ຄວາມຮັກທີ່ຍິ່ງໃຫຍ່ສຳລັບລູກໆຂອງພຣະບິດາເທິງສະຫວັນຂອງເຮົາ
ຄວາມຮັກ ເປັນຄຸນສົມບັດ ແລະ ເປັນສິ່ງຈູງໃຈຕົ້ນຕໍ ສຳລັບຈຸດປະສົງທາງວິນຍານ ທີ່ເຮົາຖືກສັ່ງໃຫ້ເຮັດ ໂດຍສາດສະດາທີ່ຮັກແພງຂອງເຮົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ນີ້ແມ່ນເວລາທີ່ພິເສດ ແລະ ສຳຄັນໃນປະຫວັດສາດ. ເຮົາໄດ້ຮັບພອນຫລາຍ ທີ່ມີຊີວິດຢູ່ໃນຍຸກສຸດທ້າຍ ກ່ອນການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ. ໃກ້ການເລີ່ມຕົ້ນຍຸກນີ້ ໃນປີ 1829, ໜຶ່ງປີກ່ອນສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນເປັນທາງການ, ການເປີດເຜີຍທີ່ປະເສີດກໍມາເຖິງ ແຈ້ງບອກວ່າ ວຽກງານອັນໜ້າອັດສະຈັນ ກຳລັງຈະເກີດຂຶ້ນ. ການເປີດເຜີຍນີ້ບອກວ່າ ຜູ້ທີ່ປາດຖະໜາທີ່ຈະຮັບໃຊ້ພຣະເຈົ້າ ເໝາະສົມສຳລັບການຮັບໃຊ້ດັ່ງກ່າວ ຜ່ານທາງ “ສັດທາ, ຄວາມຫວັງ, ຄວາມໃຈບຸນ ແລະ ຄວາມຮັກ, ດ້ວຍການທີ່ເຫັນແກ່ລັດສະໝີພາບຂອງພຣະເຈົ້າ ແຕ່ຢ່າງດຽວ.”1 ຄວາມໃຈບຸນ, ຊຶ່ງເປັນ “ຄວາມຮັກອັນບໍລິສຸດຂອງພຣະຄຣິດ,”2 ແມ່ນຮ່ວມທັງຄວາມຮັກອັນເປັນນິດຂອງພຣະເຈົ້າ ສຳລັບລູກໆທຸກຄົນຂອງພຣະອົງ.3
ຈຸດປະສົງຂອງຂ້າພະເຈົ້າໃນເຊົ້າມື້ນີ້ ແມ່ນທີ່ຈະເນັ້ນໜັກເຖິງບົດບາດສຳຄັນຂອງຄວາມຮັກເຊັ່ນນັ້ນ ໃນວຽກງານເຜີຍແຜ່, ວຽກງານພຣະວິຫານ ແລະ ປະຫວັດຄອບຄົວ, ແລະ ບ້ານເຮືອນເປັນສູນກາງ, ໂດຍມີສາດສະໜາຈັກສະໜັບສະໜູນ ການປະຕິບັດສາດສະໜາກິດຂອງຄອບຄົວ. ການຮັກພຣະຜູ້ຊ່ວຍໃຫ້ລອດ ແລະ ການຮັກເພື່ອນມະນຸດຊາຍຍິງ4 ເປັນຄຸນສົມບັດ ແລະ ເປັນສິ່ງຈູງໃຈຕົ້ນຕໍ ແລະ ສຳລັບການປະຕິບັດສາດສະໜາກິດ ແລະ ຈຸດປະສົງທາງວິນຍານ5 ທີ່ເຮົາຖືກສັ່ງໃຫ້ເຮັດ ໂດຍສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໃນການປ່ຽນແປງ ທີ່ໄດ້ປະກາດໃນປີ 2018.
ວຽກງານເຜີຍແຜ່ແມ່ນເພື່ອເຕົ້າໂຮມອິດສະຣາເອນທີ່ກະຈັດກະຈາຍໄປ
ຂ້າພະເຈົ້າໄດ້ມີປະສົບການກັບຄວາມສຳພັນ ລະຫວ່າງວຽກງານເຜີຍແຜ່ ແລະ ຄວາມຮັກແຕ່ຕອນຂ້າພະເຈົ້າຍັງນ້ອຍຢູ່. ຕອນຂ້າພະເຈົ້າມີອາຍຸໄດ້ 11 ປີ, ຂ້າພະເຈົ້າໄດ້ຮັບປິຕຸພອນຈາກປິຕຸ ຜູ້ເປັນພໍ່ຕູ້ຂອງຂ້າພະເຈົ້າ.6 ສ່ວນໜຶ່ງໃນພອນນັ້ນ ກ່າວວ່າ, “ເຮົາອວຍພອນເຈົ້າໃຫ້ມີຄວາມຮັກທີ່ຍິ່ງໃຫຍ່ສຳລັບເພື່ອນມະນຸດດ້ວຍກັນ, ເພາະເຈົ້າຈະຖືກເອີ້ນໃຫ້ນຳພຣະກິດຕິຄຸນໄປໃຫ້ໂລກ … ເພື່ອນຳຈິດວິນຍານມາຫາພຣະຄຣິດ.”7
ຂ້າພະເຈົ້າເຂົ້າໃຈ ເຖິງແມ່ນໃນເວລານັ້ນ ຍັງມີອາຍຸນ້ອຍຢູ່ກໍຕາມ ວ່າການແບ່ງປັນພຣະກິດຕິຄຸນ ແມ່ນຂຶ້ນກັບຄວາມຮັກທີ່ຍິ່ງໃຫຍ່ສຳລັບລູກໆຂອງພຣະບິດາເທິງສະຫວັນຂອງເຮົາ.
ເມື່ອເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ ໄດ້ຖືກມອບໝາຍໃຫ້ຊ່ວຍຜະລິດປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ ເມື່ອ 15 ປີກ່ອນ, ພວກເຮົາໄດ້ສະຫລຸບວ່າ ຄຸນສົມບັດແຫ່ງຄວາມຮັກເປັນສິ່ງສຳຄັນຕໍ່ວຽກງານເຜີຍແຜ່ ໃນວັນເວລາຂອງເຮົາ, ເທົ່າກັບທີ່ມັນເຄີຍເປັນມາ. ບົດທີ 6, ກ່ຽວກັບຄຸນສົມບັດຢ່າງພຣະຄຣິດ, ຮ່ວມທັງຄວາມໃຈບຸນ ແລະ ຄວາມຮັກ ເປັນບົດທີ່ເດັ່ນ ໃນບັນດາຜູ້ສອນສາດສະໜາ.
ໃນຖານະອັກຄະທູດຂອງພຣະຜູ້ຊ່ວຍໃຫ້ລອດ, ຜູ້ສອນສາດສະໜາສ່ວນຫລາຍຮູ້ສຶກເຖິງຄວາມຮັກແບບນີ້, ແລະ ເວລາເຂົາເຈົ້າຮູ້ສຶກ, ເຂົາເຈົ້າໄດ້ຮັບພອນໃນຄວາມພະຍາຍາມນັ້ນ. ເມື່ອສະມາຊິກມີມະໂນພາບເຖິງຄວາມຮັກແບບນີ້, ຊຶ່ງມັນຈຳເປັນໃນການຮັບໃຊ້ພຣະຜູ້ເປັນເຈົ້າ ໃນຈຸດປະສົງຂອງພຣະອົງ, ແລ້ວວຽກງານຂອງພຣະຜູ້ເປັນເຈົ້າຈະບັນລຸຄວາມສຳເລັດ.
ຂ້າພະເຈົ້າກໍໄດ້ຮັບສິດທິພິເສດໃນບົດບາດນ້ອຍໜຶ່ງ ຂອງການເປັນຕົວຢ່າງທີ່ໜ້າອັດສະຈັນ ກ່ຽວກັບຄວາມຮັກແບບນີ້. ຕອນຂ້າພະເຈົ້າໄດ້ຮັບໃຊ້ເປັນປະທານເຂດຢູ່ເກາະປາຊີຟິກ, ຂ້າພະເຈົ້າໄດ້ຮັບໂທລະສັບຈາກປະທານອາ ເວນ ຊູດ. ຕອນເພິ່ນຍັງໜຸ່ມ, ເພິ່ນໄດ້ຮັບໃຊ້ເຜີຍແຜ່ຢູ່ປະເທດຊາມົວ. ພາຍລຸນມາ, ເພິ່ນໄດ້ກັບໄປປະເທດຊາມົວ ໃນຖານະປະທານເຜີຍແຜ່.8 ຕອນເພິ່ນໂທມາຫາຂ້າພະເຈົ້າ, ເພິ່ນເປັນປະທານພຣະວິຫານອາເປຍ ຊາມົວ. ຜູ້ສອນສາດສະໜາໜຸ່ມຄົນໜຶ່ງຂອງເພິ່ນ, ຕອນເພິ່ນເປັນປະທານເຜີຍແຜ່, ແມ່ນແອວເດີ ໂອ ວິນເຊັນ ຮາເລັກ, ຜູ້ເວລານີ້ເປັນປະທານເຂດ ໃນປາຊີຟິກ. ປະທານຊູດ ມີຄວາມຮັກ ແລະ ນັບຖື ວິນສ໌ ແລະ ຄອບຄົວຮາເລັກທັງໝົດ. ເກືອບທຸກຄົນໃນຄອບຄົວເປັນສະມາຊິກຂອງສາດສະໜາຈັກ, ແຕ່ພໍ່ຂອງ ວິນສ໌ ຊື່ ອັດໂຕ ຮາເລັກ, ທີ່ເປັນຫົວໜ້າຄອບຄົວ (ມີເຊື້ອສາຍຈາກເຢຍລະມັນ ແລະ ຊາມົວ), ບໍ່ໄດ້ເປັນສະມາຊິກ. ປະທານຊູດ ຮູ້ວ່າ ຂ້າພະເຈົ້າກຳລັງໄປຮ່ວມກອງປະຊຸມສະເຕກ ແລະ ການປະຊຸມອື່ນໆ ຢູ່ທີ່ອາເມຣິກັນຊາມົວ, ແລະ ເພິ່ນໄດ້ຂໍໃຫ້ຂ້າພະເຈົ້າໄປພັກຢູ່ເຮືອນຂອງ ອັດໂຕ ຮາເລັກ ພ້ອມດ້ວຍຈຸດປະສົງທີ່ຈະແບ່ງປັນພຣະກິດຕິຄຸນໃຫ້ກັບເພິ່ນ.
ແມຣີ ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍໄດ້ໄປພັກຢູ່ນຳ ອັດໂຕ ແລະ ດໍຣາຕີ ພັນລະຍາຂອງເພິ່ນ, ໃນເຮືອນທີ່ສວຍງາມຂອງພວກເພິ່ນ. ຂະນະທີ່ຮັບປະທານອາຫານເຊົ້າ ຂ້າພະເຈົ້າໄດ້ແບ່ງປັນພຣະກິດຕິຄຸນ ແລະ ເຊື້ອເຊີນ ອັດໂຕ ໃຫ້ພົບກັບຜູ້ສອນສາດສະໜາ. ເພິ່ນກໍໃຈດີ, ແຕ່ໜັກແໜ້ນ, ໃນການຕອບປະຕິເສດ. ເພິ່ນເວົ້າວ່າ ເພິ່ນດີໃຈທີ່ຫລາຍຄົນໃນຄອບຄົວຂອງເພິ່ນ ເປັນໄພ່ພົນຍຸກສຸດທ້າຍ. ແຕ່ເພິ່ນຕັ້ງໃຈທີ່ຈະເຮັດຕາມບັນພະບຸລຸດ ທີ່ໄດ້ກາຍເປັນຊາວຄຣິດ ຈາກຕອນທີ່ສາດສະໜາຄຣິດສະຕຽນລຸ້ນທຳອິດ ໄດ້ມາເຜີຍແຜ່ຢູ່ປະເທດຊາມົວ, ແລະ ເພິ່ນຈະຈົງຮັກພັກດີຕໍ່ວັດທະນະທຳຄຣິດສະຕຽນຂອງເຂົາເຈົ້າ.9 ເຖິງຢ່າງໃດກໍຕາມ, ພວກເຮົາໄດ້ຈາກກັນໄປດ້ວຍຄວາມເປັນເພື່ອນ.
ຕໍ່ມາ, ເມື່ອປະທານກໍດອນ ບີ ຮິງລີ ໄດ້ຕຽມໄປອຸທິດພຣະວິຫານ ຊູວາ ຟີຈີ, ເພິ່ນໄດ້ໃຫ້ເລຂາສ່ວນຕົວຂອງເພິ່ນ, ບຣາເດີ ດອນ ເອັຈ ສະຕາຮີລີ,10 ໂທໄປຫາຂ້າພະເຈົ້າຢູ່ປະເທດນິວຊີແລນ ເພື່ອຈັດຕຽມ. ປະທານຮິງລີ ຢາກບິນຈາກປະເທດຟີຈີ ໄປຫາ ອາເມຣິກັນຊາມົວ ເພື່ອພົບກັບໄພ່ພົນ. ກໍມີໂຮງແຮມໃດໜຶ່ງສະເພາະທີ່ຖືກແນະນຳໃຫ້ໄປພັກເຊົາ. ຂ້າພະເຈົ້າໄດ້ຖາມ ຖ້າຫາກວ່າ ຂ້າພະເຈົ້າສາມາດຊ່ວຍຈັດຕຽມ. ບຣາເດີ ສະຕາຮີລີ ໄດ້ເວົ້າວ່າ, “ທ່ານເປັນປະທານເຂດ; ຄົງບໍ່ເປັນຫຍັງ.”
ຂ້າພະເຈົ້າກໍໄດ້ໂທຫາປະທານຊູດ ທັນທີ ແລະ ໄດ້ບອກເພິ່ນວ່າ ບາງທີພວກເຮົາອາດມີໂອກາດອີກເທື່ອໜຶ່ງ ທີ່ຈະມອບພອນທາງວິນຍານໃຫ້ແກ່ ອັດໂຕ ຮາເລັກ ເພື່ອນຂອງພວກເຮົາ. ເທື່ອນີ້ ຜູ້ສອນສາດສະໜາ ຈະເປັນປະທານກໍດອນ ບີ ຮິງລີ. ຂ້າພະເຈົ້າໄດ້ຖາມວ່າ ມັນສົມຄວນບໍ ທີ່ຈະຂໍໃຫ້ຄອບຄົວຮາເລັກ ເປັນເຈົ້າພາບ ຕ້ອນຮັບພວກເຮົາທຸກຄົນ ໃນກຸ່ມເດີນທາງຂອງປະທານຮິງລີ.11 ປະທານ ແລະ ຊິດສະເຕີ ຮິງລີ, ລູກສາວຂອງພວກເພິ່ນ ຊື່ ເຈນ, ແລະ ແອວເດີ ແລະ ຊິດສະເຕີ ແຈັບຟະລີ ອາ ຮໍແລນ ກໍຢູ່ໃນກຸ່ມເດີນທາງຄືກັນ. ປະທານຊູດ, ໂດຍທີ່ໄດ້ທຳງານຮ່ວມກັບຄອບຄົວຮາເລັກ, ໄດ້ຈັດຕຽມທຸກຢ່າງ.12
ເມື່ອພວກເຮົາໄປເຖິງທີ່ນັ້ນຈາກປະເທດຟີຈີ ຫລັງຈາກການອຸທິດພຣະວິຫານ, ພວກເຮົາກໍໄດ້ຖືກຕ້ອນຮັບດ້ວຍຄວາມອົບອຸ່ນ.13 ພວກເຮົາໄດ້ກ່າວກັບສະມາຊິກຊາວຊາມົວຫລາຍພັນຄົນໃນຄ່ຳຄືນນັ້ນ ແລະ ແລ້ວໄດ້ເດີນທາງໄປບ້ານຂອງຄອບຄົວຮາເລັກ. ຕອນພວກເຮົາໄປຮັບປະທານອາຫານເຊົ້າໃນມື້ຕໍ່ມາ, ປະທານຮິງລີ ແລະ ອັດໂຕ ຮາເລັກ ໄດ້ກາຍເປັນເພື່ອນທີ່ດີແລ້ວ. ມັນແປກຫລາຍຕໍ່ຂ້າພະເຈົ້າ ທີ່ທັງສອງໄດ້ເວົ້າລົມກັນ ໃນແບບດຽວທີ່ຂ້າພະເຈົ້າເຄີຍເວົ້າລົມນຳອັດໂຕ ເມື່ອສອງປີກ່ອນນັ້ນ. ເມື່ອອັດໂຕໄດ້ສະແດງຄວາມຍ້ອງຍໍສາດສະໜາຈັກຂອງພວກເຮົາ ແຕ່ກໍຍັງຢືນຢັນວ່າເພິ່ນຕ້ອງຍຶດໝັ້ນຢູ່ກັບສາດສະໜາຈັກຂອງເພິ່ນ, ແລ້ວປະທານຮິງລີໄດ້ວາງມືໃສ່ເທິງບ່າໄຫລ່ຂອງອັດໂຕ ແລະ ເວົ້າວ່າ, “ອັດໂຕ, ນັ້ນຍັງບໍ່ດີພໍ; ເຈົ້າຄວນເປັນສະມາຊິກຂອງສາດສະໜາຈັກ. ນີ້ຄືສາດສະໜາຈັກຂອງພຣະຜູ້ເປັນເຈົ້າ.” ທ່ານສາມາດວາດພາບເຫັນເຄື່ອງກຳບັງ ໄດ້ລົ່ນລົງຈາກຮ່າງກາຍຂອງອັດໂຕ ຫລັງຈາກທີ່ປະທານຮິງລີ ໄດ້ກ່າວຄຳນັ້ນ.
ນັ້ນຄືການເລີ່ມຕົ້ນໃຫ້ຜູ້ສອນສາດສະໜາໄປສອນ ແລະ ອັດໂຕ ຮາເລັກ ເລີ່ມຖ່ອມຕົວລົງທາງວິນຍານ ທີ່ອະນຸຍາດໃຫ້ ອັດໂຕ ຮາເລັກ ໄດ້ຮັບບັບຕິສະມາ ແລະ ຮັບການຢືນຢັນ ຫລັງຈາກໜຶ່ງປີປາຍ ຈາກນັ້ນ. ໜຶ່ງປີຕໍ່ມາ, ຄອບຄົວຮາເລັກໄດ້ໄປຜະນຶກເຂົ້າກັນຊົ່ວນິລັນດອນ ໃນພຣະວິຫານ.14
ສິ່ງທີ່ປະທັບໃຈຂ້າພະເຈົ້າຫລາຍ ໃນປະສົບການທີ່ໜ້າເຫລືອເຊື່ອນີ້ ແມ່ນການປະຕິບັດສາດສະໜາກິດດ້ວຍຄວາມຮັກ ທີ່ປະທານເວນ ຊູດ ມີຕໍ່ອະດີດຜູ້ສອນສາດສະໜາຂອງເພິ່ນ, ແອວເດີ ວິນສ໌ ຮາເລັກ, ແລະ ຄວາມປາດຖະໜາຂອງເພິ່ນ ທີ່ຢາກເຫັນຄອບຄົວຮາເລັກທັງໝົດ ໄດ້ຢູ່ນຳກັນເປັນຄອບຄົວນິລັນດອນ.15
ໃນເລື່ອງການເຕົ້າໂຮມອິດສະຣາເອນ, ເຮົາຕ້ອງໃຫ້ໃຈຂອງເຮົາສອດຄ່ອງກັບຄວາມຮັກແບບນີ້ ແລະ ຍ້າຍໜີຈາກຄວາມຮູ້ສຶກພຽງແຕ່ວ່າເປັນໜ້າທີ່ຮັບຜິດຊອບເທົ່ານັ້ນ16 ຫລື ຄວາມຮູ້ສຶກຜິດທີ່ຕ້ອງມີຄວາມຮັກ ແລະ ມີສ່ວນຮ່ວມ ໃນການເປັນຫຸ້ນສ່ວນທີ່ສູງສົ່ງ ຂອງການແບ່ງປັນຂ່າວສານ, ການປະຕິບັດສາດສະໜາກິດ, ແລະ ພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດ ໃຫ້ກັບໂລກ.17
ໃນການເປັນສະມາຊິກ ເຮົາສາມາດສະແດງຄວາມຮັກຂອງເຮົາຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ອ້າຍເອື້ອຍນ້ອງຂອງເຮົາ ຕະຫລອດທົ່ວໂລກ ໂດຍຄຳເຊື້ອເຊີນທີ່ລຽບງ່າຍ. ຕາຕະລາງການປະຊຸມໃນວັນອາທິດ ເປັນຕົວແທນໃຫ້ແກ່ໂອກາດພິເສດ ສຳລັບສະມາຊິກທີ່ຈະໄດ້ເຊື້ອເຊີນໝູ່ເພື່ອນ ດ້ວຍຄວາມຮັກ ແລະ ຢ່າງໄດ້ຜົນ ເພື່ອໃຫ້ມາ ແລະ ເບິ່ງ ແລະ ຮູ້ສຶກວ່າປະສົບການຢູ່ທີ່ໂບດເປັນຈັ່ງໃດ.18 ກອງປະຊຸມສິນລະລຶກທີ່ເປັນທາງວິນຍານ, ຫວັງວ່າມັນຈະສັກສິດດັ່ງທີ່ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ບັນຍາຍ ມື້ວານນີ້, ຈະຕິດຕາມດ້ວຍການປະຊຸມ 50 ນາທີ ທີ່ເຈາະຈົງໃສ່ພຣະຄຳພີໃໝ່ ແລະ ພຣະຜູ້ຊ່ວຍໃຫ້ລອດ ຫລື ຄຳປາໄສທີ່ຄາລະວະຈາກກອງປະຊຸມໃຫຍ່ ກໍເຈາະຈົງໃສ່ພຣະຜູ້ຊ່ວຍໃຫ້ລອດ ແລະ ຄຳສອນຂອງພຣະອົງຄືກັນ.
ເອື້ອຍນ້ອງສະມາຄົມສະຕີສົງເຄາະບາງຄົນສົງໄສວ່າ ເປັນຫຍັງເຂົາເຈົ້າຈຶ່ງໄດ້ຮັບການມອບໝາຍຂອງ “ການເຕົ້າໂຮມ” ຮ່ວມກັບສະມາຊິກຂອງກຸ່ມຖານະປະໂລຫິດ. ມັນກໍມີເຫດຜົນໃນເລື່ອງນີ້, ແລະ ປະທານແນວສັນ ໄດ້ບອກເຖິງເຫດຜົນຫລາຍຢ່າງ ຢູ່ໃນກອງປະຊຸມໃຫຍ່ສາມັນເທື່ອແລ້ວນີ້. ເພິ່ນໄດ້ສະຫລຸບວ່າ, “ພວກເຮົາບໍ່ສາມາດເຕົ້າໂຮມອິດສະຣາເອນ ປາດສະຈາກທ່ານ.”19 ໃນວັນເວລາຂອງເຮົາ ເຮົາໄດ້ຮັບພອນຫລາຍ ທີ່ 30 ເປີເຊັນຂອງຜູ້ສອນສາດສະໜາເຕັມເວລານັ້ນ ເປັນຜູ້ຍິງ. ສິ່ງນີ້ໄດ້ສ້າງແຮງຈູງໃຈເພີ່ມເຕີມສຳລັບເອື້ອຍນ້ອງໃນສະມາຄົມສະຕີສົງເຄາະ ໃຫ້ແບ່ງປັນພຣະກິດຕິຄຸນດ້ວຍຄວາມຮັກ. ສິ່ງທີ່ຕ້ອງການແມ່ນຄວາມຕັ້ງໃຈດ້ວຍຄວາມຮັກ, ດ້ວຍຄວາມເຫັນອົກເຫັນໃຈ, ແລະ ດ້ວຍວິນຍານ ໃນຕົວເຮົາແຕ່ລະຄົນ—ຊາຍຍິງຜູ້ໃຫຍ່, ຊາວໜຸ່ມ, ແລະ ເດັກນ້ອຍ—ໃຫ້ແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຖ້າຫາກເຮົາຮັກ, ເມດຕາ, ແລະ ຖ່ອມຕົວ, ແລ້ວຫລາຍຄົນຈະຮັບເອົາຄຳເຊື້ອເຊີນຂອງເຮົາ. ຜູ້ທີ່ເລືອກບໍ່ຮັບເອົາຄຳເຊື້ອເຊີນຂອງເຮົາ ກໍຍັງຈະເປັນເພື່ອນຂອງເຮົາຢູ່ຄືເກົ່າ.
ວຽກງານພຣະວິຫານ ແລະ ປະຫວັດຄອບຄົວ ເພື່ອເຕົ້າໂຮມອິດສະຣາເອນ
ຄວາມຮັກກໍຢູ່ໃນຈຸດໃຈກາງຂອງວຽກງານພຣະວິຫານ ແລະ ປະຫວັດຄອບຄົວຂອງເຮົານຳອີກ ເພື່ອເຕົ້າໂຮມອິດສະຣາເອນຢູ່ຟາກມ່ານເບື້ອງນັ້ນ. ເມື່ອເຮົາຮຽນຮູ້ເຖິງການທົດລອງ ແລະ ເຖິງຄວາມຍາກລຳບາກທີ່ບັນພະບຸລຸດຂອງເຮົາໄດ້ປະເຊີນ, ເຮົາຈະມີຄວາມຮັກ ແລະ ຄວາມຮູ້ບຸນຄຸນຫລາຍຂຶ້ນສຳລັບເຂົາເຈົ້າ. ວຽກງານພຣະວິຫານ ແລະ ປະຫວັດຄອບຄົວ ໄດ້ຖືກເຮັດໃຫ້ເຂັ້ມແຂງຂຶ້ນຫລາຍລະດັບ ໂດຍການປ່ຽນແປງໃໝ່ ທັງໃນຕາຕະລາງການປະຊຸມໃນວັນອາທິດ ແລະ ການເລື່ອນຊັ້ນຂອງຊາວໜຸ່ມໃນຫ້ອງຮຽນ ແລະ ໃນກຸ່ມ. ການປ່ຽນແປງເຫລົ່ານີ້ໄດ້ສ້າງຄວາມສົນໃຈໄວ ແລະ ມີພະລັງຫລາຍກວ່າເກົ່າ ທີ່ຈະຮຽນຮູ້ກ່ຽວກັບບັນພະບຸລຸດຂອງເຮົາ ແລະ ການເຕົ້າໂຮມອິດສະຣາເອນ ຢູ່ທັງສອງຟາກມ່ານ. ທັງວຽກງານພຣະວິຫານ ແລະ ປະຫວັດຄອບຄົວ ໄດ້ຖືກຂະຫຍາຍຢ່າງກວ້າງໄກ.
ອິນເຕີເນັດເປັນເຄື່ອງມືທີ່ມີພະລັງ; ເວລານີ້ ບ້ານເຮືອນໄດ້ເປັນສູນກາງຕົ້ນຕໍຂອງການສືບປະຫວັດຄອບຄົວ. ສະມາຊິກທີ່ເປັນຊາວໜຸ່ມຂອງພວກເຮົາ ມີຄວາມຊຳນານຫລາຍກ່ຽວກັບການຄົ້ນຄວ້າປະຫວັດຄອບຄົວ ແລະ ມີແຮງຈູງໃຈທາງວິນຍານທີ່ຈະຮັບບັບຕິສະມາແທນບັນພະບຸລຸດຂອງພວກເຂົາ, ຜູ້ທີ່ພວກເຂົາໄດ້ຮຽນຮູ້ ແລະ ຮັກ ແລະ ຮູ້ບຸນຄຸນ. ນັບຕັ້ງແຕ່ມີການປ່ຽນແປງ ໄດ້ອະນຸຍາດໃຫ້ຊາວໜຸ່ມອາຍຸ 11 ປີ ຢ່າງຫລວງຫລາຍ ໄດ້ໄປຮັບບັບຕິສະມາແທນຄົນຕາຍ, ປະທານພຣະວິຫານຕະຫລອດທົ່ວໂລກ ໄດ້ລາຍງານວ່າ ຈຳນວນຜູ້ໄປພຣະວິຫານ ມີຫລາຍຂຶ້ນກວ່າເກົ່າ. ປະທານພຣະວິຫານຄົນໜຶ່ງແຈ້ງບອກພວກເຮົາວ່າ “ຈຳນວນຜູ້ຄົນທີ່ໄປຮັບບັບຕິສະມາແທນ ມີຫລາຍຂຶ້ນ … ແລະ ເດັກອາຍຸ 11 ປີ ໄດ້ພາຄອບຄົວມາຕື່ມ. … ເຖິງແມ່ນພວກເຂົາຍັງ [ນ້ອຍ] ຢູ່, ແຕ່ພວກເຂົາກໍມີຄວາມຄາລະວະ ແລະ ມີຈຸດປະສົງສຳລັບພິທີການທີ່ພວກເຂົາກະທຳ. ມັນເປັນພາບທີ່ສວຍງາມແທ້ໆ!”20
ຂ້າພະເຈົ້າຮູ້ວ່າ ຜູ້ນຳຂອງຊັ້ນປະຖົມໄວ ແລະ ຂອງຊາວໜຸ່ມ ກຳລັງເຮັດ ແລະ ຈະສືບຕໍ່ເຮັດວຽກງານປະຫວັດຄອບຄົວ ແລະ ພຣະວິຫານ ດ້ວຍຄວາມພະຍາຍາມຢ່າງຫລວງຫລາຍ. ເອື້ອຍນ້ອງສະມາຄົມສະຕີສົງເຄາະ ແລະ ອ້າຍນ້ອງຖານະປະໂລຫິດ ສາມາດຊ່ວຍເຫລືອດ້ວຍຄວາມຮັກ ເຮັດໜ້າທີ່ຮັບຜິດຊອບເລື່ອງພຣະວິຫານ ແລະ ປະຫວັດຄອບຄົວເປັນສ່ວນບຸກຄົນ ແລະ ກໍຍັງຊ່ວຍເຫລືອ ແລະ ດົນໃຈເດັກນ້ອຍ ແລະ ຊາວໜຸ່ມໃຫ້ເຕົ້າໂຮມອິດສະຣາເອນ ຢູ່ທັງສອງຟາກມ່ານນຳອີກ. ສິ່ງນີ້ແມ່ນສຳຄັນ ໂດຍສະເພາະຢູ່ໃນບ້ານເຮືອນ ແລະ ໃນວັນຊະບາໂຕ. ຂ້າພະເຈົ້າສັນຍາວ່າ ການເຮັດພິທີການດ້ວຍຄວາມຮັກ ເພື່ອບັນພະບຸລຸດ ຈະເພີ່ມຄວາມເຂັ້ມແຂງ ແລະ ການປົກປ້ອງໃຫ້ແກ່ຊາວໜຸ່ມ ແລະ ຄອບຄົວ ຢູ່ໃນໂລກທີ່ຄວາມຊົ່ວຮ້າຍເພີ່ມທະວີຫລາຍຂຶ້ນນີ້. ຂ້າພະເຈົ້າຂໍເປັນພະຍານຕື່ມອີກວ່າ ປະທານຣະໂຊ ເອັມ ແນວສັນ ໄດ້ຮັບການເປີດເຜີຍທີ່ສຳຄັນ ທີ່ກ່ຽວຂ້ອງກັບພຣະວິຫານ ແລະ ວຽກງານພຣະວິຫານ.
ຕຽມຄອບຄົວນິລັນດອນ ແລະ ບຸກຄົນເພື່ອຢູ່ກັບພຣະເຈົ້າ
ການເນັ້ນໜັກໃໝ່ເລື່ອງການໃຫ້ບ້ານເຮືອນເປັນສູນກາງສຶກສາ ແລະ ດຳລົງຊີວິດຕາມພຣະກິດຕິຄຸນ ແລະ ແຫລ່ງຊ່ວຍເຫລືອທີ່ມີບໍລິການໂດຍສາດສະໜາຈັກ ເປັນໂອກາດທີ່ດີເລີດ ທີ່ຈະຕຽມຄອບຄົວນິລັນດອນ ແລະ ບຸກຄົນ ເພື່ອພົບ ແລະ ຢູ່ກັບພຣະເຈົ້າ.21
ເມື່ອຊາຍ ແລະ ຍິງ ໄດ້ຖືກຜະນຶກເຂົ້າກັນຢູ່ໃນພຣະວິຫານ, ເຂົາເຈົ້າໄດ້ເຂົ້າເຮັດພັນທະສັນຍາໃໝ່ ແລະ ເປັນນິດ, ຊຶ່ງເປັນລະບຽບຂອງຖານະປະໂລຫິດ.22 ທັງສອງໄດ້ຮັບພອນ ແລະ ອຳນາດຂອງຖານະປະໂລຫິດ ເພື່ອນຳພາວຽກງານຂອງຄອບຄົວຂອງຕົນ. ຍິງ ແລະ ຊາຍ ມີບົດບາດທີ່ພິເສດສະເພາະ ດັ່ງທີ່ລະບຸໄວ້ຢູ່ໃນໃບ “ຄອບຄົວ: ການປະກາດຕໍ່ໂລກ,”23 ແຕ່ການເປັນຜູ້ພິທັກຮັກສາແມ່ນເທົ່າທຽມກັນ ໃນເລື່ອງຄຸນຄ່າ ແລະ ຄວາມສຳຄັນ.24 ເຂົາເຈົ້າມີສິດທີ່ເທົ່າທຽມກັນ ໃນການຮັບເອົາການເປີດເຜີຍ ສຳລັບຄອບຄົວຂອງຕົນ. ເມື່ອເຂົາເຈົ້າທຳງານດ້ວຍກັນ ດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ, ການຕັດສິນໃຈຂອງເຂົາເຈົ້າຈະເປັນພອນຈາກສະຫວັນ.
ຜູ້ທີ່ສະແຫວງຫາຢາກຮູ້ຈັກພຣະປະສົງຂອງພຣະຜູ້ເປັນເຈົ້າສຳລັບຕົວເອງ ແລະ ສຳລັບຄອບຄົວ ຈະພະຍາຍາມເປັນຄົນທີ່ຊອບທຳ, ອ່ອນນ້ອມ, ມີເມດຕາກະລຸນາ, ແລະ ມີຄວາມຮັກ. ຄວາມຖ່ອມຕົວ ແລະ ຄວາມຮັກ ເປັນຄຸນສົມບັດຂອງຜູ້ທີ່ສະແຫວງຫາທີ່ຈະເຮັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ, ໂດຍສະເພາະສຳລັບຄອບຄົວຂອງຕົນ.
ການເຮັດໃຫ້ຕົວເຮົາເອງດີພ້ອມ, ເຮັດໃຫ້ຕົວເຮົາເອງເໝາະສົມສຳລັບພອນແຫ່ງພັນທະສັນຍາ, ແລະ ການຕຽມພົບກັບພຣະເຈົ້າ ແມ່ນໜ້າທີ່ຮັບຜິດຊອບຂອງທຸກຄົນ. ເຮົາຕ້ອງຮູ້ຈັກເພິ່ງຕົວເອງ ແລະ ກະຕືລືລົ້ນ ໃນການເຮັດໃຫ້ບ້ານເຮືອນຂອງເຮົາເປັນບ່ອນຫລົບໄພຈາກມໍລະສຸມ ທີ່ຢູ່ອ້ອມຮອບເຮົາ25 ແລະ ເປັນບ່ອນຫລົບໄພແຫ່ງສັດທາ.26 ພໍ່ແມ່ມີໜ້າທີ່ຮັບຜິດຊອບ ທີ່ຈະສິດສອນລູກໆຂອງຕົນດ້ວຍຄວາມຮັກ. ບ້ານເຮືອນທີ່ເຕັມໄປດ້ວຍຄວາມຮັກ ຈະເປັນບ່ອນທີ່ຊື່ນຊົມ, ສະໜຸກສະໜານ, ແລະ ເປັນສະຫວັນຢູ່ເທິງແຜ່ນດິນໂລກແທ້ໆ.27
ເພງທີ່ແມ່ຂອງຂ້າພະເຈົ້າມັກຫລາຍ ແມ່ນ “ຮັກທີ່ບ້ານ.”28 ເມື່ອໃດກໍຕາມທີ່ເພິ່ນໄດ້ຍິນວັກທຳອິດ ທີ່ວ່າ “ມີຄວາມສວຍງາມຢູ່ທົ່ວໄປ ເມື່ອມີຮັກທີ່ບ້ານ,” ເພິ່ນຈະຮູ້ສຶກຊາບຊຶ້ງຫລາຍ ແລະ ນ້ຳຕາຊຶມ. ຕອນຍັງນ້ອຍ ພວກເຮົາຮູ້ວ່າ ພວກເຮົາໄດ້ອາໄສຢູ່ບ້ານທີ່ເປັນແບບນັ້ນ; ມັນເປັນສິ່ງໜຶ່ງທີ່ມີຄວາມສຳຄັນສູງສຸດສຳລັບເພິ່ນ.29
ນອກເໜືອໄປຈາກການຊຸກຍູ້ໃຫ້ມີບັນຍາກາດທີ່ເຕັມໄປດ້ວຍຄວາມຮັກຢູ່ທີ່ບ້ານແລ້ວ, ປະທານແນວສັນໄດ້ເນັ້ນການຈຳກັດເລື່ອງການສື່ສານ ທີ່ລົບກວນຈຸດປະສົງຕົ້ນຕໍຂອງເຮົາ.30 ການປ່ຽນແປງຢ່າງໜຶ່ງທີ່ເປັນປະໂຫຍດໃຫ້ຫລາຍຄອບຄົວແມ່ນການເຮັດໃຫ້ອິນເຕີເນັດ, ການສື່ສານມວນຊົນ, ແລະ ໂທລະພາບ ເປັນຜູ້ຮັບໃຊ້ເຮົາ ແທນທີ່ຈະໃຫ້ມັນເປັນສິ່ງລົບກວນ ຫລື, ແມ່ນແຕ່ຮ້າຍແຮງໄປກວ່ານັ້ນ, ເປັນນາຍເຮົາ. ສົງຄາມສຳລັບຈິດວິນຍານຂອງທຸກຄົນ, ໂດຍສະເພາະເດັກນ້ອຍ, ສ່ວນຫລາຍຈະເກີດຂຶ້ນຢູ່ໃນບ້ານເຮືອນ. ໃນຖານະພໍ່ແມ່ ເຮົາຕ້ອງແນ່ໃຈວ່າ ເນື້ອຫາຂອງການສື່ສານ ແມ່ນມີປະໂຫຍດ, ເໝາະສົມກັບອາຍຸ, ແລະ ສອດຄ່ອງກັບບັນຍາກາດທີ່ເຕັມໄປດ້ວຍຄວາມຮັກ ທີ່ເຮົາພະຍາຍາມສ້າງສັນ.
ການສິດສອນຢູ່ໃນບ້ານເຮືອນຂອງເຮົາ ຕ້ອງແຈ່ມແຈ້ງ ແລະ ໜ້າສົນໃຈ31 ແຕ່ໃຫ້ເປັນທາງວິນຍານ, ສະໜຸກສະໜານ, ແລະ ເຕັມໄປດ້ວຍຄວາມຮັກນຳອີກ.
ຂ້າພະເຈົ້າສັນຍາວ່າ ເມື່ອເຮົາເອົາໃຈໃສ່ຕໍ່ຄວາມຮັກຂອງເຮົາສຳລັບພຣະຜູ້ຊ່ວຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະອົງ, ເຮັດໃຫ້ພຣະອົງເປັນຈຸດສຳຄັນໃນຄວາມພະຍາຍາມຂອງເຮົາ ທີ່ຈະເຕົ້າໂຮມອິດສະຣາເອນ ຢູ່ທັງສອງຟາກມ່ານ, ປະຕິບັດສາດສະໜາກິດຕໍ່ຄົນອື່ນ, ແລະ ຕຽມຕົວເອງທີ່ຈະພົບພຣະເຈົ້າ, ແລ້ວອິດທິພົນຂອງຜູ້ປໍລະປັກຈະຫາຍໄປ ແລ້ວຄວາມຊື່ນຊົມ, ຄວາມສະໜຸກສະໜານ, ແລະ ຄວາມສະຫງົບສຸກຂອງພຣະກິດຕິຄຸນ ຈະຂະຫຍາຍບ້ານເຮືອນຂອງເຮົາ ດ້ວຍຄວາມຮັກຢ່າງພຣະຄຣິດ.32 ຂ້າພະເຈົ້າເປັນພະຍານເຖິງຄຳສັນຍາຂອງຄຳສອນເຫລົ່ານີ້ ແລະ ເປັນພະຍານເຖິງພຣະເຢຊູຄຣິດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງເພື່ອເຮົາທຸກຄົນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.