​2010–2019
ພຣະ​ກິດ​ຕິ​ຄຸນ​ທີ່ແທ້​ຈິງ, ບໍ​ລິ​ສຸດ, ແລະ ລຽບ​ງ່າຍ​ຂອງ​ພຣະ​ເຢ​ຊູ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ພຣະ​ກິດ​ຕິ​ຄຸນ​ທີ່ແທ້​ຈິງ, ບໍ​ລິ​ສຸດ, ແລະ ລຽບ​ງ່າຍ​ຂອງ​ພຣະ​ເຢ​ຊູ​ຄຣິດ

ການ​ຮັກ​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ ເປັນຮາກຖານ​ຂອງ​ຄຳ​ສອນ ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ; ການ​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງຮຽນ​ຮູ້, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ; ການ​ນະ​ມັດ​ສະ​ການ​ໃນ​ວັນ​ຊະ​ບາ​ໂຕ; ແລະ ການ​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ລອດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ມັນ​ຍາກ​ສຳ​ລັບ​ຂ້າ​ພະ​ເຈົ້າ ທີ່​ຈະ​ເຊື່ອ​ວ່າ ເມື່ອ 71 ປີກ່ອນ, ໃນ​ປີ 1948, ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຢູ່​ປະ​ເທດ​ອັງ​ກິດ ແລະ ເມື່ອ 44 ປີກ່ອນ ບາບາຣາ ແລະ ຂ້າ​ພະ​ເຈົ້າ ໄດ້​ພາ​ຄອບ​ຄົວ​ໄປ ກາ​ນາ​ດາ ຕອນ​ຂ້າ​ພະ​ເຈົ້າ​ເປັນ​ປະ​ທານເຂດ​ເຜີຍ​ແຜ່ ກາ​ນາ​ດາ ໂທ​ຣອນ​ໂທ. ຂະ​ນະ​ຮັບ​ໃຊ້​ຢູ່​ທີ່ນັ້ນ ໃນ​ເດືອນ​ເມ​ສາ ປີ 1976, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ສາ​ວົກ​ເຈັດສິບ ໃນ​ກຸ່ມ​ທີ​ໜຶ່ງ, ແລະ ຢ່າງ​ທີ່ບໍ່​ໄດ້​ຄາດ​ຄິດ ໃນ​ປີ 1985, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ​ສິບ​ສອງ. ການ​ເອີ້ນ​ທີ່​ຜ່ານ​ມາ ມີ​ວັນ​ກຳ​ນົດໃຫ້​ຮັບ​ໃຊ້​ ແລະ ຖືກ​ປົດ​, ແຕ່​ຕຳ​ແໜ່ງ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຂອງ​ຂ້າ​ພະ​ເຈົ້າ ຕ້ອງ​ຮັບ​ໃຊ້​ຕະ​ຫລອດ​ຊີ​ວິດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ໃຫ້​ວັນ​ນັ້ນ​ມາ​ເຖິງ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ສຳ​ເລັດວຽກ​ງານ​ທັງ​ໝົດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ຕ້ອງ​ການ​ໃຫ້​ຂ້າ​ພະ​ເຈົ້າ​ເຮັດ​ໃຫ້ຮຽບ​ຮ້ອຍ​.

ເມື່ອ​ຄິດ​ກ່ຽວ​ກັບ 43 ປີ ທີ່​ໄດ້​ຮັບ​ໃຊ້ ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ແລະ ໄດ້​ຮັບ​ສິດ​ທິ​ພິ​ເສດ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດຕໍ່​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ປະ​ສົງ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ, ພົບ​ຄວາມ​ສະ​ຫງົບ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ສຸກ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ສາດ​ສະ​ດາ​ລີ​ໄຮ ໄດ້​ສອນ​ວ່າ, “ຊາຍ [ແລະ ຍິງ] ເປັນ​ຢູ່​ກໍ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມ​ສຸກ.”1 ມີ​ຫລາຍ​ເຫດ​ຜົນ​ວ່າ​ເປັນ​ຫຍັງ​ເຮົາ​​ຈຶ່ງບໍ່​ມີຄວາມ​ສະ​ຫງົບ, ບໍ່​ມີຄວາມ​ຊື່ນ​ຊົມ, ແລະ ບໍ່​ມີຄວາມ​ສຸກ ຢູ່​ໃນ​ຊີ​ວິດນີ້, ພ້ອມ​ທັງ​ມີ​ຄວາມ​ທຸກ​ຍາກ​ລຳ​ບາກ, ສົງ​ຄາມ, ໄພ​ທຳ​ມະ​ຊາດ, ແລະ ບັນ​ຫາ​ເລື່ອງ​ການ​ງານ ທີ່ບໍ່​ຄາດ​ຄິດ, ບັນ​ຫາ​ເລື່ອງ​ສຸ​ຂະ​ພາບ, ແລະ ບັນ​ຫາ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວນຳ​ອີກ.

ແຕ່​ເຖິງ​ແມ່ນ​ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມ​ສະ​ຖາ​ນະ​ການ​ພາຍນອກ ທີ່​ກະ​ທົບ​ກະ​ເທືອນ​ກັບ​ຊີ​ວິດ​ຂອງ​ເຮົາ ຢູ່​ໃນ​ໂລກນີ້, ແຕ່​ເມື່ອ​ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ແລ້ວ​ເຮົາ​ຈະ​ສາ​ມາດ​ພົບ​ຄວາມ​ສະ​ຫງົບ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ສຸກ​ໄດ້ ເຖິງ​ແມ່ນ​ໂລກນີ້​ຈະ​ເຕັມ​ໄປ​ດ້ວຍ​ບັນ​ຫາ​ຢູ່​ອ້ອມ​ຮອບ​ເຮົາ​ກໍ​ຕາມ.

ລູກ​ຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ ເຄີຍ​ເວົ້າ​ວ່າ “ພໍ່​ເອີຍ, ລູກບໍ່​ຮູ້​ວ່າ ລູກ​ຊິ​ທົນ​ກັບ​ມັນ​ໄດ້​ບໍ.” ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຕອບ​ວ່າ, “ພຣະ​ບິ​ດາ​ເທິງ​ສະ​ຫວັນພຽງ​ແຕ່​ຂໍ​ຮ້ອງ​ເຮົາ ໃຫ້​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ ໄປ​ແຕ່​ລະ​ວັນ​ກໍ​ພໍ​ແລ້ວ.” ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຈົ່ງ​ເຮັດ​ຈົນສຸດ​ຄວາມ​ສາ​ມາດ​ໄປ​ແຕ່​ລະ​ວັນ, ແລະ ບໍ່​ດົນ ທ່ານ​ຈະ​ຮູ້​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ຈັກ​ທ່ານ ແລະ ວ່າ​ພຣະ​ອົງ​ຮັກ​ທ່ານ. ແລະ ເມື່ອ​ທ່ານ​ຮູ້​ແນວນັ້ນ—ຮູ້​ແນວນັ້ນ​ແທ້ໆ—ແລ້ວ​ຊີ​ວິດ​ຂອງ​ທ່ານ​ຈະ​ມີ​ຈຸດ​ປະ​ສົງ ແລະ ມີ​ຄວາມ​ໝາຍ​ທີ່​ແທ້​ຈິງ, ແລະ ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສະ​ຫງົບ.

ໃນ​ຖາ​ນະ​ທີ່​ເປັນ​ແສງ​ສະ​ຫວ່າງ​ໃຫ້​ແກ່​ໂລກ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ທຸກ​ຄົນ​ທີ່​ເຊື່ອ​ໃນ​ເຮົາ ຈະ​ບໍ່​ຢູ່​ໃນ​ຄວາມ​ມືດ.”2

ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ນາມ​ຊຶ່ງ​ພຣະ​ບິ​ດາ​ປະ​ທານ​ໃຫ້, ແລະ ບໍ່​ມີ​ພຣະ​ນາມ​ອື່ນ​ອີກ​ທີ່​ປະ​ທານ​ໃຫ້ ຊຶ່ງ​ໂດຍ​ພຣະ​ນາມນັ້ນ​ມະ​ນຸດ​ຈະ​ລອດ​ໄດ້;

ດັ່ງນັ້ນ, ຊາຍ [ແລະ ຍິງ] ທຸກ​ຄົນ ຈະ​ຕ້ອງ​ຮັບ​ເອົາພຣະນາມ​ໄວ້ກັບຕົນ ຊຶ່ງພຣະບິດາປະທານໃຫ້.3

ພຣະ​ຄຳ​ພີ​ສອນ​ເຮົາ​ວ່າ ຊາ​ຕານ​ຢາກ​ພາ​ເຮົາ​ໄປ​ສູ່​ຄວາມ​ມືດ. ມັນ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອ​ປິດ​ບັງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ດັ່ງ​ທີ່​ລີ​ໄຮ​ໄດ້​ສອນ​ລູກໆ​ຂອງ​ເພິ່ນ, ມານ “ສະ​ແຫວງ​ຫາ​ເພື່ອ​ມະ​ນຸດ​ທັງ​ປວງ​ຈະ​ໄດ້​ເສົ້າ​ສະ​ຫລົດ​ໃຈ​ຄື​ກັນ​ກັບ​ມັນ.”4 ຖ້າ​ຫາກວຽກ​ງານ ແລະ … ລັດ​ສະ​ໝີ​ພາບ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຄື​ການກໍ່​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ [​ຊາຍ ແລະ ຍິງ],5 ແລ້ວ​ວຽກ​ງານ​ຂອງ​ລູ​ຊິ​ເຟີ ກໍ​ຄື​ການກໍ່​ໃຫ້​ເກີດ​ຄວາມ​ຈິບ​ຫາຍ​ອັນ​ບໍ່​ສິ້ນ​ສຸດ ສຳ​ລັບ​ລູກໆ​ຂອງ​ພຣະ​ເຈົ້າ. ບາບ ແລະ ການ​ລ່ວງ​ລະ​ເມີດ ເຮັດ​ໃຫ້​ແສງ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ດັບ​ລົງ ໃນ​ຊີ​ວິດ​ຂອງ​ເຮົາ. ສະ​ນັ້ນ​ແລ້ວ ເປົ້າ​ໝາຍ​ຂອງ​ເຮົາ​ຄື ທີ່​ຈະ​ໄດ້​ຮັບ​ແສງສະ​ຫວ່າງ​ຂອງ​ພຣະ​ຄຣິດ​ໃຫ້​ຫລາຍ​ທີ່​ສຸດ, ເພື່ອ​ຈະ​ໄດ້​ມີ​ຄວາມ​ສະ​ຫງົບ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ສຸກ.

ເປັນ​ເວ​ລາ 18 ເດືອນ ຜ່ານ​ມາ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດົນ​ໃຈ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ໃຫ້​ດຳ​ເນີນ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ທີ່​ດີ​ເລີດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ກໍ​ຍັງ​ເປັນ​ຫ່ວງ​ຢ້ານ​ວ່າ​ຈຸດ​ປະ​ສົງ​ທາງວິນ​ຍານ ຂອງ​ການ​ປ່ຽນ​ແປງ​ເຫລົ່າ​ນີ້ ຈະ​ສູນ​ເສຍ​ໄປ​ກັບ​ຄວາມ​ຕື່ນ​ເຕັ້ນ​ນຳການ​ປ່ຽນ​ແປງ​ນັ້ນ.

ໂຈເຊັບ ແອັຟ ສະມິດ ໄດ້​ກ່າວ​​ວ່າ: “ພຣະ​ກິດ​ຕິ​ຄຸນ​ທີ່ແທ້​ຈິງ, ບໍ​ລິ​ສຸດ, ແລະ ລຽບ​ງ່າຍ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ຖືກ​ຟື້ນ​ຟູ​ແລ້ວ. ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ທີ່​ຈະ​ຮັກ​ສາ​ມັນ​ໄວ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ.”6 ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ ພຣະ​ກິດ​ຕິ​ຄຸນ​ທີ່ແທ້​ຈິງ, ບໍ​ລິ​ສຸດ, ແລະ ລຽບ​ງ່າຍ​ແມ່ນ “ຄຳ​ສອນຊ່ວຍ​ໃຫ້​ລອດຂອງ​ພຣະ​ຄຣິດ.”7

ຢູ່​ໃນ​ຫລັກ​ແຫ່ງ​ຄວາມ​ເຊື່ອ, ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ສອນ​ວ່າ “ຜ່ານທາງການຊົດໃຊ້ຂອງພຣະຄຣິດ ມະນຸດຊາດທັງປວງຈະລອດໄດ້ ໂດຍການປະຕິບັດຕາມກົດ ແລະ ພິທີການແຫ່ງພຣະກິດຕິຄຸນ.”8

ຫລັກ​ທຳ​ຂໍ້​ທຳ​ອິດ​ຂອງ​ພຣະ​ກິດ​ຕິ​ຄຸນ ແມ່ນ​ການ​ມີ​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ, ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ. ໄຣຮຳ ອ້າຍ​ຂອງ​ເພິ່ນ ໄດ້​ສອນວ່າ: “ຈົ່ງສັ່ງ​ສອນ​ມັນ​ລຶ້ມ​ຄືນ​ຫລາຍ​ໆ​ເທື່ອ ວ່າ: ທ່ານຈະເຫັນ​ວ່າ ວັນ​ແລ້ວ​ວັນ​ເລົ່າ ແນວ​ຄິດ​ໃໝ່ ແລະ ຄວາມ​ເຂົ້າ​ໃຈ​ໃໝ່ ກ່ຽວ​ກັບ​ສິ່ງ​ເຫລົ່າ​ນັ້ນ ຈະ​ຖືກ​ເປີດ​ເຜີຍ​ແກ່​ທ່ານ. ທ່ານ​ສາ​ມາດ​ຂະ​ຫຍາຍ​ຄວາມ … ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ. ແລ້ວ​ທ່ານ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ຜູ້​ຄົນ​ທີ່​ທ່ານ​ສອນ ເຂົ້າ​ໃຈ​ຫລາຍ​ຂຶ້ນ.”9

ວິ​ທີ​ທີ່​ດີ​ທີ່​ສຸດ ສຳ​ລັບ​ເຮົາ ທີ່​ຈະ​ເຫັນ​ຈຸດ​ປະ​ສົງ​ທາງວິນ​ຍານ​ຂອງ​ສາດ​ສະ​ໜາ​ຈັກ ຄື​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ທີ່ແທ້​ຈິງ, ບໍ​ລິ​ສຸດ, ແລະ ລຽບ​ງ່າຍ​ຂອງ​ພຣະ​ຄຣິດ ແລະ ນຳ​ໃຊ້​ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ສອງ​ຂໍ້ ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດນຳ​ອີກ ທີ່​ວ່າ ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ. … ຈົ່ງ​ຮັກ​ມະ​ນຸດ​ເໝືອນ​ຮັກ​ຕົນ​ເອງ.10

ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ສອງ​ຂໍ້​ນີ້ ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສະ​ຫງົບ ແລະ ຄວາມ​ຊື່ນ​ຊົມ​ຫລາຍ​ຂຶ້ນ. ເມື່ອ​ເຮົາ​ຮັກ ແລະ ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັກ ແລະ ຮັບ​ໃຊ້​ເພື່ອນ​ບ້ານ​ຂອງ​ເຮົາ, ແລ້ວ​ເຮົາ​ຈະ​ຮູ້​ສຶກ​ມີ​ຄວາມ​ສຸກ​ແບບ​ທຳ​ມະ​ຊາດ​ຫລາຍ​ຂຶ້ນ ຊຶ່ງ​ບໍ່​ສາ​ມາດ​ມາ​ສູ່ເຮົາ​ໄດ້ ໃນ​ທາງ​ອື່ນ ທີ່​ດີກວ່ານີ້.

ການ​ຮັກ​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ ເປັນ​ຄຳ​ສອນ​ຂັ້ນ​ພື້ນ​ຖານຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ; ການ​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ​ເລື່ອງ​ການ​ຮຽນ​ຮູ້; ການ​ນະ​ມັດ​ສະ​ການ​ທາງວິນ​ຍານໃນ​ວັນ​ຊະ​ບາ​ໂຕ; ແລະ ວຽກ​ງານ​ແຫ່ງ​ຄວາມ​ລອດ​ຂອງ​ທັງ​ສອງ​ຟາກ​ມ່ານ ຊຶ່ງສະ​ໜັບ​ສະ​ໜູນ​​ໂດຍສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ກຸ່ມ​ແອວ​ເດີ. ທັງ​ໝົດ​ນີ້​ແມ່ນ​ອີງ​ຕາມ​ພຣະ​ບັນ​ຍັດ​ແຫ່ງ​ສະ​ຫວັນ ເພື່ອ​ໃຫ້​ຮັກ​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ. ມີ​ສິ່ງ​ອື່ນ​ໃດ​ບໍ ທີ່​ທຳ​ມະ​ດາ, ຂັ້ນ​ພື້ນ​ຖານ, ແລະ ລຽບງ່າຍໄປ​ກວ່ານີ້?

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ທີ່ແທ້​ຈິງ, ບໍ​ລິ​ສຸດ, ແລະ ລຽບ​ງ່າຍ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ເວ​ລາ​ຫລາຍ​ຂຶ້ນ ເພື່ອ​ໄປ​ຢ້ຽມ​ຢາມ​ແມ່​ໝ້າຍ, ພໍ່​ໝ້າຍ, ເດັກ​ກຳ​ພ້າ, ຄົນ​ທີ່​ໂດດ​ດ່ຽວ, ຄົນ​ທີ່​ເຈັບ​ປ່ວຍ, ແລະ ຄົນ​ທີ່​ຍາກ​ຈົນ. ເຮົາ​ຈະ​ພົບ​ຄວາມ​ສະ​ຫງົບ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ສຸກ ໃນ​ຊີ​ວິດຂອງ​ເຮົາ ເມື່ອ​ເຮົາ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ເພື່ອນ​ບ້ານຂອງ​ເຮົາ.

ການ​ປ່ຽນ​ແປງ​ໃນ​ວັນ​ຊະ​ບາ​ໂຕ ທີ່​ເນັ້ນ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ ເລື່ອງ​ການ​ຮຽນ​ຮູ້ ແລະ ການສຶກ​ສາ​ພຣະ​ກິດ​ຕິ​ຄຸນ ເປັນ​ໂອ​ກາດ​ໃຫ້​ເຮົາ​​ເອົາ​ໃຈ​ໃສ່ ແລະ ອຸທິດຕົນ​ຕໍ່​ພຣະ​ເຈົ້າ ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ. ມີ​ສິ່ງ​ອື່ນ​ໃດ​ບໍ ທີ່​ລຽບ​ງ່າຍ, ທຳ​ມະ​ດາ, ເລິກ​ຊຶ້ງ​ໄປ​ກວ່ານີ້? ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ທ່ານ​ເຫັນ​ແລ້ວ​ບໍ​ວ່າ ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ ຢູ່​ໃນ​ຄອບ​ຄົວຂອງ​ເຮົາ ເປັນ​ວິ​ທີ​ທາງ​ທີ່​ສຳ​ຄັນ ໃນ​ການພົບ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສຸກ ໃນ​ຊີ​ວິດ​ຂອງ​ເຮົາ?

ເມື່ອ​ກ່າວ​ເຖິງວັນ​ຊະ​ບາ​ໂຕ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ ເພາະ​ນີ້​ຄື​ມື້​ທີ່​ກຳ​ນົດ​ໄວ້​ໃຫ້​ເຮົາເພື່ອ​ພັກ​ຜ່ອນ​ຈາກ​ວຽກ​ງານ​ຂອງ​ເຮົາ, ແລະ ເພື່ອ​ສະ​ແດງ​ຄວາມ​ຈົງ​ຮັກ​ພັກ​ດີ​ແດ່​ພຣະ​ຜູ້​ສູງ​ສຸດ.11 ພຣະ​ອົງ​ໄດ້​ກ່າວ​ຕື່ມ​ວ່າ ເພື່ອ​ຄວາມ​ຊື່ນ​ຊົມ​ຂອງ​ເຮົາ​ຈະ​ເຕັມ​ປ່ຽມ … ຜ່ານທາງການ​ປິ​ຕິ​ຍິນ​ດີ ແລະ ການ​ອະ​ທິ​ຖານ … ເຮົາຄວນເຮັດ​ສິ່ງ​ເຫລົ່າ​ນີ້​ດ້ວຍ​ຄວາມ​ຂອບ​ພຣະ​ໄທ, ດ້ວຍ​ໃຈ ແລະ ໃບ​ໜ້າ​ທີ່​ຊື່ນ​ບານ, … ແລະ ດ້ວຍ​ຄວາມ​ຍິນ​ດີ​ໃນໃຈ ແລະ ໃບ​ໜ້າ​ທີ່​ຊື່ນ​ບານ.12

ໃຫ້​ເຮົາ​ສັງ​ເກດ​ເບິ່ງ​ຄຳ​ສຳ​ຄັນ​ຢູ່​ໃນ​ການ​ເປີດ​ເຜີຍນີ້: ຄວາມ​ຊື່ນ​ຊົມ, ຄວາມ​ປິ​ຕິ​ຍິນ​ດີ, ຄວາມ​ຂອບ​ພຣະ​ໄທ, ໃຈ​ທີ່​ຊື່ນ​ບານ, ຄວາມ​ຍິນ​ດີ ໃນໃຈ, ແລະ ໃບ​ໜ້າ​ທີ່​ຊື່ນ​ບານ. ຟັງ​ແລ້ວ​ຄື​ວ່າ ການ​ນະ​ມັດ​ສະ​ການ​ໃນວັນ​ຊະ​ບາ​ໂຕ ຈະ​ນຳ​ຮອຍຍິ້ມ​ມາ​ໃຫ້​ເຮົາ.

ຮູບ​ພາບ
ການ​ທັກ​ທາຍ​ຢູ່​ທີ່​ໂບດ

ເມື່ອ​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໃນ​ວິ​ທີ​ທາງ​ທີ່​ສູງກວ່າ ແລະ ສັກ​ສິດກວ່າ, ຂໍ​ໃຫ້​ຄິດ​ສະ​ເໝີ​ວ່າ ການ​ທັກ​ທາຍ​ທຸກ​ຄົນ​ທີ່​ມາ​ຮ່ວມ​ການ​ປະ​ຊຸມ​ໂບດ​ຂອງ​ເຮົາ, ໂດຍ​ສະ​ເພາະ​ສະ​ມາ​ຊິກ​ໃໝ່ ແລະ ຜູ້​ມາ​ຢ້ຽມ​ຢາມ ມີ​ຄວາມ​ສຳ​ຄັນ​ຫລາຍ​ຂະ​ໜາດ​ໃດ. ເຮົາ​ທຸກ​ຄົນ​ຄວນ​ມັກ​ຮ້ອງ​ເພງ​ສວດ ແລະ ຟັງ​ຂໍ້​ຄວາມ​ໃນ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ​ຢ່າງ​ຕັ້ງ​ໃຈ ດ້ວຍ​ຫົວ​ໃຈ ແລະ ດ້ວຍຄວາມ​ຄິດ​ທີ່​ເປີດກວ້າງ.

ປະ​ຈັກ​ພະ​ຍານ​ແຫ່ງ​ສັດ​ທາ ໃນ​ກອງ​ປະ​ຊຸມ​ຖື​ສິນ​ອົດ​ເຂົ້າ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ ຖືກ​ນຳ​ພາ​ໂດຍ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ, ຜູ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ບຶດ​ໜຶ່ງ ເຖິງ​ແຜນ​ແຫ່ງ​ຄວາມ​ສຸກ ແລະ ເຖິງ​ພຣະ​ກິດ​ຕິ​ຄຸນ​ທີ່ແທ້​ຈິງ, ບໍ​ລິ​ສຸດ, ແລະ ລຽບ​ງ່າຍ​ຂອງ​ພຣະ​ຄຣິດ. ທຸກ​ຄົນ​ຄວນ​ເຮັດ​ຕາມ​ຕົວ​ຢ່າງນັ້ນ. ເຮົາ​ຕ້ອງ​ຈື່​ຈຳ​ວ່າ ມີ​ບ່ອນ​ອື່ນ​ອີກ​ທີ່​ເໝາະ​ສົມສຳ​ລັບ​ການບອກ​ເລົ່າ​ເລື່ອງ​ລາວຕ່າງໆ ຫລື ກ່ຽວ​ກັບການ​ເດີນ​ທາງ​ພະ​ຈົນ​ໄພ​ຂອງ​ເຮົາ. ເມື່ອ​ເຮົາ​ຮັກ​ສາ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ໃຫ້​ລຽບ​ງ່າຍ ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ, ແລ້ວ​ພຣະ​ອົງ​ຈະ​ຕໍ່​ອາ​ຍຸ​ທາງວິນ​ຍານ​ຂອງ​ເຮົາ ເມື່ອ​ເຮົາ​ແບ່ງ​ປັນ​ປະ​ຈັກ​ພະ​ຍານໃຫ້​ກັນ​ແລະ​ກັນ.

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ມີ​ປະ​ສິດ​ທິ​ພາບ ແມ່ນ​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ ດ້ວຍ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພຣະ​ເຈົ້າ ແລະ ເພື່ອນ​ບ້ານ​ຂອງ​ເຮົາ. ເວົ້າ​ງ່າຍໆ, ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ເພາະ​ເຮົາ​ຮັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຮັກ​ລູກໆ​ຂອງ​ພຣະ​ອົງ. ຄວາມ​ມຸ່ງ​ໝັ້ນ​ຂອງ​ເຮົາ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ຫລາຍ ຖ້າ​ຫາກ​ເຮົາ​ຮັກ​ສາ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ ໃຫ້​ລຽບ​ງ່າຍ. ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ມີຄວາມ​ຊື່ນ​ຊົມຫລາຍ​ທີ່​ສຸດ ​ແມ່ນມາ​ຈາກ​ສິ່ງ​ທີ່ລຽບ​ງ່າຍ​ໃນ​ຊີ​ວິດ ສະ​ນັ້ນ ເຮົາ​ບໍ່​ຕ້ອງ​ຕື່ມ​ຫລາຍ​ສິ່ງ​ໃສ່​​ກັບການ​ປ່ຽນ​ແປງ​ທີ່​ເຮົາ​ໄດ້​ຮັບ ເພື່ອ​ເສີມ​ສ້າງ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ໃຫ້​ເ​ຂັ້ມ​ແຂງ ໃນ​ໃຈ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ.

ບໍ່​ຈຳ​ເປັນ​ຕ້ອງ​ຫາ​ຫຍັງ​ມາ​ເພິ່ມ​ໃຫ້​ຫຍຸ້ງ​ຍາກ ໂດຍ​ຈັດການ​ປະ​ຊຸມ​ຕື່ມ​ອີກ, ມີ​ຄວາມ​ຄາດ​ໝາຍ​ຕື່ມ​ອີກ, ຫລື ມີ​ເງື່ອນ​ໄຂ​ຕື່ມ​ອີກ. ໃຫ້ເຮັດ​ແບບ​ລຽບ​ງ່າຍ​. ໃນ​ຄວາມ​ລຽບ​ງ່າຍນັ້ນ ທ່ານ​ຈະ​ພົບ​ຄວາມ​ສະ​ຫງົບ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ສຸກ ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​​ຜ່ານ​ມາ.

ເປັນ​ເວ​ລາ​ຫລາຍ​ປີ ຈຸດ​ປະ​ສົງ​ຂອງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ, ດັ່ງ​ທີ່​ລະ​ບຸ​ໄວ້​ຢູ່​ໃນ​ປຶ້ມ Handbook 2, ບົ່ງ​ບອກ​ເຖິງ​ຄວາມ​ແຈ່ມ​ແຈ້ງ ແລະ ຄວາມ​ລຽບ​ງ່າຍ, ຊຶ່ງ​ຂ້າ​ພະ​ເຈົ້າ​ຂໍ​ອ້າງ​ເຖິງ ມີ​ຄວາມ​ວ່າ:

ຮູບ​ພາບ
ຄອບ​ຄົວ​ໄປສະ​ຫລຸບ​ເງິນ​ສ່ວນ​ສິບ

“ຜູ້​ນຳ​ຊຸກ​ຍູ້​ສະ​ມາ​ຊິກ​ທຸກ​ຄົນ ໃຫ້​ຮັບ​ເອົາ​ພິ​ທີ​ການ​ທີ່​ຈຳ​ເປັນ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ, ແລະ ເໝາະ​ສົມ​ສຳ​ລັບ​ຄວາມ​ສູງ​ສົ່ງ ແລະ ຊີ​ວິດ​ນິ​ລັນ​ດອນ. …

ຮູບ​ພາບ
ຄູ່​ສາ​ມີ​ພັນ​ລະ​ຍາ​ໄປພຣະວິຫານ

ຜູ້​ໃຫຍ່: ຊຸກ​ຍູ້​ຜູ້​ໃຫຍ່​ແຕ່​ລະຄົນ​ໃຫ້​ມີ​ຄ່າ​ຄວນ ທີ່​ຈະ​ຮັບ​ເອົາ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ. ສອນ​ຜູ້​ໃຫຍ່​ທຸກ​ຄົນ​ໃຫ້ຊອກ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ ແລະ ກະ​ທຳ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ແທນ​ເຂົາ​ເຈົ້າ.

ຮູບ​ພາບ
ການ​ແຕ່ງ​ຕັ້ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ
ຮູບ​ພາບ
ກຸ່ມ​ຍິງ​ໜຸ່ມ​ພ້ອມ​ດ້ວຍ​ບັດ​ເຮັດ​ພິ​ທີ​ການ​ຢູ່​ພຣະ​ວິ​ຫານ

ຊາວ​ໜຸ່ມ: ຊ່ວຍ​ຕຽມ​ຊາຍ​ໜຸ່ມ​ແຕ່​ລະ​ຄົນ ໃຫ້​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ຮັບ​ເອົາ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ, ແລະ ມີ​ຄ່າ​ຄວນ​ທີ່​ຈະ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ. ຊ່ວຍ​ຕຽມ​ຍິງ​ໜຸ່ມ​ແຕ່​ລະ​ຄົນ ໃຫ້​ມີ​ຄ່າ​ຄວນ​ທີ່​ຈະ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ ແລະ ຮັບ​ເອົາ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ. ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ​ໜຸ່ມ ຜ່ານ​ທາງ​ການ​ມີ​ສ່ວນ​ຮ່ວມ​ໃນ​ກິດ​ຈະ​ກຳ​ທີ່​ເປັນ​ປະ​ໂຫຍດ.

ຮູບ​ພາບ
ສະ​ພາ​ຫວອດ

ສະ​ມາ​ຊິກ​ທຸກ​ຄົນ: ໃຫ້​ຊ່ວຍ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ແລະ ຜູ້​ນຳ​ອົງ​ການ​ຊ່ວຍ​ເຫລືອ, ສະ​ພາ​ຫວອດ, ຜູ້​ສອນ​ສ​າດ​ສະ​ໜາ​ເຕັມ​ເວ​ລາ ແລະ ຂອງ​ຫວອດ, ແລະ ສະ​ມາ​ຊິກ​ຮ່ວມ​ມື​ກັນ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ສົມ​ດູນ ເພື່ອ​ຊ່ວຍ​ເຫລືອ​ບຸກ​ຄົນ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ ແລະ ໜ່ວຍຂອງ​ສາດ​ສະ​ໜາ​ຈັກ, ເພີ່ມ​ກິດ​ຈະ​ກຳ​ຖາ​ນະ​ປະ​ໂລ​ຫິດ, ແລະ ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຜ່ານ​ທາງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ, ການ​ຮັກ​ສາ​ໄວ້, ແລະ ການ​ນຳ​ກັບ​ຄືນ​ມາ​ເຂັ້ມ​ແຂງ. ສິດ​ສອນ​ສະ​ມາ​ຊິກ​ໃຫ້​ຈັດ​ຫາ​ເພື່ອຕົວ​ເອງ ແລະ ຄອບ​ຕົວ​ຂອງ​ຕົນ ແລະ ຊ່ວຍ​ເຫລືອ​ຄົນ​ຍາກ​ຄົນ ແລະ ຄົນ​ຂັດ​ສົນ ໃນ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”13

ການ​ຮັບ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ໃນ​ສາດ​ສະ​ໜາ​ຈັກ ໄດ້​ເປັນ​ພອນ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ດ້ວຍ​ປະ​ສົບ​ການ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ແລະ ທາງວິນ​ຍານ​ທີ່​ພິ​ເສດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ສະ​ຫວັນ ເກີນກວ່າ​ຄວາມ​ສາ​ມາດ​ຂອງ​ຂ້າ​ພະ​ເຈົ້າ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ຄວາມ​ຊື່ນ​ຊົມ​ທີ່​ໄດ້​ຮັບ​ຈາກ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ມາ​ຈາກ​ການ​ເອົາ​ໃຈ​ໃສ່​ຕໍ່ຄຳ​ສອນ ແລະ ພຣະ​ກິດ​ຕິ​ຄຸນ​ທີ່ແທ້​ຈິງ, ບໍ​ລິ​ສຸດ, ແລະ ລຽບ​ງ່າຍ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ພາຍ​ໃຕ້​ຂໍ​ກະ​ແຈ ແລະ ການ​ຊີ້​ນຳຂອງ​ສາດ​ສະ​ດາ ແລະ ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ ຫົກ ທ່ານ ນັບ​ຈາກ ສະເປັນເຊີ ດັບເບິນຢູ ຄິມໂບ ເຖິງ ຣະໂຊ ເອັມ ແນວ​ສັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເພິ່ນ​ແຕ່​ລະ​ຄົນ​ໄດ້​ເປັນ​ສາດ​ສະ​ດາ​ທີ່​ຖືກ​ເລືອກ ຂອງ​ພຣະ​ເຈົ້າ. ພວກ​ເພິ່ນ​ໄດ້​ສິດ​ສອນ​ຄຳ​ສອນ​ທີ່​ສຳ​ຄັນໃຫ້​ແກ່​ເຮົາ ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ ແລະ ​ພຣະ​ກິດ​ຕິ​ຄຸນ ແລະ ຄຳ​ສອນ​ຂອງ​ພຣະ​ຄຣິດ. ປະ​ທານ​ແນວສັນ ກໍ​ກຳ​ລັງ​ນຳ​ພາ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ໜ້າ ຢ່າງວ່ອງໄວ. ຂ້າ​ພະ​ເຈົ້າ​ເວົ້າ​ວ່າ “ຢ່າງວ່ອງ​ໄວ” ເພາະ ເພິ່ນ​ເປັນ​ອັກ​ຄະ​ສາ​ວົກ​ຄົນ​ດຽວ ທີ່​ອາ​ຍຸ​ສູງກວ່າ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າກໍ​​ຕາມເພິ່ນ​ໄປບໍ່​ທັນ​ຢູ່​ແລ້ວ! ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ອຳ​ນາດ​ຂອງ​ການ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ໄດ້​ຢູ່​ກັບ​ເພິ່ນ. ປະ​ທານ​ແນວສັນ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່ແທ້​ຈິງ, ບໍ​ລິ​ສຸດ, ແລະ ລຽບ​ງ່າຍ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢຊູ​ ຄື​ພຣະ​ຄຣິດ, ແລະ ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ—ຊຶ່ງ​ຂ້າ​ພະ​ເຈົ້າ ເປັນ​ພະ​ຍານ​ເຖິງດ້ວຍ​ຄວາມ​ຖ່ອມ​ຕົວ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

ພິມ