​2010–2019
ພະລັງຂອງສັດທາທີ່ສະໜັບສະໜູນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ພະລັງຂອງສັດທາທີ່ສະໜັບສະໜູນ

ໂດຍ​ການ​ຍົກ​ມື​ຂຶ້ນ​ເພື່ອ​ສະ​ໜັບ​ສະ​ໜູນ, ທ່ານໃຫ້ສັນຍາກັບພຣະເຈົ້າ, ວ່າທ່ານຈະສະໜັບສະໜູນ ບັນດາຜູ້ຮັບໃຊ້ຂອງພຣະອົງເຫລົ່ານີ້.

ຫລາຍໆເທື່ອແລ້ວທີ່ຂ້າພະເຈົ້າໄດ້ຍິນຜູ້ນຳຖານະປະໂລຫິດກ່າວຂອບພຣະໄທ ສຳລັບສັດທາທີ່ສະໜັບສະໜູນຈາກຜູ້ຄົນທີ່ພວກເພິ່ນຮັບໃຊ້. ຈາກນ້ຳສຽງທີ່ຊາບຊຶ້ງໃຈຂອງພວກເພິ່ນ, ທ່ານກໍຮູ້ວ່າຄວາມກະຕັນຍູຂອງພວກເພິ່ນນັ້ນ ເລິກຊຶ້ງ ແລະ ຈິງໃຈ​ຫລາຍ​ຂະ​ໜາດໃດ. ຈຸດປະສົງຂອງຂ້າພະເຈົ້າໃນຄ່ຳຄືນນີ້ ແມ່ນເພື່ອສະແດງຄວາມຮູ້ສຶກບຸນຄຸນຂອງພຣະຜູ້ເປັນເຈົ້າ ສຳລັບການສະໜັບສະໜູນຜູ້ຮັບໃຊ້ຂອງພຣະອົງ ຢູ່ໃນສາດສະໜາຈັກຂອງພຣະອົງ. ແລະ ເພື່ອຊຸກຍູ້ໃຫ້ທ່ານນຳໃຊ້ ແລະ ເຕີບໂຕນຳອີກ ໃນພະລັງທີ່ຈະສະໜັບສະໜູນຄົນອື່ນດ້ວຍສັດທາຂອງທ່ານ.

ກ່ອນທ່ານໄດ້ເກີດມາ, ທ່ານໄດ້ສະແດງໃຫ້ເຫັນພະລັງດັ່ງກ່າວມານີ້. ຂໍໃຫ້ຫວນຄິດຄືນໄປຫາສິ່ງທີ່ທ່ານຮູ້ເຖິງໂລກວິນຍານ​ກ່ອນ​ເຮົາ​ມາ​ເກີດ. ພຣະບິດາເທິງສະຫວັນຂອງເຮົາໄດ້ສະເໜີແຜນໜຶ່ງສຳລັບລູກໆຂອງພຣະອົງ. ພວກເຮົາກໍໄດ້ຢູ່ທີ່ນັ້ນ. ລູຊິເຟີ, ອ້າຍທາງວິນຍານຂອງເຮົາ, ໄດ້ຂັດຄ້ານແຜນນັ້ນ ທີ່ຈະອະນຸຍາດໃຫ້ເຮົາມີອິດສະລະທີ່ຈະເລືອກ. ພຣະເຢໂຮວາ, ພຣະບຸດທີ່ຊົງຮັກຂອງພຣະບິດາເທິງສະຫວັນ, ໄດ້ສະໜັບສະໜູນແຜນນັ້ນ. ລູຊິເຟີໄດ້ນຳພາການກະບົດນັ້ນ. ສຸລະສຽງສະໜັບສະໜູນ​ຂອງພຣະເຢໂຮວາໄດ້ຊະນະ, ແລະ ພຣະອົງໄດ້ອາສາສະໝັກທີ່ຈະເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.

ຄວາມຈິງທີ່ທ່ານຢູ່ໃນຊີວິດມະຕະໃນເວລານີ້ ໃຫ້ເຮົາໝັ້ນໃຈໄດ້ວ່າ ທ່ານກໍໄດ້ສະໜັບສະໜູນພຣະບິດາ ແລະ ພຣະຜູ້ຊ່ວຍໃຫ້ລອດ. ມັນຕ້ອງໃຊ້ສັດທາໃນພຣະເຢຊູຄຣິດ ເພື່ອຈະສະໜັບສະໜູນແຜນແຫ່ງຄວາມສຸກ ແລະ ບົດບາດຂອງພຣະເຢຊູຄຣິດຢູ່ໃນແຜນນັ້ນ ເມື່ອທ່ານໄດ້ຮັບຮູ້ຢ່າງເລັກນ້ອຍເຖິງການທ້າທາຍ ທີ່ທ່ານຈະໄດ້ປະເຊີນຕໍ່ຢູ່ໃນຊີວິດມະຕະ.

ສັດທາຂອງທ່ານທີ່ຈະສະໜັບສະໜູນຜູ້ຮັບໃຊ້ຂອງພຣະເຈົ້ານັ້ນ ກໍໄດ້ເປັນແຫລ່ງແຫ່ງຄວາມສຸກຂອງທ່ານໃນຊີວິດນີ້ຄືກັນ. ເມື່ອທ່ານໄດ້ຍອມຮັບເອົາການທ້າທາຍຂອງຜູ້ສອນສາດສະໜາ ໃຫ້ອະທິຖານເພື່ອຈະຮູ້ວ່າ ພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າຫລືບໍ່, ທ່ານໄດ້ມີສັດທາທີ່ຈະສະໜັບສະໜູນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ. ເມື່ອທ່ານໄດ້ຍອມຮັບ​ເອົາການເຊື້ອເຊີນໃຫ້ຮັບບັບຕິສະມາ, ທ່ານກໍໄດ້ສະໜັບສະໜູນຜູ້ຮັບໃຊ້ທີ່ຖ່ອມຕົນຂອງພຣະເຈົ້າ.

ເມື່ອທ່ານໄດ້ໃຫ້ບາງຄົນວາງມືເ​ທິງຫົວທ່ານ ແລະ ກ່າວວ່າ, “ຈົ່ງຮັບເອົາພຣະວິນຍານບໍລິສຸດ,” ທ່ານກໍໄດ້ສະໜັບສະໜູນຄົນໆນັ້ນ ໃນຖານະຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ.

ນັບຕັ້ງແຕ່ມື້ນັ້ນ, ໂດຍການຮັບໃຊ້ຢ່າງຊື່ສັດ, ທ່ານກໍໄດ້ສະໜັບສະໜູນແຕ່ລະຄົນ ທີ່ໄດ້ມອບຖານະປະໂລຫິດໃຫ້ແກ່ທ່ານ ແລະ ແຕ່ລະຄົນທີ່ໄດ້ແຕ່ງຕັ້ງທ່ານ ສູ່ຕຳແໜ່ງຂອງຖານະປະໂລ​ຫິດນັ້ນ.

ຕັ້ງແຕ່ຕອນຕົ້ນໃນປະສົບການຖານະປະໂລຫິດຂອງທ່ານ, ການສະໜັບສະ​ໜູນແຕ່ລະເທື່ອ ກໍໄດ້ເປັນເວລາຂອງການໄວ້ວາງໃຈຜູ້ຮັບໃຊ້ຂອງພຣະເຈົ້າ. ບັດນີ້, ຫລາຍຄົນໃນພວກທ່ານກໍໄດ້ເລື່ອນຂຶ້ນສູ່ຈຸດບ່ອນທີ່ ການສະໜັບສະໜູນນັ້ນຈະຮຽກຮ້ອງຫລາຍກວ່າເກົ່າ.

ທ່ານເລືອກວ່າຈະສະໜັບສະໜູນທຸກໆຄົນທີ່ພຣະຜູ້ເປັນເຈົ້າເອີ້ນ—ບໍ່ວ່າພຣະຜູ້ເປັນເຈົ້າໄດ້ເອີ້ນພວກເພິ່ນໃຫ້ເຮັດຫຍັງກໍຕາມ. ການເລືອກນັ້ນເກີດຂຶ້ນຢູ່ທີ່ກອງປະຊຸມໃຫຍ່ຕະຫລອດທົ່ວໂລກ. ມັນກໍໄດ້ເກີດຂຶ້ນຢູ່ໃນກອງປະຊຸມນີ້. ໃນກອງປະຊຸມດັ່ງກ່າວ, ລາຍຊື່ຂອງບັນດາຊາຍ ແລະ ຍິງ—ຜູ້ຮັບໃຊ້ຂອງພຣະເຈົ້າ—ກໍຖືກສະເໜີ, ແລະ ທ່ານກໍຖືກເຊື້ອເຊີນໃຫ້ຍົກມືຂຶ້ນເພື່ອສະໜັບສະໜູນ. ທ່ານຈະບໍ່ສະໜັບສະໜູນກໍໄດ້, ຫລື ທ່ານກໍສາມາດທີ່ຈະປະຕິຍານໃຫ້ສັດທາ ທີ່ສະໜັບສະໜູນຂອງທ່ານກໍໄດ້. ໂດຍການຍົກມືຂຶ້ນເພື່ອສະໜັບສະໜູນ, ທ່ານໃຫ້ຄຳສັນຍາ. ທ່ານໃຫ້ສັນຍາກັບພຣະເຈົ້າ, ວ່າທ່ານຈະສະໜັບສະໜູນ, ບັນດາຜູ້ຮັບໃຊ້ຂອງພຣະອົງເຫລົ່ານີ້.

ຜູ້ຄົນເຫລົ່ານີ້ກໍເປັນມະນຸດທີ່ບໍ່ດີພ້ອມ, ດັ່ງທີ່ທ່ານເປັນ. ການຮັກສາຄຳສັນຍາຂອງທ່ານຈະໃຊ້ສັດທາທີ່ບໍ່ຫວັ່ນໄຫວ ວ່າພຣະຜູ້ເປັນເຈົ້າໄດ້ເອີ້ນພວກເພິ່ນ. ການຮັກສາຄຳສັນຍາເຫລົ່ານັ້ນຈະນຳຄວາມສຸກນິລັນດອນມາໃຫ້ນຳອີກ. ການບໍ່ຮັກສາຄຳສັນຍາຈະນຳຄວາມໂສກເສົ້າມາສູ່ທ່ານ ແລະ ສູ່ຜູ້ຄົນທີ່ທ່ານຮັກ—ແລະ ແມ່ນແຕ່ການສູນເສຍທີ່ເກີນອຳນາດຂອງທ່ານທີ່ຈະວາດພາບເຫັນໄດ້.

ທ່ານອາດຖືກຖາມ, ຫລື ຈະຖືກຖາມວ່າ, ທ່ານສະໜັບສະໜູນອະທິການ, ປະທານສະເຕກຂອງທ່ານ, ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ແລະ ເຈົ້າໜ້າທີ່ສາມັນຂອງສາດສະໜາຈັກບໍ. ມັນອາດເກີດຂຶ້ນເມື່ອທ່ານຖືກຂໍໃຫ້ສະໜັບສະໜູນເຈົ້າໜ້າທີ່ ແລະ ຜູ້ນຳຢູ່ໃນກອງປະຊຸມ. ບາງເທື່ອມັນຈະເກີດຂຶ້ນຢູ່​ໃນການສຳພາດກັບອະທິການ ຫລື ປະທານສະເຕກຂອງທ່ານ.

ຄຳແນະນຳຂອງຂ້າພະເຈົ້າແມ່ນວ່າ ໃຫ້ຖາມຄຳຖາມເຫລົ່ານັ້ນກັບຕົວເອງລ່ວງໜ້າ, ດ້ວຍຄວາມຄິດທີ່ເຕັມໄປດ້ວຍຄວາມລະມັດລະວັງ ແລະ ການອະທິຖານ. ໃນຂະນະທີ່ທ່ານເຮັດດັ່ງນັ້ນ, ທ່ານອາດຫວນຄິດຄືນຫລັງເຖິງຄວາມຄິດ, ຖ້ອຍຄຳ, ແລະ ການກະທຳຂອງທ່ານກ່ອນໜ້ານີ້. ໃຫ້ພະຍາຍາມຈື່ຈຳ ແລະ ຕັ້ງຄຳຕອບທີ່ທ່ານຈະຕອບເມື່ອພຣະຜູ້ເປັນເຈົ້າສຳພາດທ່ານ, ໂດຍທີ່ຮູ້ວ່າມື້ໃດມື້ໜຶ່ງພຣະອົງຈະເຮັດດັ່ງນັ້ນ. ທ່ານສາມາດກະກຽມໂດຍການຖາມຕົວເອງເຖິງຄຳຖາມດັ່ງຕໍ່ໄປນີ້:

  1. ເຮົາໄດ້ຄິດ ຫລື ໄດ້ກ່າວເຖິງຄວາມອ່ອນແອຂອງຜູ້ຄົນທີ່ເຮົາໄດ້ໃຫ້ປະຕິຍານວ່າ ຈະສະໜັບສະໜູນບໍ?

  2. ເຮົາໄດ້ຊອກຫາຫລັກຖານວ່າພຣະຜູ້ເປັນເຈົ້ານຳພາພວກເພິ່ນບໍ?

  3. ເຮົາ​ໄດ້​ຕິດ​ຕາມ​ພວກ​ເພິ່ນ​ຢ່າງ​ເອົາ​ໃຈ​ໃສ່ ແລະ ດ້ວຍ​ຄວາມ​ຈົ​ງ​ຮັກ​ພັກ​ດີ​ບໍ?

  4. ເຮົາໄດ້ກ່າວກ່ຽວກັບຫລັກຖານທີ່ເຮົາສາມາດເຫັນໄດ້ວ່າ ພວກເພິ່ນເປັນຜູ້ຮັບໃຊ້ຂອງພຣະເຈົ້າບໍ?

  5. ເຮົາໄດ້ອະທິຖານເພື່ອພວກເພິ່ນຕາມຊື່ ແລະ ດ້ວຍຄວາມຮູ້ສຶກເຖິງຄວາມຮັກບໍ?

ຄຳຖາມເຫລົ່ານັ້ນ, ສຳລັບເຮົາຫລາຍຄົນ, ຈະນຳໄປສູ່ຄວາມບໍ່ສະບາຍໃຈ ແລະ ຄວາມຈຳເປັນທີ່ຕ້ອງກັບໃຈ. ພຣະ​ເຈົ້າ​ໄດ້​ບັນ​ຊາ​ເຮົາ ບໍ່ໃຫ້ຕັດສິນຄົນອື່ນຢ່າງບໍ່ຊອບທຳ, ແຕ່ໃນການປະຕິບັດ, ເຮົາເຫັນວ່າມັນຍາກທີ່ຈະລະເວັ້ນສິ່ງນີ້. ເກືອບທຸກສິ່ງທີ່ເຮົາເຮັດໃນການຮ່ວມມືກັບຄົນອື່ນຈະນຳເຮົາໃຫ້ປະເມີນເຂົາເຈົ້າ. ແລະ ເກືອບໃນທຸກໆດ້ານຂອງຊີວິດເຮົາ, ເຮົາປຽບທຽບຕົວເອງກັບຄົນອື່ນ. ເຮົາອາດເຮັດແບບນີ້ເພາະເຫດຜົນຫລາຍຢ່າງ, ທີ່ບາງຢ່າງກໍສົມເຫດສົມຜົນ, ແຕ່ສ່ວນຫລາຍແລ້ວມັນຈະເຮັດໃຫ້ເຮົາເປັນຄົນທີ່​ມັກ​ຈັບ​ຜິດ.

ປະທານໂຈດ ຄິວ ແຄນນັນ ໄດ້ໃຫ້ຄຳເຕືອນທີ່ຂ້າພະເຈົ້າຈະແນະນຳຕໍ່ ເປັນຄຳເຕືອນ ຂອງຂ້າພະເຈົ້າເອງ. ຂ້າພະເຈົ້າເຊື່ອວ່າເພິ່ນໄດ້ກ່າວຄວາມຈິງທີ່ວ່າ: “ພຣະເຈົ້າໄດ້ເລືອກຜູ້ຮັບໃຊ້ຂອງພຣະອົງ. ພຣະອົງປະກາດວ່າມັນເປັນອະພິສິດຂອງພຣະອົງທີ່ຈະກ່າວໂທດພວກເພິ່ນ, ຖ້າຫາກພວກເພິ່ນຕ້ອງຖືກກ່າວໂທດ. ພຣະອົງບໍ່ໄດ້ປະທານໃຫ້ເຮົາແຕ່ລະບຸກຄົນ ທີ່ຈະຕິຕຽນ ແລະ ກ່າວໂທດພວກເພິ່ນ. ບໍ່ມີຜູ້ຊາຍຄົນໃດ, ບໍ່ວ່າຄົນໆນັ້ນອາດຈະເຂັ້ມແຂງຂະໜາດໃດກໍຕາມໃນສັດທາ, ບໍ່ວ່າຈະສູງເທົ່າໃດກໍຕາມໃນຖານະປະໂລຫິດ, ສາມາດກ່າວບໍ່ດີເຖິງຜູ້ຄົນທີ່ພຣະຜູ້ເປັນເຈົ້າໄດ້ເຈີມໄວ້ແລ້ວ ແລະ ຫາຈັບຜິດດ້ວຍສິດ​ອຳ​ນາດຂອງພຣະເຈົ້າຢູ່ເທິງໂລກ ປາດສະຈາກຈະໄດ້ຮັບຄວາມບໍ່ພໍພຣະໄທຂອງພຣະອົງ. ພຣະວິນຍານສັກສິດຈະ​ຖອນຕົວອອກໄປຈາກຄົນໆນັ້ນ, ແລະ ລາວກໍຈະເຂົ້າໄປສູ່ຄວາມມືດ. ໂດຍທີ່ນີ້ເປັນສະພາບການນັ້ນ, ທ່ານບໍ່ເຫັນບໍວ່າ ມັນສຳຄັນເທົ່າໃດທີ່ພວກເຮົາຄວນລະວັງ?”1

ການສັງເກດການຂອງຂ້າພະເຈົ້າກໍຄືວ່າ ສະມາຊິກຂອງສາດສະໜາຈັກຕະຫລອດທົ່ວໂລກ ສ່ວນຫລາຍກໍຈົງຮັກພັກດີຕໍ່ກັນແລະກັນ ແລະ ຕໍ່ຜູ້ຄົນທີ່ເປັນຜູ້ນຳຂອງເຂົາເຈົ້າ. ແຕ່ເຖິງຢ່າງໃດກໍຕາມ, ຍັງມີການປັບປຸງຫລາຍຢ່າງທີ່​ເຮົາສາມາດ ແລະ ຕ້ອງເຮັດ. ເຮົາສາມາດມີພະລັງຫລາຍກວ່າເກົ່າ ທີ່ຈະສະໜັບສະໜູນກັນແລະກັນ. ມັນຈະຕ້ອງໃຊ້ສັດທາ ແລະ ຄວາມພະຍາຍາມ. ຕໍ່ໄປນີ້ຄືຄຳແນະນຳສີ່ຂໍ້ ທີ່ຂ້າພະເຈົ້າຕັ້ງຂຶ້ນ ເພື່ອລົງມືກະທຳຢູ່ທີ່ກອງປະຊຸມນີ້.

  1. ເຮົາຈຳແນກການກະທຳຕ່າງໆທີ່ຜູ້ກ່າວປາໄສແນະນຳໂດຍສະເພາະ ແລະ ເລີ່ມເຮັດຕາມໃນມື້ນີ້ເລີຍ. ໃນຂະນະທີ່ເຮົາເຮັດ, ພະລັງຂອງເຮົາທີ່ຈະສະໜັບສະໜູນພວກເພິ່ນຈະເພີ່ມທະວີຂຶ້ນ.

  2. ເຮົາສາມາດອະທິຖານເພື່ອພວກເພິ່ນ ຂະນະທີ່ພວກເພິ່ນກ່າວປາໄສ ທູນຂໍໃຫ້ພຣະວິນຍານບໍລິສຸດນຳເອົາຖ້ອຍຄຳຂອງພວກເພິ່ນ ເຂົ້າໄປສູ່ຫົວໃຈຂອງຜູ້ຄົນທີ່ເຮົາຮັກໂດຍສະເພາະ. ເມື່ອເຮົາຮຽນຮູ້ໃນເວລາຕໍ່ໄປວ່າ ຄຳອະທິຖານຂອງເຮົາໄດ້ຮັບຄຳຕອບ, ພະລັງຂອງເຮົາທີ່ຈະສະໜັບສະໜູນຜູ້ນຳເຫລົ່ານັ້ນຈະເພີ່ມທະວີຂຶ້ນ.

  3. ເຮົາສາມາດອະທິຖານໃຫ້ຜູ້ກ່າວປາໄສໄດ້ຮັບພອນ ແລະ ເຕີບໂຕໃນຂະນະທີ່ພວກເພິ່ນກ່າວປາໄສຂ່າວສານຂອງພວກເພິ່ນ. ເມື່ອເຮົາເຫັນວ່າພວກເພິ່ນເຕີບໂຕ, ເຮົາກໍຈະເຕີບໂຕໃນສັດທາຂອງເຮົາ ທີ່ຈະສະໜັບສະໜູນພວກເພິ່ນ, ແລະ ມັນກໍຈະທົນທານ.

  4. ເຮົາສາມາດຮັບຟັງຂ່າວສານຈາກຜູ້ກ່າວປາໄສ ທີ່ມີມາເປັນຄຳຕອບຕໍ່ຄຳອະທິຖານ ເພື່ອຄວາມຊ່ວຍເຫລືອສ່ວນຕົວຂອງເຮົາ. ເມື່ອຄຳຕອບມີມາ, ແລະ ມັນກໍຈະມີມາ, ເຮົາກໍຈະເຕີບໂຕໃນສັດທາຂອງເຮົາ ທີ່ຈະສະໜັບສະໜູນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າທຸກຄົນ.

ນອກເໜືອໄປຈາກທີ່ຈະກ້າວໜ້າໃນການສະໜັບສະໜູນຜູ້ຄົນ ທີ່ຮັບໃຊ້ໃນສາດສະໜາຈັກແລ້ວ, ເຮົາຈະຮຽນຮູ້ວ່າ ຍັງມີບ່ອນອື່ນອີກທີ່ເຮົາສາມາດເພີ່ມທະວີພະລັງດັ່ງກ່າວ. ຢູ່​ທີ່ນັ້ນ ມັນຈະນຳພອນທີ່ຫລາຍກວ່ານັ້ນມາໃຫ້ເຮົາ. ນັ້ນກໍແມ່ນຢູ່ທີ່ບ້ານເຮືອນ ແລະ ຄອບຄົວ.

ຂ້າພະເຈົ້າຂໍກ່າວກັບຜູ້ດຳລົງຖານະປະໂລຫິດທີ່ໜຸ່ມນ້ອຍ ຜູ້​ທີ່​ອາ​ໄສ​ຢູ່ບ້ານກັບພໍ່ຕົນ. ຂ້າພະເຈົ້າຂໍເລົ່າໃຫ້ພວກເຈົ້າຟັງຈາກປະສົບການຂອງຂ້າພະເຈົ້າເອງວ່າ ມັນມີຄວາມໝາຍແນວໃດສຳລັບພໍ່ຂອງພວກເຈົ້າ ທີ່ຈະຮູ້ສຶກເຖິງສັດທາທີ່ຈະສະໜັບສະໜູນຂອງພວກເຈົ້າ. ຕໍ່ພວກເຈົ້າ ເພິ່ນອາດປະກົດວ່າໝັ້ນໃຈ. ແຕ່ເພິ່ນປະສົບການທ້າທາຍຫລາຍກວ່າທີ່ພວກເຈົ້າຮູ້​ຈັກ. ບາງເທື່ອເພິ່ນກໍບໍ່ເຫັນຄຳຕອບຜ່ານບັນຫາທີ່ຢູ່ຕໍ່ໜ້າເພິ່ນ.

ການຊົມເຊີຍຂອງພວກເຈົ້າທີ່ມີໃຫ້ເພິ່ນຈະຊ່ວຍເພິ່ນ. ຄວາມຮັກທີ່ພວກເຈົ້າມີໃຫ້ເພິ່ນແຮ່ງຈະຊ່ວຍໄດ້ຫລາຍກວ່າ. ແຕ່ສິ່ງທີ່ຈະຊ່ວຍໄດ້ດີທີ່ສຸດແມ່ນ ຄຳເວົ້າທີ່ຈິງໃຈດັ່ງເຊັ່ນ: “ພໍ່ເອີຍ, ລູກໄດ້ອະທິຖານເພື່ອພໍ່ແລ້ວ, ແລະ ລູກໄດ້ຮູ້ສຶກວ່າພຣະຜູ້ເປັນເຈົ້າຈະຊ່ວຍເຫລືອພໍ່. ທຸກສິ່ງຈະເປັນໄປດ້ວຍດີ. ລູກຮູ້ວ່າມັນຈະເປັນໄປດັ່ງນັ້ນ.”

ຖ້ອຍຄຳດັ່ງກ່າວກໍມີພະລັງໃນດ້ານອື່ນດ້ວຍ, ຈາກພໍ່ເຖິງລູກຊາຍ. ເມື່ອລູກຊາຍໄດ້ເຮັດຜິດພາດຕິດຕໍ່ກັນ, ບາງທີໃນເລື່ອງທາງວິນຍານ, ລາວອາດຮູ້ສຶກວ່າລາວໄດ້ລົ້ມເຫລວແລ້ວ. ໃນຖານະພໍ່, ໃນເວລານັ້ນ, ທ່ານອາດຕົກໃຈເມື່ອ, ຫລັງຈາກທ່ານອະທິຖານເພື່ອຈະຮູ້ວ່າຈະເຮັດແນວໃດ, ພຣະວິນຍານບໍລິສຸດຈະເອົາຄຳດັ່ງກ່າວໃຫ້ທ່ານກ່າວອອກມາວ່າ: “ລູກເອີຍ, ພໍ່ຢູ່ຄຽງຂ້າງລູກສະເໝີ. ພຣະຜູ້ເປັນເຈົ້າຮັກລູກ. ດ້ວຍຄວາມຊ່ວຍເຫລືອຂອງພຣະອົງ, ລູກຈະກັບຄືນມາໄດ້. ພໍ່ຮູ້ວ່າລູກເຮັດໄດ້ ແລະ ລູກຈະເຮັດມັນໃຫ້ໄດ້. ພໍ່ຮັກລູກເດີ້.”

ຢູ່ໃນ​ກຸ່ມຖານະປະໂລຫິດ ແລະ ໃນຄອບຄົວ, ສັດທາທີ່ເພີ່ມທະວີຂຶ້ນ ເພື່ອຈະສະໜັບສະໜູນກັນແລະກັນ ຄືເສັ້ນທາງທີ່ເຮົາຈະສ້າງສາຊີໂອນ ທີ່ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາສ້າງ. ດ້ວຍຄວາມຊ່ວຍເຫລືອຂອງພຣະອົງ, ເຮົາເຮັດໄດ້ ແລະ ຈະເຮັດມັນໃຫ້ໄດ້. ມັນຈະໃຊ້ການຮຽນຮູ້ທີ່ຈະຮັກພຣະຜູ້ເປັນເຈົ້າດ້ວຍສຸດໃຈ, ດ້ວຍສຸດພະລັງ, ສຸດຄວາມ​ຄິດ, ແລະ ສຸດກຳລັງຂອງເຮົາ ແລະ ທີ່ຈະຮັກກັນແລະກັນ ດັ່ງທີ່ເຮົາຮັກຕົວເຮົາເອງ.

ໃນຂະນະທີ່ເຮົາເຕີບໂຕໃນຄວາມຮັກອັນບໍລິສຸດຂອງພຣະຄຣິດ, ຫົວໃຈຂອງເຮົາຈະອ່ອນລົງ. ຄວາມຮັກນັ້ນຈະເຮັດໃຫ້ເຮົາຖ່ອມຕົວ ແລະ ນຳເຮົາໄປສູ່ການກັບໃຈ. ຄວາມໝັ້ນໃຈຂອງເຮົາທີ່ມີໃນພຣະຜູ້ເປັນເຈົ້າ ແລະ ໃນກັນແລະກັນຈະເຕີບໂຕຂຶ້ນ. ແລະ ແລ້ວເຮົາຈະກ້າວໄປໜ້າສູ່ການກາຍເປັນນ້ຳໜຶ່ງໃຈດຽວກັນ, ດັ່ງທີ່ພຣະຜູ້ເປັນເຈົ້າສັນຍາວ່າ ເຮົາຈະເປັນໄດ້.2

ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນຮູ້ຈັກ ແລະ ຮັກທ່ານ. ພຣະເຢຊູ ຄືພຣະຄຣິດທີ່ຊົງພຣະຊົນ. ນີ້ແມ່ນສາດສະໜາຈັກຂອງພຣະອົງ. ເຮົາດຳ​ລົງຖານະປະໂລຫິດຂອງພຣະອົງ. ພຣະອົງຈະໃຫ້ກຽດ​ແກ່​ຄວາມ​ມຸ່ງ​ໝັ້ນຂອງເຮົາ ທີ່ຈະເຕີບໂຕໃນພະລັງຂອງເຮົາ ທີ່ຈະນຳໃຊ້ມັນ ແລະ ສະໜັບສະໜູນກັນແລະກັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Gospel Truth: Discourses and Writings of President George Q. Cannon, ed. Jerreld L. Newquist (1974), 1:278.

  2. ເບິ່ງ Doctrine and Covenants 35:2.

ພິມ