​2000–2009
ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ] …
ເດືອນ​ເມ​ສາ 2004


ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ] …

ມະ​ນຸດ​ສຳ​ເລັດ​ສິ່ງ​ມະ​ຫັດ​ສະ​ຈັນ​ໂດຍ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ—ໂດຍ​ການ​ໃຊ້​ສັດ​ທາ ແມ່ນ​ແຕ່​ເມື່ອ​ພວກ​ເຂົາ​ບໍ່​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ຫລໍ່​ຫລອມ​ພວກ​ເຂົາ​ຢູ່​ແນວ​ໃດ​ກໍ​ຕາມ.

ຄາວ​ຂ້າ​ພະ​ເຈົ້າ​ຍັງ​ໜຸ່ມ, ຂ້າ​ພະ​ເຈົ້າ​ໄດ້​ກັບ​ບ້ານ​ຈາກ​ການ​ແຂ່ງ​ຂັນ​ກິ​ລາ​ບານ​ບ້ວງ​ຊັ້ນ​ມັດ​ທະ​ຍົມ​ສອງ ດ້ວຍ​ຄວາມທໍ້​ແທ້​ໃຈ, ຜິດ​ຫວັງ, ແລະ ສັບ​ສົນ. ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ດັງໆ​ບອກ​ແມ່​ວ່າ, “ລູກ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ແພ້—ເຖິງ​ແມ່ນ​ລູກ​ມີ​ສັດ​ທາ​ວ່າ ພວກ​ເຮົາ​ຈະ​ຊະ​ນະ!”

ບັດ​ນີ້​ຂ້າ​ພະ​ເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ເວ​ລາ​ນັ້ນ ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ​ສັດ​ທາ​ຄື​ຫຍັງ.

ສັດ​ທາ​ບໍ່​ແມ່ນ​ການ​ອວດ​ເກັ່ງ, ບໍ່​ແມ່ນ​ພຽງ​ປາດ​ຖະ​ໜາ, ບໍ່​ແມ່ນ​ພຽງ​ແຕ່​ຫວັງ​ເທົ່າ​ນັ້ນ. ສັດ​ທາ​ທີ່​ແທ້​ຈິງ​ຄື​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ—ເປັນ​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ຄຣິດ ທີ່​ນຳ​ພາ​ບຸກ​ຄົນ​ໃຫ້​ຕິດ​ຕາມ​ພຣະ​ອົງ.1

ເມື່ອ​ຫລາຍ​ສັດ​ຕະ​ວັດ​ກ່ອນ, ດາ​ນີ​ເອນ ແລະ ເພື່ອນ​ໜຸ່ມ​ຂອງ​ລາວ​ໄດ້​ຖືກ​ພັດ​ພາກ​ຈາກ​ຄວາມ​ອົບ​ອຸ່ນ​ທີ່​ເຄີຍ​ມີ​ຢ່າງ​ກະ​ທັນ​ຫັນ ໄປ​ສູ່​ໂລກ—ໂລກ​ຕ່າງ​ແດນ ແລະ ຖືກ​ຂ້ຽວ​ເຂັນ. ເມື່ອ​ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ​ບໍ່​ຍອມ​ກົ້ມ​ຂາບ​ໄຫວ້ ແລະ ນະ​ມັດ​ສະ​ການ​ຮູບ​ປັ້ນ​ເປັນ​ຄຳ ທີ່​ກະ​ສັດ​ໄດ້​ສ້າງ​ຂຶ້ນ, ເນ​ບູ​ກາດ​ເນັດ​ຊາ​ທີ່​ໂມ​ໂຫ​ຮ້າຍ​ໄດ້​ບອກ​ເຂົາ​ເຈົ້າ​ວ່າ ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ນະ​ມັດ​ສະ​ການ​ດັ່ງ​ທີ່​ຖືກ​ບັນ​ຊາ, ເຂົາ​ເຈົ້າ​ຈະ​ຖືກ​ໂຍນ​ເຂົ້າ​ເຕົາ​ໄຟ​ຮ້ອນ​ທັນ​ທີ. “ພວກ​ເຈົ້າ​ຄິດ​ວ່າ​ຈະ​ມີ​ພະ​ອົງ​ໃດ​ຊ່ວຍ​ພວກ​ເຈົ້າ​ໃຫ້​ພົ້ນ​ໄດ້​ຊັ້ນ​ບໍ?”2

ຊາຍ​ໜຸ່ມ​ສາມ​ຄົນ​ນັ້ນ​ໄດ້​ຕອບ​ຢ່າງ​ວ່ອງ​ໄວ ແລະ ຢ່າງ​ໝັ້ນ​ໃຈ​ວ່າ, “[ຖ້າ​ຫາກ​ທ່ານ​ໂຍນ​ພວກ​ຂ້າ​ນ້ອຍ​ເຂົ້າ​ເຕົາ​ໄຟ], ຖ້າ​ພຣະ​ເຈົ້າ​ອົງ​ທີ່​ພວກ​ຂ້າ​ນ້ອຍ​ຮັບ​ໃຊ້​ຢູ່​ສາ​ມາດ​ຊ່ວຍ​ພວກ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ເຕົາ​ໄຟ, ແລະ ຈາກ​ອຳ​ນາດ​ຂອງ​ທ່ານ​ໄດ້ ແລ້ວ​ພຣະ​ອົງ​ກໍ​ຈະ​ຊ່ວຍ.” ນັ້ນ​ຟັງ​ແລ້ວ​ຄື​ສັດ​ທາ​ທີ່​ຂ້າ​ພະ​ເຈົ້າ​ມີ​ຕອນ​ຢູ່​ມັດ​ທະ​ຍົມ​ສອງ. ແຕ່​ແລ້ວ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ໄດ້​ເຂົ້າ​ໃຈ​ຢ່າງ​ເຕັມ​ທີ່​ວ່າ​ສັດ​ທາ​ຄື​ຫຍັງ. ເຂົາ​ເຈົ້າ​ໄດ້​ກ່າວ​ຕໍ່​ໄປ​ວ່າ, “ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ], … ພວກ​ຂ້າ​ນ້ອຍ​ຈະ​ບໍ່​ຂາບ​ໄຫວ້​ພະ​ຂອງ​ທ່ານ, ແລະ ຈະ​ບໍ່​ກົ້ມ​ຂາບ​ຕໍ່​ຮູບ​ປັ້ນ​ເປັນ​ຄຳ ທີ່​ທ່ານ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຢ່າງ​ເດັດ​ຂາດ.”3 ນັ້ນ​ເປັນ​ຄຳ​ປະ​ກາດ​ເຖິງ​ສັດ​ທາ​ທີ່​ແທ້​ຈິງ.

ເຂົາ​ເຈົ້າ​ຮູ້​ວ່າ​ເຂົາ​ເຈົ້າ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ໄດ້—ແມ່ນ​ແຕ່​ຖ້າ​ຫາກ​ວ່າ​ມັນ​ຈະ​ບໍ່​ເປັນ​ໄປ​ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຫວັງ​ເອົາ​ໄວ້​ກໍ​ຕາມ.4 ເຂົາ​ເຈົ້າ​ຮູ້​ວ່າ​ສັດ​ທາ​ນັ້ນ​ເປັນ​ຫລາຍ​ກວ່າ​ການ​ຍິນ​ຍອມ​ທາງ​ຈິດ​ໃຈ, ຫລາຍ​ກວ່າ​ການ​ຮັບ​ຮູ້​ວ່າ​ພຣະ​ເຈົ້າ​ຊົງ​ພຣະ​ຊົນ. ສັດ​ທາ​ຄື​ການ​ໄວ້​ວາງ​ໃຈ​ທັງ​ໝົດ​ໃນ​ພຣະ​ອົງ.

ສັດ​ທາ​ຄື​ການ​ເຊື່ອ​ວ່າ ເຖິງ​ແມ່ນ​ເຮົາ​ບໍ່​ເຂົ້າ​ໃຈ​ທຸກ​ສິ່ງ, ແຕ່​ພຣະ​ອົງ​ເຂົ້າ​ໃຈ. ສັດ​ທາ​ຄື​ການ​ຮູ້​ວ່າ ເຖິງ​ແມ່ນ​ອຳ​ນາດ​ຂອງ​ເຮົາ​ມີ​ຂີດ​ຈຳ​ກັດ, ແຕ່​ອຳ​ນາດ​ຂອງ​ພຣະ​ອົງ​ນັ້ນ​ບໍ່​ຈຳ​ກັດ. ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ປະ​ກອບ​ດ້ວຍ​ການ​ເພິ່ງ​ອາ​ໄສ​ພຣະ​ອົງ​ແທ້ໆ.

ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ​ຮູ້​ວ່າ​ເຂົາ​ເຈົ້າ​ສາ​ມາດ​ເພິ່ງ​ອາ​ໄສ​ພຣະ​ອົງ​ສະ​ເໝີ ເພາະ​ວ່າ​ເຂົາ​ເຈົ້າ​ຮູ້​ຈັກ​ແຜນ​ຂອງ​ພຣະ​ອົງ, ແລະ ເຂົາ​ເຈົ້າ​ຮູ້​ວ່າ​ພຣະ​ອົງ​ບໍ່​ປ່ຽນ​ແປງ.5 ເຂົາ​ເຈົ້າ​ຮູ້, ດັ່ງ​ທີ່​ເຮົາ​ຮູ້, ວ່າ​ຄວາມ​ເປັນ​ມະ​ຕະ​ບໍ່​ໄດ້​ເປັນ​ເລື່ອງ​ບັງ​ເອີນ. ມັນ​ເປັນ​ສ່ວນ​ເລັກ​ນ້ອຍ​ສ່ວນ​ໜຶ່ງ​ຂອງ​ແຜນ​ທີ່​ຍິ່ງ​ໃຫຍ່6 ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ທີ່​ຮັກ​ຂອງ​ເຮົາ ເພື່ອ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ, ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ, ທີ່​ຈະ​ໄດ້​ຮັບ​ພອນ​ອັນ​ດຽວ​ກັນ​ທີ່​ພຣະ​ອົງ​ມີ, ຖ້າ​ຫາກ​ເຮົາ​ເຕັມ​ໃຈ.

ເຂົາ​ເຈົ້າ​ຮູ້, ດັ່ງ​ທີ່​ເຮົາ​ຮູ້, ວ່າ​ໃນ​ຊີ​ວິດ​ກ່ອນ​ເກີດ​ຂອງ​ເຮົາ, ເຮົາ​ໄດ້​ຮັບ​ການ​ສິດ​ສອນ​ໂດຍ​ພຣະ​ອົງ​ເຖິງ​ຈຸດ​ປະ​ສົງ​ຂອງ​ຄວາມ​ເປັນ​ມະ​ຕະ: “ພວກ​ເຮົາ​ຈະ​ສ້າງ​ແຜ່ນ​ດິນ​ໂລກ​ໜ່ວຍ​ໜຶ່ງ​ບ່ອນ​ທີ່​ວິນ​ຍານ​ເຫລົ່າ​ນີ້​ຈະ​ໄດ້​ອາ​ໄສ​ຢູ່; ແລະ ພວກ​ເຮົາ​ຈະ​ພິ​ສູດ​ພວກ​ເຂົາ​ໂດຍ​ວິ​ທີ​ນີ້, ເພື່ອ​ເບິ່ງ​ວ່າ​ພວກ​ເຂົາ​ຈະ​ເຮັດ​ທຸກ​ສິ່ງ​ທັງ​ປວງ ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຈະ​ບັນ​ຊາ​ພວກ​ເຂົາ​ຫລື​ບໍ່.”7

ດັ່ງ​ນັ້ນ​ເຮົາ​ຈຶ່ງ​ໄດ້​ຮັບ​ການ​ພິ​ສູດ​ນັ້ນ—ມັນ​ເປັນ​ການ​ທົດ​ສອບ. ໂລກ​ນີ້​ເປັນ​ສະ​ຖານ​ທີ່​ທົດ​ສອບ​ສຳ​ລັບ​ມະ​ນຸດ​ຊາຍ ແລະ ຍິງ. ເມື່ອ​ເຮົາ​ເຂົ້າ​ໃຈ​ວ່າ​ທັງ​ໝົດ​ເປັນ​ການ​ທົດ​ສອບ, ຊຶ່ງ​ດຳ​ເນີນ​ການ​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ແລະ ອະ​ນຸ​ຍາດ​ໃຫ້​ພຣະ​ອົງ​ຊ່ວຍ​ເຫລືອ​ເຮົາ, ແລ້ວ​ເຮົາ​ຈະ​ສາ​ມາດ​ເຫັນ​ທຸກ​ສິ່ງ​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ.

ວຽກ​ງານ​ຂອງ​ພຣະ​ອົງ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ບອກ​ເຮົາ​ວ່າ, ຄື “ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.”8 ພຣະ​ອົງ​ໄດ້​ບັນ​ລຸ​ເຖິງ​ການ​ເປັນ​ພຣະ​ເຈົ້າ​ແລ້ວ. ບັດ​ນີ້​ຈຸດ​ປະ​ສົງ​ດຽວ​ຂອງ​ພຣະ​ອົງ​ແມ່ນ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ—ເພື່ອ​ໃຫ້​ເຮົາ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ ແລະ ເປັນ​ເໝືອນ​ດັ່ງ​ພຣະ​ອົງ ແລະ ດຳ​ລົງ​ຊີ​ວິດ​ດັ່ງ​ພຣະ​ອົງ​ຊົ່ວ​ນິ​ລັນ​ດອນ.

ເມື່ອ​ຮູ້​ທຸກ​ສິ່ງ​ນີ້​ແລ້ວ, ມັນ​ຈຶ່ງ​ບໍ່​ໄດ້​ເປັນ​ເລື່ອງ​ຍາກ​ສຳ​ລັບ​ຊາຍ​ໜຸ່ມ​ຊາວ​ເຮັບ​ເຣີ​ສາມ​ຄົນ​ນັ້ນ​ທີ່​ຈະ​ຕັດ​ສິນ​ໃຈ. ເຂົາ​ເຈົ້າ​ຈະ​ຕິດ​ຕາມ​ພຣະ​ເຈົ້າ; ເຂົາ​ເຈົ້າ​ຈະ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ. ພຣະ​ອົງ​ຈະ​ປົດ​ປ່ອຍ​ເຂົາ​ເຈົ້າ, ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ]—ແລະ ເຮົາ​ກໍ​ຮູ້​ເລື່ອງ​ລາວ​ນີ້​ທັງ​ໝົດ​ແລ້ວ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ອຳ​ເພີ​ໃຈ, ສິດ​ທິ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ຕັດ​ສິນ​ໃຈ​ໃຫ້​ແກ່​ເຮົາ.9 ພຣະ​ອົງ​ທົດ​ສອບ​ເຮົາ​ໂດຍ​ການ​ປ່ອຍ​ໃຫ້​ເຮົາ​ຖືກ​ທ້າ​ທາຍ. ພຣະ​ອົງ​ຮັບ​ຮອງ​ເຮົາ​ວ່າ ພຣະ​ອົງ​ຈະ​ບໍ່​ປ່ອຍ​ໃຫ້​ເຮົາ​ຖືກ​ລໍ້​ລວງ​ເກີນ​ກວ່າ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ອົດ​ທົນ​ໄດ້.10 ແຕ່​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ ການ​ທ້າ​ທາຍ​ທີ່​ຍິ່ງ​ໃຫຍ່​ຈະ​ສ້າງ​ມະ​ນຸດ​ໃຫ້​ຍິ່ງ​ໃຫຍ່. ເຮົາ​ຈະ​ບໍ່​ສະ​ແຫວງ​ຫາ​ຄວາມ​ທຸກ​ຍາກ, ແຕ່​ຖ້າ​ຫາກ​ເຮົາ​ຕອບ​ຮັບ​ດ້ວຍ​ສັດ​ທາ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ. ຄຳ​ວ່າ ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ] ກໍ​ສາ​ມາດ​ກາຍ​ເປັນ​ພອນ​ທີ່​ອັດ​ສະ​ຈັນ​ໄດ້.

ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ຮຽນ​ຮູ້​ບົດ​ຮຽນ​ທີ່​ສຳ​ຄັນ​ນີ້ ແລະ, ຫລັງ​ຈາກ​ໄດ້​ອຸ​ທິດ​ຕົນ​ເປັນ​ເວ​ລາ​ຫລາຍ​ທົດ​ສະ​ວັດ​ກັບ​ວຽກ​ງານ​ເຜີຍ​ແຜ່ ໄດ້​ປະ​ກາດ​ວ່າ, “ພວກ​ເຮົາ​ກໍ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ໃນ​ຄວາມ​ຍາກ​ລຳ​ບາກ … ເພາະ​ຮູ້​ແລ້ວ​ວ່າ​ຄວາມ​ຍາກ​ລຳ​ບາກ​ນັ້ນ​ເຮັດ​ໃຫ້​ເກີດ​ມີ ຄວາມ​ອົດ​ທົນ; ແລະ ຄວາມ​ອົດ​ທົນ​ນັ້ນ​ເຮັດ​ໃຫ້ [ເກີດ​ປະ​ສົບ​ການ; ແລະ ປະ​ສົບ​ການ​ນັ້ນ​ເຮັດ​ໃຫ້​ເກີດ​ຄວາມ​ຫວັງ: ແລະ ຄວາມ​ຫວັງ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ອັບ​ອາຍ].”11

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ຮອງ​ເພິ່ນ​ວ່າ, “ພຣະ​ຄຸນ​ຂອງ​ເຮົາ​ກໍ​ມີ​ພໍ​ແລ້ວ​ສຳ​ລັບ​ເຈົ້າ: ດ້ວຍ​ວ່າ ເມື່ອ​ໃດ​ທີ່​ເຈົ້າ​ອ່ອນ​ແຮງ ເມື່ອ​ນັ້ນ​ລິດ​ອຳ​ນາດ​ຂອງ​ເຮົາ​ກໍ​ສະ​ແດງ​ອອກ​ຢ່າງ​ລົ້ນ​ເຫລືອ.”12

ໂປ​ໂລ​ໄດ້​ຕອບ​ວ່າ: “ດັ່ງ​ນັ້ນ ເຮົາ​ຈຶ່ງ​ມີ​ຄວາມ​ພາກ​ພູມ​ໃຈ​ໃນ​ບັນ​ດາ​ຄວາມ​ອ່ອນ​ແຮງ​ຂອງ​ເຮົາ​ກໍ​ດີ​ກວ່າ ເພື່ອ​ວ່າ​ລິດ​ອຳ​ນາດ​ຂອງ​ພຣະ​ຄຣິດ​ຈະ​ຄຸ້ມ​ຄອງ​ປ້ອງ​ກັນ​ເຮົາ​ໄວ້. … ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງ​ຊື່ນ​ໃຈ​ໃນ​ຄວາມ​ອ່ອນ​ແຮງ, ໃນ​ການ​ຖືກ​ໝິ່ນ​ປະ​ໝາດ, ໃນ​ຄວາມ​ຍາກ​ລຳ​ບາກ, ໃນ​ການ​ຖືກ​ຂົ່ມ​ເຫັງ, ແລະ ໃນ​ຄວາມ​ຍາກ​ຈົນ​ເພື່ອ​ເຫັນ​ແກ່​ພຣະ​ຄຣິດ: ດ້ວຍ​ວ່າ​ເຮົາ​ອ່ອນ​ແຮງ​ເມື່ອ​ໃດ, ເຮົາ​ກໍ​ເຂັ້ມ​ແຂງ​ຂຶ້ນ​ເມື່ອ​ນັ້ນ.”13 ເມື່ອ​ໂປ​ໂລ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຂອງ​ເພິ່ນ​ຕາມ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ສັດ​ທາ​ຂອງ​ເພິ່ນ​ກໍ​ມີ​ຫລາຍ​ຂຶ້ນ.

“ເພາະ​ອັບ​ຣາ​ຮາມ​ມີ [ສັດ​ທາ] ແບບ​ນີ້, ເມື່ອ​ເພິ່ນ​ຖືກ​ທົດ​ລອງ​ໃຈ​ຈຶ່ງ​ໄດ້​ຖວາຍ​ອີ​ຊາກ​ເປັນ​ເຄື່ອງ​ບູ​ຊາ.”14 ເປັນ​ເພາະ​ສັດ​ທາ​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ, ອັບ​ຣາ​ຮາມ​ຈຶ່ງ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ​ລູກ​ຫລານ​ລຸ້ນ​ຫລັງ​ຂອງ​ເພິ່ນ​ຈະ​ເພີ່ມ​ຈຳ​ນວນ​ຂຶ້ນ​ຈົນ​ມີ​ຫລາຍ​ກວ່າ​ດວງ​ດາວ​ໃນ​ທ້ອງ​ຟ້າ, ແລະ ວ່າ​ລູກ​ຫລານ​ເຫລົ່າ​ນັ້ນ​ຈະ​ມາ​ຜ່ານ​ທາງ​ອີ​ຊາກ. ແລະ ອັບ​ຣາ​ຮາມ​ກໍ​ໄດ້​ເຮັດ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທັນ​ທີ. ພຣະ​ເຈົ້າ​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ, ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ] ໃນ​ວິ​ທີ​ທາງ​ທີ່​ອັບ​ຣາ​ຮາມ​ໄດ້​ຄາດ​ໝາຍ​ເອົາ​ໄວ້, ເພິ່ນ​ກໍ​ຍັງ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ທັງ​ໝົດ.

ມະ​ນຸດ​ສຳ​ເລັດ​ສິ່ງ​ມະ​ຫັດ​ສະ​ຈັນ​ໂດຍ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ—ໂດຍ​ການ​ໃຊ້​ສັດ​ທາ ແມ່ນ​ແຕ່​ເມື່ອ​ພວກ​ເຂົາ​ບໍ່​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ຫລໍ່​ຫລອມ​ພວກ​ເຂົາ​ຢູ່​ແນວ​ໃດ​ກໍ​ຕາມ.

“ເພາະ​ໂມ​ເຊ​ມີ [ສັດ​ທາ] ແບບ​ນີ້ … ເພິ່ນ​ບໍ່​ຍອມ​ໃຫ້​ຜູ້​ໃດ​ເອີ້ນ​ຕົນ​ວ່າ ເປັນ​ບຸດ​ຂອງ​ລູກ​ສາວ​ຂອງ​ກະ​ສັດ​ຟາ​ຣາ​ໂອ;

“ເພິ່ນ​ເລືອກ​ເອົາ​ການ​ຢູ່​ຮ່ວມ​ທຸກ​ລຳ​ບາກ​ກັບ​ພົນ​ລະ​ເມືອງ​ຂອງ​ພຣະ​ເຈົ້າ, ແທນ​ຄວາມ​ເພີດ​ເພີນ​ຊົ່ວ​ຄາວ​ໃນ​ຄວາມ​ບາບ;

“ເພິ່ນ​ຖື​ວ່າ​ຄວາມ​ທົນ​ທຸກ ແລະ ທົນ​ອັບ​ອາຍ​ເພື່ອ​ພຣະ​ຄຣິດ​ນັ້ນ​ກໍ​ມີ​ຄ່າ​ກວ່າ​ຊັບ​ສົມ​ບັດ​ທັງ​ໝົດ​ຂອງ​ປະ​ເທດ​ເອ​ຢິບ. …

“ເພາະ​ເພິ່ນ​ມີ [ສັດ​ທາ] ແບບ​ນີ້, ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ເອ​ຢິບ​ໄປ, ໂດຍ​ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ໂກດ​ຮ້າຍ​ຂອງ​ກະ​ສັດ. …

“ເພາະ​ຊາວ​ອິດ​ສະ​ຣາ​ເອນ​ມີ [ສັດ​ທາ] ແບບ​ນີ້ ພວກ​ເພິ່ນ​ຈຶ່ງ​ຍ່າງ​ຂ້າມ​ທະ​ເລ​ແດງ​ເໝືອນ​ກັບ​ວ່າ​ຍ່າງ​ເທິງ​ດິນ​ແຫ້ງ. …

“ເພາະ​ມີ [ສັດ​ທາ] ແບບ​ນີ້ [ກຳ​ແພງ​ເມືອງ​ເຢ​ຣິ​ໂກ​ຈຶ່ງ​ເພ​ພັງ​ລົງ].”15

ເພາະ​ຄົນ​ອື່ນໆ “ມີ [ສັດ​ທາ] ພວກ​ເພິ່ນ​ຈຶ່ງ​ໄດ້​ໄຊ​ຊະ​ນະ​ທົ່ວ​ທັງ​ດິນ​ແດນ, … ໄດ້​ຮັບ​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ໄວ້, ໄດ້​ງັບ​ປາກ​ສິງ,

“ໄດ້​ມອດ​ໄຟ​ອັນ​ຮ້ອນ​ກ້າ, ໄດ້​ພົ້ນ​ຈາກ​ຄົມ​ດາບ​ຂອງ​ຄູ່​ຕໍ່​ສູ້, ເຖິງ​ແມ່ນ​ວ່າ​ພວກ​ເພິ່ນ​ອ່ອນ​ແອ, ແຕ່​ພວກ​ເພິ່ນ​ກໍ​ກັບ​ກາຍ​ເປັນ​ຄົນ​ເຂັ້ມ​ແຂງ, ມີ​ກຳ​ລັງ​ຄວາມ​ສາ​ມາດ​ອົງ​ອາດ​ກ້າ​ຫານ.”16

ແຕ່​ໃນ​ທ່າມ​ກາງ​ຜົນ​ທີ່​ໄດ້​ຮັບ​ອັນ​ຮຸ່ງ​ໂລດ​ເຫລົ່າ​ນີ້ ຊຶ່ງ​ຜູ້​ມີ​ສ່ວນ​ຮ່ວມ​ໄດ້​ຄາດ​ໝາຍ​ເອົາ​ໄວ້, ກໍ​ຍັງ​ຄຳ​ນຶງ​ວ່າ ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ]:

“ບາງ​ຄົນ​ອີກ​ຖືກ​ຫຍໍ້​ຫຍັນ ແລະ ຖືກ​ຂ້ຽນ​ຕີ, … ຖືກ​ລ່າມ​ໂສ້ ແລະ ຖືກ​ຄຸມ​ຂັງ​ໃນ​ຄຸກ:

“ບາງ​ຄົນ​ຖືກ​ແກວ່ງ​ຫີນ​ໃສ່, ຖືກ​ເລື່ອຍ​ເປັນ​ທ່ອນ, [ຖືກ​ລໍ້​ລວງ], ຖືກ​ຂ້າ​ດ້ວຍ​ຄົມ​ດາບ … : ທ່ຽວ​ໄປ​ມາ, ລຳ​ບາກ​ຍາກ​ຈົນ, [ທົນ​ທຸກ​ເວດ​ທະ​ນາ, ຖືກ​ຂົ່ມ​ເຫັງ]; … 17

“ພຣະ​ເຈົ້າ​ໄດ້​ຈັດ​ແຈງ​ສິ່ງ​ທີ່​ປະ​ເສີດ​ກວ່າ​ສຳ​ລັບ​ພວກ​ເຂົາ ເພາະ​ວ່າ​ນອກ​ຈາກ​ພວກ​ເຂົາ ພວກ​ເພິ່ນ​ຈະ​ບໍ່​ເຖິງ​ທີ່​ສຳ​ເລັດ​ໄດ້.”18

ພຣະ​ຄຳ​ພີ ແລະ ປະ​ຫວັດ​ສາດ​ຂອງ​ເຮົາ​ກໍ​ເຕັມ​ໄປ​ດ້ວຍ​ເລື່ອງ​ລາວ​ຂອງ​ບັນ​ດາ​ຊາຍ ແລະ ຍິງ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ ຜູ້​ເຊື່ອ​ວ່າ​ພຣະ​ອົງ​ຈະ​ປົດ​ປ່ອຍ​ເຂົາ​ເຈົ້າ, ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ], ເຂົາ​ເຈົ້າ​ກໍ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ຈະ​ໄວ້​ວາງ​ໃຈ ແລະ ຈິງ​ໃຈ.

ພຣະ​ອົງ​ມີ​ອຳ​ນາດ, ແຕ່​ນີ້​ເປັນ​ການ​ທົດ​ສອບ​ຂອງ​ເຮົາ.

ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ໝາຍ​ຫຍັງ​ແດ່​ຈາກ​ເຮົາ ກ່ຽວ​ກັບ​ການ​ທ້າ​ທາຍ​ຂອງ​ເຮົາ? ພຣະ​ອົງ​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້. ແລ້ວ​ພຣະ​ອົງ​ຈະ​ເຮັດ​ສ່ວນ​ທີ່​ເຫລືອ​ຢູ່. ນີ​ໄຟ​ໄດ້​ກ່າວ​ວ່າ, “ເພາະ​ພວກ​ເຮົາ​ຮູ້​ວ່າ ຫລັງ​ຈາກ​ພວກ​ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ ໂດຍ​ພຣະ​ຄຸນ​ພວກ​ເຮົາ​ຈຶ່ງ​ລອດ.”19

ເຮົາ​ຕ້ອງ​ມີ​ສັດ​ທາ​ອັນ​ດຽວ​ກັນ​ທີ່​ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ​ມີ.

ພຣະ​ເຈົ້າ​ຂອງ​ເຮົາ​ຈະ​ປົດ​ປ່ອຍ​ເຮົາ​ຈາກ​ການ​ເຍາະ​ເຍີ້ຍ ແລະ ການ​ຂົ່ມ​ເຫັງ, ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ]. … ພຣະ​ເຈົ້າ​ຂອງ​ເຮົາ​ຈະ​ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ເຈັບ​ປ່ວຍ ແລະ ພະ​ຍາດ​ໂລ​ຄາ, ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ] … . ພຣະ​ອົງ​ຈະ​ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ, ຄວາມ​ຊຶມ​ເສົ້າ, ຫລື ຄວາມ​ຢ້ານ​ກົວ, ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ]. … ພຣະ​ເຈົ້າ​ຂອງ​ເຮົາ​ຈະ​ປົດ​ປ່ອຍ​ເຮົາ​ຈາກ​ການ​ຂົ່ມ​ຂູ່, ການ​ກ່າວ​ຫາ, ແລະ ຄວາມ​ບໍ່​ປອດ​ໄພ, ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ]. … ພຣະ​ອົງ​ຈະ​ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ຕາຍ ຫລື ຄວາມ​ບົກ​ພ່ອງ​ຂອງ​ຄົນ​ທີ່​ເຮົາ​ຮັກ, ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ], … ເຮົາ​ກໍ​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

ພຣະ​ເຈົ້າ​ຂອງ​ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ທ່ຽງ​ທຳ ແລະ ຄວາມ​ຍຸດ​ຕິ​ທຳ, ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ]. … ພຣະ​ອົງ​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ເປັນ​ທີ່​ຮັກ​ຫອມ ແລະ ຖືກ​ຮັບ​ຮູ້, ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ]. … ເຮົາ​ຈະ​ໄດ້​ຮັບ​ຄູ່​ຄອງ​ທີ່​ດີ​ພ້ອມ ແລະ ຊອບ​ທຳ ແລະ ລູກໆ​ທີ່​ເຊື່ອ​ຟັງ, ແຕ່​ເຖິງ​ແມ່ນ​ວ່າ [ບໍ່​ເປັນ​ເຊັ່ນ​ນັ້ນ], … ເຮົາ​ກໍ​ຈະ​ມີ​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ໂດຍ​ທີ່​ຮູ້​ວ່າ ຖ້າ​ຫາກ​ເຮົາ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້, ເຮົາ​ຈະ​ຖືກ​ປົດ​ປ່ອຍ ແລະ ໄດ້​ຮັບ​ທຸກ​ສິ່ງ​ທີ່​ພຣະ​ອົງ​ມີ ໃນ​ເວ​ລາ ແລະ ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ.20 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ