ການໄດ້ຍິນສຸລະສຽງຂອງພຣະອົງ
ຢູ່ໃນໂລກທີ່ມີແຕ່ສຽງທີ່ແຂ່ງກັນ ພຣະບິດາເທິງສະຫວັນຂອງເຮົາໄດ້ຫາທາງເຮັດໃຫ້ເຮົາ ໄດ້ຍິນສຸລະສຽງຂອງພຣະອົງ ແລະ ຕິດຕາມພຣະອົງໄປ.
ມື້ເຊົ້ານີ້, ອ້າຍຂອງພັນລະຍາຂອງຂ້າພະເຈົ້າ ໄດ້ເອົາຈົດໝາຍນ້ອຍ ທີ່ນາງໄດ້ຂຽນເຖິງແມ່ ເມື່ອຫລາຍປີກ່ອນ ມາໃຫ້ນາງ. ຕອນນັ້ນ, ຊິດສະເຕີໂຮເມີ ຍັງນ້ອຍຢູ່. ສ່ວນໜຶ່ງໃນຈົດໝາຍນ້ອຍນັ້ນອ່ານວ່າ, “ແມ່ເອີຍ, ລູກຂໍໂທດທີ່ບໍ່ໄດ້ສະແດງປະຈັກພະຍານ ໃນມື້ນີ້—ແຕ່ລູກຮັກແມ່ເດີ.” ຂະນະທີ່ພວກເຮົາໄປກິນເຂົ້າທ່ຽງ, ຂ້າພະເຈົ້າໄດ້ຄິດວ່າ ມັນເປັນຖ້ອຍຄຳທີ່ໜ້າສົນໃຈ. ສະນັ້ນຂ້າພະເຈົ້າຈຶ່ງນັ່ງລົງ, ແລະ ໄດ້ຂຽນຂໍ້ຄວາມ ທີ່ວ່າ, “ປະທານແນວສັນເອີຍ, ຂ້າພະເຈົ້າຂໍໂທດທີ່ບໍ່ໄດ້ກ່າວຄຳປາໄສ ໃນມື້ນີ້—ແຕ່ຂ້າພະເຈົ້າຮັກທ່ານເດີ.” ແຕ່ຂ້າພະເຈົ້າຮູ້ສຶກບໍ່ສະບາຍໃຈ. ສະນັ້ນຂ້າພະເຈົ້າຈຶ່ງມາຢືນຢູ່ນີ້, ແລະ ດີໃຈທີ່ຈະກ່າວຕື່ມໃສ່ກັບສິ່ງທີ່ໄດ້ກ່າວຜ່ານມາແລ້ວ ຢູ່ໃນກອງປະຊຸມພາກນີ້.
ຫລາຍປີມາແລ້ວ ຂ້າພະເຈົ້າໄດ້ເດີນທາງດ້ວຍຍົນນ້ອຍ ໂດຍມີນັກບິນທີ່ໄດ້ຮັບໃບປະກາດໃໝ່ເປັນຄົນຂັບ. ໃນຕອນທ້າຍຂອງຖ້ຽວບິນ, ພວກເຮົາກໍພ້ອມທີ່ຈະລົງຈອດ. ແຕ່ເມື່ອໃກ້ຈະຮອດດິນ ຂ້າພະເຈົ້າໄດ້ຍິນສຽງສັນຍານ ໃນຫ້ອງນັກບິນເຕືອນວ່າ “ບິນຂຶ້ນສູງອີກ.” ນັກບິນໃໝ່ ຫລຽວເບິ່ງນັກບິນທີ່ຊຽນແລ້ວ ແຕ່ເພິ່ນຊີ້ມືລົງລຸ່ມ, ໃຫ້ໄປໄກຈາກທາງແລ່ນເຮືອບິນ, ແລ້ວສັ່ງວ່າ, “ດຽວນີ້!”
ແລ້ວ ຍົນພວກເຮົາກໍໄດ້ຍ້າຍໄປທາງຊ້າຍ ແລະ ລົງລຸ່ມຢ່າງໄວວາ ແລ້ວມຸ່ງລົງສູ່ລະດັບທີ່ເໝາະສົມ ໃນທ່າລົງຈອດ ແລ້ວຍົນມາເຖິງຈຸດໝາຍດ້ວຍຄວາມປອດໄພ. ທີຫລັງມາ ຈຶ່ງຮູ້ວ່າຍົນອີກລຳໜຶ່ງຕຽມຈະບິນອອກໄປ. ຖ້າພວກເຮົາເຮັດຕາມຄຳເຕືອນຕອນນັ້ນ ຍົນກໍຈະບິນໄປຕຳກັນ ແທນທີ່ຈະຢູ່ຫ່າງໆຈາກຍົນທີ່ຈະບິນອອກນັ້ນ. ປະສົບການນີ້ເປັນບົດຮຽນສອງຢ່າງໃຫ້ຂ້າພະເຈົ້າຄື: ສິ່ງທຳອິດແມ່ນ ເວລາທີ່ວິກິດໃນຊີວິດຂອງເຮົາ ເຮົາຈະໄດ້ຍິນສຽງຫລາຍສຽງ ດຶງດູດຄວາມສົນໃຈຂອງເຮົາ. ແລະ ທີສອງແມ່ນ ມັນສຳຄັນຫລາຍທີ່ເຮົາຈະຟັງຜູ້ທີ່ຖືກຕ້ອງກວ່າ.
ສຽງທີ່ແຂ່ງກັນ
ເຮົາຢູ່ໃນໂລກທີ່ເຕັມໄປດ້ວຍສຽງ ທີ່ຈະຍາດຄວາມສົນໃຈຂອງເຮົາໄປ. ເມື່ອມີຂ່າວຕ່າງໆ, ຂໍ້ຄວາມທາງທວີດ, ບລອກ, ພອດແຄັສ, ແລະ ຄຳເຕືອນຈາກອາເລັກຊ່າ, ສິຣິ ແລະ ທາງອື່ນໆ ເຮົາກໍບໍ່ຮູ້ວ່າ ຈະເຊື່ອທາງໃດດີ. ບາງເທື່ອເຮົາກໍວານມວນຊົນຊ່ວຍເຮົາໃນຊີວິດ, ໂດຍຄິດວ່າຄົນສ່ວນຫລາຍ ຈະເປັນແຫລ່ງຄວາມຈິງທີ່ດີທີ່ສຸດ. ບາງເທື່ອເຮົາກໍຈະ “ລັງເລ … ຢູ່ລະຫວ່າງຄວາມເຫັນສອງທາງ,”1 ເລືອກທີ່ຈະ “ບໍ່ເອົາເຢັນ ຫລື ຮ້ອນ.”2 ບາງເທື່ອ ເຮົາກໍຈະເຮັດຍ້ອນຄວາມສະດວກ, ແນໃສ່ສຽງດຽວ ຫລື ສິ່ງດຽວທີ່ຈະນຳທາງເຮົາ, ຫລື ອາໄສແຕ່ຄວາມສາມາດນຶກຄິດຂອງຕົນເອງ.
ວິທີເຫລົ່ານີ້ອາດຊ່ວຍໄດ້ ແຕ່ປະສົບການໄດ້ສອນໃຫ້ຮູ້ວ່າ ມັນອາດບໍ່ເປັນສິ່ງທີ່ເຮົາອາໄສໄດ້ສະເໝີໄປ. ສິ່ງທີ່ນິຍົມກັນ ຈະບໍ່ແມ່ນສິ່ງດີທີ່ສຸດສະເໝີໄປ. ການລັງເລໃຈໃນສອງທາງຈະບໍ່ພາເຮົາໄປຮອດໃສ. ຄວາມສະດວກສະບາຍ ແທບຈະບໍ່ໄດ້ນຳເຮົາໄປສູ່ສິ່ງທີ່ສຳຄັນກວ່າ. ຖ້າຟັງແຕ່ຝ່າຍດຽວ ຫລື ເລື່ອງດຽວ ເຮົາກໍຈະບໍ່ເຫັນທາງອື່ນ. ແລະ ການອາໄສແຕ່ຄວາມນຶກຄິດຂອງຕົນເອງ ສາມາດເຮັດໃຫ້ເຮົາຫລົງຄິດວ່າຕົນເອງສະຫລາດເກີນຄົນອື່ນ. ຖ້າເຮົາບໍ່ລະວັງ ເຮົາຈະຫລົງກົນສຽງມານຍາ ທີ່ພາໃຫ້ເຮົາຫ່າງຈາກສູນກາງແຫ່ງພຣະກິດຕິຄຸນ ໄປຫາບ່ອນທີ່ຂາດສັດທາ, ແລະ ແລ້ວເຮົາຈະຮູ້ສຶກມີຄວາມອ້າງວ້າງ, ຂົມຂື່ນ, ແລະ ບໍ່ພໍໃຈ ເພີ່ມຂຶ້ນ.
ຟັງສຽງທີ່ມີມານຍາ
ຂໍໃຫ້ຂ້າພະເຈົ້າສາທິດໃຫ້ເບິ່ງວ່າ ຂ້າພະເຈົ້າໝາຍຄວາມວ່າແນວໃດ ໂດຍການໃຊ້ການປຽບທຽບ ແລະ ຕົວຢ່າງຈາກພຣະຄຳພີ. ໂດຍທົ່ວໄປແລ້ວ ນັກປີນພູຈະເວົ້າເຖິງລະດັບຄວາມສູງເໜືອ 8,000 ແມັດ ວ່າເປັນ “ເຂດຕາຍ” ເພາະວ່າລະດັບສູງພຽງນັ້ນ ແມ່ນບໍ່ມີອາກາດຫາຍໃຈເພື່ອປະທັງຊີວິດໄດ້. ຍັງມີການປຽບທຽບທາງວິນຍານ ໃສ່ກັບເຂດຕາຍອີກ. ຖ້າຢູ່ແຕ່ໃນບ່ອນທີ່ຂາດສັດທາ, ກໍຈະປະກົດວ່າ ມີສຽງທີ່ຫວັງດີຕ່າງໆ ມາຫຸ້ມຍາດອາກາດທາງວິນຍານຂອງເຮົາໄປ.
ໃນພຣະຄຳພີມໍມອນ, ເຮົາໄດ້ອ່ານວ່າ ຄໍຣີຫໍ ກໍມີປະສົບການແບບນັ້ນ. ລາວດີໃຈທີ່ຄົນນິຍົມລາວຫລາຍ ຍ້ອນວ່າຄົນທີ່ມັກຕັນຫາມັກການສັ່ງສອນຂອງລາວ ເພາະວ່າ “ພໍໃຈໃຫ້ແກ່ຈິດໃຈແຫ່ງກາມມະລົມ.”3 ລາວເວົ້າວ່າ ພໍ່ແມ່ ແລະ ສາດສະດາໄດ້ສິດສອນ ປະເພນີທີ່ໂງ່ຈ້າ ເພື່ອຈຳກັດສິດ ແລະ ໃຫ້ເຂົາເຈົ້າຕົກຢູ່ໃນຄວາມໂງ່ຈ້າ ຕະຫລອດໄປ.4 ລາວໄດ້ໂຕ້ແຍ້ງວ່າປະຊາຊົນຄວນມີສິດເຮັດຫຍັງຕາມໃຈຕົນເອງໄດ້ ເພາະວ່າກົດນັ້ນບໍ່ວິເສດຫຍັງ ມັນເປັນພຽງກົດບັງຄັບ ທີ່ວາງໄວ້ຊື່ໆ.5 ລາວເຊື່ອວ່າ ຄວາມເຊື່ອໃນການຊົດໃຊ້ຂອງພຣະເຢຊູຄຣິດ ແມ່ນ “ຍ້ອນຄົນຈິດໃຈບ້າໆ” ຄິດຂຶ້ນມາ ທີ່ເຊື່ອວ່າມີພຣະເຈົ້າ ແຕ່ພຣະອົງບໍ່ມີແທ້ ເພາະບໍ່ມີຜູ້ໃດເຫັນ ພຣະອົງເລີຍ.6
ໂຄຣິຫໍ ສ້າງຄວາມວຸ້ນວາຍຫລາຍຈົນວ່າ ລາວໄດ້ຖືກຈັບມາຢູ່ຕໍ່ໜ້າ ຫົວໜ້າຜູ້ຕັດສິນ ແລະ ມະຫາປະໂລຫິດ. ລາວໄດ້ລຸກຂຶ້ນ “ໃຊ້ຄຳເວົ້າທີ່ຮຸນແຮງ” ຢູ່ບ່ອນນັ້ນ ທັງຍັງໄດ້ໝິ່ນປະໝາດພວກຜູ້ນຳ ແລະ ສັ່ງໃຫ້ສະແດງເຄື່ອງໝາຍ. ແລ້ວລາວກໍເຫັນເຄື່ອງໝາຍນັ້ນ. ຄື ລາວຖືກສາບແຊ່ງໃຫ້ປາກກືກ. ໂຄຣິຫໍ ສຳນຶກໄດ້ວ່າລາວຖືກຫລອກລວງ ແລະ ລາວຄິດເຖິງຄວາມຈິງລ້ຳເລີດທີ່ຕົນໄດ້ປະຖິ້ມ, ແລ້ວລາວຮ້ອງ ຟູມຟາຍວ່າ “ຂ້າພະເຈົ້າຮູ້ຢູ່ຕະຫລອດ.”7
ແລ້ວ ຄໍຣິຫໍ ໄດ້ທ່ຽວຂໍທານກິນ ຈົນລາວຖືກກຸ່ມຊາວໂຊລຳຢຽບຕາຍ.8 ຖ້ອຍຄຳສຸດທ້າຍໃນເລື່ອງຂອງລາວ ໄດ້ເຕືອນເຮົາວ່າ: “ແລະ ພວກເຮົາເຫັນໄດ້ວ່າ ມານຈະບໍ່ຄ້ຳຊູລູກຫລານຂອງມັນໃນວັນສຸດທ້າຍ, ແຕ່ມັນຈະລາກພວກເຂົາລົງນະລົກຢ່າງວ່ອງໄວ.”9
ສຽງທີ່ຖືກຕ້ອງ
ຍ້ອນພຣະບິດາເທິງສະຫວັນຂອງເຮົາຢາກໃຫ້ເຮົາໄດ້ດີ, ພຣະອົງຈຶ່ງເຮັດໃຫ້ເຮົາໄດ້ຍິນສຸລະສຽງຂອງພຣະອົງ. ສ່ວນຫລາຍແລ້ວ, ພວກເຮົາຈະໄດ້ຍິນສຸລະສຽງຂອງພຣະອົງ ຜ່ານທາງພຣະວິນຍານບໍລິສຸດ. ຈົ່ງຈື່ຈຳວ່າ, ພຣະອົງເປັນສະມາຊິກອົງທີສາມ ຢູ່ໃນຝ່າຍພຣະເຈົ້າ. ພຣະອົງເປັນພະຍານເຖິງພຣະບິດາ ແລະ ພຣະບຸດ,10 ຖືກສົ່ງມາໃຫ້ “ສອນທຸກຢ່າງແກ່ [ເຮົາ],”11 ແລະ ຈະ “ສະແດງທຸກຢ່າງໃຫ້ [ເຮົາ] ເຫັນວ່າ [ເຮົາ] ຄວນເຮັດແນວໃດ.”12
ພຣະວິນຍານເວົ້າກັບຄົນທັງຫລາຍໃນຫລາຍວິທີຕ່າງກັນ ແລະ ພຣະອົງອາດເວົ້າກັບຄົນດຽວກັນ ໃນຫລາຍວິທີຕ່າງກັນແຕ່ລະເທື່ອ. ດ້ວຍເຫດນີ້, ການຮຽນຮູ້ຫລາຍວິທີທີ່ພຣະອົງເວົ້ານຳເຮົາ ແມ່ນການຮຽນຮູ້ຕະຫລອດຊີວິດ. ບາງເທື່ອ, ພຣະອົງບອກເຮົາໃນ “ຄວາມຄິດ ແລະ ໃນໃຈ [ເຮົາ]”13 ຊຶ່ງເປັນສຽງເບົາ, ແຕ່ເປັນສຽງມີພະລັງແຮງ ປານສຽບແທງກາງໃຈ “ຂອງເຂົາເຈົ້າ.”14 ບາງເທື່ອ ທ່າທາງຂອງພຣະອົງ “ຕິດໃຈ [ເຮົາ]” ຫລື “ຝັງ … ໃຈ [ເຮົາ].”15 ບາງເທື່ອ ຊວງເອິກຂອງເຮົາຈະ “ຮ້ອນຮົນ.”16 ແຕ່ບາງເທື່ອ ພຣະອົງເຮັດໃຫ້ຈິດວິນຍານເຮົາຊື່ນຊົມ ແລະ ດີໃຈ,17 ຫລື ໂຜດໃຫ້ເຮົາມີຄວາມສະຫງົບຈິດໃຈ.18
ການຊອກຫາສຸລະສຽງຂອງພຣະອົງ
ເຮົາຈະໄດ້ຍິນສຸລະສຽງຂອງພຣະບິດາຂອງເຮົາ ໃນຫລາຍໆບ່ອນ. ເຮົາຈະໄດ້ຍິນສຸລະສຽງພຣະອົງ ເມື່ອເຮົາອະທິຖານ, ສຶກສາພຣະຄຳພີ, ໄປໂບດ, ມີສ່ວນຮ່ວມໃນການສົນທະນາຢ່າງຊື່ສັດ, ຫລື ໄປພຣະວິຫານ. ແນ່ນອນແລ້ວ ເຮົາຈະໄດ້ຍິນສຸລະສຽງຂອງພຣະອົງ ໃນກອງປະຊຸມໃຫຍ່ ໃນທ້າຍອາທິດນີ້ເອງ.
ມື້ນີ້ ພວກເຮົາໄດ້ສະໜັບສະໜູນຊາຍ 15 ຄົນ ໃນການເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ. ຝ່າຍຈິດວິນຍານ ແລະ ປະສົບການຂອງພວກເພິ່ນ ໄດ້ເຮັດໃຫ້ພວກເພິ່ນມີທັດສະນະທີ່ເປັນເອກະລັກ ທີ່ພວກເຮົາຕ້ອງການ. ຂ່າວສານຂອງພວກເພິ່ນແມ່ນຫາໄດ້ງ່າຍ ແລະ ມັນແຈ່ມແຈ້ງດີ. ພວກເພິ່ນບອກເຮົາເຖິງສິ່ງທີ່ພຣະເຈົ້າປະສົງໃຫ້ເຮົາຮູ້, ບໍ່ວ່າຄົນຈະນິຍົມ ຫລືບໍ່ກໍຕາມ.19
ການສະແຫວງຫາສຸລະສຽງຂອງພຣະອົງໃນບ່ອນໃດໜຶ່ງ ຈາກບ່ອນເຫລົ່ານີ້ແມ່ນດີ ແຕ່ຖ້າສະແຫວງຫາໃນຫລາຍໆບ່ອນແຮ່ງດີ. ເມື່ອເຮົາໄດ້ຍິນແລ້ວ, ເຮົາຕ້ອງເຮັດຕາມສິ່ງທີ່ບອກໄປນັ້ນ. ອັກຄະສາວົກ ຢາໂກໂບ ໄດ້ກ່າວວ່າ, “ຢ່າພຽງແຕ່ຟັງພຣະຄຳເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມພຣະຄຳນັ້ນ.”20 ແລະ ປະທານທອມມັສ ແອັສ ມອນສັນ ເຄີຍສອນວ່າ: “ເຮົາເບິ່ງ. ເຮົາລໍຖ້າ. ເຮົາຟັງສຽງທີ່ແຜ່ວເບົາ. ເມື່ອມີສຽງນັ້ນ, ຊາຍ ແລະ ຍິງທີ່ສະຫລາດທັງຫລາຍກໍເຊື່ອຟັງ.”21
ເມື່ອການຊີ້ນຳມາເຖິງຊ້າ
ໃນອາຊີບຂອງຂ້າພະເຈົ້າເມື່ອກ່ອນ, ຊິດສະເຕີ ໂຮເມີ ແລະ ຂ້າພະເຈົ້າໄດ້ຖືກຂໍໃຫ້ຍອມຮັບການປ່ຽນວຽກ. ຕອນນັ້ນ ພວກເຮົາຄິດວ່າ ມັນເປັນການຕັດສິນໃຈທີ່ ສຳຄັນ. ພວກເຮົາໄດ້ໄຕ່ຕອງ, ຖືສິນອົດເຂົ້າ, ແລະ ອະທິຖານ ແຕ່ໄດ້ຮັບຄຳຕອບຊ້າ. ສຸດທ້າຍ, ພວກເຮົາເລີຍຕັດສິນໃຈເດີນໄປຂ້າງໜ້າ. ເມື່ອຕັດສິນໃຈແລ້ວ, ກໍອຸ່ນໃຈ ແລະ ຮູ້ວ່ານັ້ນເປັນການຕັດສິນໃຈ ອັນດີທີ່ສຸດ ທີ່ພວກເຮົາເຄີຍເຮັດມາ.
ຍ້ອນແນວນັ້ນ, ພວກເຮົາຈຶ່ງຮູ້ວ່າ ບາງເທື່ອພວກເຮົາກໍຈະໄດ້ຮັບຄຳຕອບຊ້າ. ມັນເປັນແນວນີ້ ຍ້ອນມັນຍັງບໍ່ເຖິງເວລາເທື່ອ, ເພາະບໍ່ຈຳເປັນຕ້ອງໄດ້ຮັບຄຳຕອບ, ຫລື ເພາະພຣະເຈົ້າໄວ້ວາງໃຈເຮົາໃຫ້ຕັດສິນໃຈເອງ. ແອວເດີ ຣິເຈີດ ຈີ ສະກາດ ເຄີຍສອນວ່າ ເຮົາຄວນມີຄວາມກະຕັນຍູສຳລັບເວລານັ້ນ ແລະ ເພິ່ນໃຫ້ສັນຍາວ່າ: “ເມື່ອທ່ານໃຊ້ຊີວິດຢ່າງມີຄ່າຄວນ ແລະ ການເລືອກຂອງທ່ານສອດຄ່ອງກັບການສິດສອນຂອງພຣະຜູ້ຊ່ວຍໃຫ້ລອດ ແລ້ວທ່ານຕ້ອງປະຕິບັດ, ແລະ ເຮັດຕາມດ້ວຍຄວາມໄວ້ວາງໃຈ. … ພຣະເຈົ້າຈະບໍ່ປ່ອຍໃຫ້ທ່ານໄປໄກເກີນໄປ ໂດຍທີ່ບໍ່ມີສັນຍານເຕືອນ ເມື່ອທ່ານຕັດສິນໃຈຜິດ.”22
ເຮົາຕ້ອງເລືອກ
ດັ່ງນັ້ນ ເຮົາຕ້ອງຕັດສິນໃຈວ່າ ໃນຈຳນວນສຽງຕ່າງໆ ເຮົາຈະເລືອກຟັງສຽງໃດ. ເຮົາຈະເຮັດຕາມສຽງທີ່ບໍ່ໜ້າເຊື່ອຖື ທີ່ທາງໂລກເລືອກໃຫ້ເຮົາ ຫລື ເຮົາຈະເຮັດວຽກທີ່ຕ້ອງເຮັດ ເພື່ອໃຫ້ສຸລະສຽງຂອງພຣະບິດາຂອງເຮົາ ເປັນສິ່ງນຳທາງເຮົາໃນການຕັດສິນໃຈ ແລະ ປົກປ້ອງເຮົາຈາກໄພອັນຕະລາຍນັ້ນ? ຖ້າເຮົາໝັ່ນສະແຫວງຫາສຸລະສຽງຂອງພຣະອົງ ເຮົາກໍຈະຟັງສຸລະສຽງຂອງພຣະອົງອອກງ່າຍຂຶ້ນ. ບໍ່ແມ່ນຍ້ອນສຸລະສຽງຂອງພຣະອົງດັງແຮງຂຶ້ນ ແຕ່ວ່າຍ້ອນເຮົາຟັງອອກດີຂຶ້ນ. ພຣະຜູ້ຊ່ວຍໃຫ້ລອດໄດ້ສັນຍາວ່າ ຖ້າເຮົາ “ເຮັດຕາມຫລັກທຳ [ຂອງພຣະອົງ] ແລະ ເຊື່ອຟັງຄຳແນະນຳ [ຂອງພຣະອົງ],” ແລ້ວພຣະອົງ “ຈະປະທານໃຫ້ [ເຮົາ]ຕື່ມອີກ.”23 ຂ້າພະເຈົ້າ ເປັນພະຍານວ່າ ຄຳສັນຍານີ້ເປັນຄວາມຈິງ—ສຳລັບເຮົາແຕ່ລະຄົນ.
ເກືອບໜຶ່ງປີຜ່ານມາແລ້ວ, ພວກເຮົາສູນເສຍອ້າຍຂອງຂ້າພະເຈົ້າ ໃນອຸບັດເຫດລົດຕຳກັນທີ່ເສົ້າສະຫລົດໃຈ. ຊີວິດຕອນຍັງນ້ອຍຂອງອ້າຍຈອນ ເຕັມໄປດ້ວຍຄວາມຫວັງ ແລະ ຄວາມສຳເລັດ. ແຕ່ເມື່ອໃຫຍ່ຂຶ້ນມາ, ລາວເຈັບອອດໆແອດໆ ແລະ ທັງໃຈບໍ່ເອົາແນ່ ເຮັດໃຫ້ຊີວິດຂອງລາວລຳບາກຫລາຍ. ເຖິງແມ່ນວ່າຄວາມເຈັບປ່ວຍບໍ່ຫາຍຕາມທີ່ລາວຫວັງໄວ້ໃນຊີວິດນີ້ ອ້າຍຈອນ ຍັງຢຶດໝັ້ນໃນສັດທາ, ຕັ້ງໃຈອົດທົນ, ຕາບໃດທີ່ທົນໄດ້ຈົນເຖິງທີ່ສຸດ.
ຂ້າພະເຈົ້າຮູ້ວ່າ ອ້າຍຈອນບໍ່ດີພ້ອມ, ແຕ່ຂ້າພະເຈົ້າຢາກຮູ້ວ່າ ຍ້ອນຫຍັງລາວຈຶ່ງອົດທົນໄດ້ດີແທ້. ລາວຖືກເຊື້ອເຊີນໃຫ້ໄປຮ່ວມໃນຫລາຍກຸ່ມທີ່ດູຖູກ ແລະ ບໍ່ເຊື່ອໃນຫລັກທຳ ແຕ່ລາວບໍ່ໄປ. ແຕ່ລາວເອົາສູນກາງແຫ່ງພຣະກິດຕິຄຸນເປັນທີ່ຢຶດໝັ້ນໃນຊີວິດຂອງລາວ. ລາວໄດ້ໃຊ້ຊີວິດຕາມນັ້ນ ເພາະລາວຮູ້ວ່າ ລາວຈະໄດ້ຍິນສຸລະສຽງຂອງພຣະອາຈານຂອງລາວຢູ່ບ່ອນນັ້ນ; ລາວໃຊ້ຊີວິດຕາມນັ້ນ ເພາະລາວຮູ້ວ່າ ລາວຈະໄດ້ຮັບຄຳສອນຕາມນັ້ນ.
ສະຫລຸບ
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຂໍເປັນພະຍານວ່າ ຢູ່ໃນໂລກທີ່ມີແຕ່ສຽງທີ່ແຂ່ງກັນ ພຣະບິດາເທິງສະຫວັນຂອງເຮົາໄດ້ຫາທາງເຮັດໃຫ້ເຮົາ ໄດ້ຍິນສຸລະສຽງຂອງພຣະອົງ ແລະ ຕິດຕາມພຣະອົງໄປ. ຖ້າເຮົາພາກພຽນ, ພຣະອົງ ແລະ ພຣະບຸດຂອງພຣະອົງຈະບອກທາງທີ່ເຮົາສະແຫວງຫາ, ໃຫ້ພະລັງ, ແລະ ຄວາມສຸກທີ່ເຮົາຕ້ອງການ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.