ໃຊ້ຊີວິດເຕັມດ້ວຍຄວາມສຸກ
ພອນສ່ວນຫລາຍທີ່ພຣະເຈົ້າປະສົງທີ່ຈະມອບໃຫ້ເຮົາ ຮຽກຮ້ອງການກະທຳຈາກເຮົາ—ການກະທຳອີງຕາມສັດທາໃນພຣະເຢຊູຄຣິດ.
ພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະເຢຊູຄຣິດປະສົງທີ່ຈະອວຍພອນເຮົາແຕ່ລະຄົນ.1 ຄຳຖາມທີ່ວ່າຈະເຂົ້າເຖິງ ແລະ ໄດ້ຮັບພອນເຫລົ່ານັ້ນໄດ້ ແນວໃດ ກໍໄດ້ເປັນຫົວຂໍ້ຂອງການໂຕ້ຖຽງ ແລະ ການສົນທະນາທາງດ້ານສາດສະໜາ ຕະຫລອດຫລາຍໆສັດຕະວັດແລ້ວ.2 ບາງຄົນກໍຖຽງວ່າພອນເຫລົ່ານັ້ນຕ້ອງຫາເອົາເອງ; ເຮົາຈະໄດ້ຮັບມັນຜ່ານທາງວຽກງານຂອງເຮົາເທົ່ານັ້ນ. ອີກຝ່າຍກໍຖຽງວ່າ ພຣະເຈົ້າໄດ້ເລືອກຜູ້ຄົນ ແລະ ວິທີທີ່ພຣະອົງຈະປະທານພອນໃຫ້ໄວ້ແລ້ວ—ແລະ ວ່າຂໍ້ກຳນົດເຫລົ່ານີ້ປ່ຽນແປງບໍ່ໄດ້. ຂໍ້ຄິດເຫັນພື້ນຖານທັງສອງຂໍ້ນີ້ຜິດ. ພອນຈາກສະຫວັນແມ່ນຫາເອົາເອງບໍ່ໄດ້ ໂດຍການສະແຫວງຫາທີ່ຈະສະສົມ “ສັນຍາລັກຂອງການກະທຳດີ,” ທັງລໍຖ້າບໍ່ໄດ້ຢ່າງສິ້ນຄວາມຫວັງ ເພື່ອຈະເຫັນວ່າເຮົາໄດ້ຮັບພອນຢ່າງຫລວງຫລາຍ ເໝືອນຖືກຫວຍ. ບໍ່ເລີຍ, ຄວາມຈິງແມ່ນແຕກຕ່າງຈາກນັ້ນ ແຕ່ສົມຄວນກວ່າສຳລັບຄວາມສຳພັນລະຫວ່າງພຣະບິດາເທິງສະຫວັນທີ່ຊົງຮັກ ແລະ ທາຍາດຂອງພຣະອົງ—ພວກເຮົາ. ຄວາມຈິງທີ່ຟື້ນຟູ ເປີດເຜີຍວ່າເຮົາຈະຫາພອນເອົາເອງບໍ່ໄດ້, ແຕ່ການກະທຳທີ່ດົນໃຈໂດຍສັດທາຈາກເຮົາ, ທັງຕອນເລີ່ມຕົ້ນ ແລະ ຢ່າງຕໍ່ເນື່ອງຈາກນັ້ນ, ແມ່ນຈຳເປັນ.3
ເມື່ອເຮົາພິຈາລະນາວ່າເຮົາຈະໄດ້ຮັບພອນຈາກພຣະເຈົ້າໄດ້ແນວໃດ ໃຫ້ເຮົາປຽບທຽບພອນຈາກສະຫວັນກັບກອງຟືນໃຫຍ່ໆກອງໜຶ່ງ. ໃຫ້ວາດພາບເຫັນໃຈກາງຂອງກອງກິ່ງໄມ້ນ້ອຍກອງໜຶ່ງ, ທີ່ມີຂີ້ເລື່ອຍກອງຢູ່ເທິງ. ແລ້ວຢູ່ເທິງນັ້ນ, ມີກອງກິ່ງໄມ້ນ້ອຍ, ແລະ ທ່ອນໄມ້ໃຫຍ່ໆ. ກອງຟືນນັ້ນມີເຊື້ອເພີງຢ່າງຫລວງຫລາຍ, ທີ່ສາມາດໃຫ້ຄວາມສະຫວ່າງ ແລະ ຄວາມຮ້ອນເປັນເວລາຫລາຍວັນ. ແລ້ວໃຫ້ວາດພາບເຫັນໄມ້ຂີດໄຟນ້ອຍໆອັນໜຶ່ງວາງຢູ່ຂ້າງກອງຟືນນັ້ນ, ຊຶ່ງປາຍໄມ້ຂີດໄຟມີທາດຟອສເຟີຣັສ ທີ່ໃຊ້ເຮັດກັບໄຟ.4
ເພື່ອພະລັງໃນກອງຟືນນັ້ນຈະຖືກປ່ອຍອອກມາ, ໄມ້ຂີດໄຟຕ້ອງຖືກຂີດ ແລະ ຈູດກອງກິ່ງໄມ້ນ້ອຍໆນັ້ນ. ກອງກິ່ງໄມ້ນ້ອຍຈະຕິດໄຟລຸກຂຶ້ນດ້ວຍໄມ້ຂີດໄຟນັ້ນ ແລະ ກໍ່ໃຫ້ໄມ້ທ່ອນໃຫຍ່ເລີ່ມໄໝ້. ເມື່ອໄຟເລີ່ມໄໝ້ແລ້ວ, ມັນຈະໄໝ້ຕໍ່ໄປຈົນກວ່າຟືນໄໝ້ໄປຈົນໝົດ ຫລື ກອງໄຟນັ້ນຈະຂາດອົກຊີເຈນ.
ການຂີດໄມ້ຂີດໄຟ ແລະ ການຈູດກອງກິ່ງໄມ້ນ້ອຍນັ້ນ ເປັນການກະທຳທີ່ເລັກນ້ອຍ ທີ່ເຮັດໃຫ້ພະລັງໃນກອງໄມ້ນັ້ນຖືກປ່ອຍອອກມາໄດ້.5 ຈົນກວ່າໄມ້ຂີດໄຟຖືກຂີດ, ຈະບໍ່ຫຍັງເກີດຂຶ້ນເລີຍ, ບໍ່ວ່າກອງຟືນນັ້ນຈະໃຫຍ່ປານໃດກໍຕາມ. ຖ້າວ່າໄມ້ຂີດໄຟຖືກຂີດ ແຕ່ບໍ່ໄດ້ເອົາຈູດໃສ່ກອງກິ່ງໄມ້ນັ້ນ, ພະລັງຂອງຄວາມສະຫວ່າງ ແລະ ຄວາມຮ້ອນທີ່ປ່ອຍອອກມາຈາກໄມ້ຂີດໄຟນັ້ນແມ່ນນ້ອຍໆແທ້ ແລະ ພະລັງທີ່ຢູ່ໃນກອງຟືນນັ້ນກໍຈະບໍ່ຖືກປ່ອຍອອກມາ. ຖ້າຫາກວ່າບໍ່ມີອົກຊີເຈນແລ້ວໃນຈຸດນັ້ນ, ການທີ່ໄຟຈະໄໝ້ກໍຈະຢຸດຢູ່ເທົ່ານັ້ນ.
ໃນທຳນອງທີ່ຄ້າຍຄືກັນ, ພອນທັງຫລາຍທີ່ພຣະເຈົ້າປະສົງຈະປະທານໃຫ້ເຮົາຮຽກຮ້ອງການກະທຳຈາກສ່ວນຂອງເຮົາ—ການກະທຳທີ່ຂຶ້ນຢູ່ກັບສັດທາຂອງເຮົາໃນພຣະເຢຊູຄຣິດ. ສັດທາໃນພຣະຜູ້ຊ່ວຍໃຫ້ລອດເປັນຫລັກທຳຂອງການກະທຳ ແລະ ພະລັງ.6 ທຳອິດເຮົາກໍກະທຳໃນສັດທາ, ແລ້ວພະລັງນັ້ນຈະມີມາ—ອີງຕາມພຣະປະສົງ ແລະ ເວລາຂອງພຣະເຈົ້າ. ລຳດັບນັ້ນແມ່ນຈຳເປັນສຸດ.7 ການກະທຳທີ່ຖືກຮຽກຮ້ອງແມ່ນເລັກນ້ອຍສະເໝີ ເມື່ອຖືກປຽບທຽບໃສ່ກັບພອນທີ່ເຮົາໄດ້ຮັບໃນທີ່ສຸດ.8
ຂໍໃຫ້ພິຈາລະນາສິ່ງທີ່ໄດ້ເກີດຂຶ້ນເມື່ອງູພິດບິນພົ່ນໄຟ ໄດ້ລົງມາໃນທ່າມກາງຊາວອິດສະຣາເອນ ໃນສະໄໝບູຮານຕອນຢູ່ໃນເສັ້ນທາງທີ່ນຳໄປສູ່ ແຜ່ນດິນແຫ່ງຄຳສັນຍາ. ການຕອດຂອງງູພິດນັ້ນອັນຕະລາຍເຖິງຕາຍ. ແຕ່ຜູ້ຄົນທີ່ຖືກງູຕອດກໍສາມາດໄດ້ຮັບການປິ່ນປົວໃຫ້ຫາຍດີ ໂດຍການແນມເບິ່ງງູທອງສຳລິດທີ່ໂມເຊໄດ້ເຮັດ ແລະ ຕອກໄວ້ກັບເສົາ.9 ຈະຕ້ອງໃຊ້ພະລັງງານຫລາຍເທົ່າໃດທີ່ຈະແນມເບິ່ງບາງສິ່ງ? ທຸກຄົນທີ່ໄດ້ແນມເບິ່ງກໍໄດ້ເຂົ້າເຖິງພະລັງຈາກສະຫວັນ ແລະ ໄດ້ຮັບການປິ່ນປົວໃຫ້ຫາຍດີ. ຊາວອິດສະຣາເອນຄົນອື່ນໆທີ່ຖືກງູຕອດ ບໍ່ໄດ້ແນມເບິ່ງທີ່ງູທອງສຳລິດ ແລະ ໄດ້ຕາຍໄປ. ບາງທີເຂົາເຈົ້າຂາດສັດທາທີ່ຈະແນມເບິ່ງ.10 ບາງທີເຂົາເຈົ້າບໍ່ເຊື່ອວ່າການກະທຳທີ່ງ່າຍດາຍແບບນັ້ນ ສາມາດກະຕຸ້ນໃຫ້ເກີດການປິ່ນປົວທີ່ຖືກສັນຍາໄວ້. ຫລື ບາງທີເຂົາເຈົ້າໄດ້ຕັ້ງໃຈເຮັດໃຫ້ຫົວໃຈຂອງຕົວເອງແຂງກະດ້າງ ແລະ ປະຕິເສດຄຳແນະນຳຂອງສາດສະດາຂອງພຣະເຈົ້າ.11
ຫລັກທຳຂອງການລິເລີ່ມພອນທີ່ຫລັ່ງໄຫລລົງມາຈາກສະຫວັນນັ້ນ ເປັນຫລັກທຳນິລັນດອນ. ເໝືອນດັ່ງຊາວອິດສະຣາເອນໃນສະໄໝບູຮານ, ເຮົາກໍຕ້ອງກະທຳຕາມສັດທາຂອງເຮົາທີ່ມີໃນພຣະເຢຊູຄຣິດ ເພື່ອຈະໄດ້ຮັບພອນ. ພຣະເຈົ້າໄດ້ເປີດເຜີຍວ່າ ມີກົດ, ອອກຄຳສັ່ງໄວ້ໃນສະຫວັນຢ່າງປ່ຽນແປງບໍ່ໄດ້ ກ່ອນການວາງຮາກຖານຂອງໂລກ ຊຶ່ງໃນນັ້ນ ພອນທັງປວງໄດ້ຖືກກຳນົດໄວ້ແລ້ວ—ແລະ ເມື່ອພວກເຮົາໄດ້ຮັບພອນປະການໃດຈາກພຣະເຈົ້າ, ຍ່ອມເປັນໄປເພາະການເຊື່ອຟັງຕໍ່ກົດນັ້ນ ຊຶ່ງມັນໄດ້ຖືກກຳນົດໄວ້ແລ້ວ.12 ເພາະເຫດນີ້, ທ່ານບໍ່ຈຳເປັນຕ້ອງຫາພອນນັ້ນເອງ—ຄວາມຄິດນັ້ນຜິດພາດ—ແຕ່ທ່ານຕ້ອງເໝາະສົມສຳລັບພອນນັ້ນ. ຄວາມລອດຂອງເຮົາຈະມີມາພຽງໂດຍຜ່ານທາງພຣະຄຸນຄວາມດີ ແລະ ພຣະຄຸນຂອງພຣະເຢຊູຄຣິດເທົ່ານັ້ນ.13 ຄວາມຍິ່ງໃຫຍ່ຂອງການເສຍສະລະຊົດໃຊ້ ຂອງພຣະອົງນັ້ນໝາຍຄວາມວ່າ ກອງໄມ້ນັ້ນບໍ່ມີທີ່ສິ້ນສຸດ; ການກະທຳນ້ອຍໆຂອງເຮົາກໍເກືອບເຖິງສູນ ເມື່ອປຽບທຽບໃສ່ກັນ. ແຕ່ມັນບໍ່ໄດ້ເຖິງສູນ, ແຕ່ມັນສຳຄັນ; ຢູ່ໃນຄວາມມືດ, ແສງໄຟຈາກໄມ້ຂີດໄຟອັນໜຶ່ງ ຈະເຫັນໄດ້ຈາກບ່ອນໄກໆ. ຕາມຄວາມຈິງແລ້ວ, ມັນສາມາດເຫັນໄດ້ຢູ່ສະຫວັນ ເພາະການກະທຳນ້ອຍໆຂອງສັດທາ ກໍຖືກຮຽກຮ້ອງເພື່ອຈະລິເລີ່ມຄຳສັນຍາຂອງພຣະເຈົ້າ.14
ເພື່ອຈະໄດ້ຮັບພອນທີ່ໜ້າປາດຖະໜາຈາກພຣະເຈົ້າ, ໃຫ້ກະທຳດ້ວຍສັດທາ, ລິເລີ່ມພະລັງແຫ່ງສະຫວັນ ຊຶ່ງພອນນັ້ນມີເງື່ອນໄຂ. ຍົກຕົວຢ່າງ, ຈຸດປະສົງຢ່າງໜຶ່ງຂອງການອະທິຖານ ກໍເພື່ອຈະໄດ້ຮັບພອນທີ່ພຣະເຈົ້າເຕັມພຣະໄທທີ່ຈະປະທານໃຫ້ ແຕ່ຕ້ອງມີເງື່ອນໄຂ ອີງຕາມການທີ່ເຮົາທູນຂໍ.15 ແອວມາໄດ້ທູນຂໍຄວາມເມດຕາ ແລະ ຄວາມເຈັບປວດຂອງເພິ່ນກໍໄດ້ຫາຍໄປ; ເພິ່ນບໍ່ໄດ້ທຸກທໍລະມານ ໂດຍຄວາມຈື່ຈຳບາບຂອງເພິ່ນອີກຕໍ່ໄປ. ຄວາມຊື່ນຊົມຂອງເພິ່ນໄດ້ເອົາຊະນະຄວາມເຈັບປວດຂອງເພິ່ນ—ທັງໝົດກໍເປັນເພາະເພິ່ນໄດ້ຮ້ອງທູນຂໍດ້ວຍສັດທາໃນພຣະເຢຊູຄຣິດ.16 ການລິເລີ່ມພະລັງທີ່ຈຳເປັນເພື່ອເຮົາຈະມີສັດທາພຽງພໍໃນພຣະຄຣິດ ທີ່ຈະທູນຂໍຕໍ່ພຣະເຈົ້າ ໃນການອະທິຖານ ແລະ ຍອມຮັບພຣະປະສົງ ແລະ ເວລາຂອງພຣະອົງສຳລັບຄຳຕອບ.
ສ່ວນຫລາຍແລ້ວ, ການລິເລີ່ມພະລັງທີ່ຈຳເປັນສຳລັບພອນຕ່າງໆ ກໍຮຽກຮ້ອງຫລາຍກວ່າທີ່ຈະແນມເບິ່ງ ຫລື ການທູນຂໍ; ມັນຮຽກຮ້ອງການກະທຳຢ່າງຕໍ່ເນື່ອງ, ຊ້ຳແລ້ວຊ້ຳອີກ, ເຕັມໄປດ້ວຍສັດທາ. ໃນລະຫວ່າງກາງສັດຕະວັດທີ 19, ທ່ານບຣິກຳ ຢັງ ໄດ້ແນະນຳໃຫ້ກຸ່ມໄພ່ພົນຍຸກສຸດທ້າຍ ອອກໄປສຳຫລວດ ແລະ ຕັ້ງຖິ່ນຖານຢູ່ທີ່ ລັດອາຣິໂຊນາ, ແລະ ເຂດແດນທີ່ແຫ້ງແລ້ງໃນເຂດອະເມຣິກາເໜືອ. ຫລັງຈາກໄປເຖິງເຂດອາຣິໂຊນາແລ້ວ, ກຸ່ມນັ້ນກໍໝົດນ້ຳດື່ມ ແລະ ຢ້ານກົວວ່າເຂົາເຈົ້າຈະຕາຍ. ເຂົາເຈົ້າໄດ້ອ້ອນວອນຂໍໃຫ້ພຣະເຈົ້າຊ່ວຍເຫລືອ. ບໍ່ດົນ, ຝົນ ແລະ ຫິມະໄດ້ຕົກລົງມາ, ເຮັດໃຫ້ຖັງນ້ຳເຂົາເຈົ້າເຕັມລົ້ນ ແລະ ຈັດຫາໃຫ້ສັດລ້ຽງຂອງເຂົາເຈົ້ານຳອີກ. ດ້ວຍຄວາມກະຕັນຍູ ແລະ ສົດຊື່ນຂຶ້ນ, ເຂົາເຈົ້າໄດ້ກັບຄືນເມືອ ເມືອງເຊົາເລັກ ພ້ອມຄວາມຊື່ນຊົມຍິນດີໃນພຣະກະລຸນາທິຄຸນຂອງພຣະເຈົ້າ. ເມື່ອກັບເຖິງ, ເຂົາເຈົ້າໄດ້ລາຍງານລາຍລະອຽດເຖິງການເດີນທາງ ໄປສຳຫລວດຂອງເຂົາເຈົ້າຕໍ່ທ່ານບຣິກຳ ຢັງ ແລະ ໄດ້ກ່າວສະຫລຸບວ່າ ເຂດອາຣິໂຊນາບໍ່ເປັນຕາຢູ່ໄດ້.
ຫລັງຈາກໄດ້ຟັງຂໍ້ລາຍງານແລ້ວ, ທ່ານບຣິກຳ ຢັງ ໄດ້ຖາມຊາຍຄົນໜຶ່ງຢູ່ໃນຫ້ອງວ່າ ລາວໄດ້ຄິດແນວໃດກ່ຽວກັບການເດີນທາງໄປສຳຫລວດ ແລະ ສິ່ງມະຫັດສະຈັນນັ້ນ. ຊາຍຄົນນັ້ນ, ຊື່ ແດນໂຍ ດັບເບັນຢູ ໂຈນສ໌, ໄດ້ຕອບສັ້ນໆ ແລະ ຊັດເຈນວ່າ, “ຂ້ານ້ອຍຈະເກັບນ້ຳໄວ້, ເດີນທາງຕໍ່ໄປ, ແລະ ອະທິຖານຕື່ມອີກ.” ບຣາເດີ ບຣິກຳ ໄດ້ວາງມືເທິງ ບຣາເດີ ໂຈນສ໌ ແລະ ກ່າວວ່າ, “ນີ້ແຫລະ ຄືຄົນທີ່ຈະເປັນຜູ້ຮັບຜິດຊອບໃນການເດີນທາງໄປສຳຫລວດເຂດອາຣິໂຊນາ ຄັ້ງຕໍ່ໄປ.”17
ເຮົາທຸກຄົນຈື່ຈຳເວລາທີ່ເຮົາໄດ້ພະຍາຍາມຕໍ່ໄປໄດ້ ແລະ ອະທິຖານຕື່ມອີກ—ແລະ ແລ້ວພອນຕ່າງໆກໍໄດ້ຕາມມາ. ປະສົບການຂອງ ໄມໂກ ແລະ ມາຣີແອນ ໂຮມສ໌ ສະແດງໃຫ້ເຫັນເຖິງຫລັກທຳເຫລົ່ານີ້. ໄມໂກ ແລະ ຂ້າພະເຈົ້າໄດ້ຮັບໃຊ້ນຳກັນໃນຖານະສາວົກເຈັດສິບປະຈຳເຂດ. ຂ້າພະເຈົ້າຕື່ນເຕັ້ນສະເໝີ ເມື່ອໃດເພິ່ນຖືກຂໍໃຫ້ອະທິຖານຢູ່ໃນການປະຊຸມຂອງພວກເຮົາ ເພາະວ່າຄວາມເປັນຢູ່ທາງວິນຍານຂອງເພິ່ນກໍເຫັນໄດ້ຢ່າງຊັດເຈນ; ເພິ່ນຮູ້ວິທີທີ່ຈະກ່າວກັບພຣະເຈົ້າ. ຂ້າພະເຈົ້າມັກຟັງເພິ່ນອະທິຖານຫລາຍ. ເຖິງຢ່າງໃດກໍຕາມ, ໃນຕອນຕົ້ນຂອງຊີວິດແຕ່ງງານຂອງພວກເພິ່ນ, ໄມໂກ ແລະ ມາຣີແອນ ບໍ່ໄດ້ອະທິຖານ ຫລື ໄປໂບດ. ພວກເພິ່ນຫຍຸ້ງຢູ່ກັບລູກນ້ອຍສາມຄົນ ແລະ ບໍລິສັດກໍ່ສ້າງທີ່ມີຄວາມສຳເລັດດີ. ໄມໂກ ບໍ່ໄດ້ຮູ້ສຶກວ່າເພິ່ນເປັນຄົນທີ່ນັບຖືສາດສະໜາ. ຄືນໜຶ່ງ, ອະທິການຂອງພວກເພິ່ນ ໄດ້ໄປຢາມທີ່ບ້ານພວກເພິ່ນ ແລະ ໄດ້ຊຸກຍູ້ໃຫ້ພວກເພິ່ນເລີ່ມອະທິຖານ.
ຫລັງຈາກອະທິການໄດ້ຈາກໄປ, ໄມໂກ ແລະ ມາຣີແອນ ໄດ້ຕັດສິນໃຈວ່າ ພວກເພິ່ນຈະພະຍາຍາມອະທິຖານ. ກ່ອນເຂົ້ານອນ, ພວກເພິ່ນໄດ້ຄຸເຂົ່າລົງທາງຂ້າງຕຽງ, ແລະ, ໄມໂກກໍໄດ້ເລີ່ມອະທິຖານ, ໂດຍຮູ້ສຶກບໍ່ສະບາຍໃຈເລີຍ. ຫລັງຈາກກ່າວຄຳອະທິຖານສາມສີ່ຄຳ, ໄມໂກກໍໄດ້ຢຸດທັນທີ, ກ່າວວ່າ, “ມາຣີແອນ, ອ້າຍເຮັດບໍ່ໄດ້ດອກ.” ເມື່ອເພິ່ນລຸກຢືນຂຶ້ນ ແລະ ເລີ່ມຍ່າງໜີໄປ, ມາຣີແອນ, ໄດ້ຈັບມືຂອງເພິ່ນເອົາໄວ້, ດຶງເພິ່ນລົງຄຸເຂົ່າ, ແລະ ໄດ້ກ່າວວ່າ, “ໄມຄ໌, ອ້າຍເຮັດໄດ້. “ລອງເຮັດອີກ!” ດ້ວຍຄຳທີ່ໃຫ້ກຳລັງໃຈນີ້, ໄມໂກກໍໄດ້ອະທິຖານສັ້ນໆຈົນສຸດ.
ຄອບຄົວໂຮມສ໌ ໄດ້ເລີ່ມອະທິຖານຢ່າງສະໝ່ຳສະເໝີ. ພວກເພິ່ນໄດ້ຮັບເອົາການເຊື້ອເຊີນຂອງເພື່ອນບ້ານໃກ້ຄຽງໃຫ້ໄປໂບດ. ໃນຂະນະທີ່ພວກເພິ່ນໄດ້ຍ່າງເຂົ້າໄປຫ້ອງນະມັດສະການ ແລະ ໄດ້ຍິນເພງສວດເປີດ, ພຣະວິນຍານກໍໄດ້ກ່າວຕໍ່ພວກເພິ່ນວ່າ, “ສິ່ງນີ້ຈິງ.” ຕໍ່ຈາກນັ້ນ, ໂດຍທີ່ບໍ່ມີໃຜເຫັນ ແລະ ບໍ່ມີໃຜຮ້ອງຂໍ, ໄມໂກໄດ້ຂົນຂີ້ເຫຍື້ອ ຈາກຕຶກໂບດໄປຖິ້ມ. ໃນຂະນະທີ່ເພິ່ນໄດ້ເຮັດສິ່ງນັ້ນ, ເພິ່ນຮູ້ສຶກເຖິງຄຳປະທັບໃຈທີ່ວ່າ, “ນີ້ແມ່ນບ້ານຂອງເຮົາ.”
ໄມໂກ ແລະ ມາຣີແອນ ໄດ້ຮັບເອົາການເອີ້ນໃນສາດສະໜາຈັກ ແລະ ໄດ້ຮັບໃຊ້ໃນຫວອດ ແລະ ສະເຕກຂອງພວກເພິ່ນ. ພວກເພິ່ນໄດ້ຜະນຶກເຂົ້າກັນ ແລະ ເຂົ້າກັບລູກທັງສາມຄົນ. ລູກອີກຫລາຍຄົນກໍໄດ້ເກີດຕາມກັນມາ, ທັງໝົດມີຢູ່ດ້ວຍກັນ 12 ຄົນ. ຄອບຄົວໂຮມສ໌ ໄດ້ຮັບໃຊ້ເປັນປະທານເຜີຍແຜ່ ກັບພັນລະຍາ—ສອງເທື່ອ.
ການອະທິຖານທີ່ເຂີນໆເທື່ອທຳອິດກໍເປັນການກະທຳນ້ອຍໆແຕ່ເຕັມໄປດ້ວຍສັດທາ ທີ່ລິເລີ່ມພອນຈາກສະຫວັນ. ຄອບຄົວໂຮມສ໌ ໄດ້ຕື່ມໃສ່ແປວໄຟແຫ່ງສັດທາໂດຍການໄປໂບດ ແລະ ການຮັບໃຊ້. ການເປັນສານຸສິດທີ່ອຸທິດຕົນຂອງພວກເພິ່ນ ຕະຫລອດເວລາຫລາຍໆປີທີ່ຜ່ານມາ ໄດ້ນຳມາສູ່ສັດທາທີ່ຍິ່ງໃຫຍ່ ທີ່ໃຫ້ການດົນໃຈໃນວັນເວລານີ້.
ເຖິງຢາງໃດກໍຕາມ, ກອງໄຟ, ຕ້ອງໄດ້ຮັບອົກຊີເຈນຢ່າງສະໝ່ຳສະເໝີ ເພື່ອໃນທີ່ສຸດກອງຟືນນັ້ນຈະປ່ອຍພະລັງຢ່າງເຕັມທີ່ຂອງມັນອອກມາ. ດັ່ງທີ່ໄດ້ສະແດງໃຫ້ເຫັນໂດຍ ໄມໂກ ແລະ ມາຣີແອນ ໂຮມສ໌, ສັດທາໃນພຣະຄຣິດຮຽກຮ້ອງການກະທຳທີ່ຕໍ່ເນື່ອງ ເພື່ອໃຫ້ແປວໄຟນັ້ນລຸກຢູ່ຕໍ່ໄປ. ການກະທຳນ້ອຍໆຈະໃຫ້ພະລັງແກ່ຄວາມສາມາດຂອງເຮົາ ທີ່ຈະກ້າວໄປໜ້າຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ແລະ ນຳໄປສູ່ພອນທີ່ຍິ່ງໃຫຍ່ທີ່ພຣະເຈົ້າມີໃຫ້ເຮົາ. ແຕ່ໂດຍການປຽບທຽບ, ອາຍອົກຊີເຈນຈະຫລັ່ງໄຫລຕໍ່ໄປ ຖ້າຫາກເຮົາຈະກ້າວໄປໜ້າເທົ່ານັ້ນ. ບາງເທື່ອເຮົາຕ້ອງເຮັດຄັນທະນູ ແລະ ລູກສອນ ກ່ອນການເປີດເຜີຍຈະມີມາ ເພື່ອຈະຮູ້ວ່າເຮົາຄວນຈະຊອກຫາອາຫານຢູ່ໃສ.18 ບາງເທື່ອເຮົາຕ້ອງເຮັດເຄື່ອງມືກ່ອນການເປີດເຜີຍຈະມີມາ ເພື່ອຈະຮູ້ວ່າເຮົາຈະຕໍ່ເຮືອໄດ້ແນວໃດ.19 ບາງເທື່ອ, ຕາມຄຳແນະນຳຂອງສາດສະດາຂອງພຣະຜູ້ເປັນເຈົ້າ, ເຮົາຕ້ອງອົບເຂົ້າໜົມກ້ອນນ້ອຍຈາກນ້ຳມັນ ແລະ ແປ້ງທີ່ເຮົາມີພຽງເລັກນ້ອຍ ເພື່ອຈະໄດ້ຮັບນ້ຳມັນເຕັມໄຫ ແລະ ແປ້ງເຕັມຖັງ.20 ແລະ ບາງເທື່ອເຮົາຕ້ອງຢູ່ຢ່າງ “ສະຫງົບ ແລະ ຮູ້ວ່າ [ພຣະເຈົ້າຄື] ພຣະເຈົ້າ,” ແລະ ໄວ້ວາງໃຈ ໃນເວລາຂອງພຣະອົງ.21
ເມື່ອໃດທີ່ທ່ານໄດ້ຮັບພອນຈາກພຣະເຈົ້າ, ທ່ານສາມາດສະຫລຸບໄດ້ວ່າ ທ່ານໄດ້ເຮັດຕາມກົດນິລັນດອນ ທີ່ກຳນົດການໄດ້ຮັບພອນນັ້ນ.22 ແຕ່ຂໍຈົ່ງຈຳໄວ້ວ່າ ກົດທີ່ “ອອກຄຳສັ່ງໄວ້” ເປັນເລື່ອງການເວລາ, ຊຶ່ງໝາຍຄວາມວ່າ ພອນນັ້ນຈະມີມາຕາມຕາຕະລາງເວລາຂອງພຣະເຈົ້າ. ແມ່ນແຕ່ສາດສະດາໃນສະໄໝບູຮານ ກໍຍັງໄດ້ສະແຫວງຫາບ້ານແຫ່ງສະຫວັນຂອງພວກເພິ່ນ23 ໄດ້ຕາຍໄປໃນຂະນະທີ່ມີຄວາມເຊື່ອ, ໂດຍບໍ່ໄດ້ຮັບສິ່ງຖືກສັນຍາໄວ້, ແຕ່ພວກເພິ່ນກໍໄດ້ເຫັນ ... [ແລະ] ຕ້ອນຮັບໄວ້ຕັ້ງແຕ່ໄກ.”24 ຖ້າຫາກວ່າຍັງບໍ່ທັນໄດ້ຮັບພອນທີ່ໄດ້ປາດຖະໜາຈາກພຣະເຈົ້າ—ເທື່ອ—ທານບໍ່ຈຳເປັນຕ້ອງກັງວົນເກີນໄປ, ສົງໄສວ່າທ່ານຕ້ອງເຮັດຫຍັງຕື່ມອີກ. ແຕ່ໃຫ້ເຮັດຕາມຄຳແນະນຳຂອງໂຈເຊັບ ສະມິດ ທີ່ວ່າ ຈົ່ງໃຫ້ພວກເຮົາເຮັດທຸກສິ່ງທຸກຢ່າງ ທີ່ຢູ່ໃນອຳນາດ [ຂອງທ່ານ]; ຢ່າງເບີກບານມ່ວນຊື່ນ; ແລະ ຈາກນັ້ນ ... ຢືນຢູ່ຊື່ໆ, ດ້ວຍຄວາມໝັ້ນໃຈທີ່ສຸດ, ເພື່ອເຫັນ ... ແຂນ [ຂອງພຣະເຈົ້າ] ... ເປີດເຜີຍ.25 ພອນບາງຢ່າງແມ່ນຖືກສະຫງວນໄວ້ເພື່ອອະນາຄົດ, ແມ່ນແຕ່ສຳລັບລູກໆຜູ້ກ້າຫານທີ່ສຸດຂອງພຣະເຈົ້າ.26
ເມື່ອຫົກເດືອນກ່ອນ, ແຜນການເຮັດໃຫ້ບ້ານເຮືອນເປັນສູນກາງ, ໂດຍມີ ສາດສະໜາຈັກສະໜັບສະໜູນ ເພື່ອການຮຽນຮູ້ຄຳສອນ, ເສີມສ້າງສັດທາ, ແລະ ເສີມກຳລັງໃຫ້ແກ່ບຸກຄົນ ແລະ ຄອບຄົວ ກໍໄດ້ຖືກນຳສະເໜີ. ປະທານຣະໂຊ ເອັມ ແນວສັນ ໄດ້ສັນຍາວ່າ ການປ່ຽນແປງສາມາດຊ່ວຍເຮົາໃຫ້ຢູ່ລອດໄດ້ ທາງວິນຍານ, ເພີ່ມຄວາມສຸກທາງພຣະກິດຕິຄຸນໃຫ້ເຮົາ, ແລະ ເຮັດໃຫ້ການປ່ຽນໃຈເຫລື້ອມໃສຂອງເຮົາເຖິງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດເລິກຊຶ້ງຫລາຍຂຶ້ນ.27 ແຕ່ມັນກໍຂຶ້ນຢູ່ກັບເຮົາເອງ ທີ່ຈະໄດ້ຮັບພອນເຫລົ່ານີ້. ເຮົາແຕ່ລະຄົນຕ້ອງຮັບຜິດຊອບ ທີ່ຈະເປີດ ແລະ ສຶກສາປຶ້ມ ຈົ່ງຕິດຕາມເຮົາມາ, ພ້ອມທັງຂໍ້ພຣະຄຳພີ ແລະ ອຸບປະກອນ ຈົ່ງຕາມເຮົາມາ ອື່ນໆ.28 ເຮົາຕ້ອງສົນທະນາເລື່ອງເຫລົ່ານີ້ກັບຄອບຄົວ ແລະ ໝູ່ເພື່ອນຂອງເຮົາ ແລະ ຈັດເວລາໃນວັນຊະບາໂຕຂອງເຮົາ ເພື່ອຈະກໍ່ໃຫ້ກອງໄຟປຽບທຽບຂອງເຮົາລຸກຮຸ່ງແຈ້ງຂຶ້ນ. ຫລື ເຮົາກໍສາມາດປະແຫລ່ງຊ່ວຍເຫລືອນັ້ນຢູ່ເປັນກອງຊື່ໆ ໃນບ້ານເຮືອນຂອງເຮົາ ພ້ອມດ້ວຍພະລັງອັນເຕັມທີ່ຢູ່ໃນນັ້ນ.
ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໃຫ້ລິເລີ່ມໃຊ້ພະລັງແຫ່ງສະຫວັນນັ້ນຢ່າງຊື່ສັດ ເພື່ອຈະໄດ້ຮັບພອນທີ່ເຈາະຈົງໄວ້ຈາກພຣະເຈົ້າ. ຂໍໃຫ້ໃຊ້ສັດທາ ທີ່ຈະຂີດໄມ້ຂີດໄຟ ແລະ ກໍ່ໃຫ້ກອງໄຟນັ້ນລຸກຮຸ່ງແຈ້ງຂຶ້ນ. ໃຫ້ມັນໄດ້ຮັບອາຍອົກຊີເຈນທີ່ຈຳເປັນ ໃນຂະນະທີ່ທ່ານລໍຖ້າພຣະເຈົ້າຢ່າງອົດທົນ. ດ້ວຍຄຳເຊື້ອເຊີນເຫລົ່ານີ້, ຂ້າພະເຈົ້າອະທິຖານວ່າ ພຣະວິນຍານບໍລິສຸດຈະຊີ້ນຳ ແລະ ນຳພາທ່ານ, ເພື່ອວ່າທ່ານ, ເໝືອນດັ່ງ ຄົນສັດຊື່ ທີ່ຖືກບັນຍາຍຢູ່ໃນສຸພາສິດ, ຈະ “ໃຊ້ຊີວິດເຕັມດ້ວຍຄວາມສຸກ.”29 ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດທີ່ຊົງຮັກຂອງພຣະອົງ, ພຣະເຢຊູຄຣິດ, ຊົງພຣະຊົນຢູ່, ຫ່ວງໃຍກັບຄວາມຜາສຸກຂອງເຮົາ, ແລະ ຍິນດີຈະປະທານພອນໃຫ້ເຮົາ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.