ຂ່າວສານປະຈຳເດືອນ For the Strength of Youth, ເດືອນສິງຫາ 2024
ຄວາມສຳພັນ ທີ່ມີພະລັງ
ພັນທະສັນຍາເປັນຫລາຍກວ່າສັນຍາ; ມັນເປັນຄວາມສຳພັນ.
ຂ້າພະເຈົ້າຍັງມີຮູບຂອງຕັ່ງສີຂຽວທີ່ແອວເດີ ພິສ໌ໂທນ ແລະ ແອວເດີ ໂມຣາສ໌ໂຄ ໄດ້ນັ່ງຢູ່ ຂະນະທີ່ເຂົາເຈົ້າສິດສອນຄອບຄົວຂອງຂ້າພະເຈົ້າໃນບ້ານຂອງຂ້າພະເຈົ້າໃນປະເທດອາກຊັງຕິນ. ເຂົາເຈົ້າສິດສອນດ້ວຍອຳນາດແຫ່ງວິນຍານທີ່ຫລວງຫລາຍ ຈົນວ່າເອື້ອຍທີ່ອາຍຸ 10 ປີຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ (ອາຍຸ 9 ປີ) ຈະແລ່ນໄປຈັບຕັ່ງຫລັງຈາກທີ່ເຂົາເຈົ້າກັບແລ້ວ, ໂດຍຫວັງວ່າອຳນາດນັ້ນຈະແຜ່ມາຖືກໂຕພວກເຮົາ.
ບໍ່ດົນ ຂ້າພະເຈົ້າກໍໄດ້ຮຽນຮູ້ວ່າ ອຳນາດບໍ່ໄດ້ມາຈາກຕັ່ງ ແຕ່ມາຈາກການມີຄວາມສຳພັນແຫ່ງພັນທະສັນຍາກັບພຣະເຈົ້າ ແລະ ພຣະເຢຊູຄຣິດ.
ປະສົບການການບັບຕິສະມາຂອງຂ້າພະເຈົ້າ
ຂ້າພະເຈົ້າໄດ້ເຮັດພັນທະສັນຍາທຳອິດຂອງຂ້າພະເຈົ້າໃນວັນທີ 13 ເດືອນພະຈິກ, 1977. ຂ້າພະເຈົ້າຈື່ບໍ່ໄດ້ຫລາຍກ່ຽວກັບການບັບຕິສະມາຂອງຂ້າພະເຈົ້າ, ແຕ່ຂ້າພະເຈົ້າຈື່ໄດ້ວ່າ ແອວເດີ ພິສ໌ໂທນ ຊ່ວຍຂ້າພະເຈົ້າລົງໄປໃນນໍ້າ ແລະ ແອວເດີ ໂມຣາສ໌ໂຄ ຢືນຢັນຂ້າພະເຈົ້າຂະນະທີ່ຜົມຂອງຂ້າພະເຈົ້າຍັງປຽກຢູ່. ຂ້າພະເຈົ້າຍັງຈື່ຄວາມຊື່ນຊົມທີ່ຂ້າພະເຈົ້າໄດ້ຮູ້ສຶກ ຂະນະທີ່ໝູ່ເພື່ອນໃນຫວອດກອດ ແລະ ຈູບຂ້າພະເຈົ້າໃນວິຖີອາກຊັງຕິນ ແລະ ຄວາມປາດຖະໜາອັນແຮງກ້າທີ່ຂ້າພະເຈົ້າໄດ້ຮູ້ສຶກ ໃນການເປັນທິດາທີ່ຊື່ສັດຂອງພຣະບິດາເທິງສະຫວັນ.
ຊິດສະເຕີ ສະແປນນາວສ໌ ຕອນຍັງນ້ອຍ (ກາງ) ກັບພໍ່ແມ່ຂອງເພິ່ນ (ຊ້າຍ), ເອື້ອຍຂອງເພິ່ນ ຊິລ໌ວິນາ (ຂວາສຸດ), ແລະ ແອວເດີ ໂມຣາສ໌ໂຄ.
ຕໍ່ມາ ຂ້າພະເຈົ້າໄດ້ຮູ້ວ່າ ຄວາມຊື່ນຊົມທີ່ຂ້າພະເຈົ້າໄດ້ຮູ້ສຶກນັ້ນ ແມ່ນມາຈາກຂອງປະທານແຫ່ງພຣະວິນຍານບໍລິສຸດ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເມື່ອຂ້າພະເຈົ້າຮັກສາພັນທະສັນຍາຂອງຂ້າພະເຈົ້າກັບພຣະເຈົ້າຢ່າງຊື່ສັດແລ້ວ, ພຣະວິນຍານຈະສະຖິດຢູ່ກັບຂ້າພະເຈົ້າ. ພຣະວິນຍານບໍລິສຸດເປັນພຽງແຕ່ໜຶ່ງໃນພອນທີ່ມີພະລັງຕ່າງໆ ທີ່ມາຈາກຄວາມສຳພັນແຫ່ງພັນທະສັນຍາກັບພຣະເຈົ້າ ແລະ ພຣະເຢຊູຄຣິດ.
ບັດນີ້, ແມ່ນແຕ່ເມື່ອແຮງຈູງໃຈ, ຄວາມຄິດ, ແລະ ການກະທຳຂອງຂ້າພະເຈົ້າຂາດເຂີນ, ຂ້າພະເຈົ້າກໍມີຄວາມຫວັງທີ່ຈະພະຍາຍາມຕໍ່ໄປ. ຍ້ອນຫຍັງ? ຍ້ອນການຮັບສ່ວນສິນລະລຶກເຮັດໃຫ້ເປັນໄປໄດ້ສຳລັບຂ້າພະເຈົ້າທີ່ຈະຕໍ່ພັນທະສັນຍາຂອງຂ້າພະເຈົ້າ ແລະ ເຮັດພັນທະສັນຍາໃໝ່່ແຕ່ລະອາທິດ. ຂ້າພະເຈົ້າກະຕັນຍູຕໍ່ພອນນັ້ນຫລາຍ.
ຄວາມສຳພັນແຫ່ງພັນທະສັນຍາທີ່ອົບອຸ່ນ
ເຮົາມັກຈະໄດ້ຍິນວ່າ ພັນທະສັນຍາແມ່ນຄຳສັນຍາສອງທາງລະຫວ່າງເຮົາກັບພຣະເຈົ້າ. ຂະນະທີ່ນັ້ນເປັນຄວາມຈິງ, ມັນກໍບໍ່ເປັນພຽງແຕ່ເທົ່ານັ້ນ. ໃນຄວາມເປັນຈິງແລ້ວ, “ການຮັກສາພັນທະສັນຍາບໍ່ແມ່ນຂໍ້ຕົກລົງທາງທຸລະກິດ ແຕ່ແມ່ນຄວາມສຳພັນທີ່ອົບອຸ່ນ.”
ສະນັ້ນ ເຈົ້າຈະສ້າງຄວາມສຳພັນແຫ່ງພັນທະສັນຍາກັບພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດໄດ້ແນວໃດ? ພວກພຣະອົງຮັກເຈົ້າຢ່າງສົມບູນຢູ່ແລ້ວ ແລະ ຢາກອວຍພອນເຈົ້າ (ເບິ່ງ 3 ນີໄຟ 14:11). ແຕ່ຄວາມສຳພັນສອງທາງໃດໆກໍໃຊ້ເວລາ ແລະ ຄວາມຮັກຈາກທັງສອງຝ່າຍກັນທັງນັ້ນ.
ເຈົ້າຢາກໃຊ້ເວລາກັບພວກພຣະອົງຫລາຍຍິ່ງຂຶ້ນບໍ່? ເມື່ອເຈົ້າເຮັດໃນສິ່ງທີ່ພວກພຣະອົງຈະເຮັດ, ເຈົ້າກໍກຳລັງຍ່າງໄປກັບພວກພຣະອົງ! ນັ້ນອາດລຽບງ່າຍເທົ່າໆກັບການຮັບຟັງໝູ່ຄົນໜຶ່ງໃນລະຫວ່າງຊ່ວງເວລາທີ່ຍາກລຳບາກ, ການຫາເວລາເພື່ອມາຫລິ້ນກັບອ້າຍເອື້ອຍນ້ອງ, ຫລື ລວມຄົນບາງຄົນທີ່ຮູ້ສຶກວ່າຖືກລະເລີຍ. ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ໃຊ້ເວລາຍ່າງກັບພຣະເຈົ້າ ໂດຍການອັດຂໍ້ຄວາມສຽງ ແລະ ສົ່ງຂໍ້ຄວາມຫາໝູ່ຄົນໜຶ່ງໃນອາກຊັງຕິນ ຜູ້ທີ່ຮູ້ສຶກໂດດດ່ຽວ. ຂ້າພະເຈົ້າຍັງໄດ້ຕັດສິນໃຈທີ່ຈະຮັກສາໃບຮັບຮອງເຂົ້າພຣະວິຫານໃຫ້ໃຊ້ງານໄດ້ຢູ່ສະເໝີ ເພື່ອວ່າຂ້າພະເຈົ້າຈະສາມາດໃຊ້ເວລາກັບພຣະຜູ້ເປັນເຈົ້າໃນບ້ານອັນສັກສິດຂອງພຣະອົງ. ເຈົ້າສາມາດອະທິຖານຂໍແນວຄິດທີ່ຈະຊ່ວຍໃຫ້ເຈົ້າໃຊ້ເວລາກັບພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຈົ້າ.
ເຈົ້າຢາກສະແດງໃຫ້ພວກພຣະອົງເຫັນວ່າເຈົ້າໃສ່ໃຈບໍ? ປະຕິບັດຕໍ່ພຣະບັນຍັດທີ່ເຈົ້າໄດ້ເຮັດພັນທະສັນຍາວ່າຈະຮັກສາ ເພື່ອເປັນວິທີທີ່ຈະສະແດງຄວາມຮັກຂອງເຈົ້າ, ບໍ່ແມ່ນລາຍການກ່ຽວກັບກົດເທົ່ານັ້ນ. ຍົກຕົວຢ່າງ, ເພື່ອທີ່ຈະໃຊ້ຊີວິດຕາມພຣະວາຈາແຫ່ງປັນຍາ, ຂ້າພະເຈົ້າໄດ້ຮຽນຮູ້ວິທີເຮັດອາຫານທີ່ດີຕໍ່ສຸຂະພາບ. ບັດນີ້ ຂ້າພະເຈົ້າກຳລັງສອນພວກລູກສາວຂອງຂ້າພະເຈົ້າໃຫ້ເຮັດເຊັ່ນດຽວກັນ. ຂະນະທີ່ເຈົ້າເຕັມໃຈຮັກສາພຣະບັນຍັດຂອງພຣະເຈົ້າ, ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະອົງ ແລະ ພຣະຜູ້ຊ່ວຍໃຫ້ລອດກໍຈະເຕີບໂຕຂຶ້ນ.
ຄວາມສຳພັນແຫ່ງພັນທະສັນຍາຂອງເຮົາກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຈະຊ່ວຍໃຫ້ເຮົາຮູ້ຈັກພຣະອົງດີຂຶ້ນ ແລະ ເຂົ້າເຖິງອຳນາດຂອງພວກພຣະອົງໃນຊີວິດຂອງເຮົາ—ຫລາຍກວ່າສິ່ງອື່ນໃດທີ່ຊຸດຕັ່ງສີຂຽວຈະມີໃຫ້ຢ່າງບໍ່ມີຂອບເຂດ. ແລະ ອຳນາດນັ້ນຈະປ່ຽນແປງເຮົາຕະຫລອດໄປ!
© 2024 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly For the Strength of Youth Message, August 2024. Laotian. 19342 331