ພຣະຜູ້ລ້ຽງທີ່ດີ, ພຣະເມສານ້ອຍຂອງພຣະເຈົ້າ
ພຣະເຢຊູຄຣິດໄດ້ເອີ້ນເຮົາດ້ວຍສຸລະສຽງຂອງພຣະອົງເອງ ແລະ ຕາມພຣະນາມຂອງພຣະອົງ. ພຣະອົງຊອກຫາ ແລະ ເຕົ້າໂຮມເຮົາ. ພຣະອົງສິດສອນເຮົາເຖິງວິທີທີ່ຈະປະຕິບັດສາດສະໜາກິດດ້ວຍຄວາມຮັກ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ທ່ານເຄີຍນອນຫລັບຍາກບໍ ແລະ ພະຍາຍາມນັບໂຕແກະຢູ່ໃນຫົວ? ຂະນະທີ່ໂຕແກະທີ່ອ່ອນນຸ້ມກຳລັງເຕັ້ນຂ້າມຮົ້ວ, ທ່ານນັບວ່າ: 1, 2, 3, … 245, 246, … 657, 658 …1
ໃນກໍລະນີຂອງຂ້າພະເຈົ້າ, ການນັບໂຕແກະ ບໍ່ໄດ້ເຮັດໃຫ້ຂ້າພະເຈົ້າງ້ວງນອນເລີຍ. ຂ້າພະເຈົ້າຢ້ານນັບຜິດ ຫລື ເສຍໂຕໃດໂຕໜຶ່ງໄປ, ມັນກໍເລີຍເຮັດໃຫ້ຂ້າພະເຈົ້ານອນບໍ່ຫລັບ.
ເຮົາປະກາດກັບຊາຍໜຸ່ມ ຜູ້ໄດ້ກາຍເປັນກະສັດວ່າ:
“ພຣະຜູ້ເປັນເຈົ້າເປັນຜູ້ລ້ຽງຂ້ານ້ອຍ; ຂ້ານ້ອຍມີທຸກສິ່ງທີ່ຕ້ອງການ.
“ພຣະອົງໃຫ້ຂ້ານ້ອຍພັກເຊົາຢູ່ໃນທົ່ງຫຍ້າອັນຂຽວສົດ: ພຣະອົງນຳພາຂ້ານ້ອຍໄປທີ່ບໍ່ນ້ຳອັນສົດໃສ ແລະ ມິດງຽບ.
“ພຣະອົງໃຫ້ຂ້ານ້ອຍມີແຮງຂຶ້ນໃໝ່.”2
ໃນຊ່ວງເທດສະການອີດສະເຕີນີ້, ເຮົາສະເຫລີມສະຫລອງພຣະຜູ້ລ້ຽງທີ່ດີ, ຜູ້ຊຶ່ງເປັນພຣະເມສານ້ອຍຂອງພຣະເຈົ້ານຳອີກ. ໃນຕຳແໜ່ງສັກສິດທັງໝົດຂອງພຣະອົງ, ບໍ່ມີຕຳແໜ່ງໃດທີ່ອ່ອນໂຍນກວ່າ ຫລື ສຳຄັນກວ່ານີ້. ເຮົາຮຽນຮູ້ຫລາຍຢ່າງ ທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ອ້າງເຖິງພຣະອົງເອງວ່າ ພຣະອົງເປັນພຣະຜູ້ລ້ຽງທີ່ດີ ແລະ ຈາກປະຈັກພະຍານຂອງບັນດາສາດສະດາເຖິງພຣະອົງວ່າ ພຣະເມສານ້ອຍຂອງພຣະເຈົ້າ. ບົດບາດ ແລະ ເຄື່ອງໝາຍເຫລົ່ານີ້ ໄດ້ຕື່ມເຕັມໃຫ້ກັນແລະກັນ—ມີໃຜແດ່ທີ່ສາມາດຊ່ວຍເຫລືອແກະແຕ່ລະໂຕໄດ້ດີໄປກວ່າພຣະຜູ້ລ້ຽງທີ່ດີ, ແລະ ມີໃຜແດ່ທີ່ສາມາດເປັນພຣະຜູ້ລ້ຽງທີ່ດີຂອງເຮົາ ທີ່ດີໄປກວ່າພຣະເມສານ້ອຍຂອງພຣະເຈົ້າ?
ເພາະພຣະເຈົ້າຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ແລະ ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ ໄດ້ສະລະພຣະຊົນຊີບ ໃນການເຊື່ອຟັງຕໍ່ພຣະບິດາຂອງພຣະອົງ.3 ພຣະເຢຊູເປັນພະຍານວ່າ, “ເຮົານີ້ແຫລະເປັນຜູ້ລ້ຽງແກະທີ່ດີ: ຜູ້ລ້ຽງທີ່ດີຍ່ອມສະລະຊີວິດຂອງຕົນເພື່ອຝູງແກະ.”4 ພຣະເຢຊູສາມາດສະລະພຣະຊົນຊີບຂອງພຣະອົງ, ແລະ ສາມາດຮັບເອົາມັນຄືນໄດ້.5 ໃນການເປັນອັນໜຶ່ງອັນດຽວກັນກັບພຣະບິດາ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ປະທານພອນພິເສດໃຫ້ແກ່ເຮົາ, ທັງເປັນພຣະຜູ້ລ້ຽງທີ່ດີຂອງເຮົາ ແລະ ເປັນພຣະເມສານ້ອຍຂອງພຣະເຈົ້າ.
ໃນຖານະພຣະຜູ້ລ້ຽງທີ່ດີຂອງເຮົາ, ພຣະເຢຊູຄຣິດໄດ້ເອີ້ນເຮົາດ້ວຍສຸລະສຽງຂອງພຣະອົງເອງ ແລະ ຕາມພຣະນາມຂອງພຣະອົງ. ພຣະອົງຊອກຫາ ແລະ ເຕົ້າໂຮມເຮົາ. ພຣະອົງສິດສອນເຮົາເຖິງວິທີທີ່ຈະປະຕິບັດສາດສະໜາກິດດ້ວຍຄວາມຮັກ. ໃຫ້ເຮົາພິຈາລະນາເບິ່ງສາມຫົວຂໍ້ເຫລົ່ານີ້, ເລີ່ມຕົ້ນດ້ວຍ ພຣະອົງເອີ້ນເຮົາດ້ວຍສຸລະສຽງຂອງພຣະອົງເອງ ແລະ ຕາມພຣະນາມຂອງພຣະອົງ.
ຢ່າງທຳອິດ, ພຣະຜູ້ລ້ຽງທີ່ດີຂອງເຮົາ “ເອີ້ນແກະຂອງຕົນຕາມຊື່. … ຝູງແກະຮູ້ຈັກສຸລະສຽງຂອງພຣະອົງ.”6 ແລະ “ໃນພຣະນາມຂອງພຣະອົງເອງທີ່ພຣະອົງເອີ້ນຫາພວກທ່ານ, ຊຶ່ງຄືພຣະນາມຂອງພຣະຄຣິດ”7 ເມື່ອເຮົາສະແຫວງຫາທີ່ຈະຕິດຕາມພຣະເຢຊູຄຣິດ ດ້ວຍເຈດຕະນາອັນແທ້ຈິງ, ແລ້ວການເປີດເຜີຍຈະມີມາ ເພື່ອເຮັດຄວາມດີ, ເພື່ອຮັກພຣະເຈົ້າ, ແລະ ເພື່ອຮັບໃຊ້ພຣະອົງ.8 ເມື່ອເຮົາສຶກສາ, ໄຕ່ຕອງ, ແລະ ອະທິຖານ; ເມື່ອເຮົາຕໍ່ພັນທະສັນຍາສິນລະລຶກ ແລະ ພັນທະສັນຍາໃນພຣະວິຫານເປັນປະຈຳ; ແລະ ເມື່ອເຮົາເຊື້ອເຊີນທຸກຄົນໃຫ້ມາຫາພຣະກິດຕິຄຸນຂອງພຣະອົງ ແລະ ພິທີການຕ່າງໆ, ກໍໝາຍຄວາມວ່າ ເຮົາໄດ້ເຊື່ອຟັງຕາມສຸລະສຽງຂອງພຣະອົງ.
ໃນວັນເວລາຂອງເຮົາ, ປະທານຣະໂຊ ເອັມ ແນວສັນ ແນະນຳເຮົາໃຫ້ເອີ້ນສາດສະໜາຈັກທີ່ຟື້ນຟູ ຕາມຊື່ທີ່ພຣະເຢຊູຄຣິດໄດ້ເປີດເຜີຍ: ນັ້ນຄື ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.9 ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ດັ່ງນັ້ນ, ອັນໃດກໍຕາມທີ່ເຈົ້າຈະເຮັດ, ຈົ່ງເຮັດ ໃນນາມຂອງເຮົາ; ດັ່ງນັ້ນ ເຈົ້າຈົ່ງເອີ້ນສາດສະໜາຈັກຕາມ ນາມຂອງເຮົາ; ແລະ ເຈົ້າຈົ່ງເອີ້ນຫາພຣະບິດາ ໃນນາມຂອງເຮົາ ເພື່ອພຣະອົງຈະປະທານພອນໃຫ້ແກ່ສາດສະໜາຈັກເພື່ອເຫັນແກ່ເຮົາ.”10 ຕະຫລອດທົ່ວໂລກ, ຢູ່ໃນໃຈ ແລະ ໃນບ້ານເຮືອນຂອງເຮົາ, ເຮົາເອີ້ນຫາພຣະບິດາໃນພຣະນາມຂອງພຣະເຢຊູຄຣິດ. ເຮົາມີຄວາມກະຕັນຍູສຳລັບພອນຢ່າງຫລວງຫລາຍ ທີ່ໃຫ້ບ້ານເຮືອນເປັນສູນກາງນະມັດສະການ, ການສຶກສາພຣະກິດຕິຄຸນ, ແລະ ເຮັດກິດຈະກຳທີ່ເປັນປະໂຫຍດ, ໂດຍມີສາດສະໜາຈັກສະໜັບສະໜູນ.
ຢ່າງທີສອງ, ພຣະຜູ້ລ້ຽງທີ່ດີຂອງເຮົາຊອກຫາ ແລະ ເຕົ້າໂຮມເຮົາ ເຂົ້າໃນຄອກຂອງພຣະອົງ. ພຣະອົງໄດ້ຖາມວ່າ, “ມີຄົນໃດແດ່ໃນພວກເຈົ້າມີແກະຢູ່ຮ້ອຍໂຕ ແລະ ໂຕໜຶ່ງເສຍໄປ ຄົນນັ້ນຈະເຮັດຢ່າງໃດ? ລາວຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນທົ່ງຫຍ້າ ແລະ ໄປຊອກຫາໂຕທີ່ເສຍນັ້ນ ຈົນພົບບໍ?”11
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາເອື້ອມອອກໄປຫາບຸກຄົນໜຶ່ງ ແລະ ເກົ້າສິບເກົ້າຄົນ, ສ່ວນຫລາຍແລ້ວແມ່ນໃນເວລາດຽວກັນ. ຂະນະທີ່ເຮົາປະຕິບັດສາດສະໜາກິດ, ເຮົາຮັບຮູ້ເກົ້າສິບເກົ້າຄົນວ່າ ເຂົາເຈົ້າໝັ້ນຄົງ ແລະ ບໍ່ຫວັ່ນໄຫວ, ແມ່ນແຕ່ໃນຂະນະທີ່ເຮົາເປັນຫ່ວງນຳຜູ້ທີ່ຫລົງທາງໄປ. ພຣະຜູ້ເປັນເຈົ້າຂອງເຮົາຊອກຫາ ແລະ ປົດປ່ອຍເຮົາ “ຈາກທຸກແຫ່ງຫົນ,”12 “ຈາກສີ່ມຸມຂອງແຜ່ນດິນໂລກ.”13 ພຣະອົງເຕົ້າໂຮມເຮົາ ໂດຍທາງພັນທະສັນຍາທີ່ສັກສິດ ແລະ ໂດຍການຊົດໃຊ້ຂອງພຣະອົງດ້ວຍໂລຫິດ.14
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ບອກສານຸສິດຢູ່ໃນພຣະຄຳພີໃໝ່ວ່າ, “ມີຝູງແກະອື່ນອີກ ທີ່ເປັນຝູງແກະຂອງເຮົາ, ແຕ່ບໍ່ຢູ່ໃນຄອກນີ້.”15 ໃນທະວີບອາເມຣິກາ, ພຣະຜູ້ເປັນເຈົ້າທີ່ຟື້ນພຣະຊົນແລ້ວ ໄດ້ເປັນພະຍານຕໍ່ລູກຫລານແຫ່ງພັນທະສັນຍາຂອງລີໄຮວ່າ, “ເຈົ້າຄືແກະຂອງເຮົາ.”16 ແລະ ພຣະເຢຊູໄດ້ກ່າວວ່າ ແກະອື່ນອີກຈະໄດ້ຍິນສຸລະສຽງຂອງພຣະອົງ.17 ພຣະຄຳພີມໍມອນຊ່າງເປັນພອນແທ້ໆ ໃນຖານະເປັນປະຈັກພະຍານອີກຢ່າງໜຶ່ງ ເຖິງສຸລະສຽງຂອງພຣະເຢຊູຄຣິດ!
ພຣະເຢຊູຄຣິດເຊື້ອເຊີນສາດສະໜາຈັກໃຫ້ຮັບເອົາທຸກຄົນ ຜູ້ທີ່ໄດ້ຍິນສຸລະສຽງຂອງພຣະອົງ18 ແລະ ຮັກສາພຣະບັນຍັດຂອງພຣະອົງ. ຄຳສອນຂອງພຣະຄຣິດ ແມ່ນຮ່ວມດ້ວຍການຮັບບັບຕິສະມາດ້ວຍນ້ຳ ແລະ ດ້ວຍໄຟ ແລະ ດ້ວຍພຣະວິນຍານບໍລິສຸດ.19 ນີໄຟຖາມວ່າ, “ຖ້າຫາກລູກແກະຂອງພຣະເຈົ້າ, ໂດຍທີ່ພຣະອົງບໍລິສຸດຍັງຈຳຕ້ອງຮັບບັບຕິສະມາດ້ວຍນ້ຳ ເພື່ອໃຫ້ຄວາມຊອບທຳທັງໝົດສຳເລັດ, ໂອ້ ແລ້ວພວກເຮົາ ໂດຍທີ່ບໍ່ບໍລິສຸດ ຈະຍັງຕ້ອງຮັບບັບຕິສະມາຍິ່ງກວ່ານັ້ນພຽງໃດ, ແທ້ຈິງແລ້ວ, ແມ່ນດ້ວຍນ້ຳ!20
ມື້ນີ້ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາມີພຣະປະສົງວ່າ ສິ່ງທີ່ເຮົາເຮັດ ແລະ ຜູ້ທີ່ເຮົາກາຍເປັນ ຈະເຊື້ອເຊີນຄົນອື່ນໃຫ້ມາຕິດຕາມພຣະອົງ. ຈົ່ງມາພົບເຫັນຄວາມຮັກ, ການປິ່ນປົວ, ການຕິດຕໍ່, ແລະ ພັນທະສັນຍາ ທີ່ໄດ້ຢູ່ກັບພຣະອົງ, ຮ່ວມທັງພຣະວິຫານທີ່ສັກສິດຂອງພຣະເຈົ້າ, ບ່ອນທີ່ພິທີການສັກສິດແຫ່ງຄວາມລອດ ສາມາດເປັນພອນໃຫ້ແກ່ສະມາຊິກໃນຄອບຄົວທຸກຄົນ, ຊຶ່ງເປັນການເຕົ້າໂຮມອິດສະຣາເອນ ທັງສອງຟາກມ່ານ.21
ຢ່າງທີສາມ, ໃນຖານະ “ພຣະຜູ້ລ້ຽງຂອງອິດສະຣາເອນ,”22 ພຣະເຢຊູຄຣິດເປັນຕົວຢ່າງເຖິງວິທີທີ່ຜູ້ລ້ຽງໃນອິດສະຣາເອນ ຄວນປະຕິບັດສາດສະໜາກິດດ້ວຍຄວາມຮັກແນວໃດ. ເມື່ອພຣະຜູ້ເປັນເຈົ້າຂອງເຮົາ ຖາມວ່າເຮົາຮັກພຣະອົງບໍ່, ດັ່ງທີ່ພຣະອົງໄດ້ຖາມຊີໂມນເປໂຕ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ຂໍຮ້ອງວ່າ: “ຈົ່ງລ້ຽງແກະໜຸ່ມຂອງເຮົາເດີ. … ຈົ່ງລ້ຽງແກະຂອງເຮົາເດີ. … ຈົ່ງລ້ຽງແກະຂອງເຮົາເດີ.”23 ພຣະຜູ້ເປັນເຈົ້າສັນຍາວ່າ ເມື່ອຜູ້ລ້ຽງແກະຂອງພຣະອົງລ້ຽງດູແກະຂອງພຣະອົງ, ໂຕທີ່ຢູ່ໃນຄອກຂອງພຣະອົງ “ຈະບໍ່ຢ້ານ, ຫລື ສະທ້ານຕົກໃຈກົວອີກຕໍ່ໄປ, ແລະ ເຮົາກໍຈະບໍ່ລົງໂທດພວກເຂົາອີກ.”24
ພຣະຜູ້ລ້ຽງທີ່ດີຂອງເຮົາເຕືອນວ່າ ຜູ້ລ້ຽງແກະໃນອິດສະຣາເອນ ບໍ່ຄວນນອນຫລັບໄປ,25 ຫລື ເຮັດໃຫ້ຝູງແກະກະຈັດກະຈາຍ ຫລື ຫລົງທາງ,26 ຫລື ເຮັດຕາມໃຈ ແລະ ຊອກຫາຜົນປະໂຫຍດສ່ວນຕົວ.27 ຜູ້ລ້ຽງແກະຂອງພຣະເຈົ້າຕ້ອງດູແລ, ປິ່ນປົວ, ພັນບາດແຜ, ນຳໂຕທີ່ຫລົງໄປກັບມາ, ຊອກຫາໂຕທີ່ຫລົງເສຍໄປ.28
ພຣະຜູ້ເປັນເຈົ້າຍັງເຕືອນກ່ຽວກັບຄົນຮັບຈ້າງນຳອີກ, ຜູ້ “ບໍ່ຫ່ວງໃຍນຳຝູງແກະ,”29 ແລະ “ສາດສະດາປອມ, ຜູ້ທີ່ປອມຕົວຄືແກະມາຫາເຈົ້າ, ແຕ່ພາຍໃນເຂົາເປັນໝາໄນຕົວຮ້າຍ.”30
ພຣະຜູ້ລ້ຽງທີ່ດີຂອງເຮົາປິຕິຍິນດີ ເມື່ອເຮົາໃຊ້ອຳເພີໃຈສ່ວນຕົວໃນທາງສິນທຳ ດ້ວຍເຈດຕະນາ ແລະ ດ້ວຍສັດທາ. ແກະໂຕທີ່ຢູ່ໃນຄອກຂອງພຣະອົງ ໄດ້ຫວັງເພິ່ງພຣະຜູ້ຊ່ວຍໃຫ້ລອດດ້ວຍຄວາມຮູ້ບຸນຄຸນ ສຳລັບການເສຍສະລະຊົດໃຊ້ຂອງພຣະອົງ. ເຮົາເຮັດພັນທະສັນຍາທີ່ຈະຕິດຕາມພຣະອົງ, ບໍ່ແມ່ນແບບຢູ່ຊື່ໆ, ແບບຕາບອດ, ຫລື “ແບບອັບອາຍ,” ແຕ່ມີຄວາມປາດຖະໜາໝົດທັງຈິດໃຈ ທີ່ຈະຮັກພຣະເຈົ້າ ແລະ ເພື່ອນບ້ານຂອງເຮົາ, ແບ່ງເບົາພາລະຂອງກັນແລະກັນ ແລະ ປິຕິຍິນດີໃນຄວາມຊື່ນຊົມຂອງກັນແລະກັນ. ດັ່ງທີ່ພຣະຄຣິດໄດ້ອຸທິດພຣະປະສົງຂອງພຣະອົງ ເພື່ອເຮັດຕາມພຣະປະສົງຂອງພຣະບິດາ, ສະນັ້ນ ເຮົາຈຶ່ງໄດ້ຮັບເອົາພຣະນາມຂອງພຣະອົງຢ່າງຄາລະວະ. ເຮົາຍິນດີທີ່ຈະຮ່ວມເຮັດວຽກງານກັບພຣະອົງ ໃນການເຕົ້າໂຮມ ແລະ ການປະຕິບັດສາດສະໜາກິດຕໍ່ລູກໆທຸກຄົນຂອງພຣະເຈົ້າ.
ອ້າຍເອື້ອຍນ້ອງທັງຫລາຍ, ພຣະເຢຊູຄຣິດເປັນພຣະຜູ້ລ້ຽງທີ່ດີເລີດຂອງເຮົາ. ເພາະພຣະອົງໄດ້ສະລະພຣະຊົນຊີບເພື່ອເຮົາ ແລະ ຟື້ນຄືນພຣະຊົນແລ້ວ, ພຣະເຢຊູຈຶ່ງໄດ້ເປັນພຣະເມສານ້ອຍທີ່ດີພ້ອມຂອງພຣະເຈົ້ານຳອີກ.31
ພຣະເມສານ້ອຍທີ່ເສຍສະລະຂອງພຣະເຈົ້າ ໄດ້ຖືກບອກໄວ້ລ່ວງໜ້າກ່ອນແລ້ວ ນັບແຕ່ຕອນຕົ້ນ. ທູດສະຫວັນໄດ້ບອກອາດາມວ່າ ການຖວາຍຂອງເພິ່ນ ເປັນແບບຂອງການເສຍສະລະຂອງພຣະອົງດຽວທີ່ຖືກຳເນີດຈາກພຣະບິດາ, ຊຶ່ງເຊື້ອເຊີນເຮົາໃຫ້ກັບໃຈ ແລະ ເອີ້ນຫາພຣະເຈົ້າ ໃນພຣະນາມຂອງພຣະບຸດຕະຫລອດໄປ.32
ອັບຣາຮາມ, ຜູ້ໄດ້ສ້າງຕັ້ງພອນແຫ່ງພັນທະສັນຍາສຳລັບທຸກປະຊາຊາດຂອງແຜ່ນດິນໂລກ, ໄດ້ຮູ້ເຖິງຄວາມໝາຍຂອງການຍອມມອບລູກຊາຍຄົນດຽວໃຫ້ເປັນເຄື່ອງຖວາຍ ວ່າເປັນຈັ່ງໃດ.
“ອີຊາກເວົ້າກັບອັບຣາຮາມວ່າ, ພໍ່ເອີຍ. ພໍ່ຈຶ່ງຕອບວ່າ ແມ່ນຫຍັງລູກ. ອີຊາກຖາມວ່າ, ຟືນກັບໄຟກໍມີແລ້ວ, ແຕ່ລູກແກະຢູ່ໃສ …?
ອັບຣາຮາມຕອບວ່າ, ພຣະເຈົ້າຈະຈັດຫາໃຫ້ເອງ.”33
ອັກຄະສາວົກ ແລະ ສາດສະດາ ໄດ້ບອກລ່ວງໜ້າ ແລະ ໄດ້ປິຕິຍິນດີກັບພາລະກິດທີ່ຖືກແຕ່ງຕັ້ງໄວ້ກ່ອນແລ້ວ ຂອງພຣະເມສານ້ອຍຂອງພຣະເຈົ້າ. ໂຢຮັນໃນໂລກເກົ່າ ແລະ ນີໄຟໃນໂລກໃໝ່ ໄດ້ເປັນພະຍານເຖິງ “ພຣະເມສານ້ອຍຂອງພຣະເຈົ້າ,”34 “ແທ້ຈິງແລ້ວ, ແມ່ນແຕ່ພຣະບຸດຂອງພຣະບິດານິລັນດອນ[,] … ພຣະຜູ້ໄຖ່ຂອງໂລກ.”35
ອະບີນາໄດໄດ້ເປັນພະຍານເຖິງການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດວ່າ: “ພວກເຮົາທັງໝົດ, ເໝືອນດັ່ງໂຕແກະທີ່ໄດ້ຫລົງທາງໄປ; ພວກເຮົາໄດ້ໄປຕາມເສັ້ນທາງຂອງໃຜລາວ; ແລະ ພຣະຜູ້ເປັນເຈົ້າໄດ້ວາງ [ຄວາມຊົ່ວຮ້າຍ] ທັງໝົດຂອງພວກເຮົາໄວ້ກັບພຣະອົງ.”36 ແອວມາໄດ້ເອີ້ນການເສຍສະລະທີ່ຍິ່ງໃຫຍ່ ແລະ ສຸດທ້າຍ ຂອງພຣະບຸດຂອງພຣະເຈົ້າວ່າ “ແມ່ນຢ່າງໜຶ່ງທີ່ສຳຄັນກວ່າໝູ່ໝົດ.” ແອວມາຊຸກຍູ້ວ່າ, “ຈົ່ງມີສັດທາໃນພຣະເມສານ້ອຍ”; “ຈົ່ງມາເຖີດ ຢ່າສູ່ຢ້ານ.”37
ເພື່ອນທີ່ຮັກແພງຄົນໜຶ່ງໄດ້ເລົ່າໃຫ້ຂ້າພະເຈົ້າຟັງ ເຖິງວິທີທີ່ນາງມີປະຈັກພະຍານເຖິງການຊົດໃຊ້ຂອງພຣະເຢຊູຄຣິດໄດ້ແນວໃດ. ນາງໄດ້ເຕີບໂຕຂຶ້ນກັບຄວາມເຊື່ອທີ່ວ່າ ບາບຈະນຳການລົງໂທດອັນຮ້າຍແຮງມາໃຫ້ສະເໝີ ທີ່ເຮົາຕ້ອງຮັບເອົາ. ນາງໄດ້ອ້ອນວອນພຣະເຈົ້າ ເພື່ອຢາກຮູ້ວ່າ ເປັນໄປໄດ້ຢູ່ບໍ ທີ່ຈະໄດ້ຮັບການໃຫ້ອະໄພ. ນາງໄດ້ອະທິຖານເພື່ອຈະໄດ້ເຂົ້າໃຈ ແລະ ຮູ້ເຖິງຄວາມສາມາດຂອງພຣະເຢຊູຄຣິດທີ່ຈະໃຫ້ອະໄພຜູ້ທີ່ກັບໃຈ, ເຖິງຄວາມເມດຕາທີ່ສາມາດສະໜອງຄວາມຍຸດຕິທຳ.
ມື້ໜຶ່ງ ຄຳອະທິຖານຂອງນາງໄດ້ຮັບຄຳຕອບ ໃນປະສົບການທີ່ປ່ຽນແປງທາງວິນຍານ. ຊາຍໜຸ່ມທີ່ໝົດຫົນທາງຄົນໜຶ່ງ ໄດ້ແລ່ນອອກມາຈາກຮ້ານຄ້າ ພ້ອມກັບອາຫານສອງຖົງ ທີ່ລາວໄດ້ລັກເອົາ. ລາວໄດ້ແລ່ນໄປຕາມທາງທີ່ອັ່ງອໍໄປດ້ວຍຜູ້ຄົນ, ໂດຍມີຫົວໜ້າຮ້ານຄ້າແລ່ນຕາມໄປ, ແລະ ຈັບລາວໄດ້ ແລ້ວທັງສອງເລີ່ມຕົ້ນຮ້ອງດ່າ ແລະ ຕົບຕີກັນ. ແທນທີ່ຈະຕັດສິນວ່າ ຊາຍໜຸ່ມທີ່ຢ້ານກົວຄົນນັ້ນເປັນຄົນຂີ້ລັກ, ເພື່ອນຂອງຂ້າພະເຈົ້າໄດ້ຮູ້ສຶກ ເຫັນອົກເຫັນໃຈລາວ. ໂດຍທີ່ບໍ່ຄິດຢ້ານ ຫລື ເປັນຫ່ວງກັບຄວາມປອດໄພຂອງຕົວເອງ, ນາງໄດ້ຍ່າງຕົງໄປຫາຊາຍທັງສອງ ທີ່ກຳລັງຜິດຖຽງກັນຢູ່. ນາງໄດ້ບອກຊາຍທັງສອງວ່າ, “ຂ້ອຍຊິເປັນຄົນຈ່າຍ. ໃຫ້ປ່ອຍລາວໄປສາ. ຂໍໃຫ້ຂ້ອຍເປັນຄົນຈ່າຍແທນສາ.”
ໂດຍທີ່ໄດ້ຖືກກະຕຸ້ນຈາກພຣະວິນຍານບໍລິສຸດ ແລະ ເຕັມໄປດ້ວຍຄວາມຮັກ ທີ່ນາງບໍ່ເຄີຍຮູ້ສຶກມາກ່ອນ, ເພື່ອນຂອງຂ້າພະເຈົ້າໄດ້ເວົ້າວ່າ, “ຂ້ອຍພຽງຢາກຊ່ວຍເຫລືອຊາຍໜຸ່ມຄົນນັ້ນ.” ເພື່ອນຂອງຂ້າພະເຈົ້າໄດ້ເວົ້າວ່າ ນາງເລີ່ມຕົ້ນເຂົ້າໃຈພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ—ວ່າເປັນດ້ວຍວິທີໃດ ແລະ ເປັນດ້ວຍເຫດໃດ ທີ່ພຣະເຢຊູຄຣິດ ໄດ້ຍິນດີເສຍສະລະ ດ້ວຍຄວາມຮັກອັນບໍລິສຸດ ແລະ ດີພ້ອມ ເພື່ອເປັນພຣະຜູ້ຊ່ວຍໃຫ້ລອດ ພຣະຜູ້ໄຖ່ຂອງນາງ, ແລະ ດ້ວຍເຫດໃດທີ່ນາງຢາກໃຫ້ພຣະອົງເປັນ.38
ດ້ວຍເຫດນີ້ ເຮົາຈຶ່ງຮ້ອງເພງທີ່ວ່າ:
ພຣະຜູ້ລ້ຽງແກະທີ່ດີຕາມຫາ,
ຕາມຫາລູກແກະທີ່ເສຍໄປ,
ນຳມາຮ່ວມຝູງ ໃຈແສນປິຕິ,
ລອດໄດ້ຈາກຄ່າຊົ່ວນິດນິລັນ.39
ໃນຖານະພຣະເມສານ້ອຍຂອງພຣະເຈົ້າ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຮູ້ຈັກຕອນເຮົາຮູ້ສຶກເປົ່າປ່ຽວ, ບໍ່ສຳຄັນ, ບໍ່ໝັ້ນໃຈ, ຫລື ຢ້ານກົວ. ໃນພາບນິມິດ, ນີໄຟໄດ້ເຫັນອຳນາດຂອງພຣະເມສານ້ອຍຂອງພຣະເຈົ້າ “[ລົງມາ] ເທິງໄພ່ພົນຂອງສາດສະໜາຈັກຂອງພຣະເມສານ້ອຍ, ແລະ ຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ.” ເຖິງແມ່ນ “ກະຈັດກະຈາຍໄປຕາມຜືນແຜ່ນດິນໂລກ, … ພວກເຂົາມີອາວຸດຄືຄວາມຊອບທຳ ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່.”40
ຄຳສັນຍາແຫ່ງຄວາມຫວັງ ແລະ ການປອບໂຍນນີ້ ແມ່ນຮ່ວມດ້ວຍວັນເວລາຂອງເຮົາ.
ທ່ານເປັນສະມາຊິກຂອງສາດສະໜາຈັກພຽງຄົນດຽວ ຢູ່ໃນຄອບຄົວ, ໂຮງຮຽນ, ບ່ອນທຳງານ, ຫລື ໃນຊຸມຊົນຂອງທ່ານບໍ? ສາຂາຂອງທ່ານເບິ່ງຄືວ່ານ້ອຍ ຫລື ຕັ້ງຢູ່ບ່ອນປ່ຽວບໍ? ທ່ານໄດ້ຍ້າຍໄປຢູ່ບ່ອນໃໝ່, ບາງທີປະເຊີນກັບພາສາໃໝ່ ຫລື ວັດທະນະທຳໃໝ່ບໍ? ບາງທີສະພາບການໃນຊີວິດຂອງທ່ານໄດ້ປ່ຽນໄປ, ແລະ ສິ່ງທີ່ທ່ານຄິດວ່າ ເປັນໄປບໍ່ໄດ້ ບັດນີ້ເກີດຂຶ້ນກັບທ່ານບໍ? ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໃຫ້ເຮົາໝັ້ນໃຈໄດ້ວ່າ, ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດ, ບໍ່ວ່າເຮົາຈະເປັນໃຜ, ເອຊາຢາກ່າວວ່າ: “ພຣະອົງຈະເຕົ້າໂຮມລູກແກະທຸກໂຕ ແລະ ອູ້ມເຂົາໄວ້ຢູ່ໃນອ້ອມກອດຂອງພຣະອົງ, ຈະນຳລູກແກະເຫລົ່ານັ້ນໄປຢ່າງອ່ອນໂຍນ.”41
ອ້າຍເອື້ອຍນ້ອງທັງຫລາຍ, ພຣະຜູ້ລ້ຽງທີ່ດີຂອງເຮົາ ເອີ້ນເຮົາດ້ວຍສຸລະສຽງຂອງພຣະອົງເອງ ແລະ ໃນພຣະນາມຂອງພຣະອົງ. ພຣະອົງຊອກຫາ, ເຕົ້າໂຮມ, ແລະ ມາຫາຜູ້ຄົນຂອງພຣະອົງ. ຜ່ານທາງສາດສະດາທີ່ມີຊີວິດຢູ່ຂອງພຣະອົງ ແລະ ຜ່ານທາງເຮົາທຸກຄົນ, ພຣະອົງເຊື້ອເຊີນທຸກຄົນໃຫ້ຊອກຫາຄວາມສະຫງົບ, ຈຸດປະສົງ, ການປິ່ນປົວ, ແລະ ຄວາມຊື່ນຊົມ ໃນຄວາມສົມບູນຂອງພຣະກິດຕິຄຸນທີ່ຟື້ນຟູຂອງພຣະອົງ ແລະ ໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງ. ພຣະອົງສອນຜູ້ລ້ຽງຂອງອິດສະຣາເອນໃຫ້ປະຕິບັດສາດສະໜາກິດດ້ວຍຕົວຢ່າງ ແລະ ດ້ວຍຄວາມຮັກ.
ໃນຖານະພຣະເມສານ້ອຍຂອງພຣະເຈົ້າ, ພາລະກິດ ທີ່ສູງສົ່ງຂອງພຣະເຢຊູ ແມ່ນໄດ້ຖືກແຕ່ງຕັ້ງໄວ້ກ່ອນແລ້ວ ແລະ ບັນດາອັກຄະສາວົກ ແລະ ສາດສະດາກໍປິຕິຍິນດີ. ການຊົດໃຊ້ຂອງພຣະອົງ ທີ່ເປັນນິດ ແລະ ນິລັນດອນ ເປັນຈຸດໃຈກາງໃນແຜນແຫ່ງຄວາມລອດ ແລະ ໃນຈຸດປະສົງຂອງການສ້າງ. ພຣະອົງໃຫ້ເຮົາໝັ້ນໃຈໄດ້ວ່າ ພຣະອົງຈະຮັກເຮົາເລື້ອຍໄປ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ຂໍໃຫ້ເຮົາຈົ່ງປາດຖະໜາ ທີ່ຈະເປັນ “ຜູ້ຕິດຕາມທີ່ຖ່ອມຕົວຂອງພຣະເຈົ້າ ແລະ ພຣະເມສານ້ອຍ,”42 ບາງທີມື້ໜຶ່ງ ຊື່ຂອງເຮົາຈະຖືກຂຽນໄວ້ຢູ່ໃນ ໜັງສືທະບຽນແຫ່ງຊີວິດຂອງພຣະເມສານ້ອຍ,43 ເພື່ອຮ້ອງເພງຂອງພຣະເມສານ້ອຍ,44 ໄດ້ຮັບເຊີນໄປງານລ້ຽງຂອງພຣະເມສານ້ອຍ.45
ໃນຖານະພຣະຜູ້ລ້ຽງ ແລະ ພຣະເມສານ້ອຍ, ພຣະອົງເອີ້ນບອກວ່າ: ໃຫ້ມາ “ສູ່ຄວາມຮູ້ທີ່ແທ້ຈິງ … ເຖິງພຣະຜູ້ໄຖ່ [ຂອງເຈົ້າ], … ຜູ້ລ້ຽງຜູ້ຍິ່ງໃຫຍ່ ແລະ ແທ້ຈິງ [ຂອງເຈົ້າ].”46 ພຣະອົງສັນຍາວ່າ “ໂດຍພຣະຄຸນຂອງພຣະອົງ [ເຮົາ] ອາດ [ຈະ] ດີພ້ອມໃນພຣະຄຣິດ.”47
ໃນຊ່ວງເທດສະການບຸນອີດສະເຕີນີ້, ເຮົາສັນລະເສີນພຣະອົງວ່າ:
“ພຣະເມສານ້ອຍຜູ້ສົມຄວນ!”48
“ໂຮຊັນນາແດ່ພຣະເຈົ້າ ແລະ ພຣະເມສານ້ອຍ!”49
ຂ້າພະເຈົ້າເປັນພະຍານເຖິງພຣະອົງ, ພຣະຜູ້ລ້ຽງທີ່ດີເລີດ, ພຣະເມສານ້ອຍທີ່ດີພ້ອມຂອງພຣະເຈົ້າ. ພຣະອົງເອີ້ນເຮົາຕາມຊື່ຂອງເຮົາ, ໃນພຣະນາມຂອງພຣະອົງ—ແມ່ນແຕ່ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ—ອາແມນ.