​2010–2019
ການຕັດສິນໃຈຂອງເຮົາຈະນຳໄປເຖິງຈຸດໃດ?
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


2:3

ການຕັດສິນໃຈຂອງເຮົາຈະນຳໄປເຖິງຈຸດໃດ?

ເຮົາຈະເລືອກເຮັດ ແລະ ຕັດສິນໃຈ​ເຮັດ​ສິ່ງທີ່ດີຫລາຍຂຶ້ນ ຖ້າຫາກເຮົາຈະຫລຽວເບິ່ງທາງເລືອກອື່ນ ແລະ ໄຕ່​ຕອງວ່າ ມັນຈະນຳເຮົາໄປເຖິງຈຸດໃດ.

ພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່​ຖືກ​ຟື້ນ​ຟູ ຊຸກຍູ້ເຮົາໃຫ້ຄິດກ່ຽວກັບອະນາຄົດ. ມັນອະທິບາຍເຖິງຈຸດປະສົງຂອງຊີວິດມະຕະ ແລະ ຄວາມເປັນຈິງຂອງຊີວິດທີ່ຈະຕາມມາ. ມັນສອນເຖິງຄວາມຄິດທີ່ດີກ່ຽວກັບອະນາຄົດ ເພື່ອຊີ້ນຳການກະທຳຂອງເຮົາໃນວັນນີ້.

ກົງກັນຂ້າມ, ເຮົາທຸກຄົນກໍຮູ້ຜູ້ຄົນທີ່ພຽງແຕ່ເປັນຫ່ວງກ່ຽວກັບປະຈຸບັນ: ໃຊ້ຈ່າຍມັນໃນມື້ນີ້, ຊື່ນຊົມມັນໃນມື້ນີ້, ແລະ ບໍ່ຕ້ອງຄິດເລື່ອງອະນາຄົດເລີຍ.

ປະຈຸບັນ ແລະ ອະນາຄົດຂອງເຮົາຈະມີຄວາມສຸກຫລາຍຂຶ້ນ ຖ້າຫາກເຮົາຈະມີສະຕິຢູ່ສະເໝີເຖິງເລື່ອງອະນາຄົດ. ເມື່ອເຮົາເລືອກໃນປະຈຸບັນ, ເຮົາຄວນຖາມຕົວເອງສະເໝີວ່າ, “ການຕັດສິນໃຈຂອງເຮົາຈະນຳໄປເຖິງຈຸດໃດ?”

I.

ການຕັດສິນໃຈບາງຢ່າງກໍເປັນທາງເລືອກລະຫວ່າງການເຮັດບາງສິ່ງ ຫລື ການບໍ່ເຮັດຫຍັງເລີຍ. ຂ້າພະເຈົ້າໄດ້ຍິນຕົວຢ່າງຂອງທາງເລືອກແບບນີ້ ຢູ່ທີ່ກອງປະຊຸມສະເຕກ ຢູ່ໃນສະຫະລັດ​ອາ​ເມ​ຣິ​ກາເມື່ອຫລາຍປີກ່ອນ.

ສະຖານທີ່ແມ່ນຢູ່ວິທະຍາໄລ​ທີ່​ສວຍ​ງາມແຫ່ງໜຶ່ງ. ນັກສຶກສາໜຸ່ມກຸ່ມໜຶ່ງພາກັນນັ່ງຢູ່ໃນເດີ່ນຫຍ້າ. ຜູ້ກ່າວປາໄສທີ່ໄດ້ບັນຍາຍເຖິງ​ສະ​ຖາ​ນະ​ການນີ້ ໄດ້ເວົ້າວ່າເຂົາເຈົ້າພາກັນນັ່ງເບິ່ງກະຮອກທີ່ໜ້າຮັກໂຕໜຶ່ງ ທີ່ມີຫາງດົກໆ ທີ່ກຳລັງຫລິ້ນຢູ່ອ້ອມເຫງົ້າ​ຕົ້ນໄມ້ແຂງທີ່ສວຍງາມຕົ້ນໜຶ່ງ. ບາງເທື່ອມັນກໍຢູ່​ພື້ນ, ບາງເທື່ອມັນກໍຂຶ້ນໆລົງໆ ແລະ ຢູ່ທາງຂ້າງເຫງົ້າ​ຕົ້ນໄມ້. ແຕ່ເປັນຫຍັງເຫດການທີ່ຄຸ້ນເຄີຍແບບນັ້ນ ຈຶ່ງໄດ້ດຶງດູດຄວາມສົນໃຈຂອງນັກສຶກສາເຫລົ່ານັ້ນ?

ໃກ້ບ່ອນນັ້ນກໍມີໝາພັນອາຍເອີແລນຢືດຕົວຢູ່ໃນເດີ່ນຫຍ້າ. ມັນເປັນຄວາມສົນໃຈຂອງນັກສຶກສາ, ແລະ ກະຮອກໂຕນັ້ນກໍເປັນຄວາມສົນໃຈຂອງມັນ. ແຕ່ລະເທື່ອທີ່ກະຮອກໄປຫວິດຕາອ້ອມຕົ້ນໄມ້, ໝາໂຕນັ້ນກໍຈະ​ຫຍັບເຂົ້າໄປໃກ້ໆເທື່ອລະເລັກເທື່ອລະນ້ອຍຢ່າງງຽບໆ ແລະ ກໍກັບໄປນັ່ງຢູ່ທ່າເກົ່າຂອງມັນ ທີ່ເບິ່ງຄືວ່າບໍ່ສົນໃຈຫຍັງ. ສິ່ງນີ້ແຫລະທີ່ໄດ້ດຶງດູດຄວາມສົນໃຈຂອງນັກສຶກສາເຫລົ່ານັ້ນ. ໂດຍການນັ່ງຢູ່ຢ່າງງຽບໆ ແລະ ບໍ່ເ​ໜັງຕີງ, ຕາຂອງເຂົາເຈົ້າແມ່ນຈ້ອງຢູ່ທີ່ເຫດການ ທີ່ເຫັນໄດ້ວ່າຜົນທີ່ຈະຕາມມານັ້ນກໍແຈ້ງຊັດດີຂຶ້ນເລື້ອຍໆ.

ໃນທີ່ສຸດ, ໝາໂຕນັ້ນກໍໄດ້ເຂົ້າໄປໃກ້ພໍທີ່ຈະໂດດໃສ່ກະຮອກໂຕນັ້ນ ແລະ ຄາບມັນໄວ້ໃນປາກ. ນັກສຶກສາທຸກຄົນໄດ້ຮ້ອງຂຶ້ນດ້ວຍຄວາມຕົກໃຈ, ແລະ ນັກສຶກສາກຸ່ມນັ້ນກໍໄດ້ຫຸ້ມໄປໜ້າ ແລະ ຍາດເອົາສັດໂຕນ້ອຍໆນັ້ນໄປຈາກໝາ, ແຕ່ມັນກໍຊ້າເກີນໄປ. ກະຮອກໂຕນັ້ນໄດ້ຕາຍແລ້ວ.

ໃຜໆໃນກຸ່ມນັ້ນກໍສາມາດ​ເຕືອນກະຮອກໂຕນັ້ນໄດ້ ໃນເວລາໃດກໍໄດ້ ໂດຍການໂບກແຂນຂອງເຂົາເຈົ້າ ຫລື ຮ້ອງໃສ່ມັນ, ແຕ່ບໍ່ມີໃຜເຕືອນມັນເລີຍ. ເຂົາເຈົ້າພຽງແຕ່ພາກັນເບິ່ງຊື່ໆ ໃນຂະນະທີ່ຜົນທີ່ຫລີກລ້ຽງບໍ່ໄດ້ກໍໃກ້ຈະເກີດຂຶ້ນຢູ່ເລື້ອຍໆ. ບໍ່ມີໃຜຖາມເລີຍວ່າ, “ການຕັດສິນໃຈຂອງເຮົາຈະນຳໄປເຖິງຈຸດໃດ?” ເມື່ອສິ່ງທີ່ຄາດເດົາວ່າຈະເກີດ ໄດ້ເກີດຂຶ້ນ, ທຸກຄົນໄດ້ຟ້າວໄປກີດກັນຜົນທີ່ຕາມມາ, ແຕ່ມັນກໍຊ້າເກີນໄປ. ຄວາມເສົ້າສະຫລົດໃຈເປັນສິ່ງດຽວທີ່ເຂົາເຈົ້າສະແດງອອກມາໄດ້.

ເລື່ອງຈິງເລື່ອງນີ້ກໍເປັນຄຳອຸປະມາຢ່າງໜຶ່ງ. ມັນກ່ຽວພັນກັບສິ່ງທີ່ເກີດຂຶ້ນໃນຊີວິດຂອງເຮົາເອງ, ແລະ ໃນຊີວິດ ແລະ ສະຖານະການຂອງຜູ້ຄົນທີ່ຢູ່ອ້ອມຂ້າງເຮົາ. ເມື່ອເຮົາເຫັນອັນຕະລາຍທີ່ຈະກະທົບກະເທືອນຕໍ່ຜູ້ຄົນ ຫລື ສິ່ງຂອງຕ່າງໆທີ່ເຮົາຮັກ, ເຮົາມີທາງເລືອກທີ່ຈະເວົ້າອອກ​ມາ ຫລື ກະທຳ ຫລື ຈະຄົງຢູ່ຢ່າງງຽບໆ. ເຮົາຄວນຈະຖາມຕົວເຮົາເອງວ່າ, “ການຕັດສິນໃຈຂອງເຮົາຈະນຳໄປເຖິງຈຸດໃດ?” ໃນເມື່ອຜົນສະທ້ອນນັ້ນຢູ່ໃກ້ໆ ແລະ ຮ້າຍແຮງ, ຖ້າເຮົາບໍ່ເຮັດຫຍັງເລີຍຜົນຮ້າຍຈະເກີດຂຶ້ນ. ເຮົາຕ້ອງສົ່ງສຽງເຕືອນທີ່ເໝາະສົມ ຫລື ສົ່ງເສີມຄວາມພະຍາຍາມປ້ອງກັນທີ່ເໝາະສົມ ໃນເມື່ອຍັງພໍມີເວລາຢູ່.

ການຕັດສິນໃຈທີ່ຂ້າພະເຈົ້າຫາກໍໄດ້ບັນຍາຍ ກ່ຽວຂ້ອງກັບທາງເລືອກລະຫວ່າງການລົງມືເຮັດບາງຢ່າງ ຫລື ການບໍ່ລົງມືເຮັດຫຍັງຈັກຢ່າງເລີຍ. ສິ່ງທີ່ເປັນເລື່ອງທຳມະດາກໍຄື ການຕັດສິນໃຈລະຫວ່າງການກະທຳຢ່າງໜຶ່ງ ຫລື ອີກຢ່າງໜຶ່ງ. ການຕັດສິນໃຈເຫລົ່ານີ້ຮ່ວມທັງ ທາງເລືອກລະຫວ່າງດີ ຫລື ຊົ່ວ, ແຕ່ອີກຫລາຍກວ່ານັ້ນແມ່ນການຕັດສິນໃຈລະຫວ່າງສິ່ງດີໆທັງສອງຢ່າງ. ແມ່ນແຕ່ໃນເລື່ອງນີ້ ມັນກໍເປັນເລື່ອງດີທີ່ຈະຖາມວ່າ ການຕັດສິນໃຈຂອງເຮົາຈະນຳໄປເຖິງຈຸດໃດ. ເຮົາເລືອກຫລາຍຢ່າງລະຫວ່າງສິ່ງດີໆທັງສອງຢ່າງ, ທີ່ສ່ວນຫລາຍແລ້ວຈະກ່ຽວຂ້ອງກັບວ່າເຮົາໃຊ້ເວລາຂອງເຮົາແນວໃດ. ບໍ່ມີຫຍັງບໍ່ດີກ່ຽວກັບການຫລິ້ນເກມວິດີໂອ ຫລື ການສົ່ງຂໍ້ຄວາມ ຫລື ການເບິ່ງໂທລະທັດ ຫລື ເວົ້າລົມກັນໃນມືຖື. ແຕ່, ແຕ່ລະຢ່າງເຫລົ່ານີ້ກ່ຽວຂ້ອງກັບສິ່ງ​ທີ່ເອີ້ນກັນວ່າ “ຄ່າ​ເສຍໂອກາດ,” ທີ່ໝາຍຄວາມວ່າ ຖ້າຫາກເຮົາໃຊ້ເວລາເຮັດສິ່ງໃດສິ່ງໜຶ່ງ, ເຮົາກໍເສຍໂອກາດທີ່ຈະເຮັດອີກສິ່ງໜຶ່ງ. ຂ້າພະເຈົ້າແນ່ໃຈວ່າ ທ່ານສາມາດເຫັນໄດ້ວ່າ ເຮົາຕ້ອງກະຕວງຢ່າງຮອບຄອບເຖິງສິ່ງທີ່ເຮົາຈະເສຍໄປ ໂດຍການໃຊ້ເວລາເຮັດອີກກິດຈະກຳໜຶ່ງ, ແມ່ນແຕ່ຖ້າຫາກສິ່ງນັ້ນກໍເປັນສິ່ງດີຢູ່ແລ້ວ.

ເມື່ອບໍ່ດົນມານີ້ຂ້າພະເຈົ້າໄດ້ໃຫ້ຄຳປາໄສ ທີ່ມີຊື່ວ່າ, “ດີ, ດີກວ່າ, ດີທີ່ສຸດ.” ໃນຄຳປາໄສນັ້ນ ຂ້າພະເຈົ້າໄດ້ກ່າວວ່າ, “ເພາະວ່າສິ່ງໃດສິ່ງໜຶ່ງນັ້ນ ​ດີ ກໍບໍ່ໄດ້ໃຫ້ເຫດຜົນພຽງພໍທີ່ຈະເຮັດມັນ. ຈຳນວນຂອງສິ່ງທີ່ດີທີ່ເຮົາເຮັດໄດ້ນັ້ນ ມີຫລາຍກວ່າເວລາທີ່ຈະສຳເລັດມັນໄດ້. ບ່າງສິ່ງກໍດີກວ່າ​ສິ່ງ​ທີ່ດີ, ແລະ ສິ່ງເຫລົ່ານີ້ຄືສິ່ງທີ່ຮຽກຮ້ອງຄວາມສົນໃຈ ອັນດັບສູງໃນຊີວິດຂອງເຮົາ. … ເຮົາຕ້ອງປ່ອຍສິ່ງ​ທີ່ດີບາງສິ່ງໄປ ເພື່ອວ່າຈະເລືອກສິ່ງອື່ນ ທີ່ດີກວ່າ ຫລື ດີທີ່ສຸດ.”1

ຂໍໃຫ້ພິຈາລະນາເຖິງຜົນສະທ້ອນທີ່ຍາວນານ. ແມ່ນຫຍັງຄືຜົນສະທ້ອນຕໍ່ອະນາຄົດຂອງເຮົາ ຈາກການຕັດສິນໃຈທີ່ເຮົາເຮັດລົງໄປໃນປະຈຸບັນນີ້? ຂໍໃຫ້ຈື່ຈຳຄວາມສຳຄັນຂອງການໄດ້ຮັບການສຶກສາ, ການສຶກສາພຣະກິດຕິຄຸນ, ການຕໍ່ພັນທະສັນຍາຂອງເຮົາໂດຍການຮັບສ່ວນສິນລະລຶກ, ແລະ ການໄປພຣະວິຫານ.

II.

“ການຕັດສິນໃຈຂອງເຮົາຈະນຳໄປເຖິງຈຸດໃດ?” ກໍສຳຄັນເໝືອນກັນໃນການທີ່ເຮົາຈັດໝາຍ ຫລື ຄິດກັບຕົວເຮົາເອງແນວໃດ. ສຳຄັນຫລາຍທີ່ສຸດແມ່ນ, ເຮົາແຕ່ລະຄົນເປັນລູກຂອງພຣະເຈົ້າ ພ້ອມດ້ວຍຈຸດໝາຍປາຍທາງທີ່ຈະໄດ້ຮັບຊີວິດນິລັນດອນ. ການຈັດໝາຍ, ແມ່ນແຕ່ຮ່ວມທັງອາຊີບ, ເຊື້ອຊາດ, ບຸກຄະລິກລັກສະນະ ຫລື ກຽດຕິຍົດທີ່ເຫັນໄດ້, ເປັນເລື່ອງຊົ່ວຄາວ ຫລື ບໍ່ສຳຄັນເມື່ອທຽບໃສ່ເລື່ອງນິລັນດອນ. ຢ່າເລືອກຈັດໝາຍຕົວທ່ານເອງ ຫລື ຄິດກັບຕົວທ່ານເອງໃນທາງທີ່ຈຳກັດເປົ້າໝາຍ ທີ່ທ່ານອາດພະຍາຍາມໄຕ່ຕາມເຖິງ.

ອ້າຍນ້ອງຂອງຂ້າພະເຈົ້າທັງຫລາຍ, ແລະ ເອື້ອຍນ້ອງຂອງຂ້າພະເຈົ້າ ຜູ້ທີ່​ຮັບຊົມຢູ່ ຫລື ​ຈະອ່ານສິ່ງທີ່ຂ້າພະເຈົ້າກ່າວຢູ່ຄືນນີ້, ຂ້າພະເຈົ້າຫວັງວ່າທ່ານຈະຮູ້ວ່າ ເປັນຫຍັງຜູ້ນຳຂອງທ່ານຈຶ່ງໃຫ້ຄຳສອນ ແລະ ໃຫ້ຄຳແນະນຳ. ພວກເຮົາຮັກທ່ານ, ແລະ ພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະຢຊູຄຣິດ, ກໍຮັກທ່ານ. ແຜນຂອງພວກພຣະອົງສຳລັບເຮົາແມ່ນ “ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່” (ແອວ​ມາ 42:8). ແຜນນັ້ນ ແລະ ພຣະບັນຍັດ ແລະ ພິທີການ ແລະ ພັນທະສັນຍາຕ່າງໆຂອງພວກພຣະອົງ ຈະນຳເຮົາໄປສູ່ຄວາມສຸກ ແລະ ​ຄວາມຊື່ນ​ຊົນອັນຍິ່ງໃຫຍ່ທີ່ສຸດໃນຊີວິດນີ້ ແລະ ໃນຊີວິດທີ່ຈະມາເຖິງ. ໃນຖານະຜູ້ຮັບໃຊ້ຂອງພຣະບິດາ ແລະ ພຣະບຸດ, ພວກເຮົາສອນ ແລະ ແນະນຳ ຕາມທີ່ພວກພຣະອົງໄດ້ນຳພາພວກເຮົາ ໂດຍພຣະວິນຍານບໍລິສຸດ. ພວກເຮົາບໍ່ມີຄວາມປາດຖະໜາໃດເລີຍ ນອກຈາກຈະກ່າວສິ່ງທີ່ເປັນຄວາມຈິງ ແລະ ຊຸກຍູ້ທ່ານໃຫ້ເຮັດສິ່ງທີ່ພວກພຣະອົງໄດ້ກຳນົດໄວ້ ວ່າເປັນເສັ້ນທາງທີ່ນຳໄປສູ່ຊີວິດນິລັນດອນ, ຊຶ່ງເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດ ໃນຂອງປະທານທັງໝົດຂອງພຣະເຈົ້າ (ເບິ່ງ Doctrine and Covenants 14:7).

III.

ຕໍ່ໄປນີ້ແມ່ນອີກຕົວຢ່າງໜຶ່ງ ເຖິງຜົນສະທ້ອນຕໍ່ອະນາຄົດ ຈາກການຕັດສິນໃຈທີ່ເຮັດລົງໄປໃນປະຈຸບັນ. ຕົວ​ຢ່າງນີ້ ແມ່ນກ່ຽວກັບການເລືອກທີ່ຈະເສຍສະລະໃນປະຈຸບັນ ເພື່ອຈະໄດ້ບັນລຸເປົ້າໝາຍທີ່ສຳຄັນຢ່າງໜຶ່ງໃນອະນາຄົດ.

ຢູ່ທີ່ກອງປະຊຸມສະເຕກ ຢູ່ເມືອງຄາລີ, ປະເທດໂຄລຳເບຍ, ເອື້ອຍນ້ອງຄົນໜຶ່ງໄດ້ເລົ່າໃຫ້ຟັງເຖິງວິທີທີ່ນາງ ແລະ ຄູ່ໝັ້ນຂອງນາງປາດຖະໜາທີ່ຈະໄດ້ແຕ່ງງານໃນພຣະວິຫານ, ແຕ່​ໃນ​ເວ​ລານັ້ນ ພຣະວິຫານທີ່ໃກ້ທີ່ສຸດກໍຕັ້ງຢູ່ໄກໆ ຢູ່ທີ່ປະເທດເປຣູ. ເຂົາເຈົ້າໄດ້ພາກັນເກັບອອມເງິນເປັນເວລາດົນນານ, ເພື່ອຈ່າຍຄ່າລົດເມ. ໃນທີ່ສຸດ ເຂົາເຈົ້າກໍໄດ້ຂີ່ລົດເມໄປທີ່ເມືອງໂບກາຕາ, ແຕ່ເມື່ອໄປເຖິງ, ເຂົາເຈົ້າໄດ້​ຍິນວ່າທີ່ນັ່ງທັງໝົດທີ່ໄປເມືອງ​ລີມາ ປະເທດເປຣູນັ້ນເຕັມໝົດແລ້ວ. ເຂົາເຈົ້າສາມາດກັບບ້ານໂດຍບໍ່ໄດ້ແຕ່ງງານ ຫລື ຈະແຕ່ງງານນອກພຣະວິຫານກໍໄດ້. ໂຊກດີທີ່ ຍັງມີອີກທາງເລືອກໜຶ່ງ. ເຂົາເຈົ້າສາມາດຂີ່ລົດເມໄປເມືອງລີມາໄດ້ ຖ້າຫາກເຂົາເຈົ້າເຕັມໃຈຈະນັ່ງຢູ່ພື້ນລົດເມ ເປັນເວລາຫ້າມື້ຫ້າຄືນ. ເຂົາເຈົ້າໄດ້ເລືອກທີ່ຈະນັ່ງຢູ່ພື້ນລົດເມ. ນາງໄດ້ເວົ້າວ່າມັນເປັນເລື່ອງຍາກ, ເຖິງແມ່ນວ່າຜູ້ໂດຍສານບາງຄົນ ບາງເທື່ອກໍໃຫ້ເຂົາເຈົ້ານັ່ງໃນຕັ່ງຂອງເຂົາເຈົ້າ ເພື່ອວ່າເຂົາເຈົ້າເອງຈະໄດ້ຢືດແຄ່ງຢືດຂາຢູ່ພື້ນ.

ສິ່ງທີ່ປະທັບໃຈຂ້າພະເຈົ້າ ໃນ​​ຄຳ​ປາ​ໄສຂອງນາງຄື ຄຳເວົ້າທີ່ວ່ານາງກະຕັນຍູ ທີ່ນາງ ແລະ ສາມີຂອງນາງສາມາດໄປພຣະວິຫານແບບນັ້ນ, ເພາະມັນໄດ້ປ່ຽນວິທີທີ່ເຂົາເຈົ້າໄດ້ມີຄວາມຮູ້ສຶກກ່ຽວກັບພຣະກິດຕິຄຸນ ແລະ ວິທີທີ່ເຂົາເຈົ້າໄດ້ມີຄວາມຮູ້ສຶກກ່ຽວກັບການແຕ່ງງານໃນພຣະວິຫານ. ພຣະຜູ້ເປັນເຈົ້າໄດ້ປະທານລາງວັນໃຫ້ເຂົາເຈົ້າ ດ້ວຍການເຕີບໂຕທີ່ມາຈາກການເສຍສະລະ. ນາງຍັງໄດ້ສັງເກດເຫັນນຳອີກວ່າ ການເດີນທາງເປັນເວລາຫ້າມື້ ເພື່ອໄປພຣະວິຫານ ໄດ້ເສີມສ້າງຄວາມເປັນຢູ່ທາງວິນຍານຂອງເຂົາເຈົ້າ ໄດ້ຫລາຍກວ່າການເດີນທາງໄປພຣະວິຫານທີ່ບໍ່ໄດ້ເສຍສະລະໃດໆເລີຍ.

ໃນຫລາຍໆປີນັບຕັ້ງແຕ່ຂ້າພະເຈົ້າໄດ້ຍິນປະຈັກພະຍານນັ້ນ, ຂ້າພະເຈົ້າໄດ້ຄິດຢູ່ວ່າ ຊີວິດຂອງຄູ່ບ່າວສາວຄູ່ນັ້ນຈະເປັນແນວໃດ ຖ້າຫາກເຂົາເຈົ້າໄດ້ເລືອກທາງອື່ນ—ຍົກເລີກການເສຍສະລະທີ່ຈຳເປັນ ເພື່ອຈະໄດ້ແຕ່ງງານຢູ່ໃນພຣະວິຫານ.

ອ້າຍນ້ອງ​ທັງ​ຫລາຍ, ເຮົາເລືອກຫລາຍສິ່ງຫລາຍຢ່າງໃນຊີວິດ, ບາງສິ່ງກໍສຳຄັນຫລາຍ ແລະ ບາງສິ່ງກໍເບິ່ງຄືວ່າບໍ່ສຳຄັນເລີຍ. ເມື່ອຫວນຄິດຄືນຫລັງເຖິງການຕັດສິນໃຈໃນອະດີດ, ເຮົາສາມາດເຫັນຄວາມແຕກຕ່າງອັນໃຫຍ່ຫລວງ ຈາກ​ການເລືອກ​ທີ່ເຮົາໄດ້ເຮັດ ໃນຊີວິດຂອງເຮົາ. ເຮົາຈະເລືອກເຮັດ ແລະ ຕັດສິນໃຈ​ເຮັດ​ສິ່ງທີ່ດີຫລາຍຂຶ້ນ ຖ້າຫາກເຮົາຈະຫລຽວເບິ່ງທາງເລືອກອື່ນ ແລະ ໄຕ່​ຕອງວ່າ ມັນຈະນຳເຮົາໄປເຖິງຈຸດໃດ. ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເພື່ອ​ເລີ່ມ​ຕົ້ນ​ດ້ວຍ​ເປົ້າ​ໝາຍ.2 ສຳ​ລັບ​ເຮົາ, ເປົ້າ​ໝາຍ​ຄື​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ຜ່ານ​ທາງ​ພຣະ​ວິ​ຫານ ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ, ຊຶ່ງເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດ ໃນຂອງປະທານທັງໝົດຂອງພຣະເຈົ້າ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄ​ຣິດ ແລະ ເຖິງ​​ຜົນ​ສະ​ທ້ອນ​ຂອງການ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ຄວາມ​ຈິງ​ອື່ນໆ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.