2023
ຄຳ​ສຸດ​ທ້າຍ: ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ
ເດືອນ​ສິງ​ຫາ 2023


“Seek Understanding,” For the Strength of Youth, Aug. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ສິງ​ຫາ 2023

ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ

ຮູບ​ພາບ
ຍິງ​ສາວ​ກັບ​ຕະ​ກຽງ​ນໍ້າ​ມັນ

ພາບ​ປະ​ກອບ ໂດຍ ເອັມ​ມະ​ລີ ໂຈນສ໌

ຈຸດ​ປະ​ສົງ​ຂອງ​ເຮົາ​ໃນ​ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຕ້ອງ​ແມ່ນ​ເພື່ອ​ເພີ່ມ​ສັດ​ທາ​ໃນ​ພຣະ​ເຈົ້າ ແລະ ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ທີ່​ສູງ​ສົ່ງ​ຂອງ​ພຣະ​ອົງ ແລະ ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ເພື່ອ​ບັນ​ລຸ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ທີ່​ຍືນ​ຍາວ. ສັດ​ທາ​ທີ່​ເພີ່ມ​ຂຶ້ນ ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຊັ່ນ​ນັ້ນ ຈະ​ຊ່ວຍ​ໃຫ້​ເຮົາ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ຊຶ່ງ​ຈະ​ເສີມ​ສ້າງ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ໃນ​ການ​ຕິດ​ຕາມ​ພຣະ​ເຢ​ຊູ ແລະ ການ​ສ້າງ​ການ​ປ່ຽນ​ແປງ​ທາງ​ວິນ​ຍານ​ໃນ​ຕົວ​ເຮົາ. ການ​ປ່ຽນ​ແປງ​ນີ້​ຈະ​ນຳ​ຊີ​ວິດ​ທີ່​ມີ​ຄວາມ​ສຸກ​ຂຶ້ນ, ມີ​ປະ​ສິດ​ທິ​ພາບ​ຂຶ້ນ, ແລະ ມີ​ສຸ​ຂະ​ພາບ​ດີ​ຂຶ້ນ​ມາ​ສູ່​ເຮົາ ແລະ ຊ່ວຍ​ໃຫ້​ເຮົາ​ຮັກ​ສາ​ທັດ​ສະ​ນະ​ນິ​ລັນ​ດອນ.

ຮູບ​ພາບ
ຊາຍ​ໜຸ່ມ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ເພື່ອ​ທີ່​ຈະ​ບັນ​ລຸ​ສິ່ງ​ນີ້, ເຮົາ​ຕ້ອງ​ສະ​ໜິດ​ໃນ​ພຣະ​ເຢ​ຊູ​ຄຣິດ​ໂດຍ ການ​ດື່ມ​ດ່ຳ ໃນ​ພຣະ​ຄຳ​ພີ, ປິ​ຕິ​ຍິນ​ດີ​ໃນ​ມັນ, ຮຽນ​ຮູ້​ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ພະ​ຍາ​ຍາມ​ຢ່າງ​ໜັກ​ເພື່ອ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ດຳ​ລົງ. ເມື່ອ​ນັ້ນ ເຮົາ​ຈະ​ໄດ້​ຮູ້​ຈັກ​ພຣະ​ອົງ ແລະ ຮູ້​ຈັກ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ໂດຍ​ຮູ້​ວ່າ ເມື່ອ​ເຮົາ​ມາ​ຫາ​ພຣະ​ອົງ ແລະ ເຊື່ອ​ໃນ​ພຣະ​ອົງ, ເຮົາ​ຈະ​ບໍ່​ມີ​ວັນ​ຢາກ​ເຂົ້າ ຫລື ຫິວ​ນໍ້າ​ຈັກ​ເທື່ອ (ເບິ່ງ ໂຢ​ຮັນ 6:35).

ຮູບ​ພາບ
ຊາຍ​ໜຸ່ມ​ກຳ​ລັງ​ອະ​ທິ​ຖານ

ສິ່ງ​ນັ້ນ​ບໍ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ. ການ​ປັບ ຕົວ​ເຮົາ​ໃຫ້​ເຂົ້າ​ກັບ​ອິດ​ທິ​ພົນ​ສູງ​ສຸດ​ແຫ່ງ​ຄວາມ​ເປັນ​ພຣະ​ເຈົ້າ​ນັ້ນ ບໍ່​ແມ່ນ​ເລື່ອງ​ງ່າຍ; ມັນ​ຮຽກ​ຮ້ອງ​ໃຫ້​ມີ​ການ​ເອີ້ນ​ຫາ​ພຣະ​ເຈົ້າ ແລະ ການ​ຮຽນ​ຮູ້​ວິ​ທີ​ນຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມາ​ສູ່​ສູນ​ກາງ​ຂອງ​ຊີ​ວິດ​ຂອງ​ເຮົາ.

ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງ​ຈັບ​ໃຈ​ຂອງ​ນາງ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຢ່າງ​ເອົາ​ຈິງ​ເອົາ​ຈັງ, ເຕັມ​ໃຈ, ແນ່ວ​ແນ່, ແລະ ຈິງ​ໃຈ ແລະ ສິດ​ສອນ​ກັນ​ແລະ​ກັນ​ດ້ວຍ​ຈຸດ​ປະ​ສົງ​ທີ່​ແທ້​ຈິງ ແລະ ພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ, ແລ້ວ​ຄຳ​ສອນ​ເຫລົ່າ​ນີ້​ອາດ​ປ່ຽນ​ໃຈ ແລະ ດົນ​ໃຈ​ໃຫ້​ມີ​ຄວາມ​ປາດ​ຖະ​ໜາ​ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ.

ພິມ