​​For the Strength of Youth
ເຮົາ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ
ເດືອນ​ມັງ​ກອນ 2024


“I Am a Disciple of Jesus Christ,” For the Strength of Youth, Jan. 2024.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ມັງ​ກອນ 2024

ເຮົາ​ເປັນ ສາ​ນຸ​ສິດ ຂອງ ພຣະ​ເຢ​ຊູ​ຄຣິດ

ເຈົ້າ​ສາ​ມາດ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເຜີຍ​ແຜ່​ພຣະ​ຄຳ​ຂອງ​ພຣະ​ອົງ​ໃຫ້​ແກ່​ຄົນ​ອື່ນ.

ຮູບ​ພາບ
ໂລ​ໂກ້​ຄຳ​ຂວັນ​ຊາວ​ໜຸ່ມ​ປະ​ຈຳ​ປີ 2024

ເຈົ້າ​ເຄີຍ​ສົງ​ໄສ​ບໍ່​ວ່າ ເປັນ​ຫຍັງ, ຫລັງ​ຈາກ​ທີ່​ປິ່ນ​ປົວ​ຜູ້​ຄົນ​ແລ້ວ, ພຣະ​ເຢ​ຊູ​ຈຶ່ງ​ໄດ້​ບອກ​ພວກ​ເຂົາ​ບໍ່​ໃຫ້​ບອກ​ໃຜ (ເບິ່ງ ມາ​ຣະ​ໂກ 7:36)? ເຫດ​ຜົນ​ໜຶ່ງ​ອາດ​ກ່ຽວ​ຂ້ອງ​ກັບ​ປະ​ເພດ​ຂອງ​ຜູ້​ຕິດ​ຕາມ​ທີ່​ພຣະ​ອົງ​ຕ້ອງ​ການ. ເຈົ້າ​ອາດ​ຄິດ​ວ່າ ຖ້າ​ຄົນ​ທັງ​ຫລາຍ​ເວົ້າ​ກ່ຽວ​ກັບ​ການ​ປິ່ນ​ປົວ​ຂອງ​ພວກ​ເຂົາ​ແລ້ວ ມັນ​ຈະ​ເປັນ​ວິ​ທີ​ທີ່​ດີ​ສຳ​ລັບ​ພຣະ​ເຢ​ຊູ​ທີ່​ຈະ​ດຶງ​ດູດ​ຜູ້​ຕິດ​ຕາມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຢ​ຊູ​ບໍ່​ໄດ້​ຕ້ອງ​ການ​ພຽງ​ແຕ່​ຜູ້​ຕິດ​ຕາມ​ເທົ່າ​ນັ້ນ. ພຣະ​ອົງ​ຕ້ອງ​ການ ສາ​ນຸ​ສິດ.

ພຣະ​ເຢ​ຊູ​ໄດ້​ກ່າວ​ແກ່​ເປ​ໂຕ ແລະ ອັນ​ເດ​ອາ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ” (ມັດ​ທາຍ 4:19). ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ຂອງ​ຂໍ້​ພຣະ​ຄຳ​ພີ​ນັ້ນ​ອ່ານ​ວ່າ, “ເຮົາ​ຄື​ຜູ້​ທີ່​ສາດ​ສະ​ດາ​ໄດ້​ຂຽນ​ເຖິງ; ຈົ່ງ​ຕາມ​ເຮົາ​ມາ” (ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 4:18 [ໃນ ມັດ​ທາຍ 4:19, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ]). ການ​ເຊື້ອ​ເຊີນ​ບໍ່​ແມ່ນ​ໃຫ້​ໃຊ້​ເວ​ລາ​ຢູ່​ກັບ​ພຣະ​ອົງ​ພຽງ​ແຕ່​ຊົ່ວ​ໄລ​ຍະ​ໜຶ່ງ. ພຣະ​ອົງ​ຕ້ອງ​ການ​ໃຫ້​ພວກ​ເພິ່ນ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຕະ​ຫລອດ​ໄປ.

ພຣະ​ອົງ​ບໍ່​ໄດ້​ພຽງ​ແຕ່​ຕ້ອງ​ການ​ໃຫ້​ພວກ​ເພິ່ນ​ເບິ່ງ​ພຣະ​ອົງ​ສິດ​ສອນ​ຜູ້​ຄົນ, ຮັກ​ຜູ້​ຄົນ, ແລະ ເຮັດ​ການ​ອັດ​ສະ​ຈັນ​ເທົ່າ​ນັ້ນ. ພຣະ​ອົງ​ຕ້ອງ​ການ​ໃຫ້​ພວກ​ເພິ່ນ​ເຮັດ​ເຊັ່ນ​ດຽວ​ກັນ. ພຣະ​ອົງ​ຕ້ອງ​ການ​ໃຫ້​ວຽກ​ງານ​ຂອງ​ພຣະ​ອົງ​ກາຍ​ເປັນ​ວຽກ​ງານ​ຂອງ​ພວກ​ເພິ່ນ. ການ​ເລືອກ​ພຣະ​ຄຣິດ ໝາຍ​ຄວາມ​ວ່າ ພວກ​ເພິ່ນ​ຈະ​ຮຽນ​ຮູ້​ທີ່​ຈະ​ຮັບ​ໃຊ້​ເຊັ່ນ​ດຽວ​ກັບ​ທີ່​ພຣະ​ອົງ​ໄດ້​ຮັບ​ໃຊ້ ແລະ ຄິດ​ເຊັ່ນ​ດຽວ​ກັບ​ທີ່​ພຣະ​ອົງ​ໄດ້​ຄິດ. ພວກ​ເພິ່ນ​ຈະ​ດຳ​ເນີນ​ການ​ດຳ​ລົງ​ຊີ​ວິດ​ດັ່ງ​ທີ່​ພຣະ​ອົງ​ໄດ້​ດຳ​ລົງ, ແລະ ພຣະ​ອົງ​ຈະ​ສິດ​ສອນ​ພວກ​ເພິ່ນ​ພິ​ເສດ ແລະ ໃຫ້​ຄວາມ​ຊ່ວຍ​ເຫລືອ​ທີ່​ຈຳ​ເປັນ​ແກ່​ພວກ​ເພິ່ນ ເພື່ອ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

ຄຳ​ພາ​ສາ​ກຣີກ​ສຳ​ລັບ​ສາ​ນຸ​ສິດ​ແມ່ນ mathetes. ມັນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ຜູ້​ຕິດ​ຕາມ ຫລື ນັກ​ຮຽນ. ມັນ​ມັກ​ຈະ​ຖືກ​ແປ​ວ່າ ນັກ​ຮຽນ​ຝຶກ​ຫັດ. ໃນ​ສະ​ໄໝ​ຂອງ​ພຣະ​ຄຣິດ, ໂດຍ​ທົ່ວ​ໄປ​ແລ້ວ, ສາ​ນຸ​ສິດ​ຈະ​ເລືອກ​ອາ​ຈານ​ຈາກ​ຜູ້​ທີ່​ພວກ​ເຂົາ​ຕ້ອງ​ການ​ຢາກ​ຮຽນ​ຮູ້​ນຳ ໂດຍ​ມຸ້ງ​ຫວັງ​ທີ່​ຈະ​ກາຍ​ເປັນ​ອາ​ຈານ​ເອງ. ພຣະ​ຄຣິດ​ບໍ່​ໄດ້​ເຮັດ​ຕາມ​ແນວ​ທາງ​ປະ​ຕິ​ບັດ​ທົ່ວ​ໄປ. ພຣະ​ອົງ​ປີ້ນ​ມັນ ແລະ ໄດ້​ຊອກ​ຫາ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ແທນ. ສະ​ໄໝ​ນີ້, ພຣະ​ຄຣິດ​ເອີ້ນ​ຫາ​ເຮົາ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ. ພຣະ​ອົງ​ເອີ້ນ​ເຮົາ​ເພື່ອ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ແລະ ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ອົງ​ທ່າມ​ກາງ​ຜູ້​ຄົນ​ຂອງ​ພຣະ​ອົງ ເພື່ອ​ວ່າ​ພວກ​ເຂົາ​ຈະ​ມີ​ຊີ​ວິດ​ອັນ​ເປັນ​ນິດ (ເບິ່ງ 3 ນີ​ໄຟ 5:13).

ຍິງ​ໜຸ່ມ​ຄົນ​ໜຶ່ງ​ຈາກ​ປະ​ເທດ​ໄຮ​ຕີ​ໃນ​ຄາ​ຣິ​ບຽນ ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຂອງ​ນາງ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ ໂດຍ​ການ​ເຊື້ອ​ເຊີນ​ໝູ່​ຂອງ​ນາງ​ຜູ້​ທີ່​ບໍ່​ເປັັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃຫ້​ມາ​ກອງ​ປະ​ຊຸມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ກັບ​ນາງ. ຕອນ​ທຳ​ອິດ ພໍ່​ຂອງ​ໝູ່​ນາງ​ບໍ່​ຢາກ​ອະ​ນຸ​ຍາດ​ໃຫ້​ລູກ​ສາວ​ຂອງ​ລາວ​ໄປ. ບັນ​ດາ​ຜູ້​ນຳ​ສາດ​ສະ​ໜາ​ຈັກ​ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ປະ​ສົບ​ການ​ທາງ​ບວກ​ທີ່​ກຳ​ລັງ​ລໍ​ຖ້າ​ນາງ​ຢູ່ ແລະ ບັນ​ດາ​ທີ່​ປຶກ​ສາ​ຜູ້​ໃຫຍ່​ໜຸ່ມ​ທີ່​ດີ​ເລີດ ຜູ້​ທີ່​ຈະ​ຄອຍ​ເບິ່ງ​ແຍງ​ນາງ. ຜູ້​ເປັນ​ພໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ລູກ​ສາວ​ຂອງ​ລາວ​ເຂົ້າ​ຮ່ວມ, ແລະ ຫລັງ​ຈາກ​ທີ່​ເຫັນ​ຄວາມ​ແຕກ​ຕ່າງ​ທີ່​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ນາງ, ລາວ​ກໍ​ອະ​ນຸ​ຍາດ​ໃຫ້​ນາງ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ ແລະ—ຫົກ​ເດືອນ​ຕໍ່​ມາ—ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ.

ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຈາກ​ປະ​ເທດ​ອາກ​ຊັງ​ຕິນ​ໃນ​ອາ​ເມ​ຣິ​ກາ​ໃຕ້ ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຂອງ​ລາວ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ ໂດຍ​ການ​ແບ່ງ​ປັນ​ເຂົ້າ​ໜົມ​ອົມ​ກັບ​ໝູ່​ຄົນ​ໜຶ່ງ ຂະ​ນະ​ທີ່​ພວກ​ເຂົາ​ຂີ່​ລົດ​ເມ​ໄປ​ໂຮງ​ຮຽນ. ເມື່ອ​ລາວ​ມາ​ຮອດ​ກ້ອນ​ລົດ​ກາ​ເຟ, ລາວ​ໄດ້​ອະ​ທິ​ບາຍ​ວ່າ ລາວ​ບໍ່​ເຄີຍ​ພັດ​ທະ​ນາ​ລົດ​ສະ​ນິ​ຍົມ​ຕໍ່​ລົດ​ຊາດ​ນັ້ນ​ເລີຍ ເພາະ​ວ່າ​ບໍ່​ມີ​ໃຜ​ໃນ​ຄອບ​ຄົວ​ຂອງ​ລາວ​ກິນ​ກາ​ເຟ. ນັ້ນ​ໄດ້​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ, ຊຶ່ງ​ໄດ້​ນຳ​ໄປ​ສູ່​ການ​ເຊື້ອ​ເຊີນ​ໃຫ້​ມາ​ຮ່ວມ​ການ​ປະ​ຊຸມ​ຕ່າງໆ, ຊຶ່ງ​ທ້າຍ​ທີ່​ສຸດ ໄດ້​ເຮັດ​ໃຫ້​ໝູ່​ລາວ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ແລະ ຮັບ​ໃຊ້​ເຜີຍ​ແຜ່​ໃນ​ປະ​ເທດ​ຈີ​ເລ.

ບໍ່​ແມ່ນ​ທຸກ​ຄົນ​ທີ່​ເຈົ້າ​ເວົ້າ​ນຳ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ ຫລື ເຊື້ອ​ເຊີນ​ໃຫ້​ໄປ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ຢາກ​ເຂົ້າ​ຮ່ວມ. ບໍ່​ເປັນ​ຫຍັງ. ບໍ່​ແມ່ນ​ທຸກ​ຄົນ​ທີ່​ພຣະ​ຄຣິດ​ໄດ້​ເວົ້າ​ນຳ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ​ໄດ້​ເຂົ້າ​ຮ່ວມ​ເຊັ່ນ​ກັນ. ເຖິງ​ຢ່າງ​ນັ້ນ​ກໍ​ດີ, ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ປະ​ທານ​ຄວາມ​ກ້າ​ຫານ ແລະ ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ​ໃຫ້​ແກ່​ເຮົາ. ເຮົາ​ຈະ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຍິ່ງ​ຂຶ້ນ, ແລະ ນັ້ນ​ຄື​ສິ່ງ​ທີ່​ສາ​ນຸ​ສິດ​ເຮັດ.

ພິມ