ຈົ່ງຕາມເຮົາມາ
ພຣະເຢຊູຄຣິດເຊື້ອເຊີນທ່ານໃຫ້ເດີນໄປໃນເສັ້ນທາງແຫ່ງພັນທະສັນຍາ ກັບຄືນໄປຫາທີ່ປະທັບຂອງພຣະບິດາມານດາເທິງສະຫວັນຂອງເຮົາ ແລະ ຢູ່ກັບຄົນທີ່ເຮົາຮັກ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເວັນດີ ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າປິຕິຍິນດີຫລາຍ ທີ່ໄດ້ມາຮ່ວມກັບທ່ານ ໃນເຊົ້າຂອງວັນຊະບາໂຕມື້ນີ້. ຫລາຍສິ່ງໄດ້ເກີດຂຶ້ນ ນັບແຕ່ກອງປະຊຸມໃຫຍ່ສາມັນເທື່ອແລ້ວນີ້. ພຣະວິຫານຫລາຍແຫ່ງກໍໄດ້ຖືກອຸທິດ ຢູ່ເມືອງຄອນແຊັບຊີ, ປະເທດຈີເລ; ເມືອງບາຣາງກີຢາ, ປະເທດໂຄລຳເບຍ; ແລະ ກຸງໂຣມ, ປະເທດອີຕາລີ. ພວກເຮົາໄດ້ຮູ້ສຶກເຖິງພຣະວິນຍານຢ່າງຫລວງຫລາຍ ຢູ່ໃນເຫດການທີ່ສັກສິດເຫລົ່ານັ້ນ.
ຂ້າພະເຈົ້າ ຂໍສະແດງຄວາມຍິນດີກັບຍິງ (ແລະ ຊາຍ) ທັງຫລາຍ ທີ່ໄດ້ອ່ານພຣະຄຳພີມໍມອນ ເມື່ອບໍ່ດົນມານີ້ ແລະ ໄດ້ພົບຄວາມຊື່ນຊົມ ແລະ ຊັບສົມບັດທີ່ເຊື່ອງຊ້ອນຢູ່. ຂ້າພະເຈົ້າໄດ້ຮັບການດົນໃຈ ຈາກການລາຍງານກ່ຽວກັບການມະຫັດສະຈັນທີ່ໄດ້ເກີດຂຶ້ນ.
ຂ້າພະເຈົ້າອັດສະຈັນໃຈກັບກຸ່ມຊາຍໜຸ່ມອາຍຸ 11 ປີ ຊຶ່ງເວລານີ້ເປັນມັກຄະນາຍົກ, ໄດ້ຢາຍສິນລະລຶກທຸກວັນອາທິດ ຢ່າງມີຄ່າຄວນ. ພວກເຂົາໄປພຣະວິຫານ ກັບກຸ່ມຍິງໜຸ່ມອາຍຸ 11 ປີ, ຊຶ່ງເວລານີ້ກຳລັງຮຽນ ແລະ ຮັບໃຊ້ໃນຖານະ ດາລຸນີ. ທັງຊາຍໜຸ່ມ ແລະ ຍິງໜຸ່ມ ກຳລັງສັ່ງສອນຄວາມຈິງຂອງພຣະກິດຕິຄຸນ ດ້ວຍຄວາມແຈ່ມແຈ້ງ ແລະ ດ້ວຍຄວາມເຊື່ອໝັ້ນ.
ຂ້າພະເຈົ້າປິຕິຍິນດີນຳເດັກນ້ອຍ ແລະ ຊາວໜຸ່ມ ຜູ້ຊ່ວຍສິດສອນພຣະກິດຕິຄຸນ ຢູ່ໃນບ້ານເຮືອນຂອງພວກເຂົາ ຂະນະທີ່ພວກເຂົາຮ່ວມມືກັບພໍ່ແມ່ ເພື່ອເຮັດໃຫ້ບ້ານເຮືອນເປັນສູນກາງ, ຊຶ່ງສະໜັບສະໜູນໂດຍຫລັກສູດ ຂອງສາດສະໜາຈັກ.
ພວກເຮົາໄດ້ຮັບຮູບຖ່າຍຂອງທ້າວບະເລກ ອາຍຸສີ່ປີ, ຜູ້ຊຶ່ງໃນເຊົ້າຂອງວັນເສົາມື້ໜຶ່ງ ໄດ້ຈັບໜັງສືຂອງສາດສະໜາຈັກຂຶ້ນ ແລ້ວຮ້ອງຂຶ້ນວ່າ, “ເຮົາຢາກບຳລຸງລ້ຽງວິນຍານຂອງເຮົາ!”
ທ້າວບະເລກເອີຍ, ພວກເຮົາດີໃຈຫລາຍ ທີ່ເຈົ້າ ແລະ ຄົນອື່ນໆ ເລືອກທີ່ຈະບຳລຸງລ້ຽງວິນຍານຂອງພວກເຈົ້າ ໂດຍການຊື່ນຊົມໃນຄວາມຈິງຂອງພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ. ແລະ ພວກເຮົາດີໃຈຫລາຍ ທີ່ຮູ້ວ່າຫລາຍຄົນກຳລັງໄດ້ຮັບອຳນາດຂອງພຣະເຈົ້າ ໃນຊີວິດຂອງເຂົາເຈົ້າ ແລະ ເຂົາເຈົ້ານະມັດສະການ ແລະ ຮັບໃຊ້ຢູ່ໃນພຣະວິຫານ.
ດັ່ງທີ່ພວກທ່ານຫລາຍຄົນຮູ້ຈັກ, ຄອບຄົວຂອງພວກຂ້າພະເຈົ້າໄດ້ປະສົບກັບການຈາກໄປທີ່ໂສກເສົ້າ ເມື່ອສາມເດືອນຜ່ານມານີ້ ຕອນນາງເວັນດີ ລູກສາວຂອງພວກຂ້າພະເຈົ້າ ໄດ້ຈາກຊີວິດມະຕະໄປ. ໃນໄລຍະສຸດທ້າຍ ທີ່ນາງໄດ້ຕໍ່ສູ້ກັບມະເລັງ, ຂ້າພະເຈົ້າໄດ້ຮັບພອນຫລາຍ ທີ່ມີໂອກາດເວົ້າລົມສັ່ງລາກັບນາງ ແບບພໍ່ລູກລົມກັນພິເສດ.
ຂ້າພະເຈົ້າໄດ້ຈັບມືນາງໄວ້ ແລະ ບອກນາງວ່າ ຂ້າພະເຈົ້າຮັກນາງ ແລະ ມີຄວາມກະຕັນຍູຫລາຍ ທີ່ໄດ້ເປັນພໍ່ຂອງນາງ. ຂ້າພະເຈົ້າໄດ້ເວົ້າວ່າ: “ລູກໄດ້ແຕ່ງງານຢູ່ໃນພຣະວິຫານ ແລະ ກໍໄດ້ໃຫ້ກຽດພັນທະສັນຍາຂອງລູກຢ່າງຊື່ສັດ. ລູກກັບສາມີຂອງລູກ ໄດ້ລ້ຽງດູລູກເຕົ້ານຳກັນເຈັດຄົນ ເພື່ອໃຫ້ເປັນສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດ, ເປັນສະມາຊິກທີ່ກ້າຫານຂອງສາດສະໜາຈັກ, ແລະ ເປັນພົນລະເມືອງດີ. ແລະ ພວກເຂົາໄດ້ເລືອກຄູ່ຊີວິດຂອງພວກເຂົາ ໃນທາງດຽວກັນ. ພໍ່ກໍພູມໃຈໃນຕົວລູກຫລາຍທີ່ສຸດ. ລູກໄດ້ນຳຄວາມສຸກຢ່າງຫລວງຫລາຍມາໃຫ້ພໍ່!”
ນາງໄດ້ຕອບຄ່ອຍໆວ່າ, “ຂອບໃຈເດີ້, ພໍ່.”
ມັນເປັນຊ່ວງເວລາທີ່ອ່ອນໂຍນ ແລະ ນ້ຳຕາໄຫລສຳລັບພວກເຮົາ. ໃນຊ່ວງເວລາ 67 ປີຂອງນາງ, ພວກເຮົາໄດ້ທຳງານນຳກັນ, ໄດ້ຮ້ອງເພງນຳກັນ, ແລະ ໄດ້ໄປຫລິ້ນສະກີ ນຳກັນເລື້ອຍໆ. ແຕ່ໃນຄ່ຳຄືນນັ້ນ, ພວກເຮົາໄດ້ເວົ້າລົມກັນ ເຖິງສິ່ງທີ່ສຳຄັນທີ່ສຸດ, ດັ່ງເຊັ່ນ ພັນທະສັນຍາ, ພິທີການ, ການເຊື່ອຟັງ, ສັດທາ, ຄອບຄົວ, ຄວາມຊື່ສັດ, ຄວາມຮັກ, ແລະ ຊີວິດນິລັນດອນ.
ພວກເຮົາຄິດຮອດລູກສາວຂອງພວກເຮົາຫລາຍທີ່ສຸດ. ເຖິງຢ່າງໃດກໍຕາມ, ເພາະພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ, ພວກເຮົາຈຶ່ງບໍ່ເປັນຫ່ວງກ່ຽວກັບນາງ. ເມື່ອເຮົາສືບຕໍ່ໃຫ້ກຽດພັນທະສັນຍາຂອງເຮົາ ທີ່ໄດ້ເຮັດນຳພຣະເຈົ້າ, ແລ້ວເຮົາຈະມີຊີວິດຢູ່ຕໍ່ໄປ ດ້ວຍຄວາມຫວັງທີ່ຈະໄດ້ຢູ່ກັບນາງອີກ. ໃນຂະນະດຽວກັນ, ພວກເຮົາຈະຮັບໃຊ້ພຣະຜູ້ເປັນເຈົ້າຢູ່ພີ້ ແລະ ນາງຈະຮັບໃຊ້ພຣະອົງຢູ່ພຸ້ນ—ໃນແພຣາດາຍສ໌ ແປວ່າ ທີ່ສຸຂະເສີມ.1
ຕາມຈິງແລ້ວ, ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ໄປຢ້ຽມຢາມແພຣາດາຍສ໌ແລ້ວ ໃນຕົ້ນປີນີ້—ຄືເມືອງແພຣາດາຍສ໌, ລັດແຄລີໂຟເນຍ ນັ້ນເອງ. ຕາມທີ່ເກີດຂຶ້ນ, ພວກເຮົາໄດ້ຮັບແຜນການໄປຢ້ຽມຢາມບ່ອນນັ້ນ ໜ້ອຍກວ່າ 40 ຊົ່ວໂມງ ຫລັງຈາກລູກສາວຂອງພວກຂ້າພະເຈົ້າໄດ້ຈາກໂລກນີ້ໄປ. ພວກເຮົາພ້ອມດ້ວຍ ແອວເດີ ແຄວິນ ດັບເບິນຢູ ເພຍສັນ ແລະ ຈູນ ພັນລະຍາຂອງເພິ່ນ, ໄດ້ຮັບກຳລັງໃຈຈາກໄພ່ພົນຂອງສະເຕກຈິໂກ ແຄລີໂຟເນຍ. ພວກເຮົາໄດ້ຮຽນຮູ້ເຖິງສັດທາທີ່ຍິ່ງໃຫຍ່ຂອງເຂົາເຈົ້າ, ການປະຕິບັດສາດສະໜາກິດຂອງເຂົາເຈົ້າ, ແລະ ການມະຫັດສະຈັນທີ່ໄດ້ເກີດຂຶ້ນ ແມ່ນແຕ່ໃນທ່າມກາງຄວາມສູນເສຍຢ່າງໜັກ ຈາກໄຟລຸກລາມທີ່ຮ້າຍແຮງທີ່ສຸດ ໃນປະຫວັດສາດຂອງລັດແຄລີໂຟເນຍ.
ຂະນະຢູ່ທີ່ນັ້ນ, ພວກເຮົາໄດ້ເວົ້າລົມດົນເຕີບ ກັບເຈົ້າໜ້າທີ່ຕຳຫລວດຄົນໜຶ່ງ ຊື່ ຈອນ, ຊຶ່ງເປັນຜູ້ໜຶ່ງໃນບັນດາຜູ້ກ້າຫານ ທີ່ໄດ້ເຂົ້າໄປຊ່ວຍເຫລືອກ່ອນໝູ່. ລາວໄດ້ເລົ່າໃຫ້ຟັງວ່າ ຄວາມມືດທີ່ຕຶບໜາ ໄດ້ລົງມາເຖິງເມືອງແພຣາດາຍສ໌ ໃນວັນທີ 8 ເດືອນພະຈິກ, 2018, ຂະນະທີ່ແປວໄຟ ແລະ ຖ່ານໄຟ ລາມໄປທົ່ວຕົວເມືອງ, ເຜົາໄໝ້ອາຄານບ້ານເຮືອນ ແລະ ສິ່ງຂອງ ຄືກັນກັບໄພພິບັດ ແລະ ບໍ່ລະເວັ້ນສິ່ງໃດ ຈົນເຫລືອແຕ່ຂີ້ເທົ່າ ແລະ ເຕົາໄຟດິນຈີ່ທີ່ຕັ້ງຢູ່.
ເປັນເວລາ 15 ຊົ່ວໂມງ ທີ່ທ້າວຈອນໄດ້ຂັບລົດຜ່າຄວາມມືດທີ່ຕຶບໜາ ເຂົ້າໄປຊ່ວຍຜູ້ຄົນ ທັງຕ້ອງຫລົບຫລີກຈາກຖ່ອນໄຟທີ່ກຳລັງ ຕົກຫລົ່ນລົງມາຢ່າງໄວ ຂະນະທີ່ລາວກຳລັງຊ່ວຍຄົນນັ້ນຄົນນີ້, ຄອບຄົວນັ້ນ ຄອບຄົວນີ້ ໃຫ້ໜີໄປຫາບ່ອນປອດໄພ—ທັງໝົດນັ້ນ ລາວໄດ້ເອົາຊີວິດເຂົ້າໄປສ່ຽງ. ແຕ່ໃນລະຫວ່າງທີ່ປະສົບກັບບັນຫາທີ່ຮ້າຍແຮງຢູ່ນັ້ນ, ຄຳຖາມໜຶ່ງທີ່ວົນວຽນຢູ່ໃນສະໝອງລາວແມ່ນ: “ຄອບຄົວ ຂ້ອຍ ຢູ່ ໃສ?” ຫລັງຈາກຫລາຍຊົ່ວໂມງ ທີ່ໜ້າຢ້ານກົວ ແລະ ເປັນທຸກໃຈ, ໃນທີ່ສຸດລາວຮູ້ວ່າ ຄອບຄົວຂອງລາວປອດໄພດີ.
ຄວາມເປັນຫ່ວງຂອງທ້າວຈອນນຳຄອບຄົວລາວ ໄດ້ກະຕຸ້ນຂ້າພະເຈົ້າໃຫ້ກ່າວໃນມື້ນີ້ ໂດຍສະເພາະ ກັບຜູ້ທີ່ເມື່ອເຖິງທ້າຍຊີວິດແຫ່ງຄວາມເປັນມະຕະ ຈະມີຄຳຖາມ ທີ່ວ່າ, “ຄອບຄົວ ຂ້ອຍ ຢູ່ ໃສ?” ໃນມື້ນັ້ນ ເມື່ອທ່ານຜ່ານຊີວິດມະຕະ ແລະ ເຂົ້າໄປຫາໂລກວິນຍານ, ທ່ານຈະປະເຊີນກັບຄຳຖາມ ອັນເຈັບປວດໃຈ ທີ່ວ່າ: “ຄອບຄົວ ຂ້ອຍ ຢູ່ ໃສ?”
ພຣະເຢຊູຄຣິດໄດ້ສິດສອນວິທີທາງ ເພື່ອໃຫ້ເຮົາສາມາດກັບຄືນສູ່ບ້ານນິລັນດອນຂອງເຮົາ. ພຣະອົງເຂົ້າໃຈແຜນແຫ່ງຄວາມກ້າວໜ້ານິລັນດອນຂອງພຣະບິດາເທິງສະຫວັນ ດີກວ່າພວກເຮົາທຸກຄົນ. ເພາະພຣະອົງກໍເປັນຫີນເສົາເອກຂອງແຜນນັ້ນຢູ່ແລ້ວ. ພຣະອົງເປັນພຣະຜູ້ໄຖ່, ພຣະຜູ້ປິ່ນປົວ, ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ນັບແຕ່ຕອນອາດາມ ແລະ ເອວາ ໄດ້ຖືກຂັບໄລ່ອອກຈາກສວນເອເດນ, ພຣະເຢຊູຄຣິດກໍໄດ້ເດ່ແຂນທີ່ຍິ່ງໃຫຍ່ຂອງພຣະອົງ ອອກມາຊ່ວຍເຫລືອທຸກຄົນ ຜູ້ເລືອກທີ່ຈະຕິດຕາມພຣະອົງ. ພຣະຄຳພີມີບັນທຶກຢູ່ຫລາຍບ່ອນວ່າ, ເຖິງແມ່ນຈະມີບາບທຸກຊະນິດ ຈາກຜູ້ຄົນທຸກປະເພດ, ແຕ່ແຂນຂອງພຣະອົງຍັງເດ່ອອກມາຢູ່.2
ວິນຍານທີ່ຢູ່ໃນຕົວເຮົາແຕ່ລະຄົນ ຕາມທຳມະຊາດ ກໍໃຝ່ຝັນຢາກໃຫ້ຄວາມຮັກໃນຄອບຄົວຍືນຍົງໄປຕະຫລອດການ. ເພງຮັກໄດ້ປະກາດຄວາມຫວັງທີ່ຜິດ ໂດຍທີ່ບອກວ່າ ຄວາມຮັກເທົ່ານັ້ນທີ່ເຈົ້າຕ້ອງການ ຖ້າຫາກເຈົ້າຢາກຢູ່ນຳກັນຕະຫລອດໄປ. ແລະ ບາງຄົນກໍເຂົ້າໃຈຜິດວ່າ ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ ໃຫ້ສັນຍາວ່າ ທຸກຄົນຈະໄດ້ຢູ່ກັບຄອບຄົວຂອງຕົນ ຫລັງຈາກຕາຍໄປ.
ຄວາມຈິງແມ່ນ ພຣະຜູ້ຊ່ວຍໃຫ້ລອດເອງ ໄດ້ບອກຢ່າງແຈ່ມແຈ້ງແລ້ວວ່າ ເຖິງແມ່ນການຟື້ນຄືນພຣະຊົນຂອງພຣະອົງ ຮັບປະກັນວ່າ ທຸກຄົນທີ່ເຄີຍມີຊີວິດ ຈະຟື້ນຄືນຊີວິດຢ່າງແນ່ນອນ ແລະ ມີຊີວິດຢູ່ຕະຫລອດໄປ,3 ແຕ່ເຮົາຕ້ອງເຮັດຫລາຍກວ່ານັ້ນ ຖ້າຫາກເຮົາຢາກໄດ້ຮັບສິດທິພິເສດຂອງຄວາມສູງສົ່ງ. ຄວາມລອດເປັນເລື່ອງສ່ວນຕົວ, ແຕ່ຄວາມສູງສົ່ງເປັນເລື່ອງຂອງຄອບຄົວ.
ໃຫ້ເຮົາມາຟັງ ພຣະຄຳເຫລົ່ານີ້ ທີ່ກ່າວໂດຍພຣະເຢຊູຄຣິດ ຕໍ່ສາດສະດາຂອງພຣະອົງ ທີ່ວ່າ ພັນທະສັນຍາ, ການສັນຍາ, ພັນທະການ, ພັນທະ, ຄຳສາບານ, ຄຳປະຕິຍານ, ການປະຕິບັດ, ຄວາມກ່ຽວພັນ, ຄວາມສຳພັນ, ຫລື ຄວາມຄາດຫວັງທັງປວງ, ທີ່ບໍ່ໄດ້ເຮັດ ແລະ ໄດ້ເຂົ້າສູ່ ແລະ ໄດ້ຜະນຶກໂດຍພຣະວິນຍານສັກສິດແຫ່ງຄຳສັນຍາ … ຈະບໍ່ເກີດຜົນ, ບໍ່ມີປະສິດທິພາບ, ຫລື ພະລັງ ໃນ ແລະ ຫລັງຈາກການຟື້ນຄືນຊີວິດຈາກຄວາມຕາຍ; ເພາະສັນຍາທັງປວງທີ່ບໍ່ໄດ້ເຮັດໄວ້ເພື່ອຈຸດປະສົງນີ້ຈະສິ້ນສຸດລົງ ເມື່ອຄົນຕາຍໄປ.4
ສະນັ້ນ, ຕ້ອງເຮັດຫຍັງແດ່ກ່ອນຄອບຄົວຈະໄດ້ຮັບຄວາມສູງສົ່ງຕະຫລອດໄປ? ເຮົາເໝາະສົມຕໍ່ສິດທິພິເສດ ນັ້ນ ໂດຍການເຮັດພັນທະສັນຍານຳພຣະເຈົ້າ, ຮັກສາພັນທະສັນຍາເຫລົ່ານັ້ນ, ແລະ ຮັບເອົາພິທີການທີ່ຈຳເປັນ.
ສິ່ງນີ້ເປັນຄວາມຈິງ ນັບຕັ້ງແຕ່ດຶກດຳບັນເປັນຕົ້ນມາ. ອາດາມ ແລະ ເອວາ, ໂນອາ ແລະ ພັນລະຍາຂອງເພິ່ນ, ອັບຣາຮາມ ແລະ ຊາຣາ, ລີໄຮ ແລະ ຊາໄຣຢາ, ແລະ ຄົນອື່ນໆ ທີ່ເປັນສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດ—ນັບແຕ່ໂລກໄດ້ຖືກສ້າງຂຶ້ນມາ—ໄດ້ເຮັດພັນທະສັນຍາ ຢ່າງດຽວກັນນີ້ ນຳພຣະເຈົ້າ. ພວກເພິ່ນໄດ້ຮັບພິທີການ ຢ່າງດຽວກັນນີ້ ທີ່ເຮົາ ຜູ້ເປັນສະມາຊິກຂອງສາດສະໜາຈັກທີ່ຟື້ນຟູຂອງພຣະຜູ້ເປັນເຈົ້າ ໃນປະຈຸບັນໄດ້ຮັບ: ພັນທະສັນຍາເຫລົ່ານັ້ນທີ່ເຮົາໄດ້ຮັບ ຕອນຮັບບັບຕິສະມາ ແລະ ໃນພຣະວິຫານ.
ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນທຸກຄົນໃຫ້ຕິດຕາມພຣະອົງ ລົງໄປໃນນ້ຳແຫ່ງການບັບຕິສະມາ ແລະ, ເມື່ອເວລາຜ່ານໄປ, ເຮັດພັນທະສັນຍາເພີ່ມເຕີມນຳພຣະເຈົ້າ ຢູ່ໃນພຣະວິຫານ ແລະ ຮັບເອົາພິທີການ ແລະ ຊື່ສັດຕໍ່ພິທີການ ທີ່ສຳຄັນເຫລົ່ານັ້ນຕໍ່ໄປ. ທັງໝົດນີ້ແມ່ນຈຳເປັນ ຖ້າຫາກເຮົາຢາກໄດ້ຮັບຄວາມສູງສົ່ງກັບຄອບຄົວຂອງເຮົາ ແລະ ກັບພຣະເຈົ້າຕະຫລອດໄປ.
ສິ່ງທີ່ເຮັດໃຫ້ຂ້າພະເຈົ້າເປັນທຸກໃຈແມ່ນວ່າ ຫລາຍຄົນທີ່ຂ້າພະເຈົ້າຮັກ, ຂ້າພະເຈົ້າຊົມເຊີຍ, ແລະ ຂ້າພະເຈົ້ານັບຖື ປະຕິເສດຄຳເຊື້ອເຊີນຂອງພຣະອົງ. ເຂົາເຈົ້າບໍ່ສົນໃຈກັບຄຳຂໍຮ້ອງຂອງພຣະເຢຊູຄຣິດ ເມື່ອພຣະອົງເອີ້ນບອກວ່າ, “ຈົ່ງຕາມເຮົາມາ.”5
ຂ້າພະເຈົ້າເຂົ້າໃຈແລ້ວວ່າ ເປັນຫຍັງພຣະເຈົ້າຈຶ່ງກັນແສງ.6 ຂ້າພະເຈົ້າກໍຮ້ອງໄຫ້ນຳໝູ່ເພື່ອນ ແລະ ຍາດພີ່ນ້ອງ ທີ່ເປັນແບບນັ້ນຄືກັນ. ເຂົາເຈົ້າເປັນຄົນດີ, ອຸທິດຕົນຕໍ່ຄອບຄົວ ແລະ ໜ້າທີ່ພົນລະເມືອງ. ເຂົາເຈົ້າໄດ້ເພື່ອແຜ່ເວລາ, ກຳລັງ, ແລະ ຊັບສິນຢ່າງຫລວງຫລາຍ. ແລະ ໂລກກໍດີຂຶ້ນ ເພາະຄວາມມຸ່ງໝັ້ນຂອງເຂົາເຈົ້າ. ແຕ່ເຂົາເຈົ້າ ເລືອກ ບໍ່ ເຮັດພັນທະສັນຍານຳພຣະເຈົ້າ. ເຂົາເຈົ້າຍັງບໍ່ໄດ້ຮັບພິທີການທີ່ຈະຊ່ວຍໃຫ້ເຂົາເຈົ້າລອດກັບຄອບຄົວ ແລະ ຜູກມັດເຂົາເຈົ້າເຂົ້າກັນຕະຫລອດໄປ.7
ຂ້າພະເຈົ້າກໍປາດຖະໜາຢາກເວົ້າລົມກັບເຂົາເຈົ້າ ແລະ ເຊື້ອເຊີນເຂົາເຈົ້າໃຫ້ພິຈາລະນາຢ່າງຈິງຈັງ ເລື່ອງກົດທີ່ຊ່ວຍໃຫ້ລອດຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າກໍໄດ້ຄິດວ່າ ຕົວເອງຈະເວົ້າຫຍັງກັບເຂົາເຈົ້າ ເພື່ອໃຫ້ເຂົາເຈົ້າຮູ້ສຶກວ່າ ພຣະຜູ້ຊ່ວຍໃຫ້ລອດຮັກເຂົາເຈົ້າຫລາຍຂະໜາດໃດ ແລະ ຮູ້ວ່າຂ້າພະເຈົ້າຮັກເຂົາເຈົ້າຫລາຍຂະໜາດໃດ, ແລະ ໃຫ້ມາຮູ້ຈັກວິທີທີ່ຜູ້ຮັກສາພັນທະສັນຍາ ສາມາດໄດ້ຮັບ “ຄວາມສົມບູນແຫ່ງຄວາມຊື່ນຊົມ” ໄດ້ແນວໃດ.8
ເຂົາເຈົ້າຕ້ອງເຂົ້າໃຈວ່າ ຂະນະທີ່ ມີ ບ່ອນສຳລັບເຂົາເຈົ້າ ຫລັງຈາກຊີວິດນີ້—ກັບຄົນອື່ນທີ່ດີເລີດ ຜູ້ ບໍ່ ໄດ້ເຮັດພັນທະສັນຍານຳພຣະເຈົ້າ—ບ່ອນນັ້ນ ບໍ່ ໄດ້ເປັນບ່ອນທີ່ຄອບຄົວຈະໄດ້ຢູ່ນຳກັນ ແລະ ໄດ້ຮັບສິດທິພິເສດ ທີ່ຈະມີຊີວິດຢູ່ ແລະ ກ້າວໜ້າຕໍ່ໄປ ຕະຫລອດການ. ບ່ອນນັ້ນ ບໍ່ ແມ່ນອານາຈັກ ບ່ອນທີ່ເຂົາເຈົ້າຈະປະສົບກັບຄວາມສົມບູນແຫ່ງຄວາມຊື່ນຊົມ—ຄວາມກ້າວໜ້າ ແລະ ຄວາມສຸກທີ່ບໍ່ມີວັນສິ້ນສຸດ.9 ພອນທີ່ສຸດຍອດເຫລົ່ານີ້ ສາມາດມາເຖິງພຽງແຕ່ໂດຍການດຳລົງຊີວິດໃນອານາຈັກຊັ້ນສູງກັບພຣະເຈົ້າເທົ່ານັ້ນ, ທີ່ເປັນພຣະບິດານິລັນດອນຂອງເຮົາ; ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ; ແລະ ກັບສະມາຊິກຄອບຄົວທີ່ດີເລີດ, ມີຄ່າຄວນ, ແລະ ເໝາະສົມ.
ຂ້າພະເຈົ້າຮູ້ສຶກຢາກເວົ້າກັບໝູ່ເພື່ອນທີ່ລັງເລໃຈຂອງຂ້າພະເຈົ້າວ່າ:
“ໃນຊີວິດນີ້, ທ່ານບໍ່ຢາກເປັນສອງລອງໃຜ. ແຕ່ເມື່ອທ່ານບໍ່ຍອມຮັບເອົາພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ, ກໍໝາຍຄວາມວ່າ ທ່ານຍອມເປັນລອງ.
“ພຣະຜູ້ຊ່ວຍໃຫ້ລອດ ໄດ້ກ່າວວ່າ, ‘ໃນຜາສາດຂອງພຣະບິດາຂອງເຮົາ ມີທີ່ຢູ່ຫລາຍບ່ອນ.’10 ເຖິງຢ່າງໃດກໍຕາມ, ເມື່ອທ່ານເລືອກ ບໍ່ ເຮັດພັນທະສັນຍານຳພຣະເຈົ້າ, ກໍໝາຍຄວາມວ່າ ທ່ານຍອມທີ່ຈະຊົ້ນຫົວຢູ່ໃນຕູບນ້ອຍໆ ຕະຫລອດຊົ່ວນິລັນດອນ.”
ແຕ່ຂ້າພະເຈົ້າຢາກອ້ອນວອນໝູ່ເພື່ອນທີ່ລັງເລໃຈຂອງຂ້າພະເຈົ້າຕໍ່ໄປ ໂດຍກ່າວວ່າ:
“ຈົ່ງເອີ້ນຫາພຣະເຈົ້າດ້ວຍສຸດໃຈ. ທູນຖາມພຣະອົງ ຖ້າຫາກວ່າສິ່ງເຫລົ່ານີ້ ເປັນຄວາມຈິງຫລືບໍ່. ຫາເວລາສຶກສາພຣະຄຳຂອງພຣະອົງ. ຕັ້ງໃຈສຶກສາ! ຖ້າຫາກທ່ານຮັກຄອບຄົວຂອງທ່ານແທ້ໆ ແລະ ຖ້າຫາກທ່ານປາດຖະໜາຢາກໄດ້ຮັບຄວາມສູງສົ່ງກັບເຂົາເຈົ້າຕະຫລອດຊົ່ວນິລັນດອນ, ແລ້ວໃຫ້ເຮັດຈົນສຸດຄວາມສາມາດໃນເວລານີ້—ຜ່ານທາງການສຶກສາຢ່າງຈິງຈັງ ແລະ ການອະທິຖານຢ່າງຕັ້ງໃຈ—ເພື່ອຈະໄດ້ຮູ້ຈັກຄວາມຈິງນິລັນດອນ ແລະ ແລ້ວໃຫ້ແນບສະໜິດຢູ່ກັບມັນ.
“ຖ້າຫາກທ່ານບໍ່ແນ່ໃຈວ່າ ທ່ານເຊື່ອໃນພຣະເຈົ້າຫລືບໍ່, ກໍໃຫ້ເລີ່ມຕົ້ນຈາກຈຸດນັ້ນ. ໃຫ້ເຂົ້າໃຈວ່າ ຄົນໃດທີ່ບໍ່ເຄີຍມີປະສົບການກັບພຣະເຈົ້າ, ຄົນນັ້ນກໍສາມາດສົງໄສວ່າ ພຣະເຈົ້າມີຈິງຫລືບໍ່. ສະນັ້ນ, ໃຫ້ທ່ານເຂົ້າໄປຫາຈຸດນັ້ນ ແລະ ເລີ່ມຕົ້ນມີປະສົບການກັບພຣະອົງ. ຖ່ອມຕົວລົງ. ອະທິຖານຂໍໃຫ້ມີຕາ ທີ່ສາມາດຫລຽວເຫັນພຣະຫັດຂອງພຣະເຈົ້າ ຢູ່ໃນຊີວິດຂອງທ່ານ ແລະ ຢູ່ໃນໂລກອ້ອມຮອບຕົວທ່ານ. ທູນຂໍໃຫ້ພຣະອົງບອກທ່ານ ຖ້າຫາກວ່າພຣະອົງມີຈິງຫລືບໍ່—ຖ້າຫາກວ່າ ພຣະອົງຮູ້ຈັກທ່ານຫລືບໍ່. ທູນຖາມວ່າ ພຣະອົງຮູ້ສຶກແນວໃດກ່ຽວກັບທ່ານ. ແລະ ແລ້ວໃຫ້ຮັບຟັງ.”
ເພື່ອນຄົນໜຶ່ງຂອງຂ້າພະເຈົ້າ ກໍບໍ່ເຄີຍມີປະສົບການຫລາຍປານໃດກັບພຣະເຈົ້າ. ແຕ່ລາວຢາກສາມາດຢູ່ກັບພັນລະຍາ ທີ່ເສຍຊີວິດໄປແລ້ວຂອງລາວ. ສະນັ້ນ ລາວຈຶ່ງໄດ້ຂໍໃຫ້ຂ້າພະເຈົ້າຊ່ວຍເຫລືອລາວ. ຂ້າພະເຈົ້າກໍໄດ້ຊຸກຍູ້ລາວໃຫ້ພົບກັບຜູ້ສອນສາດສະໜາ ເພື່ອຈະໄດ້ເຂົ້າໃຈຄຳສອນຂອງພຣະຄຣິດ ແລະ ຮຽນຮູ້ພັນທະສັນຍາ, ພິທີການ, ແລະ ພອນຂອງພຣະກິດຕິຄຸນ.
ລາວກໍໄດ້ເຮັດ. ແຕ່ລາວຮູ້ສຶກວ່າ ເຂົາເຈົ້າໄດ້ແນະນຳລາວໃຫ້ປ່ຽນແປງຫລາຍສິ່ງຫລາຍຢ່າງ ໃນຊີວິດຂອງລາວ. ລາວເວົ້າວ່າ, “ພຣະບັນຍັດ ແລະ ພັນທະສັນຍາເຫລົ່ານັ້ນ ແມ່ນຍາກຫລາຍສຳລັບຂ້ອຍ. ແລະ ຂ້ອຍກໍບໍ່ຢາກຈ່າຍສ່ວນສິບ, ແລະ ກໍບໍ່ມີເວລາທີ່ຈະຮັບໃຊ້ສາດສະໜາຈັກ.” ແລ້ວລາວໄດ້ຖາມຂ້າພະເຈົ້າວ່າ, “ຫລັງຈາກຂ້ອຍຕາຍໄປແລ້ວ, ຂໍໃຫ້ເຮັດວຽກທີ່ຈຳເປັນຢູ່ໃນພຣະວິຫານໃຫ້ເມຍຂອງຂ້ອຍ ກັບຂ້ອຍແດ່ເດີ ເພື່ອວ່າພວກຂ້ອຍຊິໄດ້ຢູ່ນຳກັນອີກ.”
ໂຊກດີທີ່ຂ້າພະເຈົ້າບໍ່ໄດ້ເປັນຜູ້ພິພາກສາຂອງຊາຍຜູ້ນີ້. ແຕ່ຂ້າພະເຈົ້າກໍສົງໄສຢູ່ວ່າ ຜົນຂອງການເຮັດວຽກຢູ່ໃນພຣະວິຫານແທນຄົນທີ່ມີໂອກາດ ທີ່ຈະຮັບບັບຕິສະມາ ໃນຊີວິດນີ້ ຈະເປັນຈັ່ງໃດ—ຜູ້ສາມາດໄດ້ຮັບການແຕ່ງຕັ້ງສູ່ຖານະປະໂລຫິດ ແລະ ຮັບເອົາພອນຂອງພຣະວິຫານ ຂະນະທີ່ຢູ່ໃນຊ່ວງມະຕະນີ້—ແຕ່ເຂົາເຈົ້າໄດ້ຕັດສິນໃຈ ປະຕິເສດບໍ່ຮັບເອົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ພຣະເຢຊູຄຣິດເຊື້ອເຊີນທ່ານໃຫ້ເດີນໄປໃນເສັ້ນທາງແຫ່ງພັນທະສັນຍາ ກັບຄືນໄປຫາທີ່ປະທັບຂອງພຣະບິດາມານດາເທິງສະຫວັນຂອງເຮົາ ແລະ ຢູ່ກັບຄົນທີ່ເຮົາຮັກ. ພຣະອົງເຊື້ອເຊີນເຮົາວ່າ “ຈົ່ງຕາມເຮົາມາ.”
ບັດນີ້, ໃນຖານະປະທານຂອງສາດສະໜາຈັກຂອງພຣະອົງ, ຂ້າພະເຈົ້າອ້ອນວອນທ່ານ ຜູ້ທີ່ແຍກຕົວອອກຫ່າງຈາກສາດສະໜາຈັກ ແລະ ກັບທ່ານຜູ້ບໍ່ໄດ້ຕັ້ງໃຈສະແຫວງຫາ ເພື່ອຈະຮູ້ວ່າ ສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດໄດ້ຖືກຟື້ນຟູແລ້ວ. ຂໍໃຫ້ທ່ານທຳງານທາງວິນຍານ ເພື່ອຈະໄດ້ຮູ້ດ້ວຍຕົວເອງ, ແລະ ຂໍໃຫ້ລົງມືເຮັດໃນເວລານີ້. ເວລາມີໜ້ອຍ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າຊົງພຣະຊົນຢູ່! ພຣະເຢຊູຄືພຣະຄຣິດ. ສາດສະໜາຈັກຂອງພຣະອົງ ແລະ ຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະອົງ ໄດ້ຖືກຟື້ນຟູແລ້ວ ເພື່ອເປັນພອນໃຫ້ແກ່ຊີວິດຂອງເຮົາ ດ້ວຍຄວາມຊື່ນຊົມ, ໃນຊີວິດນີ້ ແລະ ຫລັງຈາກຊີວິດນີ້. ຂ້າພະເຈົ້າເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.