​2010–2019
ສ້າງປ້ອມທາງວິນຍານ ແລະ ການປົກປ້ອງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ສ້າງປ້ອມທາງວິນຍານ ແລະ ການປົກປ້ອງ

ເມື່ອເຮົາດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ, ເມື່ອເຮົາເພິ່ງພາການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ມຸ້ງໄປໜ້າດ້ວຍສັດທາ, ເຮົາກໍຖືກເສີມກຳລັງຕ້ານທານກັບຜູ້ປໍລະປັກ.

ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າທັງຫລາຍ, ໃນເມື່ອກອງປະຊຸມນີ້ມາເຖິງບັ້ນທ້າຍແລ້ວ, ຂ້າພະເຈົ້າຂອບພຣະໄທພຣະບິດາ​ຜູ້​ສະ​ຖິດໃນສະຫວັນຂອງເຮົາ ສຳລັບຄຳແນະນຳ, ຄວາມຈິງ, ແລະ ການເປີດເຜີຍ ທີ່ຖືກແບ່ງປັນຢູ່ເທິງແທ່ນປາໄສ ລະຫວ່າງສອງວັນຜ່ານມານີ້. ເຮົາໄດ້ຮັບການສິດສອນໂດຍຜູ້ຮັບໃຊ້ຂອງພຣະເຈົ້າ ທີ່ຖືກເອີ້ນໃຫ້ກ່າວພຣະຄຳອັນສັກສິດຂອງພຣະອົງ. ພຣະຜູ້ເປັນເຈົ້າໄດ້ເຕືອນເຮົາໃນການເປີດເຜີຍຍຸກສຸດທ້າຍວ່າ, ບໍ່ວ່າຈະເປັນໂດຍສຽງຂອງພຣະອົງ ຫລື ... ສຽງຂອງຜູ້ຮັບໃຊ້ຂອງພຣະອົງ, ມັນກໍເໝືອນກັນ.1

ເມື່ອຫລຽວເຫັນໄພ່ພົນຢ່າງ​ຫລວງ​ຫລາຍທີ່ມາຮ່ວມກອງປະຊຸມ, ແລະ ວາດພາບເຫັນສະມາຊິກຮັບຟັງຮັບຊົມກອງປະຊຸມໃຫຍ່ ຕະຫລອດທົ່ວໂລກ, ຂ້າພະເຈົ້າຄິດເຖິງການເຕົ້າໂຮມຢູ່ໃນພຣະຄຳພີມໍມອນ ເມື່ອພຣະເຢຊູຄຣິດໄດ້ປະກົດຕໍ່ຊາວນີໄຟ ຫລັງຈາກການຄຶງຂອງພຣະອົງ. ພຣະອົງໄດ້ສອນພຣະກິດຕິຄຸນໃຫ້ແກ່ເຂົາເຈົ້າ ແລະ ແລ້ວໄດ້ຊຸກຍູ້ວ່າ, “ເຈົ້າຈົ່ງກັບໄປບ້ານຂອງເຈົ້າ, ແລະ ໄຕ່ຕອງເຖິງເລື່ອງທີ່ເຮົາໄດ້ກ່າວໄປນັ້ນ, ແລະ ທູນຖາມພຣະບິດາໃນພຣະນາມຂອງເຮົາ, ເພື່ອຈະໄດ້ເຂົ້າໃຈ.”2

“ເຈົ້າຈົ່ງກັບໄປບ້ານຂອງເຈົ້າ, ແລະ ໄຕ່ຕອງ” ຄືຂັ້ນຕອນຕໍ່ໄປໃນການຮັບຟັງຖ້ອຍຄຳຂອງສາດສະດາ ແລະ ຜູ້ນຳຂອງສາດສະໜາຈັກ ທີ່ໄດ້ກ່າວໃນສະຖານທີ່ ທີ່ສັກສິດນີ້. ບ້ານເຮືອນທີ່ມີພຣະຄຣິດເປັນຈຸດໃຈກາງ ກໍເປັນປ້ອມປ້ອງກັນສຳລັບອານາຈັກຂອງພຣະເຈົ້າຢູ່ເທິງໂລກໃນວັນເວລານີ້, ດັ່ງທີ່ຖືກທຳນາຍໄວ້ວ່າ, ມານຈະ “ແຜ່ເຂົ້າໄປໃນໃຈຂອງລູກຫລານມະນຸດ, ແລະ ຍຸຍົງພວກເຂົາໃຫ້ຄຽດແຄ້ນໃຫ້ສິ່ງທີ່ດີ.”3

ຜູ້ຄົນໄດ້ສ້າງປ້ອມປ້ອງກັນຕະຫລອດທົ່ວປະຫວັດສາດ ເພື່ອປ້ອງກັນໃຫ້ສັດຕູຢູ່ຂ້າງນອກ. ສ່ວນຫລາຍແລ້ວ, ປ້ອມປ້ອງກັນເຫລົ່ານັ້ນກໍຮ່ວມທັງຫໍສູງທີ່ມີຄົນຍາມ—ເໝືອນດັ່ງສາດສະດາທັງຫລາຍ—ທີ່ໄດ້ຕັກເຕືອນເຖິງພະລັງຂົ່ມຂູ່ ແລະ ການໂຈມຕີທີ່ກຳລັງເຂົ້າມາໃກ້.

ຮູບ​ພາບ
ທອມມັສ ແຣັສ໌ແບນ

ໃນຍຸກສະໄໝ​ຜູ້ບຸກເບີກຢູ່ລັດຢູທາໃນຕອນຕົ້ນ, ພໍ່ປູ່ທວດຂອງຂ້າພະເຈົ້າ ທອມມັສ ແຣັສ໌ແບນ ແລະ ຄອບຄົວຂອງເພິ່ນໄດ້ເປັນ​ຜູ້​ໄປ​ຕັ້ງ​ຖິ່ນ​ຖານ​ລຸ້ນທຳອິດ ຢູ່ຮ່ອມພູຮີເບີ ທີ່​ສວຍ​ງາມ ຢູ່​ໃນ​ເຂດ​ພູ​ວາ​ຊັດ ຂອງ​ລັດ​ຢູ​ທາ.

ໃນປີ 1859, ພໍ່​ປູ່​ທວດທອມມັສ ໄດ້ຊ່ວຍສ້າງປ້ອມຮີເບີ, ທີ່​ສ້າງ​ຂຶ້ນ​ເພື່ອ​ປົກ​ປ້ອງ​ເຂົາ​ເຈົ້າ. ມັນເປັນຕຶກທີ່ລຽບງ່າຍ ທີ່ສ້າງດ້ວຍລຳໄມ້ ຄ໊ອດ​ຕັນ​ວູດ, ລຽນລຳໄຂ່ວກັນ, ປະກອບເປັນເສັ້ນຮອບວົງຂອງປ້ອມນັ້ນ. ບ້ານໄມ້ລຽນລຳຖືກປຸກຂຶ້ນຢູ່ພາຍໃນປ້ອມ ໂດຍໃຊ້ກຳແພງທີ່ອ້ອມຢູ່. ຕຶກນັ້ນໄດ້ໃຫ້ທັງຄວາມໝັ້ນຄົງ ແລະ ຄວາມປອດໄພແກ່ຄອບຄົວຜູ້ບຸກເບີກ ໃນຂະນະທີ່ເຂົາເຈົ້າໄດ້ຕັ້ງຖິ່ນຖານ ແລະ ນະມັດສະການພຣະຜູ້ເປັນເຈົ້າ.

ຮູບ​ພາບ
ປ້ອມ​ຜູ້​ບຸກ​ເບີກ

ມັນກໍເປັນດັ່ງນັ້ນກັບພວກເຮົາຄືກັນ. ບ້ານເຮືອນຂອງເຮົາກໍເປັນປ້ອມທີ່ຕໍ່ຕ້ານຄວາມຊົ່ວຮ້າຍຂອງໂລກ. ຢູ່ໃນບ້ານເຮືອນຂອງເຮົາ ເຮົາເຂົ້າເຝົ້າພຣະຄຣິດໂດຍການຮຽນຮູ້ ທີ່ຈະເຮັດຕາມພຣະບັນຍັດຂອງພຣະອົງ, ໂດຍການສຶກສາພຣະຄຳພີ ແລະ ການອະທິຖານນຳກັນ, ແລະ ໂດຍການຊ່ວຍເຫລືອກັນແລະກັນ ໃຫ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ. ການເນັ້ນໜັກໃໝ່ເຖິງການສຶກສາສ່ວນຕົວ ແລະ ເປັນຄອບຄົວ ຢູ່ໃນບ້ານເຮືອນ ຜ່ານຫລັກສູດ ຈົ່ງຕາມເຮົາມາ ຖືກຕັ້ງຂຶ້ນເພື່ອຈະ “ເຮັດໃຫ້ການປ່ຽນໃຈເຫລື້ອມໃສຂອງເຮົາເລິກຊຶ້ງຂຶ້ນ ແລະ ຊ່ວຍໃຫ້ເຮົາກາຍເປັນເໝືອນດັ່ງພຣະເຢຊູຄຣິດຫລາຍຂຶ້ນ.”4 ເມື່ອເຮົາເຮັດດັ່ງນີ້ ເຮົາຈະກາຍເປັນສິ່ງທີ່ໂປໂລໄດ້ເອີ້ນວ່າ “ຄົນໃໝ່”5 ດ້ວຍໃຫ້ຫົວໃຈ ແລະ ຈິດວິນຍານຂອງເຮົາສອດຄ່ອງກັບພຣະເຈົ້າ. ເຮົາຕ້ອງການຄວາມເຂັ້ມແຂງນັ້ນ ເພື່ອຈະປະເຊີນໜ້າ ແລະ ປ່ຽນທິດທາງການໂຈມຕີຂອງຜູ້ປໍລະປັກໄປທາງອື່ນ.

ເມື່ອເຮົາດຳລົງຊີວິດຢູ່ດ້ວຍຄວາມອຸທິດຕົນ ທີ່ເກີດຈາກສັດທາໃນພຣະເຢຊູຄຣິດ, ເຮົາຈະຮູ້ສຶກເຖິງການສະຖິດຢູ່ຢ່າງສະຫງົບສຸກຂອງພຣະວິນຍານບໍລິສຸດ, ອົງທີ່ຊີ້ນຳເຮົາໄປສູ່ຄວາມຈິງ, ດົນໃຈເຮົາໃຫ້ດຳລົງຊີວິດຢ່າງມີຄ່າຄວນ ທີ່ຈະໄດ້ຮັບພຣະພອນຂອງພຣະຜູ້ເປັນເຈົ້າ, ແລະ ເປັນພະຍານວ່າ ພຣະເຈົ້າຊົງພຣະຊົນຢູ່ ແລະ ຮັກເຮົາ. ທຸກສິ່ງເຫລົ່ານີ້ ຢູ່ພາຍໃນປ້ອມຂອງບ້ານເຮືອນເຮົາ​ເອງ. ແຕ່ຂໍໃຫ້ຈື່ຈຳໄວ້ວ່າ, ບ້ານເຮືອນຂອງເຮົາກໍຈະມີພະລັງ ເທົ່າກັບຄວາມເຂັ້ມແຂງທາງວິນຍານຂອງເຮົາແຕ່ລະຄົນເທົ່ານັ້ນ ທີ່ອາໄສຢູ່ພາຍໃນກຳແພງ.

ປະທານຣະໂຊ ເອັມ ແນວສັນ ໄດ້ສອນວ່າ, “ແຕ່ໃນອະນາຄົດ, ມັນຈະເປັນໄປບໍ່ໄດ້ ທີ່ເຮົາຈະປອດໄພທາງວິນຍານ ຖ້າປາດສະຈາກການນຳພາ, ການຊີ້ນຳ, ການປອບໂຍນ, ແລະ ອິດທິພົນອັນຕໍ່ເນື່ອງຂອງພຣະວິນຍານບໍລິສຸດ.”6 ໃນຖານະສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍທີ່ມີຊີວິດຢູ່ຂອງພຣະຜູ້ເປັນເຈົ້າ, ຄົນຍາມໃນຫໍສູງຂອງປ້ອມຂອງເຮົາ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເພິ່ນເຫັນການຮຸກຮານຂອງສັດຕູ.

ອ້າຍເອື້ອຍນ້ອງທັງຫລາຍ, ເຮົາ​ກຳລັງມີສົງຄາມກັບຊາຕານ ເພື່ອຈິດວິນຍານຂອງມະນຸດ. ເສັ້ນເສິກຖືກຂີດໝາຍໄວ້ແລ້ວໃນຊີວິດກ່ອນເກີດຂອງເຮົາ. ຊາຕານ ແລະ ໜຶ່ງສ່ວນສາມຂອງລູກໆຂອງພຣະບິດາໃນສະຫວັນ ໄດ້ຫັນໄປຈາກພຣະສັນຍາແຫ່ງຄວາມສູງສົ່ງຂອງພຣະອົງ. ນັບຕັ້ງແຕ່ເວລານັ້ນ, ບໍລິວານຂອງຜູ້ປໍລະປັກໄດ້ຕໍ່ສູ້ກັບຜູ້ຄົນທີ່ຊື່ສັດ ທີ່ໄດ້ເລືອກແຜນຂອງພຣະບິດາ.

ຊາຕານຮູ້ວ່າວັນເວລາຂອງມັນຖືກກຳນົດໄວ້ແລ້ວ ແລະ ເວລານັ້ນກໍນັບມື້ນັບສັ້ນລົງເລື້ອຍໆ. ເຖິງແມ່ນວ່າມັນຈະສະຫລາດແກມໂກງເທົ່າໃດກໍຕາມ, ມັນຈະບໍ່ມີວັນ​ໄດ້​ຮັບໄຊຊະນະ. ແຕ່ເຖິງຢ່າງໃດກໍ​ຕາມ, ການຕໍ່ສູ້ຂອງມັນເພື່ອຈະໄດ້ຈິດວິນຍານຂອງເຮົາກໍຍັງກ້າວໄປໜ້າ.

ສຳລັບຄວາມ​ປອດ​ໄພຂອງເຮົາ, ເຮົາຕ້ອງສ້າງປ້ອມທາງວິນຍານ ແລະ ການປົກປ້ອງ ເພື່ອຈິດວິນຍານຂອງເຮົາແທ້ໆ, ປ້ອມທີ່ຜູ້ຊົ່ວຮ້າຍຈະທະລຸເຂົ້າເຖິງບໍ່ໄດ້.

ຊາຕານເປັນງູທີ່ເຫັນໄດ້ຍາກ, ທີ່ລັກເຂົ້າມາໃນຄວາມຄິດ ແລະ ຈິດໃຈຂອງເຮົາ ເມື່ອເຮົາປ່ອຍວາງຄວາມລະມັດລະວັງຂອງເຮົາລົງ, ປະເຊີນກັບຄວາມຜິດຫວັງ, ຫລື ສູນເສຍຄວາມຫວັງ. ມັນຊັກຊວນເຮົາດ້ວຍຄຳຍ້ອງຍໍສັນລະເສີນ, ຄຳສັນຍາຂອງຄວາມສະດວກ, ຄວາມສະບາຍ, ຫລື ຄວາມປື້ມໃຈຊົ່ວຄາວຍາມເຮົາໂສກເສົ້າ. ມັນໃຫ້ຂໍ້ແກ້ຕົວແກ່ຄວາມທະນົງຕົວ, ຄວາມບໍ່ມີເມດຕາ, ຄວາມບໍ່ສັດຊື່, ຄວາມບໍ່ພໍໃຈ, ແລະ ຄວາມອະທຳ ແລະ ເມື່ອເວລາຜ່ານໄປ ເຮົາກໍ “ມີໃຈແຂງເກີນກວ່າທີ່ຈະຮູ້ສຶກ.”7 ພຣະວິນຍານກໍໜີໄປຈາກເຮົາໄດ້. “ແລະ ມານກ່ອມຈິດວິນຍານຂອງພວກເຂົາດັ່ງນີ້, ແລະ ພາພວກເຂົາລົງໄປຫານະລົກຢ່າງລະມັດລະວັງ.”8

ກົງກັນຂ້າມ, ເຮົາມັກຈະຮູ້ສຶກເຖິງພຣະວິນຍານຢ່າງແຮງກ້າ ເມື່ອເຮົາຮ້ອງສັນລະເສີນພຣະເຈົ້າ ດ້ວຍຖ້ອຍຄຳດັ່ງຕໍ່ໄປນີ້:

ພຣະເຈົ້າຊົງເປັນປ້ອມປາການ,

ເປັນປ້ອມພະລັງອັນໝັ້ນຄົງ.

ພຣະອົງ​ຊົງເປັນຜູ້ຊ່ວຍຍິ່ງໃຫຍ່,

ມີໄຊເໜືອທຸກໄພຊີວາ.9

ເມື່ອເຮົາສ້າງປ້ອມຂອງພະລັງທາງວິນຍານ, ເຮົາສາມາດປະຖິ້ມການຮຸກຮານຂອງຜູ້ປໍລະປັກ, ຫັນໜີໄປຈາກມັນ, ແລະ ຮູ້ສຶກເຖິງຄວາມສະຫງົບສຸກຂອງພຣະວິນຍານ. ເຮົາສາມາດເຮັດຕາມຕົວຢ່າງຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ອົງທີ່, ເມື່ອຖືກລໍ້ລວງຢູ່ໃນຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ໄດ້ກ່າວວ່າ, “ອ້າຍຊາຕານ ຈົ່ງຖອຍໜີຈາກເຮົາເສຍ.”10 ເຮົາແຕ່ລະຄົນຕ້ອງຮຽນຮູ້ໂດຍປະສົບການຂອງຊີວິດ ວ່າຈະເຮັດສິ່ງນັ້ນໄດ້ແນວໃດ.

ຈຸດປະສົງທີ່ຊອບທຳດັ່ງກ່າວ ກໍຖືກບັນຍາຍເປັນຢ່າງດີຢູ່ໃນພຣະຄຳພີມໍມອນ ເມື່ອແມ່ທັບໂມໂຣໄນໄດ້ກະກຽມຊາວນີໄຟ ເພື່ອປະເຊີນໜ້າກັບການໂຈມຕີຈາກ ອະມາລິໄຄຢາ ຜູ້ທີ່ຫລອກລວງ, ບ້າເລືອດ, ບ້າອຳນາດ. ໂມໂຣໄນ ໄດ້ສ້າງປ້ອມ ເພື່ອປົກປ້ອງຊາວນີໄຟ “ເພື່ອວ່າພວກເຂົາຈະໄດ້ມີຊີວິດຢູ່ກັບພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງພວກເຂົາ, ແລະ ເພື່ອພວກເຂົາຈະໄດ້ຮັກສາສິ່ງທີ່ສັດຕູຂອງພວກເຂົາເອີ້ນວ່າ ອຸດົມການແຫ່ງຄຣິດສະຕຽນ.”11 ໂມໂຣໄນ “ໝັ້ນຄົງຢູ່ນຳສັດທາໃນພຣະຄຣິດ”12 ແລະ ກໍຊື່ສັດ “ໃນການຮັກສາພຣະບັນຍັດຂອງພຣະເຈົ້າ ... ແລະ ໃນການຕ້ານທານກັບຄວາມຊົ່ວຮ້າຍ.”13

ເມື່ອຊາວເລມັນໄດ້ມາສູ້ຮົບ, ເຂົາເຈົ້າແປກໃຈໂດຍການກຽມພ້ອມຂອງຊາວນີໄຟ, ແລະ ເຂົາເຈົ້າໄດ້ປະລາໄຊ. ຊາວນີໄຟ “ໄດ້ຖວາຍຄວາມຂອບພຣະໄທແດ່ພຣະ​ຜູ້​ເປັນ​ເຈົ້າ ອົງ​ເປັນພຣະເຈົ້າຂອງພວກເຂົາ, ເພາະອຳນາດອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ ໃນການປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຂົາ.”14 ເຂົາເຈົ້າໄດ້ສ້າງປ້ອມສຳລັບການປົກປ້ອງຢູ່ທາງນອກ, ແລະ ເຂົາເຈົ້າໄດ້ສ້າງສັດທາໃນອົງພຣະເຢຊູຄຣິດເຈົ້າ ຢູ່ພາຍໃນ—ຢ່າງເລິກຊຶ້ງຢູ່ໃນຈິດວິນຍານຂອງເຂົາເຈົ້າ.

ແມ່ນຫຍັງຄືວິທີທາງບາງຢ່າງ ທີ່ເຮົາຈະສາມາດເສີມສ້າງກຳລັງໃຫ້ຕົວເຮົາເອງ ໃນເວລາທີ່ເຮົາອາດໄດ້ “ເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ ເພື່ອນຳເອົາຜົນງານອັນຍິ່ງໃຫຍ່ນີ້ມາ”?15 ຂໍໃຫ້ເຮົາຫັນໄປຫາພຣະຄຳພີ.

ເຮົາເຊື່ອຟັງ. ພຣະຜູ້ເປັນເຈົ້າໄດ້ບັນຊາບິ​ດາລີໄຮ ໃຫ້ສົ່ງລູກຊາຍຂອງເພິ່ນກັບຄືນໄປເຢຣູຊາ​ເລັມ “ເພື່ອຊອກຫາບັນທຶກ, ແລະ ນຳເອົາມັນມາໃນຖິ່ນແຫ້ງແລ້ງກັນດານບ່ອນນີ້.”16 ລີໄຮບໍ່ໄດ້ຖາມ; ເພິ່ນບໍ່ໄດ້ສົງໃສວ່າເປັນຫຍັງ ຫລື ດ້ວຍວິທີໃດ. ນີໄຟກໍບໍ່ໄດ້ຖາມ ຫລື ສົງໃສ ແຕ່ໄດ້ປະກາດວ່າ, “ເຮົາຈະໄປ ແລະ ເຮັດສິ່ງທີ່ພຣະຜູ້ເປັນເຈົ້າບັນຊາ.”17

ເຮົາກະທຳດ້ວຍຄວາມເຊື່ອຟັງທີ່ເຕັມໃຈຂອງນີໄຟບໍ? ຫລືວ່າ ເຮົາມັກຈະສົງໃສພຣະບັນຊາຂອງພຣະເຈົ້າ ເໝືອນດັ່ງພວກອ້າຍຂອງນີໄຟ, ຜູ້ທີ່ຂາດສັດທາ ທີ່ໃນທີ່ສຸດໄດ້ຫັນໜີໄປຈາກພຣະຜູ້ເປັນເຈົ້າບໍ? ການເຊື່ອຟັງ, ທີ່ນຳໃຊ້ດ້ວຍ “ໃຈບໍລິສຸດ,”18 ຄືສິ່ງທີ່ພຣະຜູ້ເປັນເຈົ້າຮຽກຮ້ອງຈາກເຮົາ.

ເຮົາໄວ້ວາງ​ໃຈ​ໃນພຣະຜູ້ເປັນເຈົ້າ, ອົງທີ່ໄດ້ກ່າວຕໍ່ ໂຢຊວຍ, ເມື່ອເພິ່ນໄດ້ກຽມພ້ອມທີ່ຈະນຳພາຊາວອິດສະຣາເອນ ເຂົ້າສູ່ແຜນດິນແຫ່ງຄຳ​ສັນ​ຍາວ່າ, “ຈົ່ງມີໃຈເດັດດ່ຽວ ແລະ ກ້າຫານ; ຢ່າຢ້ານ ຫລື ທໍ້ຖອຍກຳລັງໃຈ; ເພາະເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ຢູ່ກັບເຈົ້າໃນທຸກໆບ່ອນທີ່ເຈົ້າໄປ.”19 ໂຢຊວຍ ໄດ້ໄວ້ວາງໃຈໃນພຣະຄຳເຫລົ່ານີ້ ແລະ ໄດ້ແນະນຳຜູ້ຄົນວ່າ: “ຈົ່ງຊຳລະຕົນໃຫ້ບໍລິສຸດ: ເພາະມື້ອື່ນອົງພຣະຜູ້ເປັນເຈົ້າຈະເຮັດການອັດສະຈັນ ໃນທ່າມກາງພວກເຈົ້າ.”20 ພຣະຜູ້ເປັນເຈົ້າໄດ້ແຍກແມ່ນ້ຳຈໍແດນ, ແລະ ການພະເນຈອນຂອງ ຊາວອິດສະຣາເອນ ຢູ່ໃນຖິ່ນ​ແຫ້ງ​ແລ້ງ​ກັນ​ດານກໍໄດ້ສິ້ນສຸດລົງ.

ເຮົາຍຶດໝັ້ນເພື່ອຄວາມຈິງ ເໝືອນດັ່ງທີ່ສາດສະດາ ອະບີນາໄດ ໃນພຣະ​ຄຳພີມໍມອນ. ໂດຍທີ່ຖືກຈັບກຸມ, ແລ້ວຖືກນຳມາຢູ່ຕໍ່ໜ້າກະສັດໂນອາ ແລະ ປະໂລຫິດທີ່ຊົ່ວຮ້າຍຂອງເພິ່ນ, ອະບີ​ນາໄດໄດ້ສິດສອນເລື່ອງພຣະບັນຍັດສິບປະ​ການ ແລະ ໄດ້ສັ່ງສອນຢ່າງມີພະລັງວ່າ ພຣະຄຣິດ “ຈະສະເດັດມາຫາບັນດາລູກຫລານມະນຸດ, ແລະ ... ໄຖ່ຜູ້ຄົນຂອງພຣະອົງ.”21 ແລ້ວເພິ່ນ, ດ້ວຍສັດທາທີ່ເລິກຊຶ້ງພາຍໃນຕົວຂອງເພິ່ນ ໄດ້ປະກາດວ່າ, “ໂອ້ ຂ້າແດ່ພຣະອົງເຈົ້າ, ຈົ່ງຮັບເອົາຈິດວິນຍານຂອງຂ້ານ້ອຍດ້ວຍເທີ້ນ,”22 ແລະ ອະບີນາໄດ ໄດ້ “ຮັບຄວາມຕາຍດ້ວຍໄຟ.”23

ຮູບ​ພາບ
ພຣະ​ວິ​ຫານ​ໂຣມ ອີ​ຕາ​ລີ

ເຮົາເຮັດ ແລະ ຕໍ່ພັນທະສັນຍາຂອງເຮົາ ໂດຍການຮັບສ່ວນສິນລະລຶກ ແລະ ໂດຍການນະມັດສະການຢູ່ໃນພຣະວິຫານ. ສິນລະລຶກເປັນລັກສະນະເດັ່ນຂອງການນະມັດສະການໃນວັນອາທິດ, ບ່ອນທີ່ເຮົາຈະໄດ້ຮັບສັນຍາທີ່ຈະ “ມີພຣະວິນຍານຂອງພຣະອົງຢູ່ກັບ [ເຮົາ] ຕະຫລອດເວລາ.”24 ພ້ອມດ້ວຍພິທີການສັກສິດທີ່ເຮົາໃຫ້ຄຳໝັ້ນສັນຍາວ່າ ເຮົາຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ, ຕິດຕາມພຣະອົງ, ແລະ ຮັບເອົາ​ໜ້າ​ທີ່ຮັບຜິດຊອບຂອງເຮົາ ໃນວຽກງານແຫ່ງສະຫວັນ ດັ່ງທີ່ພຣະອົງໄດ້ກະທຳ. ຢູ່ໃນພຣະວິຫານ ເຮົາສາມາດ ປະວາງສິ່ງທີ່ເປັນຂອງໂລກນີ້ 25 ແລະ ຮູ້ສຶກເຖິງການສະຖິດຢູ່ຂອງພຣະຜູ້ເປັນເຈົ້າ ແລະ ຄວາມສະຫງົບສຸກທີ່ເໜືອກວ່າສິ່ງອື່ນໃດຂອງພຣະອົງ. ເຮົາສາມາດເອົາໃຈໃສ່​ຕໍ່ບັນພະບຸລຸດຂອງເຮົາ, ຄອບຄົວຂອງເຮົາ, ແລະ ຊີວິດນິລັນດອນຢູ່ໃນທີ່ປະທັບຂອງພຣະບິດາ. ສົມພໍທີ່ ປະທານແນວສັນ ໄດ້ກ່າວເມື່ອບໍ່ດົນມານີ້ຢູ່ທີ່ກຸງໂຣມ ວ່າ: “ຄວາມດີງາມທີ່ຈະເກີດມາຈາກພຣະວິຫານແຫ່ງນີ້ ແມ່ນຍິ່ງໃຫຍ່ເກີນທີ່ຈະຄຳນວນໄດ້.”26

ເຮົາຄວນມີຄວາມສັດຊື່ໃນທຸກສິ່ງທຸກຢ່າງທີ່ເຮົາເຮັດ. ເຮົາຄວນພັດທະນາການຫລິງເຫັນ ແລະ ລະບຽບວິໄນ ເພື່ອວ່າເຮົາຈະບໍ່ຈຳເປັນຕ້ອງຄາດໝາຍຢ່າງຕໍ່ເນື່ອງວ່າສິ່ງໃດຖືກ ແລະ ສິ່ງໃດຜິດ. ເຮົາຄວນເອົາໃຈໃສ່​ຕໍ່​ຖ້ອຍ​ຄຳຂອງເປໂຕ, ອັກຄະສາວົກຂອງສາດສະໜາຈັກໃນຕອນຕົ້ນ ຜູ້ທີ່ໄດ້ຕັກເຕືອນເຮົາວ່າ, “ຈົ່ງຄອຍລະວັງຕົວ ແລະ ເຝົ້າຢູ່ດ້ວຍວ່າ, ສັດຕູຂອງພວກເຈົ້າຄືມານທຽວວິນວຽນໄປມາເໝືອນໂຕສິງ ທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້.”27

ເມື່ອເຮົາເສີມກຳລັງໃຫ້ແກ່ປ້ອມຂອງເຮົາຢ່າງພາກພຽນ, ເຮົາກໍກາຍເປັນເໝືອນດັ່ງພຣະເຢຊູຄຣິດ, ໃນຖານະສານຸສິດທີ່ແທ້ຈິງຂອງພຣະອົງ, ໂດຍຈິດວິນຍານຂອງເຮົາແທ້ໆ ທີ່ຢູ່ໃນການຄຸ້ມຄອງຂອງພຣະອົງ.

ປະຈັກພະຍານຂອງທ່ານເຖິງພຣະເຢຊູຄຣິດ ເປັນປ້ອມສ່ວນຕົວຂອງທ່ານ, ເປັນຄວາມໝັ້ນຄົງສຳລັບຈິດວິນຍານຂອງທ່ານ. ຕອນພໍ່ປູ່ທວດຂອງຂ້າພະເຈົ້າ ແລະ ເພື່ອນຜູ້ບຸກເບີກຂອງເພິ່ນໄດ້ສ້າງປ້ອມຮີເບີ, ພວກເພິ່ນໄດ້ວາງທ່ອນໄມ້ລົງໄວ້ເທື່ອລະທ່ອນ ຈົນກວ່າ “ທຸກສ່ວນຂອງໂຄງຮ່າງກໍຕິດຕໍ່ເຊື່ອມສະໜິດກັນໂດຍດີ”28 ແລະ ພວກເພິ່ນກໍໄດ້​​​ຮັບ​ການປົກປ້ອງຄຸ້ມຄອງ. ມັນກໍເປັນດັ່ງນີ້ກັບປະຈັກພະຍານ. ເປັນເທື່ອລະເລັກລະນ້ອຍ ເຮົາໄດ້ຮັບສັກຂີພະຍານຈາກພຣະວິນຍານສັກສິດ ເມື່ອພຣະອົງກ່າວກັບວິນຍານຂອງເຮົາ, ​ສິດສອນ “ຄວາມຈິງກັບ​ຄວາມ​ສັດ​ຊື່.”29 ເມື່ອເຮົາດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ, ເມື່ອເຮົາເພິ່ງພາການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ມຸ້ງໄປໜ້າດ້ວຍສັດທາ, ບໍ່ແມ່ນດ້ວຍຄວາມ​ຢ້ານກົວ, ເຮົາກໍຖືກເສີມກຳລັງຕ້ານທານກັບກົນອຸບາຍຂອງຜູ້ປໍລະປັກ. ປະຈັກພະຍານຂອງເຮົາເຊື່ອມຕໍ່​ເຮົາ​ເຂົ້າກັບຟ້າສະຫວັນ, ແລະ ເຮົາກໍໄດ້ຮັບພອນດ້ວຍ “ຄວາມຈິງຂອງທຸກເລື່ອງ.”30 ແລະ, ເໝືອນດັ່ງປ້ອມ​ໄດ້ປ້ອງກັນ​ຜູ້​ບຸກ​ເບີກ, ເຮົາກໍຖືກອ້ອມຢູ່ຢ່າງປອດໄພ ຢູ່ໃນອ້ອມແຂນແຫ່ງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ.

ສາດສະດາອີເທີ ໄດ້ສອນວ່າ, “ສະນັ້ນ, ຜູ້​ໃດ​ທີ່​ເຊື່ອ​ໃນ​ພຣະ​ເຈົ້າ ຜູ້ນັ້ນຈະ​ສົມ​ຫວັງ​ຢ່າງ​ແນ່ນອນ​ສຳລັບ​ໂລກ​ທີ່​ຈະ​ດີ​ກວ່າ​ນີ້, ແທ້​ຈິງ​ແລ້ວ, ແມ່ນ​ທາງ​ພຣະຫັດ​ເບື້ອງ​ຂວາ​ຂອງ​ພຣະ​ເຈົ້າ, ຊຶ່ງຄວາມ​ຫວັງ​ນີ້​ມາ​ຈາກ​ສັດທາ​ອັນ​ເຮັດ​ຫລັກ​ໝັ້ນ​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ມະນຸດ, ຊຶ່ງຈະ​ເຮັດ​ໃຫ້ເຂົາແນ່ໃຈ ແລະ ແນ່ວ​ແນ່, ສ້າງ​ຄວາມ​ດີ​ໃຫ້​ຫລາຍ​ຢູ່​ສະ​ເໝີ, ອັນ​ຈະ​ນຳ​ໄປ​ຫາ​ການ​ຖວາຍ​ບາ​ລະ​ມີ​ແດ່​ພຣະ​ເຈົ້າ.”31

ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍອວຍພອນແກ່ທ່ານ ເພື່ອຈະກ້າວໄປໜ້າດ້ວຍຄວາມໝັ້ນໃຈ ໃນພຣະຜູ້ເປັນເຈົ້າ ແລະ ​ໃນພຣະກິດຕິຄຸນຂອງພຣະອົງ. ຂໍໃຫ້ໂອບກອດຜູ້ຄົນທີ່ສະດຸດລົ້ມ ດ້ວຍຄວາມເຂັ້ມແຂງຂອງພຣະວິນຍານທີ່ຢູ່ພາຍໃນຕົວທ່ານ, ນຳພາເຂົາເຈົ້າດ້ວຍຄວາມຮັກ ກັບໄປສູ່ປ້ອມທາງວິນຍານ ແລະ ການປົກປ້ອງ. ຂໍໃຫ້ສະແຫວງຫາ “ເພື່ອຈະເປັນເໝືອນດັ່ງພຣະເຢຊູ”32 ໃນທຸກສິ່ງທີ່ທ່ານເຮັດ; ຈົ່ງຫລີກລ້ຽງຄວາມຊົ່ວຮ້າຍ ແລະ ການລໍ້ລວງ; ຈົ່ງກັບ​ໃຈ, ດັ່ງ​ທີ່​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ​ ໄດ້​ຕັກ​ເຕືອນເຮົາມື້​ວານນີ້; ເປັນຄົນສັດຊື່ໃນໃຈ; ເປັນຄົນທ່ຽງທຳ ແລະ ບໍລິສຸດ; ສະແດງຄວາມເຫັນອົກເຫັນໃຈ ແລະ ຄວາມໃຈບຸນ; ແລະ ຮັກພຣະຜູ້ເປັນເຈົ້າ ອົງ​ເປັນ​ພຣະ​ເຈົ້າຂອງທ່ານ ດ້ວຍ​ຄວາມ​ອຸ​ທິດ​ຕົນ​ຂອງ​ການ​ເປັນສານຸສິດທີ່ແທ້ຈິງ.

ປະຈັກພະຈັກພະຍານຂອງເຮົາເຖິງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ບ້ານເຮືອນຂອງເຮົາ, ຄອບຄົວຂອງເຮົາ, ແລະ ການເປັນສະມາຊິກຂອງເຮົາຢູ່ໃນ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ກໍ​ຈະເປັນປ້ອມແຫ່ງການປົກປ້ອງສ່ວນຕົວຂອງເຮົາໄດ້ ທີ່ຢູ່ອ້ອມຮອບເຮົາ ແລະ ປົກປ້ອງເຮົາຈາກອຳນາດຂອງຜູ້ທີ່ຊົ່ວຮ້າຍ. ຂ້າພະເຈົ້າກ່າວປະຈັກພະຍານອັນໜັກແໜ້ນຂອງ​ຂ້າ​ພະເຈົ້າ ໃນ​ພຣະ​ນາມ​ຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູຊ່ວຍໃຫ້ລອດຂອງເຮົາ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.

ພິມ