​2010–2019
ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


2:3

ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ

ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ, ເຮົາ​ຈະ​ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ລືມ​ຄິດ​ກ່ຽວ​ກັບ​ຕົວ​ເອງ ແລ້ວ​ໄປ​ຊ່ວຍ​ເຫລືອ​ຄົນ​ອື່ນ.

ປະ​ມານ 18 ເດືອນ​ກ່ອນ, ໃນ​ລະ​ດູ​ໃບ​ໄມ້​ຫລົ່ນ​ຂອງ​ປີ 2017 ອ້າຍ​ຂອງ​ຂ້າ​ພະ​ເຈົ້າທີ່​ມີອາ​ຍຸ 64 ປີ ຊື່ ໄມ້ ຖືກກວດ​ພົບ​ວ່າ ລາວເປັນ​ມະ​ເລັງຢູ່ມ້າມ. ລາວ​ກໍໄດ້​ບອກ​ຂ້າ​ພະ​ເຈົ້າ​​ວ່າ ລາວ​ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈາກ​ຄູ​ສອນ​ປະ​ຈຳ​ບ້ານ​ຂອງ​ລາວ ແລະ ວ່າ​ລາວ​ໄດ້​ໄປ​ພົບ​ອະ​ທິ​ການ​ຂອງ​ລາວແລ້ວ. ຕໍ່​ມາ ລາວ​ກໍ​ໄດ້​ສົ່ງ​ຮູບ​ພຣະ​ວິ​ຫານ ໂອກ​ແລນ ແຄ​ລີ​ໂຟ​ເນຍ ມາ​ທາງ​ມື​ຖື​ໃຫ້​ຂ້າ​ພະ​ເຈົ້າ​ ຈາກ​ໂຮງ​ໝໍ​ບ່ອນ​ທີ່​ລາວ​ຮັບ​ການ​ບຳ​ບັດ, ພ້ອມ​ທັງ​ຂໍ້​ຄວາມ​ວ່າ “ເບິ່ງ​ແມ ວ່າ​ຂ້ອຍ​ເຫັນ​ຫຍັງ ຈາກ​ປ່ອງ​ຢ້ຽມ​ຂອງ​ຫ້ອງຂ້ອຍ.”1

ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ​ກັບ​ສິ່ງ​ທີ່​ລາວ​ໄດ້​ເວົ້າ​ກ່ຽວ​ກັບ​ຄູ​ສອນ​ປະ​ຈຳ​ບ້ານ, ຖາ​ນະ​ປະ​ໂລ​ຫິດ, ອະ​ທິ​ການ, ແລະ ພຣະ​ວິ​ຫານ ເທົ່າໆ​ກັບ​ທີ່​ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ​ກັບ​ການ​ເປັນ​ມະ​ເລັງ​ຂອງ​ລາວ. ຄື​ແນວນີ້, ​ອ້າຍໄມ້, ຜູ້​ເປັນ​ປະ​ໂລ​ຫິດ​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ບໍ່​ໄດ້​ໄປ​ໂບດ​ເປັນ​ປະ​ຈຳ ເກືອບ 50 ປີ​ແລ້ວ.

ທຸກ​ຄົນ​ໃນ​ຄອບ​ຄົວພວກ​ເຮົາ​ກໍ​ສົນ​ໃຈ​ຫລາຍ​ກັບ​ຄວາມ​ກ້າວ​ໜ້າ​ຂອງ​ລາວ​ທາງວິນ​ຍານ ເທົ່າໆ​ກັບ​ຄວາມ​ສົນ​ໃຈ​ຂອງ​ພວກ​ເຮົາກັບ​ການ​ຕໍ່​ສູ້​ມະ​ເລັງ​ຂອງ​ລາວ, ສ່ວນ​ຫລາຍ​ແລ້ວ ເພາະເວ​ລານີ້​ລາວ​ມັກ​ຖາມ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ, ອຳ​ນາດ​ແຫ່ງ​ການ​ຜະ​ນຶກ, ແລະ ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ. ເມື່ອ​ຫລາຍ​ເດືອນ​ຜ່ານ​ໄປ ແລະ ໂຣກ​ມະ​ເລັງ​ໄດ້ແຜ່​ລາມ​ອອກ​ຫລາຍ, ໃນ​ທີ່​ສຸດ ອ້າຍໄມ້ຕ້ອງ​ໄດ້​ໄປ​ຮັບ​ການ​ປິ່ນ​ປົວ​ຢູ່​ລັດ​ຢູ​ທາ ທີ່ສູນ​ພະ​ຍາ​ບານ​ໂຣກ​ມະ​ເລັງ ຮັ້ນ​ສະ​ແມນ.

ບໍ່​ດົນ​ຫລັງ​ຈາກ​ລາວ​ໄດ້​ໄປ​ເຖິງ, ທ່ານ​ຈອນ ໂຮລ໌ບ​ຣຸກ ຜູ້​ຊຶ່ງ​ເປັນ​ຜູ້​ນຳ​ເຜີຍ​ແຜ່ ຢູ່​ຫວອດ​ທີ່​ຮັບ​ໃຊ້​ສະ​ຖານ​ທີ່​ບຳ​ບັດ ກໍ​ໄດ້​ໄປ​ຢ້ຽມ​ອ້າຍ​ໄມ້ຢູ່ບ່ອນ​ທີ່​ລາວ​ອາ​ໄສ​ຢູ່​ໃນເວ​ລາ​ນັ້ນ. ທ່ານຈອນໄດ້​ເວົ້າ​ວ່າ “ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ໄມ້ເປັນ​ບຸດ​ຂອງ​ພຣະ​ເຈົ້າ” ແລະ ວ່າ​ທັງ​ສອງ​ກໍ​ໄດ້​ພັດ​ທະ​ນາ​ຄວາມ​ເປັນ​ເພື່ອນຢ່າງ​ໄວ​ວາ ຊຶ່ງ​ສິ່ງນີ້​ໄດ້​ເຮັດ​ໃຫ້ ທ່ານ​ຈອນກາຍ​ເປັນ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແບບບໍ່​ໄດ້​ຮັບ​ການມອບ​ໝາຍ. ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຖືກ​ຖາມ​ຢູ່​ວ່າ ລາວ​ຢາກ​ຮັບ​ບົດ​ຮຽນ​ຈາກ​ຜູ້​ສອນ​ສາດ​ສະ​ໜາ​ຫລືບໍ່, ແຕ່​ລາວ​ປະ​ຕິ​ເສດຢ່າງ​ສຸ​ພາບ, ແຕ່​ຫລັງ​ຈາກ​ໜຶ່ງ​ເດືອນ, ທ່ານຈອນໄດ້​ຖາມ​ອີກ, ໂດຍ​ທີ່​ໄດ້​ອະ​ທິ​ບາຍ​ຕໍ່ອ້າຍໄມ້ວ່າ, “ຂ້ອຍ​ຄິດ​ວ່າ ເຈົ້າ​ຊິ​ມັກ​ຟັງ​ຂ່າວ​ສານ​ເລື່ອງ​ພຣະ​ກິດ​ຕິ​ຄຸນ.”2 ເທື່ອນີ້​ລາວ​ໄດ້​ຕົກ​ລົງ, ແລ້ວ​ຜູ້​ສອ​ນ​ສາດ​ສະ​ໜາ​ກໍ​ໄດ້​ທຽວ​ໄປ​ສອນ​ລາວ​, ທັງ​ອະ​ທິ​ການ ຈອນ ຊາບ ກໍ​ໄດ້​ໄປ​ຢ້ຽມ​ຢາມ, ຊຶ່ງ​ການ​ເວົ້າ​ລົມ​ຂອງ​ເຂົາ​ເຈົ້າ ໄດ້​ນຳອ້າຍ​ໄມ້ໄປ​ສູ່​ການຮັບ​ປິ​ຕຸ​ພອນ, ຊຶ່ງ​ເປັນ​ເວ​ລາ 57 ​ປີ ຫລັງ​ຈາກ​ທີ່​ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ.

ໃນ​ຕົ້ນ​ເດືອນ​ທັນ​ວາ ປີ​ກາຍນີ້, ຫລັງ​ຈາກ​ທີ່​ໄດ້​ຮັບ​ການ​ບຳ​ບັດ​ເປັນ​ເວ​ລາ​ຫລາຍ​ເດືອນ, ອ້າຍໄມ້ໄດ້​ຕັດ​ສິນ​ໃຈ​ຢຸດ​ຮັບ​ເອົາ​ການ​ບຳ​ບັດ, ຊຶ່ງ​ມີ​ຜົນ​ຂ້າງ​ຄຽງ​ທີ່​ຮ້າຍ​ແຮງ, ແລະ ປ່ອຍ​ໃຫ້​ເປັນ​ໄປ​ຕາມ​ທຳ​ມະ​ຊາດ. ທ່ານ​ໝໍ​ຂອງອ້າຍໄມ້ໄດ້​ບອກ​ພວກ​ເຮົາ​ວ່າ ອ້າຍໄມ້ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ປະ​ມານ ສາມ​ເດືອນ. ໃນ​ເວ​ລາ​ດຽວ​ກັນ​ນັ້ນ, ລາວ​ກໍ​ໄດ້​ຖາມ​ຫລາຍຢ່າງ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ—ແລະ ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ໃນ​ທ້ອງ​ຖິ່ນ​ຂອງ​ລາວ ກໍ​ໄດ້​ທຽວ​ໄປ​ຢ້ຽມ​ຢາມ ຢູ່ບໍ່​ຂາດ. ເວ​ລາ​ພວກ​ເຮົາ​ໄປ​ຢ້ຽມ​ຢາມອ້າຍ​ໄມ້, ພວກ​ເຮົາ​ມັກ​ຈະ​ເຫັນ​ພຣະ​ຄຳ​ພີ​ມໍ​ມອນ​ເປີດ​ຢູ່​ໂຕະ​ນ້ອຍ ຂ້າງ​ຕຽງ​ນອນ ຂະ​ນະ​ທີ່​ພວກ​ເຮົາ​ສົນ​ທະ​ນາ​ກັນ​ເລື່ອງ​ພຣະ​ກິດ​​ຕິ​ຄຸນທີ່​ຖືກ​ຟື້ນ​ຟູ, ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ກ່ຽວ​ກັບ​ພິ​ທີ​ການ​ຂອງພຣະ​ວິ​ຫານ, ແລະ ທຳ​ມະ​ຊາດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.

ເມື່ອ​ເຖິງ​ກາງ​ເດືອນ​ທັນ​ວາ, ພ້ອມ​ດ້ວຍ​ປິ​ຕຸ​ພອນ​ຢູ່​ໃນ​ມື​ຂອງ​ລາວ, ເບິ່ງ​ຄື​ວ່າ ອ້າຍໄມ້ແຂງ​ແຮງ​ຫລາຍກວ່າ​ເກົ່າ, ແລະ ໝໍ​ບອກວ່າ ລາວ​ອາດ​ມີ​ຊີ​ວິດ​ຢູ່​ຕໍ່​ຕື່ມ​ອີກສາມ​ເດືອນ. ພວກ​ເຮົາ​ໄດ້​ວາງ​ແຜນ​ໃຫ້​ລາວ​ມາ​ຮ່ວມ​ສັງ​ສັນ​ໃນ​ວັນ​ຄຣິດ​ສະ​ມັດ, ວັນ​ປີ​ໃໝ່, ແລະ ວັນ​ອື່ນໆ​ອີກ ​ກັບ​ພວກ​ເຮົາ. ໃນ​ວັນ​ທີ 16 ເດືອນ​ທັນວາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ ທີ່ບໍ່​ຄາດ​ຄິດ ຈາກ​ອະ​ທິ​ການຊາບ, ບອກ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ວ່າ ເພິ່ນ ແລະ ປະ​ທານ​ສະ​ເຕກ​ໄດ້ສຳ​ພາດ ອ້າຍໄມ້, ໄດ້​ພົບ​ວ່າລາວ​ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ແລະ ຢາກ​ໃຫ້​ຂ້າ​ພະ​ເຈົ້າ​ໄປ​ຮ່ວມ​ນຳ​ພວກ​ເພິ່ນ ຖ້າ​ຂ້າ​ພະ​ເຈົ້າ​ມີ​ເວ​ລາ. ໄດ້​ມີ​ການວາງ​ແຜນ​ໄປ​ເຮັດ​ພິ​ທີ​ການ ໃນ​ວັນ​ສຸກ, ວັນ​ທີ 21 ເດືອນ​ທັນວາ.

ເມື່ອມື້ນັ້ນ​ມາ​ເຖິງ, ແຄ​ຣອນ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ ໄດ້​ໄປ​ເຖິງ​ສູນ​ບຳ​ບັດ ແລະ ກໍ​ໄດ້​ຖືກ​ແຈ້ງ​ໃຫ້​ຮູ້​ຢູ່​ໃກ້​ຫ້ອງ​ຂອງອ້າຍໄມ້ວ່າ ຊີບ​ພະ​ຈອນ​ຂອງ​ລາວ​ເຊົາ​ເຕັ້ນ​ແລ້ວ. ພວກ​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ ແລະ ເຫັນ​ປິ​ຕຸ, ອະ​ທິ​ການ, ແລະ ປະ​ທານ​ສະ​ເຕກ​ຂອງ​ລາວ ຢູ່​ລໍ​ຖ້າ​ແລ້ວ—ແລະ ແລ້ວ​ອ້າຍໄມ້ໄດ້​ມືນ​ຕາ. ລາວ​ຈື່​ຂ້າ​ພະ​ເຈົ້າ​ໄດ້ ແລະ ວ່າ​ລາວ​ໄດ້​ຍິນ​ຂ້າ​ພະ​ເຈົ້າ​ເວົ້າ ແລະ ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ. ຫ້າ​ສິບ​ປີ ຫລັງ​ຈາກ​ທີ່​ອ້າຍໄມ້ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ບັດ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິດ​ທິ​ພິ​ເສດ ຊ່ວຍ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ, ມອບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ແຕ່ງ​ຕັ້ງ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ສູ່​ຕຳ​ແໜ່ງ ແອວ​ເດີ. ຫ້າ​ຊົ່ວ​ໂມງ​ຈາກນັ້ນ, ອ້າຍໄມ້​ກໍໄດ້ເສຍ​ຊີ​ວິດ, ຂ້າມ​ມ່ານ​ໄປ​ຫາ​ຟາກນັ້ນ ຫາ​ພໍ່​ແມ່​ຂອງ​ພວກ​ເຮົາ ໃນ​ຖາ​ນະ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

ປີ​ກາຍນີ້, ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ເອີ້ນ​ໃຫ້​ເຮົາ​ທຸກ​ຄົນ ດູ​ແລ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ ໃນ “ວິ​ທີ​ທາງ​ທີ່​ສູງກວ່າ, ສັກ​ສິດກວ່າ.”3 ເມື່ອ​ກ່າວ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ປະ​ທານ​ແນວ​ສັນ ໄດ້​ກ່າ​ວ​ວ່າ “ເພາະ​ວ່ານີ້​ແມ່ນ​ສາດ​ສະ​ໜາ​ຈັກຂອງ​ພຣະ​ອົງ, ເຮົາ​ຜູ້ທີ່​ເປັນ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດຕໍ່​ຜູ້​ຄົນ ດັ່ງ​ທີ່​ພຣະ​ອົງ​ໄດ້ກະ​ທຳ. ເຮົາ​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ອົງ, ແລະ ດ້ວຍ​​ຄວາມ​ຮັກ​ທີ່​ມີ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ອົງ.”4

ໃນ​ການ​ເຮັດ​ຕາມ​ຄຳ​ເຊື້ອ​ເຊີນ​ນັ້ນ​ຈາກ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ຄວາມ​ມຸ່ງ​ໝັ້ນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ຄົນ ໄດ້​ເກີດ​ຂຶ້ນ​ຕະ​ຫລອດ​ທົ່ວ​ໂລກ, ທັງໃນຄວາມ​ພະ​ຍາ​ຍາມ​ປະ​ສານ​ງານ, ຂະ​ນະ​ທີ່​ສະ​ມາ​ຊິກ​ໄດ້​ເຮັດ​ໜ້າ​ທີ່ມອບ​ໝາຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຂົາ​ເຈົ້າດ້ວຍ​ສັດ​ທາ, ຕະ​ຫລອດ​ທັງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າຈະ​ເອີ້ນ​ວ່າ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແບບ “ບໍ່​ໄດ້​ກຽມ​ລ່ວງ​ໜ້າ”, ຊຶ່ງ​ຫລາຍ​ຄົນ​ໄດ້​ສະ​ແດງ​ຄວາມ​ຮັກ​ຢ່າງ​ພຣະ​ຄຣິດ ໃນ​ການ​ຕອບ​ຮັບ​ໂອ​ກາດ​ທີ່ບໍ່​ໄດ້​ຄາດ​ໄວ້. ໃນ​ຄອບ​ຄົວ​ຂອງ​ເຮົາ​ເອງ, ເຮົາ​ເປັນ​ພະ​ຍານ​ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດນີ້ ຢ່າງ​ໃກ້​ຊິດ.

ທ່ານຈອນ, ຜູ້​ເປັນ​ເພື່ອນ​ຂອງ​ອ້າຍ​ໄມ້, ເປັນອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ເປັນ​ອະ​ດີດ​ປະ​ທານ​ເຜີຍ​ແຜ່, ເຄີຍ​ໄດ້​ບອກ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເພິ່ນ​ວ່າ “ຖ້າ​ມີ​ຜູ້​ໃດ ຢູ່​ໃນ​ບັນ​ດາ​ລາຍ​ຊື່ ບອກວ່າ ‘ບໍ່​ສົນ​ໃຈ,’ ຢ່າທໍ້​ຖອຍ​ໃຈ. ຜູ້​ຄົນ​ສາ​ມາດ​ປ່ຽນ.” ແລ້ວ​ເພິ່ນ​ໄດ້​ບອກ​ພວກ​ເຮົາ​ວ່າ, “ໄມ້ໄດ້​ປ່ຽນ​ຫລາຍ​ຂະ​ໜາດ.”5 ທຳ​ອິດ ທ່ານຈອນໄດ້​ເປັນ​ເພື່ອນ, ໄດ້​ຊຸກ​ຍູ້ ແລະ ໃຫ້ກຳ​ລັງ​ໃຈຢູ່​ເລື້ອຍ—ແຕ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ ບໍ່​ໄດ້​ຢຸດ​ຢູ່​ທີ່​ການ​ໄປ​ຢ້ຽມ​ຢາມເທົ່າ​ນັ້ນ. ທ່ານຈອນຮູ້​ວ່າ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແມ່ນ​ເກີນກວ່າ​ການ​ພຽງ​ແຕ່​ເປັນ​ເພື່ອນ ແລະ ວ່າ​ມິດ​ຕະ​ພາບນັ້ນ​ໄດ້​ຂະ​ຫຍາຍ​ອອກກວ້າງ ຂະ​ນະ​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ບຸກ​ຄົນບໍ່​ຈຳ​ເປັນ​ຕ້ອງ​ຮັບ​ທຸກ​ທໍ​ລະ​ມານກັບ​ພະ​ຍາດ​ທີ່​ຮ້າຍ​ແຮງ, ຄື​ກັນ​ກັບ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ຈຶ່ງ​ຕ້ອງ​ການ ກາ​ນ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ຄວາມ​ຈຳ​ເປັນ​ເຫລົ່າ​ນັ້ນ ມາ​ເຖິງ​ໃນ​ຫລາຍ​ຮູບ​ແບບ, ຂະ​ໜາດ, ແລະ ສະ​ພາບ​ການ. ພໍ່ ຫລື ແມ່​ຜູ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ; ຄູ່​ຜົວ​ເມຍ​ທີ່ບໍ່​ເຂັ້ມ​ແຂງ; ໄວ​ລຸ້ນ​ທີ່ດີ້ນ​ລົນ; ແມ່​ທີ່​ຫຍຸ້ງ​ຍາກ; ການ​ທົດ​ລອງ​ແຫ່ງ​ສັດ​ທາ; ການ​ເງິນ, ສຸ​ຂະ​ພາບ, ຫລື ບັນ​ຫາ​ເລື່ອງ​ການ​ແຕ່ງ​ງານ—ມີ​ຫລາຍ​ຈົນ​ນັບບໍ່​ຖ້ວນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄື​ກັນ​ກັບ​ອ້າຍໄມ້, ບໍ່​ມີ​ໃຜ​ຢູ່​ໄກ​ເກີນ​ໄປ, ແລະ ມັນ​ກໍ​ຍັງ​ບໍ່​ສາຍ​ເກີນ​ໄປ ສຳ​ລັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່ຈະ​ເອື້ອມ​ເຖິງ.

ເຮົາ​ໄດ້​ຮຽນ​ຮູ້​ເລື່ອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຈາກ​ເວບ​ໄຊ້ຂອງ​ສາດ​ສະ​ໜາ​ຈັກ​ວ່າ “ຂະ​ນະ​ທີ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ມີ​ຈຸດ​ປະ​ສົງ​ຫລາຍ​ຢ່າງ, ຄວາມ​ມຸ່ງ​ໝັ້ນ​ຂອງ​ເຮົາ ​ຄວນ​ໄດ້​ຮັບ​ການ​ນຳ​ພາ​ໂດຍ​ຄວາມ​ປາດ​ຖະ​ໜາ ທີ່​ຈະ​ຊ່ວຍ​ເຫລືອ​ຄົນ​ອື່ນ ບັນ​ລຸ​ການ​ປ່ຽນ​ໃຈ​ເຫລື້ອມ​ໃຈ​ຢ່າງ​ເລິກ​ຊຶ້ງ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍກວ່າ​ເກົ່າ.”6 ແອວເດີ ນຽວ ແອວ ແອນເດີເຊັນ ໄດ້​ກ່າວ​ໃນ​ທາງນີ້ວ່າ:

“ບຸກ​ຄົນ​ທີ່ມີ​ນ້ຳ​ໃຈ ສາ​ມາດ​ຊ່ວຍ​ບາງຄົນ​ແປງ​ຢາງ​ລົດ, ພາ​ເພື່ອນ​ທີ່​ອາ​ໄສຢູ່​ຫ້ອງ​ດຽວ​ກັນ​ໄປ​ຫາ​ໝໍ, ກິນ​ເຂົ້າ​ກັບ​ບາງ​ຄົນ​ທີ່​ໂສກ​ເສົ້າ, ຫລື ຍິ້ມ​ໃຫ້ ແລະ ຖາມ​ສະ​ບາຍ​ດີ ເພື່ອ​ໃຫ້​ກຳ​ລັງ​ໃຈ ໃນ​ມື້ນັ້ນ.

“ແຕ່​ຜູ້​ທີ່​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂໍ້​ທຳ​ອິດ ຍ່ອມຈະ​ຕື່ມການ​ຮັບ​ໃຊ້​ທາງວິນ​ຍານ​ໃສ່​ກັບການ​ຮັບ​ໃຊ້​ທີ່​ສຳ​ຄັນເຫລົ່ານີ້.”7

ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ ຕາມ​ແບບ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ມັນ​ສຳ​ຄັນ​ທີ່​ຈະ​ຈື່​ຈຳ​ວ່າ ຄວາມ​ມຸ່ງ​ໝັ້ນ​ຂອງ​ພຣະ​ອົງ​ທີ່​ຈະ​ຮັກ, ເຊີດ​ຊູ, ຮັບ​ໃຊ້, ແລະ ອວຍ​ພອນ ມີ​ເປົ້າ​ໝາຍ​ທີ່​ສູງກວ່າ ການ​ສະ​ໜອງ​ຄວາມ​ຕ້ອງ​ການ​ຢ່າງ​ຮີບ​ດ່ວນ​ເທົ່າ​ນັ້ນ. ພຣະ​ອົງຮູ້​ຈັກ​ເຖິງຄວາມ​ຕ້ອງ​ການ​ປະ​ຈຳ​ວັນ​ຂອງ​ເຂົາ​ເຈົ້າ ແລະ ເຫັນ​ອົກ​ເຫັນ​ໃຈ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຂົາ​ເຈົ້າ ຂະ​ນະ​ທີ່​ພຣະ​ອົງ​ໄດ້​ປິ່ນ​ປົວ, ລ້ຽງ​ເຂົ້າ, ໃຫ້​ອະ​ໄພ, ແລະ ສິດ​ສອນ. ແຕ່​ພຣະ​ອົງ​ປະ​ສົງ​ທີ່​ຈະ​ເຮັດ​ຫລາຍກວ່າ ການ​ດູ​ແລ​ໃນ​ມື້ດຽວເທົ່າ​ນັ້ນ. ພຣະ​ອົງ​ປະ​ສົງ​ໃຫ້​ຜູ້​ທີ່​ຢູ່​ອ້ອມ​ຮອບ​ພຣະ​ອົງ ຕິດ​ຕາມ​ພຣະ​ອົງ, ຮູ້​ຈັກ​ພຣະ​ອົງ, ແລະ ເອື້ອມເຖິງ​ສັກ​ກະ​ຍະ​ພາບ​ອັນ​ສູງ​ສົ່ງຂອງ​ເຂົາ​ເຈົ້າ.8

ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ,9 ເຮົາ​ຈະ​ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ລືມ​ຄິດ​ກ່ຽວ​ກັບ​ຕົວ​ເອງ ແລ້ວ​ໄປ​ຊ່ວຍ​ເຫລືອ​ຄົນ​ອື່ນ. ໂອ​ກາດ​ເຫລົ່າ​ນີ້ ສ່ວນ​ຫລາຍຈະ​ບໍ່​ສະ​ດວກ ແລະ ທົດ​ສອບ​ວ່າ​ເຮົາ​​ມີ​ຄວາມປາດ​ຖະ​ໜາ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອາ​ຈານ​ຫລືບໍ່, ຊຶ່ງ​ການ​ຮັບ​ໃຊ້​, ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ທັງ​ໝົດບໍ່​ໄດ້​ສະ​ດວກ​ເລີຍ. ໃນ ມັດ​ທາຍ ບົດ​ທີ 25, ເຮົາ​ຖືກ​ເຕືອນ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກ່ຽວ​ກັບ​ເຮົາ, ຄື​ກັນ​ກັບ​ພຣະ​ອົງ, ເມື່ອ​ເຮົາ​ມີ​ຄວາມ​ຮູ້​ສຶກ​ໄວ​ຕໍ່​ການດີ້ນ​ລົນ, ການ​ທົດ​ລອງ, ແລະ ການ​ທ້າ​ທາຍ ທີ່​ຜູ້​ຄົນ​ຢ່າງ​ຫ​ລວງ​ຫລາຍ​ປະ​ເຊີນ ແຕ່​ສ່ວນ​ຫລາຍ​ຖືກ​ເມີນ​ເສີຍ:

“ມາ​ເຖີດ ພວກ​ເຈົ້າ​ຜູ້​ທີ່​ໄດ້​ຮັບ​ພຣະ​ພອນ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ ຈົ່ງ​ມາ​ຮັບ​ເອົາ​ອາ​ນາ​ຈັກ ຊຶ່ງ​ໄດ້​ຖືກ​ຈັດ​ຕຽມ​ໄວ້​ສຳ​ລັບ​ພວກ​ເຈົ້າ ຕັ້ງ​ແຕ່​ຕົ້ນ​ເດີມ​ສ້າງ​ໂລກ:

“ເພາະເມື່ອ​ເຮົາຫິວ​ເຂົ້າ ພວກເຈົ້າ​ກໍເອົາ​ໃຫ້ເຮົາ​ກິນ: ເມື່ອ​ເຮົາ​ຫິວນ້ຳ ພວກເຈົ້າ​ກໍເອົາ​ໃຫ້ເຮົາ​ດື່ມ: ເຮົາເປັນ​ແຂກບ້ານ ພວກເຈົ້າ​ໄດ້ຕ້ອນ​ຮັບ​ເຮົາໄວ້. …

“ແລ້ວຝ່າຍ​ພວກຜູ້​ຊອບທຳ ກໍຈະ​ຕອບ​ພຣະອົງ​ວ່າ ພຣະອົງ​ເຈົ້າເອີຍ ເມື່ອໃດ​ພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ຫິວເຂົ້າ ແລະ ເອົາ​ເຂົ້າ​ໃຫ້​ພຣະອົງ​ກິນ? ເຫັນ​ພຣະອົງ​ຫິວນ້ຳ ແລະ ເອົາ​ນ້ຳ​ໃຫ້​ພຣະອົງ​ດື່ມ?

“ເມື່ອໃດ​ພວກ​ຂ້ານ້ອຍ​ໄດ້ເຫັນ​ພຣະອົງ​ເປັນ​ແຂກບ້ານ ແລະ ຮັບຕ້ອນ​ພຣະອົງ​ໄວ້? …

“ແລ້ວ​ເມື່ອນັ້ນ​ພຣະອົງ​ຈະຕອບ​ພວກເຂົາ​ວ່າ ເຮົາບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກ​ເຈົ້າເຮັດ​ສິ່ງ​ເຫລົ່ານີ້​ແກ່​ຜູ້ທີ່​ຕ່ຳຕ້ອຍ​ທີ່ສຸດ​ໃນ​ພວກ​ພີ່ນ້ອງ​ເຫລົ່ານີ້ ພວກ​ເຈົ້າກໍ​ໄດ້ເຮັດ​ແກ່ເຮົາ​ເໝືອນກັນ.”10

ບໍ່​ວ່າ​ເຮົາ​ຈະ​ຮັບ​ໃຊ້​ເປັນ​ອ້າຍ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ຫລື ພຽງ​ແຕ່​ເຮົາ​ຮູ້​ຈັກ​ບາງ​ຄົນ​ທີ່​ມີ​ຄວາມ​ຕ້ອງ​ການ, ເຮົາ​ຖືກ​ຊຸກ​ຍູ້​ໃຫ້​ສະ​ແຫວງ​ຫາ​ການ​ນຳ​ພາ ແລະ ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ—​ແລະ ແລ້ວ​ປະ​ຕິ​ບັດ. ເຮົາ​ອາດ​ບໍ່​ຮູ້​ຈັກ​ວິ​ທີ ທີ່​ຈະ​ຮັບ​ໃຊ້​ໃຫ້​ດີ​ທີ່​ສຸດ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ, ແລະ ຜ່ານ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ເຮົາ​ຈະ​ໄດ້​ຮັບ​ການ​ນຳ​ພາ​ໃນ​ຄວາມ​ມຸ່ງ​ໝັ້ນ​ນີ້. ຄືກັນ​ກັບ​ນີ​ໄຟ, ຜູ້ຖືກ “ພຣະ​ວິນ​ຍານ​ນຳ​ພາ, ໂດຍບໍ່​ຮູ້​ລ່ວງ​ໜ້າ​ເຖິງ​ສິ່ງ​ທີ່ [ເພິ່ນ] ຄວນ​ຈະ​ເຮັດ,”11 ເຮົາ​ກໍຈະ​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ​ຄື​ກັນ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ອວຍ​ພອນ​ລູກໆ​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຄວາມ​ໄວ້​ວາງ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ເຮົາ​ຈະ​ຖືກວາງ​ໄວ້​ໃນ​ສະ​ຖາ​ນະ​ການ ແລະ ສະ​ພາບ​ການ ບ່ອນ​ທີ່​ເຮົາ​ສາ​ມາດ​ກະ​ທຳ ແລະ ເປັນ​ພອນ—ໃນ​ອີກ​ຄຳ​ໜຶ່ງ, ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ອາດ​ມີ​ບາງ​ເວ​ລາ ທີ່​ເຮົາຮູ້​ເຖິງ​ຄວາມ​ຕ້ອງ​ການ ແຕ່​ຮູ້​ສຶກວ່າ​ເຮົາ​ບໍ່​ພ້ອມ​ທີ່​ຈະ​ຕອບ​ຮັບ, ຄິດ​ວ່າ​ສິ່ງ​ທີ່​ເຮົາ​ມີ​ໃຫ້​ນັ້ນ ແມ່ນບໍ່​ດີ​ພໍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ການ​ເຮັດດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ,12 ຄື​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໂດຍ​ການມອບ​ສິ່ງ​ທີ່​ເຮົາ​ສາ​ມາດມອບ​ໃຫ້ ແລະ ໄວ້​ວາງ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຂະ​ຫຍາຍ​ຄວາມ​ມຸ່ງ​ໝັ້ນ​ຂອງ​ເຮົາ ເພື່ອ​ໃຫ້​ເປັນ​ພອນ​ໃຫ້​ແກ່ “ເພື່ອນ​ມະ​ນຸດ​ດ້ວຍ​ກັນ​ຢູ່​ໃນ​ໂລກນີ້.”13 ສຳ​ລັບ​ບາງ​ຄົນ​, ອາດ​ເປັນ​ການ​ແບ່ງ​ປັນ​ເວ​ລາ ແລະ ພອນ​ສະ​ຫວັນ; ສ່ວນ​ອີກ​ບາງ​ຄົນ, ອາດ​ເປັນ​ຄຳ​ເວົ້າ​ທີ່​ອ່ອນ​ຫວານ ຫລື ອອກ​ແຮງ​ຊ່ວຍ​ເຫລືອ. ເຖິງ​ແມ່ນ​ເຮົາ​ອາດ​ຮູ້​ສຶກວ່າ ເຮົາໄດ້ເຮັດ​ຫລາຍ​ແລ້ວ ແຕ່​ກໍ​ຍັງ​ບໍ່​ພຽງ​ພໍ, ປະ​ທານ​ດາລິນ ເອັຈ ໂອກສ໌ ໄດ້​ແບ່ງ​ປັນ​ຫລັກ​ທຳ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ ກ່ຽວ​ກັບ “ເລື່ອງເລັກ​ນ້ອຍ ແລະ ງ່າຍໆ.” ເພິ່ນ​ໄດ້​ສອນ​ວ່າ ການ​ກະ​ທຳ​ທີ່​ເລັກ​ນ້ອຍ ແລະ ງ່າຍໆ ມີ​ພະ​ລັງ​ຫລາຍ ເພາະ​ມັນເຊື້ອ​ເຊີນ​ໃຫ້ “ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ສະ​ຖິດ​ຢູ່​ນຳ,”14 ຊຶ່ງ​ເປັນ​ພອນ​ໃຫ້​ທັງ​ຜູ້​ມອບໃຫ້ ແລະ ຜູ້​ຮັບ.

ໂດຍ​ທີ່​ຮູ້​ວ່າ ລາວ​ຈະ​ເສຍ​ຊີ​ວິດ​ໃນ​ໄວໆ​ນັ້ນ, ໄມ້ ອ້າຍຂອງ​ຂ້າ​ພະ​ເຈົ້າ ໄດ້​ເວົ້າ​ວ່າ, “ໜ້າ​ອັດ​ສະ​ຈັນ​ແທ້ໆ ຍ້ອນມະ​ເລັງ​ຢູ່ມ້າມ ຈຶ່ງເຮັດ​ໃຫ້​ເຮົາ​ເອົາ​ໃຈ​ໃສ່​ຕໍ່ ສິ່ງ​ທີ່​ສຳ​ຄັນທີ່​ສຸດ.”15 ຂອບ​ຄຸນ​ພຣະ​ເຈົ້າ ສຳ​ລັບ​ຊາຍ ແລະ ຍິງທີ່​ດີ ຜູ້​ໄດ້​ເຫັນ​ຄວາມ​ຕ້ອງ​ການ, ບໍ່​ໄດ້​ຕັດ​ສິນ, ແລະ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຄື​ກັນ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ມັນ​ບໍ່​ໄດ້​ສາຍ​ເກີນ​ໄປ​ສຳ​ລັບອ້າຍໄມ້. ສຳ​ລັບ​ບາງ​ຄົນ, ການ​ປ່ຽນ​ແປງ​ອາດ​ມາ​ເຖິງ​ຢ່າງ​ໄວ; ສ່ວນ​ອີກ​ບາງ​ຄົນ ແມ່ນ​ຢູ່​ຟາກ​ມ່ານ​ເບື້ອງນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຕ້ອງ​ຈື່​ຈຳ​ວ່າ ມັນ​ຍັງ​ບໍ່​ສາຍ​ເກີນ​ໄປ ແລະ ບໍ່​ມີ​ໃຜ​ຢູ່​ໄກ​ຈາກ​ເສັ້ນ​ທາງ ຈົນເຂົາ​ເຈົ້າ​ບໍ່​ສາ​ມາດໄດ້​ຮັບ​ພອນ​ຂອງ​ການ​ຊົດ​ໃຊ້ອັນ​ເປັນ​ນິດ ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້, ຊຶ່ງ​ໄລ​ຍະ​ເວ​ລາ ແລະ ຂອບ​ເຂດ​ຂອງ​ການ​ຊົດ​ໃຊ້​ແມ່ນບໍ່​ຈຳ​ກັດ.

ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເດືອນ​ຕຸລາ ປີ​ແລ້ວນີ້, ແອວເດີ ແດວ ຈີ ເຣັນລັນ ໄດ້​ສອນ​ວ່າ “ບໍ່​ວ່າ​ເຮົາ​ໄດ້​ອອກ​ໄປ​ນອກ​ເສັ້ນ​ທາງນັ້ນ​ດົນ​ນານ​ປານ​ໃດ … , ໃນວິ​ນາ​ທີ​ທີ່​ເຮົາ​ເລືອກ​ທີ່​ຈະ​ປ່ຽນ, ພຣະ​ເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ກັບ​ຄືນ​ມາ.”16 ການ​ຕັດ​ສິນ​ໃຈ​ທີ່​ຈະ​ປ່ຽນ​ນັ້ນ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ສ່ວນ​ຫລາຍກໍແມ່ນ​ຜົນ​ຂອງ​ການ​ເຊື້ອ​ເຊີນ, ດັ່ງ​ເຊັ່ນ “ຂ້ອຍ​ຄິດ​ວ່າ ເຈົ້າ​ຊິ​ມັກ​ຟັງ​ຂ່າວ​ສານ​ເລື່ອງ​ພຣະ​ກິດ​ຕິ​ຄຸນ.” ດັ່ງທີ່ມັນ​ບໍ່​ເຄີຍ​ສາຍ​ເກີນ​ໄປ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ມັນ​ກໍ​ບໍ່​ເຄີຍ​ສາຍ​ເກີນ​ໄປ​ສຳ​ລັບ​ເຮົາ ທີ່​ຈະ​ເຊື້ອ​ເຊີນ​ຄືກັນ.

ເທດ​ສະ​ການ​ບຸນ​ອີດ​ສະ​ເຕີນີ້ ອີກ​ເທື່ອ​ໜຶ່ງ ໃຫ້​ໂອ​ກາດ​ທີ່​ດີ​ເລີດແກ່​ເຮົາ ທີ່​ຈະ​ສະ​ທ້ອນ​ເຖິງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດຂອງ​ເຮົາ ພຣະ​ເຢ​ຊູ​ຄຣິດ ແລະ ເຖິງ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳສຳ​ລັບ​ເຮົາ​ແຕ່​ລະ​ຄົນ ຊຶ່ງ​ເປັນ​ການ​ຈ່າຍ​ຄ່າ​ອັນ​ມະ​ຫາ​ສານ—ເປັນ​ການ​ຈ່າຍ​ຄ່າ​ທີ່​​ເຮັດ​ໃຫ້ພຣະ​ອົງ, ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນ​ດາ​ທຸກ​ສິ່ງ​ທັງ​ປວງ, ຕ້ອງ​ສັ່ນ​ເພາະ​ຄວາມ​ເຈັບ​ປວດ. ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ອົງ​ໄດ້​ຮັບ​ເອົາ ແລະ ໄດ້​ສຳ​ເລັດ​ການ​ຕຽມ​ຂອງ​ພຣະ​ອົງ​ເພື່ອ​ລູກ​ຫລານ​ມະ​ນຸດ.17

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເພາະ​ພຣະ​ອົງ “ໄດ້​ສຳ​ເລັດ,” ຈຶ່ງ​ມີ​ຄວາມ​ຫວັງ​ສະ​ເໝີ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.