ພຣະຄຣິດ: ຄວາມສະຫວ່າງທີ່ສ່ອງແສງໃນຄວາມມືດ
ຖ້າຫາກທ່ານຮູ້ສຶກວ່າຄວາມສະຫວ່າງຂອງປະຈັກພະຍານຂອງທ່ານກຳລັງດັບລົງ ແລະ ຄວາມມືດກຳລັງເຂົ້າມາແທນ, ໃຫ້ມີຄວາມກ້າຫານເຖີດ. ໃຫ້ຮັກສາຄຳສັນຍາຂອງທ່ານທີ່ມີຕໍ່ພຣະເຈົ້າ.
ຈາກຫ້ອງທຳງານຂອງຂ້າພະເຈົ້າ ໃນຕຶກສະມາຄົມສະຕີສົງເຄາະ ສາມາດຫລຽວເຫັນພຣະວິຫານເຊົາເລັກໄດ້ດີທີ່ສຸດ. ທຸກໆຄືນ, ສະໝ່ຳສະເໝີກົງກັບເວລາ, ໄຟຢູ່ນອກພຣະວິຫານຈະເປີດຕອນດວງຕາເວັນຍໍແສງ. ພຣະວິຫານເປັນແສງສັນຍານທີ່ໝັ້ນຄົງ ບໍ່ໄກຈາກປ່ອງຢ້ຽມຂອງຂ້າພະເຈົ້າ.
ຄືນໜຶ່ງໃນເດືອນກຸມພາຜ່ານມານີ້, ຫ້ອງການຂອງຂ້າພະເຈົ້າມືດເປັນພິເສດຕອນຕາເວັນຕົກດິນ. ຕອນຫລຽວອອກໄປນອກປ່ອງຢ້ຽມ, ພຣະວິຫານກໍມົວໆ. ໄຟຍັງບໍ່ທັນເປີດ. ຂ້າພະເຈົ້າໄດ້ຮູ້ສຶກເສົ້າໃຈ. ຂ້າພະເຈົ້າຫລຽວບໍ່ເຫັນຍອດແຫລມຂອງພຣະວິຫານ ທີ່ຂ້າພະເຈົ້າໄດ້ແນມເບິ່ງ ໃນຕອນຄ່ຳ ເປັນເວລາຫລາຍປີ.
ການຫລຽວເຫັນຄວາມມືດ ໃນບ່ອນທີ່ຂ້າພະເຈົ້າເຄີຍເຫັນຄວາມສະຫວ່າງ ໄດ້ເຕືອນຂ້າພະເຈົ້າວ່າ ພື້ນຖານຢ່າງໜຶ່ງທີ່ເຮົາຕ້ອງການ ເພື່ອຈະເຕີບໂຕ ແມ່ນທີ່ຈະເຊື່ອມຕໍ່ເຂົ້າກັບແຫລ່ງແຫ່ງຄວາມສະຫວ່າງຂອງເຮົາ—ພຣະເຢຊູຄຣິດ. ພຣະອົງເປັນແຫລ່ງຂອງພະລັງຂອງເຮົາ, ເປັນຄວາມສະຫວ່າງ ແລະ ຊີວິດຂອງໂລກ. ປາດສະຈາກຄວາມສຳພັນທີ່ແຂງແກ່ນກັບພຣະອົງ ເຮົາກໍເລີ່ມຕາຍທາງວິນຍານ. ເພາະຮູ້ເລື່ອງນີ້, ຜູ້ປໍລະປັກຈຶ່ງສະແຫວງຫາ ທີ່ຈະຂູດຮີດຄວາມກົດດັນທາງໂລກ ທີ່ເຮົາທຸກຄົນປະເຊີນ. ມັນພະຍາຍາມເຮັດໃຫ້ແສງສະຫວ່າງຂອງເຮົາມືດລົງ, ສາຍໄຟຊ໊ອດ, ຕັດແຫລ່ງພະລັງໄຟ, ປ່ອຍປະໃຫ້ເຮົາຢູ່ໃນຄວາມມືດ. ຄວາມກົດດັນເຫລົ່ານີ້ເປັນສະພາບທຳມະດາໃນຊີວິດມະຕະ, ແຕ່ຊາຕານພະຍາຍາມຈະແຍກເຮົາອອກໄປ ແລະ ບອກເຮົາວ່າເຮົາເປັນຄົນດຽວເທົ່ານັ້ນທີ່ມີປະສົບການແບບນີ້.
ເຮົາບາງຄົນກໍຫົດຫູ່ຢູ່ດ້ວຍຄວາມໂສກເສົ້າ
ເມື່ອຄວາມໂສກເສົ້າເອົາຊະນະເຮົາ, ເມື່ອຊີວິດເຈັບປວດຫລາຍຈົນເຮົາຫາຍໃຈບໍ່ໄດ້, ເມື່ອເຮົາຖືກທຳຮ້າຍເໝືອນຜູ້ຊາຍທີ່ຢູ່ຕາມທາງໄປສູ່ ເຢຣິໂກ ແລະ ຖືກປະຢູ່ໃຫ້ຕາຍ, ພຣະເຢຊູກໍສະເດັດມາເຖິງ ແລະ ເທນ້ຳມັນໃສ່ບາດແຜຂອງເຮົາ, ຍົກເຮົາຂຶ້ນຢ່າງລະມັດລະວັງ, ພັນແຜໃຫ້ເຮົາ, ພາເຮົາໄປສົ່ງທີ່ໂຮງແຮມ, ດູແລເຮົາ.1 ກັບເຮົາຜູ້ມີຄວາມໂສກເສົ້າ ພຣະອົງກ່າວວ່າ, “ເຮົາຈະໃຫ້ພາລະແບກຫາບຢູ່ບ່າຂອງພວກເຈົ້າ ເບົາບາງລົງ ຈົນວ່າພວກເຈົ້າບໍ່ຮູ້ສຶກວ່າ ມີຫຍັງຢູ່ເທິງຫລັງເລີຍ, ... ເພື່ອພວກເຈົ້າຈະຮູ້ຈັກຢ່າງແນ່ນອນວ່າ ເຮົາຄື ອົງພຣະຜູ້ເປັນເຈົ້າ, ໄດ້ມາຢ້ຽມຢາມຜູ້ຄົນຂອງເຮົາ ໃນຄວາມທຸກຂອງພວກເຂົາ.”2 ພຣະຄຣິດປິ່ນປົວບາດແຜ.
ເຮົາບາງຄົນກໍເມື່ອຍລ້າຫລາຍ
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ກ່າວວ່າ: “ບໍ່ໄດ້ມີເຈດຕະນາວ່າ ໃຫ້ເຮົາແລ່ນໄວເກີນກວ່າທີ່ເຮົາມີກຳລັງ. ... ແຕ່ເຖິງແມ່ນວ່າຈະເປັນແບບນັ້ນ, ຂ້າພະເຈົ້າຮູ້ວ່າພວກທ່ານຫລາຍຄົນກໍແລ່ນໄວໆ ແລະ ແຫລ່ງຂອງພະລັງ ແລະ ຈິດອາລົມບາງເທື່ອກໍເກືອບໝົດໄປເລີຍ.”3 ເມື່ອຄວາມຄາດຫວັງເຮັດໃຫ້ເຮົາໜັກໃຈ, ເຮົາກໍສາມາດຢຸດ ແລະ ທູນຂໍຕໍ່ພຣະບິດາເທິງສະຫວັນວ່າ ເຮົາຄວນປ່ອຍວາງຫຍັງໄປແດ່. ພາກສ່ວນໜຶ່ງຂອງປະສົບການໃນຊີວິດຂອງເຮົາ ແມ່ນທີ່ຈະຮຽນຮູ້ສິ່ງທີ່ບໍ່ຕ້ອງເຮັດ. ເຖິງແມ່ນແນວນັ້ນ, ບາງເທື່ອຊີວິດກໍເຮັດໃຫ້ເຮົາເມື່ອຍຫລາຍ. ພຣະເຢຊູໄດ້ກ່າວວ່າ, “ຈົ່ງມາຫາເຮົາທຸກຄົນທີ່ອິດເມື່ອຍຈາກການແບກຫາບພາລະໜັກ ແລະ ເຮົາຈະໃຫ້ພວກເຈົ້າໄດ້ພັກຜ່ອນ.”4
ພຣະເຢຊູເຕັມພຣະໄທທີ່ຈະຢູ່ກັບເຮົາ ແລະ ຊ່ວຍເຮົາດຶງ ເພື່ອວ່າພາລະແບກຫາບຂອງເຮົາຈະເບົາລົງ. ພຣະຄຣິດຄືການພັກຜ່ອນ.
ເຮົາບາງຄົນກໍຮູ້ສຶກວ່າເຮົາບໍ່ເຂົ້າກັບຮູບແບບດັ້ງເດີມ
ເປັນເພາະເຫດຜົນບາງຢ່າງ, ເຮົາຮູ້ສຶກວ່າບໍ່ຖືກຍອມຮັບ ຫລື ເປັນທີ່ຍອມຮັບ. ພຣະຄຳພີໃໝ່ສະແດງໃຫ້ເຫັນ ຄວາມພະຍາຍາມອັນໃຫຍ່ຫລວງຂອງພຣະເຢຊູ ທີ່ຈະເອື້ອມອອກໄປຫາຜູ້ຄົນທຸກປະເພດ: ຄົນຂີ້ທູດ, ຄົນເກັບພາສີ, ເດັກນ້ອຍ, ຊາວຄາລີເລ, ຍິງໂສເພນີ, ບັນດາຜູ້ຍິງ, ພວກຟາລີຊາຍ, ຄົນບາບ, ຊາວຊາມາເຣຍ, ແມ່ໝ້າຍ, ຜູ້ບັງຄັບກອງຮ້ອຍຊາວໂຣມ, ຄົນຫລິ້ນຊູ້, ຄົນທີ່ມີມົນທິນ. ໃນເກືອບທຸກໆເລື່ອງ, ພຣະອົງກໍເອື້ອມອອກໄປຫາຄົນໃດຄົນໜຶ່ງທີ່ບໍ່ຖືກຍອມຮັບໃນສັງຄົມ.
ລູກາ 19 ເລົ່າເຖິງເລື່ອງນາຍດ່ານພາສີຄົນໜຶ່ງໃນ ເມືອງເຢຣິໂກ ຊື່ ຊັກຂ່າຍ. ລາວໄດ້ປີນຂຶ້ນຕົ້ນໄມ້ເພື່ອຈະໄດ້ເຫັນພຣະເຢຊູສະເດັດຜ່ານໄປ. ຊັກຂ່າຍທຳງານໃຫ້ແກ່ລັດຖະບານໂຣມ ແລະ ເບິ່ງຄືວ່າ ລາວເປັນຄົນສໍ້ລາດບັງຫລວງ. ພຣະເຢຊູໄດ້ເຫັນລາວຢູ່ເທິງຕົ້ນໄມ້ ແລະ ໄດ້ເອີ້ນຫາລາວວ່າ, “ຊັກຂ່າຍເອີຍ, ຮີບລົງມາ; ເພາະວັນນີ້ເຮົາຕ້ອງພັກຢູ່ທີ່ເຮືອນຂອງເຈົ້າ.”5 ແລະ ເມື່ອພຣະເຢຊູໄດ້ເຫັນຄວາມດີຂອງຊັກຂ່າຍ ແລະ ໄດ້ເຫັນສິ່ງທີ່ລາວໄດ້ກະທຳແກ່ຄົນອື່ນ, ພຣະອົງຈຶ່ງໄດ້ຍອມຮັບຄຳສະເໜີຂອງລາວ, ໂດຍເວົ້າວ່າ, “ໃນວັນນີ້ຄວາມພົ້ນມາເຖິງເຮືອນຫລັງນີ້ແລ້ວ, [ເພາະ] ຄົນນີ້ເປັນລູກຫລານຂອງອັບຣາຮາມເໝືອນກັນ.”6
ພຣະຄຣິດໄດ້ບອກຊາວນີໄຟຢ່າງລະອຽດອ່ອນວ່າ, “ເຮົາບໍ່ໄດ້ສັ່ງໃຫ້ຜູ້ໃດໃນພວກເຈົ້າອອກໄປ.”7 ເປໂຕກໍໄດ້ຮັບການເປີດເຜີຍທີ່ມີພະລັງນັ້ນ ໃນ ກິດຈະການ 10 ເມື່ອເພິ່ນໄດ້ປະກາດວ່າ, “ພຣະເຈົ້າໄດ້ໂຜດສະແດງໃຫ້ຂ້າພະເຈົ້າເຫັນວ່າ ບໍ່ຕ້ອງຖື [ຄົນໃດຄົນໜຶ່ງ] ວ່າເປັນຄົນຕ້ອງຫ້າມ ຫລື ມີມົນທິນ.”8 ມັນເປັນຂໍ້ຮຽກຮ້ອງທີ່ໝັ້ນຄົງ ຂອງການເປັນສານຸສິດຊາວຄຣິດ ແລະ ໄພ່ພົນຍຸກສຸດທ້າຍ ທີ່ຈະສະແດງຄວາມຮັກທີ່ແທ້ຈິງຕໍ່ກັນແລະກັນ.9 ພຣະເຢຊູສະເໜີຄຳເຊື້ອເຊີນອັນດຽວກັນນີ້ໃຫ້ແກ່ເຮົາ ທີ່ພຣະອົງໄດ້ສະເໜີໃຫ້ແກ່ຊັກຂ່າຍ ວ່າ: “ເບິ່ງແມ! ເຮົາຢືນເຄາະຢູ່ທີ່ປະຕູ: ຖ້າ [ພວກເຈົ້າ] ໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູ, ເຮົາຈະເຂົ້າໄປຫາ [ພວກເຈົ້າ], ແລະ ຈະຮ່ວມຮັບປະທານອາຫານກັບ [ພວກເຈົ້າ], ແລະ [ພວກເຈົ້າ] ຈະຮ່ວມຮັບປະທານອາຫານກັບເຮົາ.”10 ພຣະຄຣິດເຫັນເຮົາຢູ່ເທິງຕົ້ນໄມ້.
ເຮົາບາງຄົນກໍຮ້ອນອົກຮ້ອນໃຈດ້ວຍຄຳຖາມຕ່າງໆ
ເມື່ອບໍ່ຫລາຍປີຜ່ານມານີ້ ຂ້າພະເຈົ້າກໍກະວົນກະວາຍ ແລະ ບໍ່ສະບາຍໃຈກັບຄຳຖາມຕ່າງໆທີ່ຂ້າພະເຈົ້າຫາຄຳຕອບບໍ່ໄດ້. ເຊົ້າມືດຂອງວັນເສົາມື້ໜຶ່ງ ຂ້າພະເຈົ້າໄດ້ຝັນໄປໜ້ອຍໜຶ່ງ. ໃນຄວາມຝັນນັ້ນ ຂ້າພະເຈົ້າໄດ້ເຫັນສາລາຫລັງໜຶ່ງ ແລະ ຂ້າພະເຈົ້າໄດ້ເຂົ້າໃຈວ່າ ຂ້າພະເຈົ້າຄວນໄປຢືນຢູ່ໃນທີ່ນັ້ນ. ມັນມີປະຕູໂຂງອ້ອມຢູ່, ແຕ່ປ່ອງຢ້ຽມແມ່ນເຮັດດ້ວຍກ້ອນຫີນ. ຂ້າພະເຈົ້າໄດ້ຈົ່ມໃນຄວາມຝັນ, ບໍ່ຢາກເຂົ້າໄປທາງໃນເພາະມັນຄັບແຄບຫລາຍ. ແລ້ວຄວາມຄິດກໍໄດ້ເຂົ້າມາໃນໃຈວ່າ ນ້ອງຊາຍຂອງຢາເຣັດ ກໍໄດ້ລະລາຍກ້ອນຫີນຢ່າງອົດທົນໃຫ້ເປັນແກ້ວໃສ. ແກ້ວກໍເປັນຫີນທີ່ໄດ້ຜ່ານຜ່າການປ່ຽນແປງ. ເມື່ອພຣະຜູ້ເປັນເຈົ້າໄດ້ແຕະຕ້ອງກ້ອນຫີນຂອງນ້ອງຊາຍຂອງຢາເຣັດ, ມັນໄດ້ຮຸ່ງແຈ້ງດ້ວຍຄວາມສະຫວ່າງຢູ່ໃນເຮືອທີ່ມືດມົວ.11 ໃນທັນໃດນັ້ນ ຂ້າພະເຈົ້າກໍເຕັມໄປດ້ວຍຄວາມປາດຖະໜາ ທີ່ຈະເຂົ້າໄປຢູ່ໃນສາລານັ້ນຫລາຍກວ່າທີ່ອື່ນ. ມັນເປັນບ່ອນນັ້ນ—ເປັນບ່ອນດຽວເທົ່ານັ້ນ—ທີ່ຂ້າພະເຈົ້າຈະ “ເຫັນ” ໄດ້ຢ່າງຊັດເຈນແທ້ໆ. ຄຳຖາມຕ່າງໆທີ່ເຮັດໃຫ້ຂ້າພະເຈົ້າໜັກໃຈບໍ່ໄດ້ຫາຍໄປ, ແຕ່ແຈ້ງຊັດກວ່ານັ້ນໃນຄວາມຄິດຂອງຂ້າພະເຈົ້າກໍແມ່ນ ຄຳຖາມທີ່ຂ້າພະເຈົ້າມີໃນໃຈຫລັງຕື່ນຂຶ້ນ ທີ່ວ່າ: “ເຈົ້າຈະເຮັດໃຫ້ສັດທາຂອງເຈົ້າເພີ່ມທະວີຂຶ້ນແນວໃດ, ເໝືອນດັ່ງນ້ອງຊາຍຂອງຢາເຣັດ, ເພື່ອວ່າກ້ອນຫີນຂອງເຈົ້າຈະກາຍເປັນຄວາມສະຫວ່າງໄດ້?”12
ສະໝອງມະຕະຂອງເຮົາແມ່ນມີໄວ້ເພື່ອໃຫ້ສະແຫວງຫາຄວາມເຂົ້າໃຈ ແລະ ຄວາມໝາຍທີ່ຢູ່ໃນຫໍ່ນ້ອຍໆ. ຂ້າພະເຈົ້າບໍ່ຮູ້ເຫດຜົນທຸກຢ່າງວ່າເປັນຫຍັງຜ້າມ່ານໃນຊ່ວງມະຕະນີ້ຈຶ່ງໜາແທ້. ທີ່ນີ້ບໍ່ແມ່ນຂັ້ນຕອນໃນການພັດທະນານິລັນດອນຂອງເຮົາ ບ່ອນທີ່ເຮົາຈະມີຄຳຕອບທັງໝົດ. ມັນເປັນຂັ້ນຕອນບ່ອນທີ່ເຮົາພັດທະນາຄວາມໝັ້ນໃຈ (ຫລື ບາງເທື່ອກໍເປັນຄວາມຫວັງຂອງເຮົາ) ໃນຫລັກຖານເຖິງສິ່ງທີ່ເຮົາຍັງບໍ່ເຫັນໄດ້ກັບຕາ. ຄວາມໝັ້ນໃຈຈະມີມາໃນວິທີທາງທີ່ຈຳແນກບໍ່ໄດ້ງ່າຍໆສະເໝີ, ແຕ່ກໍຍັງມີຄວາມສະຫວ່າງຢູ່ ໃນຄວາມມືດຂອງເຮົາ. ພຣະເຢຊູ ໄດ້ກ່າວວ່າ, “ເຮົາຄືຄວາມສະຫວ່າງ, ແລະ ຊີວິດ ແລະ ຄວາມຈິງຂອງໂລກ.”13 ສຳລັບຜູ້ທີ່ສະແຫວງຫາຄວາມຈິງ, ໃນຕອນຕົ້ນມັນອາດປະກົດຄືວ່າ ຄວາມຄັບແຄບທີ່ໂງ່ຈ້າຂອງປ່ອງຢ້ຽມທີ່ເຮັດດ້ວຍກ້ອນຫີນ. ແຕ່ດ້ວຍຄວາມອົດທົນ ແລະ ຄຳຖາມທີ່ຊື່ສັດ, ພຣະເຢຊູສາມາດປ່ຽນປ່ອງຢ້ຽມທີ່ເປັນກ້ອນຫີນຂອງເຮົາໃຫ້ເປັນແກ້ວ ແລະ ຄວາມສະຫວ່າງໄດ້. ພຣະຄຣິດຄືຄວາມສະຫວ່າງທີ່ໃຫ້ເຫັນໄດ້.
ເຮົາບາງຄົນກໍຮູ້ສຶກວ່າ ເຮົາຈະບໍ່ມັນວັນດີພໍເລີຍ
ສີແດງເຂັ້ມຢູ່ໃນພຣະຄຳພີເດີມ ບໍ່ພຽງແຕ່ເປັນສີສົດໃສ ແຕ່ມັນຍັງເປັນສີທີ່ບໍ່ຕາຍສີ, ໝາຍຄວາມວ່າມັນເປັນສີເຈີດຈ້າທີ່ຕິດຢູ່ກັບດ້າຍຂົນແກະ ແລະ ມັນຈະບໍ່ຈືດຈາງລົງ ບໍ່ວ່າຈະຊັກມັນຫລາຍເທື່ອເທົ່າໃດກໍຕາມ.14 ຊາຕານໄດ້ກ່າວແບບໃຫ້ເຮົາໝົດຫວັງວ່າ: ດ້າຍຂົນແກະສີຂາວທີ່ຖືກຍ້ອມເປັນສີແດງເຂັ້ມຈະກັບຄືນໄປເປັນສີຂາວອີກບໍ່ໄດ້ດອກ. ແຕ່ພຣະເຢຊູຄຣິດ ປະກາດວ່າ, “ວິຖີທາງທັງຄວາມຄິດເຮົາ [ກໍ] ສູງກວ່າສັນນັ້ນ,”15 ແລະ ຄວາມມະຫັດສະຈັນແຫ່ງພຣະຄຸນຂອງພຣະອົງກໍຄື ເມື່ອເຮົາກັບໃຈຈາກບາບຂອງເຮົາ, ໂລຫິດທີ່ແດງເຂັ້ມຂອງພຣະອົງຈະຊ່ວຍໃຫ້ເຮົາກັບຄືນສູ່ຄວາມບໍລິສຸດ. ມັນບໍ່ມີເຫດຜົນ, ແຕ່ມັນກໍເປັນຄວາມຈິງຢູ່ດີ.
“ເຖິງແມ່ນວ່າບາບຂອງພວກເຈົ້ານັ້ນເປັນສີແດງເຂັ້ມ, ແຕ່ເຮົາກໍຈະຊຳລະໃຫ້ຂາວສະອາດດັ່ງຫິມະ; ເຖິງແມ່ນວ່າຮອຍເປິເປື້ອນຈະແດງເຂັ້ມ, ພວກເຈົ້າກໍຈະຂາວສະອາດດັ່ງຂົນແກະ.”16 ພຣະຜູ້ເປັນເຈົ້າໄດ້ກ່າວເນັ້ນໜັກວ່າ: ຖ້າຜູ້ໃດກັບໃຈຈາກ … [ບາບ], ເຂົາຈະໄດ້ຮັບການອະໄພໂທດ, ແລະ ພຣະຜູ້ເປັນເຈົ້າ, ຈະບໍ່ຈົດຈຳບາບນັ້ນອີກຕໍ່ໄປ.17 ແທ້ໆແລ້ວແມ່ນ: ຈົ່ງມາ, ຕົກລົງເລື່ອງລາວກັນເທາະ.18 ພວກເຈົ້າໄດ້ເຮັດຜິດພາດ; ທຸກຄົນໄດ້ເຮັດຜິດບາບ.19 ຈົ່ງມາຫາເຮົາ ແລະ ກັບໃຈ.20 ເຮົາຈະບໍ່ຈົດຈຳບາບນັ້ນອີກຕໍ່ໄປ.21 ເຈົ້າຈະຫາຍດີໄດ້ອີກ.22 ເຮົາມີວຽກງານໃຫ້ເຈົ້າເຮັດ.23 ພຣະຄຣິດເຮັດໃຫ້ດ້າຍຂົນແກະຂາວຄືນ.
ແຕ່ແມ່ນຫຍັງຄືຂັ້ນຕອນທີ່ໃຊ້ໄດ້ເຫລົ່ານັ້ນ? ແມ່ນຫຍັງຄືສິ່ງທີ່ຈະເຊື່ອມໂຍງເຖິງອຳນາດຂອງພຣະເຢຊູຄຣິດ ເມື່ອເຮົາກຳລັງຫວັ່ນໄຫວຢູ່? ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວຢ່າງລຽບງ່າຍວ່າ: “ສິ່ງສຳຄັນແມ່ນການເຮັດ ແລະ ຮັກສາພັນທະສັນຍາທີ່ສັກສິດ. … ມັນບໍ່ສັບສົນເລີຍ.”24 ໃຫ້ພຣະຄຣິດເປັນຈຸດໃຈກາງຂອງຊີວິດທ່ານ.25
ຖ້າຫາກທ່ານຮູ້ສຶກວ່າຄວາມສະຫວ່າງຂອງປະຈັກພະຍານຂອງທ່ານກຳລັງດັບລົງ ແລະ ຄວາມມືດກຳລັງເຂົ້າມາແທນ, ໃຫ້ມີຄວາມກ້າຫານເຖີດ. ໃຫ້ຮັກສາຄຳສັນຍາຂອງທ່ານທີ່ມີຕໍ່ພຣະເຈົ້າ. ທູນຖາມຄຳຖາມຂອງທ່ານ. ໃຫ້ລະລາຍຫີນໃຫ້ເປັນແກ້ວ. ຈົ່ງຫັນໄປຫາພຣະເຢຊູຄຣິດ, ຜູ້ທີ່ຍັງຮັກທ່ານຢູ່.
ພຣະເຢຊູໄດ້ກ່າວວ່າ ພຣະອົງເປັນຄວາມສະຫວ່າງຊຶ່ງສ່ອງແສງຢູ່ໃນຄວາມມືດ, ແລະ ຄວາມມືດບໍ່ເຂົ້າໃຈມັນເລີຍ.26 ນີ້ໝາຍຄວາມວ່າ ບໍ່ວ່າມັນຈະພະຍາຍາມເທົ່າໃດກໍຕາມ, ຄວາມມືດຈະດັບຄວາມສະຫວ່າງນັ້ນບໍ່ໄດ້. ບໍ່ມີວັນດັບໄດ້ເລີຍ. ທ່ານໄວ້ວາງໃຈໄດ້ວ່າ ຄວາມສະຫວ່າງຂອງພຣະອົງຈະຢູ່ທີ່ນັ້ນເພື່ອທ່ານ.
ເຮົາ, ຫລື ຜູ້ຄົນທີ່ເຮົາຮັກ, ອາດດັບໄປໃນຄວາມມືດເປັນຊົ່ວຄາວ. ໃນກໍລະນີພຣະວິຫານເຊົາເລັກ ຜູ້ຈັດການສະຖານທີ່, ບຣາເດີ ວາລ໌ ໄວ້ທ໌, ກໍໄດ້ຮັບໂທລະສັບເກືອບທັນທີ. ຜູ້ຄົນໄດ້ເຫັນ. ມີຫຍັງເກີດຂຶ້ນກັບໄຟທີ່ພຣະວິຫານ? ທຳອິດ, ພະນັກງານໄດ້ອອກໄປສຳຫລວດແຜ່ນໄຟຟ້າຢູ່ທຸກໆບ່ອນໃນພຣະວິຫານ ແລະ ໄດ້ເປີດໄຟເຫລົ່ານັ້ນດ້ວຍມື. ແລ້ວເຂົາເຈົ້າໄດ້ເອົາຖ່ານໃສ່ແຫລ່ງພະລັງໄຟ ແລະ ໄດ້ທົດລອງມັນເພື່ອຈະພົບເຫັນວ່າອັນໃດທີ່ໃຊ້ການບໍ່ໄດ້.
ມັນຍາກທີ່ຈະໄຕ້ໄຟນັ້ນຄືນດ້ວຍຕົວເອງ. ພວກເຮົາຕ້ອງການໝູ່ເພື່ອນ. ພວກເຮົາຕ້ອງການກັນແລະກັນ. ເໝືອນດັ່ງພະນັກງານສະຖານທີ່ພຣະວິຫານ, ເຮົາສາມາດຊ່ວຍກັນແລະກັນ ໂດຍການສະເໜີໜ້າຢູ່ທີ່ນັ້ນ, ສາກຖ່ານໄຟທາງວິນຍານຂອງເຮົາ, ສ້ອມແຊມສິ່ງທີ່ຜິດພາດໄປ.
ຄວາມສະຫວ່າງສ່ວນຕົວຂອງເຮົາ ອາດເປັນເໝືອນດັ່ງດອກໄຟດອກດຽວເທົ່ານັ້ນຢູ່ເທິງຕົ້ນໄມ້. ແຕ່ເຮົາຍັງສາມາດສ່ອງແສງນ້ອຍໆຂອງເຮົາອອກໄປ, ແລະ ຮ່ວມກັນ, ເໝືອນດັ່ງພຣະວິຫານເຊົາເລັກ ໃນຊ່ວງບຸນຄຣິດສະມັດ, ເຮົາສາມາດຈັບໃຈຜູ້ຄົນຫລາຍໆລ້ານຄົນ ໃຫ້ມາຫາບ້ານຂອງພຣະຜູ້ເປັນເຈົ້າໄດ້. ດີທີ່ສຸດຄື, ດັ່ງທີ່ ປະທານແນວສັນ ໄດ້ຊຸກຍູ້, ເຮົາສາມາດນຳຄວາມສະຫວ່າງຂອງພຣະຜູ້ຊ່ວຍໃຫ້ລອດມາສູ່ຕົວເຮົາເອງ ແລະ ຜູ້ຄົນທີ່ສຳຄັນຂອງເຮົາໄດ້ ໂດຍການກະທຳທີ່ລຽບງ່າຍ ຂອງການຮັກສາພັນທະສັນຍາຂອງເຮົາ. ໃນຫລາຍໆວິທີທາງ, ພຣະຜູ້ເປັນເຈົ້າປະທານລາງວັນໃຫ້ແກ່ການກະທຳທີ່ຊື່ສັດນັ້ນ ດ້ວຍອຳນາດ ແລະ ດ້ວຍຄວາມຊື່ນຊົມ.27
ຂ້າພະເຈົ້າເປັນພະຍານວ່າ ທ່ານເປັນທີ່ຮັກ. ພຣະຜູ້ເປັນເຈົ້າຮູ້ວ່າທ່ານພະຍາຍາມຫລາຍຂະໜາດໃດ. ທ່ານມີຄວາມກ້າວໜ້າດີ. ສູ້ຕໍ່ໄປ. ພຣະອົງເຫັນການເສຍສະລະທີ່ຊ້ອນຢູ່ຂອງທ່ານທັງໝົດ ແລະ ນັບມັນເພື່ອເປັນຄວາມດີຂອງທ່ານ ແລະ ຂອງຜູ້ຄົນທີ່ທ່ານຮັກ. ວຽກງານຂອງທ່ານບໍ່ໄດ້ໄຮ້ຜົນ. ທ່ານບໍ່ໄດ້ຢູ່ຄົນດຽວຕາມລຳພັງ. ພຣະນາມຂອງພຣະອົງຄື, ເອມານູເອນ, ທີ່ໝາຍຄວາມວ່າ, “ພຣະເຈົ້າສະຖິດຢູ່ກັບເຮົາທັງຫລາຍ.”28 ພຣະອົງສະຖິດຢູ່ກັບທ່ານແນ່ນອນ.
ຂໍໃຫ້ກ້າວໄປໜ້າອີກຈັກສາມສີ່ບາດກ້າວ ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ແມ່ນແຕ່ມັນຈະມືດເກີນທີ່ທ່ານຈະເຫັນໄດ້ໄກກໍຕາມ. ຄວາມສະຫວ່າງນັ້ນຈະກັບມາ. ຂ້າພະເຈົ້າເປັນພະຍານເຖິງຄວາມຈິງໃນພຣະຄຳຂອງພຣະເຢຊູ, ແລະ ມັນກໍເຕັມໄປດ້ວຍຄວາມສະຫວ່າງວ່າ ເມື່ອເຮົາເຂົ້າໃກ້ພຣະອົງ ແລ້ວພຣະອົງຈະເຂົ້າໃກ້ເຮົາ; ເມື່ອເຮົາສະແຫວງຫາພຣະອົງດ້ວຍຄວາມພາກພຽນ ແລ້ວ ເຮົາຈະພົບພຣະອົງ; ເມື່ອເຮົາໝັ່ນຂໍ ແລ້ວເຮົາຈະໄດ້ຮັບ; ເມື່ອເຮົາໝັ່ນເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້.”29 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.