​2010–2019
ຫວັງ​ເພິ່ງພຣະ​ເຢ​ຊູ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ຫວັງ​ເພິ່ງພຣະ​ເຢ​ຊູ​ຄຣິດ

ຖ້າ​ຫາກ​ເຮົາ​ຫວັງ​ເພິ່ງ​ພຣະເຢ​ຊູ​ຄຣິດ, ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລະ ຂະ​ຫຍາຍ​ການ​ເອີ້ນ​ຂອງ​ເຮົາ ໃນ​ຖາ​ນະ​ແອວ​ເດີ​ໃນ​ອິດ​ສະ​ຣາ​ເອນ.

ຂະ​ນະ​ທີ່​ພຣະ​ເຢ​ຊູ​ໄດ້​ຍ່າງ​ໄປ​ຕາມ​ທາງ​ໃກ້​ເມືອງ​ກາເປ​ນາອູມ1 ທີ່​ອັ່ງ​ອໍ​ໄປ​ດ້ວຍ​ຜູ້​ຄົນ​ບຽດ​ພຣະ​ອົງ​ໄປ, ມີ​ຍິງ​ຄົນ​ໜຶ່ງ​ທີ່​ປ່ວຍ​ໜັກ ເປັນ​ເວ​ລາ 12 ປີ ໄດ້​ເດ່​ມື​ອອກ​ໄປຈັບ​ບາຍແຄມ​ເສື້ອ​ຄຸມ​ຂອງ​ພຣະ​ອົງ. ທັນ​ໃດ​ນັ້ນ​ນາງ​ກໍ​ຫາຍ​ດີຈາກ​ພະ​ຍາດ.2

ພຣະ​ຄຳ​ພີ​ບັນ​ທຶກວ່າ ເມື່ອ​ພຣະເຢ​ຊູຮູ້​ສຶກວ່າ, “[ລິດ​ເດດ​ໄດ້] ຊວ່ານ​ອອກ​ຈາກ [ພຣະ​ອົງ],”3 “ຈຶ່ງອວ່າຍ​ໜ້າ​ມາ​ທາງ​ປະ​ຊາ​ຊົນ”4 ແລະ “ໄດ້​ຫລຽວ​ໄປ​ອ້ອມໆ … ເພື່ອ​ຊອກ​ເບິ່ງວ່າ​ຜູ້​ໃດ​ເປັນ​ຜູ້​ເຮັດ.”5 “ເມື່ອ​ເຫັນ​ວ່າ​ຈະ​ເຊື່ອງ​ຕົວ​ບໍ່​ໄດ້​ແລ້ວ ຍິງ​ຄົນ​ນັ້ນ​ຈຶ່ງ​ເຂົ້າ​ມາ​ຫາ,”6 ນາງ “ໄດ້​ຂາບ​ລົງ​ທີ່​ຕີນ​ຂອງ​ພຣະ​ອົງ, ແລະ ເວົ້າ​ຄວາມ​ຈິງ​ທັງ​ໝົດ​ສູ່​ພຣະ​ອົງ​ຟັງ.”7

“ພຣະອົງ​ໄດ້​ກ່າວ​ແກ່​ນາງວ່າ, ລູກ​ຍິງ​ເອີຍ, ສັດ​ທາ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ; ຈົ່ງ​ໄປ​ເປັນ​ສຸກ​ເທີ້ນ.”8

ພຣະ​ເຢ​ຊູ​ໄດ້​ໂຜດ​ນາງ. ນາງ​ໄດ້​ຫາຍ​ດີ​ທາງ​ຮ່າງ​ກາຍ, ແຕ່​ເມື່ອ​ພຣະ​ເຢ​ຊູ​ໄດ້​ຫັນ​ມາ​ເຫັນ​ນາງ, ນາງ​ໄດ້​ປະ​ກາດ​ເຖິງ​ສັດ​ທາ​ຂອງ​ນາງ​ໃນ​ພຣະ​ອົງ ແລະ ພຣະ​ອົງ​ໄດ້​ປິ່ນ​ປົວ​ໃຈ​ຂອງ​ນາງ.9 ພຣະ​ອົງ​ໄດ້​ກ່າວ​ແກ່​ນາງ​ດ້ວຍ​ຄວາມ​ຮັກ, ໄດ້​ໃຫ້​ນາງ​ໝັ້ນ​ໃຈ​ວ່າ ພຣະ​ອົງ​ຮັບ​ຮູ້, ແລະ ໄດ້​ອວຍ​ພອນນາງ​ດ້ວຍ​ຄວາມ​ສຸກ​ຂອງ​ພຣະ​ອົງ.10

ອ້າຍ​ນ້ອງ​ທັງ​ຫລາຍ, ໃນ​ຖາ​ນະ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ, ເຮົາຢູ່​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ. ໃນ​ປີ​ແລ້ວນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ການ​ເປັນ​ຜູ້​ນຳ​ຂອງວຽກ​ງານນີ້ ໃຫ້​ແກ່ແອວ​ເດີ ໃນ​ອິດ​ສະ​ຣາ​ເອນ.11 ເຮົາ​ໄດ້​ຮັບ​ຄຳ​ສັ່ງ​ທີ່​ດົນ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ—ທຳ​ງານ​ຮ່ວມ​ກັບ​ບັນ​ດາເອື້ອຍ​ນ້ອງ​ຂອງ​ເຮົາ, ເຮົາຕ້ອງປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ວິ​ທີ​ທາງ​ທີ່​ສັກ​ສິດກວ່າ, ເລັ່ງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຢູ່​ທັງ​ສອງ​ຟາກ​ມ່ານ, ຈັດ​ຕັ້ງບ້ານ​ເຮືອນ​ໃຫ້​ເປັນ​ບ່ອນ​ຫລົບ​ໄພ​ແຫ່ງ​ສັດ​ທາ ແລະ ເປັນ​ບ່ອນ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ແລະ ຕຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ.12

ຄື​ກັນ​ກັບ​ໝົດ​ທຸກ​ສິ່ງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ວິ​ທີ​ທາງ: ເຮົາ​ຕ້ອງ​ຫວັງ​ເພິ່ງພຣະເຢ​ຊູ​ຄຣິດ ແລະ ຮັບ​ໃຊ້​ພຣະ​ອົງ ດັ່ງ​ທີ່​ພຣະ​ອົງ​ໄດ້​ຫວັງ​ເພິ່ງພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ ຮັບ​ໃຊ້​ພຣະ​ບິ​ດາ.13 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ໃນ​ທາງນີ້ ກັບ​ສາດ​ສະ​ດາ​ໂຈ​ເຊັບ​ວ່າ:

ໃຫ້​ຫ​ວັງ​ເພິ່ງ​ພຣະ​ອົງ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ບໍ່​ໃຫ້​ສົງ​ໄສ, ບໍ່​ໃຫ້​ຢ້ານ​ກົວ.

ໃຫ້​ເບິ່ງ​ຮອຍ​ແຜ​ທີ່​ຖືກ​ແທງ​ຢູ່​ຂ້າງ​ຂອງ​ພຣະ​ອົງ, ແລະ ຮອຍ​ຕະ​ປູ​ຢູ່​ໃນ​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ອົງ​ນຳ​ອີກ; ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ພວກ​ເພິ່ນ​ຈະ​ໄດ້​ຮັບ​ອາ​ນາ​ຈັກ​ສະ​ຫວັນ​ເປັນ​ມູນ​ມໍ​ລະ​ດົກ.14

ໃນ​ໂລກ​ກ່ອນ​ຊ່ວງ​ມະ​ຕະ, ພຣະ​ເຢ​ຊູ​ໄດ້​ສັນ​ຍາ​ກັບພຣະ​ບິ​ດາ​ຂອງ​ພຣະ​ອົງ​ວ່າ ພຣະ​ອົງ​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ ຈະ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ເມື່ອ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ຖາມ​ວ່າ, ພຣະ​ອົງ​ຄວນສົ່ງ​ຜູ້​ໃດ​ໄປ?15 ພຣະເຢ​ຊູໄດ້ຕອບວ່າ:

ພຣະອົງ​ຢູ່ທີ່​ນັ້ນ ແລະ ເຕັມ​ພຣະໄທ​ທີ່ຈະ​ໄປ.16

ພຣະ​ອົງ​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ.17

ຕະ​ຫລອດ​ພຣະ​ຊົນ​ຊີບ​ມະ​ຕະ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້ເຮັດ​ຕາມ​ຄຳ​ສັນ​ຍາ. ພຣະ​ອົງ​ໄດ້​ສອນ​ຄຳ​ສອນ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ດ້ວຍຄວາມ​ຖ່ອມ​ຕົວ, ດ້ວຍ​ຄວາມອ່ອນ​ໂຍນ, ແລະ ດ້ວຍ​ຄວາມ​ຮັກ ແລະ ພຣະ​ອົງ​ໄດ້​ເຮັດ​ວຽກ​ງານ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ ທີ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ມອບ​ໃຫ້​ແກ່ພຣະ​ອົງ.18

ພຣະ​ເຢ​ຊູ​ໄດ້​ມອບ​ພຣະ​ໄທ​ຂອງ​ພຣະ​ອົງ​ໃຫ້​ແກ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ. ພຣະອົງໄດ້ກ່າວວ່າ:

“ເຮົາ​ຮັກ​ພຣະ​ບິ​ດາ.”19

“ເຮົາ​ເຮັດຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຢູ່​ສະ​ເໝີ.”20

“ເຮົາ​ມາ … ບໍ່​ແມ່ນ​ເພື່ອ​ເຮັດ​ຕາມ​ໃຈ​ຂອງ​ຕົນ​ເອງ ແຕ່​ເພື່ອ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ [ພຣະ​ບິ​ດາ, ຜູ້ທີ່] ໄດ້​ໃຊ້​ເຮົາ​ມາ.”21

ໃນຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ ທີ່​ເຄັດ​ເຊ​ມາ​ເນ, ພຣະ​ອົງ​ໄດ້​ອະ​ທິ​ຖານ​ວ່າ, “ແຕ່​ຢ່າງ​ໃດ​ກໍ​ຕາມ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ.”22

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ເອີ້ນແອວ​ເດີ​ໃນ​ອິດ​ສະ​ຣາ​ເອນ “ໃຫ້​ຫວັງ​ເພິ່ງເຮົາ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ” ແລະ “ຈົ່ງ​ເບິ່ງ​ຮອຍ​ແຜ” ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ທີ່​ຟື້ນ​ພຣະ​ຊົນ, ມັນ​ເປັນ​ການ​ເອີ້ນ​ໃຫ້​ຫັນ​ໜີ​ຈາກ​ຄວາມ​ບາບ ແລະ ຈາກໂລກ ແລະ ຫັນ​ມາ​ຫາ​ພຣະ​ອົງ ແລະ ຮັກ ແລະ ເຊື່ອ​ຟັງ​ພຣະ​ອົງ. ມັນ​ເປັນ​ການ​ເອີ້ນ​ໃຫ້​ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ອົງ ແລະ ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ວິ​ທີທາງ​ຂອງ​ພຣະ​ອົງ. ສະ​ນັ້ນ, ມັນ​ຈຶ່ງ​ເປັນ​ການ​ເອີ້ນ​ໃຫ້​ໄວ້​ວາງ​ໃຈ​ທັງ​ໝົດໃນ​ພຣະ​ອົງ, ຍອມ​ມອບ​ຄວາມ​ປະ​ສົງ ແລະ ໃຈ​ຂອງ​ເຮົາ​ໃຫ້​ແກ່​ພຣະ​ອົງ, ແລະ ຜ່ານ​ທາງ​ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.23

ອ້າຍ​ນ້ອງ​ທັງ​ຫລາຍ, ຖ້າ​ຫາກ​ເຮົາ​​ຫວັງ​ເພິ່ງພຣະ​ເຢ​ຊູ​ຄຣິດ, ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ ໃຫ້​ເປັນ​ແອວ​ເດີ​ໃນ​ອິດ​ສະ​ຣາ​ເອນ ຂອງ​ພຣະ​ອົງ —ຖ່ອມ​ຕົວ, ອ່ອນ​ນ້ອມ, ສອນ​ງ່າຍ, ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ.24 ແລະ ເຮົາ​ຈະ​ນຳ​ຄວາມ​ຊື່ນ​ຊົມ ແລະ ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ມາ​ໃຫ້​ຄອບ​ຄົວ​ ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ ຢູ່​ທັງ​ສອງ​ຟາກ​ມ່ານ.

ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ເອີ້ນ​ເຮົາ​ໃຫ້​​ຫວັງ​ເພິ່ງພຣະ​ເຢ​ຊູ​ຄຣິດ ໃນ​ທາງນີ້: “ບໍ່​ມີ​ສິ່ງ​ໃດ​ທີ່​ງ່າຍ ຫລື ອັດ​ຕະ​ໂນ​ມັດ ກ່ຽວ​ກັບ​ການ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ມີ​ພະ​ລັງ​ເຊັ່ນ​ນີ້. ຄວາມຕັ້ງ​ໃຈຂອງ​ເຮົາ​ຕ້ອງ​ຍຶດ​ໝັ້ນ​ຢູ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ມັນ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ທາງ​ຈິດ​ໃຈ ທີ່​ຈະຫວັງ​ເພິ່ງພຣະ​ອົງ ໃນ ທຸກ ຄວາມ​ຄິດ. ແຕ່​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ຄວາມ​ສົງ​ໄສ​ ແລະ ຄວາມ​ຢ້ານ​ກົວ​ຂອງ​ເຮົາ ຈະ​ຜ່າຍ​ໜີ​ໄປ.”25

ຍຶດ​ໝັ້ນ ເປັນ​ຄຳ​ທີ່ມີ​ພະ​ລັງ. ມັນ​ໝາຍ​ຄວາມ​ວ່າ ເປັນການ​ຈັບ​ໃຫ້​ແໜ້ນ, ເປັນການ​ຍຶດ​ໄວ້​ຢ່າງ​ໝັ້ນ​ຄົງ.26 ເຮົາ​ຕັ້ງ​ໃຈ​ທີ່​ຈະ​ຍຶດ​ໝັ້ນ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ໂດຍ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ.

ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ມັນ​ຈະ​ເປັນ​ອິດ​ທິ​ພົນ​ຕໍ່​ທຸກ​ສິ່ງ​ທີ່​ເຮົາ​ເວົ້າ ແລະ ເຮັດ. ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ27 ເຕັມ​ໄປ​ດ້ວຍການ​ກະ​ທຳ​ດ້ວຍ​ສັດ​ທາທຸກມື້ ທີ່​ເອົາ​ໃຈ​ໃສ່​ຕໍ່​ພຣະ​ເຢ​ຊູ​ຄຣິດ: ອະ​ທິ​ຖານ​ຈາກໃຈ ໃນ​ພຣະ​ນາມ ຂອງພຣະ​ອົງ, ຊື່ນ​ຊົມ​ຢູ່​ກັບພຣະ​ຄຳ ຂອງ​ພຣະ​ອົງ, ຫັນ​ໄປ​ຫາ ພຣະ​ອົງ ເພື່ອ​ການ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ, ແລະ ຮັກ​ສາພຣະ​ບັນ​ຍັດ ຂອງ​ພຣະ​ອົງ, ຮັບ​ສ່ວນ​ສິນລະ​ລຶກ ແລະ ຮັກ​ສາ​ວັນ​ຊະ​ບາ​ໂຕທີ່​ສັກ​ສິດ ຂອງ​ພຣະ​ອົງ, ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ ຂອງ​ພຣະ​ອົງ ເລື້ອຍໆ ເທົ່າ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້, ແລະ ໃຊ້​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ ຂອງ​ພຣະ​ອົງ ເພື່ອ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ອົງ.

ການ​ກະ​ທຳ​ແຫ່ງພັນ​ທະ​ສັນ​ຍາ​ທີ່​ອຸ​ທິດ​ຕົນ​ເຫລົ່າ​ນີ້ ຈະ​ເປີດ​ຈິດ​ໃຈ​ເຮົາ​ຕໍ່​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເຮັດ​ໃຫ້​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສັກ​ສິດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປ່ຽນ​ລັກ​ສະ​ນະ​ຂອງ​ເຮົາ​ເທື່ອ​ລະ​ບັນ​ທັດ, ເຮົາ​ກໍ​ມີ​ຄວາມ​ເຫລື້ອມ​ໃສ​ຫລາຍ​ຂຶ້ນ​ໃນ​ພຣະ​ອົງ ແລະ ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກໍ​ເກີດ​ມີ​ຊີ​ວິດ​ຊີ​ວາ​ຢູ່​ໃນ​ໃຈ​ເຮົາ.28

ຄຳ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ນຳ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ກາຍ​ເປັນ​ຫີນ​ສີ​ລາ​ຂອງ​ຄວາມ​ຕັ້ງ​ໃຈ​ທີ່​ແຂງ​ແກ່ນ, ເປັນ​ຄວາມ​ປາດ​ຖະ​ໜາ​ທີ່​ເລິກ​ຊຶ້ງ​ຂອງ​ເຮົາ. ຄຳ​ສັນ​ຍາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເຮັດ​ໃຫ້​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕັນ​ຍູ ແລະ ຄວາມ​ຊື່ນ​ຊົມ.29 ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ຈະ​ເຊົາ​ເປັນ​ກົດບັງ​ຄັບ ທີ່ເຮົາ​ຈະ​ເຮັດ​ຕາມ ແລະ ຈະ​ກາຍ​ເປັນຫລັກ​ທຳ​ທີ່​ຊົງ​ຮັກ ທີ່​ດົນ​ໃຈ ແລະ ນຳ​ພາ​ເຮົາ ແລະ ໃຫ້​ເຮົາ​ມີ​ຄວາມຕັ້ງ​ໃຈ​ທີ່​ຈະຍຶດ​ໝັ້ນ​ໃນພຣະ​ເຢ​ຊູ​ຄຣິດ.30

ການ​ກະ​ທຳ​ດ້ວຍ​ຄວາມ​ອຸ​ທິດ​ຕົນ​ເຫລົ່າ​ນີ້ ແມ່ນ​ມີ​ສຳ​ລັບ​ທຸກ​ຄົນ, ທັງ​ຄົນ​ໜຸ່ມ ແລະ ຄົນ​ແກ່. ພວກ​ເຈົ້າ​ຊາຍ​ໜຸ່ມ ຜູ້ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ມາ​ໃນ​ຄ່ຳ​ຄືນນີ້ ແມ່ນ​ກ່ຽວ​ຂ້ອງ​ກັບ​ພວກ​ເຈົ້າ. ຂ້າ​ພະ​ເຈົ້າ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ພວກ​ເຈົ້າ. ພວກ​ເຈົ້າ​ເຮັດ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ສັກ​ສິດ ທີ່​ມີ​ໃຫ້​ສຳ​ລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຫລາຍ​ລ້ານ​ຄົນ ໃນ​ທຸກ​ອາ​ທິດ. ເມື່ອ​ພວກ​ເຈົ້າ​ຈັດ​ຕຽມ, ໃຫ້​ພອນ, ຫລື ຢາຍ​ສິນ​ລະ​ລຶກ; ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ຮັບ​ບັບ​ຕິ​ສະ​ມາ​ຢູ່​ໃນ​ພຣະ​ວິ​ຫານ; ເຊື້ອ​ເຊີນ​ໝູ່​ເພື່ອນ​ໃຫ້​ມາ​ຮ່ວມ​ກິດ​ຈະ​ກຳ; ຫລື ຊ່ວຍກູ້​ສະ​ມາ​ຊິກ​ໃນ​ກຸ່ມ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ໄດ້​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ລອດ. ພວກ​ເຈົ້າ​ກໍ​ຫວັງ​ເພິ່ງ​ພຣະ​ເຢ​ຊູ​ຄຣິດ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຈົ້າ ໃນ​ແຕ່​ລະ​ວັນ​ຄື​ກັນ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ພວກ​ເຈົ້າ​ເຮັດ​ແນວນີ້, ພວກ​ເຈົ້າ​ຈະ​ໄດ້​ເປັນ​ຜູ້​ຮັບ​ໃຊ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ວາງ​ພຣະ​ໄທ ໃນ​ເວ​ລານີ້ ແລະ, ໃນ​ອະ​ນາ​ຄົດ, ຈະ​ໄດ້​ເປັນ​ແອວ​ເດີ​ໃນ​ອິດ​ສະ​ຣາ​ເອນ.

ອ້າຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ທັງ​ໝົດ​ນີ້ ຟັງ​ແລ້ວອາດ​ເປັນ​ຕາ​ທໍ້​ຖອຍ​ໃຈ. ແຕ່​ຈົ່ງ​ຈື່​ຈຳ​ພຣະ​ຄຳ​ເຫລົ່າ​ນີ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ວ່າ: “ເຮົາ​ບໍ່​ໄດ້​ຢູ່​ຜູ້​ດຽວ, ເພາະ​ພຣະ​ບິ​ດາ​ສະ​ຖິດ​ຢູ່​ກັບ​ເຮົາ.”31 ເຮົາ​ກໍ​ຄື​ກັນ. ເຮົາບໍ່​ໄດ້​ຢູ່​ຜູ້​ດຽວ. ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ເຮົາ, ແລະ ພວກ​ພຣະ​ອົງ​ສະ​ຖິດ​ຢູ່​ກັບ​ເຮົາ.32 ເພາະ​ພຣະ​ເຢ​ຊູ​ໄດ້​ຫວັງ​ເພິ່ງພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ ສຳ​ເລັດ​ການເສຍ​ສະ​ລະ​ຊົດ​ໃຊ້ທີ່​ຍິ່ງ​ໃຫຍ່, ເຮົາ​ກໍ​ສາ​ມາດ​ຫວັງ​ເພິ່ງ​ພຣະ​ເຢ​ຊູ​ຄຣິດ ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ເຮົາ.

ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ດີ​ພ້ອມ. ບາງ​ເທື່ອ​ເຮົາ​​ກໍ​ຄ້າງ​ຄາ. ເຮົາ​ຖືກ​ລົບ​ກວນ ຫລື ທໍ້​ຖອຍ​ໃຈ. ເຮົາ​ສະ​ດຸດ​ລົ້ມ. ແຕ່​ຖ້າ​ຫາກ​ເຮົາ​​ຫວັງ​ເພິ່ງພຣະ​ເຢ​ຊູ​ຄຣິດ​ດ້ວຍ​ໃຈ​ທີ່​ປ່ຽນ​ແປງ, ແລ້ວ​ພຣະ​ອົງ​ຈະ​ຍົກ​ເຮົາ​ຂຶ້ນ, ໃຫ້ອະ​ໄພ​ແກ່ເຮົາ, ແລະ ປິ່ນ​ປົວ​ຫົວໃຈ​ເຮົາ. ພຣະ​ອົງ​ອົດ​ທົນ ແລະ ເມດ​ຕາ​ກະ​ລຸ​ນາ; ຄວາມ​ຮັກ​ທີ່​ໄຖ່​ຂອງ​ພຣະ​ອົງ​ບໍ່​ເຄີຍ​ສິ້ນ​ສຸດ ແລະ ບໍ່​ເຄີຍ​ເຮັດ​ໃຫ້​ຜິດ​ຫວັງ.33 ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລະ ຂະ​ຫຍາຍ​ການ​ເອີ້ນ​ຂອງ​ເຮົາ ໃນ​ຖາ​ນະ​ແອວ​ເດີ​ໃນ​ອິດ​ສະ​ຣາ​ເອນ.

ແລະ ພຣະ​ບິ​ດາ​ຈະ​ອວຍ​ພອນ​ເຮົາ ດ້ວຍ​ທຸກ​ສິ່ງ​ທີ່​ຈຳ​ເປັນ​ຕໍ່​ການ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ—“ສິ່ງ​ທັງ​ປວງ … ທັງໃນ​ສະ​ຫວັນ ແລະ ເທິງ​ແຜ່ນ​ດິນ​ໂລກ, ຊີ​ວິດ ແລະ ຄວາມ​ສະ​ຫວ່າງ, ພຣະ​ວິນ​ຍານ ແລະ ອຳ​ນາດ, ໄດ້ຖືກ​ສົ່ງ​ອ​ອກ​ໄປ​ໂດຍ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ຜ່ານ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ.”34

ເມື່ອ​ຄວາມ​ສະ​ຫວ່າງ ແລະ ອຳ​ນາດແຫ່ງ​ສະ​ຫວັນ ຫລັ່ງ​ໄຫລ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ, ການ​ມະ​ຫັດ​ສະ​ຈັນ ສາມ​ຢ່າງ​ຈະ​ເກີດ​ຂຶ້ນ:

ຢ່າງ​ທຳ​ອິດ, ເຮົາ​ສາ​ມາດ​ເຫັນ! ຜ່ານ​ທາງ​ການ​ເປີດ​ເຜີຍ ເຮົາ​ເລີ່ມ​ຕົ້ນ​ເຫັນ ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ເຫັນ​ຜູ້​ຍິງ​ຄົນ​ນັ້ນ: ຜ່ານ​ທາງນອກ​ເຂົ້າ​ໄປ​ເຖິງ​ຫົວໃຈ.35 ເມື່ອ​ເຮົາ​ເຫັນ​ດັ່ງ​ທີ່​ພຣະ​ເຢ​ຊູ​ເຫັນ, ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ ໃຫ້​ມີ​ຄວາມ​ຮັກ​ຕໍ່​ຄົນ​ທີ່​ເຮົາ​ຮັບ​ໃຊ້ ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ, ຜູ້​ທີ່​ເຮົາ​ຮັບ​ໃຊ້ ຈະ​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ.36

ຢ່າງ​ທີ​ສອງ, ເຮົາ​ມີ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ! ເຮົາ​ມີ​ສິດ​ອຳ​ນາດ ແລະ ອຳ​ນາດ​ທີ່​ຈະ​ກະ​ທຳໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ເພື່ອ “ໃຫ້​ພອນ, ນຳ​ພາ, ປົກ​ປ້ອງ, ເພີ່ມ​ຄວາມ​ເຂັ້ມ​ແຂງ, ແລະ ປິ່ນ​ປົວ​ຄົນ​ອື່ນ” ແລະ ນຳ​ການ​ມະ​ຫັດ​ສະ​ຈັນ​ມາ​ໃຫ້​ຜູ້​ທີ່ເຮົາຮັກ ແລະ ຮັກ​ສາ​ການ​ແຕ່ງ​ງານ ແລະ ຄອບ​ຄົວຂອງ​ເຮົາ ໃຫ້​ປອດ​ໄພ.37

ຢ່າງ​ທີ​ສາມ, ພຣະ​ເຢ​ຊູ​ຄຣິດ​ໄປ​ກັບ​ເຮົາ! ​ເຮົາ​ໄປໃສ​, ພຣະ​ອົງ​​ກໍຈະ​ໄປ​ດ້ວຍ​. ເວ​ລາ​ເຮົາ​ສອນ, ພຣະ​ອົງ​​ກໍຈະສອນ​ດ້ວຍ. ເວ​ລາ​ເຮົາ​ປອບ​ໂຍນ, ພຣະ​ອົງ​​ກໍຈະ​ປອບ​ໂຍນ​ດ້ວຍ. ເວ​ລາ​ເຮົາ​ໃຫ້​ພອນ, ພຣະ​ອົງ​ຈະ​ໃຫ້​ພອນ​ດ້ວຍ.38

ອ້າຍ​ນ້ອງ​ທັງ​ຫລາຍ, ເຮົາ​ບໍ່​ມີ​ເຫດ​ຜົນ​ທີ່​ຈະ​ປິ​ຕິ​ຍິນ​ດີ​ບໍ? ເຮົາ​ມີ! ເຮົາ​ດຳ​ລົງຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ​ຂອງ​ພຣະ​ເຈົ້າ! ເມື່ອ​ເຮົາ​​ຫວັງ​ເພິ່ງ​ພຣະ​ເຢ​ຊູ​ຄຣິດ, ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ແລະ ​ຕັ້ງ​ໃຈຍຶດ​ໝັ້ນ​ໃນ​ພຣະ​ອົງ, ເຮົາ​ຈະ​ເຂົ້າຮ່ວມ​ກັບ​ບັນ​ດາ​ເອື້ອຍ​ນ້ອງ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໃນ​ວິ​ທີ​ທາງ​ທີ່​ສັກ​ສິດກວ່າ, ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ​ໄປ ຢູ່​ທັງ​ສອງ​ຟາກ​ມ່ານ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ ແລະ ຜະ​ນຶກ​ຄອບ​ຄົວ​ເຂົ້າ​ກັນ, ແລະ ຕຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ມັນຈະ​ເກີດ​ຂຶ້ນ​. ຂ້າພະເຈົ້າຂໍເປັນພະຍານເຖິງ​ສິ່ງນີ້.

ຂ້າ​ພະ​ເຈົ້າ​ຂໍ​ປິດ​ດ້ວຍ​ຄຳ​ອະ​ທິ​ຖານ​ຈາກ​ໃຈ, ວ່າເຮົາ​ທຸກ​ຄົນ, ແຕ່​ລະ​ຄົນ, ຈະ​​ຫວັງ​ເພິ່ງພຣະ​ເຢ​ຊູ​ຄຣິດ ໃນ​ທຸກ​ຄວາມ​ຄິດ. ຢ່າ​ສົງ​ໄສ. ຢ່າສູ່ຢ້ານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເຈມສ໌ ອີ ທາເມດ ບອກວ່າ ພຣະເຢ​ຊູ​ຢູ່ “ບໍ​ລິ​ເວນ​ໃກ້​ຄຽງ​ເມືອງ​ກາ​ເປ​ນາ​ອູມ” ຕອນການ​ປິ່ນ​ປົວ​ນີ້​ໄດ້​ເກີດ​ຂຶ້ນ (ເບິ່ງ Jesus the Christ [1916], 313).

  2. ເບິ່ງ ລູ​ກາ 8:43–44; ເບິ່ງ ມັດ​ທາຍ 9:20–21; ມາ​ຣະ​ໂກ 5:25–29 ນຳ​ອີກ.

  3. ລູ​ກາ 8:46.

  4. ມາ​ຣະ​ໂກ 5:30.

  5. ມາ​ຣະ​ໂກ 5:32.

  6. ລູ​ກາ 8:47.

  7. ມາ​ຣະ​ໂກ 5:33.

  8. ລູ​ກາ 8:48.

  9. ເຈມສ໌ ອີ ທາເມດ ໄດ້​ຂຽນ​ວ່າ ສິ່ງ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ທີ່​ສຸດ​ສຳ​ລັບ​ຜູ້​ຍິງຄົນ​ນັ້ນ ທີ່ນອກ​ເໜືອ​ໄປ​ຈາກ​ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ​ແລ້ວ ແມ່ນ​ຄວາມໝັ້ນ​ໃຈ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມອບ​ໃຫ້​ ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ນາງ, ແລະ ວ່າ​ສັດ​ທາ​ຂອງ​ນາງ​ໄດ້​ຖືກ​ຮັບ​ຮູ້​ຈາກ​ພຣະ​ອົງ (ເບິ່ງ Jesus the Christ, 318). ພຣະ​ເຢ​ຊູ​ໄດ້​ປິ່ນ​ປົວ​ນາງ​ທາງ​ຮ່າງ​ກາຍ ແລະ ທາງວິນ​ຍານ ແລະ ໄດ້​ເປີດ​ທາງ​ແຫ່ງ​ຄວາມ​ລອດ​ໃຫ້​ແກ່​ນາງ.

  10. ມັນ​ເປັນ​ປະ​ໂຫຍດ​ທີ່​ຮູ້​ວ່າ ຢາ​ອີ​ໂຣ, ຜູ້ເປັນ​ຫົວ​ໜ້າ​ທຳ​ມະ​ສາ​ລາ, ໄດ້​ຢູ່​ກັບ​ພຣະ​ເຢ​ຊູ ເວ​ລາ​ມີ​ການ​ປິ່ນ​ປົວ​ນີ້. ພຣະ​ເຢ​ຊູ​ກຳ​ລັງ​ຈະ​ໄປ​ເຮືອນ​ຂອງ​ຢາອີໂຣ, ບ່ອນ​ທີ່​ພຣະ​ອົງ​ໄດ້ນຳ​ລູກ​ສາວ​ຂອງ​ຢາອີໂຣ​ຄືນ​ມາ​ຈາກ​ຄວາມ​ຕາຍ. ຜູ້​ຍິງ​ທີ່​ພຣະ​ເຢ​ຊູ​ໄດ້​ປິ່ນ​ປົວ ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ທຳ​ມະ​ສາ​ລາ ເພາະ​ພະ​ຍາດ​ຂອງ​ນາງ. ເມື່ອ​ພຣະ​ເຢ​ຊູ​ໄດ້​ປິ່ນ​ປົວ​ນາງ​ແລ້ວ, ພຣະ​ອົງ​ຍັງ​ໄດ້​ເຮັດ​ໃຫ້​ທຸກ​ຄົນ​ທີ່​ຢູ່​ບ່ອນນັ້ນ, ຮ່ວມ​ທັງ​ຢາ​ອີ​ໂຣ, ຮູ້​ວ່າ ນາງ​ເປັນ​ທິ​ດາ​ທີ່​ຮັກ, ເປັນ​ຜູ້​ຍິງ​ແຫ່ງ​ສັດ​ທາ, ແລະ ທັງ​ຮ່າງ​ກາຍ ແລະ ວິນ​ຍານ​ໄດ້​ຖືກ​ປິ່ນ​ປົວ.

  11. ເບິ່ງ D. Todd Christofferson, “The Elders Quorum” (Liahona, May 2018, 55–58) ສຳ​ລັບ​ການ​ສົນ​ທະ​ນາ​ເລື່ອງ​ການ​ປ່ຽນ​ແປງ ເພື່ອ​ສ້າງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດແຫ່ງ​ເມນ​ຄີ​ເສ​ເດັກ​ຢູ່​ໃນ​ຫວອດ. ຈຸດ​ປະ​ສົງ​ຂອງ​ການ​ປ່ຽນ​ແປງນັ້ນ ໄດ້​ຖືກ​ບັນ​ຍາຍ​ໄວ້ໃນ​ທາງນີ້ ໃນ​ພາກ​ຄຳ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ ຢູ່​ໃນ​ເວບ​ໄຊ້​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ: “ໂດຍ​ທີ່​ມີ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ພຽງ​ກຸ່ມ​ດຽວ​ໃນ​ຫວອດ ຈະ​ຊ່ວຍ​ໃຫ້​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ເພື່ອ​ບັນ​ລຸ​ວຽກ​ງານ​ແຫ່ງ​ຄວາມ​ລອດ ໃນ​ທຸກ​ດ້ານ, ລວມ​ທັງ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ ຊຶ່ງ​ແຕ່​ຜ່ານ​ມາ ແມ່ນ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ​ເປັນ​ຜູ້​ປະ​ສານ​ງານ” (“ນີ້​ຄື​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ: ຄຳ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ,” ຄຳ​ຖາມ​ຂໍ້​ທີ 8, ministering.ChurchofJesusChrist.org).

    ການ​ປ່ຽນ​ແປງ​ຕໍ່​ມາ​ແມ່ນ​ໃຫ້​ຜູ້​ນຳ​ເຜີຍ​ແຜ່ ແລະ ຜູ້​ນຳ​ເລື່ອງ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຄົນ​ໃໝ່​ຢູ່​ໃນ​ຫວອດ ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ​ກຸ່ມ​ແອວເດີ ໂດຍ​ທີ່​ໃຫ້​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄອບ​ຄົວ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງຝ່າຍ​ປະ​ທານ, ການ​ປ່ຽນ​ແປງ​ເຫລົ່າ​ນີ້​ໄດ້​ໃຫ້​ການ​ນຳ​ພາ​ເລື່ອງວຽກ​ງານ​ແຫ່ງ​ຄວາມ​ລອດ ຢູ່​ໃນ​ກຸ່ມ​ແອວເດີ, ໂດຍ​ມີ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໃຫ້​ຄວາມ​ຊ່ວຍ​ເຫລືອ. ແນ່ນອນ, ອະ​ທິ​ການ​ມີ​ຂໍ​ກະ​ແຈ​ທີ່​ຈະ​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ລອດ​ຢູ່​ໃນ​ຫວອດ, ແຕ່​ເພິ່ນ​ຈະ​ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ສິດ​ອຳ​ນາດ​ສຳ​ລັບ​ວຽກ​ງານນັ້ນ​ໃຫ້​ແກ່​ປະ​ທານ​ກຸ່ມ​ແອວ​ເດີ ເພື່ອ​ວ່າ​ອະ​ທິ​ການ​ຈະ​ສາ​ມາດ​ໃຊ້​ເວ​ລາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄອບ​ຄົວ​ຂອງ​ເພິ່ນ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ​ໜຸ່ມ, ແລະ ຮັບ​ໃຊ້​ເປັນ​ຜູ້​ຕັດ​ສິນ​ໃນ​ອິດ​ສະ​ຣາ​ເອນ.

  12. ເບິ່ງ Russell M. Nelson, “Let Us All Press On,” Liahona, May 2018, 118–19; Russell M. Nelson, “Becoming Exemplary Latter-day Saints,” Liahona, Nov. 2018, 113–14; Quentin L. Cook, “Deep and Lasting Conversion to Heavenly Father and the Lord Jesus Christ,” Liahona, Nov. 2018, 8–12.

  13. ພຣະ​ບິ​ດາ​ໄດ້​ສົ່ງ​ພຣະ​ເຢ​ຊູ​ຄຣິດ​ມາ​ສູ່​ໂລກ (ເບິ່ງ ໂຢ​ຮັນ 17:18).

  14. ເບິ່ງ Doctrine and Covenants 6:36–37.

  15. ເບິ່ງ Abraham 3:27.

  16. ເບິ່ງ Abraham 3:27.

  17. ເບິ່ງ Moses 4:2.

  18. ມີ​ຂໍ້​ອ້າງ​ອີງຫລາຍ​ຢ່າງ​ຢູ່​ໃນ​ພຣະ​ຄຳ​ພີ ທີ່​ບັນ​ທຶກ​ຂໍ້​ຄວາມ​ທີ່​ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ ພຣະ​ອົງ​ກຳ​ລັງ​ເຮັດ​ວຽກ​ງານ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ. ເບິ່ງ, ຍົກ​ຕົວ​ຢ່າງ, ໂຢ​ຮັນ 5:19 (ພຣະ​ເຢ​ຊູ​ໄດ້​ເຮັດຕາມ​ສິ່ງ​ທີ່​ພຣະ​ອົງ​ເຫັນ​ພຣະ​ບິ​ດາ​ເຮັດ); ໂຢ​ຮັນ 5:36 (ພຣະ​ບິ​ດາ​ໄດ້​ມອບ​ວຽກ​ງານ​ໃຫ້​ພຣະ​ບຸດ​ຂອງ​ພຣະ​ອົງ​ເຮັດ); ໂຢ​ຮັນ 8:26 (ພຣະ​ເຢ​ຊູໄດ້​ສອນ​ສິ່ງ​ທີ່​ພຣະ​ອົງ​ໄດ້​ຮັບ​ມາ​ຈາກ​ພຣະ​ບິ​ດາ​ຂອງ​ພຣະ​ອົງ); ໂຢ​ຮັນ 14:28 (ພຣະ​ເຢ​ຊູ​ໄດ້​ປະ​ກາດ​ວ່າ, “ພຣະ​ບິ​ດາ​ກໍ​ຍິ່ງ​ໃຫຍ່ກວ່າ​ເຮົາ”); 3 ນີ​ໄຟ 11:32 (ຄຳ​ສອນ​ຂອງ​ພຣະ​ອົງ​ແມ່ນ​ຄຳ​ສອນ​ທີ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ມອບ​ໃຫ້​ແກ່​ພຣະ​ອົງ).

  19. ໂຢ​ຮັນ 14:31.

  20. ໂຢ​ຮັນ 8:29.

  21. ໂຢ​ຮັນ 6:38; ເບິ່ງ ໂຢ​ຮັນ 5:30 ນຳ​ອີກ.

  22. ລູ​ກາ 22:42.

  23. ຄຳວ່າ ຫວັງ​ເພິ່ງ ໃນ​ຂໍ້​ນີ້ (ເບິ່ງ Doctrine and Covenants 6:36–37) ມີ​ຄວາມໝາຍ​ທີ່ສອດ​ຄ່ອງ​ກັບ​ການ​ເອີ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ: ທີ່​ຈະ​ສູ້​ໜ້າ (ຫລື ຫັນ​ໄປ​ຫາ); ທີ່​ຈະ​ຫັນ​ຄວາມ​ສົນ​ໃຈ​ຂອງ​ຄົນ; ທີ່​ຈະ​ເພິ່ງ​ອາ​ໄສ; ທີ່​ຈະ​ຊອກ​ຫາ; ທີ່​ຈະ​ຄອຍ​ຖ້າ​ດ້ວຍ​ຄວາມ​ຫວັງ; ທີ່​ຈະ​ມີ​ຈຸດ​ໝາຍ​ປາຍ​ທາງ​ຢູ່​ໃນ​ໃຈ; ທີ່​ຈະ​ຄາດ​ໝາຍ ຫລື ຄາດ​ຫວັງ (ເບິ່ງ merriam-webster.com, “look”).

  24. ເບິ່ງ Doctrine and Covenants 121:41–42. ຄຸນ​ສົມ​ບັດ​ຂອງ​ພຣະ​ຄຣິດ ທີ່​ກ່າວເຖິງ​ຢູ່​ໃນ​ພຣະ​ຄຳ​ພີ ເປັນ​ຂອງ​ປະ​ທານ​ທີ່​ເປັນພຣະ​ວິນ​ຍານ ທີ່​ມາ​ເຖິງ​ຜ່ານ​ທາງ​ພຣະ​ເມດ​ຕາ ແລະ ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສິ່ງນັ້ນ​ໄດ້​ເຮັດໃຫ້​ແອວ​ເດີໃນ​ອິດ​ສະ​ຣາ​ເອນ​ເປັນ​ແອວ​ເດີ ຂອງ​ພຣະ​ອົງ.

  25. Russell M. Nelson, “Drawing the Power of Jesus Christ into Our Lives,” Liahona, May 2017, 41.

  26. ເບິ່ງ merriam-webster.com, “rivet.”

  27. ສຳ​ລັບ​ການ​ສົນ​ທະ​ນາກ່ຽວ​ກັບ​ຄວາມ​ຄິດ​ເລື່ອງ​ຊີ​ວິດ​ແຫ່ງ​ພັນ​ທະ​ສັນ​ຍາ, ເບິ່ງ Donald L. Hallstrom, “Living a Covenant Life,” Ensign, June 2013, 46–49. ບົດ​ຄວາມນີ້​ໄດ້​ຖືກ​ດັດ​ແປງ​ຈາກ​ບົດ​ປາ​ໄສ​ທີ່​ຍາວກວ່ານີ້ ທີ່​ກ່າວ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິກຳ ຢັງ–ໄອດາໂຮ ໃນ​ເດືອນ​ພຶດ​ສະ​ພາ 2011. ສຳ​ລັບ​ບົດ​ທີ່​ຍາວກວ່ານີ້, ເບິ່ງ Donald L. Hallstrom, “A Covenant Life” (Brigham Young University–Idaho devotional, May 10, 2011), byui.edu.

  28. ເບິ່ງ ເຢ​ເຣ​ມີ​ຢາ 31:31–33, ບ່ອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າປະ​ກາດ​ວ່າ ພຣະ​ອົງ​ຈະ​ເຮັດ​ໃຫ້​ພັນ​ທະ​ສັນ​ຍາ​ໃໝ່​ກັບ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ ຖືກຂຽນ​ໄວ້​ຢູ່​ໃນໃຈ​ຂອງ​ພວກ​ເຂົາ. ພາບ​ແຫ່ງ​ພັນ​ທະ​ສັນ​ຍານີ້ ທີ່​ຖືກ​ຂຽນ​ໄວ້​ໃນ​ໃຈ​ຂອງ​ເຮົາ, ຫລື ພັນ​ທະ​ສັນ​ຍາ​ທີ່​ເກີດ​ເປັນ​ຈິງ​ໃນ​ໃຈ​ຂອງ​ເຮົາ, ກໍ​ມີ​ຢູ່​ໃນ​ການ​ຂຽນ​ຂອງ​ໂປ​ໂລ​ນຳ​ອີກ (ເບິ່ງ 2 ໂກ​ຣິນ​ໂທ 3:3; ເຮັບ​ເຣີ 8:10). ສຳ​ລັບ​ການ​ສົນ​ທະ​ນາ​ເລື່ອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ຫົວ​ໃຈ, ເບິ່ງ David A. Bednar, “Converted unto the Lord,” Liahona, Nov. 2012, 106–9.

  29. ຄຳ​ອະ​ທິ​ຖານສິນ​ລະ​ລຶກສຳ​ລັບ​ເຂົ້າ​ຈີ່ ໄດ້​ກ່າວ​ຢ່າງ​ສວຍ​ງາມ​ເຖິງ​ລັກ​ສະ​ນະ​ຂອງ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ນຳ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ໃນ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ, ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ແຕ່​ຈຸດ​ປະ​ສົງ​ຂອງ​ພັນ​ທະ​ສັນ​ຍາໄດ້​ຖືກ​ຮັບ​ຮູ້ ແລະ ເຮົາ​ເໝາະ​ສົມ​ສຳ​ລັບ​ພອນ​ທີ່​ຖືກ​ສັນ​ຍາ​ໄວ້ ຜ່ານ​ທາງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ; ພຣະ​ອົງ​ເປັນພຣະ​ຜູ້​ເປັນ​ກາງ. ໃນ​ພິ​ທີ​ສິນ​ລະລຶກ, ເຮົາ​ເປັນ​ພະ​ຍານ​ຕໍ່​ພຣະ​ບິ​ດາ (ໃນ​ຜົນ​ກະ​ທົບ, ການ​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ອົງ​ອີກ​ເທື່ອ​ໜຶ່ງ) ວ່າ​ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ເພື່ອວ່າ​ເຮົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ (ພຣະ​ວິນ​ຍານ​ບໍ​ລິ​ສຸດ) ຢູ່​ກັບ​ເຮົາຕະ​ຫລອດ​ເວ​ລາ.

    ຂອງ​ປະ​ທານ​ຢູ່​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ບິ​ດາ ມາ​ເຖິງ​ຜ່ານທາງ​ອຳ​ນາດ​ ແລະ ພະ​ລັງແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ. ຍົກ​ຕົວ​ຢ່າງ, ດັ່ງ​ທີ່​ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ສອນ​ວ່າ, ພຣະ​ເຢ​ຊູ​ຄຣິດ​ເປັນ “​ແຫລ່ງ​ຂອງ​ຄວາມ​ຊື່ນ​ຊົມ​ທັງ​ໝົດ” (ເບິ່ງ “Joy and Spiritual Survival,” Liahona, Nov. 2016, 82). ດັ່ງ​ນັ້ນ, ການ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ເຢ​ຊູ​ຄຣິດ ຈະ​ນຳ​ຄວາມ​ຊື່ນ​ຊົມ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ ບໍ່​ວ່າ​ເຮົາ​ຈະຢູ່​ໃນ​ສະ​ຖາ​ນະ​ການ​ໃດ​ກໍ​ຕາມ.

  30. ປະ​ທານ​ເອສະຣາ ແທັບ ເບັນສັນ ໄດ້ກ່າວ​ເຖິງ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງນີ້ ໃນ​ຄຸນ​ສົມ​ບັດ ແລະ ທິດ​ທາງ ເມື່ອ​ເພິ່ນ​ກ່າວ​ວ່າ, “ເມື່ອ​ການ​ເຊື່ອ​ຟັງບໍ່​ໄດ້​ເປັນ​ສິ່ງ​ລຳ​ຄານ​ອີກ​ຕໍ່​ໄປ ແລະ ກາຍ​ເປັນ​ສິ່ງ​ທີ່​ເຮົາ​ຊອກ​ຫາ, ໃນ​ເວ​ລານັ້ນ​ເອງ​ທີ່​ພຣະ​ເຈົ້າ​ຈະປະ​ທານ​ພະ​ລັງ​ໃຫ້​ແກ່​ເຮົາ, “(ໃນ Donald L. Staheli, “Obedience—Life’s Great Challenge,” Ensign, May 1998, 82).

  31. ໂຢ​ຮັນ 16:32.

  32. ສຳ​ລັບ​ການ​ສົນ​ທະ​ນາ​ເພີ່ມ​ເຕີມ​ເລື່ອງ​ຄວາມ​ຈິງ​ທີ່​ພຣະ​ບິ​ດາ ແລະ ພຣະ​ບຸດມີ​ຄວາມ​ເປັນຫ່ວງ​ເປັນ​ໃຍ, ສົນ​ໃຈ, ຮັກ, ແລະ ມີ​ສ່ວນ​ຮ່ວມ​ໃນ​ຊີ​ວິດ​ຂອງ​ເຮົາ, ເບິ່ງ Jeffrey R. Holland, “The Grandeur of God,” Liahona, Nov. 2003, 70–73; Henry B. Eyring, “Walk with Me,” Liahona, May 2017, 82–85. ເບິ່ງ ມັດ​ທາຍ 18:20; 28:20; Doctrine and Covenants 6:32; 29:5; 38:7; 61:36; 84:88 ນຳ​ອີກ.

  33. ເບິ່ງ ໂຣມ 8:35–39; 1 ໂກ​ຣິນ​ໂທ 13:1–8; ໂມ​ໂຣ​ໄນ 7:46–47.

  34. ເບິ່ງ Doctrine and Covenants 50:27. ໃຫ້​ຈື່​ຈຳ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ໃຫ້​ແຕ່​ລະຄົນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ແລະ ໄດ້​ສົ່ງ​ຄຳ​ສັນ​ຍາ​ທີ່​ກ່ຽວ​ພັນ​ມາ​ໃຫ້, ແລະ ຖືກ​ກຳ​ນົດ, ການມອບ​ໝາຍ​ທີ່ມອບ​ໃຫ້​ເຂົາ​ໂດຍ​ສະ​ເພາະ.

    ຄົນໆ​ນັ້ນ​ໄດ້​ຖືກ​ກຳ​ນົດ​ໃຫ້​ເປັນ​ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ, ເຖິງ​ແມ່ນ​ເຂົາ​ຈະ​ຕ່ຳ​ຕ້ອຍ​ທີ່​ສຸດ ແລະ ເປັນ​ຄົນ​ຮັບ​ໃຊ້​ຜູ້​ຄົນ​ທັງ​ປວງ.

    ດັ່ງ​ນັ້ນ, ເຂົາ​ຈຶ່ງ​ເປັນ​ຜູ້​ຄອບ​ຄອງທຸກ​ສິ່ງ​ທັງ​ປວງ; ເພາະ​ທຸກ​ສິ່ງ​ທັງ​ປວງ​ຂຶ້ນ​ຢູ່​ກັບ​ເຂົາ, ທັງ​ໃນ​ສະ​ຫວັນ ແລະ ເທິງ​ແຜ່ນ​ດິນ​ໂລກ, ຊີ​ວິດ ແລະ ຄວາມ​ສະ​ຫວ່າງ, ພຣະ​ວິນ​ຍານ ແລະ ອຳ​ນາດ, ໄດ້​ຖືກ​ສົ່ງ​ອອກ​ໄປ​ໂດຍ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ຜ່ານ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ.

    ແຕ່ບໍ່​ມີ​ຄົນ​ໃດ​ເປັນ​ຜູ້​ຄອບ​ຄອງ​ທຸກ​ສິ່ງ​ທັງ​ປວງ ຍົກ​ເວັ້ນ​ແຕ່​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ ແລະ ຊຳ​ລະ​ລ້າງ​ຈາກ​ບາບ​ທັງ​ໝົດ​ເສຍ​ກ່ອນ.

    ແລະ ຖ້າ​ຫາກ​ເຮົາຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ ແລະ ຊຳ​ລະ​ລ້າງ​ຈາກ​ບາບ​ທັງ​ໝົດ​ແລ້ວ, ເຮົາຈະ​ທູນ​ຂໍ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາປາດ​ຖະ​ໜາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ ແລ້ວ​ສິ່ງນັ້ນກໍ​ຈະ​ເກີດ​ຂຶ້ນ (ເບິ່ງ Doctrine and Covenants 50:26–29).

  35. ເບິ່ງ 1 ຊາ​ມູ​ເອນ 16:7; 1 ໂກ​ຣິນ​ໂທ 2:14. ຍົກ​ຕົວ​ຢ່າງ​ຂອງ​ພອນ​ນີ້ ແລະ ການ​ເຫັນ​ດັ່ງ​ທີ່​ພຣະ​ເຢ​ຊູ​ເຫັນ, ເບິ່ງ​ເລື່ອງ​ລາວ​ຂອງ​ປະ​ທານ​ເຮັນຣີ ບີ ໄອຣິງ ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເພິ່ນຕອນເປັນ​ອະ​ທິ​ການ​ໜຸ່ມ ເລື່ອງ​ຊາຍ​ໜຸ່ມ​ຜູ້​ໄດ້​ເຮັດ​ຄວາມ​ຜິດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບເພິ່ນ ຕອນນັ້ນ​ເພິ່ນ​ເປັນ​ອະ​ທິ​ການ​ໄອ​ຣິງ ວ່າ, “ເຮົາ​ຈະ​ໃຫ້​ເຈົ້າ​ເຫັນ​ລາວ ດັ່ງ​ທີ່​ເຮົາ​ເຫັນລາວ” (“Walk with Me,” 84).

  36. ນີ້​ແມ່ນ​ຄຳ​ສັນ​ຍາ ແລະ ຄຳ​ສັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມອບ​ໃຫ້​ແກ່​ຜູ້​ຄົນ ຢູ່​ທີ່​ພຣະ​ວິຫານ ໃນ​ເມືອງ​ອຸ​ດົມ​ສົມ​ບູນ. ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ເຂົາ​ໃຫ້​ດຳ​ລົງ​ຊີ​ວິດໃນ​ວິ​ທີ​ທີ່ ຄວາມ​ສະ​ຫວ່າງ ແລະ ຕົວ​ຢ່າງ​ຂອງ​ພຣະ​ອົງ ຈະ​ຢູ່​ໃນ​ພວກ​ເຂົາ, ເພື່ອ​ວ່າພວກ​ເຂົາ​ຈະ​ສາ​ມາດ​ຍົກ​ພຣະ​ອົງ​ຂຶ້ນ ເປັນ​ແສງ​ສະ​ຫວ່າງໃຫ້​ແກ່ໂລກ ໃນ​ຊີ​ວິດ​ຂອງ​ພວກ​ເຂົາ ແລະ ໃນ​ຄຳ​ເຊື້ອ​ເຊີນ​ຂອງ​ພວກ​ເຂົາ​ຕໍ່​ຄົນ​ອື່ນ ໃຫ້​ມາ​ຫາ​ພຣະ​ອົງ. ດັ່ງ​ທີ່​ຜູ້​ຕິດ​ຕາມ​ຂອງ​ພຣະອົງ​ໄດ້​ດຳລົງ​ຊີ​ວິດ ແລະ ໄດ້ເຊື້ອ​ເຊີນ, ຄົນ​ອື່ນ​ຈະຮູ້​ສຶກ​ເຖິງ​ພຣະ​ອົງ ແລະ ເຫັນ​ພຣະ​ອົງ ໃນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. (ເບິ່ງ 3 ນີ​ໄຟ 18:24–25.)

  37. ເບິ່ງ Russell M. Nelson, “The Price of Priesthood Power,” Liahona, May 2016, 68.

  38. ເບິ່ງ Doctrine and Covenants 84:88.

ພິມ