​​For the Strength of Youth
ເຮົາ​ສັນ​ຍາ​ຫຍັງ​ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ?
ເດືອນ​ມິ​ຖຸ​ນາ 2024


“What exactly do we promise when we’re baptized?,” For the Strength of Youth, June 2024.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ມິ​ຖຸ​ນາ 2024

ເຮົາ​ສັນ​ຍາ​ຫຍັງ​ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ?

ຮູບ​ພາບ
ການ​ບັບ​ຕິ​ສະ​ມາ

ການ​ບັບ​ຕິ​ສະ​ມາ, ໂດຍ ແອນ​ນີ ເຮັນ​ຣີ ເນ​ເດີ

ພຣະ​ຄຳ​ພີ​ສິດ​ສອນ​ເຮົາ​ວ່າ ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ (ຫລື ສັນ​ຍາ) ທີ່​ຈະ​ເຕັມ​ໃຈ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຮັບ​ໃຊ້​ພຣະ​ເຈົ້າ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ (ເບິ່ງ ໂມ​ໄຊ​ຢາ 18:10; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37, 77).

ເຮົາ​ຍັງ​ຮຽນ​ຮູ້​ຢູ່​ໃນ​ພຣະ​ຄຳ​ພີ​ອີກ​ວ່າ ການ​ບັບ​ຕິ​ສະ​ມາ​ຊ່ວຍ​ເຮົາ​ໃຫ້​ບັນ​ລຸ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ “ທີ່​ຈະ​ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ແລະ ມີ​ຊື່​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ” (ໂມ​ໄຊ​ຢາ 18:8). ໃນ​ອີກ​ຄຳ​ໜຶ່ງ, ເຫດ​ຜົນ​ໜຶ່ງ​ທີ່​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແມ່ນ​ຍ້ອນ​ວ່າ​ເຮົາ​ຕ້ອງ​ການ​ທີ່​ຈະ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ມີ​ຄວາມ​ສຸກ​ກັບ​ຄວາມ​ຮັກ ແລະ ການ​ເປັນ​ພາກ​ສ່ວນ​ທີ່​ມາ​ຈາກ​ການ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ໃນ​ພຣະ​ຄຣິດ.

ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ສາ​ມາດ​ປະ​ກອບ​ດ້ວຍ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ. ຍົກ​ຕົວ​ຢ່າງ, ມັນ​ລວມ​ທັງ​ການ “ເຕັມ​ໃຈ​ທີ່​ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, … ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ, ແລະ ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໃຈ, ແລະ ຈະ​ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ” (ໂມ​ໄຊ​ຢາ 18:8–9).

ພິມ