ຈົ່ງເບິ່ງລູກແກະຂອງພຣະເຈົ້າ
ການປ່ຽນແປງໃນການປະຊຸມໂບດຂອງເຮົາແມ່ນເພື່ອ ເນັ້ນພິທີສິນລະລຶກຂອງອາຫານຄ່ຳຂອງພຣະຜູ້ເປັນເຈົ້າ ວ່າເປັນຈຸດສຸມທີ່ຖືກຍອມຮັບ, ເປັນປະສົບການຂອງການນະມັດສະການທີ່ສັກສິດ ໃນທຸກອາທິດ.
ຂ້າພະເຈົ້າກໍສະຫງົບດີຢູ່ ກ່ອນຂ້າພະເຈົ້າໄດ້ເຫັນນ້ຳຕາຄາເປົ້າຂອງຊາວໜຸ່ມກຸ່ມນັກຮ້ອງເຫລົ່ານີ້. ນ້ຳຕາເຫລົ່ານັ້ນ ແມ່ນຄຳເທດສະໜາທີ່ໂວຫານຫລາຍກວ່າ ຄຳປາໄສຂອງຂ້າພະເຈົ້າ.
ເມື່ອຫລຽວຂຶ້ນຈາກແຄມນ້ຳ, ກວາດສາຍຕາຫລຽວຜ່ານຝູງຊົນທີ່ມາຫາເພິ່ນ ເພື່ອຮັບບັບຕິສະມາ, ໂຢຮັນ, ເອີ້ນວ່າ ບັບຕິສະໂຕ ໄດ້ຫລຽວເຫັນພີ່ນ້ອງຄົນໜຶ່ງຂອງເພິ່ນ, ພຣະເຢຊູແຫ່ງນາຊາເຣັດ, ກຳລັງຍ່າງມາຫາເພິ່ນ ເພື່ອຂໍເຮັດພິທີການດຽວກັນນັ້ນ. ດ້ວຍນ້ຳສຽງທີ່ຄາລະວະ, ແຕ່ດັງແຮງພໍ ຈົນຄົນອື່ນຢູ່ໃກ້ໄດ້ຍິນ, ໂຢຮັນໄດ້ກ່າວສັນລະເສີນ ໃນຖ້ອຍຄຳທີ່ຍັງປະທັບໃຈເຮົາຢູ່ ເຖິງແມ່ນຈະເປັນເວລາສອງພັນປີມາແລ້ວ ທີ່ວ່າ: “ຈົ່ງເບິ່ງ ລູກແກະຂອງພຣະເຈົ້າ.”1
ສິ່ງນີ້ໃຫ້ຄວາມຮູ້ວ່າ ຄຳທຳນາຍທີ່ບອກໄວ້ລ່ວງໜ້າກ່ຽວກັບພຣະເຢຊູຄຣິດ ບໍ່ໄດ້ເອີ້ນພຣະອົງວ່າ “ພຣະເຢໂຮວາ” ຫລື “ພຣະຜູ້ຊ່ວຍໃຫ້ລອດ” ຫລື “ພຣະຜູ້ໄຖ່” ຫລື ແມ່ນແຕ່ “ພຣະບຸດຂອງພຣະເຈົ້າ”—ຊຶ່ງທັງໝົດກໍເປັນຕຳແໜ່ງທີ່ເໝາະສົມ. ໂຢຮັນບໍ່ໄດ້ເອີ້ນແນວນັ້ນ, ແຕ່ໄດ້ເອີ້ນຕາມວັດທະນະທຳຂອງສາດສະໜາ ໃນກຸ່ມຜູ້ຄົນຂອງເພິ່ນ ມັກໃຊ້ເປັນເຄື່ອງໝາຍຂອງການປຽບທຽບ. ເພິ່ນໄດ້ໃຊ້ຄຳປຽບທຽບການຖວາຍໂຕແກະເປັນເຄື່ອງບູຊາ ກັບການຊົດໃຊ້ແທນບາບ ແລະ ຄວາມໂສກເສົ້າ ຂອງໂລກທີ່ເສື່ອມໂຊມ ແລະ ການຕົກຂອງທຸກຄົນໃນນັ້ນ.
ຂ້າພະເຈົ້າຂໍເວລາ ເພື່ອກ່າວເຖິງປະຫວັດສາດ ແລະ ວັດທະນະທຳນັ້ນ ຈັກໜ້ອຍໜຶ່ງ.
ຫລັງຈາກໄດ້ຖືກຂັບໄລ່ອອກຈາກສວນເອເດນແລ້ວ, ອາດາມ ແລະ ເອວາ ໄດ້ປະເຊີນກັບອະນາຄົດທີ່ລຳບາກ. ໃນການເປີດປະຕູສູ່ຄວາມເປັນມະຕະ ແລະ ຊີວິດຢູ່ໃນໂລກສຳລັບເຮົາ, ພວກເພິ່ນໄດ້ປິດປະຕູສູ່ຄວາມເປັນອະມະຕະ ແລະ ຊີວິດນິລັນດອນສຳລັບຕົວເອງ. ອີງຕາມການລ່ວງລະເມີດທີ່ທັງສອງໄດ້ເຮັດແບບຮູ້ຕົວເພື່ອເຮົາ, ບັດນີ້ ພວກເພິ່ນຕ້ອງປະເຊີນກັບຄວາມຕາຍທາງຮ່າງກາຍ ແລະ ການຖືກເນລະເທດທາງວິນຍານ, ການແຍກອອກຈາກທີ່ປະທັບຂອງພຣະເຈົ້າຕະຫລອດໄປ.2 ພວກເພິ່ນຈະເຮັດແນວໃດ? ມັນຈະມີທາງອອກຢູ່ບໍກ່ຽວກັບເລື່ອງນີ້? ເຮົາບໍ່ແນ່ໃຈວ່າ ພວກເພິ່ນຖືກອະນຸຍາດໃຫ້ຈື່ໄດ້ຫລາຍປານໃດ ກ່ຽວກັບຄຳແນະນຳທີ່ພວກເພິ່ນໄດ້ຮັບຢູ່ໃນສວນ, ແຕ່ພວກເພິ່ນ ຈື່ ວ່າພວກເພິ່ນໄດ້ເຜົາຖວາຍເຄື່ອງບູຊາ ດ້ວຍລູກແກະເຖິກໂຕໜຶ່ງທີ່ບໍລິສຸດ, ບໍ່ມີບ່ອນຕຳໜິໃດໆ, ເປັນລູກກົກໃນຝູງ ແດ່ພຣະເຈົ້າ.3
ຕໍ່ມາທູດອົງໜຶ່ງໄດ້ມາອະທິບາຍວ່າ ການເສຍສະລະນີ້ ເປັນແບບຢ່າງ, ທີ່ຄ້າຍຄືກັນກັບການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດຂອງໂລກ ທີ່ຈະມາສູ່ໂລກ ຫລັງຈາກພວກເພິ່ນ. ທູດໄດ້ກ່າວເຖິງການຖວາຍຂອງພວກເພິ່ນວ່າ ມັນເປັນແບບຂອງການເສຍສະລະຂອງພຣະອົງດຽວທີ່ຖືກຳເນີດຂອງພຣະບິດາ. ທູດໄດ້ບອກໃຫ້ພວກເພິ່ນກັບໃຈ ແລະ ຮ້ອງຫາພຣະເຈົ້າໃນພຣະນາມຂອງພຣະບຸດຕະຫລອດໄປ.4 ໂຊກດີທີ່ມີທາງອອກ ແລະ ມີທາງຂຶ້ນ.
ຢູ່ໃນສະພາໃນໂລກກ່ອນເກີດທີ່ສະຫວັນ, ພຣະເຈົ້າໄດ້ສັນຍາກັບອາດາມ ແລະ ເອວາ (ແລະ ເຮົາທຸກຄົນ) ວ່າຄວາມຊ່ວຍເຫລືອຈະມາຈາກພຣະບຸດຫົວປີ ທີ່ບໍລິສຸດ, ບໍ່ມີບ່ອນຕຳໜິໃດໆ, ລູກແກະຂອງພຣະເຈົ້າທີ່ “ຖືກຂ້າຕັ້ງແຕ່ຈາກການສ້າງໂລກ,”5 ຊຶ່ງຕໍ່ມາ ອັກຄະສາວົກໂຢຮັນ ໄດ້ບັນຍາຍກ່ຽວກັບພຣະອົງ. ໂດຍການຖວາຍລູກແກະເພື່ອເປັນເຄື່ອງໝາຍໃນຊ່ວງມະຕະ, ອາດາມ ແລະ ລູກຫລານຂອງເພິ່ນ ໄດ້ສະແດງຄວາມເຂົ້າໃຈຂອງພວກເພິ່ນ ເຖິງການເພິ່ງອາໄສຂອງພວກເພິ່ນ ການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ ຜູ້ຊຶ່ງຖືກເຈີມໄວ້.6 ຕໍ່ມາ, ຜ້າເຕັ້ນສັກສິດຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະ ຫລັງຈາກນັ້ນ, ພຣະວິຫານທີ່ໂຊໂລໂມນໄດ້ສ້າງຂຶ້ນ ໄດ້ກາຍເປັນສະຖານທີ່ສຳລັບການເຮັດພິທີການນີ້.
ໜ້າເສຍໃຈທີ່ ໃນເຄື່ອງໝາຍເລື່ອງການກັບໃຈທີ່ຈິງໃຈ ແລະ ການດຳລົງຊີວິດທີ່ເຕັມໄປດ້ວຍສັດທາ, ໂດຍການຖວາຍລູກແກະນ້ອຍທີ່ບໍ່ມີບ່ອນຕຳໜິໃດໆນີ້ ບໍ່ໄດ້ເກີດຜົນດີ, ຕາມທີ່ເປີດເຜີຍຢູ່ໃນພຣະຄຳພີເດີມ. ຄວາມຕັ້ງໃຈຂອງຜູ້ຄົນ ທີ່ຈະຍຶດໝັ້ນຢູ່ໃນສິນທຳ ທີ່ຄຽງຄູ່ໄປກັບການເສຍສະລະນີ້ ກໍບໍ່ຍືນຍົງດົນປານໃດ. ບໍ່ວ່າໃນກໍລະນີໃດ, ມັນບໍ່ໄດ້ຍືນຍົງດົນນານ, ຊຶ່ງກາອິນໄດ້ຂ້າອາເບັນ ນ້ອງຊາຍຂອງຕົນ ໃນຄົນລຸ້ນທຳອິດ.7
ດ້ວຍການທົດລອງ ແລະ ບັນຫາ ທີ່ມີຢູ່ຕະຫລອດເວລາ ໃນຫລາຍສັດຕະວັດ, ເຮົາຈຶ່ງບໍ່ແປກໃຈເລີຍວ່າ ເຫລົ່າສະຫວັນໄດ້ໂຮຮ້ອງດ້ວຍຄວາມຊື່ນຊົມ ເມື່ອພຣະເຢຊູຄຣິດໄດ້ມາກຳເນີດ—ຄືພຣະເມຊີອານັ້ນເອງ ທີ່ສັນຍາໄວ້ເປັນເວລາດົນນານມາແລ້ວ. ຫລັງຈາກການປະຕິບັດສາດສະໜາກິດຢູ່ໃນຊ່ວງມະຕະສັ້ນໆຂອງພຣະອົງ, ລູກແກະທີ່ບໍລິສຸດທີ່ສຸດຂອງງານປັດສະຄາ ໄດ້ຈັດຕຽມສານຸສິດຂອງພຣະອົງ ສຳລັບການສິ້ນພຣະຊົນຂອງພຣະອົງ ໂດຍການແນະນຳສິນລະລຶກ ໃນອາຫານຄ່ຳຂອງພຣະຜູ້ເປັນເຈົ້າ, ເປັນພິທີການແບບສ່ວນຕົວ ທີ່ໄດ້ຖືກແນະນຳໃຫ້ຮູ້ ຢູ່ນອກສວນເອເດນ. ກໍຍັງມີການຖວາຍ, ຍັງມີການມີສ່ວນຮ່ວມໃນການເສຍສະລະຢູ່ຕໍ່ໄປ, ແຕ່ຈະເປັນເຄື່ອງໝາຍທີ່ເລິກຊຶ້ງກວ່າ, ເປັນການສະທ້ອນ ແລະ ເປັນສ່ວນຕົວຫລາຍກວ່າ ເຖິງການຫລັ່ງເລືອດຂອງລູກແກະ. ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວກັບຊາວນີໄຟກ່ຽວກັບເລື່ອງນີ້ ຫລັງຈາກທີ່ພຣະອົງໄດ້ຟື້ນຄືນພຣະຊົນແລ້ວ ວ່າ:
“ພວກເຈົ້າຢ່າໄດ້ຖວາຍເຄື່ອງບູຊາດ້ວຍການຫລັ່ງເລືອດແກ່ເຮົາອີກຕໍ່ໄປ. …
“… ໃຫ້ພວກເຈົ້າຖວາຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດຂອງພວກເຈົ້າແກ່ເຮົາເປັນເຄື່ອງບູຊາ. ແລະ ຜູ້ໃດກໍຕາມທີ່ມາຫາເຮົາດ້ວຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ເຮົາຈະໃຫ້ບັບຕິສະມາແກ່ຜູ້ນັ້ນດ້ວຍໄຟ ແລະ ດ້ວຍພຣະວິນຍານບໍລິສຸດ. …
“… ສະນັ້ນ ຈົ່ງກັບໃຈ, … ແລະ ລອດ.”8
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ດ້ວຍຂ່າວທີ່ໜ້າຕື່ນເຕັ້ນ ກ່ຽວກັບການເນັ້ນເລື່ອງການເພີ່ມການຮຽນຮູ້ພຣະກິດຕິຄຸນ ຢູ່ໃນບ້ານເຮືອນ, ມັນສຳຄັນສຳລັບເຮົາທີ່ຈະຈື່ຈຳວ່າ ເຮົາຍັງຖືກບັນຊາ ໃຫ້ໄປຍັງບ້ານແຫ່ງການອະທິຖານ ແລະ ຖວາຍສິນລະລຶກຂອງເຮົາໃນວັນສັກສິດຂອງພຣະອົງ.9 ນອກເໜືອໄປຈາກການຫາເວລາສິດສອນພຣະກິດຕິຄຸນຢູ່ທີ່ບ້ານແລ້ວ, ການປ່ຽນແປງໃນການປະຊຸມໂບດ ແມ່ນເພື່ອລົດຕາຕະລາງເວລາ ໃນທາງທີ່ເນັ້ນພິທີສິນລະລຶກຂອງອາຫານຄ່ຳຂອງພຣະຜູ້ເປັນເຈົ້າ ວ່າເປັນຈຸດສຸມທີ່ຖືກຍອມຮັບ, ເປັນປະສົບການຂອງການນະມັດສະການທີ່ສັກສິດ ໃນທຸກອາທິດ. ເຮົາຕ້ອງຈື່ຈຳ ໃນທາງທີ່ເປັນສ່ວນຕົວ ເທົ່າທີ່ຈະເປັນໄປໄດ້ວ່າ ພຣະຄຣິດໄດ້ສິ້ນພຣະຊົນ ດ້ວຍຫົວໃຈທີ່ຊອກຊ້ຳ ໂດຍການຮັບເອົາບາບ ແລະ ຄວາມໂສກເສົ້າ ແລະ ຄວາມທຸກທໍລະມານຂອງຄອບຄົວມະນຸດທັງໝົດໄປ.
ເນື່ອງດ້ວຍວ່າ ເຮົາໄດ້ເພີ່ມຄວາມໜັກໜ່ວງໃສ່ພາລະນັ້ນ, ເວລາດັ່ງກ່າວຈຶ່ງຮຽກຮ້ອງໃຫ້ເຮົາມີຄວາມຄາລະວະ. ດັ່ງນັ້ນ, ເຮົາຈຶ່ງຖືກຊຸກຍູ້ໃຫ້ໄປຮອດໂບດກ່ອນເວລາ ດ້ວຍຄວາມຄາລະວະ, ນຸ່ງຖືຮຽບຮ້ອຍ ເພື່ອມີສ່ວນຮ່ວມໃນພິທີການທີ່ສັກສິດນີ້. ການນຸ່ງຖື “ຮຽບຮ້ອຍສຳລັບວັນອາທິດ” ຖືກລະເລີຍຫລາຍແລ້ວ ໃນວັນເວລາຂອງເຮົາ, ແລະ ໃນການສະແດງຄວາມນັບຖືຕໍ່ພຣະອົງ ຜູ້ທີ່ຢູ່ຕໍ່ໜ້າເຮົາ, ເຮົາຄວນຫວນຄືນໄປຫາວັດທະນະທຳດັ້ງເດີມ ເລື່ອງການນຸ່ງຖືຢ່າງຮຽບຮ້ອຍ ໃນເວລາໃດ ແລະ ສຳລັບບ່ອນໃດ ໃຫ້ຫລາຍເທົ່າທີ່ເຮົາສາມາດເຮັດໄດ້.
ກ່ຽວກັບການໄປໃຫ້ທັນເວລາ, ສຳລັບຜູ້ທີ່ເປັນແມ່ລູກອ່ອນ ທີ່ຕ້ອງຕຽມຫລາຍສິ່ງຫລາຍຢ່າງ ທັງລູກເຕົ້າ, ແລະ ເຂົ້າຕົ້ມເຂົ້າໜົມ, ແລະ ຖົງຜ້າອ້ອມ, ພວກເຮົາດີໃຈ ທີ່ທ່ານມາໂບດ ເຖິງແມ່ນມາຊ້າກໍບໍ່ເປັນຫຍັງ. ນອກຈາກນີ້, ກໍຍັງມີບາງຄົນທີ່ຕ້ອງຊ່ວຍດຶງງົວຂຶ້ນຈາກນ້ຳສ້າງ ໃນເຊົ້າຂອງວັນອາທິດ ຢ່າງຫລີກລ້ຽງບໍ່ໄດ້. ເຖິງຢ່າງໃດກໍຕາມ, ຕໍ່ກຸ່ມສຸດທ້າຍນີ້ ພວກເຮົາກ່າວກັບພວກທ່ານວ່າ ການມາຊ້າ ດົນໆເທື່ອໜຶ່ງ ກໍບໍ່ເປັນຫຍັງ, ແຕ່ຖ້າຫາກງົວຕົກລົງນ້ຳສ້າງ ທຸກໆ ວັນອາທິດ, ພວກເຮົາຂໍແນະນຳໃຫ້ພວກທ່ານຂາຍງົວໂຕນັ້ນສາ ຫລື ຖົມນ້ຳສ້າງເສຍ.
ໃນຄວາມຮູ້ສຶກດຽວກັນນັ້ນ, ພວກເຮົາຂໍອ້ອນວອນ ໃນຖານະອັກຄະສາວົກ ວ່າໃຫ້ລົດສຽງວຸ້ນວາຍລົງ ຢູ່ໃນຕຶກໂບດທີ່ສັກສິດ. ເຮົາມັກພົບປະສັງສັນກັນ, ແລະ ເຮົາກໍຄວນເຮັດ—ມັນເປັນຄວາມຊື່ນຊົມຢ່າງໜຶ່ງ ຂອງການມາໂບດ—ແຕ່ເຮົາ ບໍ່ ຄວນສົ່ງສຽງດັງຢູ່ໃນຫ້ອງທີ່ຖືກອຸທິດໄວ້ ສຳລັບການນະມັດສະການ. ຂ້າພະເຈົ້າຢ້ານວ່າ ຜູ້ມາຮ່ວມທີ່ບໍ່ມີຄວາມເຊື່ອດຽວກັນກັບເຮົາ ຈະຕົກໃຈ ເມື່ອເຂົາເຈົ້າເຫັນການຂາດຄວາມຄາລະວະ ໃນບ່ອນທີ່ຄວນເປັນສະຖານທີ່ ສຳລັບການອະທິຖານ, ປະຈັກພະຍານ, ການເປີດເຜີຍ, ແລະ ຄວາມສະຫງົບງຽບ. ບາງທີສະຫວັນອາດຕົກໃຈຄືກັນນໍ້.
ມັນຈະເປັນການດີຕໍ່ກອງປະຊຸມສິນລະລຶກຫລາຍຂຶ້ນ ຖ້າຫາກເຈົ້າໜ້າທີ່ຜູ້ຄວບຄຸມ ມີໜ້າຢູ່ເທິງເວທີ ກ່ອນເວລາເລີ່ມຕົ້ນກອງປະຊຸມ, ຟັງສຽງດົນຕີ ແລະ ເປັນຕົວຢ່າງເລື່ອງການມີຄວາມຄາລະວະ ທີ່ເຮົາທຸກຄົນຄວນເຮັດຕາມ. ຖ້າມີຜູ້ຄົນເວົ້າລົມກັນຢູ່ເທິງເວທີ, ມັນກໍບໍ່ແປກໃຈ ທີ່ຈະເຫັນຜູ້ຄົນອື່ນໆຢູ່ໃນຫ້ອງປະຊຸມເວົ້າລົມກັນ. ພວກເຮົາຂໍຍ້ອງຍໍຝ່າຍອະທິການ ທີ່ຫລີກເວັ້ນຈາກການປະກາດຂ່າວ ທີ່ຫັນຄວາມສົນໃຈຂອງເຮົາ ໄປຈາກການນະມັດສະການ. ຂ້າພະເຈົ້າກໍຄົນໜຶ່ງ ບໍ່ຄິດວ່າປະໂລຫິດຄົນໜຶ່ງ ດັ່ງເຊັ່ນ ຊາກາຣີຢາ—ໃນພຣະວິຫານສະໄໝບູຮານຂອງພຣະຜູ້ເປັນເຈົ້າ, ຜູ້ໄດ້ຮັບສິດທິພິເສດໃຫ້ໄປຮ່ວມພິທີຖວາຍເຄື່ອງບູຊາ ທີ່ພຽງແຕ່ປະໂລຫິດເທົ່ານັ້ນສາມາດເຮັດໄດ້ ຊຶ່ງອາດເປັນຄັ້ງດຽວໃນຊີວິດຂອງລາວ—ຂ້າພະເຈົ້າວາດພາບ ບໍ່ເຫັນລາວຢຸດຢູ່ທີ່ແທ່ນບູຊາ ແລ້ວເວົ້າວ່າ ໃນອີກຫົກອາທິດ ຈະມີການແຂ່ງລົດໄມ້ ແລະ ບໍ່ດົນຕ້ອງໄດ້ຈົດທະບຽນແລ້ວ.
ອ້າຍເອື້ອຍນ້ອງທັງຫລາຍ, ເວລາທີ່ພຣະຜູ້ເປັນເຈົ້າໄດ້ແຕ່ງຕັ້ງໄວ້ນີ້ ເປັນເວລາທີ່ສັກສິດທີ່ສຸດ ໃນອາທິດໜຶ່ງຂອງເຮົາ. ດ້ວຍພຣະບັນຍັດ ເຮົາໄດ້ເຕົ້າໂຮມ ເພື່ອຮັບເອົາພິທີການທີ່ກະທຳເລື້ອຍທີ່ສຸດ ຢູ່ໃນສາດສະໜາຈັກ. ມັນເປັນການລະນຶກເຖິງພຣະອົງ ຜູ້ໄດ້ທູນຂໍວ່າ ຖ້າເປັນໄປໄດ້ ຂໍໃຫ້ຈອກທີ່ພຣະອົງກຳລັງຈະດື່ມ ເລື່ອນໄປຈາກພຣະອົງ, ແຕ່ພຣະອົງໄດ້ຮັບເອົາມັນ ເພາະພຣະອົງຮູ້ວ່າ ເພື່ອເຫັນແກ່ ເຮົາ ຈອກນັ້ນຈະເລື່ອນໄປຈາກພຣະອົງ ບໍ່ ໄດ້. ມັນຈະຊ່ວຍເຮົາໄດ້ຫລາຍ ຖ້າຫາກເຮົາຈື່ຈຳວ່າ ເຄື່ອງໝາຍຂອງຈອກນັ້ນກຳລັງເລື່ອນໃກ້ເຂົ້າມາຫາແຖວບ່ອນເຮົານັ່ງຢູ່ ຢ່າງຊ້າໆ ດ້ວຍມືຂອງກຸ່ມມັກຄະນະຍົກ ອາຍຸ 11 ແລະ 12 ປີ.
ເມື່ອຊົ່ວໂມງທີ່ສັກສິດມາເຖິງ ສຳລັບເຮົາທີ່ຈະຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ, ເຮົາຮູ້ວ່າ ເຮົາມີຄວາມຜິດບາບ ແລະ ຄວາມຂາດຕົກບົກຜ່ອງ ແລະ ມີບັນຫາ ທີ່ເຮົາຕ້ອງໄດ້ແກ້ໄຂ; ນັ້ນຄືເຫດຜົນທີ່ເຮົາໄປທີ່ນັ້ນ. ແຕ່ເຮົາອາດປະສົບຜົນສຳເລັດຫລາຍກວ່າ ໃນຄວາມສຳນຶກຜິດນັ້ນ ຖ້າຫາກເຮົາຄິດກ່ຽວກັບຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ໂສກເສົ້າ ທີ່ຢູ່ອ້ອມຮອບເຮົາ. ອາດມີບາງຄົນທີ່ນັ່ງຢູ່ບໍ່ໄກຈາກເຮົາ ທີ່ກຳລັງຮ້ອງໄຫ້—ອາດສະແດງອອກ ຫລື ງຽບຢູ່—ຕອນຮ້ອງເພງສຳລັບສິນລະລຶກ ແລະ ຄຳອະທິຖານຂອງປະໂລຫິດເຫລົ່ານັ້ນ. ໃຫ້ເຮົາສັງເກດເບິ່ງຢ່າງງຽບໆ ແລະ ສະເໜີການຊ່ວຍປອບໂຍນຊິໄດ້ບໍ ຂະນະທີ່ຮັບສິນລະລຶກ? ຫລື ເຫັນອົກເຫັນໃຈຜູ້ທີ່ກຳລັງດີ້ນລົນ ຫລື ຜູ້ຮ້ອງໄຫ້ ທີ່ ບໍ່ ໄດ້ຢູ່ໃນກອງປະຊຸມ ແລະ, ຜູ້ທີ່ ຖ້າເຮົາບໍ່ຊ່ວຍກູ້, ກໍຄົງບໍ່ໄປຮ່ວມກອງປະຊຸມ ໃນອາທິດຕໍ່ໄປໄດ້? ຫລື ສຳລັບອ້າຍເອື້ອຍນ້ອງຂອງເຮົາ ຜູ້ທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກເລີຍ ແຕ່ ເປັນ ອ້າຍເອື້ອຍນ້ອງຂອງເຮົາ? ຄວາມທຸກທໍລະມານຢູ່ໃນໂລກນີ້ ແມ່ນມີຢູ່ບໍ່ເຄີຍຂາດ, ຢູ່ໃນ ແລະ ຢູ່ນອກສາດສະໜາຈັກ, ສະນັ້ນ ຈົ່ງຫລຽວເບິ່ງຮອບດ້ານ ແລ້ວທ່ານຈະພົບເຫັນຜູ້ທີ່ເຈັບປວດ ຊຶ່ງຄວາມເຈັບປວດນັ້ນ ແມ່ນເກີນກວ່າຈະທົນຕໍ່ໄດ້ ແລະ ຜູ້ທີ່ເຈັບປວດໃຈຢ່າງບໍ່ເຄີຍເຫືອດຫາຍ. ວິທີໜຶ່ງ ທີ່ຈະ “ລະນຶກເຖິງພຣະອົງຕະຫລອດເວລາ”10 ແມ່ນການເຂົ້າຮ່ວມກັບພຣະຜູ້ປິ່ນປົວທີ່ຍິ່ງໃຫຍ່ ໃນວຽກງານທີ່ບໍ່ເຄີຍສິ້ນສຸດ ເພື່ອຊ່ວຍເຫລືອຜູ້ທີ່ແບກຫາບຄວາມໜັກໜ່ວງ ແລະ ແລະ ບັນເທົາຄວາມເຈັບປວດຂອງຜູ້ທີ່ອຸກອັ່ງໃຈ.
ເພື່ອນທີ່ຮັກແພງ, ຂະນະທີ່ເຮົາເປັນໜຶ່ງນຳກັນ ຕະຫລອດທົ່ວໂລກທຸກອາທິດ ໃນສິ່ງທີ່ເຮົາຄາດຫວັງຄື ການຮັບຮູ້ທີ່ສັກສິດເພີ່ມເຕີມ ເຖິງການຊົດໃຊ້ທີ່ຍິ່ງໃຫຍ່ ຂອງພຣະຄຣິດ ສຳລັບມວນມະນຸດທັງປວງ, ຂໍໃຫ້ເຮົາຈົ່ງ ເພີ່ມ “ນ້ຳຕາ [ແລະ] ມີຄວາມເຈັບປວດ ສຳລັບຄວາມໂສກເສົ້າຂອງພຣະອົງ.” ແລະ ແລ້ວ, ເມື່ອເຮົາຄິດໄຕ່ຕອງ, ອະທິຖານ, ແລະ ຕໍ່ພັນທະສັນຍາຂອງເຮົາ, ຂໍໃຫ້ເຮົາໄດ້ຮັບ ຈາກ ສິນລະລຶກນັ້ນ ທີ່ຈະສາມາດ “ອົດທົນກັບຄວາມເຈັບປວດ, … ສັນລະເສີນເມື່ອໄດ້ຮັບການບັນເທົາ.”11 ເພາະຄວາມອົດທົນ ແລະ ການບັນເທົາ, ເພາະຄວາມບໍລິສຸດ ແລະ ຄວາມຫວັງເຊັ່ນນັ້ນ, ຂ້າພະເຈົ້າຂໍອະທິຖານເພື່ອທ່ານທຸກຄົນ ໃນພຣະນາມຂອງພຣະອົງ ຜູ້ຫັກເຂົ້າຈີ່ທີ່ມີຄ່າລ້ຳ ແຫ່ງການໃຫ້ອະໄພ ແລະ ຖອກເຫລົ້າແວງແຫ່ງການໄຖ່ທີ່ສັກສິດ, ແມ່ນແຕ່ພຣະເຢຊູຄຣິດ, ລູກແກະທີ່ຍິ່ງໃຫຍ່ ແລະ ມີເມດຕາ ແລະ ສັກສິດຂອງພຣະເຈົ້າ, ອາແມນ.