ພຣະກະລຸນາທິຄຸນທັນທີຂອງພຣະເຈົ້າ
ເຖິງແມ່ນເຮົາລໍຖ້າພຣະຜູ້ເປັນເຈົ້າດ້ວຍຄວາມອົດທົນ, ມັນກໍຍັງມີພອນບາງຢ່າງສະເພາະ ທີ່ມາສູ່ເຮົາທັນທີ.
ເມື່ອຫລາຍປີກ່ອນ, ລູກຊາຍຜູ້ອາຍຸຫ້າປີຂອງພວກເຮົາ ໄດ້ມາຫາຂ້າພະເຈົ້າ ແລະ ປະກາດວ່າ, “ພໍ່ເອີຍ, ລູກຮູ້ແລ້ວ. ລູກຮູ້ແລ້ວວ່າ ຈັກໜ່ອຍ ສຳລັບພໍ່ ແມ່ນ ບັກດົນໆ.”
ເມື່ອພຣະຜູ້ເປັນເຈົ້າ ຫລື ຜູ້ຮັບໃຊ້ຂອງພຣະອົງ ກ່າວວ່າ, “ໃນບໍ່ເທົ່າໃດວັນຕໍ່ໄປນີ້” ຫລື “ເວລາຢູ່ບໍ່ໄກ,” ມັນອາດໝາຍຄວາມວ່າ ຕະຫລອດຊີວິດ ຫລື ດົນກວ່ານັ້ນ.1 ເວລາຂອງພຣະອົງ, ແລະ ການກຳນົດເວລາຂອງພຣະອົງ, ຈະແຕກຕ່າງຈາກເວລາຂອງເຮົາ. ຄວາມອົດທົນຄືສິ່ງສຳຄັນ. ຖ້າປາດສະຈາກຄວາມອົດທົນ, ເຮົາຈະບໍ່ສາມາດພັດທະນາ ຫລື ສະແດງສັດທາໃນພຣະເຈົ້າ ທີ່ສາມາດນຳໄປສູ່ຊີວິດ ແລະ ຄວາມລອດໄດ້. ແຕ່ຂ່າວສານຂອງຂ້າພະເຈົ້າໃນມື້ນີ້ແມ່ນ, ເຖິງແມ່ນເຮົາລໍຖ້າພຣະຜູ້ເປັນເຈົ້າດ້ວຍຄວາມອົດທົນ, ມັນມີພອນບາງຢ່າງສະເພາະ ທີ່ມາສູ່ເຮົາທັນທີ.
ເມື່ອແອວມາ ແລະ ຜູ້ຄົນຂອງເພິ່ນໄດ້ຖືກຊາວເລມັນຄຸມຕົວ, ເຂົາເຈົ້າໄດ້ອະທິຖານຂໍໃຫ້ໄດ້ຮັບການປົດປ່ອຍ. ເຂົາເຈົ້າບໍ່ໄດ້ຖືກປົດປ່ອຍທັນທີ, ແຕ່ໃນຂະນະທີ່ເຂົາເຈົ້າໄດ້ລໍຖ້າການປົດປ່ອຍດ້ວຍຄວາມອົດທົນ, ພຣະຜູ້ເປັນເຈົ້າໄດ້ສະແດງພຣະກະລຸນາທິຄຸນຂອງພຣະອົງ ພ້ອມດ້ວຍພອນທີ່ມາເຖິງທັນທີ. ພຣະອົງໄດ້ເຮັດໃຫ້ຫົວໃຈຂອງຊາວເລມັນອ່ອນໂຍນລົງທັນທີ ເພື່ອວ່າພວກເຂົາຈະບໍ່ຂ້າເຂົາເຈົ້າ. ພຣະອົງໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ຜູ້ຄົນຂອງແອວມາ ແລະ ເຮັດໃຫ້ພາລະຂອງເຂົາເຈົ້າເບົາບາງລົງ.2 ເມື່ອເຂົາເຈົ້າໄດ້ຮັບການປົດປ່ອຍໃນທີ່ສຸດ, ເຂົາເຈົ້າໄດ້ເດີນທາງໄປຫາເມືອງເຊຣາເຮັມລາ, ບ່ອນທີ່ເຂົາເຈົ້າໄດ້ເລົ່າເຖິງປະສົບການໃຫ້ຝູງຊົນທີ່ອັດສະຈັນໃຈຟັງ. ຜູ້ຄົນຂອງເມືອງເຊຣາເຮັມລາໄດ້ປະຫລາດໃຈ, ແລະ “ເມື່ອພວກເຂົາຄິດກ່ຽວກັບ ພຣະກະລຸນາທິຄຸນທັນທີຂອງພຣະເຈົ້າ, ແລະ ອຳນາດຂອງພຣະອົງໃນການປົດປ່ອຍແອວມາກັບພີ່ນ້ອງຂອງເພິ່ນຈາກ … ຄວາມເປັນຂ້າທາດ, ພວກເຂົາກໍໄດ້ຮ້ອງສົ່ງສຽງຖວາຍຂອບພຣະຄຸນແດ່ພຣະເຈົ້າ.”3
ພຣະກະລຸນາທິຄຸນທັນທີຂອງພຣະເຈົ້າ ມາສູ່ທຸກຄົນທີ່ເອີ້ນຫາພຣະອົງດ້ວຍເຈດຕະນາອັນແທ້ຈິງ ແລະ ດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ. ນີ້ກໍຮ່ວມທັງຜູ້ທີ່ໄດ້ອ້ອນວອນດ້ວຍຄວາມຈິງໃຈ, ເມື່ອການປົດປ່ອຍເບິ່ງຄືວ່າຢູ່ໄກສຸດຂີດ ແລະ ຄວາມທຸກທໍລະມານເບິ່ງຄືຍືດຍາວ, ແມ່ນແຕ່ຮ້າຍແຮງທີ່ສຸດ.
ກັບສາດສະໜາໜຸ່ມກໍເປັນແນວນັ້ນ ຜູ້ໄດ້ຮັບທຸກທໍລະມານຈົນເກືອບຕາຍ ຢູ່ໃນຫ້ອງໃຕ້ດິນທີ່ດຳມືດ ກ່ອນເພິ່ນໄດ້ອ້ອນວອນວ່າ ພຣະອົງຊົງປະທັບຢູ່ບ່ອນໃດ? … ອີກດົນປານໃດທີ່ພຣະຫັດຂອງພຣະອົງຈະຢັ້ງໄວ້ … ? ແທ້ຈິງແລ້ວ, ໂອ້ ພຣະຜູ້ເປັນເຈົ້າ, ອີກດົນປານໃດ … ?”4 ໃນການຕອບ, ພຣະຜູ້ເປັນເຈົ້າບໍ່ໄດ້ປົດປ່ອຍໂຈເຊັບ ທັນທີ, ແຕ່ພຣະອົງໄດ້ປະກາດຄວາມສະຫງົບແກ່ເພິ່ນທັນທີ.5
ພຣະເຈົ້າຍັງມອບຄວາມຫວັງໃຫ້ທັນທີ ເຖິງແມ່ນຕ້ອງໄດ້ລໍຖ້າການປົດປ່ອຍຕໍ່ໄປ.6 ບໍ່ວ່າຈະເປັນສິ່ງໃດ, ບໍ່ວ່າຈະເປັນບ່ອນໃດ, ໃນພຣະຄຣິດ ແລະ ຜ່ານທາງພຣະຄຣິດ ຍັງມີຄວາມຫວັງສົດໃສຢູ່ເບື້ອງໜ້າ.7 ທັນທີຢູ່ເບື້ອງໜ້າ.
ຍິ່ງໄປກວ່ານັ້ນ, ພຣະອົງໄດ້ສັນຍາວ່າ, “ຄວາມເມດຕາ ຂອງເຮົາໝັ້ນຄົງບໍ່ສິ້ນສຸດ.”8
ເໜືອສິ່ງອື່ນໃດ, ຄວາມຮັກຂອງພຣະເຈົ້າແມ່ນທັນທີ. ຂ້າພະເຈົ້າເປັນພະຍານກັບໂປໂລວ່າ ບໍ່ມີສິ່ງໃດສາມາດ “ແຍກພວກເຮົາອອກຈາກຄວາມຮັກຂອງພຣະເຈົ້າໄດ້, ຊຶ່ງມີຢູ່ໃນພຣະເຢຊູຄຣິດ.”9 ແມ່ນແຕ່ບາບຂອງເຮົາ, ເຖິງແມ່ນມັນອາດແຍກເຮົາອອກຈາກພຣະວິນຍານຂອງພຣະອົງ ຊົ່ວໄລຍະໜຶ່ງ, ແຕ່ມັນກໍບໍ່ສາມາດແຍກເຮົາອອກຈາກຄວາມຮັກທີ່ບໍ່ເຫືອດຫາຍ ແລະ ຄວາມຮັກທັນທີຂອງພຣະອົງໃນຖານະພຣະບິດາຂອງເຮົາໄດ້.
ສິ່ງເຫລົ່ານີ້ເປັນວິທີ ແລະ ການກະທຳບາງຢ່າງ ຊຶ່ງຜ່ານທາງນີ້ “ພຣະອົງໄດ້ປະທານພອນໃຫ້ [ເຮົາ] ທັນທີ.”10 ບັດນີ້, ເພື່ອນຳຫລັກທຳເຫລົ່ານີ້ມາຢູ່ໃນປະຈຸບັນ ແລະ ຢູ່ໃກ້ເຮົາ, ຂ້າພະເຈົ້າຈະແບ່ງປັນປະສົບການກັບທ່ານ ກ່ຽວກັບສອງຄົນທີ່ໃຊ້ຊີວິດເປັນພະຍານເຖິງພຣະກະລຸນາທິຄຸນທັນທີຂອງພຣະເຈົ້າ.
ຈາກເວລາທີ່ນາງເປັນໄວລຸ້ນ, ເອັມມະລີ ໄດ້ດີ້ນລົນກັບການຕິດຢາເສບຕິດ. ການລອງເຮັດເບິ່ງ ໄດ້ກາຍເປັນນິໄສ, ຊຶ່ງໃນທີ່ສຸດໄດ້ກາຍເປັນການຕິດແສດ ທີ່ເຮັດໃຫ້ນາງກາຍເປັນຊະເລີຍເປັນເວລາຫລາຍປີ, ເຖິງແມ່ນບາງຄັ້ງນາງໄດ້ເຊົາໃຊ້ມັນກໍຕາມ. ນາງເອັມມະລີໄດ້ປົກປິດບັນຫາຂອງນາງໄວ້, ໂດຍສະເພາະຫລັງຈາກທີ່ນາງໄດ້ກາຍເປັນເມຍ ແລະ ເປັນແມ່.
ຕອນເລີ່ມຕົ້ນການປົດປ່ອຍຂອງນາງ, ນາງບໍ່ຮູ້ສຶກວ່າ ມັນເປັນການປົດປ່ອຍຈັກໜ່ອຍເລີຍ. ໃນມື້ທີ່ນາງເອັມມະລີໄປກວດສຸຂະພາບຕາມປົກກະຕິ, ນາງໄດ້ຖືກສົ່ງໄປສູນບຳບັດ ໃນລົດສຸກເສີນທັນທີ. ນາງຢ້ານກົວຫລາຍທີ່ສຸດ ເມື່ອຄິດກ່ຽວກັບການທີ່ຈະຕ້ອງຖືກແຍກອອກຈາກລູກໆ, ສາມີ, ບ້ານເຮືອນຂອງນາງ.
ຄືນນັ້ນ, ຂະນະທີ່ຢູ່ໃນຫ້ອງຄົນດຽວ ໃນຄວາມເຍືອກເຢັນ ແລະ ດຳມືດ, ນາງເອັມມະລີ ໄດ້ນອນຄົດຢູ່ ແລະ ຮ້ອງໄຫ້. ນາງບໍ່ສາມາດຄິດຢ່າງມີເຫດຜົນ ຈົນກວ່ານາງໄດ້ເອົາຊະນະຄວາມກະວົນກະວາຍໃຈ, ຄວາມຢ້ານກົວ, ແລະ ຄວາມດຳມືດທີ່ກົດດັນຢູ່ໃນຫ້ອງນັ້ນ ແລະ ຢູ່ໃນຈິດວິນຍານຂອງນາງ, ນາງເອັມມະລີຄິດວ່າ ນາງຄົງຕາຍໃນຄືນນັ້ນແທ້ໆ. ບໍ່ມີໃຜຢູ່ນຳ.
ເມື່ອຕົກຢູ່ໃນສະພາບທີ່ໝົດທາງອອກ, ນາງເອັມມະລີຈຶ່ງໄດ້ເຕົ້າໂຮມກຳລັງ ແລ້ວລົງຈາກຕຽງນອນ ແລະ ຄຸເຂົ່າ. ໂດຍບໍ່ວາງທ່າທີແນວໃດ ຊຶ່ງນາງເຄີຍເຮັດແຕ່ກ່ອນເມື່ອອະທິຖານ, ນາງເອັມມະລີໄດ້ຍອມມອບຕົວໃຫ້ແກ່ພຣະຜູ້ເປັນເຈົ້າ ຂະນະທີ່ນາງອ້ອນວອນວ່າ, “ໂອ້ ພຣະອົງເຈົ້າ, ຂ້ານ້ອຍຕ້ອງການພຣະອົງ. ຂໍຈົ່ງຊ່ວຍຂ້ານ້ອຍແດ່ທ້ອນ. ຂ້ານ້ອຍບໍ່ຢາກຢູ່ຄົນດຽວ. ຂໍຈົ່ງຊ່ວຍຂ້ານ້ອຍ ໃຫ້ສາມາດຜ່ານຜ່າຄືນນີ້ໄປໄດ້ ດ້ວຍເທີ້ນ.”
ແລະ ທັນໃດນັ້ນ, ດັ່ງທີ່ພຣະອົງໄດ້ກະທຳແກ່ເປໂຕ ໃນສະໄໝກ່ອນ, ພຣະເຢຊູໄດ້ເດ່ພຣະຫັດອອກມາ ແລະ ຍຶດຈິດວິນຍານທີ່ກຳລັງຈົມລົງເລິກໄວ້.11 ໃນວິນາທີນັ້ນເອງ, ນາງເອັມມະລີໄດ້ຮູ້ສຶກເຖິງຄວາມສະຫງົບ, ຄວາມກ້າຫານ, ຄວາມໝັ້ນໃຈ, ແລະ ຄວາມຮັກ ທີ່ປະເສີດ. ຫ້ອງນອນບໍ່ເຍືອກເຢັນອີກຕໍ່ໄປ, ນາງຮູ້ວ່າ ນາງບໍ່ໄດ້ຢູ່ຄົນດຽວ, ແລະ ເປັນເທື່ອທຳອິດ ນັບຕັ້ງແຕ່ນາງມີອາຍຸ 14 ປີ, ນາງເອັມມະລີຮູ້ວ່າ ທຸກສິ່ງຈະເປັນໄປດ້ວຍດີ. ເມື່ອນາງ “ໄດ້ຕື່ນຂຶ້ນມາຫາພຣະເຈົ້າ”12 ນາງເອັມມະລີໄດ້ຫລັບໄປ ດ້ວຍຄວາມສະຫງົບ. ແລະ ດັ່ງນັ້ນ ເຮົາເຫັນວ່າ “ຖ້າຫາກພວກທ່ານຈະກັບໃຈ ແລະ ບໍ່ເຮັດໃຈແຂງກະດ້າງແລ້ວ, ແຜນແຫ່ງການໄຖ່ອັນຍິ່ງໃຫຍ່ນີ້ ຈະຖືກນຳມາຫາພວກທ່ານໂດຍທັນທີ.”13
ການປິ່ນປົວ ແລະ ການປົດປ່ອຍຂອງນາງເອັມມະລີ ໄດ້ໃຊ້ເວລາດົນ—ຫລາຍເດືອນໃນການບຳບັດ, ເຝິກຝົນ, ແລະ ຮັບຄຳແນະນຳ, ຊຶ່ງໃນໄລຍະນັ້ນ ນາງໄດ້ຮັບການຄ້ຳຈູນ ແລະ ບາງຄັ້ງກໍໄດ້ຮັບພຣະກະລຸນາທິຄຸນທັນທີຂອງພຣະອົງ. ແລະ ພຣະກະລຸນາທິຄຸນນັ້ນຂອງພຣະອົງໄດ້ຢູ່ກັບນາງ ຂະນະທີ່ນາງເຂົ້າໄປໃນພຣະວິຫານ ພ້ອມດ້ວຍສາມີ ແລະ ລູກສອງຄົນຂອງນາງ ເພື່ອຜະນຶກເຂົ້າກັນຕະຫລອດໄປ. ເໝືອນດັ່ງຜູ້ຄົນຂອງເຊຣາເຮັມລາ, ບັດນີ້ ນາງເອັມມະລີປະຫລາດໃຈຫລາຍ ເມື່ອນາງຄິດກ່ຽວກັບພຣະກະລຸນາທິຄຸນທັນທີຂອງພຣະເຈົ້າ ແລະ ກ່ຽວກັບອຳນາດຂອງພຣະອົງໃນການປົດປ່ອຍນາງຈາກການເປັນຊະເລີຍ.
ຕໍ່ໄປນີ້, ແມ່ນຈາກຊີວິດຂອງຜູ້ເຊື່ອ ທີ່ກ້າຫານອີກຄົນໜຶ່ງ. ໃນວັນທີ 27 ເດືອນທັນວາ, 2013, ນາງອາລິເຊຍ ໂຊເດີ ໄດ້ຕ້ອນຮັບໝູ່ເພື່ອນທີ່ດີຂອງນາງ, ຊອນ ແລະ ຊາລາ ຊຽວໂກ ດ້ວຍຄວາມຊື່ນຊົມ, ຜູ້ໄດ້ມາເຄາະປະຕູເຮືອນຂອງນາງ ຢ່າງບໍ່ບອກລ່ວງໜ້າ. ຊອນ, ຜູ້ເປັນອະທິການຂອງນາງອາລິເຊຍ, ໄດ້ຍື່ນມືຖືໃຫ້ນາງ ແລະ ເວົ້າຢ່າງໜັກແໜ້ນວ່າ, “ອາລິເຊຍ, ພວກເຮົາຮັກເຈົ້າເດີ້. ໃຫ້ເຈົ້າຮັບສາຍ.”
ມາຣິໂອ ສາມີຂອງນາງອາລິເຊຍ ໄດ້ໂທມາ. ລາວໄດ້ຢູ່ກັບລູກຂອງເຂົາເຈົ້າຈຳນວນໜຶ່ງ ທີ່ໄດ້ພາກັນໄປຂີ່ລົດຫລິ້ນຢູ່ຕາມຫິມະ. ແລ້ວໄດ້ເກີດອຸປະຕິເຫດທີ່ຮ້າຍແຮງ. ມາຣິໂອໄດ້ຮັບບາດເຈັບໜັກ, ແລະ ທ້າວເຄລັບ ລູກຊາຍອາຍຸ 10 ປີ ໄດ້ເສຍຊີວິດ. ເມື່ອມາຣິໂອໄດ້ບອກນາງອາລິເຊຍເຖິງການຕາຍຂອງທ້າວເຄລັບ, ນາງໄດ້ຊ໊ອກໄປ ແລະ ໂສກເສົ້າຢ່າງໜັກ ຊຶ່ງເປັນພາບທີ່ພວກເຮົາບໍ່ເຄີຍເຫັນມາກ່ອນ. ນາງໄດ້ລົ້ມລົງ. ເພາະຄວາມຮູ້ສຶກທີ່ເຕັມໄປດ້ວຍຄວາມເຈັບປວດ, ນາງອາລິເຊຍບໍ່ສາມາດເຄື່ອນໄຫວຕົວ ຫລື ເວົ້າໄດ້.
ອະທິການ ແລະ ຊິດສະເຕີ ຊຽວໂກ ໄດ້ແລ່ນເຂົ້າໄປໂຈມນາງຂຶ້ນ, ແລະ ຫອບນາງໄວ້. ເຂົາເຈົ້າໄດ້ຮ້ອງໄຫ້ ແລະ ໂສກເສົ້ານຳກັນດົນເຕີບ. ແລ້ວອະທິການ ຊຽວໂກ ໄດ້ສະເໜີມອບພອນໃຫ້ແກ່ນາງອາລິເຊຍ.
ສິ່ງທີ່ໄດ້ເກີດຂຶ້ນຫລັງຈາກນັ້ນ ແມ່ນບໍ່ສາມາດເຂົ້າໃຈໄດ້ ປາດສະຈາກຄວາມເຂົ້າໃຈບາງສ່ວນ ເຖິງການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ພຣະກະລຸນາທິຄຸນທັນທີຂອງພຣະເຈົ້າ. ອະທິການ ຊຽວໂກ ໄດ້ຄ່ອຍວາງມືໃສ່ເທິງຫົວຂອງນາງອາລິເຊຍ ແລະ ດ້ວຍນ້ຳສຽງທີ່ສັ່ນສາຍ, ໄດ້ເລີ່ມຕົ້ນກ່າວ. ນາງອາລິເຊຍ ໄດ້ຍິນສອງຢ່າງ ຄືກັບວ່າພຣະເຈົ້າເອງໄດ້ກ່າວກັບນາງ. ຢ່າງທຳອິດ, ນາງໄດ້ຍິນຊື່ຂອງນາງ, ອາລິເຊຍ ຊູແຊນ ໂຊເດີ. ແລ້ວນາງໄດ້ຍິນອະທິການອ້າງເຖິງສິດອຳນາດຂອງພຣະເຈົ້າອົງສູງສຸດ. ໃນນາທີນັ້ນເອງ—ຕອນທີ່ກ່າວຊື່ຂອງນາງ ແລະ ກ່າວເຖິງອຳນາດຂອງພຣະເຈົ້າ—ນາງອາລິເຊຍ ໄດ້ເຕັມໄປດ້ວຍຄວາມສະຫງົບ, ຄວາມຮັກ, ຄວາມປອບໂຍນ, ແລະ ຄວາມຊື່ນຊົມທີ່ບໍ່ສາມາດຈະບັນລະຍາຍໄດ້. ແລະ ຄວາມຮູ້ສຶກນັ້ນໄດ້ສືບຕໍ່ຢູ່ກັບນາງ.
ບັດນີ້, ແນ່ນອນ, ນາງອາລິເຊຍ, ມາຣິໂອ, ແລະ ຄອບຄົວຂອງເຂົາເຈົ້າຍັງໄວ້ທຸກ ແລະ ຄິດຮອດທ້າວເຄລັບ ຕໍ່ໄປ. ມັນ ຍາກ! ເມື່ອໃດກໍຕາມທີ່ຂ້າພະເຈົ້າໄດ້ເວົ້າລົມກັບນາງ, ນາງອາລິເຊຍຈະມີນ້ຳຕາຄາເປົ້າ ແລະ ບອກຂ້າພະເຈົ້າວ່າ ນາງຮັກ ແລະ ຄິດຮອດລູກຊາຍນ້ອຍຂອງນາງ ຫລາຍຂະໜາດໃດ. ແລະ ນ້ຳຕາກໍຍັງບໍ່ເຫືອດຫາຍ ເມື່ອນາງໄດ້ເລົ່າຕໍ່ ເຖິງພຣະຜູ້ປົດປ່ອຍທີ່ຍິ່ງໃຫຍ່ ຜູ້ໄດ້ຄ້ຳຈູນນາງ ໃຫ້ສາມາດຜ່ານຜ່າຄວາມໂສກເສົ້າໄປໄດ້, ເລີ່ມຕົ້ນດ້ວຍພຣະກະລຸນາທິຄຸນທັນທີຂອງພຣະອົງ ໃນໄລຍະທີ່ນາງໂສກເສົ້າທີ່ສຸດນັ້ນ ແລະ ສືບຕໍ່ດ້ວຍຄວາມຫວັງທີ່ແຈ່ມໃສ ແລະ ຈະໄດ້ຢູ່ນຳກັນດ້ວຍຄວາມຫວານຊື່ນ “ບໍ່ຫລາຍມື້ຈາກນັ້ນ.”
ຂ້າພະເຈົ້າຮູ້ວ່າ ປະສົບການຂອງຊີວິດ ບາງເທື່ອຈະນຳຄວາມວຸ້ນວາຍມາໃຫ້ ຊຶ່ງເຮັດໃຫ້ຍາກທີ່ຈະຮັບເອົາ ຫລື ຮັບຮູ້ ຫລື ໄດ້ຮັບຄວາມບັນເທົາທີ່ມາສູ່ນາງເອັມມະລີ ແລະ ນາງອາລິເຊຍ. ຂ້າພະເຈົ້າກໍເຄີຍຜ່ານຜ່າເວລາແບບນັ້ນມາແລ້ວ. ຂ້າພະເຈົ້າເປັນພະຍານວ່າ, ໃນຊ່ວງໄລຍະນັ້ນ, ສິ່ງທີ່ຊ່ວຍເຮົາໄດ້ ແມ່ນຄວາມລະອຽດອ່ອນ ແລະ ພຣະກະລຸນາທິຄຸນທັນທີຂອງພຣະເຈົ້າ ທີ່ສະແດງໃຫ້ປະຈັກ. ຈົ່ງຈື່ຈຳໄວ້ວ່າ, ຊາວອິດສະຣາເອນໃນສະໄໝບູຮານ ໄດ້ຮັບການປົດປ່ອຍ “ໂດຍພຣະເຈົ້າອົງດຽວກັນນັ້ນ ຜູ້ບຳລຸງຮັກສາພວກເຂົາ”14 ໃນແຕ່ລະວັນ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ ເປັນພຣະຜູ້ປົດປ່ອຍທີ່ຍິ່ງໃຫຍ່, ແລະ ໃນພຣະນາມຂອງພຣະອົງ, ຂ້າພະເຈົ້າສັນຍາວ່າ ເມື່ອທ່ານຫັນໄປຫາພຣະອົງດ້ວຍເຈດຕະນາອັນແທ້ຈິງ ແລະ ດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ, ແລ້ວພຣະອົງຈະປົດປ່ອຍທ່ານຈາກທຸກສິ່ງ ທີ່ຫວັງທຳລາຍຊີວິດ ຫລື ຄວາມຊື່ນຊົມຂອງທ່ານ. ການປົດປ່ອຍນັ້ນ ອາດໃຊ້ເວລາດົນກວ່າ ທີ່ທ່ານຄາດຫວັງ—ບາງທີອາດເປັນຕະຫລອດຊີວິດ ຫລື ດົນກວ່ານັ້ນ. ສະນັ້ນ, ໃນການຊ່ວຍທ່ານໃຫ້ໄດ້ຮັບຄວາມປອບໂຍນ, ຄວາມໝັ້ນໃຈ, ແລະ ຄວາມຫວັງ, ເພື່ອຄ້ຳຈູນ ແລະ ໃຫ້ຄວາມເຂັ້ມແຂງແກ່ທ່ານ ຈົນເຖິງມື້ແຫ່ງການປົດປ່ອຍນັ້ນ, ຂ້າພະເຈົ້າຈຶ່ງຂໍປະກາດຕໍ່ທ່ານ ແລະ ເປັນພະຍານເຖິງ ພຣະກະລຸນາທິຄຸນທັນທີຂອງພຣະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.