ກຸ່ມ: ບ່ອນທີ່ເຮົາເປັນພາກສ່ວນ
ພຣະຜູ້ເປັນເຈົ້າປະສົງໃຫ້ທ່ານສ້າງກຸ່ມທີ່ເຂັ້ມແຂງ. ຂະນະທີ່ພຣະອົງເຕົ້າໂຮມລູກໆຂອງພຣະອົງ, ເຂົາເຈົ້າຕ້ອງການບ່ອນທີ່ເຂົາເຈົ້າເປັນພາກສ່ວນ ແລະ ເຕີບໂຕ.
ໃນປີ 2010, ອອນເດຼ ເສບາໂຄ ເປັນຊາຍໜຸ່ມ ທີ່ກຳລັງຊອກຫາຄວາມຈິງ. ເຖິງແມ່ນວ່າລາວບໍ່ເຄີຍອະທິຖານຢ່າງຈິງໃຈມາກ່ອນ, ແຕ່ລາວໄດ້ຕັດສິນໃຈເຮັດລອງເບິ່ງ. ບໍ່ດົນຈາກນັ້ນ ລາວໄດ້ພົບກັບຜູ້ສອນສາດສະໜາ. ເຂົາເຈົ້າໄດ້ເອົາບັດສົ່ງຕໍ່ໃຫ້ລາວ ທີ່ມີຮູບພຣະຄຳພີມໍມອນ. ອອນເດຼຮູ້ສຶກບາງສິ່ງ ແລະ ໄດ້ຂໍຊື້ພຣະຄຳພີຈາກຜູ້ສອນສາດສະໜາ. ເຂົາເຈົ້າບອກວ່າ ຊິເອົາພຣະຄຳພີໃຫ້ຟຣີ ຖ້າຫາກລາວໄປໂບດ.1
ອອນເດຼກໍໄດ້ໄປໂບດ ຊຶ່ງຕອນນັ້ນສາຂາ ໂມຈູດີ ຫາກໍຖືກຈັດຕັ້ງຂຶ້ນ ຊຶ່ງເປັນໂບດແຫ່ງດຽວເທົ່ານັ້ນ ຢູ່ປະເທດ ໂບສະວານາ, ທະວີບ ອາຟຣິກາ. ແຕ່ສາຂາມີສະມາຊິກຢູ່ດ້ວຍກັນ 40 ຄົນ, ແຕ່ເຂົາເຈົ້າຮັກແພງ ແລະ ໃກ້ຊິດກັນ.2 ເຂົາເຈົ້າໄດ້ຮັບຕ້ອນ ອອນເດຼ ດ້ວຍຄວາມຍິນດີ. ລາວໄດ້ຮັບບົດຮຽນຈາກຜູ້ສອນສາດສະໜາ ແລະ ກໍໄດ້ຮັບບັບຕິສະມາ. ມັນເປັນສິ່ງທີ່ດີຫລາຍ!
ແຕ່ແລ້ວຕ້ອງເຮັດແນວໃດ? ອອນເດຼຈະສືບຕໍ່ເຂັ້ມແຂງໄດ້ແນວໃດ? ແມ່ນໃຜຈະຊ່ວຍລາວດຳເນີນຢູ່ໃນເສັ້ນທາງແຫ່ງພັນທະສັນຍາ? ຄຳຕອບໜຶ່ງຕໍ່ຄຳຖາມນັ້ນ ແມ່ນກຸ່ມຖານະປະໂລຫິດຂອງລາວ!3
ຜູ້ດຳລົງຖານະປະໂລຫິດແຕ່ລະຄົນ, ບໍ່ວ່າຈະຢູ່ໃນສະພາບການໃດກໍຕາມ, ຈະໄດ້ຮັບຜົນປະໂຫຍດຈາກກຸ່ມທີ່ເຂັ້ມແຂງ. ບັນດານ້ອງຊາຍທັງຫລາຍຂອງຂ້າພະເຈົ້າ ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ, ພຣະຜູ້ເປັນເຈົ້າຢາກໃຫ້ພວກເຈົ້າຈັດຕັ້ງກຸ່ມທີ່ເຂັ້ມແຂງ, ບ່ອນທີ່ຊາຍໜຸ່ມທຸກຄົນເປັນພາກສ່ວນ, ບ່ອນທີ່ພຣະວິນຍານຂອງພຣະຜູ້ເປັນເຈົ້າສະຖິດຢູ່, ບ່ອນທີ່ສະມາຊິກກຸ່ມຖືກຮັບຕ້ອນ ແລະ ສຳຄັນ. ຂະນະທີ່ພຣະຜູ້ເປັນເຈົ້າເຕົ້າໂຮມລູກໆຂອງພຣະອົງ, ເຂົາເຈົ້າຕ້ອງການບ່ອນທີ່ເຂົາເຈົ້າເປັນພາກສ່ວນ ແລະ ເຕີບໂຕ.
ສະມາຊິກແຕ່ລະຄົນໃນຝ່າຍປະທານກຸ່ມຂອງພວກເຈົ້າ ຈະນຳທາງເມື່ອພວກເຈົ້າສະແຫວງຫາການດົນໃຈ4 ແລະ ພັດທະນາຄວາມຮັກ ແລະ ການເປັນອ້າຍນ້ອງກັນ ຢູ່ໃນກຸ່ມ. ພວກເຈົ້າໃຫ້ຄວາມສົນໃຈພິເສດຕໍ່ຜູ້ທີ່ເປັນສະມາຊິກໃໝ່, ຜູ້ທີ່ບໍ່ເຂັ້ມແຂງ, ຫລື ຜູ້ທີ່ມີຄວາມຕ້ອງການພິເສດ.5 ດ້ວຍອຳນາດຂອງຖານະປະໂລຫິດ, ພວກເຈົ້າໄດ້ສ້າງກຸ່ມທີ່ເຂັ້ມແຂງ.6 ແລະ ກຸ່ມທີ່ເຂັ້ມແຂງ ແລະ ເປັນອັນໜຶ່ງອັນດຽວກັນ ຈະສ້າງຄວາມແຕກຕ່າງ ໃນຊີວິດຂອງຊາຍໜຸ່ມ.
ເມື່ອສາດສະໜາຈັກໄດ້ປະກາດເລື່ອງການເຮັດໃຫ້ບ້ານເຮືອນເປັນສູນກາງ ໂດຍການເອົາໃຈໃສ່ຕໍ່ການຮຽນຮູ້ພຣະກິດຕິຄຸນ,7 ບາງຄົນໄດ້ຄິດກ່ຽວກັບສະມາຊິກທີ່ຄືກັນກັບ ອອນເດຼ ແລະ ຖາມວ່າ, “ແລ້ວຄົນໜຸ່ມຜູ້ທີ່ມາຈາກຄອບຄົວທີ່ບໍ່ສຶກສາພຣະກິດຕິຄຸນ ແລະ ຈາກສະພາບແວດລ້ອມທີ່ບໍ່ມີການຮຽນ ແລະ ການດຳລົງຊີວິດຕາມພຣະກິດຕິຄຸນເດ້ ຈະເປັນແນວໃດຢູ່ທີ່ບ້ານ? ພວກເຂົາຈະຖືກປະຖິ້ມບໍ?”
ບໍ່! ບໍ່ມີໃຜທີ່ຈະຖືກປະຖິ້ມ! ພຣະຜູ້ເປັນເຈົ້າຮັກຊາຍໜຸ່ມ ແລະ ຍິງໜຸ່ມທຸກຄົນ. ພວກເຮົາ, ໃນຖານະຜູ້ດຳລົງຖານະປະໂລຫິດ, ເປັນພຣະຫັດຂອງພຣະຜູ້ເປັນເຈົ້າ. ພວກເຮົາເປັນສາດສະໜາຈັກທີ່ສະໜັບສະໜູນໃຫ້ບ້ານເຮືອນເປັນສູນກາງ. ເມື່ອໄດ້ຮັບການສະໜັບສະໜູນທີ່ຈຳກັດຢູ່ທີ່ບ້ານ, ກຸ່ມຖານະປະໂລຫິດ ແລະ ຜູ້ນຳ ແລະ ໝູ່ເພື່ອນຈະດູແລ ແລະ ສະໜັບສະໜູນທຸກຄົນ ແລະ ຄອບຄົວ ຕາມຄວາມຕ້ອງການ.
ຂ້າພະເຈົ້າເຄີຍເຫັນມັນໄດ້ຜົນມາແລ້ວ. ຂ້າພະເຈົ້າເຄີຍມີປະສົບການ. ຕອນຂ້າພະເຈົ້າມີອາຍຸໄດ້ຫົກປີ, ພໍ່ແມ່ຂອງຂ້າພະເຈົ້າໄດ້ຢ່າຮ້າງກັນ ແລະ ພໍ່ໄດ້ປະແມ່ພ້ອມດ້ວຍລູກຫ້າຄົນໄປ. ແມ່ໄດ້ເລີ່ມຕົ້ນທຳງານເພື່ອຫາລ້ຽງຄອບຄົວ. ແມ່ຕ້ອງໄດ້ທຳງານສອງບ່ອນຊົ່ວໄລຍະໜຶ່ງ, ທັງຮຽນໄປນຳ. ແມ່ບໍ່ມີເວລາດູແລຄອບຄົວຫລາຍ. ແຕ່ພໍ່ຕູ້ແມ່ຕູ້, ລຸງປ້າ, ນ້າອາວອາ, ອະທິການ, ແລະ ຄູສອນປະຈຳບ້ານ ໄດ້ເອື້ອມອອກມາຊ່ວຍແມ່ທີ່ດີຂອງຂ້າພະເຈົ້າ.
ແລະ ຂ້າພະເຈົ້າກໍມີກຸ່ມ. ຂ້າພະເຈົ້າມີຄວາມກະຕັນຍູຫລາຍຕໍ່ໝູ່ເພື່ອນຂອງຂ້າພະເຈົ້າ—ອ້າຍນ້ອງຂອງຂ້າພະເຈົ້າ—ຜູ້ໄດ້ຮັກ ແລະ ສະໜັບສະໜູນຂ້າພະເຈົ້າ. ກຸ່ມຂອງຂ້າພະເຈົ້າເປັນບ່ອນທີ່ຂ້າພະເຈົ້າເປັນພາກສ່ວນ. ບາງຄົນອາດຄິດວ່າ ຂ້າພະເຈົ້າຄົງປະສົບຄວາມສຳເລັດໄດ້ຍາກໃນຊີວິດ ເພາະສະພາບຄອບຄົວຂອງຂ້າພະເຈົ້າ. ບາງທີຂ້າພະເຈົ້າອາດເປັນແນວນັ້ນແທ້. ແຕ່ກຸ່ມຖານະປະໂລຫິດໄດ້ຊ່ວຍໃຫ້ຂ້າພະເຈົ້າມີໂອກາດ. ກຸ່ມຂອງຂ້າພະເຈົ້າໄດ້ສະໜັບສະໜູນຂ້າພະເຈົ້າ ແລະ ໄດ້ເປັນພອນໃຫ້ແກ່ຊີວິດຂອງຂ້າພະເຈົ້າຫລາຍທີ່ສຸດ.
ຢູ່ອ້ອມຮອບເຮົາກໍມີຫລາຍຄົນທີ່ປະສົບຄວາມສຳເລັດໄດ້ຍາກ. ບາງທີເຮົາທຸກຄົນອາດເປັນແນວນັ້ນ ໃນທາງໃດ ຫລື ທາງໜຶ່ງ. ແຕ່ເຮົາທຸກຄົນມີກຸ່ມ, ມີບ່ອນທີ່ເຮົາສາມາດໄດ້ຮັບພະລັງ ແລະ ເປັນພະລັງ. ກຸ່ມດັ່ງກ່າວຄື “ທຸກຄົນເປັນອັນໜຶ່ງອັນດຽວກັນ.”8 ມັນເປັນບ່ອນທີ່ເຮົາເສີມສ້າງກັນ, ຮັບໃຊ້ກັນ, ແລະ ສ້າງຄວາມເປັນອັນໜຶ່ງອັນດຽວກັນ ແລະ ກາຍເປັນອ້າຍນ້ອງກັນ ຂະນະທີ່ເຮົາຮັບໃຊ້ພຣະເຈົ້າ.9 ມັນເປັນບ່ອນທີ່ການມະຫັດສະຈັນເກີດຂຶ້ນ.
ຂ້າພະເຈົ້າຢາກບອກພວກເຈົ້າກ່ຽວກັບການມະຫັດສະຈັນບາງຢ່າງ ທີ່ໄດ້ເກີດຂຶ້ນກັບກຸ່ມຂອງອອນເດຼ ຢູ່ໃນເມືອງ ໂມຈູດີ. ຂະນະທີ່ຂ້າພະເຈົ້າແບ່ງປັນຕົວຢ່າງນີ້, ໃຫ້ເຮົາຄອຍຈັບເບິ່ງຫລັກທຳທີ່ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຖານະປະໂລຫິດທຸກກຸ່ມ ທີ່ນຳໃຊ້ມັນ.
ຫລັງຈາກອອນເດຼໄດ້ຮັບບັບຕິສະມາແລ້ວ, ລາວໄດ້ໄປກັບຜູ້ສອນສາດສະໜາ ຕອນເຂົາເຈົ້າໄປສອນຊາຍໜຸ່ມຄົນອື່ນໆອີກສີ່ຄົນ, ຊຶ່ງທັງສີ່ກໍໄດ້ຮັບບັບຕິສະມາ. ບັດນີ້ ກໍມີຊາຍໜຸ່ມຢູ່ດ້ວຍກັນຫ້າຄົນ. ເຂົາເຈົ້າໄດ້ເລີ່ມຕົ້ນເປັນພະລັງໃຫ້ກັນແລະກັນ ແລະ ໃຫ້ສາຂາ.
ຊາຍໜຸ່ມຄົນທີຫົກຊື່ ທູໂສ ກໍໄດ້ຮັບບັບຕິສະມາ. ທູໂສໄດ້ແບ່ງປັນພຣະກິດຕິຄຸນໃຫ້ກັບໝູ່ເພື່ອນສາມຄົນຂອງລາວ, ແລະ ບໍ່ດົນກໍມີເກົ້າຄົນ.
ສ່ວນຫລາຍແລ້ວ ສານຸສິດຂອງພຣະເຢຊູຄຣິດ ກໍໄດ້ຖືກເຕົ້າໂຮມໃນວິທີດຽວກັນນີ້—ເທື່ອລະສອງສາມຄົນ, ຕາມການເຊື້ອເຊີນຂອງໝູ່ເພື່ອນ. ໃນສະໄໝບູຮານ, ເມື່ອ ອັນເດອາ ໄດ້ພົບກັບພຣະຜູ້ຊ່ວຍໃຫ້ລອດ, ເພິ່ນກໍໄດ້ໄປຫາອ້າຍຂອງເພິ່ນ ຊື່ ຊີໂມນ ແລະ “ໄດ້ພາເພິ່ນໄປຫາພຣະເຢຊູ.”10 ຄ້າຍຄືກັນນີ້, ບໍ່ດົນຫລັງຈາກຟີລິບໄດ້ກາຍເປັນຜູ້ຕິດຕາມພຣະຄຣິດ, ເພິ່ນໄດ້ເຊື້ອເຊີນເພື່ອນຂອງເພິ່ນ ຊື່ ນະທານາເອັນ “ໃຫ້ມາເບິ່ງເອົາ.”11
ໃນເມືອງ ໂມຈູດີ, ຊາຍໜຸ່ມຄົນທີ 10 ກໍໄດ້ເຂົ້າຮ່ວມສາດສະໜາຈັກ. ຜູ້ສອນສາດສະໜາໄດ້ພົບເຫັນຄົນທີ 11. ແລະ ຄົນທີ 12 ໄດ້ຮັບບັບຕິສະມາ ຫລັງຈາກທີ່ໄດ້ເຫັນຜົນຂອງພຣະກິດຕິຄຸນ ຕໍ່ໝູ່ເພື່ອນຂອງລາວ.
ສະມາຊິກຂອງສາຂາ ໂມຈູດີ ກໍດີໃຈຫລາຍ. ຊາຍໜຸ່ມເຫລົ່ານີ້ໄດ້ “ເຫລື້ອມໃສໃນພຣະຜູ້ເປັນເຈົ້າ, ແລະ … ໄດ້ເປັນອັນໜຶ່ງອັນດຽວກັນ ໃນສາດສະໜາຈັກ.”12
ພຣະຄຳພີມໍມອນມີບົດບາດທີ່ສຳຄັນໃນການສົນທະນາຂອງເຂົາເຈົ້າ.13 ທູໂສ ຈື່ໄດ້ວ່າ, “ຂ້ານ້ອຍໄດ້ເລີ່ມຕົ້ນອ່ານພຣະຄຳພີມໍມອນ … ທຸກເທື່ອທີ່ຂ້ານ້ອຍມີເວລາ, ຢູ່ທີ່ບ້ານ, ຢູ່ທີ່ໂຮງຮຽນ, ແລະ ໃນທຸກບ່ອນ.”14
ໂອຣາທີ ໄດ້ຮັບເອົາພຣະກິດຕິຄຸນ ເພາະຕົວຢ່າງຂອງໝູ່ເພື່ອນຂອງລາວ. ລາວອະທິບາຍວ່າ: “ເບິ່ງຄືວ່າ [ເຂົາເຈົ້າ] ໄດ້ປ່ຽນໄປໃນພິບຕາດຽວ. … ຂ້ານ້ອຍຄິດວ່າ ຄົງເປັນເພາະ … ປຶ້ມຫົວນ້ອຍ … ທີ່ເຂົາເຈົ້າຖືຕິດມື … ຢູ່ໂຮງຮຽນ. ຂ້ານ້ອຍເຫັນເຂົາເຈົ້າກາຍເປັນຄົນດີ. … [ຂ້ານ້ອຍ] ກໍຢາກເປັນຄືກັນ.”15
ຊາຍໜຸ່ມທັງ 12 ຄົນ ໄດ້ຖືກເຕົ້າໂຮມ ແລະ ໄດ້ຮັບບັບຕິສະມາ ພາຍໃນສອງປີ. ແຕ່ລະຄົນກໍເປັນສະມາຊິກຂອງສາດສະໜາຈັກພຽງຄົນດຽວຢູ່ໃນຄອບຄົວ. ແຕ່ເຂົາເຈົ້າໄດ້ຮັບການສະໜັບສະໜູນຈາກຄອບຄົວໂບດ, ຮ່ວມທັງປະທານ ຣາເວລາ,16 ປະທານສາຂາຂອງເຂົາເຈົ້າ; ແອວເດີ ແລະ ຊິດສະເຕີ ເທເລີ,17 ຄູ່ສອນສາດສະໜາຜູ້ອາວຸໂສ; ແລະ ສະມາຊິກຂອງສາຂາ ຄົນອື່ນໆ.
ບຣາເດີ ຈູເນຍ,18 ຜູ້ນຳກຸ່ມ, ໄດ້ເຊື້ອເຊີນກຸ່ມຊາຍໜຸ່ມໄປເຮືອນລາວ ໃນຕອນບ່າຍຂອງວັນອາທິດ ແລະ ໄດ້ສິດສອນເຂົາເຈົ້າ. ກຸ່ມຊາຍໜຸ່ມໄດ້ສຶກສາພຣະຄຳພີນຳກັນ ແລະ ໄດ້ຈັດການສັງສັນໃນຕອນແລງນຳກັນເປັນປະຈຳ.
ບຣາເດີ ຈູເນຍ ໄດ້ພາເຂົາເຈົ້າໄປຢ້ຽມຢາມສະມາຊິກ, ຢ້ຽມຢາມຜູ້ທີ່ກຳລັງໄດ້ຮັບການສິດສອນຈາກຜູ້ສອນສາດສະໜາ, ແລະ ຢ້ຽມຢາມຄົນອື່ນໆ ຜູ້ທີ່ຕ້ອງການ ໃຫ້ຄົນໄປຢ້ຽມຢາມ. ຊາຍໜຸ່ມທັງ 12 ຄົນໄດ້ນັ່ງລົດກະບະຂອງບຣາເດີ ຈູເນຍ ໄປ. ລາວໄດ້ໄປສົ່ງເຂົາເຈົ້າເຖິງເຮືອນເຫລົ່ານັ້ນ ເປັນຄູ່ໆ ຫລື ສາມຄົນ ແລ້ວໄດ້ກັບຄືນໄປຮັບເອົາເຂົາເຈົ້າ ຫລັງຈາກການຢ້ຽມຢາມ.
ເຖິງແມ່ນວ່າ ກຸ່ມຊາຍໜຸ່ມຫາກໍໄດ້ຮຽນຮູ້ເລື່ອງພຣະກິດຕິຄຸນ ແລະ ບໍ່ຮູ້ສຶກວ່າເຂົາເຈົ້າຮູ້ຫລາຍປານໃດ, ແຕ່ບຣາເດີ ຈູເນຍ ໄດ້ບອກເຂົາເຈົ້າໃຫ້ແບ່ງປັນໜຶ່ງ ຫລື ສອງຢ່າງ ທີ່ເຂົາເຈົ້າຮູ້ໃຫ້ກັບຜູ້ຄົນທີ່ເຂົາເຈົ້າໄປຢ້ຽມຢາມ. ຜູ້ດຳລົງຖານະປະໂລຫິດໜຸ່ມເຫລົ່ານີ້ ໄດ້ສອນ, ໄດ້ອະທິຖານ, ແລະ ໄດ້ຊ່ວຍດູແລສາດສະໜາຈັກ.19 ເຂົາເຈົ້າໄດ້ເຮັດໜ້າທີ່ຮັບຜິດຊອບໃນຖານະປະໂລຫິດ ແລະ ໄດ້ມີປະສົບການກັບຄວາມຊື່ນຊົມຈາກການຮັບໃຊ້.
ອອນເດຼໄດ້ເວົ້າວ່າ, “ພວກເຮົາໄດ້ອະທິຖານ, ໄດ້ສອນ, ໄດ້ຫົວ, ໄດ້ໄຫ້ນຳກັນ, ແລະ ໄດ້ກາຍເປັນອ້າຍນ້ອງກັນ.”20 ແທ້ຈິງແລ້ວ, ເຂົາເຈົ້າເອີ້ນຕົວເອງວ່າ “ພັກພວກອ້າຍນ້ອງ.”
ເຂົາເຈົ້າໄດ້ຕັ້ງເປົ້າໝາຍນຳກັນວ່າ ເຂົາເຈົ້າທຸກຄົນຈະຮັບໃຊ້ເຜີຍແຜ່. ເພາະເຂົາເຈົ້າເປັນສະມາຊິກຂອງສາດສະໜາຈັກພຽງຄົນດຽວຢູ່ໃນຄອບຄົວ, ເຂົາເຈົ້າຈຶ່ງປະເຊີນກັບອຸປະສັກຫລາຍຢ່າງ, ແຕ່ເຂົາເຈົ້າກໍໄດ້ຊ່ວຍກັນຜ່ານຜ່າມັນໄປໄດ້.
ເທື່ອລະຄົນ, ພວກຊາຍໜຸ່ມໄດ້ຖືກເອີ້ນໃຫ້ໄປຮັບໃຊ້ເຜີຍແຜ່. ຄົນທີ່ໄດ້ອອກໄປເຜີຍແຜ່ກ່ອນ ໄດ້ຂຽນຈົດໝາຍເຖິງຜູ້ທີ່ກຳລັງກະກຽມ, ໄດ້ແບ່ງປັນປະສົບການ ແລະ ຊຸກຍູ້ເຂົາເຈົ້າໃຫ້ໄປຮັບໃຊ້. ຊາຍໜຸ່ມສິບເອັດຄົນໄດ້ໄປຮັບໃຊ້ເຜີຍແຜ່.
ຊາຍໜຸ່ມເຫລົ່ານີ້ໄດ້ແບ່ງປັນພຣະກິດຕິຄຸນໃຫ້ກັບຄອບຄົວຂອງເຂົາເຈົ້າ. ແມ່, ເອື້ອຍອ້າຍນ້ອງ, ໝູ່ເພື່ອນ, ຕະຫລອດທັງຜູ້ທີ່ເຂົາເຈົ້າໄດ້ສອນຢູ່ສະໜາມເຜີຍແຜ່, ໄດ້ປ່ຽນໃຈເຫລື້ອມໃສ ແລະ ຮັບບັບຕິສະມາ. ການມະຫັດສະຈັນໄດ້ເກີດຂຶ້ນ ແລະ ຜູ້ຄົນຈົນນັບບໍ່ຖ້ວນໄດ້ຮັບພອນ.
ຂ້າພະເຈົ້າຮູ້ວ່າພວກເຈົ້າບາງຄົນຄິດວ່າ ບາງທີການມະຫັດສະຈັນເຊັ່ນນັ້ນ ອາດເກີດຂຶ້ນພຽງແຕ່ຢູ່ໃນເຂດອາຟຣິກາເທົ່ານັ້ນ, ໃນບ່ອນທີ່ກຳລັງເລັ່ງການເຕົ້າໂຮມອິດສະຣາເອນ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າເປັນພະຍານວ່າ ຫລັກທຳທີ່ນຳໃຊ້ຢູ່ໃນສາຂາ ໂມຈູດີ ຍັງເປັນຄວາມຈິງຢູ່ໃນທຸກແຫ່ງຫົນ. ບໍ່ວ່າພວກເຈົ້າອາໄສຢູ່ບ່ອນໃດກໍຕາມ, ກຸ່ມຂອງພວກເຈົ້າສາມາດເຕີບໂຕໄດ້ ຜ່ານທາງການເຄື່ອນໄຫວ ແລະ ການແບ່ງປັນພຣະກິດຕິຄຸນ. ເມື່ອສານຸສິດຄົນໜຶ່ງເອື້ອມອອກໄປຫາເພື່ອນຄົນໜຶ່ງ, ແລ້ວຄົນໜຶ່ງຈະກາຍເປັນສອງ. ສອງຈະກາຍເປັນສີ່. ສີ່ຈະກາຍເປັນແປດ. ແປດຈະກາຍເປັນສິບສອງ. ສາຂາສາມາດກາຍເປັນຫວອດ.
ພຣະຜູ້ຊ່ວຍໃຫ້ລອດໄດ້ສອນວ່າ, “ດ້ວຍວ່າ ມີສອງ ຫລື ສາມຄົນມາຮ່ວມປະຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ທ່າມກາງພວກເຂົາໃນບ່ອນນັ້ນແຫລະ.”21 ພຣະບິດາເທິງສະຫວັນກຳລັງຕຽມຈິດໃຈຂອງຜູ້ຄົນທີ່ຢູ່ອ້ອມຮອບເຮົາ. ເຮົາສາມາດເຮັດຕາມການກະຕຸ້ນ, ເອື້ອມອອກໄປດ້ວຍມືແຫ່ງມິດຕະພາບ, ແບ່ງປັນຄວາມຈິງ, ເຊື້ອເຊີນຄົນອື່ນໃຫ້ອ່ານພຣະຄຳພີມໍມອນ, ຮັກ ແລະ ສະໜັບສະໜູນເຂົາເຈົ້າ ຂະນະທີ່ເຂົາເຈົ້າມາຮູ້ຈັກພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ມັນເກືອບເຖິງ 10 ປີແລ້ວ ນັບແຕ່ພັກພວກອ້າຍນ້ອງ ໂມຈູດີ ໄດ້ເລີ່ມຕົ້ນໃນເສັ້ນທາງຂອງເຂົາເຈົ້ານຳກັນ, ແລະ ເຂົາເຈົ້າຍັງເປັນພັກພວກອ້າຍນ້ອງຢູ່.
ແຄັດເລໂກໄດ້ເວົ້າວ່າ, “ພວກເຮົາອາດຢູ່ຫ່າງໄກກັນ, ແຕ່ພວກເຮົາຍັງຮັກແພງກັນຄືເກົ່າ.”22
ມັນແມ່ນຄຳອະທິຖານຂອງຂ້າພະເຈົ້າ ວ່າເຮົາຈະຮັບເອົາຄຳເຊື້ອເຊີນຂອງພຣະຜູ້ເປັນເຈົ້າ ເພື່ອໃຫ້ເປັນອັນໜຶ່ງອັນດຽວກັນກັບພຣະອົງ ໃນກຸ່ມຖານະປະໂລຫິດຂອງເຮົາ ເພື່ອວ່າແຕ່ລະກຸ່ມຈະເປັນບ່ອນທີ່ເຮົາເປັນພາກສ່ວນ, ເປັນບ່ອນແຫ່ງການເຕົ້າໂຮມ, ເປັນບ່ອນເຕີບໂຕ.
ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ແລະ ນີ້ແມ່ນວຽກງານຂອງພຣະອົງ. ຂ້າພະເຈົ້າເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.