ການຊົດໃຊ້ຂອງພຣະເຢຊູຄິດ
ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ບໍ່ພຽງແຕ່ບໍ່ມີຂອບເຂດ ໃນຄວາມກວ້າງໃຫຍ່ຂອງມັນ, ແຕ່ບຸກຄົນສາມາດເອື້ອມເຖິງໄດ້ນຳອີກ.
ໃນລະດູການນີ້ ເຮົາຊື່ນຊົມ ແລະ ຄິດໄຕ່ຕອງເປັນພິເສດ ເຖິງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ແທ້ໆແລ້ວ ນີ້ເປັນຄຳສອນແຫ່ງສະຫວັນ, ທີ່ຂະຫຍາຍຄວາມຄິດ, ທີ່ເພີດເພີນຈະເລີນໃຈ ທີ່ໂລກ ຫລື ຈັກກະວານນີ້ເຄີຍໄດ້ຮູ້ມາ. ມັນເປັນສິ່ງທີ່ໃຫ້ຄວາມຫວັງ ແລະ ຈຸດປະສົງຕໍ່ຊີວິດຂອງເຮົາ.
ສະນັ້ນ ແມ່ນຫຍັງຄືການຊົດໃຊ້ຂອງພຣະເຢຊູຄຣິດ? ໃນດ້ານໜຶ່ງ, ມັນເປັນເຫດການທີ່ຕໍ່ເນື່ອງກັນ ທີ່ໄດ້ເລີ່ມຕົ້ນຢູ່ທີ່ສວນເຄັດເຊມາເນ, ຕິດຕາມໄປຢູ່ທີ່ໄມ້ກາງແຂນ, ແລະ ໄດ້ສິ້ນສຸດລົງດ້ວຍການຟື້ນຄືນພຣະຊົນ ຂອງພຣະຜູ້ຊ່ວຍໃຫ້ລອດຈາກອຸບມຸງ. ມັນໄດ້ຖືກຜັກດັນໂດຍຄວາມຮັກ ທີ່ເກີນຄວາມເຂົ້າໃຈທີ່ມີໃຫ້ເຮົາແຕ່ລະຄົນ. ມັນຮຽກຮ້ອງມະນຸດທີ່ບໍ່ມີບາບ; ຜູ້ມີອຳນາດທີ່ບໍ່ມີຂອບເຂດເໜືອທາດຕ່າງໆ—ແມ່ນແຕ່ຄວາມຕາຍ; ຜູ້ທີ່ຄອບຄອງຄວາມສາມາດທີ່ບໍ່ມີຂອບເຂດ ທີ່ຈະທົນຕໍ່ຜົນສະທ້ອນຂອງບາບ ແລະ ຄວາມເຈັບປ່ວຍທັງໝົດ; ແລະ ແທ້ຈິງແລ້ວ ຜູ້ທີ່ໄດ້ສະເດັດລົງຕ່ຳກວ່າທຸກສິ່ງ.1 ນີ້ຄືພາລະກິດຂອງພຣະເຢຊູຄຣິດ—ນີ້ແມ່ນການຊົດໃຊ້ຂອງພຣະອົງ.
ແລ້ວແມ່ນຫຍັງຄືຈຸດປະສົງຂອງມັນ? ນັ້ນກໍຄື ທີ່ຈະເຮັດໃຫ້ມັນເປັນໄປໄດ້ສຳລັບເຮົາ ທີ່ຈະກັບຄືນສູ່ທີ່ປະທັບຂອງພຣະເຈົ້າ, ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ, ແລະ ໄດ້ຮັບຄວາມສຸກທີ່ສົມບູນຄົບຖ້ວນ. ນີ້ກໍຖືກສຳເລັດໂດຍການເອົາຊະນະອຸບປະສັກສີ່ຢ່າງ:
-
ຄວາມຕາຍທາງຮ່າງກາຍ
-
ຄວາມຕາຍທາງວິນຍານ ຊຶ່ງເກີດຈາກອາດາມ ແລະ ຈາກບາບຂອງເຮົາ
-
ຄວາມທຸກທໍລະມານ ແລະ ຄວາມບົກພ່ອງຂອງເຮົາ
-
ຄວາມອ່ອນແອ ແລະ ຄວາມບໍ່ດີພ້ອມຂອງເຮົາ
ແຕ່ແລ້ວ ພຣະຜູ້ຊ່ວຍໃຫ້ລອດສຳເລັດສິ່ງນີ້ໄດ້ແນວໃດ ປາດສະຈາກການຝ່າຝືນກົດແຫ່ງຄວາມຍຸດຕິທຳ?
ຂໍໃຫ້ເຮົາສົມມຸດຈັກນ້ອຍເຖິງຜູ້ຊາຍຄົນໜຶ່ງ ທີ່ກຳລັງຄິດກ່ຽວກັບຄວາມຕື່ນເຕັ້ນຂອງການກະໂດດ ເປັນການຕັດສິນໃຈທີ່ບໍ່ຮອບຄອບ ແລະ ໃນທັນໃດນັ້ນກໍກະໂດດອອກຈາກຍົນນ້ອຍລຳໜຶ່ງ. ຫລັງຈາກໄດ້ເຮັດດັ່ງນັ້ນ, ລາວກໍຮັບຮູ້ທັນທີເຖິງຄວາມໂງ່ຈ້າຂອງການກະທຳຂອງລາວ. ລາວຢາກຈະລົງເຖິງດິນຢ່າງປອດໄພ, ແຕ່ຍັງມີອຸບປະສັກຢູ່ຢ່າງໜຶ່ງຄື—ກົດຖ່ວງດຶງ. ລາວເຄື່ອນໄຫວແຂນຂອງລາວດ້ວຍຄວາມໄວທີ່ໜ້າປະທັບໃຈ, ຫວັງວ່າຈະບິນເຫາະໄດ້, ແຕ່ກໍບໍ່ເກີດຜົນ. ລາວໄດ້ວາງຮ່າງກາຍຂອງລາວໃຫ້ຟູ ຫລື ບິນໄປດ້ວຍກະແສລົມ ເພື່ອຈະເຮັດໃຫ້ການຕົກຊ້າລົງ, ແຕ່ກົດຖ່ວງດຶງກໍບໍ່ລົດລະ ແລະ ບໍ່ມີເມດຕາເລີຍ. ລາວພະຍາຍາມໃຫ້ເຫດຜົນກັບກົດທຳມະຊາດຂັ້ນພື້ນຖານ: “ມັນເປັນຄວາມຜິດພາດ. ມັນຈະບໍ່ເກີດຂຶ້ນອີກຈັກເທື່ອ.” ແຕ່ກໍບໍ່ມີໃຜໄດ້ຍິນຄຳອຸທອນຂອງລາວ. ຄວາມຖ່ວງດຶງບໍ່ມີຄວາມເມດຕາເລີຍ; ມັນບໍ່ລະເວັ້ນໃຫ້ໃຜ. ແຕ່ເປັນຈັ່ງບຸນ, ໃນທັນໃດນັ້ນ ຊາຍຄົນນັ້ນຮູ້ສຶກວ່າມີບາງສິ່ງຢູ່ເທິງຫລັງຂອງລາວ. ໝູ່ຂອງລາວຕອນຢູ່ໃນຍົນ, ໄດ້ຮູ້ສຶກເຖິງເວລາໂງ່ຈ້າ, ໄດ້ເກາະຖົງຈ້ອງໃສ່ຫລັງລາວ ກ່ອນທີ່ລາວໄດ້ກະໂດດອອກຈາກຍົນ. ລາວໄດ້ເຫັນສາຍເຊືອກ ແລະ ກໍເລີຍດຶງມັນ. ດ້ວຍຄວາມໂຫລ່ງໃຈ, ລາວກໍບິນຟູລົງມາຕົກດິນຢ່າງປອດໄພ. ເຮົາອາດຖາມວ່າ, “ກົດຖ່ວງດຶງຖືກຝ່າຝືນບໍ, ຫລືວ່າ ຜ້າຈ້ອງໃບນັ້ນໄດ້ເຮັດວຽກພາຍໃນຂອບເຂດຂອງກົດນັ້ນ ເພື່ອຊ່ວຍໃຫ້ບິນລົງເຖິງດິນຢ່າງປອດໄພ?”
ເມື່ອເຮົາເຮັດບາບ, ເຮົາກໍເປັນເໝືອນດັ່ງຜູ້ຊາຍທີ່ໂງ່ຈ້າຄົນນັ້ນ ຜູ້ທີ່ໄດ້ກະໂດດອອກຈາກຍົນ. ບໍ່ວ່າເຮົາຈະເຮັດຫຍັງດ້ວຍຕົວເອງ, ເຮົາກໍຈະຕົກຢູ່ດີ. ເຮົາຂຶ້ນຢູ່ກັບກົດແຫ່ງຄວາມຍຸດຕິທຳ, ຊຶ່ງ, ເໝືອນດັ່ງກົດຖ່ວງດຶງ, ກໍຈະກ່າວໂທດ ແລະ ບໍ່ໃຫ້ອະໄພ. ເຮົາຈະລອດໄດ້ກໍເພາະພຣະຜູ້ຊ່ວຍໃຫ້ລອດເທົ່ານັ້ນ, ຜ່ານທາງການຊົດໃຊ້ຂອງພຣະອົງ, ທີ່ໃຫ້ເຮົາມີຜ້າຈ້ອງທາງວິນຍານມາຊ່ວຍເຮົາຢ່າງມີເມດຕາ. ຖ້າຫາກເຮົາມີສັດທາໃນພຣະເຢຊູຄຣິດ ແລະ ກັບໃຈ (ໝາຍຄວາມວ່າ ເຮົາເຮັດສ່ວນຂອງເຮົາ ແລະ ດຶງສາຍນັ້ນອອກ), ແລ້ວອຳນາດທີ່ປົກປ້ອງຂອງພຣະຜູ້ຊ່ວຍໃຫ້ລອດກໍໄດ້ຊ່ວຍເຮົາ, ແລະ ເຮົາກໍສາມາດລົງເຖິງດິນໄດ້ ໂດຍບໍ່ໄດ້ຮັບບາດເຈັບທາງວິນຍານ.
ເຖິງຢ່າງໃດກໍຕາມ, ສິ່ງນີ້ກໍເປັນໄປໄດ້ເພາະວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ເອົາຊະນະອຸບປະສັກສີ່ຢ່າງ ທີ່ສາມາດກິດກັນຄວາມກ້າວໜ້າທາງວິນຍານຂອງເຮົາໄດ້.
1. ຄວາມຕາຍ. ພຣະອົງໄດ້ເອົາຊະນະຄວາມຕາຍຜ່ານທາງການຟື້ນຄືນພຣະຊົນ ທີ່ຮຸ່ງໂລດຂອງພຣະອົງ. ອັກຄະສາວົກໂປໂລ ໄດ້ສອນວ່າ, “ດ້ວຍວ່າ, ຄົນທັງປວງໄດ້ຕາຍເພາະກ່ຽວເນື່ອງກັບອາດາມສັນໃດ, ຄົນທັງປວງກໍຈະຖືກບັນດານໃຫ້ມີຊີວິດສັນນັ້ນ.”2
2. ບາບ. ພຣະຜູ້ຊ່ວຍໃຫ້ລອດໄດ້ເອົາຊະນະບາບ ແລະ ຄວາມຮູ້ສຶກຜິດເພື່ອທຸກຄົນຜູ້ທີ່ກັບໃຈ. ອຳນາດແຫ່ງການຊຳລະໃຫ້ສະອາດຂອງພຣະອົງ ແມ່ນເລິກຊຶ້ງ ແລະ ກວ້າງໃຫຍ່ ຈົນວ່າເອຊາຢາໄດ້ສັນຍາວ່າ, “ເຖິງແມ່ນວ່າບາບຂອງພວກເຈົ້ານັ້ນເປັນສີແດງເຂັ້ມ, ແຕ່ມັນຈະຖືກເຮັດໃຫ້ຂາວສະອາດດັ່ງຫິມະ.”3
ເປັນບາງເທື່ອ, ຂ້າພະເຈົ້າໄດ້ພົບກັບໄພ່ພົນທີ່ດີ ຜູ້ທີ່ມີບັນຫາໃນການໃຫ້ອະໄພໂຕເອງ, ຜູ້ທີ່ໄດ້ວາງຈຸດກຳນົດແບບໄຮ້ດຽງສາ ແຕ່ຢ່າງບໍ່ຖືກຕ້ອງໄວ້ ສຳລັບອຳນາດແຫ່ງການໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດ. ໂດຍບໍ່ຮູ້ຕົວ, ເຂົາເຈົ້າໄດ້ປ່ຽນການຊົດໃຊ້ທີ່ບໍ່ມີຂອບເຂດສິ້ນສຸດ ໃຫ້ມີທີ່ສິ້ນສຸດ ທີ່ບໍ່ໃຫ້ອະໄພແກ່ບາບ ຫລື ຄວາມອ່ອນແອໃດໜຶ່ງຂອງເຂົາເຈົ້າໂດຍສະເພາະ. ແຕ່ມັນເປັນການຊົດໃຊ້ທີ່ບໍ່ມີຂອບເຂດ ເພາະມັນຮ່ວມດ້ວຍ ແລະ ກຳນົດຂອບເຂດຂອງບາບ ແລະ ຄວາມອ່ອນແອທັງໝົດ, ພ້ອມທັງການທຳຮ້າຍ ຫລື ຄວາມເຈັບປວດທັງໝົດ ທີ່ຄົນອື່ນໄດ້ກໍ່ໃຫ້ເກີດ.
ທຣູເມັນ ຈີ ແມດເຊັນ ໄດ້ໃຫ້ການສັງເກດການ ທີ່ປອບໂຍນວ່າ:
“ຖ້າຫາກວ່າມີຄົນໃດໃນບັນດາພວກທ່ານ ຜູ້ທີ່ຖືກຫລອກໃຫ້ຕັດສິນໃຈວ່າທ່ານໄດ້ເຮັດຜິດຫລາຍເກີນໄປ, … ວ່າທ່ານມີພິດຂອງບາບ ຊຶ່ງເຮັດໃຫ້ມັນເປັນໄປບໍ່ໄດ້ອີກເລີຍ ທີ່ຈະເປັນຜູ້ຄົນທີ່ທ່ານເຄີຍເປັນມາແລ້ວ—ແລ້ວຂໍໃຫ້ຟັງຂ້າພະເຈົ້າ.
“ຂ້າພະເຈົ້າສະແດງປະຈັກພະຍານວ່າ ທ່ານບໍ່ສາມາດຈົມ ລົງໄປເລິກກວ່າທີ່ຄວາມສະຫວ່າງ ແລະ ສະຕິປັນຍາອັນສ້ຽມແຫລມຂອງພຣະເຢຊູຈະເອື້ອມລົງເຖິງໄດ້. ຂ້າພະເຈົ້າກ່າວປະຈັກພະຍານວ່າ ຕາບໃດທີ່ຍັງມີຄວາມຫວັງເຖິງຄວາມປະສົງທີ່ຈະກັບໃຈ ແລະ ເອື້ອມອອກໄປ, ພຣະອົງກໍປະທັບຢູ່ທີ່ນັ້ນ. ພຣະອົງບໍ່ພຽງແຕ່ໄດ້ສະເດັດລົງ ສູ່ ສະພາບການຂອງທ່ານ; ພຣະອົງໄດ້ສະເດັດລົງ ຕ່ຳກວ່າ ນັ້ນ, ເພື່ອວ່າພຣະອົງອາດຈະໄດ້ປະທັບຢູ່ໃນທຸກສິ່ງ ແລະ ຜ່ານທຸກສິ່ງທຸກຢ່າງ, ເປັນຄວາມສະຫວ່າງຂອງຄວາມຈິງ. [ເບິ່ງ Doctrine and Covenants 88:6.]”4
ເຫດຜົນໜຶ່ງທີ່ຈຳເປັນ ເພື່ອຈະເຂົ້າໃຈການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຜົນສະທ້ອນທີ່ບໍ່ມີຂອບເຂດຂອງມັນແມ່ນ ດ້ວຍຄວາມເຂົ້າໃຈທີ່ມີຫລາຍຂຶ້ນ ຄວາມປະສົງທີ່ຈະໃຫ້ອະໄພຕົວເຮົາເອງ ແລະ ຄົນອື່ນກໍຈະມີຫລາຍຂຶ້ນ.
ເຖິງແມ່ນວ່າເຮົາອາດເຊື່ອໃນອຳນາດທີ່ຊຳລະໃຫ້ສະອາດຂອງພຣະຄຣິດ, ຈະມີຄົນມັກຖາມຄຳນີ້ເລື້ອຍໆ ວ່າ: “ເຮົາຈະຮູ້ໄດ້ແນວໃດວ່າ ເຮົາໄດ້ຮັບການໃຫ້ອະໄພບາບແລ້ວ?” ຖ້າຫາກເຮົາຮູ້ສຶກເຖິງພຣະວິນຍານ, ນັ້ນແຫລະຄືສັກຂີພະຍານວ່າ ເຮົາໄດ້ຮັບການໃຫ້ອະໄພແລ້ວ, ຫລື ວ່າຂັ້ນຕອນຂອງການຊຳລະໃຫ້ສະອາດກຳລັງເກີດຂຶ້ນ. ປະທານເຮັນຣີ ບີ ໄອຣິງ ໄດ້ສອນວ່າ, “ຖ້າຫາກທ່ານຮູ້ສຶກເຖິງອິດທິພົນຈາກພຣະວິນຍານບໍລິສຸດ … , ທ່ານອາດຖືເອົານັ້ນເປັນຫລັກຖານວ່າ ການຊົດໃຊ້ກຳລັງເກີດຜົນຢູ່ໃນຊີວິດຂອງທ່ານ.”5
ບາງຄົນໄດ້ຖາມວ່າ, “ແຕ່ຖ້າຫາກວ່າຂ້ານ້ອຍໄດ້ຮັບການໃຫ້ອະໄພແລ້ວ, ເປັນຫຍັງຂ້ານ້ອຍຈຶ່ງຍັງຮູ້ສຶກຜິດຢູ່?” ບາງທີໃນພຣະເມດຕາຂອງພຣະເຈົ້າ ຄວາມຊົງຈຳເຖິງຄວາມຮູ້ສຶກຜິດນັ້ນ ຈະເປັນການຕັກເຕືອນ, ເປັນ “ປ້າຍຢຸດ” ທາງວິນຍານ, ທີ່ໃນຊ່ວງໜຶ່ງ, ໄດ້ຮ້ອງອອກມາເຕືອນ ເມື່ອເຮົາປະສົບກັບການລໍ້ລວງ ວ່າ: “ຢ່າກ້າວໄປໃນເສັ້ນທາງນັ້ນ. ເຈົ້າຮູ້ຢູ່ວ່າມັນຈະນຳຄວາມເຈັບປວດມາໃຫ້.” ໃນທຳນອງນີ້, ມັນຈະເປັນການປົກປ້ອງ, ບໍ່ແມ່ນການລົງໂທດ.
ແລ້ວມັນຈະເປັນໄປໄດ້ບໍ ທີ່ຈະຈື່ຈຳບາບຂອງເຮົາ ແລະ ຍັງເປັນອິດສະລະຈາກຄວາມຮູ້ສຶກຜິດນັ້ນ?
ແອວມາ ໄດ້ຈື່ຈຳບາບຂອງເພິ່ນ, ແມ່ນແຕ່ຫລາຍໆປີຫລັງຈາກເພິ່ນໄດ້ກັບໃຈແລ້ວ. ແຕ່ເມື່ອເພິ່ນໄດ້ຮ້ອງທູນຂໍຄວາມເມດຕາຈາກພຣະເຢຊູ, ເພິ່ນໄດ້ກ່າວວ່າ, “ພໍ່ບໍ່ຈື່ຈຳຄວາມເຈັບປວດຂອງພໍ່ອີກເລີຍ; ພໍ່ບໍ່ໄດ້ທໍລະມານດ້ວຍຄວາມລະນຶກເຖິງບາບຂອງພໍ່ອີກຕໍ່ໄປ.”6
ເພິ່ນຈື່ຈຳບາບຂອງເພິ່ນໄດ້ ແຕ່ບໍ່ມີຄວາມເຈັບປວດ ຫລື ຄວາມຮູ້ສຶກຜິດໄດ້ແນວໃດ? ເພາະວ່າ ເມື່ອເຮົາກັບໃຈ, ເຮົາກໍ “ເກີດໃໝ່ແລ້ວຈາກພຣະເຈົ້າ.”7 ດັ່ງທີ່ພຣະຄຳພີກ່າວໄວ້ວ່າ, ເຮົາກາຍ “ເປັນຄົນໃໝ່”8 ໃນພຣະຄຣິດ. ດ້ວຍຄວາມຊື່ສັດທີ່ສົມບູນ ບັດນີ້ເຮົາຈະກ່າວໄດ້ວ່າ, “ເຮົາບໍ່ໄດ້ເປັນຊາຍ ຫລື ຍິງທີ່ໄດ້ເຮັດບາບເກົ່າໆເຫລົ່ານັ້ນ. ເຮົາເປັນຄົນໃໝ່ ແລະ ໄດ້ປ່ຽນໄປແລ້ວ.”
3. ຄວາມທຸກທໍລະມານ ແລະ ຄວາມບົກພ່ອງ. ແອວມາ ໄດ້ທຳນາຍວ່າ ພຣະຄຣິດ “ຈະສະເດັດອອກໄປ, ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກທໍລະມານ ແລະ ການລໍ້ລວງທຸກຢ່າງ.” ເປັນຫຍັງ? “ເພື່ອອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາ, ... ເພື່ອພຣະອົງຈະຮູ້ຈັກຕາມທາງຂອງເນື້ອໜັງວ່າ ຈະຊ່ວຍເຫລືອຜູ້ຄົນຂອງພຣະອົງ ຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ.”9
ພຣະອົງສຳເລັດສິ່ງນີ້ໄດ້ແນວໃດ? ບາງເທື່ອ ພຣະອົງກໍຈະເອົາຄວາມທຸກທໍລະມານນັ້ນອອກໄປ, ບາງເທື່ອພຣະອົງກໍຈະເສີມຄວາມເຂັ້ມແຂງໃຫ້ເຮົາອົດທົນ, ແລະ ບາງເທື່ອພຣະອົງກໍຈະປະທານທັດສະນະນິລັນດອນໃຫ້ເຮົາ ເພື່ອໃຫ້ເຂົ້າໃຈພາວະຊົ່ວຄາວຂອງຄວາມທຸກນັ້ນຫລາຍຂຶ້ນ. ຫລັງຈາກ ໂຈເຊັບ ສະມິດ ໄດ້ທົນທຸກທໍລະມານຢູ່ໃນ ຄຸກລີເບີຕີ ໄດ້ສອງເດືອນ, ເພິ່ນໄດ້ຮ້ອງທູນວ່າ, ໂອ້ ພຣະອົງເຈົ້າ, ພຣະອົງປະທັບຢູ່ບ່ອນໃດ?”10 ແທນທີ່ຈະໃຫ້ການບັນເທົາທຸກທັນທີ, ພຣະເຈົ້າໄດ້ຕອບວ່າ, “ລູກເອີຍ, ສັນຕິສຸກຈົ່ງມີແກ່ຈິດວິນຍານຂອງເຈົ້າ; ຄວາມທຸກທໍລະມານຂອງເຈົ້າຈະເປັນຢູ່ພຽງຊົ່ວຄາວ; ແລະ ຈາກນັ້ນ, ຖ້າຫາກເຈົ້າອົດທົນມັນໄດ້ດີ, ພຣະເຈົ້າຈະຍົກເຈົ້າຂຶ້ນສູ່ເບື້ອງບົນ.”11
ບັດນີ້ ໂຈເຊັບ ໄດ້ເຂົ້າໃຈວ່າ ປະສົບການທີ່ຂົມຂື່ນນີ້ກໍເປັນພຽງແຕ່ຈຸດນ້ອຍໆ ເມື່ອທຽບໃສ່ຂອບເຂດຂອງນິລັນດອນ. ດ້ວຍວິໄສທັດທີ່ແຈ້ງຊັດຂຶ້ນ, ເພິ່ນໄດ້ຂຽນຫາໄພ່ພົນທັງຫລາຍ ຈາກຄຸກແຫ່ງດຽວກັນນັ້ນ ວ່າ, ອ້າຍເອື້ອຍນ້ອງທີ່ຮັກແພງ, ຈົ່ງໃຫ້ພວກເຮົາເຮັດທຸກສິ່ງທຸກຢ່າງ ທີ່ຢູ່ໃນອຳນາດຂອງພວກເຮົາຢ່າງເບີກບານມ່ວນຊື່ນ ແລະ ຈາກນັ້ນຂໍໃຫ້ພວກເຮົາຈົ່ງຢືນຢູ່ຊື່ໆ, ດ້ວຍຄວາມໝັ້ນໃຈທີ່ສຸດ, ເພື່ອເຫັນຄວາມລອດຂອງພຣະເຈົ້າ.”12 ເປັນເພາະການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາກໍສາມາດມີທັດສະນະນິລັນດອນ ທີ່ຈະເຮັດໃຫ້ການທົດລອງຂອງເຮົາມີຄວາມໝາຍ ແລະ ມີຄວາມຫວັງສຳລັບການບັນເທົາທຸກໄດ້.
4. ຄວາມອ່ອນແອ ແລະ ຄວາມບໍ່ດີພ້ອມ. ເປັນເພາະການຊົດໃຊ້ຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດຈຶ່ງມີອຳນາດ ທີ່ເຮັດໃຫ້ເປັນໄປໄດ້, ທີ່ບາງເທື່ອກໍເອີ້ນວ່າ ພຣະຄຸນ,13 ທີ່ສາມາດຊ່ວຍເຮົາໃຫ້ເອົາຊະນະຄວາມອ່ອນແອ ແລະ ຄວາມບໍ່ດີພ້ອມຂອງເຮົາ ແລະ ແລ້ວຊ່ວຍເຮົາ ໃນການສະແຫວງຫາທີ່ຈະກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.
ໂມໂຣໄນ ໄດ້ສອນວ່າ: “ແທ້ຈິງແລ້ວ, ຈົ່ງມາຫາພຣະຄຣິດ, ແລະ ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ, … ເພື່ອໂດຍພຣະຄຸນຂອງພຣະອົງ, ທ່ານຈະດີພ້ອມໃນພຣະຄຣິດ.”14 ເບິ່ງຄືວ່າ ຢ່າງນ້ອຍກໍມີສອງຊ່ອງທາງ ຫລື ວິທີທີ່ໃຫ້ຕົວເຮົາໄດ້ຮັບອຳນາດທີ່ເຮັດໃຫ້ເປັນໄປໄດ້ເຫລົ່ານັ້ນ ທີ່ສາມາດຊຳລະເຮົາໃຫ້ສະອາດ—ແມ່ນແຕ່ເຮັດໃຫ້—ເຮົາດີພ້ອມ.
ທຳອິດ, ພິທີການທີ່ຊ່ວຍໃຫ້ລອດ. ພຣະຄຳພີບອກເຮົາວ່າ, “ຢູ່ໃນພິທີການເຫລົ່ານັ້ນ, ອຳນາດແຫ່ງຄວາມເປັນພຣະເຈົ້າກໍຈະປະຈັກ.”15 ບາງເທື່ອເຮົາອາດຄິດເຖິງພິທີການວ່າເປັນສິ່ງທີ່ຕ້ອງເຮັດ—ຈຳເປັນເພື່ອຄວາມສູງສົ່ງ; ແຕ່ໃນຄວາມຈິງ ແຕ່ລະພິທີການຈະປ່ອຍອຳນາດຂອງພຣະເຈົ້າອອກມາ ທີ່ຊ່ວຍເຮົາໃຫ້ກາຍເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ. ຍົກຕົວຢ່າງ:
-
ເມື່ອເຮົາໄດ້ຮັບບັບຕິສະມາ ແລະ ຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ, ເຮົາກໍຖືກຊຳລະໃຫ້ສະອາດ—ສັກສິດຫລາຍຂຶ້ນເໝືອນພຣະເຈົ້າ.
-
ນອກເໜືອຈາກນີ້, ຜ່ານທາງພຣະວິນຍານບໍລິສຸດ, ຄວາມຄິດຂອງເຮົາອາດຖືກເປີດແຈ້ງ ແລະ ຫົວໃຈຂອງເຮົາກໍອ່ອນໂຍນລົງ ເພື່ອເຮົາຈະສາມາດຄິດ ແລະ ຮູ້ສຶກເໝືອນດັ່ງພຣະອົງຫລາຍຂຶ້ນ.
-
ແລະ ເມື່ອເຮົາຖືກຜະນຶກເປັນສາມີພັນລະຍາ, ເຮົາກໍໄດ້ຮັບສິດທິ ທີ່ຈະໄດ້ຮັບ “ບັນລັງ, ອານາຈັກ, ເຂດປົກຄອງ, ແລະ ອຳນາດ”16 ເປັນຂອງປະທານຈາກພຣະເຈົ້າ.
ຊ່ອງທາງທີສອງສຳລັບອຳນາດທີ່ເຮັດໃຫ້ເປັນໄປໄດ້ເຫລົ່ານີ້ ກໍເປັນຂອງປະທານແຫ່ງພຣະວິນຍານ. ເປັນເພາະການຊົດໃຊ້ຂອງພຣະຄຣິດ, ເຮົາກໍສົມຄວນຈະໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ແລະ ຂອງປະທານທາງວິນຍານອື່ນໆທີ່ຄຽງຄູ່ມັນມາ. ຂອງປະທານເຫລົ່ານີ້ຄືຄຸນສົມບັດແຫ່ງຄວາມເປັນພຣະເຈົ້າ; ດັ່ງນັ້ນ, ທຸກໆເທື່ອທີ່ເຮົາໄດ້ຮັບຂອງປະທານແຫ່ງພຣະວິນຍານ, ເຮົາກໍກາຍເປັນເໝືອນດັ່ງພຣະເຈົ້າຫລາຍຂຶ້ນ. ບໍ່ຕ້ອງສົງໄສວ່າເປັນຫຍັງພຣະຄຳພີຈຶ່ງແນະນຳເຮົາຫລາຍໆເທື່ອ ໃຫ້ສະແຫວງຫາຂອງປະທານເຫລົ່ານີ້.17
ປະທານໂຈດ ຄິວ ແຄນນັນ ໄດ້ສອນວ່າ: “ບໍ່ມີຄົນໃດຄວນເວົ້າວ່າ, ‘ໂອ້ ຂ້ອຍຊ່ວຍບໍ່ໄດ້ດອກ; ມັນເປັນທຳມະຊາດຂອງຂ້ອຍ.’ ລາວບໍ່ໄດ້ຮັບຂໍ້ແກ້ຕົວໃນເລື່ອງນີ້, ເພາະເຫດທີ່ວ່າພຣະເຈົ້າໄດ້ສັນຍາ ທີ່ຈະ …ປະທານຂອງປະທານ ທີ່ຈະລົບລ້າງ [ຄວາມອ່ອນແອຂອງເຮົາ] ໃຫ້ເຮົາ. … ຖ້າວ່າເຮົາແຕ່ລະຄົນບໍ່ດີພ້ອມ, ມັນກໍເປັນໜ້າທີ່ຂອງເຮົາທີ່ຈະອະທິຖານເພື່ອທູນຂໍຂອງປະທານ ທີ່ຈະເຮັດໃຫ້ເຮົາດີພ້ອມ.”18
ໂດຍສະຫລຸບແລ້ວ, ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດໃຫ້ເຮົາມີ ຊີວິດແທນຄວາມຕາຍ, “ຄວາມຊົມຊື່ນຍິນດີແທນຄວາມໂສກເສົ້າ,”19 ການປິ່ນປົວແທນຄວາມເຈັບປວດ, ແລະ ຄວາມດີພ້ອມແທນຄວາມອ່ອນແອ. ມັນເປັນຢາແກ້ພິດຈາກສະຫວັນ ຕໍ່ອຸບປະສັກ ແລະ ຄວາມດີ້ນລົນຂອງໂລກນີ້.
ໃນອາທິດສຸດທ້າຍຂອງພຣະຜູ້ຊ່ວຍໃຫ້ລອດ ໃນຄວາມເປັນມະຕະ, ພຣະອົງໄດ້ກ່າວວ່າ, “ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ: ແຕ່ຈົ່ງຊື່ນໃຈເທາະ; ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.”20 ເພາະພຣະຜູ້ຊ່ວຍໃຫ້ລອດໄດ້ປະຕິບັດການຊົດໃຊ້ຂອງພຣະອົງ, ກໍເລີຍບໍ່ມີພະລັງທາງນອກ ຫລື ເຫດການ ຫລື ຜູ້ຄົນ—ບໍ່ມີບາບໃດ ຫລື ຄວາມຕາຍໃດ ຫລື ການຢ່າຮ້າງໃດ—ທີ່ຈະສາມາດກີດກັນເຮົາຈາກການບັນລຸເຖິງຄວາມສູງສົ່ງ, ຖ້າວ່າເຮົາຈະຮັກສາພຣະບັນຍັດຂອງພຣະເຈົ້າ. ດ້ວຍຄວາມຮູ້ນັ້ນ, ເຮົາສາມາດມຸ້ງໄປໜ້າດ້ວຍຄວາມຊື່ນບານ ແລະ ຄວາມໝັ້ນໃຈທີ່ແນ່ວແນ່ວ່າ ພຣະເຈົ້າສະຖິດຢູ່ກັບເຮົາ ໃນການສະແຫວງຫາແຫ່ງສະຫວັນນີ້.
ຂ້າພະເຈົ້າເປັນພະຍານວ່າ ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດນັ້ນ ບໍ່ພຽງແຕ່ບໍ່ມີຂອບເຂດໃນຄວາມກວ້າງໃຫຍ່ຂອງມັນ, ແຕ່ບຸກຄົນເອື້ອມເຖິງໄດ້—ວ່າມັນບໍ່ພຽງແຕ່ຈະນຳເຮົາໄປສູ່ທີ່ປະທັບຂອງພຣະເຈົ້າເທົ່ານັ້ນ, ແຕ່ຈະເຮັດໃຫ້ເຮົາສາມາດກາຍເປັນເໝືອນດັ່ງພຣະອົງນຳອີກ—ຊຶ່ງນີ້ເປັນເປົ້າໝາຍທີ່ປະເສີດສຸດ ຂອງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າເປັນພະຍານດ້ວຍຄວາມກະຕັນຍູ ແລະ ຄວາມແນ່ໃຈ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.