​2010–2019
ປຶ້ມ​ຍຸດ​ທະ​ວິ​ທີຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພວກ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ປຶ້ມ​ຍຸດ​ທະ​ວິ​ທີຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພວກ​ເຈົ້າ

ສ້າງ​ປຶ້ມ​ຍຸດ​ທະ​ວິ​ທີ​ຂອງ​ພວກ​ເຈົ້າ ເຖິງວິ​ທີ​ທີ່​ພວກ​ເຈົ້າ​ຈະ​ພິ​ສູດ​ຕົວ​ເອງ ວ່າ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ.

ເດືອນ​ທັນ​ວາ​ປີ​ກາຍນີ້, ຝ່າຍ​ປະ​ທານ​ສູງ​ສຸດ ໄດ້​ອະ​ນຸ​ມັດ​ເອ​ກະ​ສານ ທີ່​ປະ​ກາດ​ວ່າ ເດັກ​ນ້ອຍ​ຜູ້​ຊາຍ​ອາ​ຍຸ 11 ປີ ສາ​ມາດ “ເລີ່ມ​ຕົ້ນ​ໄປ​ຮ່ວມ … ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ … ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ ຂອງ​ປີ​ທີ່​ເຂົາ​ຈະ​ເຖິງ​ອາ​ຍຸ 12 ປີ.”1

ຜົນ​ປະ​ກົດ​ວ່າ ລະ​ຫວ່າງ​ຕົ້ນ​ປີນີ້, ມີ​ເດັກ​ຜູ້​ຊາຍອາ​ຍຸ 11 ປີ ຕົກ​ຕະ​ລຶງ ຄິດ​ວ່າ ​ພວກເຂົາ​ຊິ​ໄດ້​ຢູ່​ຊັ້ນ​ປະ​ຖົມ​ໄວ​ຕໍ່​ໄປ ຈົນ​ເຖິງວັນ​ເກີດ​ປີ​ໜ້າ​ຂອງ​ພວກ​ເຂົາ ແຕ່​ບັດ​ນີ້ ພວກ​ເຂົາ​ໄດ້​ຢາຍ​ສິນ​ລະ​ລຶກ ໃນ​ວັນ​ອາ​ທິດ ໃນ​ຖາ​ນະມັກ​ຄະ​ນາຍົກ​ໃໝ່​ຂອງສາດ​ສະ​ໜາ​ຈັກ.

ຂ້າ​ພະ​ເຈົ້າ​ກໍ​ຢາກ​ຮູ້​ວ່າ ແມ່ນ​ໃຜ​ທີ່​ຕົກ​ຕະ​ລຶງ​ຫລາຍ​ທີ່​ສຸດ—ມັກ​ຄະ​ນາ​ຍົກ ຫລື ພໍ່​ແມ່​ຂອງ​ພວກ​ເຂົາ. ໃນ​ຈຳ​ນວນມັກ​ຄະ​ນາຍົກ​ໃໝ່​ ເກືອບ​ເຖິງ 80,000 ຄົນເຫລົ່າ​ນີ້, ຫລາຍ​ຄົນໄດ້​ຢູ່​ກັບ​ພວກ​ເຮົາ ໃນ​ຄ່ຳ​ຄືນນີ້ ຢູ່​ໃນ​ສູນ​ກາງປະ​ຊຸມ​ໃຫຍ່​ທີ່ກວ້າງ​ຂວາງນີ້ ຫລື ຮ່ວມກັບ​ພວກ​ເຮົາ ຜ່ານ​ທາງ​ເທັກ​ໂນ​ໂລ​ຈີ. ຂໍ​ຕ້ອນ​ຮັບ​ສູ່​ກຸ່ມອ້າຍ​ນ້ອງ​ຢ່າງ​ຫລວ​ງ​ຫລາຍ​ຂອງ​ຖາ​ນະ​ປະ​ໂລ​ຫິດ!

ການ​ປ່ຽນ​ແປງນີ້ ເຮັດ​ໃຫ້​ກອງ​ປະ​ຊຸມ​ເທື່ອ​ນີ້​ເປັນຄັ້ງ​ປະ​ຫວັດ​ສາດ—ມັນ​ຄົງ​ເປັນ​ກຸ່ມ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ທີ່​ໃຫຍ່​​ໂຕທີ່​ສຸດ ທີ່​ເຄີຍ ໄປ​ຮ່ວມ​ກອງປະ​ຊຸມ​ຖາ​ນະ​ປະ​ໂລ​ຫິດ​ສາ​ມັນ ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ກ່ຽວ​ກັບໂອ​ກາດ​ພິ​ເສດນີ້, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ຊາຍ​ໜຸ່ມ ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໂດຍ​ສະ​ເພາະ.

ບົດ​ຮຽນ​ທີ່​ຮຽນ​ຈາກ​ກິ​ລາ

ໂດຍ​ທີ່ເປັນ​ນັກ​ຮຽນ, ຫລາຍ​ຄົນ​ພວກ​ເຈົ້າ​ກໍ​ຍັງ​ພັດ​ທະ​ນາ​ພອນ​ສະ​ຫວັນ, ຄວາມ​ສົນ​ໃຈ, ແລະ ງານ​ອະ​ດິ​ເລກ ຜ່ານ​ທາງ​ກິດ​ຈະ​ກຳ​ທີ່ນອກ​ຫລັກ​ສູດ ຢູ່​ໂຮງ​ຮຽນ ຫລື ຮຽນ​ພິ​ເສດ, ເປັນ​ທີມ, ແລະ ເປັນ​ກຸ່ມ ຢູ່ນອກ​ໂຮງ​ຮຽນ, ຮ່ວມ​ທັງ​ກິ​ລາ.

ໂດຍ​ທີ່​ຂ້າ​ພະ​ເຈົ້າມັກ​ກິ​ລາ​ມາ​ຕະ​ຫລອດ​ຊີ​ວິດ, ຂ້າ​ພະ​ເຈົ້າ​ຊົມ​ເຊີຍ​ຜູ້​ມີ​ຄວາມສາ​ມາດ​ດ້ານ​ການ​ຫລິ້ນກິ​ລາ ຈົນ​ສາ​ມາດ​ຫລິ້ນເຖິງ​ລະ​ດັບ​ສູງ. ກ່ອນ​ຄົນໃດ​ຈະ​ເກັ່ງໃນ​ສິ່ງ​ໃດ​ສິ່ງ​ໜຶ່ງ ແທ້ໆ ທີ່ນອກ​ເໜືອ​ໄປ​ຈາກ​ພອນ​ສະ​ຫວັນ​ແລ້ວ, ຄົນ​ນັ້ນ​ຈະ​ຕ້ອງ​ມີ​ລະ​ບຽບ​ວິ​ໄນ, ເສຍ​ສະ​ລະ, ແລະ ໃຊ້​ເວ​ລາ​ເຝິກ​ຝົນຫລາຍ​ສົມ​ຄວນ. ນັກ​ກິ​ລາ​ເຊັ່ນ​ນັ້ນ ສ່ວນ​ຫລາຍ​ຈະ​ໄດ້​ຍິນ​ຄຳ​ເວົ້າ​ທີ່​ຮຸນ​ແຮງ​ຈາກຫົວ​ໜ້າ​ທີມ ແລະ ຈະສະ​ລະ​ສິ່ງ​ທີ່​ເຂົາ​ຕ້ອງ​ການ​ໃນ​ເວ​ລານີ້ ເພື່ອ​ອະ​ນາ​ຄົດ​ທີ່​ດີກວ່າ.

ພວກ​ເຮົາ​ກໍ​ຮູ້​ຈັກ​ສະ​ມາ​ຊິກ ແລະ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ສາດ​ສະ​ໜາ​ຈັກ​ບາງ​ຄົນ ຜູ້​ທີ່​ປະ​ສົບ​ກັບ​ຄວາມ​ສຳ​ເລັດ ລະ​ດັບ​ສູງ​ສຸດ​ຂອງ​ການ​ເປັນ​ນັກ​ກິ​ລາ​ມື​ອາ​ຊີບ. ມີ​ຫລາຍ​ຄົນ​ທີ່​ເປັນຕົວ​ຢ່າງ​ທີ່​ດີ, ແຕ່​ຂ້າ​ພະ​ເຈົ້າ​ສາ​ມາດ​ກ່າວ​ເຖິງ​ພຽງ​ແຕ່​ຈຳ​ນວນ​ໜ້ອຍ​ໜຶ່ງ​ເທົ່າ​ນັ້ນ ເພາະ​ເວ​ລາ​ຈຳ​ກັດ. ພວກ​ເຈົ້າ​ອາດ​ຮູ້​ຈັກ​ນັກ​ກິ​ລາ​ບາງ​ຄົນ​ເຫລົ່າ​ນີ້: ຫລິ້ນເບດ​ສະ​ບອນ, ແຈຣະມີ ກຸທຼີ ແລະ ບຣາຍສ໌ ຮາບເປີ; ຫລິ້ນ​ບານ​ບ້ວງ, ຈາບາຣີ ພາກເກີ ແລະ ຈິມເມີ ເຟຼເດັດ; ຫລິ້ນເຕະ​ບານ, ຣິຄາໂດ ໂຣຫາສ໌; ໃນ​ທີມ ຣຸກບີ, ວິວລຽມ ໂຮໂປ​ອາເຕ; ແລະ ຫລິ້ນຟຸດບອນ, ເທຊຳ ຮຽວ ແລະ ແດນໂຍ ຊໍເຣັນເຊັນ. ແຕ່​ລະ​ຄົນ​ກໍ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຫລາຍ ໃນກິ​ລາ​ຂອງ​ຕົນ.

ຂະ​ນະ​ທີ່​ເຂົາ​ເຈົ້າ​​ມີ​ຄວາມ​ສຳ​ເລັດ​ຫລາຍ​ໃນ​ການ​ຫລິ້ນ​ກິ​ລາ​ຂອງ​ເຂົາ​ເຈົ້າ, ນັກ​ກິ​ລາເຫລົ່າ​ນີ້ ຈະ​ເປັນ​ຄົນ​ທຳ​ອິດ ທີ່​ສາ​ລະ​ພາບ​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ນັກ​ກິ​ລາ​ທີ່​ດີ​ພ້ອມ ຫລື ເປັນ​ບຸກ​ຄົນທີ່​ດີ​ພ້ອມ. ເຂົາ​ເຈົ້າ​ໄດ້ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ໜັກ ຈົນ​ສຸດ​ຄວາມ​ສາ​ມາດ ໃນ​ການ​ຫລິ້ນ​ກິ​ລາ—ແລະ ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ເຂົາ​ເຈົ້າ​ລຸກ​ຂຶ້ນ​ໃໝ່ ຖ້າ​ຫາກ​ເຂົາ​ເຈົ້າ​ສະ​ດຸດ​ລົ້ມ ແລະ ເຂົາ​ເຈົ້າພະ​ຍາ​ຍາມ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.

ສຶກ​ສາ​ປຶ້ມ​ຍຸດ​ທະ​ວິ​ທີ

ໃນ​ການ​ຫລິ້ນ​ກິ​ລາ​ເປັນ​ທີມ, ຍຸດ​ທະ​ວິ​ທີ​ໄດ້​ຖືກ​ອອກ​ແບບ​ສຳ​ລັບ​ສະ​ຖາ​ນະ​ການໃດ​ໜຶ່ງ​ໂດຍ​ສະ​ເພາະ ຂອງ​ເກມ ແລະ ໄດ້​ຖືກ​ລວມ​ເຂົ້າ​ເປັນ ປຶ້ມຍຸດ​ທະ​ວິ​ທີ. ນັກ​ກິ​ລາ​ຈະ​ຮຽນ​ໜ້າ​ທີ່ມອບ​ໝາຍ​ຂອງ​ຕົນ ສຳ​ລັບ​ແຕ່​ລະ​ຍຸດ​ທະ​ວິ​ທີ. ນັກ​ກິ​ລາ​ທີ່​​ປະ​ສົບ​ຄວາມ​ສຳ​ເລັດ ຈະ​ສຶກ​ສາ​ປຶ້ມຍຸດ​ທະ​ວິ​ທີ​ຢ່າງ​ລະ​ອຽດ ຈົນ​ວ່າ ເມື່ອ​ກ່າວ​ເຖິງ​ຍຸດ​ທະ​ວິ​ທີ​ໃດ, ເຂົາ​ເຈົ້າກໍ​ຮູ້​ຈັກ​ທັນ​ທີ​ວ່າ ເຂົາ​ເຈົ້າ​ຈະ​ໄປ​ໃສ ແລະ ເຮັດ​ຫຍັງ.

ຮູບ​ພາບ
ສິດ​ສອນ​ດ້ວຍປຶ້ມ​ຍຸດ​ທະ​ວິ​ທີ

ຮູບ​ພາບ ຖ່າຍ​ໂດຍ ເດບ ຄາບ/REUTERS/stock.adobe.com

ຮູບ​ພາບ
ປຶ້ມ​ຍຸດ​ທະ​ວິ​ທີ

ໃນ​ວິ​ທີ​ທີ່​ຄ້າຍ​ຄື​ກັນ​ນີ້, ເຮົາ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ກໍ​ມີ​ທີມ (ກຸ່ມ) ແລະ ມີ​ປຶ້ມ​ຍຸດ​ທະ​ວິ​ທີ (ພຣະ​ຄຳ​ພີ​ສັກ​ສິດ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ປະ​ຈຸ​ບັນ).

ພວກ​ເຈົ້າ​ໄດ້​ຊ່ວຍ​ເຫລືອເພື່ອນ​ໃນ​ທີມ​ຢູ່​ບໍ​?

ພວກ​ເຈົ້າ​ສຶກ​ສາ​ປຶ້ມ​ຍຸດ​ທະ​ວິ​ທີ​ເຖິງ​ຂັ້ນໃດ​ແລ້ວ?

ພວກ​ເຈົ້າ​ເຂົ້າ​ໃຈ​ໜ້າ​ທີ່ມອບ​ໝາຍ​ຂອງ​ພວກ​ເຈົ້າ​ຄັກ​ແນ່​ແລ້ວ​ບໍ?

ຮູບ​ພາບ
ກຸ່ມ​ຖາ​ນະ​ປະ​ໂລ​ຫິດ

ການ​ປະ​ເຊີນ​ໜ້າ​ກັບ​ຝ່າຍ​ກົງ​ກັນ​ຂ້າມ

ໃນ​ການ​ກ່າວ​ປຽບ​ທຽບ​ຕື່ມ​ອີກ, ຫົວ​ໜ້າ​ທີມ​ທີ່​ດີ​ເດັ່ນ ຮູ້​ຈັກ​ຈຸດ​ເດັ່ນ ແລະ ຈຸດ​ອ່ອນ​ຂອງ​ທີມ​ລາວ ເທົ່າໆ​ກັບ​ຝ່າຍ​ກົງ​ກັນ​ຂ້າມ. ເຂົາ​ເຈົ້າ​ໄດ້​ສ້າງ​ແຜນ​ການ​ຫລິ້ນ​ເກມ ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ໄດ້​ຮັບໄຊ​ຊະ​ນະ. ພວກ​ເຈົ້າ​ເດ?

ພວກ​ເຈົ້າ​ຮູ້​ວ່າ ພວກ​ເຈົ້າ​ຕ້ອງ​ລະ​ວັງກັບການ​ລໍ້​ລວງ​ແບບໃດ, ແລະ ພວກ​ເຈົ້າ​ສາ​ມາດບອກ​ລ່ວງ​ໜ້າ​ໄດ້​ວ່າ ຝ່າຍ​ກົງ​ກັນ​ຂ້າມຈະ​ພະ​ຍາ​ຍາມ​ຢຸດຢັ້ງ ແລະ ເຮັດ​ໃຫ້​ພວກ​ເຈົ້າ​ທໍ້​ຖອຍ​ໃຈ ໃນ​ວິ​ທີ​ໃດ. ພວກ​ເຈົ້າ​ເຄີຍໄດ້​ວາງ​ແຜນ ແລະ ໄດ້​ສ້າງ​ປຶ້ມ​ຍຸດ​ທະ​ວິ​ທີ​ດ້ວຍ​ຕົວ​ເອງ​ແລ້ວ​ບໍ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຮູ້​ຈັກ​ວິ​ທີ ທີ່​ຈະ​ຕອບ​ຮັບ ເວ​ລາ​ພວກ​ເຈົ້າ​ປະ​ເຊີນກັບ​ຝ່າຍ​ກົງ​ກັນ​ຂ້າມ?

ເມື່ອ​ພວກ​ເຈົ້າ​ປະ​ເຊີນກັບ​ການ​ລໍ້​ລວງ​ທາງສິນ​ທຳ​ຕ່າງໆ​ນາໆ—ບໍ່​ວ່າ​ຈະ​ເປັນ​ຕອນ​ຢູ່​ກັບ​ໝູ່​ເພື່ອນ ຫລື ຕອນ​ຢູ່​ຄົນ​ດຽວ ຈ້ອງ​ຢູ່​ໜ້າ​ຈໍ—ພວກ​ເຈົ້າ​ຮູ້​ຈັກຍຸດ​ທະ​ວິ​ທີ​ຂອງ​ເກມ​ຂອງ​ພວກ​ເຈົ້າ. ຖ້າ​ຫາກ​ໝູ່​ເພື່ອນ​ຄົນ​ໃດ​ຊວນ​ພວກ​ເຈົ້າ​​ດື່ມ​ຂອງ​ມຶນ​ເມົາ ຫລື ລອງ​ໃຊ້​ຢາ​ເສບ​ຕິດ, ພວກ​ເຈົ້າ​ຮູ້​ຈັກ​ຍຸດ​ທະ​ວິ​ທີ. ພວກ​ເຈົ້າ​ເຄີຍ​ເຝິກ​ຝົນ​ມາ​ແລ້ວ ແລະ ຮູ້​ຈັກ​ວິ​ທີ​ທີ່​ຈະໂຕ້​ຕອບ ລ່ວງ​ໜ້າ​ແລ້ວ.

ພ້ອມ​ດ້ວຍ​ແຜນ​ຫລິ້ນ​ເກມ, ປຶ້ມ​ຍຸດ​ທະ​ວິ​ທີ, ແລະ ຄວາມ​ຕັ້ງ​ໃຈ​ທີ່​ໜັກ​ແໜ້ນ ເພື່ອ​ເຮັດ​ບົດ​ບາດ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ຈະ​ພົບ​ວ່າ ການ​ລໍ້​ລວງ​ບໍ່​ສາ​ມາດ​ຄອບ​ງຳ​ພວກ​ເຈົ້າ​ໄດ້. ພວກ​ເຈົ້າ​ໄດ້​ຕັດ​ສິນ​ໃຈແລ້ວ ວ່າ​ຈະ​ເຮັດ​ແນວ​ໃດ ແລະ ເຮັດ​ສິ່ງ​ໃດກັບ​ການ​ລໍ້​ລວງ. ພວກ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ຕັດ​ສິນ​ໃຈ​ໃນ​ນາ​ທີນັ້ນ ເມື່ອ​ພວກ​ເຈົ້າ​ປະ​ເຊີນ​ໜ້າ​ກັບ​ການ​ລໍ້​ລວງ.

ເມື່ອບໍ່​ດົນ​ມານີ້ ຜູ້​ໜຶ່ງ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ພວກ​ເຮົາ ໄດ້​ເລົ່າ​ເລື່ອງ ທີ່​ສະ​ແດງ​ເຖິງ​ຄຳ​ສອນນີ້. ຕອນ​ເພິ່ນເປັນປະ​ໂລ​ຫິດ ແລະ ເຂົ້າຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ, ເພິ່ນ​ໄດ້​ໄປ​ຫລິ້ນ​ມ່ວນ​ກັບ​ໝູ່​ເພື່ອນ. ຫລັງ​ຈາກ​ພວກ​ເພິ່ນ​ໄດ້​ກິນ​ເຂົ້າ​ແລ້ວ, ກໍ​ໄດ້​ໄປ​ຂີ່​ລົດ​ຫລິ້ນ ແລະ ເພື່ອນ​ຄົນ​ໜຶ່ງຊວນໄປ​ເບິ່ງ​ໜັງ. ບັນ​ຫາ​ກໍຄື ເພິ່ນ​ຮູ້​ວ່າ ມັນ​ເປັນໜັງ​ເລື່ອງ​ທີ່​ເພິ່ນບໍ່​ຄວນ​ເບິ່ງ. ເຖິງ​ແມ່ນ​ວ່າ ເພິ່ນ​ຮູ້​ສຶກ​ຖືກ​ກົດ​ດັນ ແລະ ເປັນ​ຫ່ວງ​ກ່ຽວ​ກັບ​ສະ​ຖາ​ນະ​ການ, ແຕ່​ເພິ່ນ​ໄດ້​ວາງ​ແຜນ​ໄວ້ແລ້ວ​ສຳ​ລັບ​ເລື່ອງນີ້. ສິ່ງນີ້​ຄື​ສະ​ຖາ​ນະ​ການ​ໜຶ່ງ ຢູ່​ໃນ​ປຶ້ມ​ຍຸດ​ທະ​ວິ​ທີ​ຂອງ​ຖາ​ນະປະ​ໂລ​ຫິດ​ຂອງ​ເພິ່ນ.

ໂດຍ​ການ​​ຫາຍໃຈ​ເລິກໆ ແລະ ຮວບ​ຮວມ​ຄວາມ​ກ້າ​ຫານ, ເພິ່ນ​ໄດ້​ເວົ້າ​ວ່າ, “ຂ້ອຍບໍ່​ຢາກ​ໄປ​ເບິ່ງ​ໜັງ​ເລື່ອງນີ້. ໃຫ້​ເອົາຂ້ອຍ​ໄປ​ສົ່ງ​ຢູ່​ບ້ານ​ສາ,” ຊຶ່ງ​ໝູ່​ເພື່ອນ​ກໍໄດ້​ເຮັດ. ມັນ​ເປັນຍຸດ​ທະ​ວິ​ທີ​ງ່າຍໆ ແຕ່​ໄດ້​ຮັບໄຊ​ຊະ​ນະ! ຫລາຍ​ປີ​ຕໍ່​ມາ, ເພື່ອນ​ຄົນ​ໜຶ່ງ​ທີ່​ໄດ້​ຢູ່​ນຳ​ເພິ່ນ​ໃນ​ຄືນນັ້ນ ໄດ້​ບັນ​ຍາຍ​ເຖິງ​ຕົວ​ຢ່າງ​ຂອງ​ເພິ່ນ ວ່າ​ເປັນ​ພະ​ລັງ​ທີ່​ຍິ່ງ​ໃຫຍ່​ໃຫ້​ແກ່​ລາວ ເມື່ອ​ລາວປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ທີ່​ຄ້າຍ​ຄື​ກັນ​ນັ້ນ ໃນ​ຊີ​ວິດ​ຂອງ​ລາວ​ເອງ.

​ເຈ້ຍປຶ້ມ​ຍຸດ​ທະ​ວິ​ທີ

ຂ້າ​ພະ​ເຈົ້າ​ໄດ້​ຂໍ​ໃຫ້​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ສອງ​ສາມ​ຄົນ ແນະ​ນຳຍຸດ​ທະ​ວິ​ທີ​ບາງ​ຢ່າງ ເພື່ອ​ພວກ​ເຈົ້າຈະ​ໄດ້​ຕື່ມ​ມັນ​ໃສ່​ໃນປຶ້ມ​ຍຸດ​ທະ​ວິ​ທີຂອງ​ພວກ​ເຈົ້າ. ຕໍ່​ໄປ​ນີ້​ແມ່ນ​ຄຳ​ແນະ​ນຳ​ທີ່​ດົນ​ໃຈ​ຂອງ​ພວກ​ເພິ່ນ:

  • ອະ​ທິ​ຖານທຸກວັນ​ສຳ​ລັບ​ຄວາມ​ສະ​ຫວ່າງ​ທີ່​ສ່ອງ​ໃສ​ກວ່າ ແລະ ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

  • ໃຫ້​ຕັ້ງ​ໃຈ​ຟັງ​​ຄຳສິດ​ສອນ​ຂອງ​ພໍ່​ແມ່, ອະ​ທິ​ການ, ຜູ້​ນຳຊາຍ​ໜຸ່ມ ແລະ ຜູ້​ນຳ​ກຸ່ມ​ຂອງ​ພວກ​ເຈົ້າ.

  • ຫລີກ​ເວັ້ນ​ຈາກ​​ສິ່ງລາ​ມົກ ແລະ ເນື້ອ​ຫາ​ຂອງ​ສື່​ສານມວນ​ຊົນ​ທີ່​ອະ​ທຳ.

  • ຈື່​ຈຳ​ຄຳ​ສັນ​ຍາ​ທີ່​ພວກ​ເຈົ້າ​ໄດ້​ເຮັດ​ນຳ​ພຣະ​ເຈົ້າ, ແລະ ພະ​ຍາ​ຍາມ​ຮັກ​ສາ​ມັນ.

  • ສຶກ​ສາ​ເລື່ອງ​ລາວ​ຂອງພຣະ​ຄຳ​ພີ ກ່ຽວ​ກັບສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່, ແລະ ເຮັດ​ຕາ​ມແບບ​ຢ່າງ​ທີ່​ດີ​ຂອງ​ພວກ​ເພິ່ນ.

  • ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຜ່ານ​ທາງ​ການ​ຮັບ​ໃຊ້.

  • ໃຫ້​ຊອກມີ​ໝູ່​ເພື່ອນ​ທີ່​ດີ ເພື່ອ​ຊ່ວຍ​ພວກ​ເຈົ້າ​ໃຫ້​ກາຍ​ເປັນ​ບຸກ​ຄົນ​ທີ່​ພວກ​ເຈົ້າ​ຢາກ​ເປັນ.

  • ກາຍ​ເປັນ​ຜູ້​ຊຳ​ນານ​ເລື່ອງ ແອພ FamilySearch, ແລະ ຄົ້ນ​ຫາ​ປະ​ຫວັດ​ຄອບ​ຄົວ​ຂອງ​ພວກ​ເຈົ້າ​ເອງ.

  • ວາງ​ແຜນ​ໄປ​ທ່ຽວ​ບ່ອນ​ທີ່​ພວກ​ເຈົ້າ​ສາ​ມາດ​ໜີ​ຈາກ​ອິດ​ທິ​ພົນ​ທີ່​ຊົ່ວ​ຮ້າຍ.

  • ຮັກ ແລະ ຊ່ວຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ ໃນ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພວກ​ເຈົ້າ.

ຂ້າ​ພະ​ເຈົ້າ​ກໍ​ໄດ້​ເວົ້າ​ລົມ​ນຳ​ນັກ​ກິ​ລາ ຜູ້​ທີ່​ພວກ​ເຮົາ​ຫາ​ກໍ​ເຫັນ​ຮູບ​ມື້ກີ້ນີ້. ຂ້າ​ພະ​ເຈົ້າ​ແປກ​ໃຈ​ທີ່ ເຂົາ​ເຈົ້າ​ບໍ່​ໄດ້​ແນະ​ນຳ​ຕົວ​ເອງ ພຽງ​ແຕ່ຕາມສິ່ງ​ທີ່​ເຂົາ​ເຈົ້າ​ ເຮັດ, ​​ໃນຖາ​ນະ​ນັກ​ກິ​ລາ​ມື​ອາ​ຊີບ, ແຕ່ໄດ້​ແນະ​ນຳ​ຕົວ​ເອງ​ຕາມ​ທີ່​ເຂົາ​ເຈົ້າ ​ເປັນ, ນຳ​ອີກ ໃນ​ຖາ​ນະ​ບຸດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່​ຊົງ​ຮັກ ແລະ ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ.

ບັດ​ນີ້ ໃຫ້​ເຮົາ​ມາ​ຟັງ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ ດັ່ງ​ຕໍ່​ໄປນີ້:

  • ຈິມເມີ ເຟຼເດັດ, ຕອນເປັນ​ມັກ​ຄະ​ນາຍົກ ​ທີ່​ພວມຮຽນ​ມັດ​ກາ​ລະ​ວັດ, ກ່າວ​ວ່າ “ຂ້າ​ນ້ອຍ​ໄດ້​ຮຽນເພິ່ງຄວາມ​ຮູ້ ແລະ ສັດ​ທາ​ຂອງ​ຕົວ​ເອງ ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ. ສິ່ງນີ້​ໄດ້​ນຳ​ພາ​ຂ້າ​ນ້ອຍ … ໃຫ້ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ຄ່າ​ຄວນ ແລະ ຍິ່ງ​ໄປ​ກວ່ານັ້ນ—ໃຫ້​ເປັນ​ຕົວ​ຢ່າງ​ໃນ​ທາງ​ດີ.”

    ຮູບ​ພາບ
    ຈິມເມີ ເຟຼເດັດ ຕອນ​ເປັນ​ມັກ​ຄະ​ນາ​ຍົກ
  • ບຣາຍສ໌ ຮາບ​ເປີ, ຖາ​ນະ​ສາ​ມີ, ຂຽນ​ວ່າ: “ຂ້າ​ນ້ອຍ​ຄິດ​ວ່າ ຄວາມ​ໂດ່ງ​ດັງ, ຄວາມ​ລ້ຳ​ລວຍ, ແລະ ລາງວັນລະ​ດັບ​ປະ​ເທດ ຊິ​ເຮັດ​ໃຫ້​ຂ້າ​ນ້ອຍ​ມີ​ຄວາມ​ສຸກ. ​ແຕ່​ກໍ​ຍັງ​ຮູ້​ສຶກ​ຂາດ​ເຫລືອ​ບາງ​ສິ່ງ​ຢູ່. ສະ​ນັ້ນ, ຂ້າ​ນ້ອຍ … ຈຶ່ງ​ໄດ້​ກະ​ກຽມ ແລະ [ໄດ້​ໄປ] ພຣະ​ວິ​ຫານ. ບັດ​ນີ້ ຂ້າ​ນ້ອຍ​ຢູ່​ໃນ​ເສັ້ນ​ທາງ [ກັບ​ຄືນ] ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ມີ​ຄອບ​ຄົວ​ນິ​ລັນ​ດອນ—ຊຶ່ງ​ເປັນ​ຄວາມ​ຊື່ນ​ຊົມ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ຢູ່​ໃນ​ໂລກ!”

    ຮູບ​ພາບ
    ບຣາຍສ໌ ຮາບເປີ ແລະ ພັນ​ລະ​ຍາ​ຂອງ​ລາວ
  • ແດນໂຍ ຊໍເຣັນເຊັນ, ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ເວົ້າ​ວ່າ: “ປຶ້ມ​ຍຸດ​ທະ​ວິ​ທີ​ທີ່​ດີ ເປັນ​ແຜນ​ທີ່​ໃຊ້​ພອນ​ສະ​ຫວັນ ແລະ ພະ​ລັງ​ຂອງ​ສະ​ມາ​ຊິກ​ທຸກ​ຄົນ​ຢູ່​ໃນ​ທີມ. … ເມື່ອ​ຂ້າ​ນ້ອຍ​ສຶກ​ສາ ແລະ ເຝິກ​ຝົນ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ນ້ອຍ​ສາ​ມາດ​ຮູ້​ເຖິງວິ​ທີ​ທີ່​ຈະ​ໃຊ້​ພະ​ລັງ​ຂອງ​ຂ້າ​ນ້ອຍ ເພື່ອ​ຮັບ​ໃຊ້​ໃນ​ຖາ​ນະ​ປະ​ໂລ​ຫິດ.”

    ຮູບ​ພາບ
    ແດນໂຍ ຊໍເຣັນເຊັນ ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ
  • ແຈຣະມີ ກຸຕຼີ, ຕອນ​ເປັນ​ປະ​ທານ​ເຜີຍ​ແຜ່, ໄດ້ເວົ້າ​ວ່າ: “ຕອນມີ​ອາ​ຍຸ​ໄດ້ 12 ປີ ແລະ ເປັນ​ມັກ​ຄະ​ນາຍົກ … [ຂ້າ​ນ້ອຍ​ໄດ້​ຮູ້​ສຶກ] ເຖິງ​ພຣະ​ວິນ​ຍານ​ເປັນ​ພະ​ຍານ​ຕໍ່​ຂ້າ​ນ້ອຍ [ວ່າ] ‘ຊີ​ວິດນີ້ ເປັນ​ເວ​ລາ … ທີ່​ຕຽມ​ພ້ອມ​ທີ່​ຈະ​ພົບ​ພຣະ​ເຈົ້າ.’2 ແຜນ​ການ​ຫລິ້ນ​ເກມ ຄື​ສັດ​ທາ​ໃນ​ພຣະ​ເຈົ້າ ໄປ​ສູ່​ການ​ກະ​ທຳ [ແລະ] ການ​ກັບ​ໃຈ ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. … ປຶ້ມ​ຍຸດ​ທະ​ວິ​ທີ ແມ່ນ​ມີ​ຢູ່​ໃນ​ພຣະ​ຄຳ​ພີ​ທີ່​ສັກ​ສິດ ແລະ ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.”

    ຮູບ​ພາບ
    ແຈຣະມີ ກຸຕຼີ, ຕອນ​ເປັນ​ປະ​ທານ​ເຜີຍ​ແຜ່
  • ຈາບາຣີ ພາກເກີ, ຕອນ​ຮັບ​ຕຳ​ແໜ່ງ​ແອວ​ເດີ, ເວົ້າ​ວ່າ, “ຂ້າ​ນ້ອຍ​ບໍ່​ຄິດ​ວ່າ ຂ້າ​ນ້ອຍຈະ​ກາຍ​ເປັນ​ຄົນ​ດັ່ງ​ທີ່​ເປັນ​ຢູ່​ໃນ​ເວ​ລານີ້ ຖ້າ​ຫາກ​ຂ້າ​ນ້ອຍ​ບໍ່​ໄດ້​ຕັດ​ສິນ​ໃຈ​ຮັບ​ບັບ​ຕິ​ສະ​ມາ. … ຂ້າ​ນ້ອຍມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ມີ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ຂ້າ​ນ້ອຍ ເພື່ອນຳ​ພາ​ຂ້າ​ນ້ອຍ​ໃນ​ທຸກວັນ.”

    ຮູບ​ພາບ
    ຈາບາຣີ ພາກເກີ ຕອນ​ຮັບ​ການ​ແຕ່ງ​ຕັ້ງ​ຕໍ່​ຖາ​ນະ​ປະ​ໂລ​ຫິດ
  • ຣິຄາໂດ ໂຣຫາສ໌, ຕອນ​ເປັນ​ປະ​ທານ​ສາ​ຂາ, ໄດ້​ເວົ້າວ່າ: “ຜ່ານ​ທາງຖາ​ນະ​ປະ​ໂລ​ຫິດ [ຂອງ​ພຣະ​ເຈົ້າ] [ເຮົາ] ສາ​ມາດ​ຊ່ວຍ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ. ເຮົາ​ຖືກ​ເອີ້ນ​ໃຫ້ ‘ເປັນ​ຄົນ​ເຂັ້ມ​ແຂງ ແລະ ມີ​ຄວາມ​ກ້າ​ຫານ’3 ໃນ​ການ​ປົກ​ປ້ອງ​ຄວາມ​ຈິງ.” ສິ່ງນີ້​ໄດ້​ຊ່ວຍ​ລາວ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ ທັງ​ຢູ່​ໃນ​ສະ​ໜາມ​ກິ​ລາ ແລະ ໃນ​ຖາ​ນະ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ.

    ຮູບ​ພາບ
    ຣິຄາໂດ ໂຣຫາສ໌​ ຕອນ​ເປັນ​ປະ​ທານ​ສາ​ຂາ
  • ເທຊຳ ຮຽວ, ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ຮູ້​ສຶກວ່າ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ເປັນ​ປຶ້ມ​ຍຸດ​ທະ​ວິ​ທີ​ສຳ​ລັບ​ລາວ ໃນ​ຊີ​ວິດ​ຂອງ​ລາວ. ລາວ​ໄດ້​ບອກວ່າ, “ການ​ເຊື່ອ​ໃນ​ແຜນ [ຂອງ​ພຣະ​ເຈົ້າ] ແລະ ການ​ເຮັດ​ບົດ​ບາດ​ຂອງ​ຂ້າ​ນ້ອຍ​ໃຫ້​ດີ​ທີ່​ສຸດ ໄດ້​ຊ່ວຍ​ຂ້າ​ນ້ອຍໃຫ້​ຮູ້​ສຶກ​ສະ​ຫງົບ ແລະ ມີ​ຄວາມ​ສຸກ ໃນ​ຊີ​ວິດ, ໂດຍ​ທີ່​ຮູ້​ວ່າ ພຣະ​ເຈົ້າ​ພໍ​ພຣະ​ໄທ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ຂ້າ​ນ້ອຍ.”

    ຮູບ​ພາບ
    ເທຊຳ ຮຽວ ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ
  • ວິວລຽມ ໂຮ​ໂປອາເຕ, ຕອນ​ໃຫ້​ພອນ​ແກ່​ລູກ​ຊາຍ​ນ້ອຍ ​ໂດຍສີ່​ລຸ້ນ​ຄົນ​, ເວົ້າ​ວ່າ ພຣະ​ກິດ​ຕິ​ຄຸນ​ຊ່ວຍ​ລາວ “ໃຫ້​ເຫັນແຜນ​ການ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ ແລະ ຊ່ວຍ​ລາວ​ທາງວິນ​ຍານ ເພື່ອ​ຈະ​ສາ​ມາດ​ຕ້ານ​ທານ​ກັບ​ລູກ​ສອນ​ໄຟ ແລະ ຮັບ​ໃຊ້​ຄົນ​ອື່ນ​ໄດ້​ດີກວ່າ​ເກົ່າ.”

    ຮູບ​ພາບ
    ວິວລຽມ ໂຮ​ໂປອາເຕ ຕອນ​ໃຫ້​ພອນ​ແກ່​ລູກ​ນ້ອຍ

ພວກ​ເຈົ້າ​ເດ? ພວກ​ເຈົ້າ​ເຫັນເອ​ກະ​ລັກ​ທີ່ ສູງກວ່າ ແລະ ສັກ​ສິດກວ່າ ຂອງພວກ​ເຈົ້າ​ບໍ ໃນ​ຖາ​ນະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ? ໂດຍ​ມີ​ເອ​ກະ​ລັກ​ນິ​ລັນ​ດອນນີ້​ຢູ່​ໃນ​ຄວາມ​ຄິດ, ໃຫ້​ພວກ​ເຈົ້າ​ສ້າງ​ແຜນ​ຫລິ້ນ​ເກມ ແລະ ສ້າງປຶ້ມ​ຍຸດ​ທະວິ​ທີ ທີ່​ນຳ​ພາ​ພວກ​ເຈົ້າ​ໃນ​ເວ​ລາ​ທີ່​ຖືກ​ລໍ້​ລວງ ແລະ ຍາມຍາກ​ລຳ​ບາກ. ໃຫ້​ເຮົາ​ມາພິ​ຈະ​ລະ​ນາ​ຍຸດ​ທະ​ສາດ ຂອງ​ການ​ບຸກ​ໂຈມ​ຕີ ແລະ ການ​ປ້ອງ​ກັນ​ຕົວ.

ຍຸດ​ທະ​ສາດ​ຂອງ​ການ​ບຸກ​ໂຈມ​ຕີ ຊ່ວຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ ແລະ ເພິ່ມ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຄັບ ແລະ ແຄບ. ຕົວ​ຢ່າງ​ແມ່ນ​ຮ່ວມ​ດ້ວຍ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ການ​ໄປ​ໂບດ ແລະ ໄປ​ພຣະ​ວິ​ຫານ, ການ​ຈ່າຍ​ເງິນ​ສ່ວນ​ສິບ, ແລະ ການ​ເຮັດ​ຕາມ​ຄຳ​ແນະ​ນຳ ຢູ່​ໃນ​ປຶ້ມ​ນ້ອຍ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອບ​ຊາວ​ໜຸ່ມ ຢ່າງ​ສະ​ໝ່ຳ​ສະ​ເໝີ.

ຍຸດ​ທະ​ສາດ​ຂອງ​ການ​ປ້ອງ​ກັນ​ຕົວ ຮ່ວມ​ທັງ​ການ​ວາງ​ແຜນ​ໄວ້​ລ່ວງ​ໜ້າ ວ່າ​ພວກ​ເຈົ້າ​ຈະ​ປະ​ເຊີນ​ກັບ​ການ​ລໍ້​ລວງ​ດ້ວຍ​ວິ​ທີ​ໃດ. ເມື່ອ​ຖືກ​ຍົວະ​ໃຫ້​ລົດ​ມາດ​ຕະ​ຖານ​ຂອງ​ພວກ​ເຈົ້າ​ລົງ, ພວ​ກ​ເຈົ້າ​ຈະ​ຮູ້​ລ່ວງ​ໜ້າ​ວ່າ ພວກ​ເຈົ້າ​ຈະ​ເຮັດ​ສິ່ງ​ໃດ.

ພວກ​ເຈົ້າ​ຕ້ອງ​ການ​ປຶ້ມ​ຍຸດ​ທະ​ວິ​ທີ​ສຳ​ລັບ​ເລື່ອງນີ້.

ຮູ້​ສຶກວ່າ ບໍ່​ຢາກ​ອະ​ທິ​ຖານມື້ນີ້​ບໍ? ເຖິງ​ເວ​ລາ​ໃຊ້​ຍຸດ​ທະ​ວິ​ທີ ທີ່​ພວກ​ເຈົ້າ​ໄດ້​ວາງ​ແຜນ​ໄວ້​ແລ້ວ.

ຮູ້​ສຶກວ່າ ປະ​ຈັກ​ພະ​ຍານບໍ່​ເຂັ້ມ​ແຂງບໍ? ພວກ​ເຈົ້າ​ມີ​ຍຸດ​ທະ​ວິ​ທີ​ສຳ​ລັບ​ເລື່ອງນີ້​ແລ້ວ. ພວກ​ເຈົ້າ​ຮູ້​ຈັກ​ວ່າ​ຈະ​ເຮັດ​ສິ່ງ​ໃດ.

​ດີ​ເດັ່ນ​ທີ່​ສຸດ ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ

ພວກ​ເຈົ້າ​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ​ຂອງ​ພຣະ​ເຈົ້າ. ຄວາມ​ຕັ້ງ​ໃຈ​ຂອງ​ພວກ​ເຈົ້າ​ທີ່​ຈະ​ຍຶດ​ໝັ້ນ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ ຈະ​ປ່ຽນ​ແປງ​ພວກ​ເຈົ້າ ໃຫ້ເປັນ​ບຸກ​ຄົນ​ນິ​ລັນ​ດອນ ຊຶ່ງ​ພວກ​ເຈົ້າ​ໄດ້​ຖືກ​ສ້າງ​ໃຫ້​ເປັນ​ແນວນັ້ນ.

ພຣະ​ເຈົ້າ​ຮູ້ຈັກ ແລະ ຮັກ​ພວກ​ເຈົ້າ. ພຣະ​ອົງ​ຈະ​ອວຍ​ພອນ​ພວກ​ເຈົ້າ ແລະ ນຳ​ພາ​ພວກ​ເຈົ້າ​ໄປ​ທຸກ​ບາດ​ກ້າວ.

ພວກ​ເຈົ້າ​ອາດ​ຄິດ​ວ່າ ພວກ​ເຈົ້າ​ບໍ່​ໄດ້​ເປັນ​ຄົນ​ພິ​ເສດ, ວ່າ​ພວກ​ເຈົ້າ​ບໍ່​ໂດ່ງ​ດັງລະ​ດັບ​ໂລກ. ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ. ພວກ​ເຈົ້າບໍ່​ຮູ້​ບໍວ່າ ພຣະ​ເຈົ້າໄດ້​ປະ​ກາດ​ວ່າ ສິ່ງອ່ອນແອຂອງໂລກຈະອອກມາ ແລະ ປາບຄົນມີພະລັງ ແລະ ຄົນແຂງແຮງ?4

ສະ​ນັ້ນ, ພວກ​ເຈົ້າ​ຮູ້​ສຶກ​ອ່ອນ​ແອ​ບໍ? ບໍ່​ສຳ​ຄັນ​ບໍ? ຂໍ​ສະ​ແດງ​ຄວາມ​ຍິນ​ດີ​ນຳ​ເດີ, ພວກ​ເຈົ້າ​ກໍ​ຢູ່​ໃນ​ແຖວ!

ພວກ​ເຈົ້າ​ຮູ້​ສຶກບໍ່​ສຳ​ຄັນ​ບໍ? ຕ່ຳ​ຕ້ອຍກວ່າ​ບໍ? ພວກ​ເຈົ້າ​ອາດ​ເປັນ​ຜູ້​ທີ່​ພຣະ​ເຈົ້າ​ຕ້ອງ​ການ.

ຮູບ​ພາບ
ດາວິດ ແລະ ໂກລີອາດ

ມີ​ຕົວ​ຢ່າງ​ໃດ​ບໍ ທີ່​ຍິ່ງ​ໃຫຍ່​ໄປ​ກວ່າຕົວ​ຢ່າງ​ຂອງດາວິດ ທີ່​ໄດ້ກ້າວ​ອອກ​ໄປຕໍ່ສູ້​ກັບໂກລີອາດ ຢູ່​ໃນ​ສະ​ໜາມຮົບ? ໂດຍ​ການ​ເພິ່ງ​ອາ​ໄສພຣະ​ຜູ້​ເປັນ​ເຈົ້າ, ດາວິດ​ໄດ້​ຊ່ວຍ​ຕົວ​ເອງ ແລະ ກອງ​ທັບ​ຂອງ​ອິດ​ສະຣາ​ເອນ​ໄວ້​ໄດ້ດ້ວຍ​ແຜນ!5 ໃຫ້ຮູ້​ວ່າ​ພຣະ​ຜູ້​ເປັນເຈົ້າ​ຈະ​ຢູ່​ກັບ​ພວກ​ເຈົ້າ ໃນ​ເວ​ລາ​ທີ່​ພວກ​ເຈົ້າຮວບ​ຮວມ​ຄວາມ​ກ້າ​ຫານ ທີ່​ຈະ​ຢູ່​ຝ່າຍ​ຂອງ​ພຣະ​ອົງ. “ຖ້າ​ພຣະ​ເຈົ້າ​ຢູ່​ຝ່າຍ​ພວກ​ເຮົາ, ຜູ້​ໃດ​ຈະ​ຕໍ່​ສູ້​ພວກ​ເຮົາ​ໄດ້?”6

ພຣະ​ອົງ​ຈະ​ເປີດ​ປະ​ຕູ ແລະ ຊ່ວຍ​ເຮົາ​ພົບ​ພະ​ລັງ ແລະ ຄວາມ​ສາ​ມາດ ທີ່​ເຮົາ​ບໍ່​ຮູ້​ວ່າ​ຕົວ​ເອງ​ມີ.7

ໃຫ້​ເຊື່ອ​ຟັງ​ຫົວ​ໜ້າ​ທີມ​ທີ່​ໄວ້​ວາງ​ໃຈ​ໄດ້ຂອງ​ພວກ​ເຈົ້າ, ດັ່ງ​ເຊັ່ນ ພໍ່​ແມ່, ອະ​ທິ​ການ, ແລະ ຜູ້​ນຳ​ຊາຍ​ໜຸ່ມ​ຂອງ​ພວກ​ເຈົ້າ. ຮຽນ​ຮູ້​ຈາກ​ປຶ້ມ​ຍຸດ​ທະ​ວິ​ທີ. ອ່ານພຣະຄຳພີ. ສຶກ​ສາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ປະ​ຈຸ​ບັນ. ສ້າງ​ແຜນ​ຫລິ້ນ​ເກມ​ຂອງ​ພວກ​ເຈົ້າ ເຖິງວິ​ທີ​ທີ່​ພວກ​ເຈົ້າ​ຈະ​ພິ​ສູດ​ຕົວ​ເອງ ວ່າ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ.

ຮູ້​ລ່ວງ​ໜ້າ​ວ່າ​ພວກ​ເຈົ້າ​ຈະ​ໃຊ້​ຍຸດ​ທະ​ວິ​ທີ​ໃດ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ວິນ​ຍານ​ຂອງ​ພວກ​ເຈົ້າ ແລະ ຫລີກ​ເວັ້ນ​ຈາກ​ກັບ​ດັກ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ.

ໃຫ້ເຮັດ​ສິ່ງນີ້ ​ແລະ ແລ້ວ​ພຣະ​ເຈົ້າ​ຈະ​ໃຊ້​ພວກ​ເຈົ້າ​ຢ່າງ​ແນ່ນອນ.

ບັດ​ນີ້, ອາດ​ມີ​ຫລາຍ​ຄົນ​ທີ່​ແຍກຕົວ​ອອກ​ຈາກ​ພຣະ​ກິດ​ຕິຄຸນ ແລະ ເດີນ​ໜີ​ໄປ. ບາງ​ຄົນ​ອາດນັ່ງ​ຢູ່​ຕັ່ງ ເບິ່ງ​ການ​ຫລິ້ນ​ເກມ​ຢູ່ໄກໆ. ບາງ​ຄົນ ອາດເລືອກ​ນັ່ງ​ຢູ່​ຕັ່ງ, ເຖິງ​ແມ່ນ​ຫົວ​ໜ້າ​ທີມ ພະ​ຍາ​ຍາມ​ສົ່ງ​ເຂົາ​ລົງ​ສະ​ໜາມ.. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້​ຊ່ວຍ​ກູ້, ສົ່ງ​ເສີມ, ແລະ ຮັກ​ແພງ​ເຂົາ​ເຈົ້າ ຄື​ກັບ​ວ່າ ເຂົາ​ເຈົ້າເປັນ​ໝູ່​ໃນ​ທີມ​ຂອງ​ພວກ​ເຈົ້າ​ເອງ!

ບາງ​ຄົນ​ກໍ​ຢາກ​ເຂົ້າ​ໄປ​ຫລິ້ນ—ແລະ ກໍ​ເຮັດ. ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ ບໍ່​ແມ່ນ​ວ່າ​ເຂົາ​ມີ​ພອນ​ສະ​ຫວັນ​ຫລາຍ​ປານໃດ ແຕ່​ສິ່ງ​ສຳ​ຄັນແມ່ນ​ຄວາມ​ເຕັມ​ໃຈ ທີ່​ເຂົາ​ສະ​ແດງ​ອອກ​ຢູ່​ໃນ​ສະ​ໜາມ. ເຂົາ​ເຈົ້າ​ບໍ່​ລໍ​ຖ້າ​ໃຫ້​ຖືກ​ເອີ້ນ​ຊື່​ກ່ອນ ເພາະເຂົາເຈົ້າ​ຮູ້​ຈັກ​ຂໍ້​ພຣະ​ຄຳ​ພີ​ທີ່​ວ່າ ຖ້າ​ເຮົາ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ເຮົາ​ກໍ​ໄດ້​ຖືກ​ເອີ້ນ​ໃຫ້​ມາ​ຫາວຽກ​ງານ.8

ພວກ​ເຈົ້າ​ສາ​ມາດ​ໄປ​ຢືນ​ຢູ່​ໃນ​ແຖວ​ໄດ້.

ພວກ​ເຈົ້າ​ເຮັດ​ແນວນັ້ນ ຂະ​ນະ​ທີ່​ພວກ​ເຈົ້າສຶກ​ສາ ແລະ ປະ​ຕິ​ບັດ​ຕາມ​ປຶ້ມ​ຍຸດ​ທະ​ວິ​ທີ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພວກ​ເຈົ້າ.

ບາງ​ເທື່ອພວກ​ເຈົ້າ​ຈະ​ສະ​ດຸດ​ລົ້ມ​ຢູ່​ໃນ​ເສັ້ນ​ທາງ—ບາງ​ທີ​ຫລາຍ​ເທື່ອ, ຫລາຍໆ​ເທື່ອ. ພວກ​ເຈົ້າ​ບໍ່​ດີ​ພ້ອມ​ທຸກ​ຢ່າງ; ການ​ສະ​ດຸດ​ລົ້ມ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຂັ້ນ​ຕອນ​ຂອງ​ການ​ທົດ​ສອບ​ຄວາມ​ເໝາະ​ສົມ ທີ່​ປ່ອຍ​ໃຫ້​ພວກ​ເຈົ້າ​ຫລໍ່​ຫລອມ ລັກ​ສະ​ນະ​ຂອງ​ຕົວ​ເອງ ແລະ ຮັບ​ໃຊ້​ໃນ​ທາງ​ທີ່ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຫລາຍກວ່າເກົ່າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຊົດ​ໃຊ້​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ ຊ່ວຍ​ເຮົາ​ໃຫ້​ຮູ້​ວິ​ທີ​ທາງ ທີ່​ຈະ​ເອົາ​ຊະ​ນະ​ຄວາມ​ຜິດ​ພາດ ຜ່ານ​ທາງ​ການ​ກັບ​ໃຈ​ທີ່​ຈິງ​ໃຈ.

ນັກ​ກິ​ລາ​ທີ່​ດີ​ເດັ່ນ ຈະ​ໃຊ້​ເວ​ລາ​ຢ່າງ​ຫລວງ​ຫລາຍ ໃນ​ການ​ເຝິກ​ຝົນພາກ​ສ່ວນ​ນ້ອຍ​ໜຶ່ງ​ຂອງ​ເກມ​ເຂົາ​ເຈົ້າ. ໃນ​ຖາ​ນະ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ, ພວກ​ເຈົ້າ​ຕ້ອງ​ມີ​ແນວ​ຄິດ​ດຽວ​ກັນ​ນັ້ນ. ຖ້າ​ຫາກ​ພວກ​ເຈົ້າ​ຜິດ​ພາດ, ໃຫ້​ກັບ​ໃຈ ແລະ ຮຽນ​ຮູ້​ຈາກ​ມັນ. ໃຫ້​ເຝິກ​ຝົນ ເພື່ອ​ພວກ​ເຈົ້າ​ຈະ​ເຮັດ​ໄດ້​ດີກວ່າ​ເກົ່າ ​ເທື່ອ​ໜ້າ. ໃນ​ທີ່​ສຸດ, ມັນ​ຈະ​ຂຶ້ນ​​ຢູ່ກັບ​ຕົວ​ພວກ​ເຈົ້າ​ເອງ. ພວກ​ເຈົ້າ​ຈະຮຽນ​ຮູ້​ຈາກ​ປຶ້ມ​ຍຸດ​ທະ​ວິ​ທີ​ບໍ?

ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ພວກ​ເຈົ້າ: ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ຈົ່ງ​ສວມ​ຍຸດ​ທະ​ພັນ​ຄົບ​ຊຸດ​ຂອງ​ພຣະ​ເຈົ້າ,9 ແລະ ລົງ​ສະ​ໜາມ.

ມີ​ໜ້ອຍ​ຄົນ​ທີ່​ໄດ້ເປັນ​ນັກ​ກິ​ລາ​ມື​ອາ​ຊີບ ທີ່ຢູ່​ໃນ​ລະ​ດັບ​ສູງ​ສຸດ, ແຕ່​ເມື່ອ​ກ່າວ​ເຖິງ​ການ​ເປັນ​ສາ​ນຸ​ສິດ, ມີ​ຫລາຍ​ຄົນ​ທີ່​ເລືອກ​ຕິດ​ຕາມ​ພຣະ​ຄຣິດ.

ຕາມ​ຈິງ​ແລ້ວ, ນັ້ນ​ຄື​ພາ​ລະ​ກິດ​ຂອງ​ພວກ​ເຈົ້າ ຢູ່​ໃນ​ໂລກນີ້—ເພື່ອ​ຮຽນ​ຮູ້​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ, ແລະ ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ແຜນ​ຂອງ​ພຣະ​ເຈົ້າ. ພຣະ​ເຈົ້າ​ຈະ​ຄ້ຳ​ຊູ ແລະ ອວຍ​ພອນ​ພວກ​ເຈົ້າ ເມື່ອ​ພວກ​ເຈົ້າ​ຫັນ​ໄປ​ຫາ​ພຣະ​ອົງ. ພວກ​ເຈົ້າ​ສາ​ມາດ​ເຮັດ​ສິ່ງນີ້​ໄດ້ ເພາະ​ພວກ​ເຈົ້າດີ​ເດັ່ນ​ທີ່​ສຸດ ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພວກ​ເຈົ້າ​ຈະ​ຕັ້ງ​ໃຈ ທີ່​ຈະ​ດຳ​ລົງ​ຊີ​ວິດ​ໃຫ້​ມີ​ຄ່າ​ຄວນ​ສຳ​ລັບ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ ທີ່​ພວກ​ເຈົ້າ​ດຳ​ລົງ​ຢູ່ ແລະ ພະ​ຍາ​ຍາມ​ສະ​ແດງ​ບົດ​ບາດ​ທີ່​ສັກ​ສິດ​ຂອງ​ພວກ​ເຈົ້າ​ທຸກວັນ. ຂ້າ​ພະ​ເຈົ້າ​ອວຍ​ພອນ​ພວກ​ເຈົ້າ ດ້ວຍ​ຄວາມ​ສາ​ມາດ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ເຖິງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ພວກ​ເຈົ້າ​ດຳ​ລົງ​ຢູ່, ເຖິງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ແລະ ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ບົດ​ບາດ​ຂອງ​ພຣະ​ອົງ ໃນ​ການ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ