​2000–2009
ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທີ່​ຖືກກະ​ຈັດ​ກະ​ຈາຍ​ໄປ
ເດືອນ​ຕຸ​ລາ 2006


ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທີ່​ຖືກກະ​ຈັດ​ກະ​ຈາຍ​ໄປ

ເຮົາຊ່ວຍເຕົ້າ​ໂຮມ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເລືອກ​ໄວ້ ຢູ່​ທັງ​ສອງ​ຟາກ​ມ່ານ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ຂອບ​ໃຈ​ສຳ​ລັບ​ສັດ​ທາ​ຂອງ​ທ່ານ, ການ​ອຸ​ທິດ​ຕົນ​ຂອງ​ທ່ານ, ແລະ ຄວາມ​ຮັກ​ຂອງ​ທ່ານ. ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ຄັນ​ຮ່ວມ​ກັນ ເພື່ອ​ຈະ​ເປັນ​ຜູ້​ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ເຮົາ​ເປັນ ແລະ ເພື່ອ​ຈະ​ເຮັດ​ສິ່ງ​ທີ່ພຣະ​ອົງ​ປາດ​ຖະ​ໜາ​ໃຫ້​ເຮົາ​ເຮັດ. ເຮົາ​ເປັນ​ພາກ​ສ່ວນ​ຂອງ​ການ​ເຄື່ອນ​ໄຫວ​ທີ່​ຍິ່ງ​ໃຫຍ່—ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທີ່​ຖືກ​ກະ​ຈັດ​ກະ​ຈາຍ​ໄປ. ຂ້າ​ພະ​ເຈົ້າ​ກ່າວ​ເຖິງ​ຄຳ​ສອນນີ້ ໃນ​ມື້ນີ້ ເພາະ​ຄວາມ​ສຳ​ຄັນ​ພິ​ເສດ​ຂອງ​ມັນ​ໃນ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ.

ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ

ໃນ​ສະ​ໄໝ​ບູ​ຮານ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ອັບ​ຣາ​ຮາມ​ດ້ວຍ​ຄຳ​ສັນ​ຍາ​ວ່າ ຈະ​ເຮັດ​ໃຫ້​ລູກ​ຫລານ​ຂອງ​ເພິ່ນ​ເປັນ​ຜູ້​ຄົນ​ທີ່​ຖືກ​ເລືອກ​ໄວ້.1 ການ​ກ່າວ​ເຖິງ​ພັນ​ທະ​ສັນ​ຍານີ້ ມີ​ຢູ່​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ. ຮ່ວມ​ຢູ່​ດ້ວຍ​ແມ່ນ​ຄຳ​ສັນ​ຍາ​ວ່າ ພຣະບຸດ​ຂອງ​ພຣະ​ເຈົ້າ​ຈະ​ມາ​ເກີດ​ຜ່ານ​ທາງ​ຕະ​ກຸນ​ຂອງ​ອັບ​ຣາ​ຮາມ, ວ່າ​ຈະ​ໄດ້​ຮັບແຜ່ນ​ດິນ​ແຫ່ງ​ໜຶ່ງ​ເປັນ​ມູນ​ມໍ​ລະ​ດົກ, ວ່າປະ​ຊາ​ຊາດ ແລະ ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ເຊື້ອ​ສາຍ​ຂອງ​ເພິ່ນ, ແລະ ​ອີກຫລາຍກວ່າ​ນັ້ນ.2 ເຖິງ​ແມ່ນ​ພັນ​ທະ​ສັນ​ຍາ​ບາງ​ຢ່າງ​ໄດ້​ສຳ​ເລັດ​ແລ້ວ, ແຕ່​ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ວ່າ ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ຈະ​ສຳ​ເລັດ​ພຽງ​ແຕ່ໃນ​ຍຸກ​ສຸດ​ທ້າຍນີ້​ເທົ່າ​ນັ້ນ!3 ມັນ​ຍັງ​ເນັ້ນ​ອີກວ່າ ເຮົາ​ກໍ​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.4 ເຮົາ​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ການ​ບັນ​ລຸ​ຄຳ​ສັນ​ຍາ​ເຫລົ່າ​ນີ້. ນີ້​ເປັນ​ເວ​ລາ​ທີ່​ໜ້າ​ຕື່ນ​ເຕັ້ນພຽງ​ໃດ​ທີ່​ຈະ​ມີ​ຊີ​ວິດ​ຢູ່!

ອິດ​ສະ​ຣາ​ເອນ​ຖືກ​ກະ​ຈັດ​ຈະ​ກາຍ​ໄປ

ໃນ​ຖາ​ນະ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ, ຊົນ​ເຜົ່າ​ຂອງ​ອັບ​ຣາ​ຮາມ​ໃນ​ສະ​ໄໝ​ບູ​ຮານ​ໄດ້​ມີ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ຕ່າງໆ​ຂອງ​ພຣະ​ກິດ​ຕິ​ຄຸນ, ແຕ່​ໃນ​ທີ່​ສຸດ​ຜູ້​ຄົນ​ໄດ້​ກະ​ບົດ. ພວກ​ເຂົາ​ໄດ້​ຂ້າ​ບັນ​ດາ​ສາດ​ສະ​ດາ ແລະ ໄດ້​ຖືກ​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ໂທດ. ສິບ​ເຜົ່າ​ໄດ້​ຖືກ​ນຳ​ໄປ​ເປັນ​ຊະ​ເລີຍ​ໃນ​ປະ​ເທດ​ອັດ​ຊີ​ເຣຍ. ຈາກ​ທີ່ນັ້ນ​ພວກ​ເຂົາ​ໄດ້​ກາຍ​ເປັນ​ເຜົ່າ​ທີ່​ສູນ​ຫາຍ​ໄປ​ໃນ​ບັນ​ທຶກ​ຂອງ​ມະ​ນຸດຊາດ. (ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດວ່າ, ສິບ​ເຜົ່າ​ນັ້ນ​ບໍ່​ໄດ້​ສູນ​ຫາຍ​ໄປ​ສຳ​ລັບພຣະ​ຜູ້​ເປັນ​ເຈົ້າ.) ສອງ​ເຜົ່າ​ທີ່​ເຫລືອ​ຢູ່​ໄດ້​ດຳ​ເນີນ​ຕໍ່​ໄປ​ໃນ​ຊ່ວງ​ໄລ​ຍະ​ສັ້ນໆ ແລະ ແລ້ວ, ຍ້ອນ​ການ​ກະ​ບົດ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ໃນ​ບາ​ບີ​ໂລນ.5 ເວ​ລາ​ພວກ​ເຂົາ​ກັບ​ຄືນ​ມາ, ພວກ​ເຂົາ​ໄດ້​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນເຈົ້າ, ແຕ່​ອີກ​ເທື່ອ​ໜຶ່ງ ພວກ​ເຂົາ​ບໍ່​ໄດ້​ໃຫ້​ກຽດ​ແກ່​ພຣະ​ອົງ. ພວກ​ເຂົາ​ໄດ້​ປະ​ຕິ​ເສດ ແລະ ໝິ່ນ​ປະ​ໝາດ​ພຣະ​ອົງ. ພຣະ​ບິ​ດາ​ທີ່​ມີ​ຄວາມຮັກ ແຕ່​ໂສກ​ເສົ້າ​ໄດ້​ປະຕິ​ຍານ​ວ່າ, “ເຮົາ​ຈະ​ເຮັດໃຫ້​ພວກ​ເຈົ້າ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ໃນ​ປະ​ເທດ​ຕ່າງໆ,”6 ແລະ ພຣະ​ອົງ​ກໍ​ໄດ້​ເຮັດ​ເຊັ່ນ​ນັ້ນ—ໄປ​ສູ່​ບັນ​ດາປະ​ຊາ​ຊາດ​ທັງ​ປວງ.

ອິດ​ສະ​ຣາ​ເອນ​ຈະ​ຖືກ​ເຕົ້າ​ໂຮມ

ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທີ່​ຖືກ​ກະ​ຈັດ​ຈະ​ກາຍນັ້ນ ໄດ້​ຖືກ​ກ່າວ​ອອກ​ມາ​ຢ່າງ​ແຈ້ງ​ຊັດທີ່ເທົ່າ​ທຽມ​ກັນ.7 ເອ​ຊາ​ຢາ, ຍົກ​ຕົວ​ຢ່າງ, ໄດ້​ເຫັນ​ວ່າ ຢູ່​ໃນ​ວັນ​ເວ​ລາ​ສຸດ​ທ້າຍ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງ “ຜູ້​ສົ່ງ​ຂ່າວ​ທີ່​ວ່ອງ​ໄວ” ໄປ​ຫາ​ຜູ້​ຄົນ “ທີ່​ມີ​ຮູບ​ຮ່າງ​ສູງ ແລະ ມີ​ຜິວ​ພັນ​ກ້ຽງ​ໃສ.”8

ຄຳ​ສັນ​ຍາ​ແຫ່ງ​ການ​ເຕົ້າ​ໂຮມນີ້, ທີ່​ພົບ​ເຫັນ​ຢູ່​ໃນ​ຫລາຍ​ຂໍ້​ທົ່ວ​ພຣະ​ຄຳ​ພີ, ຈະ​ບັນລຸ​ຜົນ​ສຳ​ເລັດ​ຢ່າງ​ແນ່ນອນ ດັ່ງ​ຄຳ​ທຳ​ນາຍ​ເລື່ອງ​ການ​ກະ​ຈັດ​ກະ​ຈາຍ​ຂອງ​ອິດ​ສະ​ຣາ​ເອນ.9

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ສູນ​ກາງ​ແຫ່ງ​ເວ​ລາ ແລະ ການ​ປະ​ຖິ້ມ​ຄວາມ​ເຊື່ອ

ກ່ອນ​ການ​ຄຶງ​ຂອງ​ພຣະ​ອົງ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄດ້​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ. ມັນ​ຮ່ວມ​ດ້ວຍ​ອັກ​ຄະ​ສາ​ວົກ, ສາດ​ສະ​ດາ, ສາ​ວົກ​ເຈັດ​ສິບ, ຄູ​ສອນ, ແລະ ອື່ນໆ.10 ແລະ ພຣະ​ອາ​ຈານ​ໄດ້​ສົ່ງ​ສານຸ​ສິດ​ຂອງ​ພຣະ​ອົງ​ໄປ​ໃນ​ໂລກ​ເພື່ອ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.11

ເມື່ອ​ເວ​ລາ​ຜ່ານ​ໄປ ສາດ​ສະ​ໜາ​ຈັກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖາ​ປະ​ນາ​ຂຶ້ນ ໄດ້​ຕົກ​ຢູ່​ໃນ​ຄວາມ​ເສື່ອມ​ໂຊມ​ທາງວິນ​ຍານ. ຄຳ​ສອນ​ຂອງ​ພຣະ​ອົງ​ຖືກ​ປ່ຽນ​ແປງ; ພິ​ທີ​ການ​ຂອງ​ພຣະ​ອົງ​ຖືກ​ແກ້​ໄຂ. ການ​ປະ​ຖິ້ມ​ຄວາມ​ເຊື່ອ​ທີ່​ຍິ່ງ​ໃຫຍ່​ໄດ້​ເກີດ​ຂຶ້ນ​ດັ່ງ​ທີ່​ໂປ​ໂລ​ໄດ້​ບອກ​ລ່ວງ​ໜ້າ, ຜູ້​ທີ່​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ສະ​ເດັດ​ກັບ​ມາ​ອີກ “ຈົນ​ກວ່າ​ການ​ທໍ​ລະ​ຍົດ​ຈະ​ເກີດ​ຂຶ້ນ​ກ່ອນ.”12

ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຄັ້ງ​ຍິ່ງ​ໃຫຍ່​ໄດ້​ເກີດ​ຂຶ້ນ​ຕາມ​ແບບ​ແຜນ​ຂອງ​ການ​ສິ້ນ​ສຸດ​ຍຸກສະ​ໄໝ​ທີ່​ຜ່ານ​ມາ. ຍຸກສະ​ໄໝ​ທຳ​ອິດ​ແມ່ນ​ໃນ​ຊ່ວງ​ເວ​ລາ​ຂອງ​ອາ​ດາມ. ແລ້ວແມ່ນ​ຍຸກສະ​ໄໝ​ຂອງ​ເອ​ນົກ, ໂນ​ອາ, ອັບ​ຣາ​ຮາມ, ໂມ​ເຊ, ແລະ ອື່ນໆ. ສາດ​ສະ​ດາ​ແຕ່​ລະ​ທ່ານ​ໄດ້​ມີ​ໜ້າ​ທີ່ມອບ​ໝາຍ​ຈາກ​ສະ​ຫວັນ​ໃຫ້​ສິດ​ສອນ​ເລື່ອງ​ຄວາມ​ເປັນ​ພຣະ​ເຈົ້າ ແລະ ຄຳ​ສອນ​ຂອງ​ອົງ​ພຣະ​ເຢ​ຊູຄຣິດ​ເຈົ້າ. ໃນ​ແຕ່​ລະ​ຍຸກສະ​ໄໝ ຄຳ​ສອນ​ເຫລົ່າ​ນີ້​ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ວຍ​ເຫລືອ​ຜູ້​ຄົນ. ແຕ່​ເພາະ​ການບໍ່​ເຊື່ອ​ຟັງ​ຂອງ​ພວກ​ເຂົາ ຈຶ່ງກໍ່​ໃຫ້​ເກີດ​ການ​ປະ​ຖິ້ມ​ຄວາມ​ເຊື່ອ. ດັ່ງ​ນັ້ນ, ໃນທຸກສະ​ໄໝ​ທີ່​ຜ່ານ​ມາ ມັນ​ຈຶ່ງ​ຖືກ​ຈຳ​ກັດ​ດ້ວຍ​ເວ​ລາ ແລະ ສະ​ຖານ​ທີ່. ມັນ​ຖືກ​ຈຳ​ກັດ​ດ້ວຍ​ເວ​ລາ ຍ້ອນ​ວ່າ​ແຕ່​ລະ​ຄັ້ງມັນ​ສິ້ນ​ສຸດ​ລົງ​ດ້ວຍ​ການ​ປະ​ຖິ້ມ​ຄວາມ​ເຊື່ອ. ມັນ​ຖືກ​ຈຳ​ກັດ​ດ້ວຍ​ສະ​ຖານ​ທີ່ ຊຶ່ງ​ເປັນ​ບ່ອນ​ນ້ອຍໆ​ໃນ​ແຜ່ນ​ດິນ​ໂລກ.

ການ​ຟື້ນ​ຟູ​ຂອງ​ທຸກ​ສິ່ງ

ດັ່ງ​ນັ້ນ​ຈຶ່ງຈຳ​ເປັນ​ຕ້ອງ​ມີ​ການ​ຟື້ນ​ຟູ​ຢ່າງ​ສົມ​ບູນ. ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ເອີ້ນ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໃຫ້​ເປັນ​ສາດ​ສະ​ດາຂອງ​ຍຸກສະ​ໄໝ​ນີ້. ອຳ​ນາດ​ຈາກ​ສະ​ຫວັນ​ທັງ​ໝົດ​ຂອງ​ຍຸກ​ສະ​ໄໝ​ທີ່​ຜ່ານ​ມາ​ໄດ້​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ເພິ່ນ.13 ຍຸກ​ສະ​ໄໝຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລານີ້ ຈະ​ບໍ່​ຖືກ​ກຳ​ນົດ​ດ້ວຍ​ເວ​ລາ ຫລື ດ້ວຍ​ສະ​ຖານ​ທີ່. ມັນ​ຈະ​ບໍ່​ສິ້ນ​ສຸດ​ລົງ​ດ້ວຍ​ການ​ປະ​ຖິ້ມ​ຄວາມ​ເຊື່ອ, ແລະ ມັນ​ຈະ​ແຜ່​ອອກ​ໄປ​ທົ່ວ​ໂລກ.14

ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ—ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ຟື້ນ​ຟູ​ທຸກ​ສິ່ງ

ດັ່ງ​ທີ່ເປ​ໂຕ ແລະ ໂປ​ໂລ​ໄດ້​ທຳ​ນາຍ​ໄວ້​ວ່າ, ທຸກ ສິ່ງ​ຈະ​ໄດ້​ຮັບການ​ຟື້ນ​ຟູ​ໃນຍຸກ​ສະ​ໄໝນີ້. ສະ​ນັ້ນ, ໃນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ເຕົ້າ​ໂຮມ, ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນທີ່​ລໍ​ຄອຍ​ມາ​ນານ​ຈະ​ຕ້ອງ​ເກີດ​ຂຶ້ນ.15 ມັນ​ເປັນ​ການ​ກະ​ທຳ​ທີ່​ຈຳ​ເປັນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.16

ຄຳ​ສອນ​ແຫ່ງ​ການ​ເຕົ້າ​ໂຮມ ເປັນ​ຄຳ​ສອນ​ທີ່​ສຳ​ຄັນ​ປະ​ການ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ: “ເຮົາ​ຈະໃຫ້​ເຄື່ອງ​ໝາຍ​ແກ່​ເຈົ້າ … ຄື​ເຮົາ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ເຮົາ​ຈາກ​ການ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ເປັນ​ເວລາ​ດົນ​ນານ​ຂອງ​ພວກ​ເຂົາ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ, ແລະ ຈະ​ສະຖາ​ປະນາ​ຊີໂອນ​ຂອງ​ເຮົາ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ​ອີກ.”17 ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ເປັນ​ເຄື່ອງ​ໝາຍ​ຕໍ່​ໂລກວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ແລະ ເຮັດ​ໃຫ້​ພັນ​ທະ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ອັບຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ​ສຳ​ເລັດ​ຜົນ.18 ເຮົາ​ບໍ່​ພຽງ​ແຕ່​ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ, ແຕ່​ເຮົາ​ຍັງ​ມີ​ສ່ວນ​ຮ່ວມ​ໃນ​ນັ້ນ​ນຳ​ອີກ. ເຮົາ​ເຮັດ​ດັ່ງ​ນີ້​ຂະ​ນະ​ທີ່​ເຮົາ​ຊ່ວຍ​ເຕົ້າ​ໂຮມ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເລືອກ​ໄວ້ ຢູ່​ທັງ​ສອງ​ຟາກ​ມ່ານ.

ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ຈຳ​ເປັນ​ຕໍ່ວຽກ​ງານນີ້. ມັນ​ປະ​ກາດ​ເຖິງ​ຄຳ​ສອນ​ແຫ່ງ​ການ​ເຕົ້າ​ໂຮມ.19 ມັນ​ເຮັດ​ໃຫ້​ຜູ້​ຄົນ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ໃຫ້​ເຊື່ອ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ໃຫ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຕາມ​ຈິງ​ແລ້ວ, ຖ້າບໍ່​ມີ​ພຣະ​ຄຳ​ພີ​ມໍ​ມອນ, ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທີ່​ສັນ​ຍາໄວ້​ກໍ​ຈະ​ບໍ່​ເກີດ​ຂຶ້ນ.20

ສຳ​ລັບ​ເຮົາແລ້ວ ຊື່ ອັບ​ຣາ​ຮາມ ທີ່​ມີ​ກຽດ​ນີ້​ແມ່ນ​ສຳຄັນ​ຫລາຍ. ມັນ​ຖືກ​ກ່າວ​ເຖິງ​ໃນ​ຫລາຍຂໍ້ ຢູ່​ໃນ​ພຣະ​ຄຳ​ພີແຫ່ງ​ການ​ຟື້ນ​ຟູ ຫລາຍກວ່າ​ໃນ​ທຸກໆ​ບົດ​ໃນ​ພຣະຄຣິສຕະ​ທຳ​ຄຳ​ພີ.21 ອັບ​ຣາ​ຮາມ​ຖືກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.22 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢືນ​ຢັນ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ອີກ​ຄັ້ງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ຜ່ານ​ທາງ​ສາດ​ສະ​ດາໂຈ​ເຊັບ ສະ​ມິດ.23 ໃນ​ພຣະ​ວິ​ຫານ ເຮົາ​ໄດ້​ຮັບ​ພອນ​ອັນ​ສູງ​ສົ່ງ, ໃນ​ຖາ​ນະ​ເປັນ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ.24

ຍຸກສະ​ໄໝຂອງ​ຄວາມ​ສົມ​ບູນ​ແຫ່ງເວ​ລາ

ພຣະ​ເຈົ້າ​ໄດ້​ເຫັນຍຸກ​ສະ​ໄໝຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລານີ້​ລ່ວງ​ໜ້າ ວ່າ​ເປັນ​ເວ​ລາ​ແຫ່ງ​ການ​ເຕົ້າ​ໂຮມ, ທັງ​ໃນ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ. ເປ​ໂຕ​ຮູ້​ວ່າ ຫລັງ​ຈາກ​ຊ່ວງໄລ​ຍະ​ຂອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ, ແລ້ວການ​ຟື້ນ​ຟູ​ຈະ​ເກີດຂຶ້ນ. ເພິ່ນ, ຜູ້​ທີ່​ໄດ້​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ພູ​ແຫ່ງ​ການ​ປ່ຽນ​ສະ​ພາບ ໄດ້​ປະ​ກາດ​ວ່າ:

“ດັ່ງ​ນັ້ນ​ຈົ່ງ​ກັບ​ໃຈ​ໃໝ່​ສາ​ໂດຍ​ຫັນ​ຄືນ​ມາ​ຫາ​ພຣະເຈົ້າ ເພື່ອ​ພຣະ​ອົງ​ຈະ​ອະ​ໄພບາບ​ກຳ​ໃຫ້​ພວກ​ທ່ານ, ເພື່ອ​ເວ​ລາ​ແຫ່ງ​ຄວາມ​ພັກ​ຜ່ອນ​ຢ່ອນ​ໃຈ​ຈະ​ໄດ້​ມາ​ຈາກ​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; …

“ພຣະ​ອົງ​ຈຳ​ຕ້ອງ​ຢູ່​ໃນ​ສະ​ຫວັນ ຈົນ​ກວ່າ​ເຖິງ​ເວ​ລາ​ທີ່​ທຸກ​ສິ່ງ​ຖືກ​ຕັ້ງ​ຂຶ້ນ​ໃໝ່, ຕາມ​ທີ່​ພຣະ​ເຈົ້າ​ໄດ້​ກ່າວ​ໄວ້​ໂດຍ​ທາງ​ບັນ​ດາ​ສາດ​ສະ​ດາ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ ຕັ້ງ​ແຕ່​ດົນ​ນານ​ມາ​ແລ້ວ.”25

ໃນ​ສະ​ໄໝ​ໃໝ່ ພຣະ​ເຈົ້າ​ໄດ້​ສົ່ງ​ອັກ​ຄະ​ສາ​ວົກ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ ມາເພື່ອມອບ “ຂໍ​ກະແຈ​ແຫ່ງ​ອາ​ນາ​ຈັກ​ຂອງ [ພຣະ​ອົງ], ແລະ ຍຸກ​ສະ​ໄໝ​ແຫ່ງພຣະ​ກິດ​ຕິ​ຄຸນເປັນ ເທື່ອ​ສຸດ​ທ້າຍ​ໃຫ້; ແລະ ສຳ​ລັບຄວາມ​ສົມ​ບູນ​ແຫ່ງ​ເວລາ,” ຊຶ່ງ​ໃນ​ນັ້ນ​ພຣະ​ອົງ​ຈະ “ເຕົ້າ​ໂຮມ​ທຸກ​ສິ່ງ​ເຂົ້າ​ກັນ, ທັງ​ສິ່ງ​ໃນ​ສະຫວັນ, ແລະ ສິ່ງ​ເທິງ​ແຜ່ນ​ດິນ​ໂລກ.”26

ໃນ​ປີ 1830 ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ຮຽນ​ຮູ້​ເຖິງ​ທູດ​ສະຫວັນ​ຊື່ ອີ​ລາຍ, ຜູ້​ທີ່​ມີ​ຂໍ​ກະ​ແຈ​ທີ່​ຈະເຮັດ​ໃຫ້​ເກີດ “ການ​ຟື້ນ​ຟູ​ຂອງ​ທຸກ​ສິ່ງ.”27

ຫົກ​ປີ​ຈາກນັ້ນ ພຣະ​ວິ​ຫານ​ເຄີດ​ແລນ​ໄດ້​ຖືກ​ອຸ​ທິດ. ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ເອົາ​ບ້ານ​ທີ່​ສັກ​ສິດ​ແຫ່ງນັ້ນ, ເຫລົ່າ​ທູດ​ສະ​ຫວັນ​ໄດ້​ມາ​ພ້ອມ​ກັບ​ຂໍ​ກະ​ແຈ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ. ໂມເຊ​ໄດ້​ປະກົດ28 “ແລະ ໄດ້​ມອບ​ໝາຍ … ຂໍ​ກະແຈ​ແຫ່ງ​ການເຕົ້າ​ໂຮມ​ຂອງ​ຊາວ​ອິດສະ​ຣາເອນ​ຈາກ​ສີ່​ທິດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ການ​ນຳ​ພາ​ສິບ​ເຜົ່າ​ມາ​ຈາກ​ແຜ່ນ​ດິນ​ທາງເໜືອ.

“ຫລັງ​ຈາກ​ນີ້, ອີລາຍ​ໄດ້​ປະກົດ, ແລະ ໄດ້​ມອບ​ໝາຍຍຸກ​ສະ​ໄໝ​ແຫ່ງພຣະ​ກິດ​ຕິ​ຄຸນ​ຂອງ​ອັບ​ຣາ​ຮາມ​ໃຫ້, ໂດຍ​ກ່າວ​ວ່າ ໃນ​ພວກ​ເຮົາ ແລະ ລູກ​ຫລານ​ຂອງ​ພວກ​ເຮົາ ຄົນ​ທຸກ​ລຸ້ນ​ຕໍ່​ຈາກ​ພວກ​ເຮົາ​ຈະ​ໄດ້​ຮັບ​ພອນ.”29

ແລ້ວ​ສາດ​ສະ​ດາ​ເອ​ລີ​ຢາ​ໄດ້​ມາ ແລະ ປະ​ກາດ​ວ່າ, “ຈົ່ງ​ເບິ່ງ, ເວ​ລາ​ມາ​ເຖິງ​ໂດຍ​ສົມ​ບູນ​ແລ້ວ, ຊຶ່ງ​ໄດ້​ກ່າວ​ໂດຍ​ປາກ​ຂອງ​ມາ​ລາ​ກີ—ໂດຍເປັນ​ພະ​ຍານ​ວ່າ ເພິ່ນ [ເອ​ລີ​ຢາ] ຈະ​ຖືກ​ສົ່ງ​ມາ, ກ່ອນມື້​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ—ເພື່ອ​ຫັນ​ໃຈ​ພໍ່​ມາ​ຫາ​ລູກ, ແລະ ຫັນ​ໃຈ​ລູກ​ໄປ​ຫາ​ພໍ່, ຖ້າບໍ່​ດັ່ງ​ນັ້ນ​ທັງ​ແຜ່ນ​ດິນ​ໂລກ​ຈະ​ຖືກ​ສາບ​ແຊ່ງ.”30

ເຫດ​ການ​ເຫລົ່າ​ນີ້​ໄດ້​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 3 ເດືອນ​ເມ​ສາ, 1836,31 ແລະ ເຮັດ​ໃຫ້​ຄຳ​ທຳ​ນາຍ​ຂອງ​ມາ​ລາ​ກີ​ບັນ​ລຸ​ຜົນ​ສຳ​ເລັດ.32 ຂໍ​ກະ​ແຈ​ທີ່​ສັກ​ສິດ​ຂອງ​ຍຸກ​ສະ​ໄໝນີ້​ກໍ​ໄດ້​ຖືກ​ຟື້ນ​ຟູ.33

ການ​ເຕົ້າ​ໂຮມ​ຈິດ​ວິນ​ຍານ​ຢູ່​ຟາກ​ມ່ານ​ເບື້ອງນັ້ນ

ຄຳ​ເຊື້ອ​ເຊີນ​ດ້ວຍ​ຄວາມ​ເມດ​ຕາ​ໃຫ້ “ມາ​ຫາ​ພຣະ​ຄຣິດ”34 ກໍ​ສາ​ມາດ​ສົ່ງ​ໄປ​ເຖິງ​ຜູ້​ທີ່​ຕາຍ​ປາດ​ສະ​ຈາກ​ຄວາມ​ຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ.35 ພາກ​ສ່ວນ​ການ​ຕຽມ​ຂອງ​ເຂົາ​ເຈົ້າ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ຂອງ​ຄົນ​ອື່ນ​ຢູ່​ໃນ​ໂລກນີ້. ເຮົາ​ຮວບ​ຮວມ​ໃບ​ສືບ​ລຳ​ດັບ​ເຊື້ອ​ສາຍ, ສ້າງ​ໃບ​ປະ​ຫວັດ​ຄອບ​ຄົວ, ແລະ ເຮັດ​ວຽກ​ງານ​ແທນ​ຢູ່​ໃນ​ພຣະ​ວິ​ຫານ ເພື່ອ​ເຕົ້າ​ໂຮມ​ຜູ້​ຄົນ​ໃຫ້ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຂົ້າ​ສູ່​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.36

ມີ​ສ່ວນ​ຮ່ວມ​ໃນ​ການ​ເຕົ້າ​ໂຮມ: ເຮັດ​ຄຳ​ໝັ້ນ​ສັນ​ຍາ​ໂດຍ​ພັນ​ທະ​ສັນ​ຍາ

ຢູ່​ເທິງ​ໂລກ, ວຽກ​ງານ​ເຜີຍ​ແຜ່​ແມ່ນ​ຈຳ​ເປັນ​ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ທຳ​ອິດ ພຣະ​ກິດ​ຕິ​ຄຸນ​ຕ້ອງ​ຖືກ​ນຳ​ໄປ​ຫາ “ຝູງ​ແກະ​ທີ່​ເສຍ​ແຫ່ງ​ປະ​ຊາ​ຊົນ​ຂອງ​ຊາດ​ອິດ​ສະ​ຣາ​ເອນ.”37 ດ້ວຍ​ເຫດນີ້, ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈຶ່ງ​ໄດ້​ອອກ​ໄປ​ປະ​ກາດ​ເຖິງ​ການ​ຟື້ນ​ຟູ. ໃນ​ຫລາຍ​ປະເທດ ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ​ໄດ້​ໄປ​ຊອກ​ຫາ​ຄົນ​ອິດ​ສະ​ຣາ​ເອນ​ທີ່​ຖືກ​ກະ​ຈັດ​ກະ​ຈາຍ​ໄປ; ເຂົາ​ເຈົ້າ​ໄດ້​ນຳ​ຫາພວກ​ເຂົາ “ຕາມ​ຫລືບ​ຫີນ”; ແລະ ເຂົາ​ເຈົ້າ​ໄດ້​ຕຶກ​ເອົາ​ພວກ​ເຂົາ​ຄື​ກັນ​ກັບ​ຕຶກ​ປາ ດັ່ງ​ທີ່​ໄດ້​ເຮັດ​ໃນ​ສະ​ໄໝ​ບູ​ຮານ.38

ການ​ເລືອກ​ທີ່​ຈະ​ມາ​ຫາ​ພຣະ​ຄຣິດ ບໍ່​ຂຶ້ນ​ກັບ​ວ່າ​ເຮົາ​ອາ​ໄສ​ຢູ່​ໃສ; ມັນ​ເປັນ​ເລື່ອງ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບຸກ​ຄົນ. ຜູ້​ຄົນ​ສາ​ມາດ “ຖືກ​ນຳ​ມາ​ສູ່ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ”39 ໂດຍ​ທີ່ບໍ່​ຕ້ອງ​ໜີ​ຈາກ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ. ມັນ​ກໍ​ຈິງ, ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ສາດ​ສະ​ໜາ​ຈັກ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ສ່ວນ​ຫລາຍ​ແມ່ນ​ໝາຍ​ເຖິງ​ການ​ຍົກ​ຍ້າຍ​ໄປ​ອາ​ເມ​ຣິ​ກາ. ແຕ່​ໃນ​ເວ​ລານີ້ ການ​ເຕົ້າ​ໂຮມ​ເກີດ​ຂຶ້ນ​ຢູ່​ໃນແຕ່​ລະ​ປະ​ເທດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ສະ​ຖາ​ປະ​ນາ​ຊີ​ໂອນ​ຂຶ້ນ40 ໃນ​ແຕ່​ລະ​ຂອບ​ເຂດ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ການ​ເກີດ ແລະ ສັນ​ຊາດ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ. ພຣະ​ຄຳ​ພີ​ໄດ້​ບອກ​ລ່ວງ​ໜ້າວ່າ ຜູ້​ຄົນ “ຈະ​ຖືກເຕົ້າ​ໂຮມ​ກັບ​ບ້ານ​ໄປ​ຫາແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ, ແລະ ຈະ​ຖືກ​ສະຖາ​ປະນາ​ຂຶ້ນ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ທັງ​ໝົດ​ຂອງ​ພວກ​ເຂົາ.”41 “ທຸກ​ປະ​ເທດ​ກໍ​ຈະ​ເປັນ​ທີ່​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ມັນ.”42 ບ່ອນ​ທີ່ເຕົ້າ​ໂຮມ​ໄພ່​ພົນ​ຊາວບຣາ​ຊິນ ກໍ​ຢູ່​ໃນ​ປະ​ເທດບຣາ​ຊິນ; ບ່ອນ​ທີ່ເຕົ້າ​ໂຮມ​ໄພ່​ພົນ​ຊາວ​ນີ​ເຊ​ຣີ ກໍ​ຢູ່​ໃນ​ປະ​ເທດ​ນີ​ເຊ​ຣີ; ບ່ອນ​ທີ່ເຕົ້າ​ໂຮມ​ໄພ່​ພົນ​ເກົາ​ຫລີ ກໍ​ຢູ່​ໃນ​ປະ​ເທດ​ເກົາ​ຫລີ; ແລະ ອື່ນໆ. ຊີໂອນ​ຄື “ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ.”43 ຊີ​ໂອນ​ຄື​ບ່ອນ​ທີ່​ໄພ່​ພົນ​ທີ່​ຊອບ​ທຳ​ອາ​ໄສ​ຢູ່. ການ​ຈັດ​ພິມ, ການ​ສື່​ສານ, ແລະ ການ​ປະ​ຊຸມ ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ ເຮັດ​ໃຫ້ສະ​ມາ​ຊິກ​ເກືອບ​ທຸກ​ຄົນ​ສາ​ມາດ​ເຂົ້າ​ເຖິງ​ພຣະ​ກິດ​ຕິ​ຄຸນ, ຂໍ​ກະ​ແຈ, ພິ​ທີ​ການ, ແລະ ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ, ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ໃສ​ກໍ​ຕາມ.

ຄວາມ​ປອດ​ໄພ​ທາງວິນ​ຍານ​ມັກຈະ​ຂຶ້ນ​ຢູ່​ກັບ ວິ​ທີ ທີ່​ບຸກ​ຄົນ​ດຳ​ລົງ​ຊີ​ວິດ, ບໍ່​ແມ່ນ​ຂຶ້ນ​ກັບ ສະ​ຖານ​ທີ່ ທີ່​ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ. ໄພ່​ພົນໃນ​ທຸກ​ປະ​ເທດ​ມີ​ສິດ​ເທົ່າ​ທຽມ​ກັນ ທີ່​ຈະ​ໄດ້​ຮັບ​ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ວຽກ​ງານນີ້​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ແມ່ນ​ຈິງ​ແທ້. ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່. ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ໄດ້​ຖືກ​ຟື້ນ​ຟູ​ເພື່ອ​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ອັນ​ສູງ​ສົ່ງ​ຂອງ​ສາດ​ສະ​ໜາ​ຈັກ, ລວມ​ທັງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ປະ​ທານ​ກໍ​ດອນ ບີ ຮິງ​ລີ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໃນ​ປະ​ຈຸ​ບັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ