ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ
ການຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ສາມາດເກີດຂຶ້ນໄດ້ທຸກເວລາ ຖ້າຫົວໃຈເຮົາພ້ອມ.
ພຣະບິດາເທິງສະຫວັນຮັກເຮົາ. ພຣະອົງມີແຜນສົມບູນ ເພື່ອໃຫ້ເຮົາໄດ້ຊື່ນຊົມກັບພອນຂອງພຣະອົງ. ໃນຊີວິດນີ້ ເຮົາຖືກເຊື້ອເຊີນໃຫ້ມາສູ່ພຣະຄຣິດ ແລະ ຮັບເອົາພຣະກິດຕິຄຸນ ທີ່ໄດ້ຟື້ນຟູແລ້ວຂອງພຣະເຢຊູຄຣິດ ໂດຍຜ່ານການບັບຕິສະມາ, ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ດຳລົງຊີວິດໃນພຣະກິດຕິຄຸນ ດ້ວຍສັດທາອັນເຕັມປ່ຽມ. ນີໄຟໄດ້ບັນຍາຍຄວາມມຸ່ງໝັ້ນຂອງເຮົາທີ່ຈະຮັບບັບຕິສະມາວ່າ ເປັນການເຂົ້າໄປ “ໃນທາງຄັບ ແລະ ແຄບ,” ແລະ ຍັງໄດ້ເຕືອນເຮົາອີກວ່າໃຫ້ “ມຸ້ງໜ້າດ້ວຍຄວາມໝັ້ນຄົງ ໃນພຣະຄຣິດ, … ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ, ແລະ ອົດທົນຈົນເຖິງທີ່ສຸດ,” ເພື່ອຈະໄດ້ຮັບພອນ ຂອງພຣະບິດາເທິງສະຫວັນ ທີ່ມີໄວ້ໃຫ້ເຮົາ (2 ນີໄຟ 31:19–20).
ນີໄຟໄດ້ເຕືອນເຮົາຕື່ມວ່າ ຖ້າເຮົາ “ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ,” ຄຳເຫລົ່ານັ້ນ “ຈະບອກ [ເຮົາ] ທຸກຢ່າງທີ່ [ເຮົາ] ຄວນເຮັດ” (2 ນີໄຟ 32:3) ແລະ ເຮົາຈະມີອຳນາດ ທີ່ຈະເອົາຊະນະ “ລູກສອນໄຟຂອງຜູ້ປໍລະປັກ” ໄດ້ (1 ນີໄຟ 15:24).
ຄວາມຊື່ນຊົມຄືຫຍັງ?
ຕອນຂ້າພະເຈົ້າຍັງນ້ອຍ, ຕົນເອງຄິດວ່າ ການຊື່ນຊົມແມ່ນມີອາຫານຄາບໃຫຍ່ ຄື ເຂົ້າ, ຊູຊິ, ແລະ ນ້ຳຊີອິ້ວ. ຂ້າພະເຈົ້າຮູ້ວ່າ ການຊື່ນຊົມທີ່ແທ້ຈິງ ແມ່ນຍິ່ງກວ່າການກິນອາຫານແຊບໆ. ມັນແມ່ນປະສົບການແຫ່ງຄວາມຍິນດີ, ການຫລໍ່ລ້ຽງ, ການສະຫລອງ, ການແບ່ງປັນ, ການສະແດງຄວາມຮັກຕໍ່ຄອບຄົວ ແລະ ຄົນທີ່ເຮົາຮັກ, ສະແດງຄວາມຂອບຄຸນ ຕໍ່ພຣະເຈົ້າ, ແລະ ເສີມສ້າງຄວາມສຳພັນໃນເວລາມ່ວນຊື່ນກັບຄວາມສົມບູນ, ແລະ ອາຫານແຊບຊ້ອຍ. ຂ້າພະເຈົ້າເຊື່ອວ່າ ເມື່ອເຮົາຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ, ເຮົາຄວນນຶກເຖິງປະສົບການແບບດຽວກັນນັ້ນ. ການຊື່ນຊົມດ້ວຍພຣະຄຳພີ ບໍ່ພຽງແຕ່ການອ່ານພຣະຄຳພີເທົ່ານັ້ນ. ມັນຄວນເປັນສິ່ງທີ່ນຳຄວາມຍິນດີມາໃຫ້ ແລະ ເສີມສ້າງຄວາມສຳພັນຂອງເຮົາ ກັບພຣະຜູ້ຊ່ວຍໃຫ້ລອດ.
ສິ່ງນີ້ໄດ້ຖືກສອນຢ່າງແຈ່ມແຈ້ງໃນພຣະຄຳພີມໍມອນ. ຂໍຫວນຄືນເຖິງພາບນິມິດຂອງລີໄຮ ຊຶ່ງເພິ່ນໄດ້ເຫັນຕົ້ນໄມ້ “ທີ່ມີໝາກອັນເພິ່ງປາດຖະໜາ ຈະເຮັດໃຫ້ຄົນເປັນສຸກ.” ໝາກໄມ້ນັ້ນເປັນຕົວແທນໃຫ້ແກ່ຄວາມຮັກຂອງພຣະເຈົ້າ, ເມື່ອລີໄຮໄດ້ຊີມໝາກໄມ້ນັ້ນ, “ມັນ … ຫວານທີ່ສຸດ ເໜືອກວ່າທຸກຢ່າງທີ່ [ເພິ່ນ] ເຄີຍກິນມາ.” ມັນ “ເຮັດໃຫ້ຈິດວິນຍານ [ຂອງເພິ່ນ] ເຕັມໄປດ້ວຍຄວາມຊື່ນຊົມ” ແລະ ເພິ່ນກໍຢາກໃຫ້ຄອບຄົວຂອງເພິ່ນ ໄດ້ກິນຄືກັນ (1 ນີໄຟ 8:10–12).
ເມື່ອເຮົາຊື່ນຊົມ ເຮົາຈະບໍ່ສົນໃຈວ່າອາຫານໜ້ອຍຫລາຍ ຫລື ເປັນແນວໃດ ຖ້າຫົວໃຈເຮົາປ່ຽມດ້ວຍຄວາມຂອບຄຸນ. ຄອບຄົວຂອງລີໄຮກິນຊີ້ນດິບເພື່ອຄວາມຢູ່ລອດໃນຖິ່ນແຫ້ງແລ້ງກັນດານ, ນີໄຟໄດ້ບັນຍາຍຄວາມລຳບາກນັ້ນວ່າ, “ພອນຂອງພຣະຜູ້ເປັນເຈົ້ານັ້ນຍິ່ງໃຫຍ່ທີ່ສຸດ” ຈົນວ່າ “ພວກຜູ້ຍິງຂອງພວກເຮົາ … ແຂງແຮງດີ” ແລະ ສາມາດ “ອົດທົນຕໍ່ການເດີນທາງໂດຍບໍ່ໄດ້ຈົ່ມວ່າ” (1 ນີໄຟ 17:1–2).
ການຊື່ນຊົມນັ້ນ ບາງເທື່ອ ກໍຕ້ອງມີການທົດລອງ ແລະ ການອົດອາຫານ. ແອວມາກ່າວກ່ຽວກັບເມັດພຶດທີ່ດີ ທີ່ຖືກປູກໄວ້ໃນໃຈຂອງເຮົາ. ເມື່ອເຮົາລອງເຮັດ, ເຮົາຈະເຫັນວ່າເມັດພືດເລີ່ມ “ມີລົດແຊບ” (ເບິ່ງ ແອວມາ 32:28–33).
ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ
ພອນແຫ່ງການຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ນັ້ນມີພະລັງຫລາຍ ແລະ ເປັນການປ່ຽນແປງຊີວິດພ້ອມ. ມີສາມຢ່າງສະເພາະ ທີ່ຂ້າພະເຈົ້າຢາກເຊື້ອເຊີນທ່ານໃຫ້ນຳໄປໃຊ້ໃນຊີວິດຂອງທ່ານ.
ຢ່າງທຳອິດ, ຖ້ອຍຄຳຂອງພຣະເຈົ້າສາມາດຊ່ວຍເຮົາ “ເພີ່ມຄວາມສາມາດທາງວິນຍານ [ຂອງເຮົາ] ເພື່ອຈະຮັບເອົາການເປີດເຜີຍໄດ້,” (Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 96) ແລະ ສາມາດນຳທາງເຮົາຢ່າງປອດໄພໃນຊີວິດຂອງເຮົາ. ມໍມອນສອນວ່າພຣະຄຳຂອງພຣະຄຣິດ “ໄດ້ນຳພາຜູ້ຄົນມາເຮັດໃນສິ່ງ [ທີ່] ຖືກຕ້ອງ,” ແລະ ມັນແຫລມຄົມກວ່າ “ດາບ” ທີ່ຈະຟັນຝ່າໄດ້ (ແອວມາ 31:5). ເມື່ອຂ້າພະເຈົ້າຢາກໃຫ້ພຣະເຈົ້າຊ່ວຍໃນຍາມຍາກລຳບາກ, ຂ້າພະເຈົ້າລອງໃຊ້ “ຄຸນນະທຳແຫ່ງພຣະຄຳຂອງພຣະເຈົ້າ“ (ແອວມາ 31:5), ຂ້າພະເຈົ້າຮູ້ສຶກໄດ້ຮັບການດົນໃຈ ແລະ ສາມາດຕັດສິນໃຈ ຢ່າງສະຫລາດ, ເອົາຊະນະການລໍ້ລວງ, ແລະ ນຳສິ່ງທີ່ດີມາສູ່ຊີວິດ ດ້ວຍສັດທາອັນແຮງກ້າໃນພຣະຄຣິດ ແລະ ຮັກຄົນທີ່ຢູ່ອ້ອມຂ້າງຂ້າພະເຈົ້າໄດ້. ສາດສະດາ ຣະໂຊ ເອັມ ແນວສັນ ຂອງພວກເຮົາໄດ້ສອນວ່າ “ໃນວັນຂ້າງໜ້າ ວິນຍານຂອງເຮົາກໍອາດຈະບໍ່ລອດ ຖ້າເຮົາບໍ່ມີອິດທິພົນຂອງພຣະວິນຍານບໍລິສຸດ ຄອຍຊີ້ນຳທິດທາງ ແລະ ໃຫ້ຄວາມປອບໂຍນ” (“Revelation for the Church, Revelation for Our Lives,” 96). ເຮົາຈະໄດ້ຮັບການເປີດເຜີຍ ເມື່ອເຮົາລອງໃຊ້ “ຄຸນນະທຳແຫ່ງພຣະຄຳຂອງພຣະເຈົ້າ,” ແລະ ຖ້ອຍຄຳນັ້ນຈະມີອຳນາດເໜືອສິ່ງອື່ນໃດທີ່ເຮົາເຄີຍລອງ ຫລື ນຶກໄດ້.
ຢ່າງທີສອງ, ເມື່ອເຮົາມີບັນຫາກັບເລື່ອງເອກະລັກ ແລະ ຂາດຄວາມເຄົາລົບຕົນເອງ, “ພຣະຄຳທີ່ໜ້າພໍໃຈຈາກພຣະເຈົ້າ” (ຢາໂຄບ 2:8) ໃນພຣະຄຳພີຈະຊ່ວຍເຮົາ ໃຫ້ຮູ້ວ່າ ເຮົາແມ່ນໃຜ ແລະ ນັ້ນຈະເຮັດໃຫ້ເຮົາມີພະລັງຫລາຍຂຶ້ນ. ການນຶກໄດ້ວ່າຂ້າພະເຈົ້າເປັນລູກຂອງພຣະເຈົ້າ ແມ່ນຊົ່ວຂະນະອັນເລີດລ້ຳ ທີ່ຂ້າພະເຈົ້າເຄີຍປະສົບມາ. ຕອນເປັນໄວລຸ້ນ, ຂ້າພະເຈົ້າບໍ່ຮູ້ຫຍັງເລີຍກ່ຽວກັບຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ. ຕອນທຳອິດທີ່ຂ້າພະເຈົ້າໄດ້ອ່ານພຣະຄຳພີໃໝ່, ຖ້ອຍຄຳຂອງພຣະຄຣິດໄດ້ປິ່ນປົວຈິດໃຈ ທີ່ຊອກຊ້ຳຂອງຂ້າພະເຈົ້າອີ່ຫລີ. ຂ້າພະເຈົ້າຮູ້ວ່າ ຕົນເອງບໍ່ໄດ້ຢູ່ຄົນດຽວ ແລະ ຕົນເອງເປັນລູກຂອງພຣະເຈົ້າ. ເມື່ອຂ້າພະເຈົ້າຮູ້ຈັກເອກະລັກແທ້ຈິງຂອງຕົນຕໍ່ໜ້າພຣະເຈົ້າ, ຂ້າພະເຈົ້າກໍຮູ້ຈັກສັກກະຍະພາບອັນເປັນນິດຂອງຕົນ ໂດຍຜ່ານການຊົດໃຊ້ຂອງພຣະຄຣິດ.
ເອໂນດ ກໍໄດ້ແບ່ງປັນປະສັບການສ່ວນຕົວ ໃນການຮູ້ແຈ້ງຈາກການໄຕ່ຕອງພຣະຄຳ ຂອງພຣະຄຣິດເຊັ່ນກັນ. ເມື່ອເອໂນດໄດ້ [ຊາບຊຶມ] ຄຳເວົ້າໃນໃຈ ທີ່ພໍ່ຂອງເພິ່ນສອນເພິ່ນກ່ຽວກັບ “ຊີວິດນິລັນດອນ, ແລະ ຄວາມສຸກຂອງໄພ່ພົນຂອງພຣະເຈົ້າ,” ຈິດວິນຍານຂອງເພິ່ນ “ຫິວໂຫຍ; ແລະ [ເພິ່ນ] ໄດ້ຄຸເຂົ່າລົງຕໍ່ພຣະພັກຂອງພຣະຜູ້ສ້າງ [ຂອງເພິ່ນ] … ດ້ວຍຄຳອ້ອນວອນຢ່າງສຸດກຳລັງ” (ເອໂນດ 1:3–4). ໃນຄຳອ້ອນວອນນັ້ນ ເພິ່ນໄດ້ຮຽນຮູ້ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ຮຽນຮູ້ວ່າ ເຮົາມີຄ່າຄວນຫລາຍ ແລະ ເປັນທີ່ຮັກ ແລະ ສາມາດໄດ້ຮັບການອະໄພຈາກຄວາມຜິດ, ແລະ ເຮົາເປັນລູກຂອງພຣະເຈົ້າຢ່າງແທ້ຈິງ.
ຢ່າງທີສາມ. ເຮົາສາມາດຊ່ວຍເຫລືອຄົນອື່ນໄດ້ໂດຍພຣະຄຳຂອງພຣະຄຣິດ. ເໝືອນດັ່ງ ພຣະຄຳຂອງພຣະເຈົ້າ ໄດ້ສຳພັດຫົວໃຈຂອງເອໂນດໃນຊ່ວງເວລາຂອງເພິ່ນ, ພຣະຜູ້ເປັນເຈົ້າກໍຈະສຳພັດຫົວໃຈຜູ້ຄົນທີ່ເຮົາຢາກແບ່ງປັນພຣະກິດຕິຄຸນນຳເຊັ່ນກັນ. ເຮົາບາງຄົນ ອາດຮູ້ສຶກທໍ້ຖອຍໃຈ ເມື່ອເຮົາພະຍາຍາມເຊື້ອເຊີນບາງຄົນ ໃຫ້ມາຟັງພຣະກິດຕິຄຸນ ເພາະວ່າສິ່ງທີ່ເຮົາວາງແຜນໄວ້ ບໍ່ເປັນໄປຕາມຄາດ. ບໍ່ວ່າຜົນຮັບຈະເປັນແນວໃດ, ພຣະຜູ້ເປັນເຈົ້າ ໄດ້ເຊື້ອເຊີນເຮົາໃຫ້ອ້າປາກ ແບ່ງປັນຂ່າວສານພຣະກິດຕິຄຸນກັບຄົນອື່ນ.
ເມື່ອສອງປີກ່ອນ, ພຣະຜູ້ເປັນເຈົ້າໄດ້ສຳພັດຫົວໃຈຂອງແມ່ຂ້າພະເຈົ້າ ຊຶ່ງເປັນການຊ່ວຍໃຫ້ແມ່ຕັດສິນໃຈຮັບບັບຕິສະມາ. ຂ້າພະເຈົ້າລໍຄອຍວັນນັ້ນເປັນເວລາເກືອບ 35 ປີແລ້ວ. ກ່ອນແມ່ຕັດສິນໃຈນັ້ນ ສະມາຊິກໂບດຫລາຍຄົນໄດ້ປະຕິບັດກັບແມ່ຢ່າງໃກ້ຊິດ ເໝືອນດັ່ງພຣະຄຣິດໄດ້ກະທຳ. ວັນອາທິດມື້ໜຶ່ງ, ແມ່ຮູ້ສຶກວ່າ ແມ່ຄວນໄປໂບດ. ແມ່ໄດ້ເຮັດຕາມການດົນໃຈນັ້ນ. ຕອນທີ່ແມ່ນັ່ງຢູ່ແຖວໜ້າ ແລະ ຖ້າໃຫ້ພິທີສິນລະລຶກເລີ່ມຕົ້ນ, ກໍມີເດັກຊາຍນ້ອຍອາຍຸສີ່ປີ ຢືນຢູ່ທາງໜ້າແມ່ ແລະ ຫລຽວເບິ່ງແມ່. ແມ່ໄດ້ທັກທາຍລາວດ້ວຍຮອຍຍິ້ມ. ເດັກຊາຍນ້ອຍນັ້ນໄດ້ຟ້າວກັບໄປບ່ອນນັ່ງຂອງລາວ ທີ່ຢູ່ອີກຟາກໜຶ່ງທີ່ແມ່ຂ້າພະເຈົ້ານັ່ງຢູ່. ເດັກຊາຍນ້ອຍ ໄດ້ໄປຈັບເອົາສິ່ງໜຶ່ງຈາກຕັ່ງຂອງລາວ ແລ້ວຍື່ນປຶ້ມເພງສວດໃຫ້ແມ່ ແລ້ວກັບໄປນັ່ງຕັ່ງຂອງລາວ. ແມ່ຂອງຂ້າພະເຈົ້າ ໄດ້ສັງເກດເຫັນປຶ້ມເພງສວດທີ່ເຂົາເຈົ້າເອົາມາວາງໄວ້ແບບບາຕັ່ງນັ່ງ. ແມ່ໄປຈັບເອົາປຶ້ມເພງນັ້ນເອງຈາກຕັ່ງທີ່ຢູ່ໃກ້ເພິ່ນກະໄດ້. ແຕ່ ແມ່ຮູ້ສຶກ ຊາບຊຶ້ງໃຈຫລາຍໃນການກະທຳອັນມີເມດຕາ ທີ່ໄຮ້ດຽງສາຂອງທ້າວນ້ອຍນັ້ນ ຊຶ່ງລາວໄດ້ຮຽນຈາກຄອບຄົວ ແລະ ໂບດ. ແມ່ເລີຍຮູ້ສຶກຮັກໃນຊົ່ວຂະນະນັ້ນ. ເພິ່ນຮູ້ສຶກສະດຸດໃຈຢ່າງແຮງທີ່ພຣະເຈົ້າໄດ້ເຊື້ອເຊີນ ໃຫ້ເພິ່ນມາຕິດຕາມພຣະຜູ້ຊ່ວຍໃຫ້ລອດ ເພິ່ນຮູ້ສຶກວ່າ ເພິ່ນຄວນຮັບບັບຕິສະມາ. ເດັກຊາຍນ້ອຍບໍ່ໄດ້ເຮັດເພື່ອຢາກໃຫ້ຄົນຍ້ອງ ແຕ່ວ່າລາວເຮັດພຽງແຕ່ເຮັດດີທີ່ສຸດ ໃນການເຮັດຕາມພຣະຄຳຂອງພຣະເຈົ້າ ແລະ ຮັກເພື່ອນບ້ານຂອງລາວ. ຄວາມເມດຕາຂອງພຣະອົງ ໄດ້ສ້າງຄວາມປ່ຽນແປງອັນສຳຄັນ ໃນຈິດໃຈຂອງແມ່ຂ້າພະເຈົ້າ.
ພຣະຄຳຂອງພຣະຄຣິດ ຈະສຳພັດຫົວໃຈ ແລະ ຕາຂອງຜູ້ທີ່ຍັງບໍ່ໄດ້ເຫັນ ພຣະອົງຢ່າງເລິກຊຶ້ງ. ສາວົກສອງຄົນໄດ້ຍ່າງກັບພຣະເຢຊູ ຕາມທາງໄປເມືອງເອມມາອູດ. ເຂົາເຈົ້າໂສກເສົ້າ ແລະ ບໍ່ຮູ້ເລີຍວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ຟື້ນພຣະຊົນແລ້ວ. ຍ້ອນຄວາມເສຍໃຈ ເຂົາເຈົ້າຈຶ່ງບໍ່ຈື່ພຣະອົງວ່າ ແມ່ນພຣະຄຣິດຜູ້ຊົງພຣະຊົນແທ້ໆ ທີ່ກຳລັງຍ່າງກັບເຂົາເຈົ້າໄປ. ເຖິງແມ່ນວ່າ ພຣະເຢຊູ “ໄດ້ອະທິບາຍພຣະຄຳພີທຸກບົດທີ່ກ່ຽວກັບພຣະອົງ ໃຫ້ເຂົາເຈົ້າຟັງ,” ແຕ່ເຂົາເຈົ້າຍັງຈື່ພຣະອົງບໍ່ໄດ້ ວ່າເປັນພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນພຣະຊົນແລ້ວ ຈົນວ່າເຂົາເຈົ້ານັ່ງລົງຫັກເຂົ້າຈີ່ກັບພຣະອົງ. “ຕາ” ຂອງເຂົາເຈົ້າຈຶ່ງສະຫວ່າງ. ເມື່ອເຮົາ—ຫລື ໝູ່, ເພື່ອນຮ່ວມງານ, ແລະ ເພື່ອນບ້ານ—ຊື່ນຊົມ ໄດ້ກິນເຂົ້າ ແລະ ຫັກເຂົ້າຈີ່ກັບພຣະອົງ, ເຮົາກໍຈະເຂົ້າໃຈໄດ້. ເມື່ອສານຸສິດທີ່ເມືອງເອມມາອູດ ໄດ້ຫວນຄິດເຖິງຕອນພຣະຜູ້ຊ່ວຍໃຫ້ລອດຟື້ນພຣະຊົນ, ເຂົາເຈົ້າເວົ້າວ່າ ໃຈຂອງເຂົາເຈົ້າຮ້ອນຮົນ ເມື່ອພຣະອົງອະທິບາຍພຣະຄຳພີແກ່ເຂົາເຈົ້າ (ເບິ່ງ ລູກາ 24:27–32). ສິ່ງນີ້ຈະເປັນຄວາມຈິງສຳລັບເຮົາທຸກຄົນ.
ສະຫລຸບ
ໃນການສະຫລຸບ, ຂ້າພະເຈົ້າເປັນພະຍານວ່າ ການຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ສາມາດເກີດຂຶ້ນໄດ້ທຸກເວລາ ຖ້າຫົວໃຈເຮົາພ້ອມທີ່ຈະຮັບພຣະຄຳເຫລົ່ານັ້ນ. ການຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ຈະນຳການເປີດເຜີຍທີ່ຄ້ຳຈູນຊີວິດມາໃຫ້, ຢືນຢັນເອກະລັກທີ່ແທ້ຈິງ ແລະ ການມີຄ່າຄວນຂອງເຮົາຕໍ່ພຣະພັກຂອງພຣະເຈົ້າ ໃນຖານະລູກຂອງພຣະອົງ, ແລະ ພາໝູ່ເພື່ອນຂອງເຮົາມາສູ່ພຣະຄຣິດ ແລະ ສູ່ຊີວິດນິລັນດອນ. ຂ້າພະເຈົ້າຂໍຈົບດ້ວຍຄຳເຊື້ອເຊີນທີ່ດັງກ້ອງຢູ່ຂອງນີໄຟ ເມື່ອເພິ່ນກ່າວວ່າ: “ພວກທ່ານຕ້ອງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ. ດັ່ງນັ້ນ ຖ້າຫາກທ່ານຈະມຸ້ງໜ້າ, ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ, ແລະ ອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງ ພຣະບິດາໄດ້ກ່າວໄວ້ດັ່ງນີ້: ເຈົ້າຈະມີຊີວິດນິລັນດອນ” (2 ນີໄຟ 31:20). ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.