມດ້ວຍເຈດຕະນາດີ, ແຕ່ບໍ່ດີພ້ອມ, ເພື່ອປະຕິບັດສາດສະໜາກິດຕໍ່ບຸດ ແລະ ທິດາທີ່ຮັກຂອງພຣະເຈົ້າ. ຂ້າພະເຈົ້າຂໍສະແດງປະຈັກພະຍານສ່ວນຕົວ ແລະ ທີ່ແນ່ນອນຂອງຂ້າພະເຈົ້າ ເຖິງພຣະກະລຸນາທິຄຸນ ແລະ ຄວາມຮັກ ທີ່ພຣະອົງໄດ້ແບ່ງປັນກັບເຮົາ ແມ່ນແຕ່ເມື່ອເຮົາພະຍາຍາມທີ່ຈະຮັບໃຊ້ພຣະອົງ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.