​2010–2019
ການ​ກະ​ກຽມສຳ​ລັບ​ການ​ສະ​ເດັດກັບ​ຄືນ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ການ​​ກະ​ກຽມສຳ​ລັບ​ການ​ສະ​ເດັດກັບ​ຄືນ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ສາດ​ສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່ພົນ​ຍຸກສຸດ​ທ້າຍ ໄດ້​ຮັບ​ອຳ​ນາດ ແລະ ໄດ້​ຮັບ​ການມອບ​ໝາຍ​ພິ​ເສດ ໃຫ້​ສາມ​າດ​ບັນ​ລຸ​​ການ​ກະ​ກຽມ​ທີ່​ຈຳ​ເປັນ ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ສອງ​ອາ​ທິດ​ໜ້ານີ້, ເຮົາ​ກໍຈະ​ສະ​ເຫລີມ​ສະ​ຫລອງວັນ​ອີດ​ສະ​ເຕີ​ແລ້ວ. ການ​ຟື້ນ​ຄືນ​ພຣະ​ຊົນ​ຢືນ​ຢັນ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເຖິງຄວາມ​ເປັນ​ຈິງ​ຂອງ​ພຣະ​ເຈົ້າອົງ​ເປັນ​ພຣະ​ບິ​ດາ. ຄວາມ​ຄິດ​ຂອງ​ເຮົາ​ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ເຮົາ​ໄຕ່​ຕອງ “ພຣະ​ຊົນ​ຊີບ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ ແລະ ຄຸນ​ນະ​ທຳ​ອັນ​ເປັນ​ນິດ​ແຫ່ງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ.”1 ຂ້າ​ພະ​ເຈົ້າ​ຫວັງ​ວ່າ ເຮົາ​ຈະ​ຄິດ​ກ່ຽວ​ກັບ​ການ​ສະ​ເດັດ​ກັບ​ຄືນ​ມາ​ຂອງ​ພຣະ​ອົງ​ຄື​ກັນ ເມື່ອ “ພຣະ​ອົງ​ຈະ​ປົກ​ຄອງ​ເປັນ​ມະ​ຫາກະ​ສັດ ແລະ … ຈອມ​ເຈົ້າ​ນາຍ.”2

ດົນ​ນານ​ມາ​ແລ້ວ ຢູ່​ໃນ​ເມືອງບວຍອາໂນສ໌ ແອເຣສ໌, ປະ​ເທດ​ອາກຊັງຕິນ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມກອງ​ປະ​ຊຸມ​ກັບ​ບັນ​ດາ​ຜູ້​ນຳພາສາດ​ສະ​ໜາ​ຕ່າງໆ. ເຫັນ​ໄດ້​ວ່າ ພວກ​ເພິ່ນທຸກ​ຄົນ​ກໍ​ມີ​ຄວາມ​ຮັກ​ຕໍ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ​ຫລາຍ​ທີ່​ສຸດ. ພວກ​ເພິ່ນມີ​ຈຸດ​ປະ​ສົງ​ທີ່​ຈະ​ຊ່ວຍ​ບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຊ່ວຍ​ເຫລືອ​ຜູ້​ຄົນ​ໃຫ້​ມີ​ຊີ​ວິດ​ດີ​ຂຶ້ນ ຈາກ​ການ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ ແລະ ຈາກຄວາມ​ທຸກ​ຍາກ​ລຳ​ບາກ. ຂ້າ​ພະ​ເຈົ້າ​ຄິດເຖິງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ ທີ່​ສາດ​ສະ​ໜາ​ຈັກ​ນີ້​ໄດ້​ກະ​ທຳ, ຮ່ວມ​ທັງ​ໂຄງ​ການ​ຕ່າງໆ​ທີ່​ຮ່ວມ​ມື​ກັບ​ກຸ່ມ​ນັບ​ຖື​ສາດ​ສະ​ໜາ​ອື່ນໆ ທີ່​ມາ​ຮ່ວມກອງ​ປະ​ຊຸມນັ້ນ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ກະ​ຕັນ​ຍູ​ສຳ​ລັບ​ນ້ຳ​ໃຈ​ອັນ​ກວ້າງ​ຂວາງ ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ທີ່​ຊ່ວຍ​ໃຫ້​ການ​ຮັບ​ໃຊ້​ເໝືອນ​ດັ່ງ​ພຣະ​ຄຣິດ​ເຊັ່ນ​ນັ້ນ ເປັນ​ໄປ​ດ້ວຍ​ດີ.

ໃນ​ນາ​ທີນັ້ນ​ເອງ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຢືນ​ຢັນ​ສອງ​ຢ່າງ​ຕໍ່​ຂ້າ​ພະ​ເຈົ້າ. ຢ່າງ​ທີ​ໜຶ່ງ, ວຽກ​ງານ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ ເພື່ອ​ສະ​ໜອງຄວາມ​ຕ້ອງ​ການ​ທາງ​ໂລກ ແມ່ນ​ສຳ​ຄັນ ແລະ ຕ້ອງ​ດຳ​ເນີນ​ຕໍ່​ໄປ. ຢ່າງ​ທີ​ສອງ​ແມ່ນ ສິ່ງ​ທີ່ບໍ່​ໄດ້​ຄາດ​ຄິດ, ແຕ່​ມີ​ພະ​ລັງ ແລະ ແຈ່ມ​ແຈ້ງ. ມັນ​ແມ່ນ: ການ​ຮັບ​ໃຊ້​ທີ່​ເກີນກວ່າ​ຄວາມ​ບໍ່ເຫັນ​ແກ່​ຕົວ, ມັນ​ສຳ​ຄັນ​ຫລາຍ​ທີ່​ສຸດ ເພື່ອ​ກະ​ກຽມໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ເມື່ອ​ພຣະ​ອົງ​ສະ​ເດັດ​ມາ, ການ​ກົດ​ຂີ່​ຂົ່ມ​ເຫັງ ແລະ ຄວາມບໍ່​ຍຸດ​ຕິ​ທຳ ບໍ່​ພຽງ​ແຕ່​ຈະ​ມີ​ໜ້ອຍ​ລົງ​ເທົ່າ​ນັ້ນ; ແຕ່​ມັນ​ຈະ​​ໝົດໄປ.

ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ໝາ​ປ່າ​ຈະ​ຢູ່​ກັບ​ລູກ​ແກະ, ເສືອ​ດາວຈະ​ນອນ​ຢູ່​ກັບ​ແກະ, ແລະ ລູກ​ງົວ​ກັບ​ລູກ​ສິງ​ຈະ​ຫາ​ກິນ​ຢູ່​ນຳ​ກັນ, ແລະ ເດັກ​ນ້ອຍ​ຈະ​ເປັນ​ຜູ້​ລ້ຽງ​ມັນ. …

ມັນ​ຈະ​ບໍ່​ທຳຮ້າຍ ຫລື ທຳລາຍ​ໄປ​ທົ່ວ​ພູ​ເຂົາ​ອັນ​ສັກສິດ​ຂອງ​ເຮົາ; ເພາະວ່າ​ແຜ່ນດິນ​ໂລກ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ກ່ຽວ​ກັບ​ເລື່ອງ​ຂອງ​ພຣະ​ຜູ້​ເປັນເຈົ້າ​ຄື​ກັນ​ກັບ​ນ້ຳ​ປົກ​ຄຸມ​ທະເລ.3

ຄວາມ​ທຸກ​ຍາກ​ລຳ​ບາກ ແລະ ຄວາມ​ທຸກ​ທໍ​ລະ​ມານ ຈະ​ບໍ່​ພຽງ​ແຕ່ມີ​ໜ້ອຍ​ລົງ​ເທົ່າ​ນັ້ນ; ແຕ່​ມັນ​ຈະ​ຫາຍ​ໄປ:

“ພວກ​ເຂົາ​ຈະບໍ່​ອຶດ​ເຂົ້າ​ຢາກ​ນ້ຳ​ອີກ​ຕໍ່​ໄປ​ຈັກ​ເທື່ອ, ຕາ​ເວັນ ຫລື ແສງ​​ແດດ​​ທີ່​​ເຈີດ​ຈ້າ ຈະ​ບໍ່​ເຜົາ​ໄໝ້​ພວກ​ເຂົາ.

“ເພາະ​ພຣະ​ເມ​ສາ​ນ້ອຍ​ທີ່​ປະ​ທັບ​ຢູ່​ທ່າມ​ກາງ​ພຣະ​ບັນ​ລັງ​ນັ້ນ ຈະ​ເປັນ​ຜູ້​ລ້ຽງ​ຂອງ​ພວກ​ເຂົາ. ພຣະ​ອົງ​ຈະ​ນຳ​ພວກ​ເຂົາ​ໄປ​ເຖິງ​ບໍ່​ນ້ຳພຸ​ແຫ່ງ​ຊີ​ວິດ: ແລະ ພຣະ​ເຈົ້າ​ຈະ​ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກ​ເຂົາ.”4

ແມ່ນ​ແຕ່​ຄວາມ​ເຈັບ​ປວດ ແລະ ຄວາມ​ໂສກ​ເສົ້າເພາະການ​ຕາຍ ກໍ​ຈະ​ບໍ່​ມີ​ອີກ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ໃນ​ວັນນັ້ນ ເດັກ​ແດງ​ທາ​ລົກ​ຈະ​ບໍ່​ຕາຍ​ຈົນ​ກວ່າ​ເຂົາ​ຈະ​ແກ່​ເຖົ້າ; ແລະ ຊີ​ວິດ​ຂອງ​ເຂົາ​ຈະ​ເປັນ​ດັ່ງ​ອາ​ຍຸ​ຂອງ​ຕົ້ນ​ໄມ້;

ແລະ ເມື່ອ​ເຂົາ​ຕາຍ, ເຂົາ​ຈະ​ບໍ່​ຫລັບ​ໄປ, ນັ້ນ​ໝາຍ​ເຖິງ​ໃນ​ດິນ, ແຕ່​ຈະ​ຖືກ​ປ່ຽນ​ໄປ​ໃນ​ພິບ​ຕາ​ດຽວ, ແລະ ຈະ​ຖືກ​ຍົກ​ຂຶ້ນ​ໄປ, ແລະ ຄວາມ​ພັກ​ຜ່ອນ​ຂອງ​ເຂົາ​ຈະ​ຮຸ່ງ​ເຫລື້ອມ.5

ແມ່ນ​ແລ້ວ, ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້ ເພື່ອ​ບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ໂສກ​ເສົ້າ ໃນ​ເວ​ລານີ້, ແລະ ໃຫ້​ເຮົາ​ອຸ​ທິດ​ຕົນ​ຫລາຍກວ່າ​ເກົ່າ ໃນ​ການ​ກະ​ກຽມສິ່ງ​ຈຳ​ເປັນສຳ​ລັບ​ວັນ​ນັ້ນ ເມື່ອ​ຄວາມ​ເຈັບ​ປວດ ແລະ ສິ່ງ​ຊົ່ວ​ຮ້າຍ​ຈະໝົດ​ໄປ, ເມື່ອ​ພຣະ​ຄຣິດ​ຈະ​ປົກ​ຄອງ​ແຜ່ນ​ດິນ​ໂລກ​ເອງ ແລະ ວ່າ​ແຜ່ນ​ດິນ​ໂລກ … ຈະ​ໄດ້​ຮັບ​ລັດ​ສະ​ໝີ​ພາບ​ແຫ່ງ​ສຸ​ຂະ​ເສີມ​ຂອງ​ມັນ.6 ມັນ​ຈະ​ເປັນ​ວັນ​ແຫ່ງ​ການ​ໄຖ່ ແລະ ການ​ພິ​ພາກ​ສາ. ອະ​ດີດຄຸນ​ພໍ່​ແຫ່ງ ເດີແຮມ, ດຣ ເອັນ ທີ ວະໄຣ້, ໄດ້​ບັນ​ຍາຍ​ຢ່າງ​ເໝາະ​ສົມ ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຊົດ​ໃຊ້, ການ​ຟື້ນ​ຄືນ​ພຣະ​ຊົນ, ແລະ ການ​ຕັດ​ສິນ​ຂອງ​ພຣະ​ຄຣິດ ໃນ​ການ​ເອົາ​ຊະ​ນະ​ຄວາມບໍ່​ຍຸດ​ຕິ​ທຳ ແລະ ເຮັດ​ໃຫ້​ທຸກ​ສິ່ງ​ຖືກ​ຕ້ອງ.

ເພິ່ນ​ກ່າວ​ວ່າ: “ພຣະ​ເຈົ້າ​ໄດ້​ຕັ້ງ​ວັນ​ໜຶ່ງ​ໄວ້ ຊຶ່ງ​ໃນ​ວັນ​ນັ້ນ ພຣະ​ອົງ​ຈະ​ໃຫ້​ໂລກ​ໄດ້​ຮັບ​ການ​ພິ​ພາກ​ສາ​ຢ່າງ​ຖືກ​ຕ້ອງ ໂດຍ​ຜູ້​ໜຶ່ງ​ທີ່​ຖືກ​ກຳ​ນົດ​ໄວ້​ແລ້ວ—ແລະ ໃນ​ເລື່ອງນີ້ ພຣະ​ອົງ​ໃຫ້​ທຸກ​ຄົນ​ແນ່​ໃຈ​ໄດ້ ໂດຍ​ການໃຫ້​ຊາຍ​ຜູ້ນີ້​ຟື້ນ​ຄືນ​ຊີ​ວິດ. ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ນາ​ຊາ​ເຣັດ, ແລະ ໂດຍ​ສະ​ເພາະ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ຈາກ​ຄວາມ​ຕາຍ, ເປັນ​ຮາກ​ຖານ​ຂອງ​ຄວາມ​ແນ່ນອນ​ໃຈ​ວ່າ ໂລກ​ມະ​ນຸດບໍ່​ໄດ້​ເປັນ​ເລື່ອງ​ບັງ​ເອີນ. ມັນ​ບໍ່​ໄດ້​ສັບ​ສົນ​ໃນ​ທີ່​ສຸດ; ວ່າ​ເມື່ອ​​ເຮົາ​ມີ​ຄວາມ​ຍຸດ​ຕິ​ທຳ​ໃນ​ປະ​ຈຸ​ບັນ ເຮົາ​ບໍ່​ໄດ້​ເສຍ​ເວ​ລາພະ​ຍາ​ຍາມ​ຄ້ຳ​ຈູນ​ຕຶກ​ສູງ​ທີ່​ຈະ​ລົ້ມ​ລົງ​ໃນ​ທີ່​ສຸດ, ຫລື ແປງ​ລົດ​ທີ່ໃຊ້​ການບໍ່​ໄດ້​ອີກ​ແລ້ວ. ເມື່ອ​ພຣະ​ເຈົ້າ​ໄດ້ໂຜດ​ພຣະ​ເຢ​ຊູ​ຈາກ​ຄວາມ​ຕາຍ, ນັ້ນ​ແມ່ນ​ເຫດ​ການນ້ອຍ​ໜຶ່ງ ຊຶ່ງໃນ​ນັ້ນ ເຫດ​ການ​ພິ​ພາກ​ສາ​ທີ່​ໃຫຍ່​ໂຕໃນ​ທີ່​ສຸດ ໄດ້​ຖືກ​ສະ​ຫລຸບ​ໄວ້, ຄື​ກັນ​ກັບ​ເມັດ​ພືດ, ເມັດພືດ … ແຫ່ງ​ຄວາມ​ຫວັງສູງ​ສຸດ. ພຣະ​ເຈົ້າ​ໄດ້​ປະ​ກາດ ໃນ​ທາງ​ທີ່​ມີ​ພະ​ລັງ​ວ່າ ພຣະ​ເຢ​ຊູ​ແຫ່ງ​ນາ​ຊາ​ເຣັດ ເປັນ​ພຣະ​ເມ​ຊີ​ອາ. … ໃນ​ຄວາມ​ກົງ​ກັນ​ຂ້າມ​ຫລາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, [ພຣະ​ເຢ​ຊູ] ເອງ ໄດ້​ຖືກ​ຕັດ​ສິນ​ຢ່າງ​ໂຫດ​ຮ້າຍ ແລະ ບໍ່​ຍຸດ​ຕິ​ທຳ ຊຶ່ງ​ເປັນ​ເຄື່ອງ​ໝາຍ ແລະ ລວມ​ຄວາມ​ໂຫດ​ຮ້າຍ ແລະ ຄວາມບໍ່​ຍຸດ​ຕິ​ທຳ​ທັງ​ໝົດ​ຂອງ​ປະ​ຫວັດ​ສາດ​ເຂົ້າ​ກັນ, ເພື່ອ​ທົນ​ກັບ​ຄວາມ​ວຸ້ນ​ວາຍ, ຄວາມ​ມືດ​ມົວ, ຄວາມ​ໂຫດ​ຮ້າຍ, ຄວາມບໍ່​ຍຸ​ດຕິ​ທຳ​ນັ້ນ ດ້ວຍ​ພຣະ​ອົງ​ເອງ, ແລະ ເຮັດ​ໃຫ້​ອຳ​ນາດ​ຂອງ​ມັນ​ໝົດ​ໄປ.”7

ໃນ​ຂະ​ນະທີ່​ຂ້າ​ພະ​ເຈົ້າໄປ​ຮ່ວມກອງປະ​ຊຸມ​ໃນ​ເມືອງບວຍອາໂນສ໌ ແອເຣສ໌ ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ມານັ້ນ, ພຣະ​ວິນ​ຍານ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ແຈ້ງວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ຮັບ​ອຳ​ນາດ ແລະ ໄດ້​ຮັບ​ການມອບ​ໝາຍ​ພິ​ເສດ ໃຫ້​ສາມາດ​ບັນ​ລຸ​ການ​ກະ​ກຽມ​ທີ່​ຈຳ​ເປັນ ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ຕາມ​ຈິງ​ແລ້ວ, ມັນ​ໄດ້​ຖືກ​ຟື້ນ​ຟູ​ສຳ​ລັບ​ຈຸດ​ປະ​ສົງ​ນັ້ນ​ເອງ. ມີ​ບ່ອນ​ໃດ​ແດ່​ທີ່ທ່ານ​ສາ​ມາດຊອກ​ເຫັນ​ຜູ້​ຄົນ​ທີ່​ຮັບ​ເອົາ​ສະ​ໄໝ​ປະ​ຈຸ​ບັນ ດັ່ງ​ທີ່​ຖືກທຳ​ນາຍ​ໄວ້ວ່າ​ເປັນ “ຍຸກ​ສະ​ໄໝ​ແຫ່ງ​ຄວາມ​ສົມ​ບູນ​ຂອງ​ເວ​ລາ,” ຊຶ່ງ​ໃນ​ນັ້ນ ພຣະ​ເຈົ້າ​ມີ​ຈຸດ​ປະ​ສົງ ທີ່​ຈະ “ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້​ໃນ​ພຣະ​ຄຣິດ”?8 ຖ້າ​ທ່ານ​ຊອກບໍ່​ເຫັນຢູ່​ໃນ​ນີ້ ໃນ​ກຸ່ມ​ຝູງ​ຊົນ​ຜູ້​ຕັ້ງ​ໃຈ​ທີ່​ຈະ​ບັນ​ລຸ​ສິ່ງ​ທີ່​ຈຳ​ເປັນ​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ ສຳ​ລັບ​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ ເພື່ອ​ກະ​ກຽມ​ສຳ​ລັບ​ວັນ​ນັ້ນ, ຖ້າ​ຫາກ​ທ່ານ​ຊອກບໍ່​ເຫັນຢູ່​ໃນ​ນີ້ ໃນ​ກຸ່ມ​ອົງ​ການ​ທີ່​ເຕັມ​ໃຈ​ສະ​ລະ​ເວ​ລາ ແລະ ຊັບ​ສິບ​ຢ່າງ​ຫລວງ​ຫລາຍ ເພື່ອ​ເຕົ້າ​ໂຮມ ແລະ ກະ​ກຽມຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ ເພື່ອຕ້ອນ​ຮັບ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ທ່ານ​ຄົງ​ຫາບໍ່​ພົບຢູ່​ບ່ອນໃດ​ອີກ​ແລ້ວ.

ໃນ​ການ​ກ່າວ​ຕໍ່​ສາດ​ສະ​ໜາ​ຈັກ ໃນ​ປີ 1831, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ:

ຂໍ​ກະ​ແຈ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໄດ້​ຖືກມອບ​ໃຫ້​ແກ່​ມະ​ນຸດ​ຢູ່ເທິງ​ແຜ່ນ​ດິນ​ໂລກ, ແລະ ຈາກ​ບ່ອນນັ້ນ​ພຣະ​ກິດ​ຕິ​ຄຸນ​ຈະ​ຂະ​ຫຍາຍ​ອອກ​ໄປ ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ຄື​ກັນ​ກັບ​ຫີນ​ກ້ອນ​ໜຶ່ງ​ຊຶ່ງ​ແຕກ​ອອກ​ມາ​ເອງ​ຈາກ​ໜ້າ​ຜາ ໂດຍບໍ່​ມີ​ຜູ້​ໃດ​ເຮັດ ຈະ​ກິ້ງ​ອອກ​ໄປ​ຈົນ​ເຕັມ​ແຜ່ນ​ດິນ​ໂລກ. …

ຈົ່ງ​ເອີ້ນຫາ​ພຣະຜູ້​ເປັນເຈົ້າ, ເພື່ອວ່າ​ອານາຈັກ​ຂອງ​ພຣະອົງ​ຈະ​ຂະຫຍາຍ​ອອກໄປເທິງ​ແຜ່ນດິນ​ໂລກ, ເພື່ອວ່າ​ຜູ້ອາໄສ​ໃນນັ້ນ​ຈະໄດ້​ຮັບມັນ, ແລະ ຕຽມພ້ອມ​ສຳລັບ​ວັນເວລາ​ທີ່ຈະ​ມາເຖິງ, ຊຶ່ງໃນ​ເວລາ​ນັ້ນ​ບຸດມະນຸດ​ຈະລົງ​ມາຈາກ​ຟ້າ​ສະຫວັນ, ຫຸ້ມຫໍ່​ດ້ວຍຄວາມ​ຮຸ່ງເຫລື້ອມ​ແຫ່ງ​ລັດສະໝີ​ພາບ​ຂອງ​ພຣະອົງ, ເພື່ອ​ພົບກັບ​ອານາຈັກ​ຂອງ​ພຣະເຈົ້າ ຊຶ່ງຕັ້ງຢູ່​ເທິງ​ແຜ່ນດິນ​ໂລກ.9

ເຮົາ​ຈະ​ເຮັດ​ສິ່ງ​ໃດ ເພື່ອ​ກະ​ກຽມ​ໃນ​ເວ​ລານີ້ ສຳ​ລັບ​ວັນ​ນັ້ນ? ເຮົາ​ສາ​ມາດ​ກະ​ກຽມ​ຕົວ​ເອງ​ດ້ວຍ​ກັນ; ເຮົາ​ສາ​ມາດ​ເຕົ້າ​ໂຮມ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ເຮົາ​ສາ​ມາດ​ຊ່ວຍ​ໄຖ່​ຄວາມ​ລອດ​ທີ່​​ສັນ​ຍາ​ໄວ້​ “ກັບ​ບັນ​ພະ​ບຸ​ລຸດ,” ຂອງ​ເຮົາ.10 ທຸກ​ສິ່ງ​ຢ່າງນີ້​ຕ້ອງ​ເກີດ​ຂຶ້ນໃນ​ລະ​ດັບ​ໃຫຍ່​ໂຕ ກ່ອນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ກັບ​ມາ​ອີກ.

ສິ່ງ​ທຳ​ອິດ, ແລະ ຈຳ​ເປັນ​ສຳ​ລັບ​ການ​ສະ​ເດັດ​ກັບ​ຄືນມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ສະ​ພາບ​ຢູ່​ເທິງ​ໂລກ​ຂອງ​ຜູ້​ຄົນ ທີ່​ຖືກ​ກະ​ກຽມໄວ້ ເພື່ອ​ຕ້ອນ​ຮັບ​ພຣະ​ອົງ ເວ​ລາ​ພຣະ​ອົງ​ສະ​ເດັດ​ມາ. ພຣະ​ອົງ​ໄດ້​ກ່າວ​ວ່າ ຜູ້​ທີ່​ມີ​ຊີ​ວິດ​ຢູ່​ເທິງ​ໂລກ ໃນ​ວັນ​ນັ້ນ, ຈາກ​​ຕ່ຳ​ຕ້ອຍທີ່​ສຸດ ຫາ​ຍິ່ງ​ໃຫຍ່​ທີ່​ສຸດ, … ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຈະ​ເຫັນ​ກັບ​ຕາ, ແລະ ຈະ​ເປັ່ງ​ສຽງ​ຂອງ​ພວກ​ເຂົາ, ແລະ ດ້ວຍ​ສຽງ​ຈະ​ຮ້ອງ​ເພງ​ໃໝ່​ນີ້​ນຳ​ກັນ, ມີ​ຄວາມ​ວ່າ. … ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕົ້າ​ໂຮມ​ທຸກ​ສິ່ງ​ໄວ້​ໃນ​ບ່ອນ​ດຽວ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ຊີໂອນ​ຄືນ​ມາ​ອີກ​ຈາກ​ເບື້ອງ​ບົນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ຊີໂອນ​ຄືນ​ມາ​ຈາກ​ຂ້າງ​ລຸ່ມ.11

ໃນ​ສະ​ໄໝ​ບູ​ຮານ, ພຣະ​ເຈົ້າ​ໄດ້​ເອົາ​ເມືອງ​ຊີໂອນ​ທີ່ຊອບ​ທຳ ໄປ​ໄວ້ກັບ​ພຣະ​ອົງ.12 ກົງ​ກັນ​ຂ້າມ, ໃນ​ຍຸກ​ສຸດ​ທ້າຍ ຊີໂອນ​ໃໝ່​ຈະ​ຕ້ອນ​ຮັບ​ພຣະ​ຜູ້​ເປັນ​ເຈົ້າ ເວ​ລາພຣະ​ອົງ​ສະ​ເດັດ​ກັບ​ຄືນມາ.13 ຊີໂອນ​ຄື ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ, ຜູ້​ຄົນ​ທີ່​ມີ​ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ, ຢູ່​ນຳ​ກັນ​ໃນ​ຄວາມ​ຊອບ​ທຳ ໂດຍ​ທີ່ບໍ່​ມີ​ຄົນ​ໃດ​ຍາກ​ຈົນ ຢູ່​ໃນ​ບັນ​ດາ​ພວກ​ເຂົາ.14 ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ, “ເຮົາ​ຕ້ອງ​ສ້າງ​ຊີໂອນ​ຂຶ້ນ ໃຫ້ເປັນ​ເມືອງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ.”15 ເຮົາ​ສ້າງ​ຊີໂອນ​ຢູ່​ໃນ​ບ້ານ​ເຮືອນ, ໃນ​ຫວອດ, ໃນ​ສາ​ຂາ, ແລະ ໃນ​ສະ​ເຕກ​ຂອງ​ເຮົາ ຜ່ານ​ທາງ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ຄວາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ, ແລະ ຄວາມ​ໃຈ​ບຸນ.16

ເຮົາ​ຕ້ອງ​ຮັບ​ຮູ້​ວ່າ ການ​ສ້າງ​ສາ​ຊີໂອນ ເກີດ​ຂຶ້ນ​ໃນວັນ​ເວ​ລາ​ທີ່​ວຸ້ນ​ວາຍ—ວັນ​ແຫ່ງ​ພຣະ​ພິ​ໂລດ, ວັນ​ແຫ່ງ​ການ​ເຜົາ​ໄໝ້, ວັນ​ແຫ່ງ​ການ​ອ້າງວ້າງ, ແຫ່ງ​ການ​ຮ້ອງ​ໄຫ້, ແຫ່ງ​ການ​ຄວນ​ຄາງ, ແລະ ແຫ່ງ​ການ​ເສົ້າ​ສະ​ຫລົດ​ໃຈ; ແລະ ດັ່ງ​ລົມ​ບ້າ​ໝູ ມັນ​ຈະ​ເກີດ​​ຂຶ້ນ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.17 ດັ່ງ​ນັ້ນ, ການ​ເຕົ້າ​ໂຮມ​ເຂົ້າ​ໃນ​ສະ​ເຕກ ຈຶ່ງ​ກາຍ​ເປັນການ​ປົກ​ປ້ອງ, ແລະ ເພື່ອ​ເປັນ​ບ່ອນ​ຫລົບ​ໄພ​ຈາກ​ພະ​ຍຸ, ແລະ ຈາກ​ພຣະ​ພິ​ໂລດ​ເມື່ອ​ມັນ​ຈະ​ຖອກ​ເທ​ລົງ​ມາ ໂດຍ​ສຸດ​ພະ​ລັງ​ເທິງ​ແຜ່ນ​ດິນ​ໂລກ.18

ຄື​ກັນ​ກັບໃນ​ສະ​ໄໝ​ບູ​ຮານ, ເຮົາ “ຊຸມ​ນຸມ​ກັນ​ຢູ່​ເລື້ອຍໆ, ເພື່ອ​ຖື​ສິນ​ອົດ​ເຂົ້າ ແລະ ເພື່ອ​ອະທິຖານ ແລະ ເພື່ອ​ສົນທະນາ​ກັນ​ກ່ຽວ​ກັບ​ຄວາມ​ຜາສຸກ​ຂອງ​ຈິດ​ວິນ​ຍານ [ຂອງ​ພວກ​ເຮົາ]. ແລະ … ເພື່ອ​ຮັບ​ສ່ວນ​ເຂົ້າຈີ່ ແລະ [ນ້ຳ], ດ້ວຍ​ຄວາມ​ລະນຶກ​ເຖິງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.”19 ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ອະ​ທິ​ບາຍ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ ແລ້ວນີ້​ວ່າ, “ຈຸດ​ປະ​ສົງ​ຂອງ​ສາດ​ສະ​ໜາ​ຈັກ ເປັນ​ເວ​ລາ​ດົນ​ນານ ແມ່ນ​ເພື່ອ​ຮັບ​ໃຊ້​ສະ​ມາ​ຊິກ​ທຸກ​ຄົນ ໃຫ້​ມີ​ສັດ​ທາ​ຫລາຍ​ຂຶ້ນ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເພື່ອ​ຮັບ​ໃຊ້​ເຂົາ​ເຈົ້າ ໃນ​ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ນຳ​ພຣະ​ເຈົ້າ ແລະ ເພື່ອ​ໃຫ້​ມີຄວາມ​ເຂັ້ມ​ແຂງ ແລະ ຜະ​ນຶກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ເຂົ້າ​ກັນ.”20 ສະ​ນັ້ນ, ເພິ່ນ​ຈຶ່ງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ພັນ​ທະ​ສັນ​ຍາ​ທີ່​ເຮັດ​ໃນ​ພຣະ​ວິ​ຫານ, ວັນ​ຊະ​ບາ​ໂຕທີ່​ສັກ​ສິດ, ການ​ຊື່ນ​ຊົມ​ໃນ​ພຣະ​ກິດ​ຕິ​ຄຸນ​ທຸກວັນ, ບ້ານ​ເຮືອນ​ທີ່​ເປັນ​ສູນ​ກາງ, ແລະ ສະ​ໜັບ​ສະ​ໜູນ​ໂດຍ​ຫລັກສູດ​ອັນ​ດຽວ​ກັນ​ນັ້ນ ຢູ່​ທີ່​ໂບດ. ເຮົາ​ຢາກ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຮົາ​ຢາກ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ.21

ຄວາມ​ມຸ່ງ​ໝັ້ນ​ຕົ້ນ​ຕໍ​ໃນ​ການ​ສ້າງ​ຊີໂອນ ແມ່ນ​ເພື່ອ​ເຕົ້າ​ໂຮມ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ກະ​ຈັດ​ກະ​ຈາຍ​ເປັນ​ເວ​ລາ​ດົນ​ນານ.22 “ພວກ​ເຮົາ​ເຊື່ອ​ໃນ​ການ​ຮ່ວມ​ກັນ​ແທ້ໆ​ຂອງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ ແລະ ໃນ​ການ​ກັບ​ຄືນ​ມາ​ຂອງ​ຄົນ​ສິບ​ເຜົ່າ.”23 ທຸກ​ຄົນ​ທີ່​ຈະ​ກັບ​ໃຈ, ເຊື່ອ​ໃນ​ພຣະ​ຄຣິດ, ແລະ ຮັບ​ບັບ​ຕິ​ສະ​ມາ ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາຂອງ​ພຣະ​ອົງ.24 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເອງ​ໄດ້​ທຳ​ນາຍ​ວ່າ ກ່ອນ​ພຣະ​ອົງ​ຈະສະ​ເດັດ​ກັບ​ຄືນ​ມາ, ພຣະ​ກິດ​ຕິຄຸນ​ຈະ​ຖືກ​ສັ່ງ​ສອນ​ຢູ່​ທົ່ວ​ໂລກ25 ເພື່ອ​ກູ້​ຜູ້​ຄົນ​ຂອງ​ພຣະ​ອົງ, ຜູ້​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ,26 “ແລະ ເມື່ອນັ້ນ​ທີ່​ສຸດ​ຈະ​ມາ​ເຖິງ.”27 ຄຳ​ທຳ​ນາຍ​ຂອງ​ເຢເຣ​ມີຢາ​ກຳ​ລັງ​ເກີດ​ເປັນ​ຈິງ ທີ່​ວ່າ:

“ເມື່ອ​ເວ​ລານັ້ນ​ມາ​ເຖິງ ປະ​ຊາ​ຊົນ​ຈະ​ບໍ່​ກ່າວ​ຕໍ່​ໄປ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່ ໄດ້​ນຳ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ;

“ແຕ່​ຈະ​ເວົ້າ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່ ໄດ້​ນຳ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ອອກ​ມາ​ຈາກ​ດິນ​ແດນ​ທາງ​ທິດ​ເໜືອ ແລະ ອອກ​ມາ​ຈາກ​ປະ​ເທດ​ຕ່າງໆ ທີ່​ພຣະ​ອົງ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ກະ​ຈັດ​ກະ​ຈາຍ​ໄປ​ນັ້ນ: ເຮົາ​ຈະ​ນຳ​ພວກ​ເຂົາ​ກັບ​ຄືນ​ມາ​ສູ່​ດິນ​ແດນ​ເດີມ​ຂອງ​ພວກ​ເຂົາ ຄື​ດິນ​ແດນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ນັ້ນ.”28

ປະ​ທານ​ແນວສັນ ໄດ້​ກ່າວ​ເນັ້ນ​​ຫລາຍ​ເທື່ອ​ວ່າ “ການ​ເຕົ້າ​ໂຮມນັ້ນ ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ ທີ່​ກຳ​ລັງ​ເກີດ​ຂຶ້ນ ຢູ່​ໃນ​ໂລກ ທຸກວັນ​ນີ້. ບໍ່​ມີ​ສິ່ງ​ອື່ນ​ໃດ​ທີ່​ໃຫຍ່​ໂຕໄປກວ່າ​ນີ້, ບໍ່​ມີ​ສິ່ງ​ໃດ​ທີ່​ສຳ​ຄັນ​ໄປກວ່ານີ້, ບໍ່​ມີ​ສິ່ງ​ໃດ​ທີ່​ສະ​ຫງ່າ​ງາມ​ໄປກວ່ານີ້. ແລະ ຖ້າ​ຫາກ​ທ່ານ​ເລືອກ​ທີ່​ຈະ​ເຮັດ, … ທ່ານ​ສາ​ມາດ​ເປັນ​ພາກ​ສ່ວນ​ທີ່​ຍິ່ງ​ໃຫຍ່​ໄດ້.”29 ໄພ່​ພົນ​ຍຸກ​ສຸດ​ທ້າຍ ເຄີຍເປັນ​ຜູ້​ຄົນ​ທີ່​ມັກເຜີຍ​ແຜ່ມາ​ຕະ​ຫລອດ. ຫລາຍ​ຮ້ອຍ​ພັນ​ຄົນ ກໍ​ໄດ້​ຕອບ​ຮັບ​ການ​ເອີ້ນ​ໃຫ້​ໄປ​ເຜີຍ​ແຜ່ ນັບ​ຕັ້ງ​ແຕ່​ຕອນ​ຕົ້ນ​ຂອງການ​ຟື້ນ​ຟູ; ປະ​ຈຸ​ບັນ​ນີ້ ກໍ​ມີ​ຫລາຍ​ສິບ​ພັນ​ຄົນ ທີ່ກຳ​ລັງ​ຮັບ​ໃຊ້​ຢູ່. ແລະ, ດັ່ງ​ທີ່ ແອວເດີ ຄວິນຕິນ ແອວ ຄຸກ ຫາ​ກໍ​ໄດ້​ສອນ, ວ່າເຮົາ ທຸກ​ຄົນ ສາ​ມາດ​ເປັນ​ພາກ​ສ່ວນ​ໃນ​ວິ​ທີ​ທາງ​ທີ່​ລຽບ​ງ່າຍ ແລະ ​ທຳ​ມະ​ດາ, ດ້ວຍ​ຄວາມ​ຮັກ, ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ຮ່ວມກັບ​ເຮົາ​ທີ່​ໂບດ, ໃຫ້​ມາ​ຫລິ້ນ​ບ້ານ​ເຮົາ, ກາຍ​ເປັນ​ພາກ​ສ່ວນ​ໃນ​ກຸ່ມ​ຂອງ​ເຮົາ. ການ​ຈັດ​ພິມ​ພຣະ​ຄຳ​ພີ​ມໍ​ມອນ ເປັນ​ເຄື່ອງ​ໝາຍ​ບອກວ່າ ການ​ເຕົ້າ​ໂຮມ​​ໄດ້ເລີ່ມ​ຕົ້ນ​ແລ້ວ.30 ພຣະ​ຄຳ​ພີ​ມໍ​ມອນ​ເອງ ກໍ​ເປັນ​ເຄື່ອງ​ມື​ໃນ​ການ​ເຕົ້າ​ໂຮມ ແລະ ການ​ຊ່ວຍ​ໃຫ້​ປ່ຽນ​ໃຈ​ເຫລື້ອມ​ໃສ.

ສິ່ງ​ທີ່​ຈຳ​ເປັນ​ຕໍ່​ການ​ກະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ ແມ່ນ​ຄວາມ​ມຸ່ງ​ໝັ້ນ​ແຫ່ງ​ການ​ໄຖ່​ອັນ​ຍິ່ງ​ໃຫຍ່ ແທນ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້ສັນ​ຍາ​ວ່າ ຈະ​ສົ່ງ​ສາດ​ສະ​ດາເອລີຢາ ມາ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, “ວັນ​ອັນ​ຍິ່ງ​ໃຫຍ່ ແລະ ​ໜ້າ​ຢ້ານ​ກົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,”31 ເພື່ອ “ເປີດ​ເຜີຍ … ຖາ​ນະ​ປະ​ໂລ​ຫິດ” ແລະ ປູກ​ຝັງ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ກັບ​ພໍ່​ໄວ້​ໃນ​ໃຈ​ລູກ.32 ເອລີຢາ​ກໍ​ໄດ້​ມາ​ຕາມ​ຄຳ​ສັນ​ຍາ. ມື້​ທີ່ເພິ່ນ​ມາ​ແມ່ນ ວັນ​ທີ 3 ເດືອນ​ເມສາ, 1836; ບ່ອນ​ທີ່​ເພິ່ນ​ມາ​ຫາແມ່ນ ພຣະ​ວິ​ຫານ​ເຄີດແລນ. ໃນ​ບ່ອນນັ້ນ ແລະ ໃນ​ເວ​ລານັ້ນ, ເພິ່ນ​ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ, ຂໍ​ກະ​ແຈ​ສຳ​ລັບ​ການ​ໄຖ່​ຄົນ​ຕາຍ ແລະ ການ​ຜູກ​ມັດ​ສາ​ມີ, ພັນ​ລະ​ຍາ, ແລະ ຄອບ​ຄົວ ໃນ​ທຸກ​ລຸ້ນເຂົ້າ​ກັນ ຂ້າມ​ຜ່ານການ​ເວ​ລາ ແລະ ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ.33 ປາດ​ສະ​ຈາກ​ສິ່ງນີ້, ຈຸດ​ປະ​ສົງ​ຂອງ​ການ​ສ້າງ​ຈະບໍ່​ປະ​ສົບ​ຄວາມ​ສຳ​ເລັດ, ແລະ ຖ້າ​ເປັນ​ເຊັ່ນ​ນັ້ນ, ແຜ່ນ​ດິນ​ໂລກ​ຈະຖືກ​ສາບ​ແຊ່ງ ​ຫລື “​ຖືກ​ທຳ​ລາຍ​ໃຫ້​ໝົດ​ສິ້ນ.”34

ຢູ່​ທີ່ກອງ​ປະ​ຊຸມ​ສຳ​ລັບ​ຊາວ​ໜຸ່ມ ກ່ອນ​ການ​ອຸ​ທິດ​ພຣະ​ວິ​ຫານໂຣມ ອີຕາລີ, ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຫລາຍ​ພັນ​ຄົນທີ່​ໄປ​ຮ່ວມ ໄດ້​ສະ​ແດງ​ບັດ​ລາຍ​ຊື່​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຕົນຕໍ່​ປະ​ທານ​ແນວສັນ. ເຂົາ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ ເພື່ອ​ຮັບ​ບັບ​ຕິ​ສະ​ມາ​ແທນ​ບັນ​ພະ​ບຸ​ລຸດ​ເຫລົ່າ​ນັ້ນ ທັນ​ທີ​ທີ່​ພຣະ​ວິ​ຫານ​ເປີດ​ບໍ​ລິ​ການ. ມັນ​ເປັນ​ເວ​ລາ​ທີ່​ເປັນ​ຕາ​ຍິນ​ດີ​ຫລາຍ, ແຕ່​ມັນ​ກໍ​ເປັນ​ພຽງ​ຕົວ​ຢ່າງ​ໜຶ່ງ ເຖິງ​ຄວາມ​ມຸ່ງ​ໝັ້ນ​ທີ່​ເລັ່ງ​ດ່ວນ ໃນ​ການ​ສະ​ຖາ​ປະ​ນາ​ຊີໂອນ ສຳ​ລັບ​ລຸ້ນ​ທີ່​ໄດ້​ຈາກ​ໄປ​ກ່ອນ​ແລ້ວ.

ໃນ​ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ເປັນ​ຄົນ​ຂະ​ຫຍັນ ໃນ​ການ​ສ້າງ​ສາ​ຊີໂອນ, ຮ່ວມ​ທັງ​ການ​ເປັນ​ພາກ​ສ່ວນ​ໃນ​ການ​ເຕົ້າ​ໂຮມ​ຜູ້​ທີ່​ຖືກ​ເລືອກ​ໄວ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ໄຖ່​ຄົນ​ຕາຍ, ເຮົາ​ຄວນ​ຢຸດ​ບຶດ​ໜຶ່ງ​ເພື່ອ​ຈື່​ຈຳວ່າ ມັນ​ເປັນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ອົງ​ກຳ​ລັງ​ກະ​ທຳມັນ​ຢູ່. ພຣະ​ອົງ​ເປັນ​ເຈົ້າ​ຂອງ​ສວນ​ອະງຸ່ນ, ແລະ ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ. ພຣະ​ອົງ​ຂໍ​ໃຫ້​ເຮົາ​ອອກ​ແຮງ​ງານ​ຢູ່​ໃນ​ສວນອະງຸ່ນ ດ້ວຍ​ສຸດ​ກຳ​ລັງ​ຂອງ​ເຮົາ ເປັນ “ເທື່ອ​ສຸດ​ທ້າຍ,” ແລະ ພຣະ​ອົງ​ກໍ​ອອກ​ແຮງ​ງານ​​ຮ່ວມກັບ​ເຮົາ.35 ​ຖ້ອຍຄຳ​ທີ່​ເໝາະ​ສົມ​ຫລາຍ​ກວ່ານີ້​ແມ່ນ ພຣະ​ອົງ​ໄດ້​ອະ​ນຸ​ຍາດ​ໃຫ້​ເຮົາ​ອອກ​ແຮງ​ງານ​ຮ່ວມ​ກັບ​ພຣະ​ອົງ. ດັ່ງ​ທີ່​ໂປໂລ​ໄດ້​ກ່າວ​ວ່າ, “ເຮົາ​ເປັນ​ຜູ້​ປູກ, ອາໂປໂລ​ເປັນ​ຜູ້​ຫົດ​ນ້ຳ; ແຕ່​ແມ່ນ​ພຣະ​ເຈົ້າ​ທີ່​ເປັນ​ຜູ້​ເຮັດ​ໃຫ້​ໃຫຍ່​ຂຶ້ນ.”36 ແມ່ນພຣະ​ອົງທີ່ຈະ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ ເມື່ອ​ເຖິງ​ເວ​ລາ.37 ໂດຍ​ການ​ໃຊ້​ແຮງ​ທີ່​ເຮົາຍອມ​ຮັບ​ວ່າ ຍັງບໍ່​ດີ​ພ້ອມ “ວິ​ທີ​ນ້ອຍໆ” ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ເກີດ​ສິ່ງ​ທີ່​ຍິ່ງ​ໃຫຍ່.38

ຍຸກ​ທີ່​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍນີ້ ກຳ​ລັງ​ຂະ​ຫຍາຍ​ອອກ​ໄປເລື້ອຍໆ ໄປ​ສູ່​ຄວາມ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ມັນ—ຊີໂອນ​ຢູ່​ເທິງ​ໂລກ, ໄດ້ລວມເຂົ້າ​ກັບ​ຊີໂອນ​ຈາກ​ເບື້ອງ​ບົນ ໃນ​ເວ​ລາ​ໃກ້​ເຖິງ​ການ​ສະ​ເດັດ​ກັບ​ຄືນ​ມາຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ຄວາມ​ຮຸ່ງ​ເຫລື້ອມ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ຖືກ​ມອບ​ໝາຍ​ໃຫ້​ກະ​ກຽມ—ແລະ ກຳ​ລັງ​ກະ​ກຽມ—ໂລກ​ສຳ​ລັບ​ວັນ​ນັ້ນ. ແລະ ສະ​ນັ້ນ, ບຸນ​ອີດສະເຕີນີ້, ຂໍ​ໃຫ້​ເຮົາ​ຈົ່ງ​ສະ​ເຫລີມ​ສະ​ຫລອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແທ້ໆ ແລະ ທຸກ​ສິ່ງ​ທີ່ບອກ​ໄວ້​ລ່ວງ​ໜ້າເຖິງ: ການ​ສະ​ເດັດ​ກັບ​ຄືນ​ມາ​ຂອງພຣະ​ອົງ ເພື່ອ​ປົກ​ຄອງ​ເປັນ​ເວ​ລາ​ໜຶ່ງ​ພັນ​ປີ​ແຫ່ງ​​ຄວາມ​ສະ​ຫງົບ​ສຸກ, ການ​ພິ​ພາກ​ສາ​ທີ່​ຊອບ​ທຳ ແລະ ຄວາມຍຸດ​ຕິ​ທຳ​ທີ່​ດີ​ພ້ອມ​ສຳ​ລັບ​ທຸກ​ຄົນ, ຄວາມ​ເປັນ​ອະ​ມະ​ຕະ​ຂອງ​ທຸກ​ຄົນ​ທີ່​ເຄີຍ​ມີ​ຊີ​ວິດ​ຢູ່​ໃນ​ໂລກນີ້, ແລະ ຄຳ​ສັນ​ຍາ​ທີ່​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ. ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ ເປັນ​ການ​ຮັບ​ປະ​ກັນ​ທີ່​ດີ​ທີ່​ສຸດ ທີ່​ວ່າ​ທຸກ​ສິ່ງ​ຈະ​ຖືກ​ເຮັດ​ໃຫ້​ຖືກ​ຕ້ອງ. ຂໍ​ໃຫ້​ເຮົາ​ຈົ່ງ​ຕັ້ງ​ໃຈ​ສ້າງ​ສາ​ຊີໂອນ ເພື່ອ​ໃຫ້​ວັນ​ນັ້ນ​ມາ​ເຖິງ​ໄວໆ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ