2023
ພຣະ​ຄຣິດ​ໄດ້​ຊົງ​ຖືກ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ
ເດືອນ​ກັນ​ຍາ 2023


“Now Is Christ Risen,” For the Strength of Youth, Sept. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ກັນ​ຍາ 2023

ພຣະ​ຄຣິດ​ໄດ້​ຊົງ​ຖືກ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ

ຮຽນ​ຮູ້​ສິ່ງ​ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ສິດ​ສອນ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ

The Resurrected Christ [ພຣະ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ], ໂດຍ ວິວສັນ ເຈ ອອງ

ພຣະ​ຄຣິດ​ໄດ້​ຊົງ​ຖືກ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ

ພຣະ​ເຢ​ຊູ​ຄຣິດ​ໄດ້​ສິ້ນ​ພຣະ​ຊົນ​ເທິງ​ໄມ້​ກາງ​ແຂນ, ໄດ້​ຖືກ​ວາງ​ໄວ້​ໃນ​ອຸບ​ມຸງ, ແລະ ໄດ້​ຟື້ນ​ຄືນ​ມາ​ຈາກ​ຄວາມ​ຕາຍ​ໃນ​ມື້​ທີ​ສາມ.

ຜົນ​ແລກ​ໃນ​ພວກ​ຄົນ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ນັ້ນ

ຄຳ​ສັບ​ພາ​ສາ​ກຣີກ​ທີ່​ຖືກ​ໃຊ້​ໃນ​ທີ່​ນີ້​ສຳ​ລັບ ຜົນ​ແລກ ໝາຍ​ເຖິງ​ຜົນ​ລະ​ປູກ​ທຳ​ອິດ​ຂອງ​ປີ. ມັນ​ເປັນ​ຜົນ​ທຳ​ອິດ​ທີ່​ຕ້ອງ​ຖືກ​ເກັບ​ກ່ຽວ—ຜົນ​ທຳ​ອິດ​ຂອງ​ຜົນ​ອື່ນໆ​ອີກ​ຫລາຍ​ຜົນ​ທີ່​ຈະ​ຕາມ​ມາ.

ວະ​ລີ ຄົນ​ທີ່​ລ່ວງ​ລັບ​ໄປ ໝາຍ​ເຖິງ “ຜູ້​ທີ່​ໄດ້​ຕາຍ​ໄປ.”

ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ທໍາ​ອິດ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ, ແລະ ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ.

ຄວາມ​ຕາຍ​ໄດ້​ມີ​ມາ​ທາງ​ມະ​ນຸດ

ນີ້​ແມ່ນ​ກຳ​ລັງ​ເວົ້າ​ເຖິງ​ອາ​ດາມ. ການ​ຕົກ​ຂອງ​ເພິ່ນ​ໝາຍ​ຄວາມ​ວ່າ ທຸກ​ຄົນ​ທີ່​ມາ​ສູ່​ໂລກ​ນີ້​ຈະ​ຕ້ອງ​ຕາຍ. (ເບິ່ງ ໂມ​ເຊ 4.)

ຄົນ​ທັງ​ປວງ​ກໍ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ມີ​ຊີ​ວິດ ເພາະ​ກ່ຽວ​ເນື່ອງ​ກັບ​ພຣະ​ຄຣິດ

ເພາະ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ. ນີ້​ໝາຍ​ຄວາມ​ວ່າ ທຸກ​ຄົນ​ທີ່​ເຄີຍ​ມີ​ຊີ​ວິດ ຫລື ຈະ​ມີ​ຊີ​ວິດ ຈະ​ຟື້ນ​ຄືນ​ຊີ​ວິດ. ວິນ​ຍານ​ຂອງ​ເຮົາ​ຈະ​ລວມ​ເຂົ້າ​ກັບ​ຮ່າງ​ກາຍ​ອີກ​ຄັ້ງ, ແລະ ຮ່າງ​ກາຍ​ຂອງ​ເຮົາ​ຈະ​ຖືກ​ເຮັດ​ໃຫ້​ສົມ​ບູນ​ແບບ ແລະ ເປັນ​ອະ​ມະ​ຕະ. (ເບິ່ງ ແອວ​ມາ 11:43–45.)

ພິມ