​2010–2019
ຕາ​ແຫ່ງສັດທາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ຕາ​ແຫ່ງສັດທາ

ຖ້າ​ເຮົາ​ເລືອກ​ເຮັດ​ຕາມ​ພຽງແຕ່ສ່ວນ​ໃດ​ສ່ວນ​ໜຶ່ງ ຢູ່​ໃນ​ໃບ​ປະ​ກາດ​ເທົ່າ​ນັ້ນ, ເຮົາ​ຈະ​ເຫັນ​ພາບ​ນິ​ລັນ​ດອນ ແບບບໍ່ແຈ້ງ​ຊັດ, ທີ່​ໃຫ້​ຄວາມ​ສຳ​ຄັນ​ແກ່​ປະ​ສົບ​ການ​ຂອງ​ເຮົາ​ໃນ​ທີ່ນີ້ ແລະ ໃນ​ເວ​ລານີ້ ຫລາຍ​ເກີນ​ໄປ.

ບໍ່​ດົນ​ກ່ອນ​ການ​ຄຶງ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ຖືກ​ພາ​ໄປ​ຫາ​ປີ​ລາດ ຢູ່​ສານ. “ເຈົ້າ​ເປັນ​ກະ​ສັດ​ຂອງ​ຊາວ​ຢິວ​ບໍ?” ປີລາດ​ໄດ້​ຖາມ​ ແບບຜູ້​ມີ​ອຳ​ນາດ. ພຣະ​ເຢ​ຊູ​ໄດ້​ຕອບ​ວ່າ: “ອາ​ນາ​ຈັກ​ຂອງ​ເຮົາ​ບໍ່​ເປັນ​ຂອງ​ໂລກ. … ເຮົາ [ໄດ້​ມາ] ສູ່​ໂລກນີ້, ກໍ​ເພື່ອ​ເປັນ​ພະ​ຍານ​ [ເຖິງ]​ ຄວາມ​ຈິງ. ທຸກ​ຄົນ​ທີ່​ຢູ່​ຝ່າຍ​ຄວາມ​ຈິງ ກໍ​ຍ່ອມ​ຟັງ​ສຽງ​ຂອງ​ເຮົາ.”

ປີ​ລາດ​ໄດ້​ຖາມ​ແບບ​ເຍາະ​ເຍີ້ຍ​ວ່າ, “ຄວາມ​ຈິງນັ້ນ​ແມ່ນ​ຫຍັງ?”1

ໃນ​ໂລກ​ປະ​ຈຸ​ບັນ, ຄຳ​ຖາມ​ທີ່​ວ່າ “ຄວາມ​ຈິງນັ້ນ​ແມ່ນ​ຫຍັງ?” ອາດ​ສັບ​ສົນ​ຫລາຍ​ສຳ​ລັບ​ຜູ້​ທີ່ບໍ່​ເຊື່ອ​ເລື່ອງ​ສາດ​ສະ​ໜາ.

ເມື່ອ​ຄົ້ນ​ຫາ “ຄວາມ​ຈິງນັ້ນ​ແມ່ນ​ຫຍັງ?” ຢູ່​ໃນ ກູ​ເກິນ, ມັນ​ມີ​ຢູ່ຢ່າງ​ຫລວງ​ຫລາຍ. ເຮົາ​ມີ​ຂໍ້​ມູນ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ມື​ຖື ຫລາຍກວ່າ​ປຶ້ມ​ທັງ​ໝົດ​ທີ່ຢູ່​ໃນ​ຫໍ​ສະ​ໝຸດຊ້ຳ​ອີກ. ເຮົາ​ໃຊ້​ຊີ​ວິດ​ຢູ່​ກັບ​ຂໍ້​ມູນ ແລະ ຄວາມ​ຄິດ​ຄວາມ​ເຫັນ ທີ່​ລົ້ນ​ເຫລືອ. ສຽງ​ທີ່​ຊັກ​ຊວນ ແລະ ດຶງ​ດູດ​ໃຈ ກໍ​ດັງ​ສະ​ນັ່ນ​ຢູ່​ອ້ອມ​ຮອບຕົວ​ເຮົາ.

ເມື່ອ​ເຕັມ​ໄປ​ດ້ວຍ​ຄວາມ​ສັບ​ສົນ​ໃນ​ປະ​ຈຸ​ບັນ, ຈຶ່ງ​ບໍ່​ແປກ​ໃຈ​ເລີຍ ທີ່​ຫລາຍ​ຄົນ​ໄດ້​ເຊື່ອຖ້ອຍ​ຄຳ​ທີ່ ໂປຼຕາ​ໂກຣາສ໌ ໄດ້​ກ່າວ​ກັບ ໂຊກະເຣ ຫລາຍກວ່າ 2,500 ປີ ມາ​ແລ້ວ ທີ່​ວ່າ: “ຄວາມ​ຈິງນັ້ນ​ແມ່ນ​ຫຍັງ ສຳ​ລັບ​ທ່ານ,” ເພິ່ນ​ເວົ້າ​ວ່າ, “ສິ່ງ​ໃດ​ທີ່​ເປັນ​ຄວາມ​ຈິງ​ສຳ​ລັບ​ທ່ານ, ສິ່ງນັ້ນ​ກໍ​ເປັນ​ຄວາມ​ຈິງ, ແລະ ສິ່ງ​ໃດ​ທີ່​ເປັນ​ຄວາມ​ຈິງ​ສຳ​ລັບ​ຂ້າ​ພະ​ເຈົ້າ, ສິ່ງນັ້ນ​ກໍ​ເປັນ​ຄວາມ​ຈິງ.”2

ຄວາມ​ຈິງ​ຜ່ານ​ທາງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ

ໂດຍ​ທີ່​ໄດ້​ຮັບ​ພອນ​ດ້ວຍ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຖ່ອມ​ຕົວ​ຫລາຍ​ທີ່​ມີ​ຫລາຍ​ສິ່ງ ທີ່ເປັນ​ຄວາມ​ຈິງ​ແທ້ໆ. ຄວາມ​ຈິງ​ນິ​ລັນ​ດອນ ແມ່ນ​ຄື​ກັນ​ໝົດ​ສຳ​ລັບ​ບຸດ ແລະ ທິ​ດາ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ.

ພຣະ​ຄຳ​ພີ​ສອນ​ວ່າ ຄວາມຈິງຄືຄວາມຮູ້ແຈ້ງເຖິງສິ່ງທີ່ເປັນຢູ່, ແລະ ດັ່ງທີ່ໄດ້ເປັນມາ, ແລະ ດັ່ງທີ່ຈະເປັນ.”3 ຄວາມ​ຈິງ​ມີ​ທັງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນແລ້ວ ແລະ ຍັງ​ບໍ່​ທັນ​ເກີດຂຶ້ນ​ເທື່ອ, ຂະ​ຫຍາຍ​ມຸມມອງ ໃນ​ປະ​ຈຸ​ບັນ​ຂອງ​ເຮົາ ອອກ​ຢ່າງກວ້າງ​ຂວາງ.

ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ.”4 ຄວາມ​ຈິງ​ສະ​ແດງ​ໃຫ້​ເຮົາ​ເຫັນ​ເສັ້ນ​ທາງ​ທີ່​ພາ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ, ແລະ ມັນ​ມາ​ເຖິງ​ພຽງ​ແຕ່​ໂດຍ ແລະ ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ເທົ່າ​ນັ້ນ. ມັນ​ບໍ່​ມີ​ທາງ​ອື່ນເລີຍ.

ພຣະ​ເຢ​ຊູ​ຄຣິດ​ສິດ​ສອນ​ເຮົາ ເຖິງວິ​ທີ​ທີ່​ຈະ​ດຳ​ລົງ​ຊີ​ວິດ ແລະ, ຜ່າ​ນ​ທາງ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ພຣະ​ອົງໄດ້​ສະ​ເໜີ​ໃຫ້​ອະ​ໄພ​ແກ່​ເຮົາ ຈາກ​ບາບ​ຂອງ​ເຮົາ ແລະ ໄດ້​ສະ​ເໜີ​ມອບຄວາມ​ອະ​ມະ​ຕະ ຫລັງ​ຈາກ​ຊີ​ວິດນີ້​ໃຫ້ແກ່​ເຮົາ. ສິ່ງນີ້​ເປັນ​ຄວາມ​ຈິງ​ອີ່​ຫລີ.

ພຣະ​ອົງສິດ​ສອນ​ເຮົາ​ວ່າ ມັນ​ບໍ່​ສຳ​ຄັນ ວ່າ​ເຮົາ​ຮັ່ງ​ມີ ຫລື ຍາກ​ຈົນ, ມີ​ຊື່​ສຽງ ຫລື ບໍ່​ມີ​ໃຜ​ຮູ້​ຈັກ, ມີ​ປະ​ສົບ​ການ​ຫລາຍ ຫລື ທຳ​ມະ​ດາ​ກໍ​ຕາມ. ແຕ່​ສິ່ງ​ທີ່​ເຮົາ​ສະ​ແຫວງ​ຫາ​ໃນ​ຊີ​ວິດນີ້​ແມ່ນ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ເລືອກ​ສິ່ງ​ທີ່​ດີ ແທນ​ສິ່ງ​ທີ່​ຊົ່ວ​ຮ້າຍ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ຂະ​ນະ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ວິ​ທີ​ການ​ໃໝ່​ເລື່ອງວິ​ທະ​ຍາ​ສາດ ແລະ ການ​ແພດ, ແຕ່​ຄວາມ​ຈິງ​ເລື່ອງ​ພຣະ​ເຈົ້າ ແມ່ນ​ຍິ່ງ​ໃຫຍ່ກວ່າ​ການ​ຄົ້ນ​ພົບ​ເຫລົ່າ​ນັ້ນ.

ກົງ​ກັນ​ຂ້າມ​ກັບ​ຄວາມ​ຈິງ​ນິ​ລັນ​ດອນ, ມັນ​ມີ​ການ​ຫລອກ​ລວງສະ​ເໝີ​ມາ ເພື່ອ​ກີດ​ກັນ​ລູກໆ​ຂອງ​ພຣະ​ເຈົ້າ​ຈາກ​ຄວາມ​ຈິງ​. ການ​ໂຕ້​ຖຽງ​ຂອງຜູ້​ປໍ​ລະ​ປັກ​ແມ່ນ​ເໝືອນ​ເດີມ​ສະ​ເໝີ​ໄປ. ໃຫ້​ເຮົາ​ມາ​ຟັງຖ້ອຍ​ຄຳ​ຈາກ 2,000 ປີກ່ອນ ທີ່​ວ່າ:

“[ເຈົ້າ] ບໍ່​ສາ​ມາດ​ຮູ້​ຈັກ​ສິ່ງ​ທີ່ [ເຈົ້າ] ບໍ່​ເຫັນ. … [ແມ່ນ​ຫຍັງ​ກໍ​ຕາມ​ທີ່​ຜູ້​ຄົນ​ເຮັດ​ໄປ​ນັ້ນ] ຈະ​ບໍ່​ມີ​ຄວາມ​ຜິດ​ເລີຍ.”

“[ພຣະ​ເຈົ້າ​ບໍ່​ໄດ້​ອວຍ​ພອນ​ເຈົ້າ​ດອກ, ແຕ່] ທຸກ​ຄົນ [ທຸກ​ໆຄົນ​ຮຸ່ງ​ເຮືອງ] ຕາມ​ຄວາມ​ສະ​ຫລາດ [ຂອງ​ຕົນ​ເອງ].”5

“ມັນ​ບໍ່​ມີ​ເຫດ​ຜົນ​ທີ່​ຄົນ​ຢ່າງ … ພຣະ​ຄຣິດ … [ຈະ] ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.”6

“[ສິ່ງ​ທີ່​ເຈົ້າ​ເຊື່ອ​ຖື ຄື​ວັດ​ທະ​ນະ​ທຳ​ທີ່​ໂງ່​ຈ້າ ແລະ ເປັນ] ຄວາມ​ຜິດ​ປົກ​ກະ​ຕິ​ຂອງ ​[ຈິດ​ໃຈ]​ເຈົ້າ.”7 ຟັງ​ແລ້ວກໍ​ຄື​ເວ​ລານີ້​ນໍ?

ດ້ວຍ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ, ພຣະ​ເຈົ້າ​ໄດ້​ມອບ​ວິ​ທີ​ທາງ​ໃຫ້​ເຮົາ ເພື່ອຮຽນ ແລະ ຮູ້​ເຖິງ​ຄວາມ​ຈິງ​ທາງວິນ​ຍານ​ທີ່​​ສຳ​ຄັນ: ເຮົາ​ຮຽນ​ຮູ້​ເຖິງ​ຄວາມ​ຈິງ​ຜ່ານ​ທາງ​ພຣະ​ຄຳ​ພີ​ສັກ​ສິດ, ການ​ອະ​ທິ​ຖານ​ສ່ວນ​ຕົວ, ປະ​ສົບ​ການ​ຂອງ​ເຮົາເອງ, ຜ່ານ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ມີ​ຊີ​ວິດ​ຢູ່, ແລະ ຜ່ານ​ທາງ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຜູ້​ສາ​ມາດ​ຊ່ວຍ​ເຮົາ​ໃຫ້ “ຮູ້​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ.”8

ຄວາມ​ຈິງ​ເປັນ​ການ​ຫລິງ​ເຫັນ​ທາງວິນ​ຍານ

ເຮົາ​ສາ​ມາດ​ຮູ້ຈັກ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ ເມື່ອ​ເຮົາ​ສະ​ແຫວງ​ຫາ​ສິ່ງ​ເຫລົ່າ​ນັ້ນ​ທາງ​ວິນ​ຍານ. ໂປ​ໂລ​ໄດ້​ກ່າວ​ວ່າ, “ບໍ່​ມີ​ຜູ້​ໃດ​ຮູ້​ພຣະ​ໄທ​ຂອງ​ພຣະ​ເຈົ້າ, ມີ​ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນທີ່​ຮູ້​ຈັກ. … [ເພາະ] ພວກ​ເຂົາ​ອາ​ໄສ​ວິນ​ຍານ.”9

ໃຫ້​ເຮົາ​ມາ​ເບິ່ງ​ຮູບ​ພາບນີ້ ທີ່​ແຕ້ມ​ໂດຍ ໄມໂກ ເມີຟີ. ຈາກ​ມຸມມອງນີ້, ທ່ານ​ອາດບໍ່​ຢາກ​ເຊື່ອ​ວ່າ ມັນ​ເປັນ​ຮູບ​ຕາ​ຂອງ​ມະ​ນຸດ. ແຕ່​ເມື່ອ​ທ່ານ​ເບິ່ງ​ແຕ່​ລະ​ຈຸດໆ ​ຢູ່​ໃນ​ຮູບນັ້ນ, ທ່ານ​ຈະ​ເຫັນ​ຄວາມ​ສວຍ​ງາມ ທີ່​ນັກ​ແຕ້ມ​ໄດ້​ສ້າງ​ຂຶ້ນ.

ເຊັ່ນ​ດຽວ​ກັນ, ເຮົາ​ເຫັນ​ຄວາມ​ຈິງ​ທາງວິນ​ຍານ​ຂອງ​ພຣະ​ເຈົ້າ ຜ່ານ​ທາງ​ມຸມມອງ​ຂອງ​ຕາ​ແຫ່ງ​ສັດ​ທາ. ໂປໂລ​ໄດ້​ກ່າວ​ວ່າ: “ມະນຸດ​ທີ່ມີ​ຈິດໃຈ​ທຳມະດາ​ຈະຮັບ​ສິ່ງ​ເຫລົ່ານັ້ນ ຊຶ່ງ​ເປັນຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ​ກໍບໍ່ໄດ້ ເພາະ​ພວກເຂົາ​ເຫັນວ່າ ສິ່ງ​ເຫລົ່ານີ້​ເປັນເລື່ອງ​ໂງ່​ສຳລັບ​ຕົນ ແລະ ບໍ່​ສາມາດ​ເຂົ້າໃຈ​ເພາະ​ວ່າ ທີ່ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ​ໄດ້ ກໍຕ້ອງ​ອາໄສ​ພຣະ​ວິນຍານ.”10

ພຣະ​ຄຳ​ພີ, ຄຳ​ອະ​ທິ​ຖານ​ຂອງ​ເຮົາ, ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ເຮົາ, ສາດ​ສະ​ດາ​ໃນ​ປະ​ຈຸ​ບັນ, ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ມຸມ​ມອງຂອງ​ຄວາມ​ຈິງທາງວິນ​ຍານ ທີ່ຈຳ​ເປັນສຳ​ລັບ​ການ​ເດີນ​ທາງ​ຢູ່​ເທິງ​ໂລກ​ຂອງ​ເຮົາ.

ການ​ປະ​ກາດ​ຜ່ານ​ທາງ​ຕາ​ແຫ່ງ​ສັດ​ທາ

ບັດ​ນີ້ ໃຫ້​ເຮົາມາ​ເບິ່ງ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ຜ່ານ​ທາງ​ຕາ​ແຫ່ງ​ສັດ​ທາ.

ປະ​ທານ​ກໍດອນ ບີ ຮິງລີ ໄດ້​ນຳ​ສະ​ເໜີ​ໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ດ້ວຍ​ຂໍ້​ຄວາມນີ້: “ໂດຍ​ທີ່​ມີ​ການ​ເວົ້າ​ໂຕ້​ແຍ້ງ​ກັນ​ຫລາຍ ເລື່ອງ​ຄວາມ​ຈິງ, ໂດຍ​ທີ່​ມີ​ການ​ຫລອກ​ລວງ​ຫລາຍ ເລື່ອງ​ມາດ​ຕະ​ຖານ ແລະ ຄຸນ​ຄ່າ, ໂດຍ​ທີ່​ມີ​ສິ່ງ​ດຶງ​ດູດ​ໃຈ ແລະ ລໍ້​ໃຈ​ຢ່າງ​ຫລວງ​ຫລາຍ ເພື່ອ​ໃຫ້​ຮັບ​ເອົາ​ຄວາມ​ດ່າງ​ພ້ອຍ​ຂອງ​ໂລກ ຢ່າງ​ຊ້າໆ, ພວກ​ເຮົາ​ຈຶ່ງ​ຮູ້​ສຶກ​ວ່າ ຕ້ອງ​ໄດ້​ເຕືອນ [ພວກທ່ານ].”11

ໃບ​ປະ​ກາດ​ເລີ່ມ​ຕົ້ນ​ດ້ວຍ: “ມະນຸດ​ທຸກຄົນ—ຊາຍ ແລະ ຍິງ—ໄດ້ຖືກ​ສ້າງຂຶ້ນ​ຕາມຮູບຮ່າງ​ລັກສະນະ​ຂອງພຣະເຈົ້າ. ແຕ່​ລະ​ຄົນ​ກໍ​ເປັນ​ບຸດ ຫລື ທິ​ດາ​ທາງ​ວິນ​ຍານ ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ ແລະ ເມື່ອ​ເປັນ​ເຊັ່ນ​ນັ້ນ, ເຮົາ​ແຕ່​ລະ​ຄົນ​ຈຶ່ງ​ມີ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ມີ​ຈຸດ​ໝາຍ​ປາຍ​ທາງ.”

ນີ້​ຄື​ຄວາມ​ຈິງ​ນິ​ລັນ​ດອນ. ທ່ານ ແລະ ຂ້າ​ພະ​ເຈົ້າ ບໍ່​ແມ່ນ​ອຸ​ປະ​ຕິ​ເຫດ​ຈາກ​ທຳ​ມະ​ຊາດ.

ຂ້າ​ພະ​ເຈົ້າ​ມັກ​ຖ້ອຍ​ຄຳ​ເຫລົ່າ​ນີ້: “ຢູ່​ໃນ​ໂລກ​ກ່ອນ​ໂລກ​ມະ​ຕະ, ບຸດ ແລະ ທິ​ດາ​ທາງວິນ​ຍານ ຮູ້ ແລະ ນະ​ມັດ​ສະ​ການ​ພຣະ​ເຈົ້າ ວ່າ​ເປັນ​ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຂົາ​ເຈົ້າ ແລະ ໄດ້​ຮັບ​ເອົາ​ແຜນ​ຂອງ​ພຣະ​ອົງ.”12

ເຮົາ​ມີ​ຊິ​ວິດ​ຢູ່​ກ່ອນ​ໄດ້​ມາ​ເກີດ. ເອ​ກະ​ລັກ​ສະ​ເພາະ​ຂອງ​ເຮົາ​ໄດ້​ຖືກ​ເອົາ​ໃສ່ໄວ້ ໃນ​ຕົວ​ເຮົາແລ້ວ​ຕະ​ຫລອດ​ການ. ໃນ​ທາງ​ທີ່​ເຮົາ​ບໍ່​ເຂົ້າ​ໃຈ​ຢ່າງ​ຄັກ​ແນ່, ວິນ​ຍານ​ຂອງ​ເຮົາ​ທີ່​ເຕີບ​ໂຕ​ຢູ່​ທີ່ນັ້ນ ເປັນ​ອິດ​ທິ​ພົນ​ຕໍ່​ເຮົາ​ຢູ່​ໃນ​ໂລກນີ້.13 ເຮົາ​ໄດ້​ຮັບ​ເອົາ​ແຜນ​ຂອງ​ພຣະ​ເຈົ້າ. ເຮົາ​ຮູ້​ວ່າ​ເຮົາ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ເຈັບ​ປວດ, ແລະ ໂສກ​ເສົ້າ ຢູ່​ໃນ​ໂລກນີ້.14 ເຮົາ​ກໍ​ຍັງ​ຮູ້​ອີກວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສະ​ເດັດ​ມາ ແລະ ເມື່ອ​ເຮົາ​ພິ​ສູດ​ຕົວ​ເອງວ່າ ເຮົາມີ​ຄຸນ​ຄ່າ​ພໍ, ແລ້ວ​ເຮົາ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ, ມີ “ລັດ​ສະ​ໝີ​ພາບ​ເພີ່ມ​ເຕີມ​ໃສ່​ເທິງ​ຫົວ​ຂອງ [ເຮົາ] ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ.”15

ການ​ປະ​ກາດ​ນັ້ນບອກວ່າ: “ພວກ​ເຮົາ​ຂໍ​ປະ​ກາດ​ວ່າ ມະ​ນຸດ​ຖືກ​ສ້າງ​ຂຶ້ນ​ມາ​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຈັດ​ແຕ່ງ​ໄວ້. ພວກ​ເຮົາ​ຂໍ​ຢືນ​ຢັນ​ເຖິງ​ຄວາມ​ສັກ​ສິດ​ຂອງ​ຊີ​ວິດ ແລະ ເຖິງ​ຄວາມ​ສຳ​ຄັນ​ຂອງ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ.”

ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ ຊຸກ​ຍູ້​ສາ​ມີ​ພັນ​ລະ​ຍາ​ໃຫ້​ນຳ​ລູກໆ​ມາ​ສູ່​ໂລກ ແລະ ມີ​ໜ້າ​ທີ່ ທີ່​ຈະ​ກ່າວ​ປົກ​ປ້ອງ​ເດັກ​ແດງ​ທາ​ລົກ​ທີ່ບໍ່​ທັນ​ເກີດ.

ຫລັກ​ທຳຂອງ​ການ​ປະ​ກາດ​ກ່ຽວ​ພັນ​ກັນ​ຢ່າງ​ສວຍ​ງາມ

ຖ້າ​ເຮົາ​ເລືອກ​ເຮັດ​ຕາມ​ພຽງແຕ່ສ່ວນ​ໃດ​ສ່ວນ​ໜຶ່ງ ຢູ່​ໃນ​ໃບ​ປະ​ກາດ​ເທົ່າ​ນັ້ນ, ເຮົາ​ຈະ​ເຫັນ​ພາບ​ນິ​ລັນ​ດອນ ແບບບໍ່ແຈ້ງ​ຊັດ, ທີ່​ໃຫ້​ຄວາມ​ສຳ​ຄັນ​ແກ່​ປະ​ສົບ​ການ​ຂອງ​ເຮົາ​ໃນ​ທີ່ນີ້ ແລະ ໃນ​ເວ​ລານີ້ ຫລາຍ​ເກີນ​ໄປ. ໂດຍ​ການ​ໄຕ່​ຕອງ​ກ່ຽວ​ກັບ​ການ​ປະ​ກາດດ້ວຍ​ການ​ອະ​ທິ​ຖານ ຜ່ານ​ທາງ​ຕາ​ແຫ່ງ​ສັດ​ທາ, ເຮົາ​ຈະ​ເຂົ້າ​ໃຈ​ຫລາຍກວ່າ​ເກົ່າ ເຖິງວິ​ທີ​ທີ່​ຫລັກ​ທຳ​ຕິດ​ຕໍ່​ເຂົ້າ​ກັນ​ຢ່າງ​ສວຍ​ງາມ, ສົ່ງ​ເສີມ​ກັນ​ແລະ​ກັນ, ເປີດ​ເຜີຍ​ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ.16

ເຮົາ​ຈະ​ແປກ​ໃຈແທ້ບໍ ເມື່ອ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ປະ​ກາດ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ກ່ຽວ​ກັບ​ຫລັກ​ທຳ​ທີ່​ສຳ​ຄັນ​ເລື່ອງ​ຄວາມ​ຈິງ ແລະ ຄຳ​ຖາມ​ທີ່​ຄ້າງ​ຄາ​ຢູ່? ແນ່ນອນ, ບາງ​ຄົນ​ປະ​ຕິ​ເສດ​ສຽງ​ຂອງ​ສາດ​ສະ​ດາ​ທັນ​ທີ,17 ແຕ່ບາງ​ຄົນ​ໄຕ່​ຕອງ​ຄຳ​ຖາມ​ທີ່​ຊື່​ສັດ​ຂອງ​ເຂົາ​ເຈົ້າ ດ້ວຍ​ການ​ອະ​ທິ​ຖານ—ຄຳ​ຖາມ​ທີ່​ຈະ​ສະ​ຫງົບ​ໃຈ​ດ້ວຍ​ຄວາມ​ອົດ​ທົນ ແລະ ດ້ວຍ​ຕາ​ແຫ່ງ​ສັດ​ທາ. ຖ້າ​ຫາກ​ການ​ປະ​ກາດ​ໄດ້​ເປີດ​ເຜີຍ​ໃນ​ສັດ​ຕະ​ວັດ​ຕ່າງໆ, ແລ້ວ​ຄົງ​ຍັງມີ​ຄຳ​ຖາມ​ຢູ່, ພຽງ​ແຕ່​ເປັນ​ຄຳ​ຖາມ​ທີ່​ແຕກ​ຕ່າງ​ຈາກທຸກວັນ​ນີ້. ຈຸດ​ປະ​ສົງ​ໜຶ່ງ​ຂອງ​ສາດ​ສະ​ດາ ແມ່ນ​ເພື່ອ​ຊ່ວຍ​ເຮົາ​ແກ້​ໄຂ​ຄຳ​ຖາມ​ທີ່​ຈິງ​ໃຈ.18

ກ່ອນ​ໄດ້​ກາຍ​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວ​ວ່າ: “ສາດ​ສະ​ດາ​ເຫັນລ່ວງ​ໜ້າ. ພວກ​ເພິ່ນ​ເຫັນ​ສິ່ງ​ອັນ​ຕະ​ລາຍ​ທີ່​ໜ້າ​ໂສກ​ເສົ້າ ທີ່​ຜູ້​ປໍ​ລະ​ປັກ​ໄດ້​ນຳ​ມາ​ໄວ້, ຫລື ຈະ​ນຳ​ມາ​ໄວ້ໃນເສັ້ນ​ທາງ​ຂອງ​ເຮົາ. ສາດ​ສະ​ດາ​ກໍ​ຍັງ​ເຫັນ​ລ່ວງ​ໜ້າ ເຖິງ​ຄວາມ​ເປັນ​ໄປ​ໄດ້ ແລະ ສິດ​ທິ​ພິ​ເສດທີ່​ສຳ​ຄັນ ຊຶ່ງ​ລໍ​ຄອຍ​ຜູ້​ທີ່​ເຊື່ອ​ຟັງ ດ້ວຍ​ຄວາມ​ຕັ້ງ​ໃຈ​ຢ່າງ​ເຕັມ​ທີ່.19

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ ແລະ ອຳ​ນາດ​ທາງວິນ​ຍານ​ຂອງ​ສຽງ​ທີ່​ເປັນ​ເອ​ກະ​ສັນ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ.

ຊາວ​ໂລກ​ໄດ້​ຍ່າງ​ໜີ

ໃນ​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ເຫັນ​ການ​ປ່ຽນ​ແປງ​ຢ່າງ​ໄວ ໃນ​ຄວາມ​ເຊື່ອ​ຂອງ​ໂລກ ກ່ຽວ​ກັບ​ຫລັກ​ທຳ​ຫລາຍ​ຢ່າງ​ທີ່​ສອນ​ຢູ່​ໃນ​ການ​ປະ​ກາດນັ້ນ. ຄາວ​ເປັນ​ໄວ​ລຸ້ນ ແລະ ໄລ​ຍະ​ແຕ່ງ​ງານ​ໃໝ່, ຫລາຍ​ຄົນ​ຢູ່​ໃນ​ໂລກ ໄດ້​ໜີ​ໄປ​ຈາກ​ມາດ​ຕະ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ເຮົາ​ເອີ້ນ​ວ່າ​ກົດ​ພົມ​ມະ​ຈັນ, ຊຶ່ງ​ຄວາມ​ສຳ​ພັນ​ທາງ​ເພດ ຄວນ​ເກີດ​ຂຶ້ນ​ລະ​ຫວ່າງ​ຊາຍ ແລະ ຍິງ ຜູ້​ທີ່​ແຕ່ງ​ງານ​ກັນ​ຢ່າງ​ຖືກ​ຕ້ອງ ຕາມ​ກົດ​ໝາຍ​ເທົ່າ​ນັ້ນ. ຕອນ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ໄວ 20 ປີ ແລະ 30 ປີ, ຫລາຍ​ຄົນ​ໄດ້​ເດີນ​ໜີ​ຈາກ​ການ​ປົກ​ປ້ອງ ເດັກ​ແດງ​ທາ​ລົກ​ທີ່​ຍັງ​ບໍ່​ທັນ​ເກີດ, ເພາະ​ເວ​ລານັ້ນ ການ​ແທ້ງ​ລູກ​ເລີ່ມ​ຖືກ​ຍອມຮັບ. ບໍ່​ເທົ່າ​ໃດ​ປີ​ມານີ້, ຫລາຍ​ຄົນ​ໄດ້​ເດີນ​ໜີ​ຈາກ​ກົດ​ຂອງ​ພຣະ​ເຈົ້າ ທີ່​ວ່າ​ການ​ແຕ່ງ​ງານ ເປັນ​ການ​ສົມ​ລົດ​ທີ່​ສັກ​ສິດ ລະ​ຫວ່າງ​ຊາຍ ແລະ ຍິງ.20

ເມື່ອ​ເຫັນ​ຫລາຍ​ຄົນ​ເດີນ​ໜີ​ຈາກ​ຂອບ​ເຂດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕັ້ງ​ໄວ້ ມັນເຕືອນ​ໃຈເຮົາເຖິງມື້ນັ້ນ ໃນ​ເມືອງກາ​ເປ​ນາ​ອູມ ຕອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ແລະ ​ໜ້າ​ເສຍ​ໃຈ​ທີ່ “ພວກ​ທີ່​ຕິດ​ຕາມ​ພຣະ​ອົງ​ຫລາຍ​ຄົນ … ບໍ່​ໄປ​ກັບ​ພຣະ​ອົງ​ອີກ.”

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈຶ່ງ​ໄດ້​ຫັນ​ໄປຖາມ​ພວກ​ສາ​ວົກສິບ​ສອງຄົນວ່າ: “ພວກ​ເຈົ້າ​ເດ ກໍ​ຢາກ​ໜີ​ໄປ​ຄື​ກັນ​ບໍ?“

ເປ​ໂຕໄດ້ຕອບວ່າ:

“ພຣະອົງ​ເອີຍ ພວກ​ຂ້ານ້ອຍ​ຈະໜີ​ໄປຫາ​ຜູ້ໃດ? ພຣະອົງ​ເປັນ​ຜູ້ມີ​ຖ້ອຍຄຳ​ແຫ່ງ​ຊີວິດ​ນິລັນ​ດອນ.

“ບັດນີ້​ພວກ​ຂ້ານ້ອຍ​ເຊື່ອ ແລະ ຮູ້​ແລ້ວວ່າ ພຣະອົງ​ເປັນ​ພຣະຄຣິດ, ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ທີ່ຊົງ​ພຣະຊົນ​ຢູ່.”21

ບໍ່​ແມ່ນ​ທຸກ​ຄົນ​ທີ່​ເປັນ​ດັ່ງ​ຢູ່​ໃນ​ການ​ປະ​ກາດ

ມີ​ຫລາຍ​ຄົນ, ທັງ​ໜຸ່ມ ແລະ ແກ່, ຜູ້​ຈົງ​ຮັກ​ພັກ​ດີ ແລະ ຈິງ​ໃຈ ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຖິງ​ແມ່ນ​ປະ​ສົບ​ການ​ໃນ​ປະ​ຈຸ​ບັນ​ຂອງ​ເຂົາ​ເຈົ້າ ບໍ່​ໃກ້​ຄຽງ​ກັບ​ສິ່ງ​ທີ່​ກ່າວຢູ່​ໃນ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ນັ້ນ​ເລີຍ ດັ່ງ​ເຊັ່ນ: ລູກ​ຜູ້​ທີ່ຊີ​ວິດ​ຖືກສັ່ນ​ຄອນ​ດ້ວຍ​ການ​ຢ່າ​ຮ້າງ; ຊາວ​ໜຸ່ມ​ຜູ້​ຖືກ​ໝູ່​ເພື່ອນ​ຫົວ​ເຍາະ​ເຍີ້ຍ​ເລື່ອງ​ພົມ​ມະ​ຈັນ; ແມ່​ຮ້າງ ແລະ ພໍ່​ຮ້າງ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ໜັກ​ຈາກ​ຄູ່​ຄອງ​ທີ່ບໍ່​ຊື່​ສັດ; ສາ​ມີພັນ​ລະ​ຍາ​ທີ່ບໍ່​ສາ​ມາດ​ມີ​ລູກ; ຍິງ ແລະ ຊາຍ​ທີ່​ແຕ່ງ​ງານ​ກັບ​ຄູ່​ຄອງ ຜູ້​ທີ່ບໍ່​ເຊື່ອ​ຖື​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ນຳ​ເຂົາ​ເຈົ້າ; ຍິງ​ໂສດ ແລະ ຊາຍ​ໂສດ ຜູ້​ທີ່ບໍ່​ຮູ້ວ່າ​ດ້ວຍ​ເຫດ​ໃດ ຈຶ່ງບໍ່​ໄດ້​ແຕ່ງ​ງານ​ນຳ​ເຂົາ.

ເພື່ອນ​ຄົນ​ໜຶ່ງ​ທີ່​ຮູ້​ຈັກ​ກັນ​ມາ​ເກືອບ​ເຖິງ 20 ປີ​ແລ້ວ, ຜູ້​ທີ່​ຂ້າ​ພະ​ເຈົ້າ​ນັບ​ຖື, ບໍ່​ໄດ້​ແຕ່ງ​ງານ ເພາະ​ລາວ​ມັກ​ຊອບ​ຄົນ​ເພດ​ດຽວ​ກັນ. ລາວ​ຕັ້ງ​ໃຈ​ຮັກ​ສາ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານຂອງ​ລາວ, ໄດ້​ຂະ​ຫຍາຍ​ຄວາມ​ສາ​ມາດ ແລະ ພອນ​ສະ​ຫວັນ​ໃນ​ການ​ງານ​ຂອງ​ລາວ, ແລະ ກໍ​ໄດ້​ຮັບ​ໃຊ້​ໃນ​ໂບດ ແລະ ໃນ​ຊຸມ​ຊົນ. ເມື່ອບໍ່​ດົນ​ມານີ້ ລາວ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຂ້າ​ນ້ອຍ​ກໍ​ເຫັນ​ໃຈ​ຜູ້​ທີ່​ຮູ້​ສຶກ​ແບບ​ຂ້າ​ນ້ອຍ ແຕ່​ເລືອກບໍ່​ຮັກ​ສາ​ກົດ​ພົມມະ​ຈັນ ຢູ່​ໃນ​ໂລກທີ່​ເຮົາ​ອາ​ໄສ​ຢູ່ນີ້. ພຣະ​ຄຣິດໄດ້​ຂໍ​ໃຫ້​ເຮົາ ‘ບໍ່​ໃຫ້​ເປັນ​ດັ່ງ​ໂລກ ບໍ່​ແມ່ນບໍ’? ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ມາດ​ຕະ​ຖານ​ຂອງ​ພຣະ​ເຈົ້າ ແມ່ນ​ແຕກ​ຕ່າງ​ຈາກ​ຂອງ​ໂລກ.”

ກົດ​ຂອງ​ມະ​ນຸດສ່ວນ​ຫລາຍ​ຈະ​ອອກນອກ​ຂອບ​ເຂດ​ຂອງ ກົດ​ຂອງ​ພຣະ​ເຈົ້າ. ສຳ​ລັບ​ຜູ້​ທີ່​ຢາກ​ເຮັດ​ໃຫ້​ພຣະ​ເຈົ້າ​ພໍ​ພຣະ​ໄທ, ເຂົາ​ເຈົ້າ​ຕ້ອງ​ມີ​ສັດ​ທາ, ມີ​ຄວາມ​ອົດ​ທົນ, ແລະ ມີ​ຄວາມ​ພາກ​ພຽນ.22

ແຄ​ຕີ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ ຮູ້​ຈັກ​ເອື້ອຍ​ນ້ອງ​ໂສດ​ຄົນ​ໜຶ່ງ, ຕອນນີ້​ຢູ່​ໃນ​ໄວ 40 ປາຍ​ປີ​ແລ້ວ, ຜູ້​ມີ​ພອນ​ສະ​ຫວັນ​ຫລາຍ​ໃນ​ການ​ງານ ແລະ ຮັບ​ໃຊ້​ຢ່າງ​ກ້າ​ຫານ​ຢູ່​ໃນ​ຫວອດ​ຂອງ​ນາງ. ນາງ​ກໍ​ໄດ້​ຮັກ​ສາ​ກົດ​ຂອງ​ພຣະ​ເຈົ້າ​ຄື​ກັນ. ນາງ​ໄດ້​ຂຽນ​ວ່າ:

“ຂ້າ​ນ້ອຍ​ຢາກ​ໄດ້​ຮັບ​ພອນ ໂດຍ​ມີ​ສາ​ມີ ແລະ ລູກ​ເຕົ້າ. ຂ້າ​ນ້ອຍ​ຍັງ​ລໍ​ຖ້າມື້ນັ້ນ​ຢູ່. ບາງ​ເທື່ອ​ສະ​ຖາ​ນະ​ການ​ຂອງ​ຂ້າ​ນ້ອຍ ກໍເຮັດ​ໃຫ້​ຂ້າ​ນ້ອຍ​ຮູ້​ສຶກ​ຖືກ​ລືມ​ໄລ ແລະ ໂດດ​ດ່ຽວ, ແຕ່ຂ້າ​ນ້ອຍ​ພະ​ຍາ​ຍາມບໍ່​ຄິດ​ຫລາຍ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ນ້ອຍບໍ່​ມີ, ແລະ ຫັນ​ແນວ​ຄິດ​ໄປ​ຫາ​ສິ່ງ​ທີ່​ຂ້າ​ນ້ອຍ​ມີ ແລະ ວິ​ທີ​ທີ່​ຂ້າ​ນ້ອຍ​ສາ​ມາດ​ຊ່ວຍ​ເຫລືອ​ຄົນ​ອື່ນ.

“ການ​ຮັບ​ໃຊ້​ຍາດ​ພີ່​ນ້ອງ, ຮັບ​ໃຊ້​ຢູ່​ໃນ​ຫວອດ ແລະ ໃນ​ພຣະ​ວິ​ຫານ ກໍ​ຊ່ວຍ​ຂ້າ​ນ້ອຍ​ໄດ້​ຫລາຍ. ຂ້າ​ນ້ອຍບໍ່​ໄດ້​ຖືກ​ລືມ​ໄລ ຫລື ປະ​ໃຫ້​ຢູ່​ຜູ້​ດຽວ ເພາະ​ຂ້າ​ນ້ອຍ​ເປັນ​ພາກ​ສ່ວນ ແລະ ເຮົາ​ທຸກ​ຄົນ​​ກໍເປັນ​ພາກ​ສ່ວນ​ຂອງ​ຄອບ​ຄົວ​ໃຫຍ່ນັ້ນ.”

ມີ​ຜູ້​ໜຶ່ງ​ທີ່​ເຂົ້າ​ໃຈ

ບາງ​ຄົນ​ອາດເວົ້າ​ວ່າ, “ເຈົ້າບໍ່​ເຂົ້າ​ໃຈ​ສະ​ພາບ​ການ​ຂອງ​ຂ້ອຍ.” ຂ້າ​ພະ​ເຈົ້າ​ອາດບໍ່​ເຂົ້າ​ໃຈ, ແຕ່ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ມີ​ພຣະ​ເຈົ້າ​ອົງ​ໜຶ່ງ​ທີ່​ເຂົ້າ​ໃຈ​ເຮົາ.23 ມີ​ຜູ້​ໜຶ່ງ​ທີ່​ຮູ້​ຈັກ​ພາ​ລະໜັກ​ໜ່ວງ​ຂອງ​ທ່ານ ເພາະ​ການ​ເສຍ​ສະ​ລະ​ທີ່​ພຣະ​ອົງ​ໄດ້​ເຮັດ ຢູ່​ໃນ​ສວນ ແລະ ຢູ່​ເທິງ​ໄມ້​ກາງ​ແຂນ. ເມື່ອ​ທ່ານ​ສະ​ແຫວງ​ຫາ​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ພຣະ​ອົງ​ຈະ​ອວຍ​ພອນ​ທ່ານ ແລະ ຈະ​ຍົກ​ພາ​ລະ​ໜັກ​ໜ່ວງ​ອອກ​ຈາກ​ທ່ານ. ພຣະ​ອົງ​ຈະ​ມອບ​ເພື່ອນ​ນິ​ລັນ​ດອນ ແລະ ຈະ​ມອບ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້​ໃຫ້​ທ່ານ. ສຳ​ຄັນ​ກວ່າ​ນັ້ນ, ພຣະ​ອົງ​ຈະ​ເຮັດ​ໃຫ້​ທ່ານ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ ທີ່​ມີ​ພະ​ລັງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ​ຈະ​ເຮັດ​ໃຫ້​ທ່ານ​ຮູ້​ວ່າ ພຣະ​ອົງ​ໂປດ​ປານ​ທ່ານ. ບໍ່​ມີ​ການ​ເລືອກ​ໃດ, ບໍ່​ມີ​ທາງ​ເລືອກ​ໃດ ທີ່ປະ​ຕິ​ເສດ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຫລື ພອນ​ນິ​ລັນ​ດອນ ຈະ​ມີ​ຄ່າ​ພໍ ໃຫ້​ເຮົາ​ພິ​ຈາ​ລະ​ນາ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊົງ​ພຣະ​ຊົນ​ຢູ່. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ເປັນ​ແຫລ່ງ​ແຫ່ງ​ຄວາມ​ຈິງ​ທັງ​ໝົດ ທີ່​ສຳ​ຄັນ​ແທ້ໆ ແລະ ວ່າ​ພຣະ​ອົງ​ຈະ​ປະ​ທານ​ພອນ​ທຸກ​ປະ​ການ ຕາມ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້ ກັບ​ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ໂຢ​ຮັນ 18:33, 36–38.

  2. William S. Sahakian and Mabel Lewis Sahakian, Ideas of the Great Philosophers (1966), 28.

  3. ເບິ່ງ Doctrine and Covenants 93:24.

  4. ໂຢຮັນ 14:6.

  5. ແອວ​ມາ 30:15, 17.

  6. ຮີ​ລາ​ມັນ 16:18.

  7. ​ເບິ່ງ ແອວ​ມາ 30:14, 23, 27.

  8. ໂມໂຣໄນ 10:5.

  9. Joseph Smith Translation, 1 ໂກ​ຣິນ​ໂທ 2:11 [ໃນ 1 ໂກ​ຣິນ​ໂທ 2:11, ແຫລ່ງອ້າງ​ອີງ​ໃສ່​ຕອນ​ອື່ນ c]; 1 ໂກ​ຣິນ​ໂທ 2:14.

  10. 1 ໂກ​ຣິນ​ໂທ 2:14.

  11. Gordon B. Hinckley, “Stand Strong against the Wiles of the World,” Ensign, Nov. 1995, 100. ເມື່ອບໍ່​ດົນ​ມານີ້ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ອະ​ທິ​ບາຍເຖິງ​ປະ​ຫວັດ​ຄວາມເປັນ​ມາ​ຂອງ​ການ​ປະ​ກາດ, ດັ່ງ​ທີ່​ສະ​ຫລຸບ​ໂດຍ ແຊ​ຣີ ດູ ໃນ Insights from a Prophet’s Life: Russell M. Nelson (2019), 208:

    “ມື້​ໜຶ່ງ​ໃນ​ປີ 1994, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ໃຊ້​ມື້​ໜຶ່ງ ຢູ່​ໃນ​ຫ້ອງ​ສະ​ພາ ຢູ່​ໃນ​ພຣະ​ວິ​ຫານ​ເຊົາ​ເລັກ ສົນ​ທະ​ນາ​ກ່ຽວ​ກັບ​ບັນ​ຫາທີ່​ອ້ອມ​ຮອບ​ຄອບ​ຄົວ. ພວກ​ເພິ່ນ​ໄດ້​ພິ​ຈາ​ລະ​ນາ​ທຸກ​ສິ່ງ ເລີ່ມ​ຈາກ​ບັນ​ຫາ​ເລື່ອງ​ຮູບ​ພາບ​ລາ​ມົກ​ທີ່​ແຜ່​ລາມ​ຫລາຍ​ຂຶ້ນ​ເລື້ອຍໆ ເຖິງ​ບັນ​ຫາ​ເລື່ອງ​ກົດ​ໝາຍ​ຕໍ່​ຕ້ານ​ຄອບ​ຄົວ​ທີ່​ອາດ​ເກີດ​ຂຶ້ນ ໃນ​ຫລາຍໆ​ຢ່າງ. ມັນບໍ່​ໄດ້​ເປັນ​ຫົວ​ຂໍ້​ໃໝ່​ທີ່​ຫາ​ກໍ​ເອົາ​ມາ​ສົນ​ທະ​ນາ, ແຕ່​ໃນ​ມື້ນັ້ນ ລາຍ​ການ​ທັງ​ໝົດ​ແມ່ນ​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ສຳ​ຄັນ​ນີ້.

    “ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​​ທົບ​ທວນ​ຄຳ​ສອນ ແລະ ນະ​ໂຍ​ບາຍ, ພິ​ຈາ​ລະ​ນາ​ສິ່ງ​ທີ່ບໍ່​ສາ​ມາດ​ປ່ຽນ​ແປງ—ຄຳ​ສອນ—ແລະ ສິ່ງ​ທີ່​ອາດສາ​ມາດ​ປ່ຽນ​ແປງ—ນະ​ໂຍ​ບາຍ. ພວກ​ເພິ່ນ​ໄດ້​ສົນ​ທະ​ນາ​ກ່ຽວ​ກັບ​ບັນ​ຫາ​ທີ່​ຈະ​ເກີດ​ຂຶ້ນ, ຮ່ວມ​ທັງ​ການ​ຜັກ​ດັນ​ທາງ​ສັງ​ຄົມ ສຳ​ລັບ​ການ​ແຕ່ງ​ງານ​ຂອງ​ຊາຍ​ກັບ​ຊາຍ ແລະ ສິດ​ຂອງ​ຄົນ​ປະ​ເພດ​ສາມ. ‘ແຕ່​ສິ່ງນັ້ນ​ບໍ່​ໄດ້​ເປັນ​ສິ່ງ​ສຸດ​ທ້າຍທີ່​ພວກ​ເຮົາ​ເຫັນ,’ ແອວ​ເດີ​ແນວ​ສັນ ໄດ້​ອະ​ທິ​ບາຍ. ‘ພວກ​ເຮົາ​ສາ​ມາດ​ເຫັນ​ຄວາມ​ພະ​ຍາ​ຍາມ​ຂອງ​ຊຸມ​ຊົນ​ຕ່າງໆ ທີ່​ຈະ​ກຳ​ຈັດມາດ​ຕະ​ຖານ ແລະ ຂໍ້​ກຳ​ນົດ​ເລື່ອງ​ກິດ​ຈະກຳ​ທາງ​ເພດ. ພວກ​ເຮົາ​ເຫັນ​ຄວາມ​ສັບ​ສົນຂອງ​ເພດ. ພວກ​ເຮົາ​ເຫັນ​ວ່າ​ມັນກຳ​ລັງ​ຈະ​ເກີດ​ຂຶ້ນ.’

    “ການ​ສົນ​ທະ​ນາ​ທີ່​ຍືດ​ຍາວນັ້ນ, ພ້ອມ​ກັບ​ຄົນ​ອື່ນໆ​ຊົ່ວ​ໄລ​ຍະ​ໜຶ່ງ, ໄດ້​ສະ​ຫລຸບ​ວ່າ ອັກ​ຄະ​ສາ​ວົກ​ສິບ​ສອງ​ຄວນ​ກະ​ກຽມ​ເອ​ກະ​ສານ, ແມ່ນ​ແຕ່​ໃບ​ປະ​ກາດ, ບົ່ງ​ບອກ​ເຖິງ​ສິ່ງ​ທີ່​ສາດ​ສະ​ໜາ​ຈັກຍຶດ​ໝັ້ນ​ເລື່ອງ​ຄອບ​ຄົວ ແລ້ວຍື່ນ​ສະ​ເໜີ​ຂຶ້ນ​ຫາຝ່າຍ​ປະ​ທານ​ສູງ​ສຸດ ເພື່ອ​ການ​ພິ​ຈາ​ລະ​ນາ.”

  12. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, May 2017, 145.

  13. ປະ​ທານ​ດາລິນ ເອັຈ ໂອກສ໌ ໄດ້​ກ່າວ​ວ່າ: “ມະ​ນຸດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ທີ່​ໄດ້​ເກີດ​ໃນ​ໂລກນີ້ ໄດ້​ເລືອກ​ແ​ຜນ​ຂອງ​ພຣະ​ບິ​ດາ ແລະ​ ໄດ້​ຕໍ່​ສູ້​ເພື່ອ​​ແຜນນັ້ນ. ພວກ​ເຮົາ​ຫລາຍ​ຄົນ ກໍ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ບິ​ດາ ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຈະ​ເຮັດ ຢູ່​ໃນ​ຊ່ວງ​ມະ​ຕະ. ໃນ​ທາງ​ທີ່​ຍັງ​ບໍ່​ໄດ້​ຖືກ​ເປີດ​ເຜີຍ​ເທື່ອ, ການ​ກະ​ທຳ​ຂອງ​ເຮົາ​ຢູ່​ໃນ​ໂລກວິນ​ຍານ ໄດ້​ເປັນ​ອິດ​ທິ​ພົນ​ຕໍ່​ເຮົາ ຢູ່​ໃນ​ຊ່ວງ​ມະ​ຕະ” (“The Great Plan of Happiness,” Ensign, Nov. 1993, 72).

  14. ເບິ່ງ Dallin H. Oaks, “Truth and the Plan,” Liahona, Nov. 2018, 25–28.

  15. ເບິ່ງ Abraham 3:26.

  16. ປະ​ທານ​ດາລິນ ເອັຈ ໂອກສ໌ ໄດ້​ກ່າວ​ວ່າ:

    ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ເຫລື້ອມ​ໃສ ເຊື່ອວ່າ​ຄຳ​ສອນ​ຢູ່​ໃນ​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ, ຊຶ່ງ​ໄດ້​ພິມ​ອອກ​ມາ ເກືອບ​ເຖິງ ຊາວ​ຫ້າ​ປີ​ແລ້ວ, ເປັນສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ຄືນອີກ ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ເຮົາ​ຕ້ອງ​ການ ເພື່ອ​ຄ້ຳ​ຈູນ​ເຮົາ​ຕ້ານກັບ​ການ​ທ້າ​ທາຍ​ໃນ​ປະ​ຈຸ​ບັນ​ກ່ຽວ​ກັບ​ຄອບ​ຄົວ. …

    ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ເປັນ​ເອ​ກະ​ສານ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ, ເປັນ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ຜູ້​ສະ​ແຫວງ​ຫາ​ຊີ​ວິດ​ນິ​ລັນ​ດອນ. ມັນ​ເປັນ​ຄຳ​ສອນ​ຂັ້ນ​ພື້ນ​ຖານ​ຂອງ​ສາດ​ສະ​ໜາ​ຈັກ ແລະ ເປັນ​ສິ່ງ​ທີ່​ປະ​ຕິ​ບັດ​ກັນ​ມາ​ເປັນ​ເວ​ລາ 22 ປີ ແລະ ຈະ​ປະ​ຕິ​ບັດ​ຕໍ່​ໄປ ໃນ​ອະ​ນາ​ຄົດ. ໃຫ້​ນັບ​ຖື​ມັນ​ແນວ​ນັ້ນ, ໃຫ້​ສອນ​ມັນ, ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ມັນ, ແລ້ວ​ທ່ານ​ຈະ​ໄດ້​ຮັບ​ພອນ ໃນ​ຂະ​ນະ​ທີ່​ທ່ານມຸ້ງໜ້າ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ. …

    “… ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ທ່າ​ທີ​ຂອງ​ເຮົາ​ທີ່​ມີ​ຕໍ່ ແລະ ການ​ໃຊ້​ຄຳ​ທີ່​ຢູ່​ໃນ​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ເປັນ​ການ​ທົດ​ສອບ​ສຳ​ລັບ​ລຸ້ນ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍ​ໃຫ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຈົ່ງ​ໝັ້ນ​ຄົງ ໃນ​ການ​ທົດ​ສອບ​ນີ້” (“The Plan and the Proclamation,” Liahona, Nov. 2017, 30–31).

  17. ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວ​ວ່າ: “ມີ​ຄົນ​ເວົ້າວ່າ​​ພວກເຮົາ​ເປັນ​ຜູ້​ຄັ່ງ​ສາດ​ສະ​ໜາ, ແຕ່​​ຜູ້​ຄັ່ງ​ສາດ​ສະ​ໜາ ພັດ​ບໍ່​ໃຫ້​ພວກເຮົາຮູ້​ສຶກ​ສິ່ງ​ທີ່​ພວກເຮົາ​ຮູ້​ສຶກ ແຕ່​ຢາກ​ໃຫ້​ພວກເຮົາ​ປ່ອຍ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ ສິ່ງ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ. ສຸດ​ທ້າຍ​ພວກ​ເຮົາ​ຍຶດ​ໝັ້ນ​ຢູ່​ທີ່​ກົດ​ພົມ​ມະ​ຈັນ. ພຣະ​ບັນ​ຍັດ​ສິບ​ປະ​ການ​ກໍ​ຍັງ​ໃຊ້​ໄດ້​ເໝືອນ​ເດີມ. ມັນຍັງ​ບໍ່​ໄດ້​ຖືກ​ລົບ​ລ້າງ. … ມັນ​ບໍ່​ແມ່ນ​ອະ​ພິ​ສິດ​ຂອງ​ເຮົາ ທີ່​ຈະ​ປ່ຽນ​ກົດ ທີ່​ພຣະ​ເຈົ້າ​ໄດ້​ຕັ້ງ​ໄວ້​ແລ້ວ” (in Dew, Insights from a Prophet’s Life: Russell M. Nelson, 212).

  18. “ຂະ​ນະ​ທີ່​ຄອບ​ຄົວກຳ​ລັງ​ຖືກ​ໂຈມ​ຕີ ຕະ​ຫລອດ​ທົ່ວ​ໂລກ, ຄວາມ​ຈິງ​ຂອງ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ຈະ​ປົກ​ປ້ອງ​ທ່ານ.

    “ພວກ​ເຈົ້າ ຊາວ​ໜຸ່ມ​ທີ່​ດີ​ເດັ່ນແຫ່ງ​ສິດ​ທິ​ກຳ​ເນີດ​ທີ່​ສູງ​ສົ່ງ, ພວກ​ເຈົ້າຕ້ອງ​ເຂົ້າ​ໃຈ​ຜົນ​ສະ​ທ້ອນ​ອັນ​ກວ້າງ​ໄກ ຂອງ​ການ​ໂຕ້​ຖຽງ​ຂອງ​ສັງ​ຄົມ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ແຕ່ງ​ງານ. ການ​ໂຕ້​ຖຽງ​ໃນ​ປະ​ຈຸ​ບັນ ແມ່ນ​ຮ່ວມ​ດ້ວຍ​ຄຳ​ຖາມ​ທີ່​ວ່າ ບຸກ​ຄົນ​ທີ່​ເປັນ​ເພດ​ດຽວ​ກັນ ສາ​ມາດ​ແຕ່ງ​ງານ​ກັນ​ໄດ້ບໍ? ຖ້າ​ຫາກ​ພວກ​ເຈົ້າມີ​ຄຳ​ຖາມ​ວ່າ​ສາດ​ສະ​ໜາ​ຈັກ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ເລື່ອງນີ້ ຫລື ເລື່ອງ​ອື່ນໆ​ທີ່​ສຳ​ຄັນ, ໃຫ້​ພວກ​ເຈົ້າ​ໄຕ່​ຕອງ​ດ້ວຍ​ການ​ອະ​ທິ​ຖານ, ແລະ ແລ້ວ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຂ່າວ​ສານ​ຈາກ​ສາດ​ສະ​ດາ ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນຂອງ​ສາດ​ສະ​ໜາ​ຈັກ ໃນເດືອນ​ຕຸ​ລາ ທີ່​ຈະ​ມາ​ເຖິງນີ້. ຄຳ​ປາ​ໄສ​ທີ່​ດົນ​ໃຈ​ເຫລົ່າ​ນັ້ນ, ຮ່ວມ​ທັງ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຈະ​ນຳ​ຄວາມ​ເຂົ້າ​ໃຈ​ທີ່​ສົມ​ບູນກວ່າ ແລະ ຈິງ​ແທ້ກວ່າ ມາ​ສູ່​ຄວາມ​ຄິດ​ຂອງ​ພວກ​ເຈົ້າ” (Russell M. Nelson, “Youth of the Noble Birthright: What Will You Choose?” [Church Educational System devotional for young adults, Sept. 6, 2013], broadcasts.ChurchofJesusChrist.org).

  19. Russell M. Nelson, “Stand as True Millennials,” Liahona, Oct. 2016, 53.

  20. ປະ​ທານ​ແນວສັນ ໄດ້​ກ່າວ​ວ່າ: “ຝ່າຍ​ລັດ​ຖະ​ບານ​ກໍ​ຍັງ​ຕົກ​ຢູ່​ໃນ​ອິດ​ທິ​ພົນ​ຂອງ​ສັງ​ຄົມ ແລະ ໂລກ​ຢູ່ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຂຽນ, ດັດ​ແປງ, ແລະ ນຳ​ໃຊ້​ກົດ​ໝາຍ. ບໍ່​ວ່າ​ກົດ​ໝາຍ​ບ້ານ​ເມືອງ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ການ​ແຕ່ງ​ງານ ແລະ ສິນ​ທຳ ບໍ່​ສາ​ມາດ​ປ່ຽນ​ແປງ. ຈົ່ງ​ຈື່​ຈຳ​ໄວ້​ວ່າ: ບາບ, ເຖິງ​ແມ່ນ​ມະ​ນຸດ​ຖື​ວ່າບໍ່​ຜິດ, ກໍ​ຍັງ​ເປັນ​ບາບ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ​ຢູ່​ຄື​ເກົ່າ!” (“Decisions for Eternity,” Liahona, Nov. 2013, 108).

  21. ໂຢ​ຮັນ 6:66–69.

  22. ເບິ່ງ ແອວ​ມາ 32:41–43; ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ມາ​ຕະ​ຫລອດ ທີ່​ຢູ່​ໃນ​ບົດ​ທີ່​ດີ​ເລີດນີ້ ກ່ຽວ​ກັບ​ການ​ເຮັດ​ໃຫ້​ສັດ​ທາ​ຂອງ​ເຮົາ​ເຕີບ​ໂຕ​ຂຶ້ນ, ຄຸນ​ນະ​ທຳ​ແຫ່ງ​ສັດ​ທາ, ຄວາມ​ອົດ​ທົນ, ແລະ ຄວາມ​ພາກ​ພຽນ ຖືກ​ກ່າວ​ເຖິງ​ນຳ​ກັນ ຢູ່​ໃນ​ສາມ​ຂໍ້​ສຸດ​ທ້າຍ.

  23. ເບິ່ງ ແອວ​ມາ 7:12; ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ ບໍ່​ພຽງ​ແຕ່ເພື່ອ​ບາບ​ຂອງ​ເຮົາ​ເທົ່າ​ນັ້ນ, ແຕ່​ເພື່ອ​ຄວາມ​ອ່ອນ​ແອ​ຂອງ​ເຮົາ​ນຳ​ອີກ: “ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ຕາຍ ເພື່ອ​ພຣະ​ອົງ​ຈະ​ໄດ້​ເຮັດ​ໃຫ້​ສາຍຮັດ​ແຫ່ງ​ຄວາມ​ຕາຍຊຶ່ງຜູກ​ມັດ​ຜູ້ຄົນ​ຂອງ​ພຣະ​ອົງ​ຫລຸດ​ອອກ; ແລະ ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ບົກພ່ອງ​ຂອງ​ພວກ​ເຂົາ ເພື່ອ​ອຸທອນ​ຂອງ​ພຣະ​ອົງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຕາມ​ທາງ​ຂອງ​ເນື້ອ​ໜັງ ເພື່ອ​ພຣະ​ອົງ​ຈະ​ຮູ້ຈັກ​ຕາມ​ທາງ​ຂອງ​ເນື້ອ​ໜັງວ່າ ຈະ​ຊ່ວຍ​ເຫລືອ​ຜູ້ຄົນ​ຂອງ​ພຣະ​ອົງ​ຕາມ​ຄວາມ​ບົກພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ. (ຄຳ​ສັບ​ທີ່​ມີ​ຄວາມ​ໝາຍ​ຄື​ກັນ ສຳ​ລັບ ຄວາມ​ອ່ອນແອ ແມ່ນ ​ຄວາມ​ເຈັບ​ປ່ວຍ, ຈຸດ​ອ່ອນ, ຄວາມ​ຍາກ​ລຳ​ບາກ, ຂໍ້​ບົກ​ພ່ອງ.) ເບິ່ງ Doctrine and Covenants 88:6; ພ​ຣະ​ອົງ​ໄດ້​ສະ​ເດັດ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ, ໃນ​ການນັ້ນ ພ​ຣະ​ອົງ​ຈຶ່ງ​ໄດ້​ເຂົ້າ​ໃຈ​ທຸກ​ສິ່ງ​ທັງ​ປວງ, ເພື່ອ​ວ່າ​ພ​ຣະ​ອົງ​ຈະ​ໄດ້​ຢູ່​ໃນ​ທຸກ​ສິ່ງ​ທັງ​ປວງ ແລະ ຜ່ານ​ທຸກ​ສິ່ງ​ທັງ​ປວງ, ຄວາມສະ​ຫວ່າງ​ແຫ່ງ​ຄວາມ​ຈິງ.

ພິມ