​2010–2019
ການລາຍງານຂອງພະແນກກວດສອບບັນຊີຂອງສາດສະໜາຈັກ, ປີ 2018
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ການລາຍງານຂອງພະແນກກວດສອບບັນຊີຂອງສາດສະໜາຈັກ, ປີ 2018

ຮຽນ ຝ່າຍປະທານສູງສຸດຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ

ອ້າຍ​ນ້ອງ​ທັງ​ຫລາຍ: ດັ່ງທີ່ໄດ້ອະທິບາຍໄວ້ໂດຍການເປີດເຜີຍໃນ ພາກ​ທີ 120 ຂອງ Doctrine and Covenants, ສະພາຈັດການເລື່ອງເງິນສ່ວນສິບ—ຊຶ່ງປະກອບດ້ວຍຝ່າຍປະທານສູງສຸດ, ກຸ່ມອັກຄະສາວົກສິບສອງ, ແລະ ຝ່າຍອະທິການຄວບຄຸມ—ມີ​ສິດອຳນາດໃນການໃຊ້ຈ່າຍເງິນທຶນຂອງສາດສະໜາຈັກ. ພະແນກຕ່າງໆຂອງສາດສະໜາຈັກຈະໃຊ້ຈ່າຍເງິນທຶນຕາມທີ່​ງົບ​ປະ​ມານ​ຖືກອະນຸມັດ, ຕາມນະໂຍບາຍ, ແລະ ຕາມລະບຽບ.

ພະແນກກວດສອບບັນຊີ ຊຶ່ງຮ່ວມດ້ວຍເຈົ້າໜ້າທີ່ອື່ນໆລະດັບມືອາຊີບ ແລະ ເປັນໜ່ວຍທີ່ທຳງານຢ່າງອິດສະລະ ໂດຍບໍ່ຂຶ້ນຢູ່ກັບພະແນກ ຫລື ໜ່ວຍງານໃດໆຂອງສາດສະໜາຈັກ, ມີໜ້າທີ່ຮັບຜິດຊອບທີ່ຈະກວດສອບເພື່ອໃຫ້ແນ່ໃຈກ່ຽວກັບລາຍໄດ້, ລາຍຈ່າຍ, ແລະ ການປົກປ້ອງດູແລຊັບສິນຂອງສາດສະໜາຈັກ.

ຕາມການດຳເນີນງານການກວດສອບ, ພະແນກກວດສອບບັນຊີລົງຄວາມເຫັນວ່າ ລາຍໄດ້, ລາຍຈ່າຍ, ແລະ ຊັບສິນຂອງສາດສະໜາຈັກ ລະຫວ່າງປີ 2018 ໄດ້ຖືກບັນທຶກ ແລະ ປະ​ຕິ​ບັດຕາມລະບົບບັນຊີງົບ​ປະ​ມານ​ຂອງ​ສາດ​ສະ​ໜາ​ຈັກ ທີ່ໄດ້ຮັບອະນຸມັດ, ຕາມນະໂຍບາຍ, ແລະ ຕາມລະບຽບຂອງການປະຕິບັດບັນຊີ. ສາດສະໜາຈັກເຮັດຕາມການປະຕິບັດທີ່ສອນສະມາຊິກຂອງສາດສະໜາຈັກວ່າ ໃຫ້ດຳລົງຊີວິດຢູ່ໃນຂອບເຂດງົບ​ປະ​ມານ, ຫລີກເວັ້ນໜີ້ສິນ, ແລະ ອອມສິນໄວ້ສຳລັບໃນຍາມທີ່ຂັດສົນ.

ດ້ວຍຄວາມນັບຖືເປັນຢ່າງສູງ,

ພະແນກກວດສອບບັນຊີຂອງສາດສະໜາຈັກ

ແຄວິນ ອາ ເຈີເກັນເຊັນ

ຫົວ​ໜ້າ​ຜູ້​ອຳ​ນວຍ​ການ

ພິມ