​2010–2019
ລະມັດລະວັງ ກັບ ບໍ່ເອົາໃຈໃສ່
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ລະມັດລະວັງ ກັບ ບໍ່ເອົາໃຈໃສ່

ໃນເມື່ອອິດທິພົນຂອງໂລກນັບມື້ນັບຮັບເອົາຄວາມຊົ່ວຮ້າຍ, ເຮົາຕ້ອງກ້າວໄປໜ້າດ້ວຍຄວາມພາກພຽນເຕັມທີ່ ເພື່ອຈະຄົງຢູ່ຢ່າງໝັ້ນຄົງ ໃນເສັ້ນທາງທີ່ນຳໄປສູ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດຂອງ​ເຮົາຢ່າງປອດໄພ.

ຄັ້ງໜຶ່ງຂ້າພະເຈົ້າໄດ້ເຫັນປ້າຍຢູ່ປ່ອງຢ້ຽມຮ້ານຄ້າແຫ່ງໜຶ່ງມີຄຳວ່າ, “ຄວາມສຸກ, $15.00 ດອນລາ.” ຂ້າພະເຈົ້າຢາກຮູ້ວ່າຕົວ​ເອງຈະຊື້ຄວາມສຸກນັ້ນໄດ້ຫລາຍເທົ່າໃດດ້ວຍເງິນ $15 ດອນລາ ຂ້າພະເຈົ້າກໍເລີຍເຂົ້າໄປໃນຮ້ານ. ສິ່ງທີ່ຂ້າພະເຈົ້າໄດ້ເຫັນກໍຄື ເຄື່ອງເອ້ເລັກໆນ້ອຍໆ ແລະ ຂອງລະລຶກລາຄາຖືກໆ—ບໍ່ມີຈັກຢ່າງທີ່ຂ້າພະເຈົ້າເຫັນ ຈະນຳຄວາມສຸກຕາມທີ່ປ້າຍໄດ້ອ້າງເຖິງມາໃຫ້ເລີຍ. ຕະຫລອດຫລາຍປີທີ່ຜ່ານມາ, ຂ້າພະເຈົ້າໄດ້ຄິດຫລາຍເທື່ອກ່ຽວກັບປ້າຍນັ້ນ ແລະ ວ່າມັນງ່າຍເທົ່າໃດທີ່ຈະຊອກຫາຄວາມສຸກໃນສິ່ງຂອງລາຄາຖືກ ຫລື ໃຫ້ຄວາມສຸກພຽງຊົ່ວຄາວ. ໃນຖານະສະມາຊິກຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາໄດ້ຮັບພອນທີ່ຈະຮູ້ວິທີ ແລະ ບ່ອນທີ່ຈະພົບເຫັນຄວາມສຸກທີ່ແທ້ຈິງນັ້ນ. ຈະພົບເຫັນມັນໄດ້ໃນການດຳລົງຊີວິດຢ່າງລະມັດລະວັງ ຕາມພຣະກິດຕິຄຸນທີ່ພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ ໄດ້ຈັດຕັ້ງຂຶ້ນມາ, ແລະ ໃນການພະຍາຍາມທີ່ຈະກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.

ພວກຂ້າພະເຈົ້າມີເພື່ອນຮັກຄົນໜຶ່ງ ທີ່ເປັນ​ຜູ້​ຂັບລົດໄຟ. ມື້ໜຶ່ງໃນຂະນະທີ່ລາວໄດ້ຂັບລົດໄຟຢູ່ຕາມເສັ້ນທາງ, ລາວໄດ້ເຫັນລົດຄັນໜຶ່ງຢຸດຢູ່ໃນລາງລົດໄຟຢູ່ຂ້າງໜ້າ. ໃນທັນໃດນັ້ນ ລາວກໍໄດ້ຮູ້ວ່າລົດຄັນນັ້ນຕິດ​ຂັດ ແລະ ອອກຈາກລາງລົດໄຟບໍ່ໄດ້. ລາວໄດ້ໃສ່ເບກສຸກເສີນທັນທີ, ທີ່ຢຸດເບກຂອງຕູ້ລົດໄຟທຸກຕູ້ທີ່ຢູ່ໃນລາງ ມີຄວາມຍາວປະມານໜຶ່ງສ່ວນສາມໄມ (1.2 ກິ​ໂລ​ແມັດ), ມີນ້ຳໜັກປະມານ 6,500 ໂຕນ (5,900 ເມດ​ຕຼິກ​ຕັນ). ບໍ່ມີໂອກາດທີ່ເປັນໄປໄດ້ເລີຍ ທີ່ລົດໄຟຈະຢຸດໄດ້ກ່ອນມັນຈະຕຳລົດຄັນນັ້ນ, ແລະ ມັນ​ກໍ​ໄດ້​ຕຳ. ໂຊກດີສຳລັບຜູ້ຄົນທີ່ຢູ່ໃນລົດຄັນນັ້ນ, ເຂົາເຈົ້າໄດ້ຍິນສຽງໝາກຫວີດເຕືອນ ແລະ ໄດ້ໜີອອກຈາກລົດໄປກ່ອນແຮງກະແທກນັ້ນ. ໃນຂະນະທີ່ຜູ້​ຂັບ​ລົດ​ໄຟໄດ້ເວົ້າລົມນຳເຈົ້າໜ້າທີ່ຕຳຫລວດ ຜູ້ສືບສວນຢູ່ນັ້ນ, ຜູ້ຍິງທີ່ໃຈຮ້າຍຄົນໜຶ່ງໄດ້ເຂົ້າໄປຫາເຂົາເຈົ້າ. ນາງໄດ້ຮ້ອງໃສ່ວ່າ ນາງໄດ້ເຫັນເຫດການທັງໝົດ ແລະ ​ແລ້ວໄດ້ເປັນພະຍານວ່າ ຜູ້​ຂັບ​ລົດ​ໄຟບໍ່ໄດ້ ພະ​ຍາ​ຍາມ ທີ່ຈະຫລົບຫລີກລົດຄັນນັ້ນເລີຍ!

ແນ່ນອນວ່າ, ຖ້າວ່າຜູ້​ຂັບ​ລົດ​ໄຟຫລົບຫລີກ ແລະ ອອກຈາກລາງເພື່ອຫລີກເວັ້ນຈາກອຸປະຕິເຫດນັ້ນໄດ້, ລາວ ແລະ ຕູ້ລົດໄຟທັງໝົດກໍຈະຕົກລາງໝົດເລີຍ ແລະ ຄວາມກ້າວໜ້າຂອງລົດໄຟຖ້ຽວນັ້ນກໍຈະຢຸດສະຫງັກທັນທີ. ໂຊກດີສຳລັບຊາຍຜູ້ນັ້ນ, ລາງລົດໄຟເສັ້ນນັ້ນໄດ້ຮັກສາລໍ້ລົດໄຟໄວ້ໄດ້ຢ່າງແໜ້ນດີ ເພື່ອນຳລົດໄຟໄປສູ່ຈຸດໝາຍປາຍທາງຂອງມັນ ບໍ່ວ່າຈະມີສິ່ງກີດຂວາງຢູ່ໃນເສັ້ນທາງກໍຕາມ. ໂຊກດີສຳລັບເຮົາ, ເຮົາກໍຢູ່ໃນລາງຄືກັນ, ເສັ້ນທາງແຫ່ງພັນທະສັນຍາ ທີ່ເຮົາໄດ້ໃຫ້ຄຳໝັ້ນສັນຍາວ່າຈະຄົງຢູ່ ຕອນເຮົາຮັບບັບຕິສະມາ ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ເຖິງວ່າເປັນບາງຄັ້ງບາງຄາວ ເຮົາຈະປະເຊີນກັບອຸບປະສັກຕາມເສັ້ນທາງ, ເສັ້ນທາງນີ້ຈະຊ່ວຍເຮົາໃຫ້ກ້າວໄປໜ້າສູ່ຈຸດໝາຍປາຍທາງນິລັນດອນທີ່ລ້ຳຄ່າຂອງເຮົາ ຖ້າຫາກເຮົາຢຶດໝັ້ນຢູ່ໃນນັ້ນຢ່າງໝັ້ນຄົງ.

ຮູບ​ພາບ
ພາບນິມິດກ່ຽວກັບຕົ້ນໄມ້ແຫ່ງຊີວິດ​ຂອງ​ລີ​ໄຮ

ພາບນິມິດເຖິງຕົ້ນໄມ້ແຫ່ງຊີວິດ ສະແດງໃຫ້ເຮົາເຫັນວ່າຜົນກະທົບຂອງຄວາມບໍ່ເອົາໃຈໃສ່ ສາມາດນຳເຮົາໃຫ້ອອກນອກເສັ້ນທາງແຫ່ງພັນທະສັນຍານັ້ນໄດ້ແນວໃດ. ຂໍໃຫ້ພິຈາລະນາວ່າ ຮາວເຫລັກ ແລະ ທາງ​​ຄັບ ແລະ ແຄບ, ຫລື ເສັ້ນທາງແຫ່ງພັນທະສັນຍາ, ນຳໄປ ເຖິງ ຕົ້ນໄມ້ແຫ່ງຊີວິດໂດຍກົງ, ບ່ອນທີ່ພອນທັງໝົດທີ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະ ການຊົດໃຊ້ຂອງພຣະອົງ ມີໄວ້ໃຫ້ຜູ້ທີ່ຊື່ສັດ. ໃນພາບນິມິດນັ້ນເຮົາກໍໄດ້ເຫັນແມ່ນ້ຳສາຍໜຶ່ງ ທີ່ເປັນຕົວແທນຂອງຄວາມສົກກະປົກຂອງໂລກ. ພຣະຄຳພີບັນຍາຍວ່າແມ່ນ້ຳສາຍນີ້ “ໄຫລໄປ” ຕາມເສັ້ນທາງພຽງແຕ່ໄຫລໄປ “ໃກ້ໆ” ຕົ້ນໄມ້, ແຕ່ບໍ່ໄດ້ໄປ ເຖິງ ຕົ້ນ​ໄມ້​ນັ້ນ. ໂລກກໍເຕັມໄປດ້ວຍ​ສິ່ງລົບກວນຫລາຍຢ່າງ ທີ່ສາມາດຫລອກລວງແມ່ນແຕ່ຜູ້ທີ່ຖືກເລືອກໄວ້, ເຮັດໃຫ້ເຂົາເຈົ້າບໍ່ເອົາໃຈໃສ່ຕໍ່ການດຳລົງຊີວິດຕາມພັນທະສັນຍາຂອງເຂົາເຈົ້າ—ທີ່ນຳເຂົາເຈົ້າໄປໃກ້ຕົ້ນໄມ້, ແຕ່ບໍ່ໄດ້ໄປ ເຖິງ ຕົ້ນ​ໄມ້​ນັ້ນ. ຖ້າຫາກເຮົາບໍ່ລະມັດລະວັງ ໃນການດຳລົງຊີວິດຕາມພັນທະສັນຍາຂອງເຮົາຢ່າງເຄັ່ງຄັດ, ຄວາມພະຍາຍາມຂອງເຮົາແບບບໍ່ເອົາໃຈໃສ່ ກໍອາດນຳເຮົາໄປສູ່ເສັ້ນທາງທີ່ຕ້ອງຫ້າມ ຫລື ເຂົ້າຮ່ວມກັບຜູ້ຄົນທີ່ໄດ້ເຂົ້າໄປໃນອາຄານໃຫຍ່ ແລະ ກວ້າງຂວາງນັ້ນແລ້ວ. ຖ້າຫາກເຮົາບໍ່ລະມັດລະວັງ​, ເຮົາອາດຈົມລົງໄປໃນຄວາມເລິກ ຂອງແມ່ນ້ຳສົກກະປົກສາຍນັ້ນກໍໄດ້.1

ຍັງມີວິທີທາງທີ່ຈະເຮັດທຸກສິ່ງດ້ວຍຄວາມລະມັດລະວັງ ແລະ ວິທີທາງທີ່ບໍ່ເອົາໃຈໃສ່, ຮ່ວມທັງການດຳລົງຊີວິດຕາມພຣະກິດຕິຄຸນ. ເມື່ອເຮົາພິຈາລະນາຄຳໝັ້ນສັນຍາຂອງເຮົາ ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາກໍລະມັດລະວັງຢູ່ບໍ ຫລື ວ່າບໍ່ເອົາໃຈໃສ່? ເປັນເພາະທຳມະຊາດມະຕະຂອງເຮົາ, ບາງເທື່ອເຮົາກໍຫາຂໍ້ແກ້ຕົວສຳລັບການປະພຶດຂອງເຮົາ, ທີ່ບາງເທື່ອກໍອ້າງເຖິງການກະທຳຂອງເຮົາວ່າຢູ່ໃນ ສີໝົ່ນ, ຫລື ກຳລັງປະປົນສິ່ງທີ່ດີເຂົ້າກັບສິ່ງທີ່ບໍ່ດີ ບໍ່ແມ່ນບໍ? ທຸກໆເທື່ອທີ່ເຮົາ​ເວົ້າວ່າ, “ເຖິງຢ່າງໃດກໍ​ຕາມ” “ຍົກເວັ້ນເສຍແຕ່,” ຫລື “ແຕ່ວ່າ” ເມື່ອມັນກ່ຽວກັບການເຮັດຕາມຄຳແນະນຳຂອງສາດສະດາຜູ້ນຳຂອງເຮົາ ຫລື ການດຳລົງຊີວິດຕາມພຣະກິດຕິຄຸນຢ່າງລະມັດລະວັງ, ຕາມຄວາມຈິງແລ້ວ ເຮົາກໍເວົ້າວ່າ, “ຄຳແນະນຳນັ້ນບໍ່ກ່ຽວກັບຂ້ອຍ.” ເຮົາຈະແກ້ຕົວຫລາຍເທົ່າໃດກໍໄດ້, ແຕ່ຄວາມຈິງກໍຄື, ບໍ່ມີທາງຖືກ ທີ່ຈະເຮັດສິ່ງທີ່ຜິດ!

ຫົວຂໍ້ຄຳຂວັນຂອງຊາວໜຸ່ມສຳລັບປີ 2019 ແມ່ນມາຈາກ ໂຢຮັນ 14:15, ບ່ອນທີ່ພຣະຜູ້ເປັນເຈົ້າສັ່ງສອນວ່າ: “ຖ້າຫາກພວກເຈົ້າຮັກເຮົາ, ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ.” ຖ້າເຮົາຮັກພຣະອົງດັ່ງທີ່ເຮົາປະກາດວ່າຮັກ, ເຮົາຈະສາມາດສະແດງຄວາມຮັກນັ້ນ ໂດຍການເປັນຄົນທີ່ລະມັດລະວັງຫລາຍຂຶ້ນ ໃນການດຳລົງຊີວິດຕາມພຣະບັນຍັດຂອງພຣະອົງໄດ້​ບໍ?

ການດຳລົງຊີວິດຕາມພຣະກິດຕິຄຸນ ບໍ່ໄດ້ໝາຍຄວາມວ່າ ການເປັນຄົນເຄັ່ງຄັດ ຫລື ເປັນເຈົ້າລະບຽບ. ມັນໝາຍຄວາມວ່າ ການມີຄວາມສົມຄວນໃນຄວາມຄິດ ແລະ ການປະພຶດຂອງເຮົາ ໃນຖານະທີ່ເປັນສານຸສິດຂອງພຣະເຢຊູຄຣິດ. ໃນຂະນະທີ່ເຮົາຄິດໄຕ່ຕອງຄວາມແຕກຕ່າງລະຫວ່າງຄວາມລະມັດລະວັງ ແລະ ຄວາມບໍ່ເອົາໃຈໃສ່ ໃນການດຳລົງຊີວິດຂອງເຮົາຕາມພຣະກິດຕິຄຸນ, ຕໍ່ໄປນີ້ຄືຄວາມຄິດໃຫ້ເຮົາພິຈາລະນາ:

ເຮົາລະມັດລະວັງ ໃນການນະມັດສະການໃນວັນຊະບາໂຕຂອງເຮົາ ແລະ ໃນການກະກຽມທີ່ຈະຮັບສ່ວນສິນລະລຶກແຕ່ລະອາທິດບໍ?

ເຮົາລະມັດລະວັງໃຫ້ດີຂຶ້ນ ໃນການອະທິຖານ ແລະ ການສຶກສາພຣະຄຳພີຂອງເຮົາ ຫລື ມີສ່ວນຮ່ວມຢ່າງຈິງຈັງໃນໂຄງການ ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວຫລາຍຂຶ້ນບໍ?

ເຮົາລະມັດລະວັງ ໃນການນະມັດສະການຂອງເຮົາໃນພຣະວິຫານ, ແລະ ເຮົາດຳລົງຊີວິດຕາມພັນທະສັນຍາທີ່ເຮົາໄດ້ເຮັດຕອນຮັບບັບຕິສະມາ ແລະ ໃນພຣະວິຫານຢ່າງລະມັດລະວັງ ແລະ ຢ່າງຕັ້ງໃຈບໍ? ເຮົາລະມັດລະວັງໃນການປະກົດຕົວ ແລະ ການນຸ່ງຖືຢ່າງສຸພາບຮຽບຮ້ອຍ, ໂດຍສະເພາະໃນສະຖານທີ່ ແລະ ສະຖານະການທີ່ສັກສິດບໍ? ເຮົາລະມັດລະວັງ​ຢູ່ບໍ ໃນວິທີທີ່ເຮົານຸ່ງຖືເສື້ອຜ້າສັກສິດຂອງເຮົາ? ຫລື ວ່າເຄື່ອງນຸ່ງຖື​ທີ່ໂລກ​ນິ​ຍົມກຳນົດທ່າທີ ທີ່ບໍ່ເອົາໃຈໃສ່ຫລາຍກວ່າບໍ?

ເຮົາລະມັດລະວັງຢູ່ບໍ ໃນວິທີທີ່ເຮົາປະຕິບັດສາດສະໜາກິດຕໍ່ຄົນອື່ນ ແລະ ໃນວິທີທີ່ເຮົາປະຕິບັດໜ້າທີ່ການເອີ້ນຂອງເຮົາໃນສາດສະໜາຈັກ, ຫລື ວ່າເຮົາເມີນເສີຍ ຫລື ບໍ່ເອົາໃຈໃສ່ໃນການເອີ້ນຂອງເຮົາທີ່ຈະຮັບໃຊ້?

ເຮົາລະມັດລະວັງ​ຢູ່​ບໍ ຫລື ວ່າບໍ່ເອົາໃຈໃສ່ກັບສິ່ງທີ່ເຮົາອ່ານ ແລະ ສິ່ງທີ່ເຮົາເບິ່ງໃນໂທລະທັດ ແລະ ໃນເຄື່ອງມືຖືຂອງເຮົາ? ເຮົາລະມັດລະວັງຢູ່ບໍ ກັບຄຳວາຈາຂອງເຮົາ? ຫລື ວ່າເຮົາຍອມຮັບເອົາຄວາມບໍ່ສຸພາບ ແລະ ຄວາມຫຍາບຄາຍ​ບໍ?

ປຶ້ມນ້ອຍຊື່ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ ບັນຈຸມາດຕະຖານທີ່, ເມື່ອເຮັດຕາມຢ່າງລະມັດລະວັງ, ຈະນຳພອນຢ່າງຫລວງຫລາຍມາໃຫ້ ແລະ ຊ່ວຍເຮົາໃຫ້ຄົງຢູ່ໃນເສັ້ນທາງແຫ່ງພັນທະສັນຍາ. ເຖິງແມ່ນວ່າປຶ້ມນີ້ຖືກຂຽນຂຶ້ນສຳລັບຜົນປະໂຫຍດຂອງຊາວໜຸ່ມ, ​ແຕ່ມາດຕະຖານຂອງມັນບໍ່ໝົດອາຍຸ ເມື່ອເຮົາອອກຈາກໂຄງການຊາຍໜຸ່ມ ແລະ ຍິງໜຸ່ມ. ມັນກ່ຽວພັນກັບເຮົາແຕ່ລະຄົນ ທຸກໆເວລາ. ການທົບທວນມາດຕະຖານເຫລົ່ານີ້ ອາດກະຕຸ້ນເຖິງວິທີທາງອື່ນ ທີ່ເຮົາຈະສາມາດລະມັດລະວັງໄດ້ດີກວ່າ ໃນການດຳລົງຊີວິດຂອງເຮົາຕາມພຣະກິດຕິຄຸນ.

ເຮົາຈະບໍ່ຫລຸດມາດຕະຖານຂອງເຮົາໃຫ້ຕ່ຳລົງ ເພື່ອໃຫ້ເຂົ້າກັບ ຫລື ເຮັດໃຫ້ຄົນອື່ນຮູ້ສຶກສະບາຍໃຈ. ເຮົາເປັນສານຸສິດຂອງພຣະເຢຊູຄຣິດ, ແລະ ດັ່ງນັ້ນເຮົາກໍມີພາກສ່ວນໃນການຍົກຄົນອື່ນຂຶ້ນ, ຍົກເຂົາເຈົ້າຂຶ້ນສູ່​ບ່ອນ ທີ່ສູງກວ່າ, ສັກສິດຫລາຍກວ່າ ບ່ອນທີ່ເຂົາເຈົ້າຈະສາມາດໄດ້ຮັບພອນຢ່າງຫລວງຫລາຍຄືກັນ.

ຂ້າພະເຈົ້າຂໍເຊື້ອເຊີນເຮົາແຕ່ລະຄົນ ໃຫ້ສະແຫວງຫາການຊີ້ນຳຈາກພຣະວິນຍານບໍລິສຸດ ເພື່ອຈະຮູ້ວ່າມີການປັບປຸງໃດແດ່ທີ່ເຮົາຕ້ອງເຮັດໃນຊີວິດຂອງເຮົາ ເພື່ອຈະສອດຄ່ອງກັບພັນທະສັນຍາຂອງເຮົາຢ່າງລະມັດລະວັງຫລາຍຂຶ້ນ. ຂ້າພະເຈົ້າຂໍອ້ອນວອນກັບທ່ານວ່າ ຢ່າຕິຕຽນຄົນອື່ນທີ່ກຳລັງເດີນທາງໄປໃນເສັ້ນທາງດຽວກັນນີ້. “ເພາະວ່າການຕັດສິນນັ້ນເປັນຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ.”2 ເຮົາແຕ່ລະຄົນກໍຢູ່ໃນຂັ້ນຕອນຂອງການເຕີບໂຕ ແລະ ການປ່ຽນແປງ.

ເລື່ອງລາວທີ່ບອກເລົ່າໃນພຣະຄຳພີມໍມອນ ກ່ຽວກັບຊາວອາມລິໄຊຜູ້ປະຖິ້ມຄວາມເຊື່ອ ກໍເປັນເລື່ອງທີ່ໜ້າສົນໃຈສຳລັບຂ້າພະເຈົ້າ. ເພື່ອເປັນວິທີທີ່ຈະບົ່ງບອກຄົນອື່ນວ່າ​ພວກເຂົາບໍ່ໄດ້ພົວພັນກັບພຣະເຢຊູຄຣິດ ແລະ ສາດສະໜາຈັກຂອງພຣະອົງອີກຕໍ່ໄປ, ພວກເຂົາໄດ້ມີເຄື່ອງໝາຍທີ່ເປັນສີແດງຢູ່ເທິງໜ້າຜາກຂອງພວກເຂົາ ເພື່ອໃຫ້ທຸກຄົນເຫັນ.3 ໃນທາງກົງກັນຂ້າມ, ແລະ ໃນຖານະສານຸສິດຂອງພຣະເຢຊູຄຣິດ, ເຮົາໝາຍຕົວເຮົາເອງແນວໃດ? ຄົນອື່ນຈະເຫັນເງົາຂອງພຣະອົງໃນໃບໜ້າຂອງເຮົາໄດ້ງ່າຍ ແລະ ວ່າເຮົາເປັນຜູ້ແທນໃຜ ໂດຍວິທີທີ່ເຮົາດຳລົງຊີວິດຂອງເຮົາຢ່າງລະມັດລະວັງບໍ?

ໃນຖານະຜູ້ຄົນແຫ່ງພັນທະສັນຍາ, ເຮົາກໍຕ້ອງເຂົ້າຮ່ວມປະປົນພົວພັນຢູ່ກັບຄົນອື່ນໃນໂລກນີ້. ເຮົາຖືກເອີ້ນວ່າ “ຜູ້ຄົນພິເສດ”4—ນັ້ນກໍຊ່າງເປັນຄຳຍ້ອງຍໍທີ່ດີແທ້ໆ! ໃນເມື່ອອິດທິພົນຂອງໂລກນັບມື້ນັບຮັບເອົາຄວາມຊົ່ວຮ້າຍ, ເຮົາຕ້ອງກ້າວໄປໜ້າດ້ວຍຄວາມພາກພຽນເຕັມທີ່ ເພື່ອຈະຄົງຢູ່ຢ່າງໝັ້ນຄົງ ໃນເສັ້ນທາງທີ່ນຳໄປສູ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາຢ່າງປອດໄພ, ເຮັດໃຫ້ໄລຍະທາງລະຫວ່າງການດຳລົງຊີວິດຂອງເຮົາ ຕາມພັນທະສັນຍາ ແລະ ອິດທິພົນຂອງໂລກຫ່າງໄກກັນໄປເລື້ອຍໆ.

ເມື່ອຂ້າພະເຈົ້າຫວນຄິດໄຕ່ຕອງເຖິງການມີຄວາມສຸກທີ່ຍາວນານ, ຂ້າພະເຈົ້າຮັບຮູ້ວ່າ ບາງເທື່ອເຮົາກໍເຫັນຕົວເອງຢູ່ໃນສີໝົ່ນ (ລະຫວ່າງຄວາມມືດ ແລະ ຄວາມສະຫວ່າງ). ໝອກແຫ່ງຄວາມມືດແມ່ນຫລີກລ້ຽງບໍ່ໄດ້ ໃນຂະນະທີ່ເຮົາເດີນໄປຕາມເສັ້ນທາງແຫ່ງພັນທະສັນຍາ. ການລໍ້ລວງ ແລະ ຄວາມບໍ່ເອົາໃຈໃສ່ ສາມາພາເຮົາອອກນອກເສັ້ນທາງຂອງເຮົາໂດຍບໍ່ຮູ້ຕົວ ເຂົ້າໄປສູ່ຄວາມມືດຂອງໂລກ ແລະ ໄກຈາກເສັ້ນທາງແຫ່ງພັນທະສັນຍາ. ສຳລັບເວລາທີ່ສິ່ງນີ້ອາດເກີດຂຶ້ນໄດ້, ສາດສະດາທີ່ຮັກ​ແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໄດ້ຊຸກຍູ້ເຮົາໃຫ້ກັບຄືນສູ່ເສັ້ນທາງແຫ່ງພັນທະສັນຍາ ແລະ ໃຫ້ກັບຄືນໄວໆ. ຂ້າພະເຈົ້າກະຕັນຍູຫລາຍ ສຳລັບຂອງປະທານແຫ່ງການກັບໃຈ ແລະ ອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.

ມັນເປັນໄປບໍ່ໄດ້ທີ່ຈະດຳລົງຊີວິດ​ທີ່​​ດີ​ພ້ອມ. ມີມະນຸດພຽງຄົນດຽວເທົ່ານັ້ນ ທີ່ສາມາດດຳລົງຊີວິດຢ່າງ​ດີ​ພ້ອມໄດ້ ຕອນອາໄສຢູ່ເທິງໂລກຊັ້ນຕ່ຳນີ້. ມະນຸດຄົນນັ້ນກໍແມ່ນພຣະເຢຊູຄຣິດ. ເຖິງແມ່ນວ່າເຮົາອາດບໍ່ດີພ້ອມ, ອ້າຍເອື້ອຍນ້ອງທັງຫລາຍ, ເຮົາກໍເປັນຄົນທີ່ມີຄ່າຄວນໄດ້: ມີຄ່າຄວນທີ່ຈະຮັບສ່ວນສິນລະລຶກ, ມີຄ່າຄວນທີ່ຈະໄດ້ຮັບພອນຂອງພຣະວິຫານ, ແລະ ມີຄ່າຄວນທີ່ຈະໄດ້ຮັບການເປີດເຜີຍສ່ວນຕົວ.

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ເປັນ​ພະ​ຍານ​ເຖິງ​ພອນ ແລະ ຄວາມ​ສຸກ ທີ່​ມາ​ສູ່​ຜູ້​ທີ່​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄປ​ຢ່າງ​ລະ​ມັດ​ລະ​ວັງ ວ່າ: “ຂ້າພະເຈົ້າປາດຖະໜາໃຫ້ພວກທ່ານ ພິຈາລະນາເຖິງສະພາບອັນເປັນພອນ ແລະ ຄວາມສຸກຂອງຄົນທີ່ຮັກສາພຣະບັນຍັດຂອງພຣະເຈົ້າ. ເພາະຈົ່ງເບິ່ງ, ເຂົາໄດ້ຮັບພອນທຸກຢ່າງ ທັງຝ່າຍໂລກ ແລະ ຝ່າຍວິນຍານ; ແລະ ຖ້າຫາກເຂົາອົດທົນຢ່າງຊື່ສັດຈົນເຖິງທີ່ສຸດແລ້ວ, ເຂົາຈະຖືກຮັບເຂົ້າສູ່ສະຫວັນ, ແລ້ວເຂົາຈະໄດ້ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ.”5

ຈະຊື້ຄວາມສຸກດ້ວຍເງິນ $15 ດອນລາໄດ້ບໍ? ບໍ່, ຊື້ບໍ່ໄດ້. ຄວາມສຸກທີ່ເລິກຊຶ້ງ ແລະ ຍາວນານມີມາໄດ້ໂດຍການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ ຢ່າງຕັ້ງອົກຕັ້ງໃຈ ແລະ ຢ່າງລະມັດລະວັງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ