ຖືກເຮັດໃຫ້ສະອາດໂດຍການກັບໃຈ
ເປັນເພາະແຜນຂອງພຣະເຈົ້າ ແລະ ການຊົດໃຊ້ຂອງພຣະເຢຊູຄຣິດ, ເຮົາຈຶ່ງສາມາດຖືກຊຳລະໃຫ້ສະອາດໄດ້ ໂດຍຂັ້ນຕອນຂອງການກັບໃຈ.
ໃນຊ່ວງມະຕະ ເຮົາຢູ່ໃຕ້ກົດຂອງມະນຸດ ແລະ ກົດຂອງພຣະເຈົ້າ. ຂ້າພະເຈົ້າເຄີຍມີປະສົບການທີ່ແປກໆ ໃນການຕັດສິນການປະພຶດຜິດຢ່າງຮ້າຍແຮງ ພາຍໃຕ້ກົດເຫລົ່ານີ້—ແຕ່ກ່ອນເຄີຍຕັດສິນຢູ່ສານສູງສຸດຂອງລັດຢູທາ ແລະ ບັດນີ້ ເປັນຜູ້ໜຶ່ງໃນຝ່າຍປະທານສູງສຸດ. ຄວາມແຕກຕ່າງທີ່ຂ້າພະເຈົ້າເຄີຍມີປະສົບການລະຫວ່າງກົດຂອງມະນຸດ ແລະ ກົດຂອງພຣະເຈົ້າ ໄດ້ຂະຫຍາຍຄວາມຮູ້ບຸນຄຸນຂອງຂ້າພະເຈົ້າ ສຳລັບຄວາມເປັນຈິງ ເຖິງອຳນາດຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ພາຍໃຕ້ກົດຂອງມະນຸດ, ບຸກຄົນທີ່ເຮັດຄວາມຜິດຮ້າຍແຮງ ສາມາດຖືກສົ່ງເຂົ້າຄຸກຕະຫລອດຊີວິດ ໂດຍບໍ່ມີການຜ່ອນໂທດ. ແຕ່ມັນແຕກຕ່າງ ພາຍໃຕ້ແຜນແຫ່ງຄວາມເມດຕາ ຂອງພຣະບິດາເທິງສະຫວັນທີ່ຊົງຮັກ. ຂ້າພະເຈົ້າເຄີຍໄດ້ເຫັນບາບທີ່ຮ້າຍແຮງຢ່າງດຽວກັນນີ້ ໄດ້ຮັບການໃຫ້ອະໄພ ໃນຊ່ວງມະຕະ ເພາະການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ສຳລັບບາບຂອງ “ຄົນທັງປວງຜູ້ມີໃຈທີ່ຊອກຊ້ຳ ແລະ ມີວິນຍານທີ່ສຳນຶກຜິດ” (2 ນີໄຟ 2:7). ພຣະຄຣິດໄຖ່ຖອນ, ແລະ ການຊົດໃຊ້ຂອງພຣະອົງແມ່ນຈິງແທ້.
ຄວາມເຫັນອົກເຫັນໃຈດ້ວຍຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໄດ້ສະແດງອອກຢູ່ໃນເພງສວດ ຊຶ່ງກຸ່ມນັກຮ້ອງ ຫາກໍໄດ້ຮ້ອງໄປນັ້ນ.
ມາຫາພຣະເຢຊູ; ພຣະອົງຈະຫລຽວແລ,
ເຖິງທ່ານຫລົງທາງໄປໃນທາງຂອງມານ.
ຄວາມຮັກຂອງພຣະອົງຄົ້ນຫາ ແລະ ພາທ່ານ
ຜ່ານຄວາມມືດໄປສູ່ຄວາມສະຫວ່າງ.1
ການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ ເປີດໂອກາດໃຫ້ມະນຸດທັງປວງ ເພື່ອກັບໃຈ ແລະ ມາຫາພຣະອົງ (ເບິ່ງ Doctrine and Covenants 18:11; ເບິ່ງ ມາຣະໂກ 3:28; 1 ນີໄຟ 10:18; ແອວມາ 34:8, 16 ນຳອີກ). ໜັງສືແອວມາ ລາຍງານເຖິງການກັບໃຈ ແລະ ການໃຫ້ອະໄພ ແມ່ນແຕ່ຜູ້ທີ່ເຄີຍຊົ່ວຮ້າຍ ແລະ ບ້າຄັ່ງເລືອດ (ເບິ່ງ ແອວມາ 25:16; 27:27, 30). ຂ່າວສານຂອງຂ້າພະເຈົ້າໃນມື້ນີ້ ແມ່ນກ່ຽວກັບຄວາມຫວັງສຳລັບເຮົາທຸກຄົນ, ຮ່ວມທັງຜູ້ທີ່ໄດ້ສູນເສຍການເປັນສະມາຊິກໃນສາດສະໜາຈັກ ໂດຍການຖືກຕັດອອກ ຫລື ຖືກລຶບຊື່. ເຮົາທຸກຄົນເຄີຍເຮັດບາບ ທີ່ສາມາດຖືກຊຳລະໃຫ້ສະອາດໄດ້ ໂດຍທາງການກັບໃຈ. “ການທີ່ຈະກັບໃຈຈາກບາບ ບໍ່ໄດ້ເປັນສິ່ງງ່າຍ,” ແອວເດີ ຣະໂຊ ເອັມ ແນວສັນ ໄດ້ສອນຢູ່ໃນກອງປະຊຸມໃຫຍ່ສາມັນທີ່ຜ່ານມາ. “ແຕ່ລາງວັນແມ່ນກຸ້ມຄ່າ.”2
I. ການກັບໃຈ
ການກັບໃຈເລີ່ມຕົ້ນຈາກພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ແລະ ມັນເປັນຄວາມຊື່ນຊົມ, ບໍ່ແມ່ນພາລະ. ໃນກອງປະຊຸມເທດສະການບຸນຄຣິດສະມັດ ໃນເດືອນທັນວາແລ້ວນີ້, ປະທານແນວສັນ ໄດ້ສອນວ່າ: “ການກັບໃຈທີ່ແທ້ຈິງ ບໍ່ແມ່ນເຫດການໃດໜຶ່ງ. ມັນເປັນສິດທິພິເສດ ທີ່ບໍ່ໝົດເປັນຈັກເທື່ອ. ມັນເປັນ ພື້ນຖານ ທີ່ພາໄປສູ່ຄວາມກ້າວໜ້າ ແລະ ການມີຄວາມສະຫງົບໃນຈິດໃຈ, ການປອບໂຍນ, ແລະ ຄວາມຊື່ນຊົມ.”3
ຄຳສອນບາງຢ່າງທີ່ຍິ່ງໃຫຍ່ທີ່ສຸດ ເລື່ອງການກັບໃຈ ມີຢູ່ໃນຄຳເທດສະໜາຂອງແອວມາ ຢູ່ໃນພຣະຄຳພີມໍມອນ ຕໍ່ສະມາຊິກຂອງສາດສະໜາຈັກ ຊຶ່ງຕໍ່ມາ ເພິ່ນໄດ້ບັນຍາຍວ່າ ຢູ່ໃນສະພາບທີ່ “ບໍ່ເຊື່ອຖື,” “ລະເມີເພີ້ຝັນ … ດ້ວຍຄວາມທະນົງຕົວ,” ແລະ ດ້ວຍໃຈທີ່ “ໝົກໝຸ້ນຢູ່ກັບຂອງມີຄ່າ ແລະ ສິ່ງທີ່ບໍ່ມີປະໂຫຍດຂອງໂລກ” (ແອວມາ 7:6). ສະມາຊິກທຸກຄົນຂອງສາດສະໜາຈັກທີ່ຖືກຟື້ນຟູນີ້ ມີຫລາຍສິ່ງທີ່ຕ້ອງຮຽນຮູ້ ຈາກຄຳສອນທີ່ດົນໃຈຂອງແອວມາ.
ເຮົາເລີ່ມຕົ້ນດ້ວຍສັດທາໃນພຣະເຢຊູຄຣິດ, ເພາະ “ພຣະອົງໄດ້ສະເດັດມາເພື່ອເອົາບາບຂອງໂລກໄປ” (ແອວມາ 5:48). ເຮົາຕ້ອງກັບໃຈ ເພາະ, ດັ່ງທີ່ແອວມາໄດ້ສອນວ່າ, “ຖ້າຫາກພວກທ່ານບໍ່ກັບໃຈ ພວກທ່ານກໍບໍ່ມີທາງທີ່ຈະໄດ້ຮັບອານາຈັກສະຫວັນມາເປັນມູນມໍລະດົກໄດ້” (ແອວມາ 5:51). ການກັບໃຈແມ່ນພາກສ່ວນຈຳເປັນໃນແຜນຂອງພຣະເຈົ້າ. ເພາະທຸກຄົນຈະເຮັດບາບ ໃນປະສົບການຊ່ວງມະຕະ ແລະ ຖືກຕັດອອກຈາກທີ່ປະທັບຂອງພຣະເຈົ້າ, ມະນຸດຈຶ່ງ “ລອດ” ບໍ່ໄດ້ ປາດສະຈາກການກັບໃຈ (ແອວມາ 5:31; ເບິ່ງ ຮີລາມັນ 12:22 ນຳອີກ).
ສິ່ງນີ້ໄດ້ຖືກສິດສອນແລ້ວ ນັບແຕ່ດຶກດຳບັນເປັນຕົ້ນມາ. ພຣະຜູ້ເປັນເຈົ້າໄດ້ບັນຊາອາດາມ ໃຫ້ສິດສອນລູກໆຂອງເພິ່ນ, ວ່າມະນຸດທຸກຄົນ, ໃນທຸກແຫ່ງຫົນ, ຈະຕ້ອງກັບໃຈ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະບໍ່ມີທາງສາມາດໄດ້ຮັບອານາຈັກຂອງພຣະເຈົ້າເປັນມູນມໍລະດົກ, ເພາະວ່າສິ່ງທີ່ບໍ່ສະອາດຈະບໍ່ສາມາດຢູ່ໃນທີ່ນັ້ນ, ຫລື ຢູ່ໃນທີ່ປະທັບຂອງພຣະອົງ (ເບິ່ງ Moses 6:57). ເຮົາຕ້ອງກັບໃຈຈາກບາບທັງໝົດຂອງເຮົາ—ການກະທຳ ຫລື ການບໍ່ກະທຳທັງໝົດຂອງເຮົາ ແມ່ນຂັດກັບພຣະບັນຍັດຂອງພຣະເຈົ້າ. ບໍ່ມີໃຜຖືກຍົກເວັ້ນ. ຄືນແລ້ວນີ້ ປະທານແນວສັນ ໄດ້ທ້າທາຍວ່າ, “ອ້າຍນ້ອງທັງຫລາຍ, ເຮົາທຸກຄົນຕ້ອງກັບໃຈ.”4
ໃນການຖືກເຮັດໃຫ້ສະອາດໂດຍການກັບໃຈ, ເຮົາຕ້ອງປະຖິ້ມບາບ ແລະ ສາລະພາບມັນຕໍ່ພຣະຜູ້ເປັນເຈົ້າ ແລະ ຕໍ່ຜູ້ຕັດສິນຢູ່ໃນໂລກຂອງພຣະອົງ ເມື່ອຖືກຮຽກຮ້ອງ (ເບິ່ງ Doctrine and Covenants 58:43). ແອວມາກໍໄດ້ສິດສອນວ່າ ເຮົາຕ້ອງ “ນຳເອົາວຽກງານແຫ່ງຄວາມຊອບທຳມາ” (ແອວມາ 5:35). ທັງໝົດນີ້ ແມ່ນພາກສ່ວນໜຶ່ງຂອງຄຳເຊື້ອເຊີນເລື້ອຍໆຢູ່ໃນພຣະຄຳພີ ໃຫ້ມາຫາພຣະຄຣິດ.
ເຮົາຕ້ອງຮັບສິນລະລຶກທຸກວັນຊະບາໂຕ. ໃນພິທີການນັ້ນ ເຮົາເຮັດພັນທະສັນຍາ ແລະ ຮັບພອນ ທີ່ຊ່ວຍເຮົາເອົາຊະນະ ການກະທຳ ແລະ ຄວາມປາດຖະໜາທັງໝົດ ທີ່ກີດກັນເຮົາຈາກການເປັນຄົນດີພ້ອມ ທີ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ເຊື້ອເຊີນເຮົາໃຫ້ບັນລຸ (ເບິ່ງ ມັດທາຍ 5:48; 3 ນີໄຟ 12:48). ເມື່ອເຮົາ “ປະຕິເສດ [ເຮົາເອງ] ຈາກຄວາມບໍ່ເປັນເໝືອນດັ່ງພຣະເຈົ້າທຸກຢ່າງ, ແລະ ຮັກພຣະເຈົ້າດ້ວຍສຸດພະລັງ [ຂອງເຮົາ], ຄວາມນຶກຄິດ ແລະ ກຳລັງ,” ແລ້ວເຮົາອາດ “ດີພ້ອມໃນພຣະຄຣິດ” ແລະ ໄດ້ຮັບ “ການຊຳລະໃຫ້ສະອາດ” ໂດຍທາງການຫລັ່ງໂລຫິດຂອງພຣະອົງ ເພື່ອ “ກາຍເປັນຜູ້ບໍລິສຸດ, ປາດສະຈາກມົນທິນ” (ໂມໂຣໄນ 10:32–33). ເປັນຄຳສັນຍາທີ່ປະເສີດແທ້ໆ! ອັດສະຈັນແທ້ໆ! ຊ່າງເປັນພອນທີ່ດີເລີດແທ້ໆ!
II. ຄວາມຮັບຜິດຊອບ ແລະ ການຖືກຕັດສິນໂດຍມະນຸດ
ຈຸດປະສົງໜຶ່ງໃນແຜນຂອງພຣະເຈົ້າ ສຳລັບປະສົບການໃນຊ່ວງມະຕະ ແມ່ນເພື່ອພິສູດເຮົາ ເພື່ອເບິ່ງວ່າ [ເຮົາ] ຈະເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າ [ຂອງເຮົາ] ຈະບັນຊາ [ເຮົາ] ຫລືບໍ່ (ເບິ່ງ Abraham 3:25). ໃນພາກສ່ວນໜຶ່ງຂອງແຜນນີ້, ເຮົາຕ້ອງຮັບຜິດຊອບຕໍ່ພຣະເຈົ້າ ແລະ ຕໍ່ຜູ້ຮັບໃຊ້ທີ່ຖືກເລືອກຂອງພຣະອົງ, ແລະ ຄວາມຮັບຜິດຊອບນັ້ນ ກ່ຽວຂ້ອງກັບການຖືກຕັດສິນໂດຍມະນຸດ ແລະ ໂດຍພຣະເຈົ້າ.
ໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ການຖືກຕັດສິນໂດຍມະນຸດສຳລັບສະມາຊິກ ຫລື ຜູ້ທີ່ຈະກາຍເປັນສະມາຊິກ ແມ່ນຖືກດຳເນີນໂດຍຜູ້ນຳ ທີ່ຫາທາງຊີ້ນຳຈາກສະຫວັນ. ມັນເປັນໜ້າທີ່ຮັບຜິດຊອບຂອງພວກເພິ່ນ ທີ່ຈະຕັດສິນຜູ້ຄົນ ທີ່ຢາກມາຫາພຣະຄຣິດ ແລະ ຮັບເອົາພະລັງແຫ່ງການຊົດໃຊ້ຂອງພຣະອົງ ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ໄປສູ່ຊີວິດນິລັນດອນ. ການຕັດສິນຂອງມະນຸດແມ່ນເພື່ອເບິ່ງວ່າ ບຸກຄົນນັ້ນພ້ອມແລ້ວທີ່ຈະຮັບບັບຕິສະມາຫລືບໍ່. ຜູ້ນີ້ມີຄ່າຄວນພໍສຳລັບໃບຮັບຮອງເຂົ້າພຣະວິຫານຢູ່ບໍ? ຜູ້ນີ້ ຊຶ່ງລາຍຊື່ຖືກລຶບອອກຈາກບັນທຶກຂອງສາດສະໜາຈັກ ໄດ້ກັບໃຈພຽງພໍແລ້ວບໍ ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ ເພື່ອຈະຖືກຮັບເຂົ້າຄືນໂດຍການຮັບບັບຕິສະມາ?
ເມື່ອຜູ້ຕັດສິນຢູ່ໃນໂລກຖືກເອີ້ນໂດຍພຣະເຈົ້າ ໃຫ້ຢືນຢັນຜູ້ຄົນສຳລັບຄວາມກ້າວໜ້າຕໍ່ໄປ, ດັ່ງເຊັ່ນ ສິດທິພິເສດເລື່ອງພຣະວິຫານ, ເພິ່ນບໍ່ໄດ້ໝາຍຄວາມວ່າ ຄົນຜູ້ນັ້ນດີພ້ອມທຸກຢ່າງ, ແລະ ເພິ່ນບໍ່ໄດ້ໃຫ້ອະໄພບາບໃດໆ. ແອວເດີ ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສອນວ່າ ຫລັງຈາກສິ່ງທີ່ເພິ່ນເອີ້ນວ່າ ມະນຸດ “ໂຍະຍານຄວາມຜິດພາດ” ໃຫ້ແລ້ວ ບຸກຄົນນັ້ນ “ຈະຕ້ອງສະແຫວງຫາ ແລະ ຮັບເອົາການກັບໃຈຄັ້ງສຸດທ້າຍ ຈາກພຣະເຈົ້າ, ແລະ ພຣະອົງເທົ່ານັ້ນທີ່ສາມາດອະໄພໃຫ້ໄດ້.”5 ແລະ ຖ້າຫາກບຸກຄົນນັ້ນຍັງເຮັດບາບ ແລະ ມີຄວາມປາດຖະໜາທີ່ຈະເຮັດບາບຢູ່ ຈົນເຖິງການພິພາກສາຄັ້ງສຸດທ້າຍ, ແລ້ວເຂົາຈະຍັງເປິເປື້ອນຢູ່ຢ່າງນັ້ນ. ຄວາມຮັບຜິດຊອບສຸດທ້າຍ, ຮ່ວມທັງການຊຳລະຄັ້ງສຸດທ້າຍຈາກບາບ ແມ່ນລະຫວ່າງເຮົາແຕ່ລະຄົນກັບພຣະເຈົ້າ.
III. ການຟື້ນຄືນພຣະຊົນ ແລະ ການພິພາກສາຄັ້ງສຸດທ້າຍ
ການພິພາກສາທີ່ກ່າວເຖິງຫລາຍເທື່ອຢູ່ໃນພຣະຄຳພີ ແມ່ນການພິພາກສາຄັ້ງສຸດທ້າຍ ທີ່ເກີດຂຶ້ນຫລັງຈາກການຟື້ນຄືນພຣະຊົນ (ເບິ່ງ 2 ນີໄຟ 9:15). ພຣະຄຳພີຫລາຍຂໍ້ ກ່າວວ່າ “ພວກເຮົາທຸກຄົນຕ້ອງຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງພຣະຄຣິດ” (ໂຣມ 14:10; ເບິ່ງ 2 ນີໄຟ 9:15; ໂມໄຊຢາ 27:31 ນຳອີກ) “ເພື່ອຮັບການພິພາກສາຕາມການກະທຳຊຶ່ງເຮັດໄວ້ເມື່ອຢູ່ໃນຮ່າງກາຍທີ່ເປັນມະຕະນີ້” (ແອວມາ 5:15; ເບິ່ງ ພຣະນິມິດ 20:12; ແອວມາ 41:3; 3 ນີໄຟ 26:4 ນຳອີກ). ທຸກຄົນຈະໄດ້ຮັບການພິພາກສາ “ຕາມວຽກງານຂອງພວກເຂົາ” (3 ນີໄຟ 27:15) ແລະ ຕາມຄວາມປາດຖະໜາຂອງໃຈຂອງພວກເຂົາ (ເບິ່ງ Doctrine and Covenants 137:9; ເບິ່ງ ແອວມາ 41:6 ນຳອີກ).
ຈຸດປະສົງຂອງການພິພາກສາຄັ້ງສຸດທ້າຍນີ້ ແມ່ນເພື່ອພິຈາລະນາວ່າ ເຮົາໄດ້ບັນລຸສິ່ງທີ່ແອວມາ ໄດ້ບັນຍາຍໄວ້ຫລືບໍ່ ທີ່ວ່າ “ການປ່ຽນແປງອັນຍິ່ງໃຫຍ່” (ເບິ່ງ ແອວມາ 5:14, 26), ຊຶ່ງເຮົາໄດ້ກາຍເປັນຄົນໃໝ່, ໂດຍທີ່ “ບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ, ແຕ່ປາດຖະໜາຈະເຮັດແຕ່ຄວາມດີໂດຍຕະຫລອດ” (ໂມໄຊຢາ 5:2). ຜູ້ພິພາກສາຄັ້ງນີ້ ແມ່ນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ (ເບິ່ງ ໂຢຮັນ 5:22; 2 ນີໄຟ 9:41). ຫລັງຈາກການພິພາກສາຂອງພຣະອົງ ເຮົາທຸກຄົນຈະສາລະພາບວ່າ “ການພິພາກສາຂອງພຣະອົງນັ້ນຍຸດຕິທຳ” (ໂມໄຊຢາ 16:1; ເບິ່ງ ໂມໄຊຢາ 27:31; ແອວມາ 12:15 ນຳອີກ), ເພາະຄວາມຮອບຮູ້ທຸກຢ່າງຂອງພຣະອົງ (ເບິ່ງ 2 ນີໄຟ 9:15, 20) ຈຶ່ງເຮັດໃຫ້ພຣະອົງຮູ້ຈັກທຸກສິ່ງ ໃນການກະທຳ ແລະ ໃນຄວາມປາດຖະໜາທັງໝົດຂອງເຮົາ, ທັງຜູ້ຊອບທຳ ຫລື ຜູ້ທີ່ໄດ້ກັບໃຈ ແລະ ຜູ້ທີ່ບໍ່ໄດ້ກັບໃຈ ຫລື ບໍ່ປ່ຽນແປງ.
ພຣະຄຳພີໄດ້ບັນຍາຍເຖິງ ຂັ້ນຕອນ ຂອງການພິພາກສາຄັ້ງສຸດທ້າຍນີ້. ແອວມາສິດສອນວ່າ ຄວາມຍຸດຕິທຳຂອງພຣະເຈົ້າຂອງເຮົາ ຊຶ່ງຮຽກຮ້ອງໃນການຟື້ນຄືນພຣະຊົນ ແມ່ນການ “ນຳທຸກຢ່າງກັບຄືນມາຫາສະພາບອັນຖືກຕ້ອງຂອງມັນ” (ແອວມາ 41:2). ນັ້ນໝາຍຄວາມວ່າ “ຖ້າຫາກວຽກງານຂອງພວກເຂົາດີໃນຊີວິດນີ້, ແລະ ຄວາມປາດຖະໜາຂອງໃຈຂອງພວກເຂົາດີ, … ໃນວັນສຸດທ້າຍ [ພວກເຂົາຈະ] ຖືກນຳກັບຄືນມາຫາສິ່ງທີ່ດີນັ້ນ” (ແອວມາ 41:3). ຄ້າຍຄືກັນນີ້, “ຖ້າຫາກວຽກງານ [ຫລື ຄວາມປາດຖະໜາຂອງພວກເຂົາ] ຊົ່ວ ມັນກໍຈະຖືກນຳກັບຄືນມາຫາພວກເຂົາໃນທາງຊົ່ວ” (ແອວມາ 41:4–5; ເບິ່ງ ຮີລາມັນ 14:31 ນຳອີກ). ຄ້າຍຄືກັນນີ້, ສາດສະດາຢາໂຄບ ຈຶ່ງໄດ້ສິດສອນວ່າ ໃນການພິພາກສາຄັ້ງສຸດທ້າຍ “ຜູ້ທີ່ຊອບທຳຈະຍັງຊອບທຳຢູ່, ແລະ ຜູ້ທີ່ສົກກະປົກຈະຍັງສົກກະປົກຢູ່” (2 ນີໄຟ 9:16; ເບິ່ງ ມໍມອນ 9:14; 1 ນີໄຟ 15:33 ນຳອີກ). ນັ້ນຄືຂັ້ນຕອນທີ່ຈະເກີດຂຶ້ນກ່ອນ ທີ່ໂມໂຣໄນເອີ້ນວ່າ “ບ່ອນພິພາກສາອັນໜ້າພໍພຣະໄທຂອງພຣະເຢໂຮວາຜູ້ຍິ່ງໃຫຍ່, ຜູ້ພິພາກສາຜູ້ສະຖິດນິລັນດອນຂອງທັງຄົນເປັນ ແລະ ຄົນຕາຍ” (ໂມໂຣໄນ 10:34; ເບິ່ງ 3 ນີໄຟ 27:16 ນຳອີກ).
ເພື່ອໃຫ້ໝັ້ນໃຈວ່າ ເຮົາຈະສະອາດຢູ່ຕໍ່ພຣະພັກຂອງພຣະເຈົ້າ, ເຮົາຕ້ອງກັບໃຈ ກ່ອນ ການພິພາກສາຄັ້ງສຸດທ້າຍ (ເບິ່ງ ມໍມອນ 3:22). ເຮົາກໍບໍ່ສາມາດເຊື່ອງບາບຂອງເຮົາຈາກພຣະພັກຂອງພຣະເຈົ້າຄືກັນ ດັ່ງທີ່ແອວມາໄດ້ບອກລູກຊາຍຜູ້ມີບາບຂອງເພິ່ນ, “ແລະ ຖ້າຫາກລູກບໍ່ກັບໃຈ ມັນຈະຢືນເປັນປະຈັກພະຍານກ່າວໂທດລູກໃນວັນສຸດທ້າຍ” (ແອວມາ 39:8; ເນັ້ນຄຳເນີ້ງ). ການຊົດໃຊ້ຂອງພຣະເຢຊູຄຣິດ ເປັນທາງດຽວເທົ່ານັ້ນ ທີ່ຈະບັນລຸຄວາມຕ້ອງການທີ່ຈະຊຳລະຕົນໃຫ້ສະອາດ ຜ່ານທາງການກັບໃຈ, ແລະ ຊີວິດມະຕະນີ້ ເປັນເວລາທີ່ຕ້ອງເຮັດແນວນັ້ນ. ເຖິງແມ່ນເຮົາໄດ້ຖືກສິດສອນວ່າ ການກັບໃຈບາງຢ່າງ ສາມາດເກີດຂຶ້ນໄດ້ ຢູ່ໃນໂລກວິນຍານ (ເບິ່ງ Doctrine and Covenants 138:31, 33, 58), ແຕ່ສິ່ງນັ້ນບໍ່ແນ່ນອນ. ແອວເດີ ມາວິນ ເຈ ບາເລີດ ໄດ້ສອນວ່າ: “ມັນງ່າຍກວ່າທີ່ຈະເອົາຊະນະ ແລະ ຮັບໃຊ້ພຣະເຈົ້າ ເມື່ອຮ່າງກາຍ ແລະ ວິນຍານຖືກລວມຢູ່ນຳກັນ. ນີ້ຄືເວລາທີ່ມະນຸດ ເຊື່ອງ່າຍ ແລະ ໃຈອ່ອນ. … ຊີວິດນີ້ ຄືເວລາທີ່ຕ້ອງກັບໃຈ.”6
ເມື່ອເຮົາກັບໃຈ, ເຮົາຈະໄດ້ຮັບຄວາມໝັ້ນໃຈຈາກພຣະຜູ້ເປັນເຈົ້າ ວ່າຄວາມຜິດບາບ ຮ່ວມທັງການກະທຳ ແລະ ຄວາມປາດຖະໜາຂອງເຮົາ, ຈະຖືກຊຳລະໃຫ້ສະອາດ ແລະ ຜູ້ພິພາກສາສຸດທ້າຍທີ່ມີເມດຕາຂອງເຮົາ ຈະບໍ່ຈື່ຈຳມັນອີກເລີຍ (ເບິ່ງ Doctrine and Covenants 58:42; ເບິ່ງ ເອຊາຢາ 1:18; ເຢເຣມີຢາ 31:34; ເຮັບເຣີ 8:12; ແອວມາ 41:6; ຮີລາມັນ 14:18–19 ນຳອີກ). ໂດຍຖືກຊຳລະໃຫ້ສະອາດໂດຍການກັບໃຈ, ເຮົາຈຶ່ງສາມາດເໝາະສົມສຳລັບຊີວິດນິລັນດອນ, ຊຶ່ງກະສັດເບັນຢາມິນໄດ້ບັນຍາຍວ່າ “ຈະໄດ້ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ” (ໂມໄຊຢາ 2:41; ເບິ່ງ Doctrine and Covenants 14:7 ນຳອີກ).
ໃນແຜນການໜຶ່ງອີກຂອງພຣະເຈົ້າແມ່ນ “ແຜນການນຳກັບຄືນມາ” (ແອວມາ 41:2) ການຟື້ນຄືນພຣະຊົນ ຈະນຳ “ທຸກຢ່າງ … ກັບຄືນຫາໂຄງຮ່າງອັນຖືກຕ້ອງ ແລະ ສົມບູນຂອງມັນ” (ແອວມາ 40:23). ສິ່ງນີ້ຮ່ວມທັງການເຮັດໃຫ້ ຮ່າງກາຍ ທຸກສ່ວນຂອງເຮົາສົມບູນ ຈາກຄວາມຂາດຕົກບົກຜ່ອງ ແລະ ຄວາມຜິດປົກກະຕິ ທີ່ເຮົາມີໃນຊ່ວງມະຕະ, ຮ່ວມທັງທີ່ມີມາແຕ່ເກີດ ຫລື ຈາກບາດເຈັບ ຫລື ຈາກພະຍາດ.
ການນຳກັບຄືນມາຈະຊ່ວຍເຮັດໃຫ້ຄວາມປາດຖະໜາທີ່ຄວບຄຸມບໍ່ໄດ້ ຫລື ການຕິດແສດຂອງເຮົາ ດີພ້ອມທຸກຢ່າງບໍ? ສິ່ງນີ້ເປັນໄປບໍ່ໄດ້. ເຮົາຮູ້ຈາກການເປີດເຜີຍໃນຍຸກປະຈຸບັນວ່າ ເຮົາຕ້ອງຖືກພິພາກສາ ຕາມ ຄວາມປາດຖະໜາ ຕະຫລອດທັງ ຕາມການກະທຳຂອງເຮົາ (ເບິ່ງ ແອວມາ 41:5; Doctrine and Covenants 137:9) ແລະ ແມ່ນແຕ່ ຄວາມນຶກຄິດ ຂອງເຮົາ ກໍຈະກ່າວໂທດເຮົາ (ເບິ່ງ ແອວມາ 12:14). ເຮົາບໍ່ຄວນ “ຜັດວັນແຫ່ງການກັບໃຈ [ຂອງເຮົາ]” ຈົນເຖິງມື້ຕາຍ, ແອມມິວເລັກໄດ້ສອນວ່າ (ແອວມາ 34:33), ເພາະວິນຍານດຽວກັນນັ້ນ ທີ່ຢູ່ໃນຮ່າງກາຍຂອງເຮົາ ຢູ່ໃນໂລກນີ້—ບໍ່ວ່າຈະເປັນວິນຍານຂອງພຣະຜູ້ເປັນເຈົ້າ ຫລື ວິນຍານຂອງມານ—“ຈະມີອຳນາດທີ່ຈະເປັນເຈົ້າຂອງຮ່າງກາຍ [ຂອງເຮົາ] ໃນໂລກນິລັນດອນນັ້ນ” (ແອວມາ 34:34). ພຣະຜູ້ຊ່ວຍໃຫ້ລອດຂອງເຮົາມີອຳນາດ ແລະ ພ້ອມແລ້ວທີ່ຈະຊຳລະລ້າງເຮົາ ຈາກຄວາມຊົ່ວຮ້າຍ. ນີ້ແມ່ນເວລາທີ່ຈະສະແຫວງຫາຄວາມຊ່ວຍເຫລືອຈາກພຣະອົງ ເພື່ອກັບໃຈຈາກຄວາມຊົ່ວຮ້າຍ ຫລື ຄວາມປາດຖະໜາ ແລະ ຄວາມຄິດທີ່ບໍ່ສົມຄວນຂອງເຮົາ ແລະ ກະກຽມທີ່ຈະຢືນຢູ່ຕໍ່ພຣະພັກຂອງພຣະເຈົ້າ ໃນການພິພາກສາຄັ້ງສຸດທ້າຍ.
IV. ແຂນແຫ່ງຄວາມເມດຕາ
ສິ່ງສຳຄັນທີ່ສຸດໃນແຜນຂອງພຣະເຈົ້າ ແລະ ໃນພຣະບັນຍັດທຸກປະການຂອງພຣະອົງ ແມ່ນຄວາມຮັກທີ່ພຣະອົງມີສຳລັບເຮົາແຕ່ລະຄົນ, ຊຶ່ງເປັນ “ທີ່ເພິ່ງປາດຖະໜາທີ່ສຸດເໜືອກວ່າທຸກສິ່ງທຸກຢ່າງທັງສິ້ນ … ແລະ ເປັນທີ່ປິຕິຍິນດີທີ່ສຸດແກ່ຈິດວິນຍານ” (1 ນີໄຟ 11:22–23). ສາດສະດາເອຊາຢາ ໄດ້ໃຫ້ຄວາມໝັ້ນໃຈວ່າ ເຖິງແມ່ນຄົນຊົ່ວຮ້າຍ ເມື່ອເຂົາ “ກັບຄືນມາຫາພຣະຜູ້ເປັນເຈົ້າ, … ພຣະອົງເຕັມໄປດ້ວຍຄວາມເມດຕາ … [ແລະ] ອະໄພໃຫ້” (ເອຊາຢາ 55:7). ແອວມາໄດ້ສອນວ່າ, “ຈົ່ງເບິ່ງ, ພຣະອົງໄດ້ສົ່ງຄຳເຊີນມາຫາມະນຸດທັງປວງ, ເພາະແຂນແຫ່ງຄວາມເມດຕາຂອງພຣະອົງໄດ້ເດ່ອອກມາຫາພວກເຂົາ” (ແອວມາ 5:33; ເບິ່ງ 2 ນີໄຟ 26:25–33 ນຳອີກ). ພະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນແລ້ວ ໄດ້ບອກຊາວນີໄຟວ່າ, “ຈົ່ງເບິ່ງ, ແຂນແຫ່ງຄວາມເມດຕາສົງສານຂອງເຮົາໄດ້ເດ່ອອກມາຫາພວກເຈົ້າແລ້ວ, ແລະ ຜູ້ໃດກໍຕາມທີ່ຈະເຂົ້າມາຫາເຮົາ, ເຮົາຈະຮັບເອົາໄວ້” (3 ນີໄຟ 9:14). ຈາກຄຳສອນເຫລົ່ານັ້ນ ແລະ ອື່ນໆຢູ່ໃນພຣະຄຳພີ, ເຮົາຮູ້ວ່າ ພຣະຜູ້ຊ່ວຍໃຫ້ລອດ ທີ່ຊົງຮັກຂອງເຮົາ ໄດ້ເປີດແຂນຂອງພຣະອົງ ຮັບເອົາຊາຍ ແລະ ຍິງທຸກຄົນ ໃນເງື່ອນໄຂທີ່ຊົງຮັກ ຊຶ່ງພຣະອົງໄດ້ກຳນົດໄວ້ ເພື່ອໃຫ້ໄດ້ຮັບພອນທີ່ຍິ່ງໃຫຍ່ທີ່ສຸດ ທີ່ພຣະເຈົ້າມີສຳລັບລູກໆຂອງພຣະອົງ.7
ເປັນເພາະແຜນຂອງພຣະເຈົ້າ ແລະ ການຊົດໃຊ້ຂອງພຣະເຢຊູຄຣິດ, ຂ້າພະເຈົ້າຈຶ່ງເປັນພະຍານດ້ວຍ “ຄວາມສະຫວ່າງສົມບູນແບບແຫ່ງຄວາມຫວັງ” ວ່າ ພຣະເຈົ້າຮັກເຮົາ ແລະ ເຮົາ ສາມາດ ຖືກຊຳລະໃຫ້ສະອາດໄດ້ ໂດຍຂັ້ນຕອນຂອງການກັບໃຈ. ເຮົາໄດ້ຖືກສັນຍາວ່າ “ຖ້າຫາກ [ເຮົາ] ຈະມຸ້ງໜ້າ, ຊື່ນຊົມຢູ່ດ້ວຍພຣະຄຳຂອງພຣະຄຣິດ, ແລະ ອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງ ພຣະບິດາກ່າວດັ່ງນີ້: ເຈົ້າຈະມີຊີວິດນິລັນດອນ” (2 ນີໄຟ 31:20). ຂໍໃຫ້ເຮົາທຸກຄົນເຮັດເຊັ່ນນັ້ນ, ຂ້າພະເຈົ້າອ້ອນວອນ ແລະ ອະທິຖານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.