​2010–2019
ຄຳປາໄສປິດກອງປະຊຸມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ຄຳປາໄສປິດກອງປະຊຸມ

ຂໍໃຫ້ເຮົາຈົ່ງອຸທິດຖວາຍ ແລະ ອຸທິດຊີວິດຂອງເຮົາຄືນໃໝ່ ທີ່ຈະຮັບໃຊ້ພຣະເຈົ້າ ແລະ ລູກໆຂອງພຣະອົງ—ຢູ່ທັງສອງ​ຟາກມ່ານ.

ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າທັງຫລາຍ, ເມື່ອເຮົາມາເຖິງທ້າຍຂອງກອງປະຊຸມແຫ່ງປະຫວັດສາດນີ້, ​ພວກເຮົາຂອບພຣະໄທພຣະຜູ້ເປັນເຈົ້າສຳລັບການດົນໃຈ ແລະ ການປົກປ້ອງຂອງພຣະອົງ. ຂ່າວສານໄດ້ໃຫ້ການແນະນຳ ແລະ ການເສີມສ້າງທາງວິນຍານໃຫ້ແກ່ເຮົາ.

ຫົວຂໍ້ຕ່າງໆກໍບໍ່ໄດ້ຖືກມອບໝາຍໃຫ້ແກ່ຜູ້ກ່າວປາໄສ. ພວກເພິ່ນແຕ່ລະຄົນໄດ້ອະທິຖານ ເພື່ອທູນຂໍການເປີດເຜີຍສ່ວນຕົວ ໃນການກະກຽມຂ່າວສານຂອງພວກເພິ່ນ. ສຳລັບຂ້າພະເຈົ້າແລ້ວ, ມັນເປັນເລື່ອງອັດສະຈັນທີ່ຫົວຂໍ້ປາໄສຕ່າງໆ ຂອງພວກເພິ່ນເຂົ້າກັນໄດ້ດີຫລາຍ. ໃນຂະນະທີ່ທ່ານສຶກສາຄຳປາໄສເຫລົ່ານີ້, ຂໍໃຫ້ສະແຫວງຫາເພື່ອຈະຮຽນຮູ້ ສິ່ງທີ່ພຣະຜູ້ເປັນເຈົ້າພະຍາຍາມຈະສອນ ທ່ານ ຜ່ານທາງຜູ້ຮັບໃຊ້ຂອງພຣະອົງ.

ສຽງເພງກໍມ່ວນອອນຊອນ. ພວກເຮົາກະຕັນຍູຫລາຍສຳລັບນັກດົນຕີທັງຫລາຍ ຜູ້ທີ່ໄດ້ປະສົມປະສານພອນສະຫວັນຂອງເຂົາເຈົ້າ ເພື່ອຈະນຳພຣະວິນຍານຂອງພຣະຜູ້ເປັນເຈົ້າ ເຂົ້າມາສະຖິດຢູ່ໃນທຸກໆພາກກອງປະຊຸມ. ແລະ ພຣະອົງກໍໄດ້ປະທານພອນໃຫ້ແກ່ຄຳອະທິຖານ ແລະ ຜູ້ມາຮ່ວມກອງປະຊຸມ ໃນທຸກໆພາກ. ແນ່ນອນວ່າ, ກອງປະຊຸມກໍໄດ້ເປັນຄວາມຊື່ນຊົມທາງວິນຍານອີກຄັ້ງສຳລັບເຮົາທຸກຄົນ.

ພວກເຮົາຫວັງ ແລະ ອະທິຖານວ່າ ບ້ານເຮືອນຂອງສະມາຊິກແຕ່ລະຄົນ ຈະກາຍເປັນທີ່ຫລົບໄພແຫ່ງສັດທາແທ້ໆ, ບ່ອນທີ່ພຣະວິຍານຂອງພຣະຜູ້ເປັນເຈົ້າຈະປະທັບຢູ່ໄດ້. ເຖິງແມ່ນວ່າຈະມີການຂັດແຍ້ງຢູ່ອ້ອມຂ້າງເຮົາກໍຕາມ, ບ້ານເຮືອນຂອງເຮົາກໍສາມາດກາຍເປັນສະຖານທີ່ແຫ່ງສະຫວັນ, ບ່ອນທີ່ການສຶກສາ, ການອະທິຖານ, ແລະ ສັດທາຈະສາມາດຮ່ວມເຂົ້າກັນດ້ວຍຄວາມຮັກ. ເຮົາສາມາດກາຍເປັນສານຸສິດຂອງພຣະຜູ້ເປັນເຈົ້າໄດ້ແທ້ໆ, ປົກປ້ອງ ແລະ ອອກຮັບແທນພຣະອົງ ບໍ່ວ່າເຮົາຈະຢູ່ບ່ອນໃດກໍຕາມ.

​ຈຸ​ດປະສົງຂອງພຣະເຈົ້າຄວນເປັນຈຸດປະສົງຂອງເຮົາ. ພຣະອົງປະສົງໃຫ້ລູກໆຂອງພຣະອົງ ເລືອກ ທີ່ຈະກັບຄືນໄປຫາພຣະອົງ, ພ້ອມແລ້ວ, ເໝາະສົມ, ​ໄດ້ຮັບຂອງປະທານສັກສິດ​ແລ້ວ, ​ໄດ້ຜະນຶກ​ຮຽບ​ຮ້ອຍ, ແລະ ຊື່ສັດຕໍ່ພັນທະສັນຍາທີ່ໄດ້ເຮັດໃນພຣະວິຫານ.

ໃນປະຈຸບັນນີ້ ເຮົາມີພຣະວິຫານທີ່ໄດ້ຮັບການອຸທິດແລ້ວ ຢູ່ດ້ວຍກັນ 162 ແຫ່ງ. ແຫ່ງຕ່າງໆໃນຕອນຕົ້ນກໍຄົງຢູ່ເປັນເຄື່ອງໝາຍເຖິງສັດທາ ແລະ ວິໄສທັດຂອງຜູ້ບຸກເບີດທີ່ຮັກແພງຂອງເຮົາ. ພຣະວິຫານແຕ່ລະແຫ່ງ ທີ່ພວກເພິ່ນໄດ້ກໍ່ສ້າງຂຶ້ນ ກໍເປັນຜົນທີ່ມາຈາກການເສຍສະລະ ແລະ ຄວາມພະຍາຍາມທີ່ໃຫຍ່ຫລວງສ່ວນຕົວ. ແຕ່ລະແຫ່ງກໍຄົງຢູ່ເປັນສົມບັດທີ່ປະເສີດລ້ຳ ຈາກຄວາມສຳເລັດຜົນຂອງຜູ້ບຸກເບີກ.

ເຮົາມີຄວາມຮັບຜິດຊອບອັນສັກສິດ ທີ່ຈະດູແລຮັກສາມັນໄວ້. ດັ່ງນັ້ນ, ອີກບໍ່ດົນ ພຣະວິຫານລຸ້ນບຸກເບີກເຫລົ່ານີ້ ກໍຈະໄດ້ຮັບການສ້ອມແປງໃໝ່ ແລະ ປັບປຸງເປັນຊ່ວງໄລຍະໜຶ່ງ ແລະ, ສຳລັບບາງແຫ່ງ, ກໍຈະໄດ້ຮັບການປັບປຸງຢ່າງຫລວງ​ຫລາຍ. ຈະພະຍາຍາມຮັກສາ ຈຸດເດັ່ນພິເສດທີ່ຖືກຕ້ອງທາງປະຫວັດສາດ ຂອງພຣະວິຫານແຕ່ລະແຫ່ງ ບ່ອນທີ່ເປັນໄປໄດ້, ຈະຮັກສາຄວາມສວຍງາມທີ່ດົນໃຈ ແລະ ​ຝີມືພິເສດຂອງລຸ້ນຄົນທີ່ໄດ້ລ່ວງລັບໄປດົນນານແລ້ວ.

ລາຍລະອຽດສຳລັບພຣະວິຫານ ເຊັ້ນ​ໂຈດ ຢູທາ ກໍໄດ້ອອກມາແລ້ວ. ແຜນການສຳລັບການປັບປຸງພຣະວິຫານເຊົາເ​ລັກ, ບໍລິເວນພຣະວິຫານ, ແລະ ສູນການຄ້າໃກ້ຕຶກຫ້ອງການ​ໃຫຍ່ຂອງສາດສະໜາຈັກ ກໍຈະຖືກປະກາດໃນວັນສຸກ ວັນທີ 19 ເດືອນເມສາ, 2019.

ພຣະວິຫານແມນທາຍ ແລະ ພຣະວິຫານໂລກັນ ຢູທາ ກໍຈະໄດ້ຮັບການປັບປຸງໃໝ່ໃນປີຂ້າງໜ້າທີ່ຈະມາ​ເຖິງນີ້. ເມື່ອແຜນການເຫລົ່ານັ້ນຖືກກະກຽມ​ຮຽບ​ຮ້ອຍແລ້ວ, ມັນກໍຈະຖືກປະກາດ​ໃຫ້​ຮູ້.

​ໃນ​ການ​ເຮັດວຽກງານນີ້ ພຣະວິຫານແຕ່ລະແຫ່ງຈະ​ຕ້ອງປິດຊົ່ວໄລຍະໜຶ່ງ. ສະມາຊິກຂອງສາດສະໜາຈັກ ​ສາ​ມາດ​ໄປນະມັດສະການ ແລະ ຮັບໃຊ້ຕໍ່ໄປ ຢູ່ໃນພຣະວິຫານແຫ່ງອື່ນໆທີ່ຕັ້ງຢູ່ໃ​ກ້. ເມື່ອແຕ່ລະໂຄງການສຳເລັດລົງແລ້ວ, ພຣະວິຫານແຫ່ງປະຫວັດສາດແຕ່ລະແຫ່ງ ກໍຈະຖືກອຸທິດຄືນໃໝ່.

ອ້າຍເອື້ອຍນ້ອງທັງຫລາຍ, ເຮົາຖືວ່າພຣະວິຫານເປັນອາຄານທີ່ສັກສິດທີ່ສຸດ ໃນສາດສະໜາຈັກ. ເມື່ອເຮົາປະກາດແຜນການທີ່ຈະກໍ່ສ້າງພຣະວິຫານແຫ່ງ ໃໝ່ ມັນກໍກາຍເປັນພາກສ່ວນຂອງປະຫວັດສາດທີ່ສັກສິດຂອງເຮົາ. ບັດນີ້, ຂໍຈົ່ງຮັບຟັງ​ຢ່າງ​ລະ​ມັດ​ລະ​ວັງ ແລະ ດ້ວຍ​ຄວາມຄາລະວະ. ຖ້າຫາກຂ້າພະເຈົ້າປະກາດຊື່ພຣະວິຫານ ໃນສະຖານທີ່ພິເສດສຳລັບທ່ານ, ຂ້າພະເຈົ້າຂໍແນະນຳໃຫ້ທ່ານກົ້ມຫົວດ້ວຍຄຳອະທິຖານຂອງຄວາມກະຕັນຍູ ຢ່າງງຽບໆຢູ່ໃນໃຈທ່ານ. ເຮົາບໍ່ຢາກໃຫ້ມີສຽງຮ້ອງໂຮໃດລົບກວນຄວາມສັກສິດຂອງກອງປະຊຸມ ແລະ ພຣະວິຫານສັກສິດຂອງພຣະຜູ້ເປັນເຈົ້າ.

ມື້ນີ້ ພວກເຮົາດີໃຈທີ່ຈະປະກາດແຜນການສ້າງພຣະວິຫານອີກຫລາຍແຫ່ງ, ທີ່ຈະສ້າງຂຶ້ນຢູ່ໃນສະ​ຖານທີ່ ດັ່ງຕໍ່ໄປນີ້:

ປາໂກ ປາໂກ, ອາເມ​ຣິກັນ ຊາມົວ; ໂອກິ​ນາວາ ຊີ​ທີ, ໂອກິ​ນາວາ; ນຽບຟູ, ຕົງກາ; ທະວີລາ ວາລີ, ຢູທາ; ໂມເຊ ເຫລກ, ວໍຊິງຕັນ; ແຊນ ເປໂດຼ ຊູລາ, ຮົງດູຣັດ; ອານໂຕ​ຟາກັສຕາ, ຈີເລ; ບູດາແພັດ, ຮຸ່ງກາຣີ.

ຂໍຂອບໃຈ, ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ.

ເມື່ອເຮົາກ່າວເຖິງພຣະວິຫານເກົ່າ ແລະ ໃໝ່ຂອງເຮົາ, ຂໍໃຫ້ເຮົາແຕ່ລະຄົນໃຫ້ສັນຍາໂດຍການກະທຳຂອງເຮົາ ວ່າເຮົາເປັນສານຸສິດທີ່ແທ້ຈິງຂອງອົງພຣະເຢຊູຄຣິດເຈົ້າ. ຂໍໃຫ້ເຮົາຈົ່ງປັບປຸງຊີວິດຂອງເຮົາຄືນໃໝ່ ຜ່ານ​ທາງສັດທາຂອງເຮົາ ແລະ ໄວ້ວາງ​ໃຈໃນພຣະອົງ. ຂໍໃຫ້ເຮົາຈົ່ງເຂົ້າເຖິງອຳນາດແຫ່ງການຊົດໃຊ້ຂອງພຣະອົງ ໂດຍການກັບໃຈແຕ່ລະວັນ. ແລະ ຂໍໃຫ້ເຮົາຈົ່ງອຸທິດ​ຊີ​ວິດ ແລະ ອຸທິດ​​ຊີ​ວິດຄືນໃໝ່ ທີ່ຈະຮັບໃຊ້ພຣະເຈົ້າ ແລະ ລູກໆຂອງພຣະອົງ—ຢູ່ທັງສອງ​ຟາກມ່ານ.

ຂ້າພະເຈົ້າຂໍມອບຄວາມຮັກ ແລະ ພອນໄວ້ກັບທ່ານ, ໃຫ້ທ່ານແນ່ໃຈວ່າ ການເປີດເຜີຍຍັງມີຢູ່ຕໍ່ໄປ, ຢູ່ໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ. ມັນຈະສືບຕໍ່ ຈົນກວ່າ “ຈຸດປະສົງຂອງພຣະເຈົ້າຈະສຳເລັດ, ແລະ ພຣະເຢໂຮວາອົງຍິ່ງໃຫຍ່ ຈະກ່າວວ່າ ວຽກງານສຳເລັດຄົບຖ້ວນແລ້ວ.”1

ຂ້າພະເຈົ້າຂໍອວຍພອນທ່ານ ແລະ ສະແດງປະຈັກພະຍານວ່າ ພຣະເຈົ້າຊົງພຣະຊົນຢູ່! ພຣະ​ເຢ​ຊູ​ຄື ພຣະ​ຄຣິດ! ນີ້ແມ່ນສາດສະໜາຈັກຂອງພຣະອົງ. ພວກເຮົາແມ່ນຜູ້ຄົນຂອງພຣະອົງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Teachings of Presidents of the Church: Joseph Smith (2007), 142.

ພິມ