​​For the Strength of Youth
ຄວາມ​ສຳ​ພັນ​ທີ່​ມີ​ພະ​ລັງ
ເດືອນ​ສິງ​ຫາ 2024


ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ສິງ​ຫາ 2024

ຄວາມ​ສຳ​ພັນ ທີ່​ມີ​ພະ​ລັງ

ພັນ​ທະ​ສັນ​ຍາ​ເປັນ​ຫລາຍ​ກວ່າ​ສັນ​ຍາ; ມັນ​ເປັນ​ຄວາມ​ສຳ​ພັນ.

ຮູບ​ພາບ
ຕັ່ງ​ສີ​ຂຽວ

ຂ້າ​ພະ​ເຈົ້າ​ຍັງ​ມີ​ຮູບ​ຂອງ​ຕັ່ງ​ສີ​ຂຽວ​ທີ່​ແອວ​ເດີ ພິສ໌​ໂທນ ແລະ ແອວ​ເດີ ໂມ​ຣາສ໌​ໂຄ ໄດ້​ນັ່ງ​ຢູ່ ຂະ​ນະ​ທີ່​ເຂົາ​ເຈົ້າ​ສິດ​ສອນ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ປະ​ເທດ​ອາກ​ຊັງ​ຕິນ. ເຂົາ​ເຈົ້າ​ສິດ​ສອນ​ດ້ວຍ​ອຳ​ນາດ​ແຫ່ງ​ວິນ​ຍານ​ທີ່​ຫລວງ​ຫລາຍ ຈົນ​ວ່າ​ເອື້ອຍ​ທີ່​ອາ​ຍຸ 10 ປີ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ (ອາ​ຍຸ 9 ປີ) ຈະ​ແລ່ນ​ໄປ​ຈັບ​ຕັ່ງ​ຫລັງ​ຈາກ​ທີ່​ເຂົາ​ເຈົ້າ​ກັບ​ແລ້ວ, ໂດຍ​ຫວັງ​ວ່າ​ອຳ​ນາດ​ນັ້ນ​ຈະ​ແຜ່​ມາ​ຖືກ​ໂຕ​ພວກ​ເຮົາ.

ບໍ່​ດົນ ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮຽນ​ຮູ້​ວ່າ ອຳ​ນາດ​ບໍ່​ໄດ້​ມາ​ຈາກ​ຕັ່ງ ແຕ່​ມາ​ຈາກ​ການ​ມີ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ.

ປະ​ສົບ​ການ​ການ​ບັບ​ຕິ​ສະ​ມາ​ຂອງ​ຂ້າ​ພະ​ເຈົ້າ

ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ວັນ​ທີ 13 ເດືອນ​ພະ​ຈິກ, 1977. ຂ້າ​ພະ​ເຈົ້າ​ຈື່​ບໍ່​ໄດ້​ຫລາຍ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ແອວ​ເດີ ພິສ໌​ໂທນ ຊ່ວຍ​ຂ້າ​ພະ​ເຈົ້າ​ລົງ​ໄປ​ໃນ​ນໍ້າ ແລະ ແອວ​ເດີ ໂມ​ຣາສ໌​ໂຄ ຢືນ​ຢັນ​ຂ້າ​ພະ​ເຈົ້າ​ຂະ​ນະ​ທີ່​ຜົມ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ປຽກ​ຢູ່. ຂ້າ​ພະ​ເຈົ້າ​ຍັງ​ຈື່​ຄວາມ​ຊື່ນ​ຊົມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ ຂະ​ນະ​ທີ່​ໝູ່​ເພື່ອນ​ໃນ​ຫວອດ​ກອດ ແລະ ຈູບ​ຂ້າ​ພະ​ເຈົ້າ​ໃນ​ວິ​ຖີ​ອາກ​ຊັງ​ຕິນ ແລະ ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ ໃນ​ການ​ເປັນ​ທິ​ດາ​ທີ່​ຊື່​ສັດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຮູບ​ພາບ
ຄອບ​ຄົວ​ຢູ່​ທີ່​ການ​ບັບ​ຕິ​ສະ​ມາ

ຊິດ​ສະ​ເຕີ ສະ​ແປນ​ນາວສ໌ ຕອນ​ຍັງ​ນ້ອຍ (ກາງ) ກັບ​ພໍ່​ແມ່​ຂອງ​ເພິ່ນ (ຊ້າຍ), ເອື້ອຍ​ຂອງ​ເພິ່ນ ຊິລ໌​ວິ​ນາ (ຂວາ​ສຸດ), ແລະ ແອວ​ເດີ ໂມ​ຣາສ໌​ໂຄ.

ຕໍ່​ມາ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ ຄວາມ​ຊື່ນ​ຊົມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ນັ້ນ ແມ່ນ​ມາ​ຈາກ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ເມື່ອ​ຂ້າ​ພະ​ເຈົ້າ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ພຣະ​ເຈົ້າ​ຢ່າງ​ຊື່​ສັດ​ແລ້ວ, ພຣະ​ວິນ​ຍານ​ຈະ​ສະ​ຖິດ​ຢູ່​ກັບ​ຂ້າ​ພະ​ເຈົ້າ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພຽງ​ແຕ່​ໜຶ່ງ​ໃນ​ພອນ​ທີ່​ມີ​ພະ​ລັງ​ຕ່າງໆ ທີ່​ມາ​ຈາກ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ.

ບັດ​ນີ້, ແມ່ນ​ແຕ່​ເມື່ອ​ແຮງ​ຈູງ​ໃຈ, ຄວາມ​ຄິດ, ແລະ ການ​ກະ​ທຳ​ຂອງ​ຂ້າ​ພະ​ເຈົ້າ​ຂາດ​ເຂີນ, ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມ​ຫວັງ​ທີ່​ຈະ​ພະ​ຍາ​ຍາມ​ຕໍ່​ໄປ. ຍ້ອນ​ຫຍັງ? ຍ້ອນ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ຈະ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ເຮັດ​ພັນ​ທະ​ສັນ​ຍາ​ໃໝ່່​ແຕ່​ລະ​ອາ​ທິດ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ຕໍ່​ພອນ​ນັ້ນ​ຫລາຍ.

ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ທີ່​ອົບ​ອຸ່ນ

ເຮົາ​ມັກ​ຈະ​ໄດ້​ຍິນ​ວ່າ ພັນ​ທະ​ສັນ​ຍາ​ແມ່ນ​ຄຳ​ສັນ​ຍາ​ສອງ​ທາງ​ລະ​ຫວ່າງ​ເຮົາ​ກັບ​ພຣະ​ເຈົ້າ. ຂະ​ນະ​ທີ່​ນັ້ນ​ເປັນ​ຄວາມ​ຈິງ, ມັນ​ກໍ​ບໍ່​ເປັນ​ພຽງ​ແຕ່​ເທົ່າ​ນັ້ນ. ໃນ​ຄວາມ​ເປັນ​ຈິງ​ແລ້ວ, “ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ບໍ່​ແມ່ນ​ຂໍ້​ຕົກ​ລົງ​ທາງ​ທຸ​ລະ​ກິດ ແຕ່​ແມ່ນ​ຄວາມ​ສຳ​ພັນ​ທີ່​ອົບ​ອຸ່ນ.”

ສະ​ນັ້ນ ເຈົ້າ​ຈະ​ສ້າງ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນວ​ໃດ? ພວກ​ພຣະ​ອົງ​ຮັກ​ເຈົ້າ​ຢ່າງ​ສົມ​ບູນ​ຢູ່​ແລ້ວ ແລະ ຢາກ​ອວຍ​ພອນ​ເຈົ້າ (ເບິ່ງ 3 ນີ​ໄຟ 14:11). ແຕ່​ຄວາມ​ສຳ​ພັນ​ສອງ​ທາງ​ໃດໆ​ກໍ​ໃຊ້​ເວ​ລາ ແລະ ຄວາມ​ຮັກ​ຈາກ​ທັງ​ສອງ​ຝ່າຍ​ກັນ​ທັງ​ນັ້ນ.

ເຈົ້າ​ຢາກ​ໃຊ້​ເວ​ລາ​ກັບ​ພວກ​ພຣະ​ອົງ​ຫລາຍ​ຍິ່ງ​ຂຶ້ນ​ບໍ່? ເມື່ອ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ພວກ​ພຣະ​ອົງ​ຈະ​ເຮັດ, ເຈົ້າ​ກໍ​ກຳ​ລັງ​ຍ່າງ​ໄປ​ກັບ​ພວກ​ພຣະ​ອົງ! ນັ້ນ​ອາດ​ລຽບ​ງ່າຍ​ເທົ່າໆ​ກັບ​ການ​ຮັບ​ຟັງ​ໝູ່​ຄົນ​ໜຶ່ງ​ໃນ​ລະ​ຫວ່າງ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ, ການ​ຫາ​ເວ​ລາ​ເພື່ອ​ມາ​ຫລິ້ນ​ກັບ​ອ້າຍ​ເອື້ອຍ​ນ້ອງ, ຫລື ລວມ​ຄົນ​ບາງ​ຄົນ​ທີ່​ຮູ້​ສຶກ​ວ່າ​ຖືກ​ລະ​ເລີຍ. ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ເວ​ລາ​ຍ່າງ​ກັບ​ພຣະ​ເຈົ້າ ໂດຍ​ການ​ອັດ​ຂໍ້​ຄວາມ​ສຽງ ແລະ ສົ່ງ​ຂໍ້​ຄວາມ​ຫາ​ໝູ່​ຄົນ​ໜຶ່ງ​ໃນ​ອາກ​ຊັງ​ຕິນ ຜູ້​ທີ່​ຮູ້​ສຶກ​ໂດດ​ດ່ຽວ. ຂ້າ​ພະ​ເຈົ້າ​ຍັງ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຮັກ​ສາ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃຫ້​ໃຊ້​ງານ​ໄດ້​ຢູ່​ສະ​ເໝີ ເພື່ອ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ໃຊ້​ເວ​ລາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ບ້ານ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ. ເຈົ້າ​ສາ​ມາດ​ອະ​ທິ​ຖານ​ຂໍ​ແນວ​ຄິດ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ໃຊ້​ເວ​ລາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຈົ້າ.

ເຈົ້າ​ຢາກ​ສະ​ແດງ​ໃຫ້​ພວກ​ພຣະ​ອົງ​ເຫັນ​ວ່າ​ເຈົ້າ​ໃສ່​ໃຈ​ບໍ? ປະ​ຕິ​ບັດ​ຕໍ່​ພຣະ​ບັນ​ຍັດ​ທີ່​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ວ່າ​ຈະ​ຮັກ​ສາ ເພື່ອ​ເປັນ​ວິ​ທີ​ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ຂອງ​ເຈົ້າ, ບໍ່​ແມ່ນ​ລາຍ​ການ​ກ່ຽວ​ກັບ​ກົດ​ເທົ່າ​ນັ້ນ. ຍົກ​ຕົວ​ຢ່າງ, ເພື່ອ​ທີ່​ຈະ​ໃຊ້​ຊີ​ວິດ​ຕາມ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວິ​ທີ​ເຮັດ​ອາ​ຫານ​ທີ່​ດີ​ຕໍ່​ສຸ​ຂະ​ພາບ. ບັດ​ນີ້ ຂ້າ​ພະ​ເຈົ້າ​ກຳ​ລັງ​ສອນ​ພວກ​ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ເຮັດ​ເຊັ່ນ​ດຽວ​ກັນ. ຂະ​ນະ​ທີ່​ເຈົ້າ​ເຕັມ​ໃຈ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ຄວາມ​ຮັກ​ຂອງ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ອົງ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ຈະ​ເຕີບ​ໂຕ​ຂຶ້ນ.

ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຈະ​ຊ່ວຍ​ໃຫ້​ເຮົາ​ຮູ້​ຈັກ​ພຣະ​ອົງ​ດີ​ຂຶ້ນ ແລະ ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພວກ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ—ຫລາຍ​ກວ່າ​ສິ່ງ​ອື່ນ​ໃດ​ທີ່​ຊຸດ​ຕັ່ງ​ສີ​ຂຽວ​ຈະ​ມີ​ໃຫ້​ຢ່າງ​ບໍ່​ມີ​ຂອບ​ເຂດ. ແລະ ອຳ​ນາດ​ນັ້ນ​ຈະ​ປ່ຽນ​ແປງ​ເຮົາ​ຕະ​ຫລອດ​ໄປ!

ແຫລ່ງ​ອ້າງ​ອີງ

  1. Ann M. Madsen, ໃນ Truman G. Madsen, The Temple: Where Heaven Meets Earth (2008), 69.

ພິມ