ຄຳຕອບຕໍ່ຄຳອະທິຖານ
ພຣະບິດາຮູ້ກ່ຽວກັບເຮົາ, ຮູ້ເຖິງຄວາມຕ້ອງການຂອງເຮົາ, ແລະ ຈະຊ່ວຍເຫລືອເຮົາຢ່າງສົມບູນແບບ.
ຄຳສອນທີ່ສຳຄັນ ແລະ ໃຫ້ຄວາມປອບໂຍນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແມ່ນພຣະບິດາເທິງສະຫວັນມີຄວາມຮັກທີ່ສົມບູນແບບຕໍ່ລູກໆຂອງພຣະອົງ. ເພາະຄວາມຮັກທີ່ສົມບູນແບບນັ້ນ, ພຣະອົງຈຶ່ງອວຍພອນເຮົາ ບໍ່ພຽງແຕ່ອີງຕາມຄວາມປາດຖະໜາ ແລະ ຄວາມຕ້ອງການຂອງເຮົາເທົ່ານັ້ນ ແຕ່ອີງຕາມຄວາມສະຫລຽວສະຫລາດອັນເປັນນິດຂອງພຣະອົງນຳອີກ. ສາດສະດານີໄຟ ໄດ້ກ່າວຢ່າງແຈ່ມແຈ້ງວ່າ, “ຂ້ານ້ອຍຮູ້ວ່າ [ພຣະເຈົ້າ] ຮັກລູກໆຂອງພຣະອົງ.”1
ດ້ານໜຶ່ງອີກຂອງຄວາມຮັກທີ່ສົມບູນແບບນັ້ນຄື ພຣະບິດາເທິງສະຫວັນມີສ່ວນກ່ຽວຂ້ອງໃນຊີວິດຂອງເຮົາ, ແມ່ນແຕ່ໃນເວລາທີ່ເຮົາບໍ່ຮູ້ຕົວ ຫລື ເຂົ້າໃຈເລີຍ. ເຮົາສະແຫວງຫາການຊີ້ນຳ ແລະ ຄວາມຊ່ວຍເຫລືອທີ່ສູງສົ່ງຂອງພຣະບິດາ ຜ່ານທາງການອະທິຖານຢ່າງຈິງໃຈ ແລະ ຢ່າງພາກພຽນ. ເມື່ອເຮົາໃຫ້ກຽດແກ່ພັນທະສັນຍາຂອງເຮົາ ແລະ ພະຍາຍາມທີ່ຈະກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າເກົ່າ, ເຮົາມີສິດທີ່ຈະໄດ້ຮັບການຊີ້ນຳຈາກສະຫວັນທີ່ບໍ່ເຄີຍຂາດ2 ຜ່ານທາງອິດທິພົນ ແລະ ການດົນໃຈຈາກພຣະວິນຍານບໍລິສຸດ.
ພຣະຄຳພີສອນເຮົາວ່າ, “ເພາະພຣະບິດາຂອງພວກເຈົ້າຮູ້ສິ່ງທີ່ພວກເຈົ້າຕ້ອງການ ກ່ອນພວກເຈົ້າອະທິຖານຂໍ,”3 ແລະ ພຣະອົງ “ຮູ້ທຸກສິ່ງ, ເພາະທຸກສິ່ງໄດ້ຢູ່ຕໍ່ພຣະພັກ [ຂອງພຣະອົງ].”4
ສາດສະດາມໍມອນ ໄດ້ເປັນຕົວຢ່າງໃນເລື່ອງນີ້. ເພິ່ນບໍ່ໄດ້ມີຊີວິດຢູ່ ຈົນໄດ້ເຫັນຜົນງານຂອງເພິ່ນ. ແຕ່ເພິ່ນເຂົ້າໃຈວ່າ ພຣະຜູ້ເປັນເຈົ້າໄດ້ນຳພາເພິ່ນໄປຢ່າງລະມັດລະວັງ. ເມື່ອເພິ່ນຮູ້ສຶກໄດ້ຮັບການດົນໃຈ ໃຫ້ເອົາແຜ່ນຈາລຶກນ້ອຍລວມໄວ້ກັບບັນທຶກຂອງເພິ່ນ, ມໍມອນໄດ້ຂຽນວ່າ: “ແລະ ຂ້າພະເຈົ້າກະທຳການນີ້ເພື່ອຈຸດປະສົງອັນສະຫລາດ; ເພາະພຣະອົງໄດ້ຊື່ມໃສ່ຫູຂອງຂ້າພະເຈົ້າແບບນີ້, ອັນເປັນໄປຕາມການເຮັດວຽກຂອງພຣະວິນຍານຂອງພຣະຜູ້ເປັນເຈົ້າ ຊຶ່ງຢູ່ໃນຕົວຂອງຂ້າພະເຈົ້າ. ແລະ ບັດນີ້, ຂ້າພະເຈົ້າບໍ່ຮູ້ຈັກໝົດທຸກເລື່ອງ; ແຕ່ວ່າພຣະຜູ້ເປັນເຈົ້າຮູ້ທຸກເລື່ອງທີ່ຈະມາເຖິງ; ສະນັ້ນ, ພຣະອົງຈຶ່ງທຳງານໃນຂ້າພະເຈົ້າເພື່ອໃຫ້ມັນເປັນໄປຕາມພຣະປະສົງຂອງພຣະອົງ.”5 ເຖິງແມ່ນວ່າມໍມອນບໍ່ຮູ້ວ່າ ໃນອະນາຄົດ ຕົ້ນສະບັບ 116 ໜ້າ ຈະສູນເສຍໄປ, ແຕ່ພຣະຜູ້ເປັນເຈົ້າຮູ້ຈັກ ແລະ ໄດ້ຕຽມວິທີທີ່ຈະເອົາຊະນະອຸປະສັກໄດ້ ເມື່ອເຫດການເກີດຂຶ້ນ.
ພຣະບິດາຮູ້ກ່ຽວກັບເຮົາ, ຮູ້ເຖິງຄວາມຕ້ອງການຂອງເຮົາ, ແລະ ຈະຊ່ວຍເຫລືອເຮົາຢ່າງສົມບູນແບບ. ບາງເທື່ອຄວາມຊ່ວຍເຫລືອນັ້ນ ໄດ້ຖືກມອບໃຫ້ໃນທັນທີ ຫລື ໃນໄວໆນັ້ນ ຫລັງຈາກທີ່ເຮົາໄດ້ທູນຂໍຄວາມຊ່ວຍເຫລືອຈາກສະຫວັນ. ບາງເທື່ອຄວາມປາດຖະໜາທີ່ຈິງໃຈ ແລະ ມີຄ່າຄວນຂອງເຮົາ ບໍ່ໄດ້ຮັບຄຳຕອບໃນທາງທີ່ເຮົາຄາດຫວັງ, ແຕ່ເຮົາຮູ້ວ່າ ພຣະເຈົ້າຈະປະທານພອນທີ່ຍິ່ງໃຫຍ່ກວ່ານັ້ນໃຫ້ເຮົາ. ແລະ ບາງເທື່ອຄວາມປາດຖະໜາທີ່ຊອບທຳຂອງເຮົາ ບໍ່ໄດ້ເກີດເປັນຈິງໃນຊີວິດນີ້. ຂ້າພະເຈົ້າຈະແບ່ງປັນສາມເລື່ອງ ເຖິງວິທີທີ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ຕອບຄຳອ້ອນວອນທີ່ຈິງໃຈຂອງເຮົາ.
ລູກຊາຍຫລ້າຂອງພວກເຮົາໄດ້ຖືກເອີ້ນໃຫ້ໄປສອນສາດສະໜາຢູ່ທີ່ເຂດເຜີຍແຜ່ປາຣີ ຝະຣັ່ງ. ໃນການກະກຽມໄປຮັບໃຊ້ນັ້ນ, ພວກເຮົາໄດ້ພາລາວໄປຊື້ເສື້ອເຊີດ, ຊຸດ, ກາລະວັດ, ແລະ ຖົງເທົ້າ, ແລະ ເສື້ອກັນໜາວ. ໜ້າເສຍດາຍທີ່ເສື້ອກັນໜາວທີ່ລາວຢາກໄດ້ ບໍ່ມີໂຕທີ່ພໍດີລາວ. ເຖິງຢ່າງໃດກໍຕາມ, ພະນັກງານໄດ້ບອກວ່າ ເຂົາເຈົ້າຈະມີເສື້ອກັນໜາວທີ່ລາວຢາກໄດ້ ໃນສອງສາມອາທິດຂ້າງໜ້າ ແລະ ຈະສົ່ງມັນໄປທີ່ສູນອົບຮົມຜູ້ສອນສາດສະໜາ ໃນເມືອງໂພຼໂວ ກ່ອນລູກຊາຍຂອງພວກເຮົາຈະອອກເດີນທາງໄປປະເທດຝະຣັ່ງ. ພວກເຮົາກໍໄດ້ຈ່າຍຄ່າເສື້ອກັນໜາວ ແລະ ກໍບໍ່ໄດ້ຄິດກ່ຽວກັບມັນອີກ.
ລູກຊາຍຂອງພວກເຮົາໄດ້ເຂົ້າສູນອົບຮົມໃນເດືອນມິຖຸນາ, ແລະ ລາວໄດ້ຮັບເສື້ອກັນໜາວ ສອງສາມມື້ກ່ອນລາວອອກເດີນທາງ ໃນເດືອນສິງຫາ. ລາວບໍ່ໄດ້ລອງເສື້ອກັນໜາວ ແຕ່ໄດ້ຈັດຈ້ອນມັນໃສ່ຫີບເຄື່ອງ.
ເມື່ອລະດູໜາວເລື່ອນເຂົ້າມາໃກ້ຢູ່ກຸງປາຣີ, ໃນບ່ອນທີ່ລູກຊາຍຂອງພວກເຮົາຮັບໃຊ້ຢູ່ນັ້ນ, ລາວໄດ້ຂຽນຫາພວກເຮົາວ່າ ລາວໄດ້ເອົາເສື້ອກັນໜາວອອກມາ, ແລະ ໄດ້ນຸ່ງລອງເບິ່ງ, ແຕ່ມັນນ້ອຍເກີນໄປສຳລັບລາວ. ສະນັ້ນ ພວກເຮົາຈຶ່ງໄດ້ເອົາເງິນເຂົ້າບັນຊີລາວ ເພື່ອວ່າລາວຈະໄດ້ຊື້ເສື້ອກັນໜາວໂຕໃໝ່ຢູ່ກຸງປາຣີ, ຊຶ່ງລາວກໍໄດ້ເຮັດ. ດ້ວຍຄວາມຫງຸດຫງິດໃຈບາງຢ່າງ, ຂ້າພະເຈົ້າໄດ້ຂຽນຫາລາວ ແລະ ບອກໃຫ້ລາວບໍລິຈາກເສື້ອກັນໜາວໂຕທຳອິດນັ້ນ ເພາະເກັບໄວ້ກໍໃຊ້ບໍ່ໄດ້.
ຕໍ່ມາພວກເຮົາໄດ້ຮັບອີເມວນີ້ຈາກລາວ: “ມັນໜາວຫລາຍຂະໜາດຢູ່ພີ້. … ລົມພັດເຢັນຫລາຍ, ເຖິງແມ່ນວ່າເສື້ອກັນໜາວໂຕໃໝ່ຂອງລູກ ກໍດີ ແລະ ໜາກໍຕາມ. … ລູກໄດ້ເອົາເສື້ອກັນໜາວໂຕເກົ່າໃຫ້ [ຜູ້ສອນສາດສະໜາຄົນໜຶ່ງ ທີ່ຢູ່ໃນຫ້ອງແຖວດຽວກັນ] ຜູ້ທີ່ເວົ້າວ່າ ລາວໄດ້ອະທິຖານຂໍໃຫ້ມີເສື້ອກັນໜາວໂຕທີ່ດີກວ່າ ທີ່ລາວມີຢູ່. ເມື່ອຫລາຍປີກ່ອນ ລາວໄດ້ເຂົ້າຮ່ວມສາດສະໜາຈັກ ແລະ ລາວມີແຕ່ແມ່ … ແລະ ຜູ້ສອນສາດສະໜາທີ່ໃຫ້ບັບຕິສະມາລາວ ໄດ້ຊ່ວຍລາວເລື່ອງການໄປເຜີຍແຜ່ ແລະ ສະນັ້ນເສື້ອກັນໜາວໂຕນີ້ ຈຶ່ງໄດ້ເປັນຄຳຕອບຕໍ່ຄຳອະທິຖານຂອງລາວ, ແລ້ວລູກກໍຮູ້ສຶກດີໃຈຫລາຍ.”6
ພຣະບິດາເທິງສະຫວັນຮູ້ວ່າ ຜູ້ສອນສາດສະໜາຄົນນີ້ ທີ່ຮັບໃຊ້ຢູ່ປະເທດຝະຣັ່ງ ຫ່າງໄກຈາກບ້ານ 6,200 ໄມ (10,000 ກິໂລແມັດ) ຈະຕ້ອງການເສື້ອກັນໜາວໂຕໃໝ່ ສຳລັບລະດູໜາວທີ່ເຍືອກເຢັນຢູ່ກຸງປາຣີ ແຕ່ຜູ້ສອນສາດສະໜາຄົນນີ້ ບໍ່ມີເງິນຊື້. ພຣະບິດາເທິງສະຫວັນກໍຍັງຮູ້ອີກວ່າ ລູກຊາຍຂອງພວກເຮົາຈະໄດ້ຮັບເສື້ອກັນໜາວຈາກຮ້ານຄ້າຢູ່ເມືອງໂຟຼໂວ, ລັດຢູທາ, ທີ່ນ້ອຍ ແລະ ນຸ່ງບໍ່ໄດ້. ພຣະອົງຮູ້ວ່າ ຜູ້ສອນສາດສະໜາສອງຄົນນີ້ ຈະຮັບໃຊ້ນຳກັນໃນກຸງປາຣີ ແລະ ເສື້ອກັນໜາວຈະເປັນຄຳຕອບໃຫ້ແກ່ຄຳອະທິຖານທີ່ຖ່ອມຕົວ ແລະ ຈິງໃຈຂອງຜູ້ສອນສາດສະໜາຄົນໜຶ່ງ ທີ່ຕ້ອງການຄວາມຊ່ວຍເຫລືອຢ່າງຮີບດ່ວນ.
ພຣະຜູ້ຊ່ວຍໃຫ້ລອດ ໄດ້ສອນວ່າ:
“ນົກຈອກສອງໂຕເຂົາຂາຍລາຄາອັດໜຶ່ງບໍ່ແມ່ນບໍ? ແຕ່ນົກຈອກໂຕດຽວຈະຕົກລົງດິນກໍບໍ່ໄດ້ ຖ້າພຣະບິດາຂອງພວກເຈົ້າບໍ່ເຫັນດ້ວຍ.
“ແມ່ນແຕ່ຜົມເທິງຫົວຂອງພວກເຈົ້າ ກໍຖືກນັບໄວ້ໝົດທຸກເສັ້ນແລ້ວ.
“ດັ່ງນັ້ນ ຢ່າສູ່ຢ້ານ, ພວກເຈົ້າກໍປະເສີດຫລາຍກວ່ານົກຈອກຫລາຍໂຕ.”7
ໃນເລື່ອງໜຶ່ງອີກ, ເມື່ອຄວາມປາດຖະໜາທີ່ດີຂອງເຮົາບໍ່ໄດ້ຮັບຄຳຕອບ ໃນທາງທີ່ເຮົາຄາດຫວັງ, ແທ້ຈິງແລ້ວ ມັນອາດເປັນຜົນດີທີ່ສຸດສຳລັບເຮົາ. ຍົກຕົວຢ່າງ, ໂຢເຊັບ ລູກຊາຍຂອງຢາໂຄບ ໄດ້ຖືກພວກອ້າຍອິດສາ ແລະ ຖືກກຽດຊັງ ຈົນເຖິງຂັ້ນທີ່ພວກເຂົາໄດ້ວາງແຜນຂ້າໂຢເຊັບ. ແຕ່ພວກເຂົາໄດ້ຂາຍເພິ່ນໄປເປັນຂ້າທາດຢູ່ປະເທດເອຢິບ.8 ຖ້າມີບຸກຄົນໃດຮູ້ສຶກວ່າ ຄຳອະທິຖານຂອງຕົນບໍ່ໄດ້ຮັບຄຳຕອບໃນທາງທີ່ເຂົາຄາດຫວັງໄວ້, ບຸກຄົນນັ້ນຄົງເປັນໂຢເຊັບ. ໃນຄວາມເປັນຈິງ, ໂຊກຮ້າຍຂອງເພິ່ນໄດ້ກາຍເປັນພອນອັນຍິ່ງໃຫຍ່ຕໍ່ເພິ່ນ ແລະ ໄດ້ຊ່ວຍຊີວິດຄອບຄົວຂອງເພິ່ນ ຈາກຄວາມອຶດຢາກ. ຕໍ່ມາ, ຫລັງຈາກໄດ້ກາຍເປັນຜູ້ນຳທີ່ໄດ້ຮັບຄວາມໄວ້ວາງໃຈຢູ່ປະເທດເອຢິບແລ້ວ, ດ້ວຍສັດທາ ແລະ ສະຕິປັນຍາຢ່າງຫລວງຫລາຍ ເພິ່ນໄດ້ກ່າວກັບພວກອ້າຍຂອງເພິ່ນວ່າ:
“ບັດນີ້ ຢ່າເປັນທຸກໃຈ ຫລື ກ່າວໂທດຕົນເອງ ທີ່ໄດ້ຂາຍຂ້ອຍມາທີ່ນີ້, ແມ່ນພຣະເຈົ້າທີ່ໄດ້ສົ່ງຂ້ອຍມານີ້ກ່ອນ ເພື່ອຊ່ວຍຊີວິດມະນຸດ.
“ດຽວນີ້ເປັນພຽງປີທີສອງຂອງການອຶດຢາກທີ່ດິນແດນນີ້ເທົ່ານັ້ນ, ແຕ່ຍັງຈະມີອີກຫ້າປີທີ່ບໍ່ມີການປູກຝັງ ແລະ ການເກັບກ່ຽວ.
“ພຣະເຈົ້າໄດ້ສົ່ງຂ້ອຍມາກ່ອນ ເພື່ອຊ່ວຍຊີວິດຂອງພວກເຈົ້າໄວ້ແບບອັດສະຈັນ ກໍເພື່ອໃຫ້ແນ່ໃຈວ່າພວກເຈົ້າ ແລະ ເຊື້ອສາຍຈະມີຊີວິດຢູ່.
“ດັ່ງນັ້ນ ຈຶ່ງບໍ່ແມ່ນພວກເຈົ້າທີ່ໄດ້ສົ່ງຂ້ອຍມາທີ່ນີ້, ແຕ່ແມ່ນພຣະເຈົ້າ.”9
ຂະນະທີ່ສຶກສາຢູ່ວິທະຍາໄລ, ລູກຊາຍກົກຂອງພວກເຮົາໄດ້ຖືກຮັບເຂົ້າທຳງານບໍ່ເຕັມເວລາໃນບ່ອນທີ່ດີ, ຊຶ່ງອາດເປັນບ່ອນທີ່ລາວຈະໄດ້ທຳງານຖາວອນ ຫລັງຈາກທີ່ຮຽນຈົບ. ລາວກໍໄດ້ທຳງານຢາກຂະຫຍັນຢູ່ບ່ອນນັ້ນເປັນເວລາສີ່ປີ ຂະນະທີ່ເຂົ້າໂຮງຮຽນ, ໄດ້ກາຍເປັນຜູ້ໜຶ່ງທີ່ມີຄວາມເໝາະສົມສູງ, ແລະ ກໍໄດ້ຮັບຄວາມນັບຖືຈາກໝູ່ເພື່ອນ ແລະ ຫົວໜ້າ ໃນບ່ອນທຳງານ. ໃນປີສຸດທ້າຍຂອງການຮຽນ, ເກືອບຄືກັບວ່າ ສະຫວັນໄດ້ຈັດຕຽມທຸກສິ່ງໄວ້ໃຫ້ (ຢ່າງໜ້ອຍຕາມຄວາມຄິດຂອງລູກຊາຍພວກເຮົາ), ຕຳແໜ່ງຖາວອນກໍວ່າງ ແລະ ລາວກໍເປັນຜູ້ໜຶ່ງຢູ່ໃນກຸ່ມຜູ້ສະໝັກທີ່ມີຄວາມເໝາະສົມສູງທີ່ສຸດ, ຊຶ່ງຫລາຍສິ່ງໄດ້ບົ່ງບອກ ແລະ ກໍຫວັງວ່າ ລາວຈະເປັນຜູ້ທີ່ໄດ້ຮັບຕຳແໜ່ງນັ້ນ.
ແຕ່ແລ້ວ ລາວບໍ່ໄດ້ຖືກເລືອກ. ພວກເຮົາທຸກຄົນກໍບໍ່ເຂົ້າໃຈເລີຍ. ລາວໄດ້ກະກຽມເປັນຢ່າງດີ, ການສຳພາດກໍລ່ວງໄປດ້ວຍດີ, ລາວເປັນຜູ້ສະໝັກທີ່ມີຄວາມເໝາະສົມສູງທີ່ສຸດ, ແລະ ກໍໄດ້ອະທິຖານດ້ວຍຄວາມຫວັງ ແລະ ຄວາມຄາດໝາຍຫລາຍທີ່ສຸດ! ລາວຜິດຫວັງຫລາຍ, ແລະ ເຮັດໃຫ້ພວກເຮົາທຸກຄົນງົງງັນ. ດ້ວຍເຫດໃດພຣະເຈົ້າຈຶ່ງບໍ່ຕອບຄວາມປາດຖະໜາທີ່ຊອບທຳຂອງລາວ?
ຫລາຍປີຈາກນັ້ນ ພວກເຮົາຈຶ່ງຮູ້ຄຳຕອບຢ່າງແຈ່ມແຈ້ງ. ຖ້າຫາກລາວໄດ້ຮັບວຽກງານຕາມຄວາມຝັນຂອງລາວ, ລາວຄົງພາດໂອກາດ ທີ່ເປັນປະສົບການປ່ຽນແປງຊີວິດ ຊຶ່ງບັດນີ້ໄດ້ພິສູດວ່າ ມັນເປັນພອນສຳລັບຜົນປະໂຫຍດນິລັນດອນຂອງລາວ. ພຣະເຈົ້າຮູ້ຈັກຈຸດຈົບ ນັບຕັ້ງແຕ່ຕອນເລີ່ມຕົ້ນ (ດັ່ງທີ່ພຣະອົງຮູ້ມາສະເໝີ), ແລະ ໃນກໍລະນີນີ້, ຄຳຕອບຕໍ່ຄຳຖາມຫລາຍໆຢ່າງທີ່ຊອບທຳ, ແມ່ນເພື່ອຜົນປະໂຫຍດທີ່ດີເລີດກວ່າ.
ແລະ ບາງເທື່ອ, ຄຳຕອບຕໍ່ຄຳອະທິຖານທີ່ເຮົາສະແຫວງຫາຢ່າງຊອບທຳ, ຢ່າງແທ້ຈິງ, ແລະ ຢ່າງຈິງໃຈ ຈະບໍ່ມາເຖິງໃນຊີວິດນີ້.
ຊິດສະເຕີ ພາທຼິເຊຍ ພາກິນສັນ ໄດ້ເກີດມາດ້ວຍສາຍຕາທີ່ດີປົກກະຕິ, ແຕ່ເມື່ອເຖິງອາຍຸເຈັດປີ, ແສງຕາໄດ້ເລີ່ມມົວ. ເມື່ອເຖິງອາຍຸເກົ້າປີ, ນາງແພັດໄດ້ໄປເຂົ້າໂຮງຮຽນສຳລັບຄົນຫູໜວກຕາບອດ ຢູ່ເມືອງ ອອກເດັນ, ລັດຢູທາ, ຫ່າງໄກຈາກບ້ານຂອງນາງ 90 ໄມ (145 ກິໂລແມັດ), ຊຶ່ງນາງຈຳເປັນຕ້ອງໄດ້ເຂົ້າໂຮງຮຽນກິນນອນ—ຊຶ່ງມີທັງຄວາມຄິດຮອດບ້ານ ທີ່ເດັກນ້ອຍອາຍຸເກົ້າປີຕ້ອງປະເຊີນ.
ເມື່ອເຖິງອາຍຸ 11 ປີ, ນາງບໍ່ເຫັນຫຸ່ງເລີຍ. ນາງແພັດໄດ້ກັບບ້ານແບບຖາວອນ ເມື່ອເຖິງອາຍຸ 15 ປີ ເພື່ອເຂົ້າໂຮງຮຽນມັດທະຍົມຢູ່ໃນທ້ອງຖິ່ນ. ນາງໄດ້ເຂົ້າໂຮງຮຽນວິທະຍາໄລຕໍ່ ແລະ ໄດ້ຮຽນຈົບຂັ້ນອະນຸປະລິນຍາ ຝ່າຍການສື່ສານທີ່ບໍ່ປົກກະຕິ ແລະ ຈິດຕະວິທະຍາ, ແລະ ຫລັງຈາກທີ່ໄດ້ເອົາຊະນະຄວາມບໍ່ແນ່ນອນໃຈຂອງຝ່າຍເຈົ້າໜ້າທີ່ຮັບນັກສຶກສາເຂົ້າຮຽນ, ນາງໄດ້ຮຽນຕໍ່ ແລະ ຈົບປະລິນຍາໂທ ຝ່າຍພະຍາດວິທະຍາພາສາເວົ້າ. ເວລານີ້ ນາງແພັດໄດ້ທຳງານຊ່ວຍເຫລືອນັກຮຽນຊັ້ນປະຖົມ 53 ຄົນ ແລະ ເປັນຫົວໜ້ານັກວິຊາການຝ່າຍພາສາເວົ້າ ຢູ່ທີ່ຫ້ອງການເຂດສຶກສາຂອງນາງ. ນາງມີເຮືອນຂອງນາງເອງ ແລະ ມີລົດເອງ, ຊຶ່ງໝູ່ເພື່ອນ ແລະ ສະມາຊິກໃນຄອບຄົວ ຊ່ວຍຂັບໃຫ້ນາງ.
ຕອນມີອາຍຸໄດ້ 10 ປີ, ນາງແພັດໄດ້ມີນັດອີກເທື່ອໜຶ່ງ ເພື່ອຜ່າຕັດຕາທີ່ກຳລັງຈະບອດ. ໂດຍປົກກະຕິແລ້ວ ພໍ່ແມ່ຂອງນາງໄດ້ບອກນາງສະເໝີ ເລື່ອງການປິ່ນປົວທຸກເທື່ອ, ແຕ່ເປັນເພາະບາງເຫດຜົນ ພໍ່ແມ່ຂອງນາງບໍ່ໄດ້ບອກນາງເລື່ອງການຜ່າຕັດເທື່ອນີ້. ເມື່ອພໍ່ແມ່ຂອງນາງໄດ້ບອກນາງວ່າ ເຂົາເຈົ້າໄດ້ເຮັດນັດໝາຍການຜ່າຕັດ, ແມ່ນາງເວົ້າວ່າ ນາງແພັດ “ໄດ້ໂມໂຫຢ່າງໃຫຍ່.” ນາງແພັດໄດ້ແລ່ນໄປຫາອີກຫ້ອງໜຶ່ງ ແລ້ວໄດ້ກັບຄືນມາ ແລ້ວເວົ້າດ້ວຍຄວາມບໍ່ພໍໃຈວ່າ, “ລູກຊິບອກໃຫ້ຮູ້. ວ່າລູກຮູ້, ພຣະເຈົ້າກໍຮູ້, ແລະ ພໍ່ແມ່ກໍຄົງຮູ້ຄືກັນ. ວ່າລູກຊິຕາບອດຕະຫລອດຊີວິດ!”
ເມື່ອຫລາຍປີກ່ອນ, ນາງແພັດໄດ້ເດີນທາງໄປລັດແຄລິໂຟເນຍ ເພື່ອຢ້ຽມຢາມສະມາຊິກໃນຄອບຄົວ ຜູ້ອາໄສຢູ່ລັດນັ້ນ. ຂະນະທີ່ຫລິ້ນຢູ່ກັບຫລານຊາຍອາຍຸສາມປີ, ລາວໄດ້ເວົ້າກັບນາງວ່າ, “ອາແພັດ, ເປັນຫຍັງເຈົ້າຈຶ່ງບໍ່ທູນຂໍໃຫ້ພຣະບິດາເທິງສະຫວັນ ເອົາຕາໜ່ວຍໃໝ່ໃຫ້ເຈົ້າ? ເພາະວ່າ ຖ້າຫາກເຈົ້າທູນຂໍຈາກພຣະບິດາເທິງສະຫວັນ, ແລ້ວພຣະອົງຈະມອບສິ່ງທີ່ເຈົ້າຕ້ອງການໃຫ້ເຈົ້າ. ເຈົ້າພຽງແຕ່ທູນຂໍຈາກພຣະອົງເທົ່ານັ້ນ.”
ຄຳຖາມນັ້ນໄດ້ເຮັດໃຫ້ນາງແພັດງົງງັນ ແຕ່ໄດ້ຕອບໄປວ່າ, “ເອີ, ບາງເທື່ອພຣະບິດາເທິງສະຫວັນກໍບໍ່ໄດ້ທຳງານແບບນັ້ນ. ບາງເທື່ອພຣະອົງຢາກໃຫ້ເຮົາຮຽນຮູ້ບາງສິ່ງ, ແລະ ສະນັ້ນແລ້ວ ພຣະອົງຈຶ່ງບໍ່ມອບທຸກສິ່ງທີ່ເຮົາຕ້ອງການໃຫ້ເຮົາ. ບາງເທື່ອເຮົາຕ້ອງລໍຖ້າ. ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຮູ້ວ່າສິ່ງໃດດີທີ່ສຸດສຳລັບເຮົາ ແລະ ເຮົາຕ້ອງການສິ່ງໃດຫລາຍທີ່ສຸດ. ສະນັ້ນ ພວກພຣະອົງຈະບໍ່ມອບທຸກສິ່ງໃຫ້ເຮົາ ທັນທີທີ່ເຮົາຢາກໄດ້.”
ຂ້າພະເຈົ້າຮູ້ຈັກນາງແພັດມາເປັນເວລາຫລາຍປີ ແລະ ເມື່ອບໍ່ດົນມານີ້ ໄດ້ບອກນາງວ່າ ຂ້າພະເຈົ້າປະທັບໃຈກັບຄວາມຄິດໃນແງ່ດີ ແລະ ຄວາມຍິ້ມແຍ້ມແຈ່ມໃສສະເໝີຂອງນາງ. ນາງໄດ້ຕອບວ່າ, “ໂອ້, ທ່ານບໍ່ເຄີຍຢູ່ເຮືອນນຳຂ້ານ້ອຍເນາະ? ຂ້ານ້ອຍກໍເຄີຍມີອາລົມຮ້າຍຢູ່. ຂ້ານ້ອຍກໍເຄີຍໂສກເສົ້າຢ່າງໜັກ, ແລະ ກໍເຄີຍຮ້ອງໄຫ້ຫລາຍເທື່ອ.” ແຕ່ນາງໄດ້ເວົ້າຕື່ມວ່າ, “ນັບຈາກເວລາທີ່ຂ້ານ້ອຍໄດ້ເສຍສາຍຕາ, ມັນແປກຫລາຍ, ແຕ່ຂ້ານ້ອຍຮູ້ວ່າ ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດ ໄດ້ຢູ່ກັບຄອບຄົວຂອງຂ້ານ້ອຍ ແລະ ຢູ່ກັບຂ້ານ້ອຍ. ພວກຂ້ານ້ອຍກໍໄດ້ຈັດການກັບມັນຈົດສຸດຄວາມສາມາດ, ຕາມຄວາມຄິດເຫັນຂອງຂ້ານ້ອຍແລ້ວ, ພວກຂ້ານ້ອຍໄດ້ຈັດການກັບມັນໃນວິທີທາງທີ່ຖືກຕ້ອງ. ຂ້ານ້ອຍໄດ້ກາຍເປັນຜູ້ສຳເລັດຫລາຍຢ່າງຄົນໜຶ່ງ, ແລະ ຕາມປົກກະຕິແລ້ວ ຂ້ານ້ອຍກໍເປັນຄົນຍິ້ມແຍ້ມແຈ່ມໃສຢູ່ແລ້ວ. ຂ້ານ້ອຍຈື່ຈຳວ່າ ພຣະຫັດຂອງພຣະອົງຢູ່ໃນທຸກສິ່ງ. ຕໍ່ຜູ້ທີ່ຖາມຂ້ານ້ອຍວ່າ ຂ້ານ້ອຍໃຈຮ້າຍບໍທີ່ຕາບອດ, ຂ້ານ້ອຍໄດ້ຕອບວ່າ, ‘ຂ້ອຍຊິໃຈຮ້າຍໃຫ້ໃຜ? ພຣະບິດາເທິງສະຫວັນຢູ່ກັບຂ້ານ້ອຍໃນເລື່ອງນີ້; ຂ້ານ້ອຍບໍ່ໄດ້ຢູ່ຄົນດຽວ. ພຣະອົງຢູ່ກັບຂ້ານ້ອຍຕະຫລອດເວລາ.’”
ໃນກໍລະນີນີ້, ຄວາມປາດຖະໜາຂອງນາງແພັດທີ່ຈະໄດ້ຮັບສາຍຕາຄືນ ຄົງບໍ່ເປັນໃນຊີວິດນີ້. ແຕ່ຄຳຂວັນຂອງນາງ, ທີ່ໄດ້ຮຽນຈາກພໍ່ຂອງນາງ, ແມ່ນ “ສິ່ງນີ້ຈະຜ່ານພົ້ນໄປ.”10
ປະທານເຮັນຣີ ບີ ໄອຣິງ ໄດ້ກ່າວວ່າ, “ພຣະບິດາຮູ້ຈັກຕົວທ່ານໃນເວລານີ້, ຮູ້ຈັກຄວາມຮູ້ສຶກຂອງທ່ານ, ແລະ ຄວາມຕ້ອງການທາງວິນຍານ ແລະ ທາງໂລກຂອງທຸກຄົນທີ່ຢູ່ອ້ອມຮອບທ່ານ.”11 ຄວາມຈິງທີ່ປະເສີດ ແລະ ໃຫ້ຄວາມປອບໂຍນນີ້ ສາມາດພົບເຫັນໄດ້ຢູ່ໃນປະສົບການສາມຢ່າງ ທີ່ຂ້າພະເຈົ້າໄດ້ກ່າວມານັ້ນ.
ອ້າຍເອື້ອຍນ້ອງທັງຫລາຍ, ບາງເທື່ອຄຳອະທິຖານຂອງເຮົາ ຈະໄດ້ຮັບຄຳຕອບຢ່າງໄວ ດັ່ງທີ່ເຮົາຄາດຫວັງໄວ້. ບາງເທື່ອ ຄຳອະທິຖານຂອງເຮົາຈະບໍ່ໄດ້ຮັບຄຳຕອບໃນທາງທີ່ເຮົາຄາດຫວັງໄວ້, ແຕ່ເມື່ອເວລາຜ່ານໄປ ເຮົາໄດ້ຮຽນຮູ້ວ່າ ພຣະເຈົ້າມີພອນທີ່ຍິ່ງໃຫຍ່ກວ່າໄວ້ໃຫ້ເຮົາ ເກີນກວ່າທີ່ເຮົາຄາດໝາຍ. ແລະ ບາງເທື່ອການອ້ອນວອນທີ່ຊອບທຳຂອງເຮົາຕໍ່ພຣະເຈົ້າ ຈະບໍ່ໄດ້ຮັບຄຳຕອບໃນຊີວິດນີ້.12 ດັ່ງທີ່ ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ກ່າວວ່າ, “ສັດທາແມ່ນຮ່ວມດ້ວຍ ການໄວ້ວາງໃຈໃນເວລາຂອງພຣະເຈົ້ານຳອີກ.”13
ເຮົາໄດ້ຮັບຄວາມໝັ້ນໃຈວ່າ ໃນວິທີ ແລະ ໃນເວລາຂອງພຣະອົງເອງ, ພຣະບິດາເທິງສະຫວັນຈະອວຍພອນເຮົາ ແລະ ແກ້ໄຂບັນຫາ, ຄວາມບໍ່ຍຸດຕິທຳ, ແລະ ຄວາມຜິດຫວັງທັງໝົດ.
ກະສັດເບັນຢາມິນໄດ້ກ່າວວ່າ: “ແລະ ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າປາດຖະໜາໃຫ້ພວກທ່ານພິຈາລະນາເຖິງສະພາບອັນເປັນພອນ ແລະ ຄວາມສຸກຂອງຄົນທີ່ຮັກສາພຣະບັນຍັດຂອງພຣະເຈົ້າ. ເພາະຈົ່ງເບິ່ງ, ເຂົາໄດ້ຮັບພອນທຸກຢ່າງ ທັງຝ່າຍໂລກ ແລະ ຝ່າຍວິນຍານ; ແລະ ຖ້າຫາກເຂົາອົດທົນຢ່າງຊື່ສັດຈົນເຖິງທີ່ສຸດແລ້ວ, ເຂົາຈະຖືກຮັບເຂົ້າສູ່ສະຫວັນ, ແລ້ວເຂົາຈະໄດ້ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ. ໂອ້ ຈົ່ງຈື່ຈຳ, ຈົ່ງຈື່ຈຳໄວ້ວ່າ ເລື່ອງເຫລົ່ານີ້ເປັນຄວາມຈິງ; ເພາະອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້.”14
ຂ້າພະເຈົ້າຮູ້ວ່າ ພຣະເຈົ້າໄດ້ຍິນຄຳອະທິຖານຂອງເຮົາ.15 ຂ້າພະເຈົ້າຮູ້ວ່າ ໃນຖານະເປັນພຣະບິດາທີ່ຮູ້ທຸກສິ່ງ ແລະ ຊົງຮັກ, ພຣະອົງຕອບຄຳອະທິຖານຂອງເຮົາຢ່າງສົມບູນແບບ, ອີງຕາມຄວາມສະຫລຽວສະຫລາດອັນເປັນນິດຂອງພຣະອົງ, ແລະ ໃນທາງທີ່ຈະເປັນຜົນປະໂຫຍດ ແລະ ເປັນພອນຫລາຍທີ່ສຸດສຳລັບເຮົາ. ຂ້າພະເຈົ້າເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.