ການເຕົ້າໂຮມອິດສະຣາເອນທີ່ຖືກກະຈັດກະຈາຍໄປ
ເຮົາຊ່ວຍເຕົ້າໂຮມຜູ້ທີ່ພຣະຜູ້ເປັນເຈົ້າເລືອກໄວ້ ຢູ່ທັງສອງຟາກມ່ານ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂໍຂອບໃຈສຳລັບສັດທາຂອງທ່ານ, ການອຸທິດຕົນຂອງທ່ານ, ແລະ ຄວາມຮັກຂອງທ່ານ. ເຮົາມີໜ້າທີ່ຮັບຜິດຊອບສຳຄັນຮ່ວມກັນ ເພື່ອຈະເປັນຜູ້ຄົນທີ່ພຣະຜູ້ເປັນເຈົ້າປາດຖະໜາໃຫ້ເຮົາເປັນ ແລະ ເພື່ອຈະເຮັດສິ່ງທີ່ພຣະອົງປາດຖະໜາໃຫ້ເຮົາເຮັດ. ເຮົາເປັນພາກສ່ວນຂອງການເຄື່ອນໄຫວທີ່ຍິ່ງໃຫຍ່—ການເຕົ້າໂຮມອິດສະຣາເອນທີ່ຖືກກະຈັດກະຈາຍໄປ. ຂ້າພະເຈົ້າກ່າວເຖິງຄຳສອນນີ້ ໃນມື້ນີ້ ເພາະຄວາມສຳຄັນພິເສດຂອງມັນໃນແຜນນິລັນດອນຂອງພຣະເຈົ້າ.
ພັນທະສັນຍາຂອງອັບຣາຮາມ
ໃນສະໄໝບູຮານ, ພຣະຜູ້ເປັນເຈົ້າໄດ້ອວຍພອນອັບຣາຮາມດ້ວຍຄຳສັນຍາວ່າ ຈະເຮັດໃຫ້ລູກຫລານຂອງເພິ່ນເປັນຜູ້ຄົນທີ່ຖືກເລືອກໄວ້.1 ການກ່າວເຖິງພັນທະສັນຍານີ້ ມີຢູ່ຕະຫລອດທົ່ວພຣະຄຳພີ. ຮ່ວມຢູ່ດ້ວຍແມ່ນຄຳສັນຍາວ່າ ພຣະບຸດຂອງພຣະເຈົ້າຈະມາເກີດຜ່ານທາງຕະກຸນຂອງອັບຣາຮາມ, ວ່າຈະໄດ້ຮັບແຜ່ນດິນແຫ່ງໜຶ່ງເປັນມູນມໍລະດົກ, ວ່າປະຊາຊາດ ແລະ ຕະກຸນຂອງແຜ່ນດິນໂລກຈະໄດ້ຮັບພອນຜ່ານທາງເຊື້ອສາຍຂອງເພິ່ນ, ແລະ ອີກຫລາຍກວ່ານັ້ນ.2 ເຖິງແມ່ນພັນທະສັນຍາບາງຢ່າງໄດ້ສຳເລັດແລ້ວ, ແຕ່ພຣະຄຳພີມໍມອນສິດສອນວ່າ ພັນທະສັນຍາຂອງອັບຣາຮາມຈະສຳເລັດພຽງແຕ່ໃນຍຸກສຸດທ້າຍນີ້ເທົ່ານັ້ນ!3 ມັນຍັງເນັ້ນອີກວ່າ ເຮົາກໍເປັນຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ.4 ເຮົາມີສິດທິພິເສດທີ່ຈະມີສ່ວນຮ່ວມໃນການບັນລຸຄຳສັນຍາເຫລົ່ານີ້. ນີ້ເປັນເວລາທີ່ໜ້າຕື່ນເຕັ້ນພຽງໃດທີ່ຈະມີຊີວິດຢູ່!
ອິດສະຣາເອນຖືກກະຈັດຈະກາຍໄປ
ໃນຖານະລູກຫລານຂອງອັບຣາຮາມ, ຊົນເຜົ່າຂອງອັບຣາຮາມໃນສະໄໝບູຮານໄດ້ມີສິດອຳນາດຂອງຖານະປະໂລຫິດ ແລະ ພອນຕ່າງໆຂອງພຣະກິດຕິຄຸນ, ແຕ່ໃນທີ່ສຸດຜູ້ຄົນໄດ້ກະບົດ. ພວກເຂົາໄດ້ຂ້າບັນດາສາດສະດາ ແລະ ໄດ້ຖືກພຣະຜູ້ເປັນເຈົ້າລົງໂທດ. ສິບເຜົ່າໄດ້ຖືກນຳໄປເປັນຊະເລີຍໃນປະເທດອັດຊີເຣຍ. ຈາກທີ່ນັ້ນພວກເຂົາໄດ້ກາຍເປັນເຜົ່າທີ່ສູນຫາຍໄປໃນບັນທຶກຂອງມະນຸດຊາດ. (ເຫັນໄດ້ຢ່າງແຈ້ງຊັດວ່າ, ສິບເຜົ່ານັ້ນບໍ່ໄດ້ສູນຫາຍໄປສຳລັບພຣະຜູ້ເປັນເຈົ້າ.) ສອງເຜົ່າທີ່ເຫລືອຢູ່ໄດ້ດຳເນີນຕໍ່ໄປໃນຊ່ວງໄລຍະສັ້ນໆ ແລະ ແລ້ວ, ຍ້ອນການກະບົດຂອງພວກເຂົາ, ພວກເຂົາຈຶ່ງຖືກຈັບໄປເປັນຊະເລີຍໃນບາບີໂລນ.5 ເວລາພວກເຂົາກັບຄືນມາ, ພວກເຂົາໄດ້ເປັນທີ່ໂປດປານຂອງພຣະຜູ້ເປັນເຈົ້າ, ແຕ່ອີກເທື່ອໜຶ່ງ ພວກເຂົາບໍ່ໄດ້ໃຫ້ກຽດແກ່ພຣະອົງ. ພວກເຂົາໄດ້ປະຕິເສດ ແລະ ໝິ່ນປະໝາດພຣະອົງ. ພຣະບິດາທີ່ມີຄວາມຮັກ ແຕ່ໂສກເສົ້າໄດ້ປະຕິຍານວ່າ, “ເຮົາຈະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍໄປຢູ່ໃນປະເທດຕ່າງໆ,”6 ແລະ ພຣະອົງກໍໄດ້ເຮັດເຊັ່ນນັ້ນ—ໄປສູ່ບັນດາປະຊາຊາດທັງປວງ.
ອິດສະຣາເອນຈະຖືກເຕົ້າໂຮມ
ຄຳສັນຍາຂອງພຣະເຈົ້າສຳລັບການເຕົ້າໂຮມອິດສະຣາເອນທີ່ຖືກກະຈັດຈະກາຍນັ້ນ ໄດ້ຖືກກ່າວອອກມາຢ່າງແຈ້ງຊັດທີ່ເທົ່າທຽມກັນ.7 ເອຊາຢາ, ຍົກຕົວຢ່າງ, ໄດ້ເຫັນວ່າ ຢູ່ໃນວັນເວລາສຸດທ້າຍພຣະຜູ້ເປັນເຈົ້າຈະສົ່ງ “ຜູ້ສົ່ງຂ່າວທີ່ວ່ອງໄວ” ໄປຫາຜູ້ຄົນ “ທີ່ມີຮູບຮ່າງສູງ ແລະ ມີຜິວພັນກ້ຽງໃສ.”8
ຄຳສັນຍາແຫ່ງການເຕົ້າໂຮມນີ້, ທີ່ພົບເຫັນຢູ່ໃນຫລາຍຂໍ້ທົ່ວພຣະຄຳພີ, ຈະບັນລຸຜົນສຳເລັດຢ່າງແນ່ນອນ ດັ່ງຄຳທຳນາຍເລື່ອງການກະຈັດກະຈາຍຂອງອິດສະຣາເອນ.9
ສາດສະໜາຈັກຂອງພຣະເຢຊູຄຣິດໃນສູນກາງແຫ່ງເວລາ ແລະ ການປະຖິ້ມຄວາມເຊື່ອ
ກ່ອນການຄຶງຂອງພຣະອົງ, ອົງພຣະເຢຊູຄຣິດເຈົ້າໄດ້ສະຖາປະນາສາດສະໜາຈັກຂອງພຣະອົງຂຶ້ນ. ມັນຮ່ວມດ້ວຍອັກຄະສາວົກ, ສາດສະດາ, ສາວົກເຈັດສິບ, ຄູສອນ, ແລະ ອື່ນໆ.10 ແລະ ພຣະອາຈານໄດ້ສົ່ງສານຸສິດຂອງພຣະອົງໄປໃນໂລກເພື່ອສັ່ງສອນພຣະກິດຕິຄຸນຂອງພຣະອົງ.11
ເມື່ອເວລາຜ່ານໄປ ສາດສະໜາຈັກທີ່ພຣະຜູ້ເປັນເຈົ້າໄດ້ສະຖາປະນາຂຶ້ນ ໄດ້ຕົກຢູ່ໃນຄວາມເສື່ອມໂຊມທາງວິນຍານ. ຄຳສອນຂອງພຣະອົງຖືກປ່ຽນແປງ; ພິທີການຂອງພຣະອົງຖືກແກ້ໄຂ. ການປະຖິ້ມຄວາມເຊື່ອທີ່ຍິ່ງໃຫຍ່ໄດ້ເກີດຂຶ້ນດັ່ງທີ່ໂປໂລໄດ້ບອກລ່ວງໜ້າ, ຜູ້ທີ່ຮູ້ວ່າພຣະຜູ້ເປັນເຈົ້າຈະບໍ່ສະເດັດກັບມາອີກ “ຈົນກວ່າການທໍລະຍົດຈະເກີດຂຶ້ນກ່ອນ.”12
ການປະຖິ້ມຄວາມເຊື່ອຄັ້ງຍິ່ງໃຫຍ່ໄດ້ເກີດຂຶ້ນຕາມແບບແຜນຂອງການສິ້ນສຸດຍຸກສະໄໝທີ່ຜ່ານມາ. ຍຸກສະໄໝທຳອິດແມ່ນໃນຊ່ວງເວລາຂອງອາດາມ. ແລ້ວແມ່ນຍຸກສະໄໝຂອງເອນົກ, ໂນອາ, ອັບຣາຮາມ, ໂມເຊ, ແລະ ອື່ນໆ. ສາດສະດາແຕ່ລະທ່ານໄດ້ມີໜ້າທີ່ມອບໝາຍຈາກສະຫວັນໃຫ້ສິດສອນເລື່ອງຄວາມເປັນພຣະເຈົ້າ ແລະ ຄຳສອນຂອງອົງພຣະເຢຊູຄຣິດເຈົ້າ. ໃນແຕ່ລະຍຸກສະໄໝ ຄຳສອນເຫລົ່ານີ້ມີຈຸດປະສົງເພື່ອຊ່ວຍເຫລືອຜູ້ຄົນ. ແຕ່ເພາະການບໍ່ເຊື່ອຟັງຂອງພວກເຂົາ ຈຶ່ງກໍ່ໃຫ້ເກີດການປະຖິ້ມຄວາມເຊື່ອ. ດັ່ງນັ້ນ, ໃນທຸກສະໄໝທີ່ຜ່ານມາ ມັນຈຶ່ງຖືກຈຳກັດດ້ວຍເວລາ ແລະ ສະຖານທີ່. ມັນຖືກຈຳກັດດ້ວຍເວລາ ຍ້ອນວ່າແຕ່ລະຄັ້ງມັນສິ້ນສຸດລົງດ້ວຍການປະຖິ້ມຄວາມເຊື່ອ. ມັນຖືກຈຳກັດດ້ວຍສະຖານທີ່ ຊຶ່ງເປັນບ່ອນນ້ອຍໆໃນແຜ່ນດິນໂລກ.
ການຟື້ນຟູຂອງທຸກສິ່ງ
ດັ່ງນັ້ນຈຶ່ງຈຳເປັນຕ້ອງມີການຟື້ນຟູຢ່າງສົມບູນ. ພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດໄດ້ເອີ້ນສາດສະດາໂຈເຊັບ ສະມິດ ໃຫ້ເປັນສາດສະດາຂອງຍຸກສະໄໝນີ້. ອຳນາດຈາກສະຫວັນທັງໝົດຂອງຍຸກສະໄໝທີ່ຜ່ານມາໄດ້ຖືກຟື້ນຟູຜ່ານທາງເພິ່ນ.13 ຍຸກສະໄໝຂອງຄວາມສົມບູນແຫ່ງເວລານີ້ ຈະບໍ່ຖືກກຳນົດດ້ວຍເວລາ ຫລື ດ້ວຍສະຖານທີ່. ມັນຈະບໍ່ສິ້ນສຸດລົງດ້ວຍການປະຖິ້ມຄວາມເຊື່ອ, ແລະ ມັນຈະແຜ່ອອກໄປທົ່ວໂລກ.14
ການເຕົ້າໂຮມອິດສະຣາເອນ—ພາກສ່ວນສຳຄັນຂອງການຟື້ນຟູທຸກສິ່ງ
ດັ່ງທີ່ເປໂຕ ແລະ ໂປໂລໄດ້ທຳນາຍໄວ້ວ່າ, ທຸກ ສິ່ງຈະໄດ້ຮັບການຟື້ນຟູໃນຍຸກສະໄໝນີ້. ສະນັ້ນ, ໃນພາກສ່ວນໜຶ່ງຂອງການເຕົ້າໂຮມ, ການເຕົ້າໂຮມອິດສະຣາເອນທີ່ລໍຄອຍມານານຈະຕ້ອງເກີດຂຶ້ນ.15 ມັນເປັນການກະທຳທີ່ຈຳເປັນກ່ອນການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ.16
ຄຳສອນແຫ່ງການເຕົ້າໂຮມ ເປັນຄຳສອນທີ່ສຳຄັນປະການໜຶ່ງຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ພຣະຜູ້ເປັນເຈົ້າໄດ້ປະກາດວ່າ: “ເຮົາຈະໃຫ້ເຄື່ອງໝາຍແກ່ເຈົ້າ … ຄືເຮົາຈະເຕົ້າໂຮມຜູ້ຄົນຂອງເຮົາຈາກການແຕກກະຈັດກະຈາຍໄປເປັນເວລາດົນນານຂອງພວກເຂົາ, ໂອ້ ເຊື້ອສາຍອິດສະຣາເອນ, ແລະ ຈະສະຖາປະນາຊີໂອນຂອງເຮົາຂຶ້ນໃນບັນດາພວກເຂົາອີກ.”17 ການອອກມາຂອງພຣະຄຳພີມໍມອນ ເປັນເຄື່ອງໝາຍຕໍ່ໂລກວ່າ ພຣະຜູ້ເປັນເຈົ້າໄດ້ເລີ່ມຕົ້ນເຕົ້າໂຮມອິດສະຣາເອນ ແລະ ເຮັດໃຫ້ພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບອັບຣາຮາມ, ອີຊາກ, ແລະ ຢາໂຄບສຳເລັດຜົນ.18 ເຮົາບໍ່ພຽງແຕ່ສິດສອນຄຳສອນຂອງພຣະອົງເທົ່ານັ້ນ, ແຕ່ເຮົາຍັງມີສ່ວນຮ່ວມໃນນັ້ນນຳອີກ. ເຮົາເຮັດດັ່ງນີ້ຂະນະທີ່ເຮົາຊ່ວຍເຕົ້າໂຮມຜູ້ທີ່ພຣະຜູ້ເປັນເຈົ້າເລືອກໄວ້ ຢູ່ທັງສອງຟາກມ່ານ.
ພຣະຄຳພີມໍມອນແມ່ນຈຳເປັນຕໍ່ວຽກງານນີ້. ມັນປະກາດເຖິງຄຳສອນແຫ່ງການເຕົ້າໂຮມ.19 ມັນເຮັດໃຫ້ຜູ້ຄົນຮຽນຮູ້ກ່ຽວກັບພຣະເຢຊູຄຣິດ, ໃຫ້ເຊື່ອພຣະກິດຕິຄຸນຂອງພຣະອົງ, ແລະ ໃຫ້ເຂົ້າຮ່ວມສາດສະໜາຈັກຂອງພຣະອົງ. ຕາມຈິງແລ້ວ, ຖ້າບໍ່ມີພຣະຄຳພີມໍມອນ, ການເຕົ້າໂຮມອິດສະຣາເອນທີ່ສັນຍາໄວ້ກໍຈະບໍ່ເກີດຂຶ້ນ.20
ສຳລັບເຮົາແລ້ວ ຊື່ ອັບຣາຮາມ ທີ່ມີກຽດນີ້ແມ່ນສຳຄັນຫລາຍ. ມັນຖືກກ່າວເຖິງໃນຫລາຍຂໍ້ ຢູ່ໃນພຣະຄຳພີແຫ່ງການຟື້ນຟູ ຫລາຍກວ່າໃນທຸກໆບົດໃນພຣະຄຣິສຕະທຳຄຳພີ.21 ອັບຣາຮາມຖືກເຊື່ອມໂຍງເຂົ້າກັບສະມາຊິກທຸກຄົນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.22 ພຣະຜູ້ເປັນເຈົ້າໄດ້ຢືນຢັນພັນທະສັນຍາຂອງອັບຣາຮາມອີກຄັ້ງໃນວັນເວລາຂອງເຮົາ ຜ່ານທາງສາດສະດາໂຈເຊັບ ສະມິດ.23 ໃນພຣະວິຫານ ເຮົາໄດ້ຮັບພອນອັນສູງສົ່ງ, ໃນຖານະເປັນລູກຫລານຂອງອັບຣາຮາມ, ອີຊາກ, ແລະ ຢາໂຄບ.24
ຍຸກສະໄໝຂອງຄວາມສົມບູນແຫ່ງເວລາ
ພຣະເຈົ້າໄດ້ເຫັນຍຸກສະໄໝຂອງຄວາມສົມບູນແຫ່ງເວລານີ້ລ່ວງໜ້າ ວ່າເປັນເວລາແຫ່ງການເຕົ້າໂຮມ, ທັງໃນສະຫວັນ ແລະ ແຜ່ນດິນໂລກ. ເປໂຕຮູ້ວ່າ ຫລັງຈາກຊ່ວງໄລຍະຂອງການປະຖິ້ມຄວາມເຊື່ອ, ແລ້ວການຟື້ນຟູຈະເກີດຂຶ້ນ. ເພິ່ນ, ຜູ້ທີ່ໄດ້ຢູ່ກັບພຣະຜູ້ເປັນເຈົ້າ ໃນພູແຫ່ງການປ່ຽນສະພາບ ໄດ້ປະກາດວ່າ:
“ດັ່ງນັ້ນຈົ່ງກັບໃຈໃໝ່ສາໂດຍຫັນຄືນມາຫາພຣະເຈົ້າ ເພື່ອພຣະອົງຈະອະໄພບາບກຳໃຫ້ພວກທ່ານ, ເພື່ອເວລາແຫ່ງຄວາມພັກຜ່ອນຢ່ອນໃຈຈະໄດ້ມາຈາກພຣະພັກຂອງພຣະຜູ້ເປັນເຈົ້າ; …
“ພຣະອົງຈຳຕ້ອງຢູ່ໃນສະຫວັນ ຈົນກວ່າເຖິງເວລາທີ່ທຸກສິ່ງຖືກຕັ້ງຂຶ້ນໃໝ່, ຕາມທີ່ພຣະເຈົ້າໄດ້ກ່າວໄວ້ໂດຍທາງບັນດາສາດສະດາບໍລິສຸດຂອງພຣະອົງ ຕັ້ງແຕ່ດົນນານມາແລ້ວ.”25
ໃນສະໄໝໃໝ່ ພຣະເຈົ້າໄດ້ສົ່ງອັກຄະສາວົກເປໂຕ, ຢາໂກໂບ, ແລະ ໂຢຮັນ ມາເພື່ອມອບ “ຂໍກະແຈແຫ່ງອານາຈັກຂອງ [ພຣະອົງ], ແລະ ຍຸກສະໄໝແຫ່ງພຣະກິດຕິຄຸນເປັນ ເທື່ອສຸດທ້າຍໃຫ້; ແລະ ສຳລັບຄວາມສົມບູນແຫ່ງເວລາ,” ຊຶ່ງໃນນັ້ນພຣະອົງຈະ “ເຕົ້າໂຮມທຸກສິ່ງເຂົ້າກັນ, ທັງສິ່ງໃນສະຫວັນ, ແລະ ສິ່ງເທິງແຜ່ນດິນໂລກ.”26
ໃນປີ 1830 ສາດສະດາໂຈເຊັບ ສະມິດ ໄດ້ຮຽນຮູ້ເຖິງທູດສະຫວັນຊື່ ອີລາຍ, ຜູ້ທີ່ມີຂໍກະແຈທີ່ຈະເຮັດໃຫ້ເກີດ “ການຟື້ນຟູຂອງທຸກສິ່ງ.”27
ຫົກປີຈາກນັ້ນ ພຣະວິຫານເຄີດແລນໄດ້ຖືກອຸທິດ. ຫລັງຈາກພຣະຜູ້ເປັນເຈົ້າໄດ້ຮັບເອົາບ້ານທີ່ສັກສິດແຫ່ງນັ້ນ, ເຫລົ່າທູດສະຫວັນໄດ້ມາພ້ອມກັບຂໍກະແຈແຫ່ງຖານະປະໂລຫິດ. ໂມເຊໄດ້ປະກົດ28 “ແລະ ໄດ້ມອບໝາຍ … ຂໍກະແຈແຫ່ງການເຕົ້າໂຮມຂອງຊາວອິດສະຣາເອນຈາກສີ່ທິດຂອງແຜ່ນດິນໂລກ, ແລະ ການນຳພາສິບເຜົ່າມາຈາກແຜ່ນດິນທາງເໜືອ.
“ຫລັງຈາກນີ້, ອີລາຍໄດ້ປະກົດ, ແລະ ໄດ້ມອບໝາຍຍຸກສະໄໝແຫ່ງພຣະກິດຕິຄຸນຂອງອັບຣາຮາມໃຫ້, ໂດຍກ່າວວ່າ ໃນພວກເຮົາ ແລະ ລູກຫລານຂອງພວກເຮົາ ຄົນທຸກລຸ້ນຕໍ່ຈາກພວກເຮົາຈະໄດ້ຮັບພອນ.”29
ແລ້ວສາດສະດາເອລີຢາໄດ້ມາ ແລະ ປະກາດວ່າ, “ຈົ່ງເບິ່ງ, ເວລາມາເຖິງໂດຍສົມບູນແລ້ວ, ຊຶ່ງໄດ້ກ່າວໂດຍປາກຂອງມາລາກີ—ໂດຍເປັນພະຍານວ່າ ເພິ່ນ [ເອລີຢາ] ຈະຖືກສົ່ງມາ, ກ່ອນມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຈະມາເຖິງ—ເພື່ອຫັນໃຈພໍ່ມາຫາລູກ, ແລະ ຫັນໃຈລູກໄປຫາພໍ່, ຖ້າບໍ່ດັ່ງນັ້ນທັງແຜ່ນດິນໂລກຈະຖືກສາບແຊ່ງ.”30
ເຫດການເຫລົ່ານີ້ໄດ້ເກີດຂຶ້ນເມື່ອວັນທີ 3 ເດືອນເມສາ, 1836,31 ແລະ ເຮັດໃຫ້ຄຳທຳນາຍຂອງມາລາກີບັນລຸຜົນສຳເລັດ.32 ຂໍກະແຈທີ່ສັກສິດຂອງຍຸກສະໄໝນີ້ກໍໄດ້ຖືກຟື້ນຟູ.33
ການເຕົ້າໂຮມຈິດວິນຍານຢູ່ຟາກມ່ານເບື້ອງນັ້ນ
ຄຳເຊື້ອເຊີນດ້ວຍຄວາມເມດຕາໃຫ້ “ມາຫາພຣະຄຣິດ”34 ກໍສາມາດສົ່ງໄປເຖິງຜູ້ທີ່ຕາຍປາດສະຈາກຄວາມຮູ້ເລື່ອງພຣະກິດຕິຄຸນ.35 ພາກສ່ວນການຕຽມຂອງເຂົາເຈົ້າຮຽກຮ້ອງຄວາມພະຍາຍາມຂອງຄົນອື່ນຢູ່ໃນໂລກນີ້. ເຮົາຮວບຮວມໃບສືບລຳດັບເຊື້ອສາຍ, ສ້າງໃບປະຫວັດຄອບຄົວ, ແລະ ເຮັດວຽກງານແທນຢູ່ໃນພຣະວິຫານ ເພື່ອເຕົ້າໂຮມຜູ້ຄົນໃຫ້ມາຫາພຣະຜູ້ເປັນເຈົ້າ ແລະ ເຂົ້າສູ່ຄອບຄົວຂອງເຂົາເຈົ້າ.36
ມີສ່ວນຮ່ວມໃນການເຕົ້າໂຮມ: ເຮັດຄຳໝັ້ນສັນຍາໂດຍພັນທະສັນຍາ
ຢູ່ເທິງໂລກ, ວຽກງານເຜີຍແຜ່ແມ່ນຈຳເປັນໃນການເຕົ້າໂຮມອິດສະຣາເອນ. ທຳອິດ ພຣະກິດຕິຄຸນຕ້ອງຖືກນຳໄປຫາ “ຝູງແກະທີ່ເສຍແຫ່ງປະຊາຊົນຂອງຊາດອິດສະຣາເອນ.”37 ດ້ວຍເຫດນີ້, ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ຈຶ່ງໄດ້ອອກໄປປະກາດເຖິງການຟື້ນຟູ. ໃນຫລາຍປະເທດ ຜູ້ສອນສາດສະໜາຂອງພວກເຮົາໄດ້ໄປຊອກຫາຄົນອິດສະຣາເອນທີ່ຖືກກະຈັດກະຈາຍໄປ; ເຂົາເຈົ້າໄດ້ນຳຫາພວກເຂົາ “ຕາມຫລືບຫີນ”; ແລະ ເຂົາເຈົ້າໄດ້ຕຶກເອົາພວກເຂົາຄືກັນກັບຕຶກປາ ດັ່ງທີ່ໄດ້ເຮັດໃນສະໄໝບູຮານ.38
ການເລືອກທີ່ຈະມາຫາພຣະຄຣິດ ບໍ່ຂຶ້ນກັບວ່າເຮົາອາໄສຢູ່ໃສ; ມັນເປັນເລື່ອງຂອງຄຳໝັ້ນສັນຍາຂອງບຸກຄົນ. ຜູ້ຄົນສາມາດ “ຖືກນຳມາສູ່ຄວາມຮູ້ເລື່ອງພຣະຜູ້ເປັນເຈົ້າ”39 ໂດຍທີ່ບໍ່ຕ້ອງໜີຈາກບ້ານເກີດເມືອງນອນຂອງຕົນ. ມັນກໍຈິງ, ໃນຕອນເລີ່ມຕົ້ນຂອງສາດສະໜາຈັກ, ການປ່ຽນໃຈເຫລື້ອມໃສ ສ່ວນຫລາຍແມ່ນໝາຍເຖິງການຍົກຍ້າຍໄປອາເມຣິກາ. ແຕ່ໃນເວລານີ້ ການເຕົ້າໂຮມເກີດຂຶ້ນຢູ່ໃນແຕ່ລະປະເທດ. ພຣະຜູ້ເປັນເຈົ້າໄດ້ອອກຄຳສັ່ງໃຫ້ສະຖາປະນາຊີໂອນຂຶ້ນ40 ໃນແຕ່ລະຂອບເຂດທີ່ພຣະອົງໄດ້ປະທານການເກີດ ແລະ ສັນຊາດໃຫ້ໄພ່ພົນຂອງພຣະອົງ. ພຣະຄຳພີໄດ້ບອກລ່ວງໜ້າວ່າ ຜູ້ຄົນ “ຈະຖືກເຕົ້າໂຮມກັບບ້ານໄປຫາແຜ່ນດິນຊຶ່ງເປັນມູນມໍລະດົກຂອງພວກເຂົາ, ແລະ ຈະຖືກສະຖາປະນາຂຶ້ນໃນແຜ່ນດິນແຫ່ງຄຳສັນຍາທັງໝົດຂອງພວກເຂົາ.”41 “ທຸກປະເທດກໍຈະເປັນທີ່ເຕົ້າໂຮມຜູ້ຄົນຂອງມັນ.”42 ບ່ອນທີ່ເຕົ້າໂຮມໄພ່ພົນຊາວບຣາຊິນ ກໍຢູ່ໃນປະເທດບຣາຊິນ; ບ່ອນທີ່ເຕົ້າໂຮມໄພ່ພົນຊາວນີເຊຣີ ກໍຢູ່ໃນປະເທດນີເຊຣີ; ບ່ອນທີ່ເຕົ້າໂຮມໄພ່ພົນເກົາຫລີ ກໍຢູ່ໃນປະເທດເກົາຫລີ; ແລະ ອື່ນໆ. ຊີໂອນຄື “ຜູ້ທີ່ມີໃຈບໍລິສຸດ.”43 ຊີໂອນຄືບ່ອນທີ່ໄພ່ພົນທີ່ຊອບທຳອາໄສຢູ່. ການຈັດພິມ, ການສື່ສານ, ແລະ ການປະຊຸມ ທີ່ມີຢູ່ໃນປະຈຸບັນ ເຮັດໃຫ້ສະມາຊິກເກືອບທຸກຄົນສາມາດເຂົ້າເຖິງພຣະກິດຕິຄຸນ, ຂໍກະແຈ, ພິທີການ, ແລະ ພອນຂອງພຣະກິດຕິຄຸນ, ບໍ່ວ່າເຂົາເຈົ້າຈະຢູ່ໃສກໍຕາມ.
ຄວາມປອດໄພທາງວິນຍານມັກຈະຂຶ້ນຢູ່ກັບ ວິທີ ທີ່ບຸກຄົນດຳລົງຊີວິດ, ບໍ່ແມ່ນຂຶ້ນກັບ ສະຖານທີ່ ທີ່ເຂົາເຈົ້າດຳລົງຊີວິດ. ໄພ່ພົນໃນທຸກປະເທດມີສິດເທົ່າທຽມກັນ ທີ່ຈະໄດ້ຮັບພອນຂອງພຣະຜູ້ເປັນເຈົ້າ.
ວຽກງານນີ້ຂອງພຣະເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ແມ່ນຈິງແທ້. ພຣະອົງຊົງພຣະຊົນຢູ່. ພຣະເຢຊູຄືພຣະຄຣິດ. ນີ້ແມ່ນສາດສະໜາຈັກຂອງພຣະອົງ, ໄດ້ຖືກຟື້ນຟູເພື່ອບັນລຸຈຸດໝາຍປາຍທາງອັນສູງສົ່ງຂອງສາດສະໜາຈັກ, ລວມທັງການເຕົ້າໂຮມອິດສະຣາເອນ. ປະທານກໍດອນ ບີ ຮິງລີ ເປັນສາດສະດາຂອງພຣະເຈົ້າໃນປະຈຸບັນ. ຂ້າພະເຈົ້າເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.