​2010–2019
ຂ້ອຍຈະ​ເຂົ້າ​ໃຈ​ໄດ້​ຢ່າງໃດ?
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ຂ້ອຍຈະ​ເຂົ້າ​ໃຈ​ໄດ້​ຢ່າງໃດ?

ເມື່ອ​ເຮົາ​ສະ​​ແຫວງ​ຫາ​ການ​ຮຽ​ນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດຢ່າງ​ເອົາ​ຈິງ​ເອົາ​ຈັງ, ຢ່າງເບີກ​ບານ, ຢ່າງແນ່ວ​ແນ່, ແລະ ຢ່າງ​ຈິງ​ໃຈ ແລະ ສິດ​ສອນ​ມັນ​ໃຫ້​ກັນ​ແລະ​ກັນ, ແລ້ວ​ຄຳ​ສອນ​ເຫ​ລົ່າ​ນີ້ຈະປ່ຽນ​ໃຈ​.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຊ່າງ​ເປັນ​ໜ້າ​ຊື່ນ​ຊົມ​ແທ້ໆ ທີ່​ເຮົາ​ໄດ້​ມາ​ຢູ່​ນຳ​ກັນ​ອີກ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ຣະໂຊ ເອັມ ແນວ​ສັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ເຮົາ​ຈະ​ມີ​ສິດ​ທິ​ພິ​ເສດ ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ເຢ​ຊູ​ຄຣິດ, ຜ່ານ​ທາງ​ການ​ສິດ​ສອນ​ຂອງ​ຜູ້​ທີ່​ອະ​ທິ​ຖານ, ຮ້ອງ​ເພງ, ແລະ ກ່າວ​ປາ​ໄສ ເຖິງ​ສິ່ງ​ຈຳ​ເປັນ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ຢູ່​ໃນ​ກອງ​ປະ​ຊຸມນີ້.

ດັ່ງ​ທີ່​ມີ​ບັນ​ທຶກ​ໄວ້​ຢູ່​ໃນ​ພຣະ​ທຳກິດ​ຈະ​ການ, ຟີ​ລິບ​ຜູ້​ປະ​ກາດ​ພຣະ​ທຳ​ໄດ້​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້ແກ່ໄທ​ເອ​ທິໂອ​ເປຍ ຜູ້​ເປັນ​ເທືອຍ ​ທີ່ເປັນ​ນາຍ​ຄັງ​ຊັບ​ທັງ​ໝົດ​ຂອງ​ຣາ​ຊີ​ນີ​ເອ​ທິໂອ​ເປຍ.1 ຂະ​ນະ​ທີ່ກັບ​ເມືອຈາກ​ການ​ນະ​ມັດ​ສະ​ການ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ, ເພິ່ນໄດ້​ອ່ານ​ໜັງ​ສື​ຂອງ​ເອ​ຊາ​ຢາ. ຕາມການຊົງ​ນຳ​ຂອງ​ພຣະ​ວິນ​ຍານ, ຟີ​ລິບ​ໄດ້​ເຂົ້າ​ໄປ​ໃກ້​ເພິ່ນ ແລະ ໄດ້​ຖາມ​ວ່າ, “ທີ່​ທ່ານ​ອ່ານ​ຢູ່ນັ້ນ ທ່ານ​ເຂົ້າ​ໃຈ​ບໍ?

“ແລະ [​ຊາຍ​ເທືອຍ] ຜູ້ນີ້ ໄດ້​ຕອບວ່າ, ຂ້ອຍ​ຈະ​ເຂົ້າ​ໃຈ​ໄດ້​ຢ່າງ​ໃດ ຖ້າບໍ່​ມີ​ຜູ້​ໃດ​ອະ​ທິ​ບາຍ​ສູ່​ຂ້ອຍ​ຟັງ? …

“ແລ້ວ​ຟີ​ລິບ​ກໍ​ອອກ​ປາກ​ກ່າວ, ໂດຍ​ເລີ່ມ​ແຕ່​ພຣະ​ຄຳ​ພີ​ຕອນນີ້​ໄປ, ແລະ ບອກ​ເພິ່ນ​ເຖິງ​ພຣະ​ເຢ​ຊູ.”2

ຄຳ​ຖາມ​ທີ່​ໄທ​ເອ​​ທິໂອ​ເປຍ​ຄົນ​ນີ້​ໄດ້​ຖາມ ເຕືອນ​ເຖິງ​ຄຳ​ສັ່ງ​ຈາກ​ສະ​ຫວັນ​ທີ່​ເຮົາ​ທຸກ​ຄົນ​ຕ້ອງ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້ ແລະ ທີ່​ຈະ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃຫ້ກັນ​ແລະ​ກັນ.3 ຕາມ​ຈິງ​ແລ້ວ, ໃນ​ເລື່ອງ​ທີ່​ກ່ຽວ​ກັບ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ, ບາງ​ເທື່ອ​ເຮົາ​ກໍ​ຄື​ກັນ​ກັບ​ໄທ​ເອ​ທິ​ໂອ​ເປຍ—ເຮົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ ຄູ​ສອນ​ທີ່​ຊື່​ສັດ ແລະ ໃຫ້​ການ​ດົນ​ໃຈ; ແລະ ບາງ​ເທື່ອ​ເຮົາ​ກໍ​ຄື​ກັນ​ກັບ​ຟີ​ລິບ—ເຮົາ​ຕ້ອງ​ສິດ​ສອນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄົນ​ອື່ນ ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຂົາ​ເຈົ້າ.

ຈຸດ​ປະ​ສົງ​ໜຶ່ງ ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາທີ່​ຈະ​ຮຽນ​ຮູ້ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຄົງ​ເປັນການ​ເພີ່ມ​ສັດ​ທາ​ໃນ​ພຣະ​ເຈົ້າ ແລະ ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ທີ່​ສູງ​ສົ່ງ​ຂອງ​ພຣະ​ອົງ ແລະ ໃນ​ພຣະ​ເຢ​ຊູຄຣິດ ແລະ ໃນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ທີ່​ຈະ​ບັນ​ລຸ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ຍືນ​ຍົງ. ການ​ເພີ່ມ​ສັດ​ທາ ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຊັ່ນ​ນັ້ນ ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ ແລະ ຮັກ​ສາ​​ພັນ​ທະ​ສັນ​ຍາ​​ຂອງ​ເຮົາ​ນຳ​ພຣະ​ເຈົ້າ, ຊຶ່ງ​ຈະ​ເພີ່ມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ ໃຫ້​ຕິດ​ຕາມ​ພຣະ​ເຢ​ຊູ ແລະ ມີ​ການ​ປ່ຽນ​ແປງ​ທາງວິນ​ຍານ​ຢ່າງ​ແທ້​ຈິງ ໃນ​ຕົວ​ເຮົາ—ໃນ​ອີກ​ຄຳ​ໜຶ່ງ, ເປັນ​ການ​ປ່ຽນ​ແປງ​ເຮົາ​ໃຫ້​ກາຍ​ເປັນ​ຄົນ​ໃໝ່, ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ສິດ​ສອນ ຢູ່​ໃນ​ສານ​ຂອງ​ເພິ່ນ ເຖິງ​ຊາວ​ໂກ​ຣິນ​ໂທ.4 ການ​ປ່ຽນ​ແປງນີ້ ຈະ​ນຳ​ຄວາມ​ສຸກ​ຫລາຍ, ປະ​ສິດ​ທິ​ພາບ, ແລະ ຊີ​ວິດທີ່​ດີ ມາ​ສູ່​ເຮົາ ແລະ ຊ່ວຍ​ເຮົາ​ຮັກ​ສາ​​ທັດ​ສະ​ນະ​ນິ​ລັນ​ດອນ. ອັນ​ນີ້ບໍ່​ແມ່ນ​ສິ່ງ​ທີ່​ໄດ້​ເກີດ​ກັບ​ໄທ​ເອ​ທິໂອ​ເປຍ​ຜູ້​ເປັນ​ເທືອຍຄົນ​ນັ້ນ​ບໍ ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ? ພຣະ​ຄຳ​ພີ​ບອກວ່າ “ເພິ່ນໄດ້​ເດີນ​ທາງ​ເມືອ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ.”5

ພຣະ​ບັນ​ຊາທີ່​ໃຫ້​ຮຽນ​ຮູ້ ພຣະ​ກິດ​ຕິ​ຄຸນ ແລະ ສິດ​ສອນ​ມັນໃຫ້​ກັນ​ແລະ​ກັນ ບໍ່​ໄດ້​ເປັນ​ເລື່ອງ​ໃໝ່; ມັນ​ໄດ້​ເປັນ​ແບບນີ້​ມາ​ນັບຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ.6 ມີ​ເທື່ອໜຶ່ງ, ຂະ​ນະ​ທີ່​ໂມ​ເຊ ແລະ ຜູ້​ຄົນ​ຂອງ​ເພິ່ນກຳ​ລັງຢູ່​ໃນທົ່ງ​ຮາບ​ໂມ​ອາບ ກ່ອນ​ເຂົ້າ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດົນ​ໃຈ​ເພິ່ນ​ໃຫ້​ຕັກ​ເຕືອນ​ຜູ້​ຄົນ​ຂອງ​ເພິ່ນ ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພວກ​ເຂົາ ທີ່​ຈະ​ຮຽນ​ຮູ້​ຂໍ້​ບັງ​ຄັບ ແລະ ພັນ​ທະ​ສັນ​ຍາ ທີ່​ພວກ​ເຂົາ​ໄດ້​ຮັບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ທີ່​ຈະ​ສິດ​ສອນ​ມັນ​ໃຫ້​ແກ່​ລູກ​ຫລານ​ຂອງ​ພວກ​ເຂົາ,7 ຊຶ່ງ​ຫລາຍ​ຄົນ​ບໍ່​ເຄີຍ​ປະ​ສົບ​ກັບ ການ​ຂ້າມທະ​ເລ​ແດງ ຫລື ​ຮັບ​ການ​ເປີດ​ເຜີຍ​ທີ່ມອບ​ໃຫ້​ຢູ່​ເທິງ​ພູ​ຊີ​ນາຍ.

ໂມ​ເຊ​ໄດ້​ຕັກ​ເຕືອນ​ຜູ້​ຄົນ​ຂອງ​ເພິ່ນ​ວ່າ:

“ຈົ່ງ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ທຸກ​ຂໍ້ ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ສອນ​ພວກ​ເຈົ້າ ແລະ ພວກ​ເຈົ້າ​ຈະ​ມີ​ຊີ​ວິດ ແລະ ຍຶດ​ຄອງ​ດິນ​ແດນ ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຈົ້າ​​ກຳ​ລັງ​ຈະ​ມອບ​ໃຫ້​ພວກ​ເຈົ້າ. …

“… ຈົ່ງ​ບອກ​ພວກ​ລູກ​ຫລານ​ຂອງ​ພວກ​ເຈົ້າ ໃຫ້​ຮູ້​ເຖິງ​ສິ່ງ​ເຫລົ່າ​ນີ້.”8

ແລ້ວໂມ​ເຊ​ໄດ້​ສະ​ຫລຸບ​ໂດຍ​ກ່າວ​ວ່າ, “ຈົ່ງ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ ແລະ ຂໍ້​ຄຳ​ສັ່ງ​ທຸກ​ຂໍ້​ຂອງ​ພຣະ​ອົງ ທີ່​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ພວກ​ເຈົ້າ​ໃນ​ວັນ​ນີ້, ແລະ ພວກ​ເຈົ້າ​ພ້ອມ​ລູກ​ຫລານ​ກໍ​ຈະ​ຢູ່​ເຢັນ​ເປັນ​ສຸກ. ພວກ​ເຈົ້າ​ຈະ​ສືບ​ຕໍ່​ອາ​ໄສ​ຢູ່​ໃນ​ດິນ​ແດນ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ ກຳ​ລັງ​ຈະ​ມອບ​ໃຫ້​ພວກ​ເຈົ້າ, ຕະ​ຫລອດ​ໄປ.”9

ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໄດ້​ແນະ​ນຳສະ​ເໝີວ່າ ເຮົາ​ຕ້ອງ​ລ້ຽງ​ດູ​ຄອບ​ຄົວ ຕາມ​ລະ​ບຽບ ແລະ ຫລັກ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ10 ແລະ ໃນ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ.11 ເມື່ອບໍ່​ດົນ​ມານີ້ ປະ​ທານ​ແນວ​ສັນ ໄດ້​ກ່າວ​ວ່າ, “ໃນ​ປະ​ຈຸ​ບັນ​ນີ້ ມີ​ຄວາມ​ຜິດ​ສິນ​ທຳ​ແຜ່​ລາມ​ຢ່າງ​ຮຸນ​ແຮງ​ຫລາຍ ແລະ ການ​ຕິດ​ເບິ່ງ​ຂອງ​ລາ​ມົກ, ພໍ່​ແມ່​ມີ​ໜ້າ​ທີ່​ອັນ​ສັກ​ສິດ​ທີ່​ຈະ​ສອນ​ລູກໆ​ຂອງ​ເຂົາ​ເຈົ້າ ເຖິງ​ຄວາມ​ສຳ​ຄັນ​ຂອງ​ພຣະ​ເຈົ້າ [ແລະ ພຣະ​ເຢ​ຊູ​ຄຣິດ] ໃນ​ຊີ​ວິດ​ຂອງ​ເຂົາ.”12

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຄຳ​ເຕືອນ​ຂອງ​ສາດ​ສະ​ດາ ທີ່​ຮັ​​ກແພງ​ຂອງ​ເຮົາ ແມ່ນ​ເພື່ອ​ເຕືອນ​ເຮົາ​ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ຕົວ​ຂອງ​ເຮົາ ທີ່​ຈະ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້ ແລະ ​ສິດ​ສອນ​ຄອບ​ຄົວ​ຂອງ​ເຮົາ​ວ່າ ມີ​ພຣະ​ບິ​ດາ​ຢູ່​ໃນ​ສະ​ຫວັນ ຜູ້​ຮັກ​ເຮົາ ແລະ ຜູ້​ໄດ້​ສ້າງ​ແຜນ​ແຫ່ງ​ຄວາມ​ສຸກ​ທີ່​ສູງ​ສົ່ງ​ສຳ​ລັບ​ລູກ​ໆ​ຂອງ​ພຣະ​ອົງ; ວ່າ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ ເປັນພຣະ​ຜູ້​ໄຖ່​ຂອງ​ໂລກ; ແລະ ວ່າ​ຄວາມ​ລອດນັ້ນ​ມາ​ເຖິງ​ ຈາກ​ການ​ມີ​ສັດ​ທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.13 ຊີ​ວິດ​ຂອງ​ເຮົາ​ຕ້ອງ​ມີ​ຮາກ​ຖານ​ທີ່​ຕັ້ງ​ຢູ່​ເທິງດານ​ຫີນ​ສີ​ລາຂອງ​ພຣະ​ຜູ້​ໄຖ່, ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ຈະ​ຊ່ວຍ​ເຮົາເປັນ​ສ່ວນ​ບຸກ​ຄົນ ແລະ ເປັນ​ຄອບ​ຄົວ ເພື່ອ​ຈະ​ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ທາງວິນ​ຍານ​ ຈາ​ລຶກ​ໄວ້​ຢູ່​ໃນ​ໃຈ​ຂອງ​ເຮົາ, ຊ່ວຍ​ເຮົາ​ໃຫ້​ສາ​ມາດອົດ​ທົນ​ຕໍ່​ໄປ​ໃນ​ສັດ​ທາ​ຂອງ​ເຮົາ.14

ທ່ານ​ອາດ​ຈື່​ໄດ້​ວ່າ ສາ​ນຸ​ສິດ​ສອງ​ຄົນ​ຂອງ​ໂຢ​ຮັນ​ບັບ​ຕິສະ​ໂຕ ໄດ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດໄປ ຫລັງ​ຈາກ​ໄດ້​ຍິນ​ໂຢ​ຮັນ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ເປັນ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ເປັນພຣະ​ເມ​ຊີ​ອາ. ຊາຍ​ທີ່​ດີ​ເຫລົ່າ​ນີ້ໄດ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ເຢ​ຊູ​ຄຣິດ “ໃຫ້​ມາ​ເບິ່ງ​ເອົາ”15 ແລະ ພັກ​ເຊົາ​ຢູ່​ກັບພຣະ​ອົງ​ໃນ​ວັນ​ນັ້ນ. ພວກ​ເພິ່ນ​ຮູ້​ຈັກ​ວ່າ ພຣະ​ເຢ​ຊູ​ເປັນ​ພຣະ​ເມ​ຊີ​ອາ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ກໍ​ໄດ້​ຕິດ​ຕາມ​ພຣະ​ອົງ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເພິ່ນ.

ເຊັ່ນ​ດຽວ​ກັນ​ນີ້, ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດວ່າ “ໃຫ້​ມາເບິ່ງ​ເອົາ,” ເຮົາ​ຕ້ອງ​ໝັ້ນ​ຄົງ​ຢູ່​ໃນ​ພຣະ​ອົງ, ເອົາ​ໃຈ​ໃສ່​ຕໍ່​ພຣະ​ຄຳ​ພີ, ປິ​ຕິ​ຍິນ​ດີ​ກັບ​ມັນ, ຮຽນ​ຮູ້​ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ພະ​ຍາ​ຍາມດຳ​ລົງ​ຊີ​ວິດ ໃນ​ແບບ​ດຽວ​ກັນ​ກັບ​ພຣະ​ອົງ. ເມື່ອນັ້ນ ເຮົາ​ຈຶ່ງຈະ​​ຮູ້​ຈັກ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ແລະ ຮັບ​ຮູ້​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ຮູ້​ວ່າ​ເມື່ອ​ເຮົາ​ມາ​ຫາ​ພຣະ​ອົງ ແລະ ເຊື່ອ​ໃນ​ພຣະ​ອົງ, ແລ້ວ​ເຮົາ​ຈະ​ບໍ່​ຢາກ​ເຂົ້າ ແລະ ບໍ່ຫິວ​ນ້ຳ​ຈັກ​ເທື່ອ.16 ເຮົາ​ຈະ​ສາ​ມາດ​ຫລຽວ​ເຫັນ​ຄວາມ​ຈິງ​ໃນ​ທຸກ​ເວ​ລາ, ດັ່ງ​ທີ່​ໄດ້​ເກີດ​ກັບ​ສາ​ນຸ​ສິດ​ສອງ​ຄົນ ຜູ້​ໄດ້​ພັກຢູ່​ກັບ​ພຣະ​ເຢ​ຊູ​ໃນວັນ​ນັ້ນ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ສິ່ງນີ້​​ບໍ່​ໄດ້ເກີດ​ຂຶ້ນ​ໂດຍ​ບັງ​ເອີນ. ການ​ປັບ​ຕົວ​ເຮົາ​ເອງ​ໃຫ້​ເຂົ້າ​ກັບ​ອິດ​ທິ​ພົນ​ສູງ​ສຸດ​ຂອງ​ຄວາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ; ເຮົາ​ຕ້ອງ​ເອີ້ນ​ຫາ​ພຣະ​ເຈົ້າ ແລະ ຮຽນ​ຮູ້​ວິ​ທີ​ທີ່​ຈະ​ໃຫ້ພຣະ​ກິດ​​ຕິຄຸນ​ຂອງ​ພຣະ​ເຢ​ຊູຄຣິດຢູ່​ໃນຈຸດ​ໃຈ​ກາງ​ຊີ​ວິດ​ຂອງ​ເຮົາ. ຖ້າ​ເຮົາ​ເຮັດ​ແນວນັ້ນ, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ນຳ​ຄວາມ​ຈິງ​ມາ​ສູ່​ຈິດ​ໃຈ​ຂອງ​ເຮົາ ແລະ ຈະ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງນັ້ນ,17 ຊຶ່ງ​ສອນ​ທຸກ​ສິ່ງ.18

ຄຳ​ຖາມ​ຂອງ​ໄທ​ເອ​ທິໂອ​ເປຍ ທີ່​ວ່າ, “ຂ້ອຍ​ຈະ​ເຂົ້າ​ໃຈ​ໄດ້​ຢ່າງ​ໃດ ຖ້າບໍ່​ມີ​ຜູ້​ໃດ​ອະ​ທິ​ບາຍ​ສູ່​ຂ້ອຍ​ຟັງ?” ມີ​ຄວາມ​ໝາຍ​ສະ​ເພາະຄື​ກັນ ໃນ​ເລື່ອງ​ທີ່​ກ່ຽວ​ກັບໜ້າ​ທີ່​ຮັບ​ຜິດ​ຊອບສ່ວນ​ຕົວ​ຂອງ​ເຮົາ ທີ່​ຈະ​ເອົາຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ເຮົາ​ໄດ້​ຮຽນ​ຮູ້ ​ໄປ​ໃຊ້​ໃນ​ຊີ​ວິດ​ຂອງ​ເຮົາ. ໃນ​ກໍ​ລະ​ນີ​ຂອງ​ໄທ​ເອ​​ທິ​ໂອ​ເປຍ, ຍົກ​ຕົວ​ຢ່າງ, ເພິ່ນ​ໄດ້​ເຮັດ​ຕາມ​ຄວາມ​ຈິງ ທີ່​ເພິ່ນ​ໄດ້​ຮຽນ​ຮູ້​ຈາກ​ຟີ​ລິບ. ເພິ່ນໄດ້​ຂໍ​ຮັບ​ບັບ​ຕິ​ສະ​ມາ. ເພິ່ນ​ຮູ້​ວ່າ​ພຣະ​ເຢ​ຊູ​ຄຣິດ ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.19

ອ້າຍເອື້ອຍນ້ອງທັງຫລາຍ, ການ​ກະ​ທຳ​ຂອງ​ເຮົາ​ຕ້ອງ​ສະ​ທ້ອນ​ເຖິງ​ສິ່ງ​ທີ່​ເຮົາ​ຮຽນ​ຮູ້ ແລະ ສິດ​ສອນ. ເຮົາ​ຕ້ອງ​ສະ​ແດງ​ຄວາມ​ເຊື່ອ​ຖື​ຂອງ​ເຮົາ ຜ່ານ​ທາງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ. ນາຍ​ຄູ​ທີ່​ດີ​ທີ່​ສຸດ ຄື​ຕົວ​ຢ່າງ​ທີ່​ດີ. ການ​ສິດສອນ​​ສິ່ງ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ໃຈ​ຂອງ​ຜູ້​ທີ່​ເຮົາ​ສິດ​ສອນ​ໄດ້. ຖ້າ​ຫາກ​ເຮົາ​ປາດ​ຖະ​ໜາໃຫ້​​ຜູ້​ຄົນ, ບໍ່​ວ່າ​ຈະ​ເປັນ​ຄອບ​ຄົວ ຫລື ຄົນ​ໃດ​ຄົນ​ໜຶ່ງກໍ​ຕາມ, ສະ​ສົມ​ຄຸນ​ຄ່າ​ຂອງ​ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ໃນ​ວັນ​ເວ​ລາ​ຂອງ​ເຮົາ, ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ, ເຂົາ​ເຈົ້າ​ຕ້ອງ​ໄດ້​ເຫັນ​ຈິດ​ວິນ​ຍານ​ຂອງ​ເຮົາຊື່ນ​ຊົມ​ໃນ​ສິ່ງ​ດັ່ງ​ກ່າວ​ຄື​ກັນ. ເຊັ່ນ​ດຽວ​ກັນ, ຖ້າ​ຫາກ​ເຮົາ​ຢາກ​ໃຫ້​​ເຂົາ​ເຈົ້າຮູ້​ຈັກ​ວ່າ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ໃນ​ວັນ​ເວ​ລາ​ຂອງ​ເຮົາ, ເຂົາ​ເຈົ້າ​ຕ້ອງເຫັນ​ເຮົາ​ຍົກ​ມື​ຂຶ້ນ ສະ​ໜັບ​ສະ​ໜູນ​ເພິ່ນ ແລະ ຮັບ​ຮູ້​ວ່າ​ເຮົາ​ເຮັດ​ຕາມ​ການ​ສິດ​ສອນ​ທີ່​ດົນ​ໃຈຂອງ​ເພິ່ນ. ຄື​ກັບຄຳ​ຂອງ​ຊາວ​ອາ​ເມ​ຣິ​ກາ ທີ່​ເວົ້າວ່າ, “ການ​ກະ​ທຳ​ສຳ​ຄັນ​ກວ່າ​ຄຳ​ເວົ້າ.”

ບາງ​ທີ​ພວກ​ທ່ານ​ບາງ​ຄົນ​ໃນ​ເວ​ລານີ້ ​ອາດ​ຖາມ​​ຕົວ​ເອງວ່າ, “ແອວ​ເດີ ໂຊ​ອາ​ເຣສ໌, ຂ້າ​ນ້ອຍໄດ້​ເຮັດ​ທຸກ​ສິ່ງ​ເຫລົ່າ​ນີ້ ແລະ ໄດ້​ເປັນ​ຕົວ​ຢ່າງ ທັງ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ, ແຕ່​ໜ້າ​ເສຍ​ໃຈ​ທີ່​ໝູ່​ເພື່ອນ ຫລື ຄົນທີ່​ຂ້າ​ນ້ອຍ​ຮັກ​ບາງ​ຄົນ ຍັງ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່. ຂ້າ​ນ້ອຍຄວນ​ເຮັດ​ສິ່ງ​ໃດ?” ສຳ​ລັບ​ທ່ານ​ຜູ້​ໃນ​ເວ​ລານີ້ ກຳ​ລັງ​ຮູ້​ສຶກ​ໂສກ​ເສົ້າ, ເຈັບ​ປວດ, ແລະ ບາງ​ທີ ກິນ​ແໜງ, ຂໍ​ໃຫ້​ທ່ານຮູ້​ໄວ້​ວ່າ ເຂົາ​ເຈົ້າບໍ່​ໄດ້ຫລົງ​ທາງ ຈົນ​ບໍ່​ຮູ້​ທາງ​ກັບດອກ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ ເຂົາ​ເຈົ້າ​ຢູ່​ໃສ ແລະ ຈະ​ຄອຍ​ເຝົ້າ​ດູ​ແລ​ເຂົາ​ເຈົ້າ. ຈົ່ງ​ຈື່​ຈຳ​ໄວ້​ວ່າ, ເຂົາ​ເຈົ້າ​ກໍ​ເປັນ​ລູກຂອງ​ພຣະ​ອົງ​ຄື​ກັນ!

ມັນ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ເຫດ​ຜົນ​ທັງ​ໝົດ ວ່າເປັນ​ຫຍັງ​ບາງ​ຄົນ ຈຶ່ງ​ເດີນ​ໄປ​ໃນ​ເສັ້ນ​ທາງ​ອື່ນ. ສິ່ງ​ທີ່​ດີ​ທີ່​ສຸດ ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້ ໃນ​ກໍ​ລະ​ນີ​ເຫລົ່າ​ນີ້ ແມ່ນ​ພຽງ​ແຕ່​ຮັກ ແລະ ຮັບ​ເອົາ​ເຂົາ​ເຈົ້າ, ອະ​ທິ​ຖານ​ເພື່ອ​ຄວາມ​ສະ​ຫວັດ​ດີ​ພາບ​ຂອງ​ເຂົາ​ເຈົ້າ, ແລະ ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ ສິ່ງ​ທີ່​ຈະ​ເຮັດ ແລະ ຈະ​ເວົ້າ. ປິ​ຕິ​ຍິນ​ດີຢ່າງຈິງ​ໃຈ​ກັບ​ຄວາມ​ສຳ​ເລັດ​ຜົນ​ຂອງ​ເຂົາ​ເຈົ້າ; ເປັນ​ເພື່ອນ ແລະ ຫາເບິ່ງ​ຄວາມ​ດີ​ໃນ​ຕົວ​ເຂົາ​ເຈົ້າ. ເຮົາ​ບໍ່​ຄວນ​ປະ​ຖິ້ມເຂົາ​ເຈົ້າໄປ ແຕ່​ໃຫ້​ຮັກ​ສາ​ມິດ​ຕະ​ພາບ​ກັບ​ເຂົາ​ເຈົ້າ​ໄວ້. ຢ່າ​ປະ​ຕິ​ເສດ ຫລື ຕັດ​ສິນ​ເຂົາ​ເຈົ້າ​ຜິດ! ພຽງ​ແຕ່​ຮັກ​ເຂົາ​ເຈົ້າ! ຄຳ​ອຸ​ປະ​ມາ​ເລື່ອງ​ລູກ​ທີ່​ເສຍ ສອນ​ເຮົາ​ວ່າ ເມື່ອ​ລູກ​ສຳ​ນຶກ​ຕົວ​ໄດ້​ແລ້ວ, ສ່ວນ​ຫລາຍ​ເຂົາ​ຈະ​ກັບ​ຄືນ​ບ້ານ. ຖ້າ​ສິ່ງນັ້ນ​ເກີດ​ຂຶ້ນກັບ​ຄົນ​ທີ່​ທ່ານ​ຮັກ, ຈົ່ງ​ໃຫ້​ໃຈ​ຂອງ​ທ່ານ​ເຕັມ​ໄປດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ແລ່ນ​ໄປ​ຫາ​ເຂົາ, ໂອບກອດ​ເຂົາ, ແລະ ຈູບ​ເຂົາ, ຄື​ກັນ​ກັບພໍ່​ຂອງ​ລູກ​ຊາຍ​ທີ່​ເສຍນັ້ນ.20

ໃນ​ທີ່​ສຸດ, ໃຫ້​ດຳ​ລົງ​ຊີ​ວິດ​ທີ່​ມີ​ຄ່າ​ຄວນ, ເປັນ​ຕົວ​ຢ່າງ​ທີ່​ດີ​ຕໍ່​ເຂົາ​ເຈົ້າ ເຖິງ​ສິ່ງ​ທີ່​ທ່ານ​ເຊື່ອ​ຖື, ແລະ ເຂົ້າ​ໃກ້​ຊິດ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດຂອງ​ເຮົາ ພຣະ​ເຢ​ຊູ​ຄຣິດ​ຫລາຍກວ່າ​ເກົ່າ. ພຣະ​ອົງ​ຮູ້ ແລະ ເຂົ້າ​ໃຈ​ເຖິງ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ເຈັບ​ປວດ​ອັນ​ແສນ​ສາ​ຫັດ​ຂອງ​ເຮົາ, ແລະ ພຣະ​ອົງ​ຈະ​ອວຍ​ພອນ​ທ່ານ ໃນ​ຄວາມ​ພະ​ຍາ​ຍາມ ແລະ ການ​ອຸ​ທິດ​ຕົນ​ຕໍ່​ຄົນ​ທີ່​ທ່ານ​ຮັກ ຖ້າບໍ່​ແມ່ນ​ໃນ​ຊີ​ວິດນີ້, ກໍ​ແມ່ນ​ໃນ​ຊີ​ວິດ​ໜ້າ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຈົ່ງ​ຈື່​ຈຳ​ສະ​ເໝີ​ວ່າ ຄວາມ​ຫວັງ​ເປັນ​ພາກ​ສ່ວນ​ໜຶ່ງ ທີ່​ສຳ​ຄັນ​ໃນ​ແຜນ​ແ​ຫ່ງ​ພຣະ​ກິດ​ຕິ​ຄຸນ.

ຕະ​ຫລອດ​ໄລ​ຍະ​ຫລາຍ​ປີ​ຂອງ​ການ​ຮັບ​ໃຊ້​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສະ​ມາ​ຊິກ​ທີ່​ຊື່​ສັດ ຜູ້​ໄດ້​ນຳ​ໃຊ້​ຫລັກ​ທຳ​ເຫລົ່າ​ນີ້​ຢ່າງສະ​ໝ່ຳ​ສະ​ເໝີ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ນີ້​ຄື​ກໍ​ລະ​ນີ​ຂອງ​ແມ່​ຄົນ​ໜຶ່ງ​ທີ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ ຜູ້​ທີ່​ຂ້າ​ພະ​ເຈົ້າ​ຈະ​ເອີ້ນ​ວ່າ “ແມ​ຣີ.” ໜ້າ​ໂສກ​ເສົ້າ​ທີ່ ນາງ​ແມ​ຣີ​ໄດ້​ປະ​ເຊີນ​ກັບ​ການ​ຢ່າຮ້າງທີ່​ເຈັບ​ປວດ. ໃນ​ເວ​ລານັ້ນ, ນາງ​ແມ​ຣີ​ກໍ​ຮັບ​ຮູ້​ວ່າ ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນທີ່​ສຸດ ທີ່​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ນາງ ແມ່ນ​ເລື່ອງ​ທາງວິນ​ຍານ. ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ການ​ຖື​ສິນ​ອົດ​ເຂົ້າ, ແລະ ການ​ໄປ​ໂບດ ແລະ ໄປ​ພຣະ​ວິ​ຫານ ຍັງ​ສຳ​ຄັນ​ຢູ່​ໃນ​ຊີ​ວິດ​ຂອງ​ນາງ​ຢູ່​ບໍ?

ນາງ​ແມ​ຣີ​ໄດ້​ຊື່​ສັດ​ສະ​ເໝີ​ມາ, ແລະ ໃນ​ຈຸດ​ທີ່​ສຳ​ຄັນ​ນັ້ນ, ນາງ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ໝັ້ນ​ຄົງ​ຢູ່​ກັບ​ສິ່ງ​ທີ່​ນາງ​ຮູ້​ແລ້ວວ່າ​ເປັນ​ຄວາມ​ຈິງ. ນາງ​ໄດ້​ພົບ​ກຳ​ລັງ​ໃຈ​ຢູ່ໃນໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ຊຶ່ງ​ມີຄຳ​ສອນ​ຂໍ້​ໜຶ່ງ ໃນ​ບັນ​ດາ​ຄຳ​ສອນ​ທີ່​ດີ​ເລີດ, ສິດ​ສອນ​ວ່າ: “ພໍ່ແມ່​ມີໜ້າທີ່​ອັນສັກສິດ​ທີ່ຈະລ້ຽງ​ດູລູກໆ​ຂອງຕົນ​ດ້ວຍ​ຄວາມຮັກ ແລະ ດ້ວຍ​ຄວາມ​ຊອບທຳ” ແລະ ທີ່ຈະສິດ​ສອນ​ເຂົາ​ໃຫ້ ເຊື່ອຟັງ​ພຣະບັນຍັດ​ຂອງ​ພຣະເຈົ້າ​ສະ​ເໝີ.21 ນາງ​ໄດ້​ສືບ​ຕໍ່​ຊອກ​ຫາ​ຄຳ​ຕອບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ແບ່ງ​ປັນ​ມັນ​ກັບ​ລູກ​ສີ່​ຄົນ​ຂອງ​ນາງ ໃນທຸກ​ບ່ອນ​ທີ່​ໄດ້​ຢູ່​ນຳ​ກັນ​ເປັນ​ຄອບ​ຄົວ. ເຂົາ​ເຈົ້າ​ມັກສົນ​ທະ​ນາ​ເ​ລື່ອງ​ພຣະ​ກິດ​ຕິ​ຄຸນ ແລະ ແບ່ງ​ປັນ​ປະ​ສົບ​ການ ແລະ ປະ​ຈັກ​ພະ​ຍານ​ໃຫ້​ກັນ.

ເຖິງ​ແມ່ນ​ຈະໂສກ​ເສົ້າ​ກັບ​ສິ່ງ​ທີ່​ພວກ​ເຂົາ​ຕ້ອງ​ຜ່ານ​ຜ່າ, ແຕ່​ລູກໆ​ຂອງ​ນາງ​ໄດ້​ມີ​ຄວາມ​ຮັກ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ ແລະ ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້ ແລະ ແບ່ງ​ປັນ​ມັນ​ໃຫ້​ກັບ​ຄົນ​ອື່ນ. ລູກ​ສາມ​ຄົນ​ຂອງ​ນາງ​ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ​ຢ່າງ​ຊື່​ສັດ, ແລະ ​ລູກ​ຫລ້າ​ກຳ​ລັງ​ຮັບໃຊ້​ຢູ່​ອາ​ເມ​ຣິ​ກາ​ໃຕ້. ລູກ​ສາວ​ກົກ​ຂອງ​ນາງ, ທີ່​ຂ້າ​ພະ​ເຈົ້າຮູ້​ຈັກ​ດີ, ຜູ້​ຊຶ່ງ​ເວ​ລານີ້​ໄດ້​ແຕ່ງ​ງານ ແລະ ມີ​ສັດ​ທາ​ທີ່​ເຂັ້ມ​ແຂງ, ໄດ້​ບອກວ່າ, “ຂ້າ​ນ້ອຍບໍ່​ເຄີຍ​ຮູ້​ສຶກວ່າ ແມ່ຂອງ​ຂ້າ​ນ້ອຍ​ໄດ້​ລ້ຽງ​ດູ​ພວກ​ຂ້າ​ນ້ອຍ​ດ້ວຍ​ຕົວ​ຄົນ​ດຽວ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢູ່​ໃນ​ບ້ານພວກ​ຂ້າ​ນ້ອຍ​ຕະ​ຫລອດ​ເວ​ລາ. ຂະ​ນະ​ທີ່​ແມ່ໄດ້ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ອົງ​ຕໍ່​ພວກ​ຂ້າ​ນ້ອຍ, ພວກ​ຂ້າ​ນ້ອຍ​ແຕ່​ລະ​ຄົນ​ກໍ​ໄດ້​ເລີ່ມ​ຕົ້ນ​ຫັນ​ໄປ​ຫາ​ພຣະ​ອົງ ເມື່ອ​ມີ​ຄຳ​ຖາມ. ຂ້າ​ນ້ອຍ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ແມ່​ໄດ້​ນຳ​ໃຊ້​ພຣະ​ກິດ​ຕິ​ຄຸນ​ໃນຊີ​ວິດ.”

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ແມ່​ທີ່​ດີຜູ້ນີ້ ສາ​ມາດ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ນາງ​ເປັນ​ສູນ​ກາງ​ແຫ່ງ​ການ​ຮຽນ​ຮູ້​ທາງວິນ​ຍານ. ຄ້າຍຄື​ກັນ​ກັບ​ຄຳ​ຖາມ​ຂອງ​ໄທ​ເອ​ທິໂອ​ເປຍ, ນາງ​ແມ​ຣີໄດ້​ຖາມ​ຕົວ​ເອງ​ຫລາຍ​ເທື່ອ​ວ່າ, “ລູກ​ເຮົາຈະ​ເຂົ້າ​ໃຈ​ໄດ້​ຢ່າງ​ໃດ ຖ້າແມ່ບໍ່​ອະ​ທິ​ບາຍ​ສູ່ພວກ​ເຂົາ​ຟັງ?”

ເພື່ອນ​ຮ່ວມ​ພຣະ​ກິດ​ຕິ​ຄຸນທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ເມື່ອ​ເຮົາສະ​ແຫວງ​ຫາ​ທີ່​ຈະ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢ່າງເອົາ​ຈິງ​ເອົາ​ຈັງ, ຢ່າງເບີກ​ບານ, ຢ່າງແນ່ວ​ແນ່, ແລະ ຢ່າງ​ຈິງ​ໃຈ, ແລະ ສິດ​ສອນ​ມັນ​ໃຫ້​ກັນ​ແລະ​ກັນ​ດ້ວຍ​ຈຸດ​ປະ​ສົງ​ອັນ​ແທ້​ຈິງ ແລະ ພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ, ແລ້ວ​ຄຳ​ສອນ​ເຫ​ລົ່າ​ນີ້​ຈະປ່ຽນ​ໃຈ ແລະ ກໍ່​ໃຫ້​ເກີດຄວາມ​ປາດ​ຖະ​ໜາ ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢຊູ​ຄຣິດ​ເປັນ​ພຣະຜູ້​ຊ່ວຍ​ໃຫ້ລອດ​ຂອງໂລກ. ພຣະ​ອົງເປັນ​ພຣະ​ຜູ້​ໄຖ່, ແລະ ພຣະ​ອົງຊົງ​ພຣະ​ຊົນ​ຢູ່. ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຜ່ານ​ທາງ​ສາດ​ສະ​ດາ, ຜູ້​ພະ​ຍາກອນ, ແລະ ຜູ້​ເ​ປີດ​ເຜີຍ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່, ວ່າ​ພຣະ​ອົງ​ຮັກ​ເຮົາ. ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ—ເຮົາ​ທຸກ​ຄົນ. ພຣະ​ອົງຮັບ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູຄຣິດ, ອາແມນ.

ພິມ