​2010–2019
ການ​ສະ​ແຫວງ​ຫາ​ຄວາມ​ຮູ້​ໂດຍ​ທາງພຣະ​ວິນ​ຍານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ການ​ສະ​ແຫວງ​ຫາ​ຄວາມ​ຮູ້​ໂດຍ​ທາງພຣະ​ວິນ​ຍານ

ເຮົາ​ຄວນ​ຮຽນ​ຮູ້ ແລະ ເບິ່ງ​ອອກວ່າ​ອັນ​ໃດ​ເປັນ​ຄວາມ​ຈິງ ບໍ່​ພຽງ​ແຕ່​ຜ່ານ​ທາງ​ຄວາມ​ຄິດ​ທີ່​ມີ​ເຫດ​ຜົນ​ຂອງ​ເຮົາ​ເທົ່າ​ນັ້ນ, ແຕ່​ຜ່ານ​ທາງ​ສຽງ​ແຜ່ວ​ເບົາ​ຂອງ​ພຣະ​ວິນ​ຍານ​ນຳ​ອີກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຮົາ​ຫລາຍ​ເທື່ອ​ແລ້ວ​ວ່າ ເຮົາຄວນ​ສະແຫວງ​ຫາການ​ຮຽນຮູ້ ແມ່ນແຕ່​ໂດຍການ​ສຶກສາ ແລະ ໂດຍ​ສັດທາ​ນຳອີກ.1 ເຮົາ​ສາ​ມາດ​ໄດ້​ຮັບ​ຄວາມ​ສະ​ຫວ່າງ ແລະ ຄວາມ​ເຂົ້າ​ໃຈ ບໍ່​ພຽງ​ແຕ່​ຜ່ານ​ທາງ​ເຫດ​ຜົນ​ຂອງ​ຄວາມ​ຄິດ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ຜ່ານ​ທາງ​ການ​ນຳ​ພາ ແລະ ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ອີກ.

ແຫລ່ງ​ຂອງ​ຄວາມ​ຮູ້​ເພີ່ມ​ເຕີມນີ້ ບໍ່​ໄດ້​ເປັນ​ພາກ​ສ່ວນຂອງ​ຊີ​ວິດ​ເຮົາ​ຕະ​ຫລອດ​ເວ​ລາ.

ໄອຣີນ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ເມື່ອ 31 ປີ​ກ່ອນ ຕອນ​ພວກ​ເຮົາ​ຫາ​ກໍ​ແຕ່ງ​ງານ. ພວກ​ເຮົາ​ໄດ້​ເຕີບ​ໂຕ​ຢູ່​ປະ​ເທດໂຄ​ລຳ​ເບຍ, ແຕ່​ສອງ​ສາມ​ເດືອນ​ຫລັງ​ຈາກ​ແຕ່ງ​ງານ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ທຳ​ງານ​ຢູ່​ປະ​ເທດເຢຍ​ລະ​ມັນ. ພວກ​ເຮົາ​ຍັງ​ໜຸ່ມ ແລະ ມີ​ຄວາມ​ຫວັງ ແລະ ຄວາມ​ຄາດ​ໝາຍ​ຫລາຍ; ມັນ​ເປັນ​ຊ່ວງ​ໄລ​ຍະ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ມີ​ຄວາມ​ສຸກ​ຫລາຍ ສຳ​ລັບ​ພວກ​ເຮົາ.

ຮູບ​ພາບ
ຊິດສະເຕີ ແລະ ແອວເດີ ແຮວດ໌

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່ຕໍ່​ວຽກ​ງານ, ໄອ​ຣີນຮູ້​ສຶກວ່າ ພວກ​ເຮົາ​ຈະ​ໄດ້​ຮັບ​ຂ່າວ​ສານ​ຈາກ​ສະ​ຫວັນ, ໂດຍ​ທີ່ບໍ່​ຮູ້​ວ່າ​ດ້ວຍ​ວິ​ທີ​ໃດ ຫລື ເມື່ອ​ໃດ. ສະ​ນັ້ນ ນາງ​ຈຶ່ງ​ໄດ້​ເລີ່ມ​ຕົ້ນເປີດ​ປະ​ຕູ​ຮັ​ບ​ຄົນ​ທີ່​ມາ​ເລາະ​ຂາຍ​ປຶ້ມ​ຮວບ​ຮວມ​ຄວາມ​ຮູ້​ສາ​ລະ​ພັດ, ຈັກ​ດູດ​ພົມ, ປຶ້ມ​ຕຳ​ລາ​ອາ​ຫານ, ເຄື່ອງ​ໃຊ້​ຢູ່​ເຮືອນ​ຄົວ, ແລະ ອື່ນໆ, ພ້ອມ​ທັງ​ຄອຍ​ຖ້າ​ຂ່າວ​ສານ​ພິ​ເສດ.

ຄ່ຳ​ຄືນ​ໜຶ່ງ ນາງ​ໄດ້​ບອກວ່າ ມີ​ຊາຍ​ໜຸ່ມ​ສອງ​ຄົນນຸ່ງ​ຊຸດ​ດຳ​ມາ​ເຄາະ​ປະ​ຕູ ແລະ ວ່າ​ນາງ​ຮູ້​ສຶກ​ປະ​ທັບ​ໃຈ​ແບບ​ພິ​ເສດ ທີ່​ຈະ​ໃຫ້​ເຂົາ​ເຈົ້າ​ເ​ຂົ້າ​ໄປ​ໃນ​ເຮືອນ. ເຂົາ​ເຈົ້າ​ໄດ້​ເວົ້າ​ວ່າ ເຂົາ​ເຈົ້າ​ຢາກ​ເວົ້າ​ລົມ​ກັບ​ນາງ​ກ່ຽວ​ກັບ​ພຣະ​ເຈົ້າ ແຕ່​ຈະ​ກັບ​ມາ​ອີກ ຕອນ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ບ້ານ. ນີ້​ແມ່ນຂ່າວ​ສານ​ທີ່​ພວກ​ເຮົາລໍ​ຄອຍ​ບໍ?

ເຂົາ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ມາ​ຢ້ຽມ​ຢາມ​ພວກ​ເຮົາ, ແລະ ດ້ວຍ​ການ​ຊີ້​ນຳ​ຂອງ​ເຂົາ​ເຈົ້າ, ພວກ​ເຮົາ​ໄດ້​ອ່ານ​ພຣະ​ຄຳ​ພີ ແລະ ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ພຣະ​ເຢ​ຊູ​ຄຣິດ ວ່າ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ. ບໍ່​ດົນ ພວກ​ເຮົາ​ກໍ​ຮູ້​ສຶກ​ເສຍ​ໃຈ​ທີ່​ພວກ​ເຮົາໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ ຕອນ​ຍັງ​ເປັນ​ແອ​ນ້ອຍ​ພຸ້ນ, ຊຶ່ງບໍ່​ໄດ້​ເປັນ​ພັນ​ທະ​ສັນ​ຍາ​ທີ່​ຢູ່​ໃນ​ຈິດ​ສຳ​ນຶກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຮັບ​ບັບ​ຕິ​ສະ​ມາ​ໃໝ່ ຈະ​ໝາຍ​ຄວາມ​ວ່າ ພວກ​ເຮົາ​ຕ້ອງ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ນີ້, ສະ​ນັ້ນ ສິ່ງ​ທຳ​ອິດທີ່​ພວກ​ເຮົາ​ຕ້ອງ​ການ​ຫລາຍ ແມ່ນ​ຢາກ​ເຂົ້າ​ໃຈ​ທຸກ​ຢ່າງ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ.

ແຕ່ພວກ​ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ ວ່າ​ສິ່ງ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ບອກ​ພວກ​ເຮົາ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ, ກ່ຽວ​ກັບ​ໂຈ​ເຊັບ ສະ​ມິດ, ແລະ ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ ເປັນ​ຄວາມ​ຈິງ​ທັງ​ໝົດ​ແທ້ໆ? ພວກ​ເຮົາ​ໄດ້​ເຂົ້າ​ໃຈ​ຈາກ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ວ່າ​ພວກ​ເຮົາ​ສາ​ມາດ “ຮູ້​ເຂົາ​ໂດຍ​ໝາກ​ຜົນ.”2 ສະ​ນັ້ນ, ຕາມ​ແບບ​ແຜນ, ພວກ​ເຮົາ​ໄດ້​ເລີ່ມ​ຕົ້ນ​ກວດ​ກາ​ເບິ່ງ​ສາດ​ສະ​ໜາ​ຈັກ ໂດຍ​ການ​ເບິ່ງ​ໝາກ​ຜົນ ດ້ວຍ​ຄວາມ​ເຂົ້າ​ໃຈ​ຂອງ​ຄວາມ​ຄິດ​ທີ່​ມີ​ເຫດ​ຜົນ. ພວກ​ເຮົາໄດ້​ເຫັນ​ຫຍັງ? ພວກ​ເຮົາ​ໄດ້​ເຫັນ:

  • ຜູ້​ຄົນ​ທີ່​ເປັນ​ມິດ ແລະ ມີ​ຄວາມ​ສຸກ ແລະ ມີ​ຄອບ​ຄົວ​ທີ່​ດີ ທີ່​ເຂົ້າ​ໃຈ​ວ່າ ເຮົາ​ຄວນ​ຮູ້​ສຶກ​ຊື່ນ​ຊົມ​ໃນ​ຊີ​ວິດນີ້ ແລະ ບໍ່​ແມ່ນ​ມີ​ແຕ່ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມໂສກ​ເສົ້າ.

  • ເປັນສາດ​ສະ​ໜາ​ຈັກ ທີ່ບໍ່​ມີ​ຄຸນ​ພໍ່​ທີ່​ໄດ້​ຮັບເງິນ​ເດືອນ ແຕ່​ເປັນ​ສາດ​ສະ​ໜາ​ຈັກ​ທີ່ສະ​ມາ​ຊິກ​ເອງ​ຮັບ​ເອົາ​ການມອບ​ໝາຍ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ.

  • ເປັນ​ສາດ​ສະ​ໜາ​ຈັກ​ທີ່​ພຣະ​ເຢ​ຊູ​ຄຣິດ ແລະ ຄອບ​ຄົວ ເປັນ​ຈຸດ​ໃຈ​ກາງ​ຂອງ​ທຸກ​ສິ່ງ​ທັງ​ປວງ, ບ່ອນ​ທີ່​ສະ​ມາ​ຊິກ​ຖື​ສິນ​ອົດ​ເຂົ້າ​ເດືອນ​ລະ​ເທື່ອ ແລະ ບໍ​ລິ​ຈາກ​ເງິນ​ຊ່ວຍ​ເຫລືອ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ບ່ອນ​ທີ່​ສົ່ງ​ເສີມ​ໃຫ້​ເຮັດ​ສິ່ງທີ່​ດີ, ສິດ​ສອນ​ເຮົາ​ໃຫ້​ຫລີກ​ເວັ້ນ​ຈາກ​ສິ່ງ​ທີ່​ເປັນ​ອັນ​ຕະ​ລາຍ.

ນອກ​ເໜືອ​ຈາກນັ້ນ:

  • ພວກ​ເຮົາ​ກໍ​ມັກ​ເລື່ອງ​ການ​ເນັ້ນ​ຄວາມ​ເຕີບ​ໂຕ​ເປັນ​ສ່ວນ​ຕົວ, ເລື່ອງ​ການ​ສຶກ​ສາ, ເລື່ອງ​ການ​ເຮັດ​ວຽກ​ງານ​ຢ່າງ​ຂະ​ຫຍັນ ແລະ ການ​ເພິ່ງ​ຕົວ​ເອງ.

  • ພວກ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ໂຄງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ.

  • ແລະ ພວກ​ເຮົາ​ປະ​ທັບ​ໃຈ​ຫລາຍ​ກັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ດ້ວຍ​ເພງ​ທີ່​ມ່ວນ​ອອນ​ຊອນ ແລະ ຄຳ​ສອນ​ທີ່​ຊາບ​ຊຶ້ງ​ທາງວິນ​ຍານ​ທີ່​ກ່າວຢູ່​ທີ່ນັ້ນ.

ເມື່ອ​ເຫັນ​ທັງໝົດ​ນີ້​ແລ້ວ, ພວກ​ເຮົາ​ຈຶ່ງບໍ່​ເຫັນ​ສິ່ງ​ໃດ​ທີ່ບໍ່​ດີ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ. ກົງ​ກັນ​ຂ້າມ, ພວກ​ເຮົາ​ມັກ​ທຸກ​ສິ່ງ ທີ່​ພວກ​ເຮົາ​ເຫັນ ຫລາຍ​ທີ່​ສຸດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ຍັງ​ບໍ່​ສາ​ມາດ​ຕັດ​ສິນ​ໃຈ ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ​ເທື່ອ ເພາະ​ພວກ​ເຮົາ​ຍັງ​ຢາກ​ຮູ້​ທຸກ​ສິ່ງກ່ອນ.

ແຕ່, ເຖິງ​ແມ່ນ​ໃນ​ຕອນ​ທີ່​ຍັງ​ບໍ່​ຕັດ​ສິນ​ໃຈ​ເທື່ອ, ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງຕຽມ​ພວກ​ເຮົາ​ດ້ວຍ​ຄວາມ​ອົດ​ທົນ, ພຣະ​ອົງ​ໄດ້​ຫລໍ່​ຫລອມ​ພວກ​ເຮົາ, ແລະ ພຣະ​ອົງ​ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ຄົ້ນ​ພົບ​ວ່າ ພວກ​ເຮົາ​ຄວນ​ຮຽນ​ຮູ້ ແລະ ເບິ່ງ​ອອກວ່າ​ອັນ​ໃດ​ເປັນ​ຄວາມ​ຈິງ ບໍ່​ພຽງ​ແຕ່​ຜ່ານ​ທາງ​ຄວາມ​ຄິດ​ທີ່​ມີ​ເຫດ​ຜົນ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ, ແຕ່​ຜ່ານ​ທາງ​ສຽງ​ແຜ່ວ​ເບົາ​ຂອງ​ພຣະ​ວິນ​ຍານ​ນຳ​ອີກ, ຊຶ່ງ​ກ່າວ​ຕໍ່​ຫົວ​ໃຈ​ຂອງພວກ​ເຮົາ​ໂດຍ​ສະ​ເພາະ.

ສຽງ ແລະ ຄວາມ​ຮູ້​ສຶກ​ທີ່​ເປັນ​ຜົນ ໄດ້​ມາ​ສູ່​ພວກ​ເຮົາໃນ​ຄ່ຳ​ຄືນ​ໜຶ່ງ ຫລັງ​ຈາກ​ທີ່​ໄດ້​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ ເປັນ​ເວ​ລາ 10 ເດືອນ, ເມື່ອ​ພວກ​ເຮົາ​ອ່ານໃນ ໂມ​ໄຊ​ຢາ ບົດ​ທີ 18 ວ່າ, “ຍ້ອນ​ວ່າ​ພວກ​ທ່ານ​ປາດ​ຖະ​ໜາ … ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, ແລະ ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໃຈ, … ຖ້າ​ຫາກ​ສິ່ງນີ້​ເປັນ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ຂອງ​ພວກ​ທ່ານ​ແລ້ວ, ພວກ​ທ່ານ​ມີ​ຫຍັງ​ແດ່​ຂັດ​ຂ້ອງ ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?”3

ຂໍ້​ຄວາມ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ ໄດ້​ເຂົ້າ​ສູ່ຫົວ​ໃຈ ແລະ ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ, ແລະ ທັນ​ໃດ​ນັ້ນ​ພວກ​ເຮົາ​ກໍຮູ້​ສຶກ ແລະ ຮູ້​ວ່າ ບໍ່​ມີ​ເຫດ​ຜົນ​ໃດເລີຍ ທີ່​ບໍ່​ໃຫ້​ພວກ​ເຮົາຮັບ​ບັບ​ຕິ​ສະ​ມາ. ພວກ​ເຮົາ​ຮູ້​ວ່າ ຄວາມ​ປາດ​ຖະ​ໜາ​ທີ່​ກ່າວ​ເຖິງໃນ​ຂໍ້​ນັ້ນ ກໍ​ເປັນ​ຄວາມ​ປາດ​ຖະໜາ​ຂອງ​ໃຈ​ຂອງ​ພວກ​ເຮົາ​ຄື​ກັນ ແລະ ວ່າ​ມັນ​​ສຳ​ຄັນ​ແທ້ໆ. ມັນ​ສຳ​ຄັນ​ຫລາຍກວ່າ​ຄວາມ​ເຂົ້າ​ໃຈ​ທຸກ​ສິ່ງ ເພາະ​ພວກ​ເຮົາ​ຮູ້​ພຽງ​ພໍ​ແລ້ວ. ພວກ​ເຮົາ​ໄດ້​ເ​ພິ່ງ​ການ​ນຳ​ພາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມາຕະ​ຫລອດ ແລະ ພວກ​ເຮົາ​ແນ່​ໃຈ​ວ່າ ພຣະ​ອົງ​ຈະ​ສືບ​ຕໍ່​ນຳ​ພາ​ພວກ​ເຮົາ.

ສະ​ນັ້ນ, ໃນ​ມື້​ດຽວ​ກັນ​ນັ້ນ, ພວກ​ເຮົາ​ຈຶ່ງ​ໄ​ດ້​ຫາມື້ ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ, ແລະ ບໍ່​ດົນ​ພວກ​ເຮົາກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ໃນ​ທີ່​ສຸດ!

ຮູບ​ພາບ
ການ​ຮັບ​ບັບ​ຕິ​ສະ​ມາ​ຂອງ​ແອວເດີ ແລະ ຊິດສະເຕີ ແຮວດ໌

ພວກເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ນັ້ນ?

ທຳ​ອິດ, ພວກ​ເຮົາ​ຮຽນ​ຮູ້​ວ່າ ພວກ​ເຮົາ​ສາ​ມາດ​ໄວ້​ວາງ​ໃຈທັງ​ໝົດ ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ, ຜູ້​ພະ​ຍາ​ຍາມ​ຊ່ວຍ​ເຫລືອ​ເຮົາ​ຢູ່​ສະ​ເໝີ ໃຫ້​ກາຍ​ເປັນ​ບຸກ​ຄົນ​ທີ່​ພຣະ​ອົງ​ຮູ້​ວ່າ ເຮົາ​ສາ​ມາດ​ກາຍ​ເປັນໄດ້. ພວກ​ເຮົາ​ຢືນ​ຢັນ​ຄວາມ​ຈິງ​ທີ່​ເລິກ​ຊຶ້ງ ຂອງ​ພຣະ​ຄຳ​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ແກ່​ລູກ​ຫລານ​ມະ​ນຸດ​ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ; ຜູ້​ທີ່​ເຊື່ອ​ຟັງ​ກົດ​ເກນ​ຂອງ​ເຮົາ ແລະ ງ່ຽງ​ຫູ​ຟັງ, … ເພາະ​ວ່າ​ເຂົາ​ຈະ​ຮຽນ​ຮູ້​ເຖິງ​ປັນ​ຍາ; ເມື່ອ​ເຂົາ​ຮັບ​ໄວ້ ເຮົາ​ຈະ​ໃຫ້​ເຂົາ​ອີກ.”4

ແລະ ສອງ, ພວກເຮົາ​ຮຽນ​ຮູ້​ວ່າ, ນອກ​ເໜືອ​ໄປ​ຈາກ​ຄວາມ​​ຄິດ​ທີ່​ມີ​ເຫດ​ຜົນ​ຂອງພວກ​ເຮົາ​ແລ້ວ, ຍັງ​ມີ​ດ້ານໜຶ່ງ​ອີກ ທີ່​ຈະ​ຫາ​ຄວາມ​ຮູ້​ຕື່ມ​ໄດ້ ທີ່​ນຳ​ພາ ແລະ ໃຫ້​ຄວາມ​ເຂົ້າ​ໃຈ​ແກ່​ເຮົາ. ນັ້ນ​ຄື ສຽງ​ແຜ່ວ​ເບົາ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ອົງ ທີ່​ກ່າວ​ຕໍ່​ຫົວ​ໃຈ​ເຮົາ ແລະ ຕໍ່​ຄວາມ​ນຶກ​ຄິດ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ມັກ​ປຽບ​ທຽບ​ຫລັກ​ທຳ​ຂໍ້​ນີ້ ໃສ່​ກັບ​ຄວາມ​ສາ​ມາດ​ຫລຽວ​ເຫັນຂອງ​ເຮົາ. ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ ບໍ່​ໄດ້​ມອບ​ຕາ​ໜ່ວຍ​ດຽວ​ໃຫ້​ເຮົາ ແຕ່​ໄດ້​ມອບ​ໃຫ້​ສອງ​ໜ່ວຍ. ເຮົາ​ສາ​ມາດ​ເຫັນ​ຫລາຍ​ພໍ​ດ້ວຍ​ຕາ​ໜ່ວຍ​ດຽວ, ແຕ່​ດ້ວຍ​ຕາ​ອີກ​ໜ່ວຍ​ໜຶ່ງ ເຮົາ​ໄດ້​ເຫັນ​ມຸມມອງໜຶ່ງ​ອີກ. ເມື່ອມຸມມອງທັງ​ສອງ​ໄດ້​ຖືກ​ໂຮມ​ເຂົ້າ​ກັນ​ຢູ່​ໃນ​ສະ​ໝອງ, ມັນ​ໄດ້​ສ້າງ​ພາບ​ທີ່​ເຮົາ​ຫລຽວ​ເຫັນ​ຮອບໆ ເປັນ​ຮູບ​ສາມ​ມິ​ຕິ.

ເຊັ່ນ​ດຽວ​ກັນ​ນັ້ນ, ເຮົາ​ໄດ້​ຮັບ​ຂໍ້​ມູນ​ຈາກ​ສອງ​ແຫລ່ງ, ຜ່ານ​ທາງ​ຄວາມ​ສາ​ມາດ​ທາງ​ຮ່າງ​ກາຍ ແລະ ທາງວິນ​ຍານ. ຄວາມ​ນຶກ​ຄິດ​ຂອງ​ເຮົາ​ຈະ​ສ້າງ​ທັດ​ສະ​ນະ​ໜຶ່ງ ຜ່ານ​ທາງ​ຄວາມ​ຮູ້​ສຶກ​ທາງ​ຮ່າງ​ກາຍ ແລະ ຜ່ານ​ທາງ​ເຫດ​ຜົນ​ຂອງ​ເຮົາ. ແຕ່​ຜ່ານ​ທາງ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ບິ​ດາ​ໄດ້​ມອບ​ມຸມມອງ​ທີ​ສອງ​ໃຫ້​ເຮົາ, ຊຶ່ງ​ເປັນ​ສິ່ງ​ທີ່​ສຳ​ຄັນ ແລະ ຈິງ​ແທ້ ເພາະ​ມັນ​ມາ​ຈາກ​ພຣະ​ອົງ​ໂດຍ​ກົງ. ແຕ່, ເຖິງ​ແມ່ນການ​ກະ​ຕຸ້ນຂອງ​ພຣະ​ວິນ​ຍານ ສ່ວນ​ຫລາຍ​ແລ້ວ ແມ່ນ​ເຫັນ​ໄດ້​ຍາກ, ສະນັ້ນ​ຫລາຍ​ຄົນ​ຈຶ່ງບໍ່​ຮູ້ຈັກ​ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມນີ້.

ເມື່ອ​ມຸມມອງສອງ​ຢ່າງນີ້​ມາ​ໂຮມເຂົ້າ​ກັນ​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ, ມັນ​ຈະ​ສະ​ແດງ​ຮູບ​ພາບ​ທີ່​ແທ້​ຈິງ​ຂອງ​ສິ່ງ​ຕ່າງໆ ດັ່ງ​ທີ່​ມັນ​ເປັນ​ຢູ່. ຕາມ​ຈິງ​ແລ້ວ, ຜ່ານ​ມຸມມອງເພີ່ມ​ເຕີມ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, “ຄວາມ​ເປັນ​ຈິງ,” ໃດ​ໜຶ່ງ​ໂດຍ​ສະ​ເພາະ ​​ຕາມ​ທີ່​ອະ​ທິ​ບາຍ​ໄວ້ ຜ່ານ​ທາງ​ຄວາມ​ເຂົ້າ​ໃຈ​ທາງ​ຈິດ​ຂອງ​ເຮົາ, ສາ​ມາດ​ຖືກ​ເປີດ​ເຜີຍ​ວ່າ ເປັນ​ການຫລອກ​ລວງ ຫລື ຜິດ​ຢ່າງ​ຊັດ​ເຈນ. ຂໍ​ໃຫ້​ຈື່​ຈຳ​ຖ້ອຍ​ຄຳ​ຂອງໂມ​ໂຣ​ໄນ ທີ່ວ່າ: “ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທ່ານ​ຈະ​ຮູ້​ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ.”5

ໃນເວ​ລາ 31 ປີ ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ໄດ້​ມີ​ປະ​ສົບ​ການ​ຫລາຍ​ເທື່ອ​ວ່າ ຖ້າ​ຫາກ​ເຮົາ​ເພິ່ງ​ອາ​ໄສ​ພຽງ​ແຕ່​ຄວາມ​ນຶກ​ຄິດ​ທີ່​ມີ​ເຫດ​ຜົນ​ຂອງ​ເຮົາ​ເທົ່າ​ນັ້ນ ແລະ ປະ​ຕິ​ເສດ ຫລື ບໍ່​ເອົາ​ໃຈ​ໃສ່​ກັບ​ຄວາມ​ເຂົ້າ​ໃຈ​ທາງວິນ​ຍານ ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ຈາກ​ການ​ກະ​ຕຸ້ນ ແລະ ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແລ້ວ, ກໍ​ເທົ່າ​ກັບ​ວ່າ​ເຮົາ​ດຳ​ເນີນ​ໄປ​ໃນຊີ​ວິດ ດ້ວຍ​ຕາ​ພຽງ​ໜ່ວຍ​ດຽວ​ເທົ່າ​ນັ້ນ. ແຕ່ຕາມ​ການ​ເວົ້າ​ປຽບ​ທຽບ, ເຮົາ​ກໍ​ໄດ້​ຮັບຕາ​ສອງ​ໜ່ວຍແທ້ໆ. ພຽງ​ແຕ່​ໂດຍການ​ເບິ່ງ​ດ້ວຍ​ຕາ​ທັງ​ສອງ​ໜ່ວຍ​ເທົ່າ​ນັ້ນ ເຮົາ​ຈຶ່ງ​ຈະ​ສາ​ມາດ​ເຫັນ​ພາບທີ່​ແທ້​ຈິງ ແລະ ສົມ​ບູນ​ແບບ ຂອງ​ຄວາມ​ຈິງ​ທຸກ​ຢ່າງ ແລະ ທຸກ​ສິ່ງ​ທີ່​ເຮົາ​ປະ​ເຊີນ​ໃນ​ຊີ​ວິດ​ຂອງ​ເຮົາ, ຕະ​ຫລອດ​ທັງ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ ແລະ ເລິກ​ຊຶ້ງ ເຖິງ​ເອ​ກະ​ລັກ ແລະ ຈຸດ​ປະ​ສົງ​ຂອງ​ເຮົາ ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ພຣະ​ຊົນ​ຢູ່.

ຂ້າ​ພະ​ເຈົ້າ​ຖືກ​ເຕືອນ​ໃຈ​ເຖິງ​ສິ່ງ​ທີ່​ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ສິດ​ສອນປີ​ແລ້ວນີ້ ເມື່ອ​ເພິ່ນ​ໄດ້​ກ່າວ​ວ່າ “ໃນ​ອະ​ນາ​ຄົດ, ມັນ​ເປັນ​ໄປ​ບໍ່​ໄດ້ ທີ່​ເຮົາ​ຈະ​ປອດ​ໄພ​ທາງວິນ​ຍານ ຖ້າ​ປາດ​ສະ​ຈາກ​ການ​ນຳ​ພາ, ການ​ຊີ້​ນຳ, ແລະ ອິດ​ທິ​ພົນ​ທີ່​ປອບ​ໂຍນ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”6

ຂ້າ​ພະ​ເຈົ້າ​ຮູ້ ດ້ວຍ​ຄວາມ​ແນ່ນອນ​ໃຈ​ວ່າ:

  • ເຮົາ​ມີ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ ທີ່​ຊົງ​ຮັກ, ແລະ ເຮົາ​ທຸກ​ຄົນ​ໄດ້​ເຫັນ​ພ້ອມ​ນຳ​ກັນ ທີ່​ຈະ​ມາ​ສູ່​ໂລກນີ້ ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ແຜນ​ແຫ່ງ​ສະ​ຫວັນ.

  • ພຣະ​ເຢ​ຊູ​ຄື ພຣະ​ຄຣິດ; ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ຂ້າ​ພະ​ເຈົ້າ.

  • ໂຈເຊັບ, ເດັກ​ນ້ອຍ​ຊາວ​ໄຮ່​ຊາວ​ນາ, ໄດ້​ຖືກ​ເອີ້ນ ແລະ ກາຍ​ເປັນ​ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່ ຜູ້​ໄດ້​ລິ​ເລີ່ມ​ຍຸກ​ສະ​ໄໝ​ແຫ່ງ​ຄວາມ​ສົມ​ບູນ​ຂອງ​ເວ​ລານີ້ ດ້ວຍ​ຂໍ​ກະ​ແຈ, ອຳ​ນາດ, ແລະ ສິດ​ອຳ​ນາດ​ທັງ​ໝົດ ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ​ຂອງ​ພຣະ​ເຈົ້າ.

  • ພຣະ​ຄຳ​ພີ​ມໍ​ມອນ ເປັນ​ພະ​ຍານ​ທີ​ສອງ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ແລະ ວ່າ​ຄອບ​ຄົວ​ຖືກ​ຈັດ​ແຕ່ງ​ໃຫ້​ຢູ່​ນຳ​ກັນ​ຕະ​ຫລອດ​ໄປ.

  • ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ນຳ​ພາ​ສາດ​ສະ​ໜາ​ຈັກ​ນີ້, ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ, ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ປະ​ທານ​ຣະໂຊ ເອັມ ແນວສັນ, ໃນ​ທຸກວັນ​ນີ້.

ຄວາມ​ຈິງ​ເຫລົ່າ​ນີ້ ແລະ ຫລາຍໆ​ຢ່າງ​ທີ່​ມີ​ຄ່າ ໄດ້​ກາຍ​ເປັນ​ຫລັກ​ທຳທີ່​ເສີມ​ສ້າງ​ຂ້າ​ພະ​ເຈົ້າ​ທາງວິນ​ຍານ ຊຶ່ງພຣະ​ເຈົ້າ​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ໃຫ້​ກາຍ​ເປັນ. ແລະ ຂ້າ​ພະ​ເຈົ້າ​ກໍ​ລໍ​ຄອຍ​ຄຳ​ສອນ​ໃໝ່​ຫລາຍ​ຢ່າງ​ຕື່ມ​ອີກ ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ຂ້າ​ພະ​ເຈົ້າ—ແລະ ທ່ານ—ໄດ້​ຮັບ ຂະ​ນະ​ທີ່​ເຮົາ​ດຳ​ເນີນ​ໄປ​ໃນ​ຊີ​ວິດນີ້ ແລະ “ຮຽນ​ຮູ້ … ແມ່ນ​ແຕ່​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ​ນຳ​ອີກ.”

ຂ້າ​ພະ​ເຈົ້າ​ຮູ້​ຈັກ​ສິ່ງ​ເຫລົ່າ​ນີ້​ວ່າ ເປັນ​ຄວາມ​ຈິງ ແລະ ເປັນ​ພະ​ຍານ​ເຖິງມັນ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ພິມ