​2010–2019
ການເຝິກຝົນກ້າມເນື້ອແຫ່ງຈິດວິນຍານຂອງເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


2:3

ການເຝິກຝົນກ້າມເນື້ອແຫ່ງຈິດວິນຍານຂອງເຮົາ

ພຽງ​ແຕ່​ອ່ານ ແລະ ຮຽນ​ເທົ່າ​ນັ້ນ ຈະ​ບໍ່​ຊ່ວຍ​ກ້າມ​ເນື້ອ​ໃຫ້​ເຕີບ​ໃຫຍ່, ພຽງ​ແຕ່​ອ່ານກ່ຽວ​ກັບ​ສັດ​ທາ ແລະ ບໍ່​ເຄີຍ​​ປະ​ຕິ​ບັດ​ຕາມ ກໍ​ບໍ່​ດີ​ພໍ​ທີ່​ຈະ​ສ້າງ​ສັດ​ທາ​ໄດ້.

ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ສຳ​ລັບ​ພອນ​ທີ່​ມີ​ຮ່າງ​ກາຍ​ທີ່​ມີ​ເນື້ອ​ໜັງ, ຊຶ່ງ​ເປັນ​ຂອງ​ປະ​ທານ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຮ່າງ​ກາຍ​ຂອງ​ເຮົາ​ມີ​ 600 ກ້າມ​ເນື້ອ.1 ກ້າມ​ເນື້ອ​ສ່ວນ​ຫລາຍ​ຮຽກ​ຮ້ອງ​ການ​ອອກ​ກຳ​ລັງ​ກາຍ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ເຮັດ​ວຽກ​ງານ​ປະ​ຈຳ​ວັນ​ຂອງ​ເຮົາ​ໄດ້. ເຮົາສາມາດອ່ານກ່ຽວກັບກ້າມເນື້ອໃຫ້ຫລາຍໆໄດ້, ແຕ່ເຮົາຈະຜິດຫວັງ ເມື່ອອ່ານ ແລະ ຄິດຊື່ໆ ບໍ່ຊ່ວຍໃຫ້ກ້າມເນື້ອແຂງແຮງໄດ້ເລີຍ. ກ້າມເນື້ອຂອງເຮົາເຕີບໂຕ ເມື່ອເຮົາໃຊ້ມັນ.

ຂ້າພະເຈົ້າສຳນຶກໄດ້ວ່າ ຂອງປະທານທາງວິນຍານກໍເຮັດໜ້າທີ່ແບບດຽວກັນ. ເຮົາ​ຕ້ອງ​ອອກ​ກຳ​ລັງ​ກາຍ ເພື່ອ​ຊ່ວຍ​ມັນ​ໃຫ້​ເຕີບ​ໃຫຍ່​ຂຶ້ນ. ຍົກ​ຕົວ​ຢ່າງ, ຂອງ​ປະ​ທານ​ທາງວິນ​ຍານ​ແຫ່ງ​ສັດ​ທາ, ບໍ່ແມ່ນແຕ່ຄວາມຮູ້ສຶກ ຫລື ອາລົມ ແຕ່ເປັນຫລັກເກນແຫ່ງການກະທຳ ທີ່ເຮົາພົບເຫັນເລື້ອຍໆໃນພຣະຄຳພີ ທີ່ເຊື່ອມໂຍງໃສ່ຄຳກິລິຍາ ອອກ​ກຳ​ລັງ​ກາຍ.2 ພຽງ​ແຕ່​ອ່ານ ແລະ ຮຽນ​ເທົ່າ​ນັ້ນ ຈະ​ບໍ່​ຊ່ວຍ​ກ້າມ​ເນື້ອ​ໃຫ້​ເຕີບ​ໃຫຍ່, ພຽງ​ແຕ່​ອ່ານກ່ຽວ​ກັບ​ສັດ​ທາ ແລະ ບໍ່​ເຄີຍ​ປະ​ຕິ​ບັດ​ຕາມ ກໍ​ບໍ່​ດີ​ພໍ​ທີ່​ຈະ​ສ້າງ​ສັດ​ທາ​ໄດ້.

ຕອນຂ້າພະເຈົ້າມີອາຍຸ​ໄດ້ 16 ປີ, ອີວານ ອ້າຍຂອງຂ້າພະເຈົ້າ ມີອາຍຸ​ໄດ້ 22 ປີ. ມື້ໜຶ່ງລາວບອກຂ່າວກັບຄອບຄົວ ຕອນລາວກັບມາຮອດເຮືອນ. ວ່າ ລາວໄດ້ຕັດສິນໃຈຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ພໍ່ແມ່ຂອງພວກເຮົາກໍເບິ່ງລາວແບບບໍ່ເຊື່ອປານໃດ ແລະ ຂ້າພະເຈົ້າກໍບໍ່ເຂົ້າໃຈເລື່ອງຫຍັງ. ໜຶ່ງປີປາຍຜ່ານໄປ ລາວກໍບອກຂ່າວທີ່ແປກໃຈອີກວ່າ: ລາວໄດ້ຕັດສິນໃຈ ໄປເປັນຜູ້ສອນສາດສະ​ໜາ ໃຫ້​ສາດ​ສະ​ໜາ​ຈັກນັ້ນ, ນີ້ໝາຍຄວາມວ່າ ພວກເຮົາຈະບໍ່ເຫັນລາວເປັນເວລາສອງປີ. ພໍ່ແມ່ຂອງຂ້າພະເຈົ້າ ກໍບໍ່ດີໃຈປານໃດກັບຂ່າວນີ້; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະເຈົ້າກໍຊົມເຊີຍລາວ ທີ່ລາວຕັດສິນໃຈຈະໄປ.

ຫລາຍເດືອນຜ່ານໄປ ເມື່ອອ້າຍອີວານກຳລັງສອນສາດສະໜາຢູ່ ຂ້າພະເຈົ້າໄດ້ມີໂອກາດວາງແຜນ ໄປພັກຜ່ອນກັບໝູ່ໂຮງຮຽນນຳກັນ. ​ພວກເຮົາຢາກໄປສະຫລອງການຈົບໂຮງຮຽນມັດທະຍົມປາຍ ແລະ ໄປຫາດຊາຍເປັນເວລາສອງສາມມື້.

ຂ້າ​ພະ​ເຈົ້າໄດ້ຂຽນຈົດໝາຍເຖິງ​ອ້າຍ​ ​ທີ່​ສອນ​ສາດ​ສະ​ໜາ​ຢູ່, ບອກກ່ຽວກັບແຜນການທີ່ຈະໄປພັກຮ້ອນ. ອ້າຍໄດ້ຂຽນຈົດໝາຍຕອບວ່າ ເມືອງທີ່ອ້າຍຮັບໃຊ້ຢູ່ນັ້ນ ແມ່ນບ່ອນທີ່ຂ້າພະເຈົ້າຈະໄປທ່ຽວ. ຂ້າພະເຈົ້າຄິດວ່າ ຖ້າໄປແວ່ຢາມລາວ ກໍຈະດີ. ຕໍ່ມາຂ້າພະເຈົ້າຈຶ່ງຮູ້ວ່າ ຜູ້ສອນສາດສະໜາ ບໍ່ສົມຄວນທີ່ຈະມີຄອບຄົວໄປຢາມ.

ຂ້າພະເຈົ້າໄດ້ວາງແຜນທັງໝົດນັ້ນ. ຂ້າ​ພະ​ເຈົ້າຈື່ໄດ້ຕອນນັ່ງໃນລົດເມ ແລະ ຄິດວ່າອ້າຍອີວານ ແລະ ຂ້າ​ພະ​ເຈົ້າຈະພາກັນມ່ວນ ໃນມື້ທີ່ອາກາດດີມີແດດອອກນັ້ນ. ພວກເຮົາຈະ​ໄດ້ກິນເຂົ້າເຊົ້າ, ໂອ້ລົມ, ແລ້ວຫລິ້ນດິນຊາຍ ແລະ ອາບແດດນຳກັນ—ມັນຄືຊິມ່ວນຫລາຍ!

ເມື່ອລົດເມໄປຮອດສະຖານີ ຂ້າ​ພະ​ເຈົ້າກໍເຫັນອ້າຍອີວານ ຢືນຮຽງຊາຍໜຸ່ມອີກຄົນໜຶ່ງ ຊຶ່ງທັງສອງນຸ່ງເສື້ອສີຂາວ ແລະ ຜູກກາລະວັດ. ຂ້າ​ພະ​ເຈົ້າໄດ້ລົງລົດເມ ແລ້ວໄປໂອບກອດອ້າຍ ແລະ ລາວໄດ້ແນະນຳໃຫ້ຮູ້ຈັກຄູ່ສອນຂອງລາວ. ໂດຍທີ່ບໍ່ໄດ້ລໍຊ້າ ຂ້າ​ພະ​ເຈົ້າໄດ້ບອກອ້າຍກ່ຽວກັບ ແຜນການມື້ນັ້ນ ແຕ່ຂ້າ​ພະ​ເຈົ້າບໍ່ຮູ້ເລີຍວ່າ ອ້າຍອີວານມີແຜນການຮຽບຮ້ອຍແລ້ວ. ລາວໄດ້ເບິ່ງໜ້າ, ແລ້ວຍິ້ມ, ແລະ ເວົ້າວ່າ, “ໄດ້ເລີຍ! ແຕ່, ພວກເຮົາຕ້ອງເຮັດວຽກກ່ອນ. ເຈົ້າ​ຊິ​ໄປ​ກັບພວກເຮົາບໍ?” ຂ້າ​ພະ​ເຈົ້າຕອບຕົກລົງ ໂດຍຄິດວ່າ ຫລັງຈາກນັ້ນ ພວກເຮົາຄືຊິມີເວລາພໍໄປຫາດຢູ່.

ມື້ນັ້ນ, ຂ້າ​ພະ​ເຈົ້າ​ໄດ້ຍ່າງຕາມຫົນທາງຂອງເມືອງນັ້ນ ເປັນເວລາ 10 ຊົ່ວໂມງ ກັບອ້າຍ ແລະ ຄູ່ສອນຂອງລາວ. ຂ້າ​ພະ​ເຈົ້າ​ໄດ້​ຍິ້ມ​ໃສ່​ຜູ້​ຄົນ​ໝົດ​ມື້. ຂ້າ​ພະ​ເຈົ້າໄດ້ທັກທາຍຜູ້ຄົນທີ່ບໍ່ເຄີຍເຫັນໃນຊີວິດ​ຕົນ​ເອງມາກ່ອນ. ພວກເຮົາເວົ້າກັບທຸກຄົນ, ເຄາະປະຕູເຮືອນຄົນແປກໜ້າ, ແລະ ໄປຢາມຄົນທີ່ອ້າຍ ແລະ ຄູ່ສອນຂອງລາວສອນ.

ບ່ອນ​ໜຶ່ງທີ່ລາວໄປຢາມ, ອ້າຍ ແລະ ຄູ່​ສອນຂອງລາວ ໄດ້ສອນກ່ຽວກັບແຜນແຫ່ງຄວາມລອດ. ໃນທັນໃດນັ້ນ, ອ້າຍອີວານ ໄດ້ຢຸດສອນ ແລ້ວຫລຽວມາເບິ່ງຂ້າພະເຈົ້າ. ຂ້າ​ພະ​ເຈົ້າເລີຍແປກໃຈ, ອ້າຍໄດ້ຂໍໃຫ້ຂ້າພະເຈົ້າບອກກ່ຽວກັບຄວາມຄິດເຫັນວ່າ ບົດຮຽນນັ້ນແມ່ນກ່ຽວກັບຫຍັງ? ທຸກຄົນກໍງຽບ ແລ້ວທຸກຄົນກໍຫລຽວເບິ່ງຂ້າພະເຈົ້າ. ທ້າຍສຸດຂ້າພະເຈົ້າກໍຄິດອອກ ແລະ ໄດ້ບອກຄວາມຮູ້ສຶກ ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າບໍ່ຮູ້ວ່າ ສິ່ງທີ່ໄດ້ເວົ້າໄປນັ້ນຖືກ ຫລື ຜິດ. ອ້າຍຂອງຂ້າພະເຈົ້າບໍ່ເຄີຍແກ້ໃຫ້, ແຕ່ກົງກັນຂ້າມ ອ້າຍໄດ້ຂອບໃຈຂ້າພະເຈົ້າໃນການບອກຄວາມນຶກຄິດ ແລະ ຄວາມຮູ້ສຶກນັ້ນ.

ໃນລະຫວ່າງທີ່ຢູ່ນຳກັນນັ້ນ, ອ້າຍ ແລະ ຄູ່ສອນຂອງລາວ ບໍ່ໄດ້ສອນບົດຮຽນແກ່ຂ້າພະເຈົ້າແມ້ແຕ່ນາທີດຽວ ແຕ່ຂ້າພະເຈົ້າໄດ້ຄວາມຮູ້ຫລາຍກວ່າການໂອ້ລົມກັບລາວຊ້ຳ. ຂ້າພະເຈົ້າເຫັນສີໜ້າຂອງຄົນປ່ຽນແປງ ເມື່ອເຂົາເຈົ້າໄດ້ຮັບແສງສະຫວ່າງທາງວິນຍານ. ຂ້າພະເຈົ້າເຫັນວ່າ ຄົນບາງຄົນໄດ້ພົບຄວາມຫວັງ ຈາກຂ່າວສານ, ແລະ ຂ້າ​ພະ​ເຈົ້າໄດ້ຮູ້ຈັກການຮັບໃຊ້ຄົນອື່ນ ແລະ ລືມຕົນເອງ ແລະ ຄວາມຕ້ອງການຂອງຕົນເອງ. ຂ້າພະເຈົ້າໄດ້ເຮັດຕາມສິ່ງທີ່ພຣະຜູ້ຊ່ວຍ​ໃຫ້​ລອດ ໄດ້ສອນວ່າ: “ຖ້າຜູ້ໃດຜູ້​ໜຶ່ງຕ້ອງການມານຳເຮົາ ໃຫ້ລາວເຊົາເຫັນແກ່ຕົວກ່ອນ.”3

ເມື່ອຫວນຢ້ອນຫລັງ, ຂ້າພະເຈົ້າຮູ້ວ່າ ສັດທາຂອງຕົນເອງເຂັ້ມແຂງຂຶ້ນ ໃນວັນນັ້ນ ຍ້ອນວ່າອ້າຍຂອງຂ້າພະເຈົ້າ ໄດ້ໃຫ້ໂອກາດປະຕິບັດຕົວຈິງ. ຂ້າພະເຈົ້າໄດ້​ໃຊ້​​ສັດ​ທາ ເມື່ອເຮົາອ່ານພຣະຄຳພີ, ເບິ່ງຜູ້ຄົນສອນ, ສະແດງປະຈັກພະຍານ, ຮັບໃຊ້ຄົນອື່ນ, ແລະ ຕໍ່ໆໄປ. ມື້ນັ້ນ ພວກເຮົາບໍ່ໄດ້ໄປອາບແດດເລີຍ, ແຕ່ຫົວໃຈຂອງຂ້າພະເຈົ້າ ມີແສງສະຫວ່າງຈາກສະຫວັນມາສາດສ່ອງ. ຂ້າພະເຈົ້າບໍ່ເຫັນແມ້ແຕ່ດິນຊາຍເມັດດຽວຢູ່ຫາດ, ແຕ່ຮູ້ສຶກວ່າ ສັດທາຂອງຕົນເອງເຕີບໃຫຍ່ ເໝືອນດັ່ງ​ແກ່ນຜັກກາດນ້ອຍໆ.4 ຂ້າ​ພະ​ເຈົ້າບໍ່ໄດ້ໄປທ່ຽວໃນມື້ອາກາດດີ ຄືກັນກັບນັກທ່ອງທ່ຽວ, ແຕ່ໄດ້ປະສົບການດີງາມ, ແລະ ສຳນຶກໄດ້ວ່າ, ຕົນເອງເປັນຜູ້ສອນສາດສະໜາ—ໂດຍທີ່ຍັງບໍ່ທັນ​ໄດ້ເປັນ ສະມາຊິກຂອງ​ສາດ​ສະ​ໜາ​ຈັກຊ້ຳ!

ໂອກາດທີ່ຈະເພີ່ມພະລັງກ້າມເນື້ອທາງວິນຍານ

ຍ້ອນພຣະກິດຕິຄຸນທີ່​ຖືກ​ຟື້ນ​ຟູ, ເຮົາ​ຈຶ່ງສາມາດເຂົ້າໃຈວ່າ ພຣະບິດາເທິງສະຫວັນຊ່ວຍເຮົາພັດທະນາຂອງປະທານແຫ່ງພຣະວິນຍານແນວໃດ. ຄືວ່າ ພຣະອົງໃຫ້ໂອກາດເຮົາ ພັດທະນາພອນສະຫວັນເຫລົ່ານັ້ນ ແທນທີ່ຈະເອົາໃຫ້ ໂດຍບໍ່ໄດ້ອອກແຮງທາງວິນຍານ ແລະ ທາງຮ່າງກາຍ. ຖ້າເຮົາສອດ​ຄ່ອງ​ກັບພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ເຮົາຈະຮູ້ໄດ້ເມື່ອໂອກາດນັ້ນມາເຖິງ ແລ້ວເຮັດຕາມນັ້ນ.

ຖ້າເຮົາຢາກມີຄວາມອົດທົນ, ເຮົາຕ້ອງເຝິກຝົນໃນເວລາທີ່ເຮົາກຳລັງລໍຖ້າຄຳຕອບ. ຖ້າເຮົາຢາກເສີມສ້າງຄວາມຮັກຕໍ່ເພື່ອນບ້ານ, ເຮົາຕ້ອງໄປນັ່ງໃກ້ຄົນໜ້າໃໝ່ທີ່ເຂົ້າມາໃນໂບດ. ກັບສັດທາກໍເໝືອນກັນ: ເມື່ອເຮົາສົງໄສ ເຮົາຕ້ອງໄວ້ວາງໃຈໃນ​ຄຳສັນຍາຂອງພຣະຜູ້ເປັນເຈົ້າ ຈຶ່ງຈະເຮັດຫຍັງໄດ້. ນີ້​ເປັນ​ວິ​ທີທີ່ເຮົາຈະເຝິກຝົນກ້າມເນື້ອທາງວິນຍານ ແລະ ພັດທະນາໃຫ້ເປັນພະລັງຊ່ວຍເຫລືອເຮົາໃນຊີວິດຂອງ​ເຮົາ.

ຕອນທຳອິດອາດບໍ່ເປັນການງ່າຍ, ແລະ ອາດເປັນການທ້າທາຍອີຫລີ. ຖ້ອຍຄຳຂອງພຣະຜູ້ເປັນເຈົ້າ, ຜ່ານທາງສາດສະດາ ໂມໂຣໄນ, ຍັງໃຊ້ໄດ້ກັບເຮົາໃນສະໄໝນີ້ ມີຄວາມວ່າ: “ຖ້າມະນຸດມາຫາເຮົາ ເຮົາຈະສະແດງຄວາມອ່ອນແອຂອງພວກເຂົາ ໃຫ້ພວກເຂົາຮູ້. ເຮົາຈະມອບຄວາມອ່ອນແອໃຫ້ມະນຸດ ເພື່ອເຂົາຈະໄດ້ຖ່ອມ​ຕົວ ແລະ ພຣະຄຸນຂອງເຮົາມີພຽງພໍສຳລັບຄົນທັງປວງ ທີ່ຖ່ອມຕົວຕໍ່ໜ້າເຮົາ; ເພາະຖ້າຫາກເຂົາຖ່ອມຕົວຕໍ່ໜ້າເຮົາ, ແລະ ມີສັດທາໃນເຮົາ, ເວລານັ້ນ ເຮົາຈະເຮັດໃຫ້ສິ່ງທີ່ອ່ອນແອນັ້ນ ກັບມາເຂັ້ມແຂງສຳລັບເຂົາ.”5

ຂ້າພະເຈົ້າມີ​ຄວາມ​ກະ​ຕັນ​ຍູຕໍ່ອ້າຍອີວານ, ລາວບໍ່ພຽງແຕ່ແບ່ງປັນພຣະກິດຕິຄຸນກັບຂ້າພະເຈົ້າເທົ່ານັ້ນ ແຕ່ລາວໄດ້ເຊື້ອເຊີນຂ້າພະເຈົ້າທາງອ້ອມ ໃຫ້ໃຊ້ຊີວິດຕາມພຣະ​ກິດ​ຕິ​ຄຸນ ແລະ ຮູ້ຈັກຄວາມອ່ອນແອຂອງຕົນເອງ. ລາວໄດ້ຊ່ວຍຂ້າພະເຈົ້າໃຫ້ຮັບ​ເອົາ ຄຳເຊື້ອເຊີນຂອງພຣະອາຈານ ທີ່​ວ່າ: “ຈົ່ງຕາມເຮົາມາ”6—ເດີນ​ເໝືອນພຣະຜູ້ຊ່ວຍ​ໃຫ້​ລອດ​​ໄດ້ເດີນ, ສະແຫວງຫາເໝືອນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​​ໄດ້ສະ​ແຫວງ​ຫາ, ແລະ ຮັກເໝືອນພຣະຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ເຮົາ. ຫລາຍເດືອນຕໍ່ມາ ຫລັງຈາກປະສົບການຈາກການສອນສາດສະໜານັ້ນ ຂ້າພະເຈົ້າໄດ້ຕັດສິນໃຈ​ຮັບ​ບັບ​ຕິ​ສະ​ມາ ແລະ ໄປເປັນຜູ້ສອນສາດສະໜາ.

ຂໍໃຫ້ເຮົາຮັບຄຳເຊື້ອເຊີນຂອງປະທານ​ຣະໂຊ ເອັມ ແນວສັນ ແລະ ຕັ້ງໃຈມາຫາພຣະຜູ້ຊ່ວຍໃຫ້​ລອດ7 ໂດຍການຫາເບິ່ງວ່າ ເຮົາຕ້ອງເຝິກກ້າມເນື້ອທາງວິນຍານສ່ວນໃດ ແລ້ວເລີ່ມເຝິກຝົນກ້າມເນື້ອເຫລົ່ານັ້ນ. ນີ້ແມ່ນການແລ່ນໄລຍະຍາວ, ການ​​ແຂ່ງແລ່ນ​ທົນ​ໄລ​ຍະ​ໄກ, ບໍ່ແມ່ນການແລ່ນໄລຍະສັ້ນ ດັ່ງນັ້ນຢ່າລືມການເຝິກຝົນເທື່ອລະໜ້ອຍ ແຕ່ເຮັດເລື້ອຍໆ ເພື່ອເຮົາຈະເຮັດໃຫ້ກ້າມເນື້ອທາງວິນຍານ ທີ່ສຳຄັນນັ້ນເຂັ້ມແຂງຂຶ້ນ. ຖ້າເຮົາຢາກ​ມີສັດທາ​ເພີ່ມ, ເຮົາຕ້ອງເຮັດບາງຢ່າງທີ່ຮຽກ​ຮ້ອງ​ການ​ມີສັດທາ.

ຂ້າພະເຈົ້າເປັນພະຍານວ່າ ເຮົາເປັນລູກຂອງພຣະບິດາເທິງສະຫວັນທີ່ຊົງ​ຮັກ. ພຣະບຸດຂອງພຣະອົງ, ພຣະ​ເຢ​ຊູ​ຄຣິດ, ຮັກເຮົາ. ພຣະອົງມາ​ສູ່ໂລກນີ້ ເພື່ອສະແດງໃຫ້ເຮົາຮູ້​ຫົນທາງ ແລ້ວຖວາຍ​ພຣະ​ຊົນ​ຊີບ ດ້ວຍໃຈສະໝັກ ເພື່ອໃຫ້ຄວາມຫວັງແກ່ເຮົາ. ພຣະຜູ້ຊ່ວຍໃຫ້​ລອດ ເຊື້ອເຊີນເຮົາໃຫ້ຕິດຕາມຕົວຢ່າງ ທີ່ສົມບູນແບບຂອງພຣະອົງ, ໃຫ້ເຮົາເຝິກຝົນສັດທາໃນພຣະ​ອົງ ແລະ ການຊົດໃຊ້ຂອງພຣະອົງ, ແລະ ພັດທະນາຂອງປະທານທາງວິນຍານ ທີ່ພຣະອົງປະທານໃຫ້. ພຣະອົງເປັນຫົນທາງແກ່ເຮົາ. ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.