​2010–2019
ຄວາມ​ປາດ​ຖະ​ໜາ
ເດືອນ​ເມ​ສາ 2011


2:3

ຄວາມ​ປາດ​ຖະ​ໜາ

ເພື່ອ​ຈະ​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ, ເຮົາ​ຈະ​ຕ້ອງ​ປາດ​ຖະ​ໜາ ແລະ ພາກ​ພຽນ​ຫາ​ຄຸນ​ສົມ​ບັດ​ທີ່​ຈຳ​ເປັນ​ໃນ​ການ​ກາຍ​ເປັນ​ຜູ້​ຄົນ​ນິ​ລັນ​ດອນ.

ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ກ່າວ​ເຖິງ​ຄວາມ​ສຳ​ຄັນ​ຂອງ ຄວາມ​ປາດ​ຖະ​ໜາ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຮົາ​ແຕ່​ລະ​ຄົນ​ຈະ​ຄົ້ນ​ຫົວ​ໃຈ​ຂອງ​ຕົນ ເພື່ອ​ຈະ​ຕັດ​ສິນ​ວ່າ​ເຮົາ​ປາດ​ຖະ​ໜາ​ຫຍັງ​ແທ້ໆ ແລະ ວ່າ​ເຮົາ​ຈະ​ຈັດ​ລຳ​ດັບ​ຄວາມ​ປາດ​ຖະ​ໜາ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ເຮົາ​ແນວ​ໃດ.

ຄວາມ​ປາດ​ຖະ​ໜາ​ຈະ​ກຳ​ນົດ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ເຮົາ, ລຳ​ດັບ​ຄວາມ​ສຳ​ຄັນ​ຈະ​ກຳ​ນົດ​ການ​ເລືອກ​ຂອງ​ເຮົາ, ແລະ ການ​ເລືອກ​ຈະ​ກຳ​ນົດ​ການ​ກະ​ທຳ​ຂອງ​ເຮົາ. ຄວາມ​ປາດ​ຖະ​ໜາ​ທີ່​ເຮົາ​ລົງ​ມື​ເຮັດ ຈະ​ກຳ​ນົດ​ວ່າ​ເຮົາ​ປ່ຽນ​ແປງ​ແນວ​ໃດ, ວ່າ​ເຮົາ​ສຳ​ເລັດ​ຫຍັງ​ແດ່, ແລະ ວ່າ​ເຮົາ​ຈະ​ກາຍ​ເປັນ​ຄົນ​ແນວ​ໃດ.

ທຳ​ອິດ ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ຄວາມ​ປາດ​ຖະ​ໜາ​ທຳ​ມະ​ດາ​ຂອງ​ເຮົາ​ບາງ​ຢ່າງ. ໃນ​ຖາ​ນະ​ມະ​ນຸດ ເຮົາ​ມີ​ຄວາມ​ຕ້ອງ​ການ​ພື້ນ​ຖານ​ບາງ​ຢ່າງ​ທາງ​ຮ່າງ​ກາຍ. ຄວາມ​ປາດ​ຖະ​ໜາ​ຢາກ​ສະ​ໜອງ​ຄວາມ​ຕ້ອງ​ການ​ເຫລົ່າ​ນີ້​ຈະ​ບັງ​ຄັບ​ການ​ເລືອກ​ຂອງ​ເຮົາ ແລະ ກຳ​ນົດ​ການ​ກະ​ທຳ​ຂອງ​ເຮົາ. ສາມ​ຕົວ​ຢ່າງ​ຕໍ່​ໄປ​ນີ້​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ບາງ​ເທື່ອ​ເຮົາ​ຈະ​ເອົາ​ຊະ​ນະ​ຄວາມ​ປາດ​ຖະ​ໜາ​ເຫລົ່າ​ນີ້​ດ້ວຍ​ຄວາມ​ປາດ​ຖະ​ໜາ​ອື່ນໆ ທີ່​ເຮົາ​ຄິດ​ວ່າ​ສຳ​ຄັນ​ຫລາຍ​ກວ່າ.

ໜຶ່ງ, ອາ​ຫານ​ການ​ກິນ. ເຮົາ​ມີ​ຄວາມ​ຕ້ອງ​ການ​ພື້ນ​ຖານ​ເລື່ອງ​ອາ​ຫານ​ການ​ກິນ, ແຕ່​ໃນ​ໄລ​ຍະ​ໜຶ່ງ​ຄວາມ​ປາດ​ຖະ​ໜາ​ນັ້ນ​ກໍ​ສາ​ມາດ​ເອົາ​ຊະ​ນະ​ໄດ້​ໂດຍ​ຄວາມ​ປາດ​ຖະ​ໜາ​ທີ່​ສຳ​ຄັນ​ກວ່າ ຄື​ທີ່​ຈະ​ຖື​ສິນ​ອົດ​ເຂົ້າ.

ສອງ, ທີ່​ພັກ​ອາ​ໄສ. ຕອນ​ຂ້າ​ພະ​ເຈົ້າ​ມີ​​ອາ​ຍຸ​ໄດ້ 12 ປີ ຂ້າ​ພະ​ເຈົ້າ​ໄດ້​ຕ້ານ​ທານ​ກັບ​ຄວາມ​ປາດ​ຖະ​ໜາ​ຢາກ​ມີ​ທີ່​ພັກ​ອາ​ໄສ​ຕອນ​ໄປ​ນອນ​ປ່າ​ຄ້າງ​ຄືນ ເພາະ​ຄວາມ​ປາດ​ຖະ​ໜາ​ທີ່​ສຳ​ຄັນ​ກວ່າ​ໃນ​ການ​ບັນ​ລຸ​ຂໍ້​ກຳ​ນົດ​ຂອງ​ໂຄງ​ການ​ລູກ​ເສືອ. ຂ້າ​ພະ​ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ຈຳ​ນວນ​ເດັກ​ນ້ອຍ​ຜູ້​ຊາຍ​ສີ່​ຫ້າ​ຄົນ​ທີ່​ໄດ້​ອອກ​ຈາກ​ຕູບ​ຜ້າ​ເຕັ້ນ​ທີ່​ສະ​ບາຍໆ ແລ້ວ​ໄປ​ຫາ​ວິ​ທີ​ທາງ​ສ້າງ​ທີ່​ພັກ​ອາ​ໄສ ແລະ ຈັດ​ບ່ອນ​ນອນ​ຈາກ​ວັດ​ຖຸ​ທຳ​ມະ​ຊາດ​ທີ່​ພວກ​ເຮົາ​ຊອກ​ຫາ​ມາ​ໄດ້.

ສາມ, ການ​ຫລັບ​ນອນ. ແມ່ນ​ແຕ່​ຄວາມ​ປາດ​ຖະ​ໜາ​ພື້ນ​ຖານ​ນີ້​ກໍ​ສາ​ມາດ​ເອົາ​ຊະ​ນະ​ໄດ້​ຊົ່ວ​ຄາວ ໂດຍ​ຄວາມ​ປາດ​ຖະ​ໜາ​ທີ່​ສຳ​ຄັນ​ຫລາຍ​ກວ່າ​ນັ້ນ. ຕອນ​ເປັນ​ທະ​ຫານ​ໜຸ່ມ​ຄົນ​ໜຶ່ງ​ໃນ​ກອງ​ທັບ​ທະ​ຫານ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດ​ຢູ​ທາ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ເຖິງ​ຕົວ​ຢ່າງ​ໜຶ່ງ​ຈາກ​ນາຍ​ທະ​ຫານ​ຜູ້​ຊຳ​ນານ​ຄົນ​ໜຶ່ງ.

ໃນ​ສອງ​ສາມ​ເດືອນ​ທຳ​ອິດຂອງ​ສົງ​ຄາມ​ເກົາ​ຫລີ, ກອງ​ທັບ​ທະ​ຫານ​ປືນ​ໃຫຍ່​ປ້ອງ​ກັນ​ປະ​ເທດ​ຈາກ​ເມືອງ​ຣິດ​ຟຽວ​ຂອງ​ລັດ​ຢູ​ທາ ຖືກ​ສັ່ງ​ໃຫ້​ອອກ​ໄປ​ປະ​ຈຳ​ການ. ຮ້ອຍ​ເອກ ເຣ ຄ໊ອກ ເປັນ​ຜູ້​ບັນ​ຊາ​ການ​ໜ່ວຍ​ທະ​ຫານ​ນີ້, ທີ່​ປະ​ກອບ​ດ້ວຍ​ຜູ້​ຊາຍ​ຊາວ​ມໍ​ມອນ 40 ຄົນ. ຫລັງ​ຈາກ​ໄດ້​ຝຶກ​ຕື່ມ ແລະ ຖືກ​ເສີມ​ກຳ​ລັງ​ດ້ວຍ​ທະ​ຫານ​ຈາກ​ບ່ອນ​ອື່ນ, ເຂົາ​ເຈົ້າ​ຖືກ​ສົ່ງ​ໄປ​ປະ​ເທດ​ເກົາ​ຫລີ, ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ປະ​ສົບ​ກັບ​ການ​ສູ້​ຮົບ​ທີ່​ດຸ​ເດືອດ​ຂອງ​ສົງ​ຄາມ​ນັ້ນ. ໃນ​ການ​ສູ້​ຮົບ​ຄັ້ງ​ໜຶ່ງ​ເຂົາ​ເຈົ້າ​ໄດ້​ຕ້ານ​ທານ​ກັບ​ການ​ໂຈມ​ຕີ​ຂອງ​ກອງ​ທັບ​ຂອງ​ສັດ​ຕູ​ເປັນ​ຫລາຍໆ​ຮ້ອຍ, ທີ່​ເປັນ​ການ​ໂຈມ​ຕີ​ທີ່​ຈະ​ເຂົ້າ​ຄວບ​ຄຸມ ແລະ ທຳ​ລາຍ​ກອງ​ທະ​ຫານ​ປືນ​ໃຫຍ່​ໃນ​ສະ​ໜາມ​ຮົບ.

ສິ່ງ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ຫຍັງ​ກັບ​ການ​ເອົາ​ຊະ​ນະ​ຄວາມ​ຢາກ​ຫລັບ​ນອນ? ໃນ​ຄືນ​ທີ່​ສາ​ຫັດ​ຄືນ​ໜຶ່ງ, ຕອນ​ທີ່​ກອງ​ທັບ​ຂອງ​ສັດ​ຕູ​ໄດ້​ເຂົ້າ​ມາ​ໂຈມ​ຕີ​ຈາກ​ດ້ານ​ໜ້າ​ຈົນ​ຮອດ​ດ້ານ​ຫລັງ​ທີ່​ມີ​ປືນ​ໃຫຍ່​ນັ້ນ, ຮ້ອຍ​ເອກ​ໄດ້​ຕໍ່​ສາຍ​ໂທ​ລະ​ສັບ​ຈາກ​ສະ​ໜາມ​ເຂົ້າ​ໄປ​ໃນ​ຕູບ​ຜ້າ​ເຕັ້ນ​ຂອງ​ເພິ່ນ ແລະ ໄດ້​ສັ່ງ​ບັນ​ດາ​ທະ​ຫານ​ຍາມ​ທີ່​ຢູ່​ອ້ອມ​ບໍ​ລິ​ເວນ ໃຫ້​ໂທ​ຫາ​ເພິ່ນ​ໂດຍ​ກົງ​ທຸກໆ​ໜຶ່ງ​ຊົ່ວ​ໂມງ​ຕະ​ຫລອດ​ທັງ​ຄືນ. ສິ່ງ​ນີ້​ເຮັດ​ໃຫ້​ທະ​ຫານ​ຍາມ​ບໍ່​ໄດ້​ຫລັບ​ໄດ້​ນອນ​ທັງ​ຄືນ, ແລະ ມັນ​ຍັງ​ໄດ້​ລົບ​ກວນ​ການ​ຫລັບ​ນອນ​ຂອງ​ຮ້ອຍ​ເອກ ຄ໊ອກ ນັ້ນ​ດ້ວຍ. “ທ່ານ​ເຮັດ​ແນວ​ນັ້ນ​ໄດ້​ແນວ​ໃດ?” ຂ້າ​ພະ​ເຈົ້າ​ໄດ້​ຖາມ​ເພິ່ນ. ຄຳ​ຕອບ​ຂອງ​ເພິ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ພະ​ລັງ​ຂອງ​ການ​ເອົາ​ຊະ​ນະ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ສຳ​ຄັນ​ກວ່າ.

“ຂ້ອຍ​ຮູ້​ວ່າ ຖ້າ​ຫາກ​ພວກ​ເຮົາ​ໄດ້​ກັບ​ບ້ານ ຂ້ອຍ​ຈະ​ໄດ້​ພົບ​ພໍ່​ແມ່​ຂອງ ຊາຍ​ໜຸ່ມ​ເຫລົ່າ​ນັ້ນ​ໃນ​ຖະ​ໜົນ​ຫົນ​ທາງ​ຂອງ​ເມືອງ​ນ້ອຍໆ​ຂອງ​ພວກ​ເຮົາ, ແລະ ຂ້ອຍ​ບໍ່​ຢາກ​ພົບ​ໜ້າ​ພົບ​ຕາ​ກັບ​ຜູ້​ໃດ ຖ້າ​ຫາກ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ກັບ​ບ້ານ​ມີ​ຊີ​ວິດ ເພາະ​ຍ້ອນ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ຂ້ອຍ​ບໍ່​ໄດ້​ເຮັດ ໃນ​ຖາ​ນະ​ຜູ້​ບັນ​ຊາ​ການ​ຂອງ​ພວກ​ເຂົາ.”1

ນີ້​ຊ່າງ​ເປັນ​ຕົວ​ຢ່າງ​ຂອງ​ພະ​ລັງ​ຂອງ​ການ​ເອົາ​ຊະ​ນະ​ຄວາມ​ປາດ​ຖະ​ໜາ ຕາມ​ລຳ​ດັບ ແລະ ການ​ກະ​ທຳ​ທີ່​ສຳ​ຄັນ​ກວ່າ! ນີ້​ຊ່າງ​ເປັນ​ຕົວ​ຢ່າງ​ທີ່​ມີ​ພະ​ລັງ​ສຳ​ລັບ​ເຮົາ​ທຸກ​ຄົນ​ຜູ້​ທີ່​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ຜາ​ສຸກ​ຂອງ​ຄົນ​ອື່ນ—ເຮົາ​ຜູ້​ເປັນ​ພໍ່​ແມ່, ຜູ້​ນຳ, ແລະ ຄູ​ສອນ​ໃນ​ສາດ​ສະ​ໜາ​ຈັກ!

ເພື່ອ​ເປັນ​ການ​ສະ​ຫລຸບ​ເລື່ອງ​ທີ່​ເລົ່າ​ມາ​ນັ້ນ, ຕອນ​ເຊົ້າໆ​ຫລັງ​ຈາກ​ຄ່ຳ​ຄືນ​ທີ່​ບໍ່​ໄດ້​ຫລັບ​ໄດ້​ນອນ, ຮ້ອຍ​ເອກ ຄ໊ອກ ກໍ​ໄດ້​ນຳ​ໜ້າ​ກອງ​ທັບ​ຂອງ​ເພິ່ນ​ໄປ​ສູ້​ຮົບ​ກັບ​ກອງ​ທັບ​ຂອງ​ສັດ​ຕູ. ເຂົາ​ເຈົ້າ​ໄດ້​ເອົາ​ທະ​ຫານ​ຈຳ​ນວນ 800 ຄົນ​ມາ​ເປັນ​ຊະ​ເລີຍ​ເສິກ ແລະ ທະ​ຫານ​ຂອງ​ເພິ່ນ​ພຽງ​ສອງ​ຄົນ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ບາດ​ເຈັບ. ຮ້ອຍ​ເອກ ຄ໊ອກ ໄດ້​ຮັບ​ກາ​ຄຳ​ຊອບ​ສຳ​ລັບ​ຄວາມ​ກ້າ​ຫານ, ແລະ ກອງ​ທັບ​ຂອງ​ເພິ່ນ​ກໍ​ໄດ້​ຮັບ​ການ​ຍົກ​ຍ້ອງ​ຈາກ​ໜ່ວຍ​ງານ​ຂອງ​ປະ​ທານ​ປະ​ເທດ ສຳ​ລັບ​ຄວາມ​ກ້າ​ຫານ​ທີ່​ໂດດ​ເດັ່ນ​ຂອງ​ເຂົາ​ເຈົ້າ. ແລະ ເໝືອນ​ດັ່ງ​ນັກ​ຮົບ​ໜຸ່ມ​ຂອງ​ຮີ​ລາ​ມັນ (ເບິ່ງ ແອວ​ມາ 57:25–26), ເຂົາ​ເຈົ້າ​ທຸກ​ຄົນ​ໄດ້​ກັບ​ບ້ານ​ຢ່າງ​ປອດ​ໄພ.2

ພຣະ​ຄຳ​ພີ​ມໍ​ມອນ​ກໍ​ມີ​ຂໍ້​ຄຳ​ສອນ​ຫລາຍໆ​ຂໍ້​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ຄວາມ​ປາດ​ຖະ​ໜາ.

ຫລັງ​ຈາກ​ທີ່​ໄດ້​ອ້ອນ​ວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເວ​ລາ​ຫລາຍ​ຊົ່ວ​ໂມງ, ເອ​ໂນດ​ກໍ​ໄດ້​ຖືກ​ບອກ​ວ່າ ເພິ່ນ​ໄດ້​ຮັບ​ການ​ອະ​ໄພ​ບາບ​ແລ້ວ. ແລ້ວ​ເພິ່ນ​ກໍ “ເລີ່ມ​ຮູ້​ສຶກ​ມີ​ຄວາມ​ປາດ​ຖະ​ໜາ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ພີ່​ນ້ອງ [ຂອງ​ເພິ່ນ]” (ເອ​ໂນດ 1:9). ເພິ່ນ​ໄດ້​ຂຽນ​ວ່າ, “ແລະ … ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຈົນ​ສຸດ​ຄວາມ​ພາກ​ພຽນ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຮົາ​ຈະ​ໃຫ້​ເຈົ້າ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຈົ້າ, ເພາະ​ສັດ​ທາ​ຂອງ​ເຈົ້າ” (ຂໍ້​ທີ 12). ຂໍ​ໃຫ້​ສັງ​ເກດ​ເຫັນ​ສິ່ງ​ທີ່​ຈຳ​ເປັນ​ສາມ​ຢ່າງ​ທີ່​ມາ​ກ່ອນ​ພອນ​ທີ່​ໄດ້​ສັນ​ຍາ​ໄວ້​ນັ້ນ​ຄື: ຄວາມ​ປາດ​ຖະ​ໜາ, ຄວາມ​ພາກ​ພຽນ, ແລະ ສັດ​ທາ.

ໃນ​ການ​ເທດ​ສະ​ໜາ​ຂອງ​ເພິ່ນ​ກ່ຽວ​ກັບ​ສັດ​ທາ, ແອວ​ມາ​ກໍ​ສິດ​ສອນ​ວ່າ ສັດ​ທາ​ສາ​ມາດ​ເລີ່ມ​ດ້ວຍ “ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຊື່ອ” ຖ້າ​ເຮົາ​ຈະ “ໃຫ້​ຄວາມ​ປາດ​ຖະ​ໜາ​ນີ້​ເກີດ​ຜົນ​ໃນ [ຕົວ​ເຮົາ]” (ແອວ​ມາ 32:27).

ຄຳ​ສອນ​ທີ່​ຍິ່ງ​ໃຫຍ່​ເຖິງ​ຄວາມ​ປາດ​ຖະ​ໜາ​ອີກ​ເລື່ອງ​ໜຶ່ງ, ໂດຍ​ສະ​ເພາະ​ທີ່​ກ່ຽວ​ກັບ​ສິ່ງ​ທີ່​ຄວນ​ເປັນ​ຄວາມ​ປາດ​ຖະ​ໜາ​ອັນ​ສູງ​ສຸດ​ຂອງ​ເຮົາ, ກໍ​ເກີດ​ຂຶ້ນ​ໃນ​ປະ​ສົບ​ການ​ຂອງ​ກະ​ສັດ​ຂອງ​ຊາວ​ເລ​ມັນ ທີ່​ໄດ້​ຮັບ​ການ​ສິດ​ສອນ​ຈາກ​ອາ​ໂຣນ​ຜູ້​ສອນ​ສາດ​ສະ​ໜາ. ເມື່ອ​ຄຳ​ສອນ​ຂອງ​ອາ​ໂຣນ​ໄດ້​ກໍ່​ໃຫ້​ເພິ່ນ​ມີ​ຄວາມ​ສົນ​ໃຈ, ກະ​ສັດ​ໄດ້​ຖາມ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ເກີດ​ຈາກ​ພຣະ​ເຈົ້າ” ແລະ “ມີ​ຊີ​ວິດ​ນິ​ລັນ​ດອນ?” ແອວ​ມາ 22:15. ອາ​ໂຣນ​ໄດ້​ຕອບ​ວ່າ, “ຖ້າ​ຫາກ​ວ່າ​ທ່ານ​ປາດ​ຖະ​ໜາ​ສິ່ງ​ເຫລົ່າ​ນີ້, … ຂໍ​ໃຫ້​ທ່ານ​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຂອງ​ທ່ານ, ແລະ ໃຫ້​ກົ້ມ​ຂາບ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ອົງ​ໃນ​ສັດ​ທາ, ໂດຍ​ເຊື່ອ​ວ່າ​ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ, ແລ້ວ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ຫວັງ​ຕາມ​ຄວາມ​ປາດ​ຖະ​ໜາ” (ຂໍ້​ທີ 16).

ກະ​ສັດ​ກໍ​ໄດ້​ເຮັດ​ດັ່ງ​ນັ້ນ ແລະ ໃນ​ຄຳ​ອະ​ທິ​ຖານ​ທີ່​ມີ​ພະ​ລັງ ໄດ້​ປະ​ກາດ​ວ່າ, “ຂ້າ​ນ້ອຍ​ຈະ​ປະ​ຖິ້ມ​ບາບ​ຂອງ​ຂ້າ​ນ້ອຍ​ທັງ​ໝົດ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ພຣະ​ອົງ … ແລະ ລອດ​ໃນ​ວັນ​ສຸດ​ທ້າຍ” (ຂໍ້​ທີ 18). ດ້ວຍ​ຄຳ​ໝັ້ນ​ສັນ​ຍາ​ນັ້ນ ແລະ ການ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ທີ່​ສູງ​ສຸດ​ຂອງ​ເພິ່ນ, ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ​ກໍ​ໄດ້​ຮັບ​ຄຳຕອບ​ຢ່າງ​ມະ​ຫັດ​ສະ​ຈັນ.

ສາດ​ສະ​ດາ​ແອວ​ມາ​ໄດ້​ມີ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ຈະ​ປະ​ກາດ​ການ​ກັບ​ໃຈ​ຕໍ່​ຜູ້​ຄົນ​ທັງ​ປວງ, ແຕ່​ເພິ່ນ​ເຂົ້າ​ໃຈ​ວ່າ​ເພິ່ນ​ບໍ່​ຄວນ​ປາດ​ຖະ​ໜາ​ອຳ​ນາດ​ທີ່​ບັງ​ຄັບ​ໃຫ້​ຜູ້​ຄົນ​ເຮັດ​ຕາມ ເພາະ​ເພິ່ນ​ໄດ້​ສະ​ຫລຸບ​ວ່າ, “ພຣະ​ເຈົ້າ​ຜູ້​ທ່ຽງ​ທຳ … ປະ​ທານ​ໃຫ້​ມະ​ນຸດ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຂົາ, ບໍ່​ວ່າ​ມັນ​ຈະ​ເປັນ​ໄປ​ເພື່ອ​ຄວາມ​ຕາຍ ຫລື ເພື່ອ​ຊີ​ວິດ” (ແອວ​ມາ 29:4). ໃນ​ທຳ​ນອງ​ດຽວ​ກັນ​ນີ້, ໃນ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່ ພຣະ​ຜູ້​ເປັນ​ເຈົ້າ​ປະ​ກາດ​ວ່າ ພຣະ​ອົງ “ຈະ​ພິ​ພາກ​ສາ​ມະ​ນຸດ​ທັງ​ປວງ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ຂອງ​ພວກ​ເຂົາ” (ຄພ 137:9).

ເຮົາ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ໃຫ້ ພຣະ​ຜູ້​ພິ​ພາກ​ສາ​ນິ​ລັນ​ດອນ​ຂອງ​ເຮົາ​ວາງ​ເງື່ອນ​ໄຂ​ຄວາມ​ສຳ​ຄັນ​ອັນ​ຍິ່ງ​ໃຫຍ່​ນີ້​ໄວ້​ກັບ​ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ​ແທ້ໆ?

ພຣະ​ຄຳ​ພີ​ຫລາຍໆ​ຂໍ້​ກໍ​ກ່າວ​ເຖິງ​ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ​ທາງ​ດ້ານ​ສິ່ງ​ທີ່​ເຮົາ​ສະ​ແຫວງ​ຫາ. “ຄົນ​ທີ່​ສະ​ແຫວງ​ຫາ​ເຮົາ​ກ່ອນ ຈະ​ພົບ​ເຮົາ, ແລະ ຈະ​ບໍ່​ຖືກ​ປະ​ຖິ້ມ” (ຄພ 88:83). “ຈົ່ງ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ທີ່​ດີ​ທີ່​ສຸດ​ຢ່າງ​ຕັ້ງ​ໃຈ” (ຄພ 46:8). “ຜູ້​ທີ່​ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ​ຈະ​ໄດ້​ພົບ” (1 ນີ​ໄຟ 10:19). “ຈົ່ງ​ເຂົ້າ​ມາ​ໃກ້​ເຮົາ ແລະ ເຮົາ​ຈະ​ເຂົ້າ​ໃກ້​ພວກ​ເຈົ້າ; ຈົ່ງ​ສະ​ແຫວງ​ຫາ​ເຮົາ​ດ້ວຍ​ຄວາມ​ພາກ​ພຽນ ແລະ ພວກ​ເຈົ້າ​ຈະ​ພົບ​ເຮົາ; ຈົ່ງ​ໝັ່ນ​ຂໍ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ເຄາະ ແລ້ວ​ຈະ​ມີ​ຜູ້​ໄຂ​ປະ​ຕູ​ໃຫ້​ພວກ​ເຈົ້າ” (ຄພ 88:63).

ການ​ປັບ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ໃໝ່ ເພື່ອ​ຈະ​ໃຫ້​ລຳ​ດັບ​ຄວາມ​ສຳ​ຄັນ​ສູງ​ສຸດ​ຕໍ່​ສິ່ງ​ທີ່​ເປັນ​ນິ​ລັນ​ດອນ ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ. ເຮົາ​ທຸກ​ຄົນ​ກໍ​ຖືກ​ລໍ້​ລວງ​ໃຫ້​ປາດ​ຖະ​ໜາ​ສິ່ງ​ຂອງ​ທີ່​ເປັນ​ຝ່າຍ​ໂລກ​ທັງ​ສີ່​ຢ່າງ ດັ່ງ​ເຊັ່ນ​ຊັບ​ສິນ, ຊື່​ສຽງ, ຄວາມ​ທະ​ນົງ​ຕົວ, ແລະ ອຳ​ນາດ. ເຮົາ​ອາດ​ປາດ​ຖະ​ໜາ​ສິ່ງ​ເຫລົ່າ​ນີ້, ແຕ່​ເຮົາ​ບໍ່​ຄວນ​ໃຫ້​ມັນ​ເປັນ​ລຳ​ດັບ​ຄວາມ​ສຳ​ຄັນ​ທີ່​ສູງ​ສຸດ​ຂອງ​ເຮົາ.

ຜູ້​ຄົນ​ທີ່​ມີ​ຄວາມ​ປາດ​ຖະ​ໜາ​ສູງ​ສຸດ​ທີ່​ຈະ​ກອບ​ໂກຍ​ຊັບ​ສົມ​ບັດ ກໍ​ຕົກ​ຢູ່​ໃນ​ກັບ​ດັກ​ຂອງ​ວັດ​ຖຸ​ນິ​ຍົມ. ເຂົາ​ເຈົ້າ​ບໍ່​ໄດ້​ເອົາ​ໃຈ​ໃສ່​ຄຳ​ຕັກ​ເຕືອນ​ທີ່​ວ່າ “ຢ່າ​ຊອກ​ຫາ​ຂອງ​ມີ​ຄ່າ ຫລື ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ” (ແອວ​ມາ 39:14; ເບິ່ງ ຢາ​ໂຄບ 2:18) ນຳ​ອີກ.

ຜູ້​ທີ່​ປາດ​ຖະ​ໜາ​ຊື່​ສຽງ ຫລື ອຳ​ນາດ​ຄວນ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ໂມ​ໂຣ​ໄນ ຫົວ​ໜ້າ​ນາຍ​ທະ​ຫານ​ຜູ້​ກ້າ​ຫານ, ຜູ້​ທີ່​ບໍ່​ໄດ້​ຮັບ​ໃຊ້​ເພື່ອ​ສະ​ແຫວງ​ຫາ “ອຳ​ນາດ” ຫລື “ກຽດ​ຕິ​ຍົດ​ຂອງ​ໂລກ” (ແອວ​ມາ 60:36).

ເຮົາ​ຈະ​ພັດ​ທະ​ນາ​ຄວາມ​ປາດ​ຖະ​ໜາ​ໄດ້​ແນວ​ໃດ? ໜ້ອຍ​ຄົນ​ຈະ​ມີ​ປະ​ສົບ​ການ​ດັ່ງ​ທີ່​ໄດ້​ກະ​ຕຸ້ນ​ໃຈ​ຊາຍ​ຄົນ​ໜຶ່ງ​ຊື່ ອາ​ໂຣນ ຣາວ​ສະ​ຕັນ,3 ແຕ່​ປະ​ສົບ​ການ​ຂອງ​ລາວ​ກໍ​ສອນ​ບົດ​ຮຽນ​ທີ່​ລ້ຳ​ຄ່າ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຄວາມ​ປາດ​ຖະ​ໜາ. ຕອນ​ທີ່​ຣາວ​ສະ​ຕັນ ກຳ​ລັງ​ໄປ​ຍ່າງ​ຫລິ້ນ​ທີ່​ເຫວ​ເລິກ​ໄກໆ ຢູ່ພາກ​ໃຕ້​ຂອງ​ລັດ​ຢູ​ທາ, ຫີນ​ກ້ອນ​ໃຫຍ່​ນ້ຳ​ໜັກ 800 ປອນ (360 ກິ​ໂລ) ກໍ​ໄດ້​ເລື່ອນ​ຢ່າງ​ກະ​ທັນ​ຫັນ ແລະ ໄດ້​ທັບ​ແຂນ​ເບື້ອງ​ຂວາ​ຂອງ​ລາວ. ລາວ​ໄດ້​ພະ​ຍາ​ຍາມ​ດຶງ​ຕົວ​ເອງ​ໃຫ້​ຫລຸດ​ອອກ​ຈາກ​ກ້ອນ​ຫີນ​ເປັນ​ເວ​ລາ​ຫ້າ​ມື້​ທີ່​ໂດດ​ດ່ຽວ. ເມື່ອ​ລາວ​ເກືອບ​ຈະ​ຍອມ​ແພ້ ແລະ ຍອມ​ຮັບ​ຄວາມ​ຕາຍ ລາວ​ໄດ້​ນຶກ​ເຫັນ​ພາບ​ຂອງ​ເດັກນ້ອຍ​ຜູ້​ຊາຍ​ອາ​ຍຸ​ສາມ​ປີ​ຄົນ​ໜຶ່ງ ທີ່​ແລ່ນ​ໄປ​ຫາ​ລາວ ແລະ ລາວ​ກໍ​ໄດ້​ອູ້ມ​ທ້າວ​ນ້ອຍ​ຄົນ​ນັ້ນ​ຂຶ້ນ​ດ້ວຍ​ແຂນ​ເບື້ອງ​ຊ້າຍ​ຂອງ​ລາວ. ລາວ​ເຂົ້າ​ໃຈ​ວ່າ​ນີ້​ຄື​ພາບ​ຂອງ​ລູກ​ຊາຍ​ຂອງ​ລາວ​ໃນ​ອະ​ນາ​ຄົດ ແລະ ກໍ​ມີ​ຄວາມ​ແນ່​ໃຈ​ວ່າ​ລາວ​ສາ​ມາດ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ໄດ້, ຣາວ​ສະ​ຕັນ​ເລີຍ​ມີ​ຄວາມ​ກ້າ​ຫານ​ພໍ​ທີ່​ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ຈຳ​ເປັນ​ເພື່ອ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ຕົນ​ໄວ້​ກ່ອນ​ລາວ​ຈະ​ໝົດ​ກຳ​ລັງ. ລາວ​ໄດ້​ຫັກ​ກະ​ດູກ​ສອງ​ແທ່ງ​ໃນ​ແຂນ​ເບື້ອງ​ຂວາ​ທີ່​ຖືກ​ກ້ອນ​ຫີນ​ທັບ ແລະ ແລ້ວ​ໄດ້​ເອົາ​ມີດ​ນ້ອຍ​ທີ່​ລາວ​ມີ​ຕັດ​ແຂນ​ຂອງ​ຕົນ. ແລ້ວ​ລາວ​ໄດ້​ຮວບ​ຮວມ​ກຳ​ລັງ​ຍ່າງ​ໄປ​ເຖິງ 5 ໄມ (8 ກິ​ໂລ​ແມັດ) ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ.4 ນີ້​ຊ່າງ​ເປັນ​ຕົວ​ຢ່າງ​ໜຶ່ງ​ຂອງ​ພະ​ລັງ​ແຫ່ງຄວາມ​ປາດ​ຖະ​ໜາ​ທີ່​ໃຫຍ່​ຫລວງ​ແທ້ໆ! ເມື່ອ​ເຮົາ​ຫລຽວ​ເຫັນ​ພາບ​ທີ່​ເຮົາ​ສາ​ມາດ​ຈະ​ກາຍ​ເປັນ​ໄດ້, ຄວາມ​ປາດ​ຖະ​ໜາ ແລະ ພະ​ລັງ​ຂອງ​ເຮົາ​ທີ່​ຈະ​ລົງ​ມື​ກະ​ທຳ ຈະ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ.

ເຮົາ​ສ່ວນ​ຫລາຍ​ຈະ​ບໍ່​ເຄີຍ​ປະ​ສົບ​ວິ​ກິດ​ການ​ທີ່​ແສນ​ສາ​ຫັດ​ຂະ​ໜາດ​ນີ້, ແຕ່​ເຮົາ​ທຸກ​ຄົນ​ກໍ​ຈະ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທີ່​ຈະ​ຂັດ​ຂວາງ​ຄວາມ​ກ້າວ​ໜ້າ ທີ່​ນຳ​ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ. ຖ້າ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຂອງ​ເຮົາ​ນັ້ນ​ຍິ່ງ​ໃຫຍ່​ພໍ, ມັນ​ຈະ​ກະ​ຕຸ້ນ​ໃຈ​ເຮົາ​ໃຫ້​ຕັດ ແລະ ຄວັດ​ຕົວ​ເຮົາ​ເອງ​ໃຫ້​ຫລຸດ​ພົ້ນ​ຈາກ​ການ​ຕິດ​ແສດ ແລະ ບາບ​ອື່ນໆ​ທີ່​ບີບ​ບັງ​ຄັບ ແລະ ລຳ​ດັບ​ຄວາມ​ສຳ​ຄັນ​ຕ່າງໆ​ທີ່​ຂັດ​ຂວາງ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ.

ເຮົາ​ຄວນ​ຈື່​ຈຳ​ໄວ້​ວ່າ ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຈະ​ບໍ່​ເປັນ​ເລື່ອງ​ຕື້ນໆ, ຮ້ອນ​ໃຈ​ໄຮ້​ຄວາມ​ຄິດ, ຫລື ເປັນ​ເລື່ອງ​ຊົ່ວ​ຄາວ. ມັນ​ຕ້ອງ​ເປັນ​ເລື່ອງ​ທີ່​ຈິງ​ຈັງ, ບໍ່​ຫວັ່ນ​ໄຫວ, ແລະ ຖາ​ວອນ. ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ, ເຮົາ​ຈະ​ສະ​ແຫວງ​ຫາ​ສິ່ງ​ທີ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ບັນ​ຍາຍ​ໄວ້, ເພື່ອ​ເຮົາ “ຈະ​ເອົາ​ຊະ​ນະ​ຄວາມ​ຊົ່ວ​ໃນ [ຊີ​ວິດ​ຂອງ​ເຮົາ] ແລະ ບໍ່​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ບາບ.”5 ນັ້ນ​ເປັນ​ການ​ຕັດ​ສິນ​ໃຈ​ທີ່​ເປັນ​ສ່ວນ​ຕົວ. ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ກ່າວ​ວ່າ:

“ເມື່ອ​ຜູ້​ຄົນ​ຖືກ​ບັນ​ຍາຍ​ວ່າ ‘ບໍ່​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ຄວາມ​ຜິດ​ບາບ,’ ມັນ​ກໍ​ແມ່ນ​ເຂົາ​ເຈົ້າ, ແລະ ເຂົາ​ເຈົ້າ​ເທົ່າ​ນັ້ນ, ທີ່​ເປັນ​ຜູ້​ຕັດ​ສິນ​ໃຈ​ດ້ວຍ​ເຈດ​ຕະ​ນາ ທີ່​ຈະ​ໃຫ້​ຄວາມ​ປາດ​ຖະ​ໜາ​ທີ່​ຜິດ​ພາດ​ເຫລົ່າ​ນັ້ນ​ສູນ​ຫາຍ​ໄປ ໂດຍ​ການ​ເຕັມ​ໃຈ ‘ທີ່​ຈະ​ຖິ້ມ​ບາບ [ຂອງ​ພວກ​ເຂົາ] ທັງ​ໝົດ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ພຣະ​ເຈົ້າ.”

“ສະ​ນັ້ນ, ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ​ຢ່າງ​ບໍ່​ລົດ​ລະ, ເມື່ອ​ເວ​ລາ​ຜ່ານ​ໄປ, ກໍ​ຈະ​ກາຍ​ເປັນ​ສິ່ງ​ທີ່​ເຮົາ​ຈະ​ກາຍ​ເປັນ​ໃນ​ທີ່​ສຸດ ແລະ ເປັນ​ສິ່ງ​ທີ່​ເຮົາ​ຈະ​ໄດ້​ຮັບ​ໃນ​ນິ​ລັນ​ດອນ.”6

ເຖິງ​ແມ່ນ​ວ່າ​ການ​ບໍ່​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ຄວາມ​ຜິດ​ບາບ​ນັ້ນ​ກໍ​ສຳ​ຄັນ, ແຕ່​ຊີ​ວິດ​ນິ​ລັນ​ດອນ​ຍັງ​ຮຽກ​ຮ້ອງ​ອີກ​ຫລາຍ​ກວ່າ​ນັ້ນ. ເພື່ອ​ຈະ​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ, ເຮົາ​ຈະ​ຕ້ອງ​ປາດ​ຖະ​ໜາ ແລະ ພາກ​ພຽນ​ຫາ​ຄຸນ​ສົມ​ບັດ​ທີ່​ຈຳ​ເປັນ​ໃນ​ການ​ກາຍ​ເປັນ​ຜູ້​ຄົນ​ນິ​ລັນ​ດອນ. ຍົກ​ຕົວ​ຢ່າງ, ຜູ້​ຄົນ​ນິ​ລັນ​ດອນ​ໃຫ້​ອະ​ໄພ​ທຸກ​ຄົນ​ທີ່​ໄດ້​ເຮັດ​ຜິດ​ຕໍ່​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຜາ​ສຸກ​ຂອງ​ຄົນ​ອື່ນ​ເໜືອ​ຂອງ​ຕົນ​ເອງ. ແລະ ເຂົາ​ເຈົ້າ​ຮັກ​ລູກ​ຂອງ​ພຣະ​ເຈົ້າ​ທຸກໆ​ຄົນ. ຖ້າ​ສິ່ງ​ນີ້​ເບິ່ງ​ຄື​ວ່າ​ຍາກ​ເກີນ​ໄປ—ແລະ ແນ່​ນອນ​ວ່າ​ມັນ​ຈະ​ບໍ່​ເປັນ​ເລື່ອງ​ງ່າຍ​ສຳ​ລັບ​ເຮົາ​ຈັກ​ຄົນ​ເລີຍ—ແລ້ວ​ເຮົາ​ຄວນ​ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ມີ​ຄຸນ​ສົມ​ບັດ​ດັ່ງ​ນັ້ນ ແລະ ທູນ​ຂໍ​ໃຫ້​ພຣະ​ບິ​ດາ ເທິງ​ສະ​ຫວັນ​ທີ່​ຮັກ​ຂອງ​ເຮົາ ຊ່ວຍ​ເຫລືອ​ເຮົາ​ກັບ​ຄວາມ​ຮູ້​ສຶກ​ຂອງ​ເຮົາ. ພຣະ​ຄຳ​ພີ​ມໍ​ມອນ​ສອນ​ເຮົາ​ວ່າ ເຮົາ​ຄວນ “ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ, ເພື່ອ [ເຮົາ] ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້, ຊຶ່ງ​ພຣະ​ອົງ​ປະ​ທານ​ໃຫ້​ທຸກ​ຄົນ​ຊຶ່ງ​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ” (ໂມ​ໂຣ​ໂນ 7:48).

ຂ້າ​ພະ​ເຈົ້າ​ຈະ​ປິດ​ຄຳ​ປາ​ໄສ​ດ້ວຍ​ຕົວ​ຢ່າງ​ສຸດ​ທ້າຍ​ຂອງ​ຄວາມ​ປາດ​ຖະ​ໜາ​ທີ່​ຄວນ​ເປັນ​ລຳ​ດັບ​ຄວາມ​ສຳ​ຄັນ​ສູງ​ສຸດ​ສຳ​ລັບ​ຊາຍ ແລະ ຍິງ​ທຸກໆ​ຄົນ—ສຳ​ລັບ​ຜູ້​ທີ່​ໄດ້​ແຕ່ງ​ງານ​ແລ້ວ ແລະ ຜູ້​ທີ່​ຍັງ​ເປັນ​ໂສດ. ທຸກ​ຄົນ​ຄວນ​ປາດ​ຖະ​ໜາ ແລະ ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ ເພື່ອ​ຈະ​ໄດ້​ມີ​ການ​ແຕ່ງ​ງານ​ຊົ່ວ​ນິ​ລັນ​ດອນ. ຜູ້​ທີ່​ໄດ້​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ແລ້ວ ຄວນ​ເຮັດ​ທຸກ​ສິ່ງ​ເພື່ອ​ຮັກ​ສາ​ການ​ແຕ່ງ​ງານ​ນັ້ນ​ໄວ້. ຜູ້​ທີ່​ຍັງ​ເປັນ​ໂສດ​ຄວນ​ປາດ​ຖະ​ໜາ​ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ ແລະ ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ຈະ​ໄດ້​ສິ່ງ​ນັ້ນ. ຊາວ​ໜຸ່ມ ແລະ ຄົນ​ໜຸ່ມ​ໂສດ​ຄວນ​ຕ້ານ​ທານ​ກັບ​ການ​ທີ່​ຈະ​ເຮັດ​ຕາມ​ຜູ້​ຄົນ​ໃນສັງ​ຄົມ ທີ່​ຄິດ​ວ່າ​ການ​ແຕ່ງ​ງານ ແລະ ການ​ມີ​ລູກ​ບໍ່​ມີ​ຄວາມ​ສຳ​ຄັນ.7

ບັນ​ດາ​ຜູ້​ຊາຍ​ທີ່​ຍັງ​ເປັນ​ໂສດ, ຂໍ​ໃຫ້​ທ່ານ​ໄຕ່​ຕອງ​ເຖິງ​ການ​ທ້າ​ທາຍ​ໃນ​ຈົດ​ໝາຍ​ສະ​ບັບ​ນີ້​ຂອງ​ນ້ອງ​ສາວ​ໂສດ​ຄົນ​ໜຶ່ງ. ນາງ​ໄດ້​ຂຽນ​ອ້ອນ​ວອນ​ເພື່ອ “ທິ​ດາ​ທີ່​ຊອບ​ທຳ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ​ທີ່​ສະ​ແຫວງ​ຫາ​ຄູ່​ຊີ​ວິດ ຜູ້​ມີ​ຄຸນ​ຄ່າ​ດີ​ພໍ​ຢ່າງ​ຈິງ​ໃຈ, ແຕ່​ເບິ່ງ​ຄື​ວ່າ ຜູ້​ຊາຍ​ເຫລົ່າ​ນັ້ນ​ຕາ​ບອດ ແລະ ສັບ​ສົນ​ວ່າ​ມັນ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພວກ​ເຂົາ​ຫລື​ບໍ່ ທີ່​ຈະ​ສະ​ແຫວງ​ຫາ​ທິ​ດາ​ຜູ້​ປະ​ເສີດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ຄົບ​ຫາ​ເຂົາ​ເຈົ້າ ແລະ ເຕັມ​ໃຈ​ທີ່​ຈະ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.” ນາງ​ໄດ້​ລົງ​ທ້າຍ​ຈົດ​ໝາຍ​ວ່າ, “ຍັງ​ມີ​ຊາຍ​ໂສດ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຫລາຍໆ​ຄົນ​ໃນ​ທີ່​ນີ້ ທີ່​ເພິ່ງ​ພໍ​ໃຈ​ກັບ​ການອອກ​ທ່ຽວ​ຫລິ້ນ​ຢ່າງ​ມ່ວນ​ຊື່ນ​ເທົ່າ​ນັ້ນ, ແຕ່​ບໍ່​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ມີ​ການ​ຜູກ​ມັດ​ກັບ​ຜູ້​ຍິງ​ຄົນ​ໃດ​ເລີຍ.”8

ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ​ບັນ​ດາ​ຊາຍ​ໜຸ່ມ​ທີ່​ກຳ​ລັງ​ສະ​ແຫວງ​ຫາ​ຢ່າງ​ກະ​ຕື​ລື​ລົ້ນ​ຄວນ​ຢາກ​ໃຫ້​ຂ້າ​ພະ​ເຈົ້າ​ກ່າວ​ຕື່ມ​ວ່າ ຍັງ​ມີ​ຍິງ​ສາວ​ຫລາຍ​ຄົນ​ທີ່​ມີ​ຄວາມ​ປາດ​ຖະ​ໜາ​ການ​ແຕ່ງ​ງານ ແລະ ມີ​ລູກ ທີ່​ມີ​ຄຸນ​ຄ່າ ແຕ່​ຖືກ​ນັບ​ວ່າ​ມີ​ຄວາມ​ສຳ​ຄັນ​ໜ້ອຍ​ກວ່າ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ມີ​ອາ​ຊີບ ຫລື ຊື່​ສຽງ​ໂດ່ງ​ດັງ​ອື່ນໆ. ທັງ​ຊາຍ ແລະ ຍິງ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ ອັນ​ທີ່​ຈະ​ນຳ​ເຂົາ​ເຈົ້າ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ໄວ້​ວ່າ ຄວາມ​ປາດ​ຖະ​ໜາ​ຈະ​ກຳ​ນົດ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ເຮົາ, ລຳ​ດັບ​ຄວາມ​ສຳ​ຄັນ​ຈະ​ກຳ​ນົດ​ການ​ເລືອກ​ຂອງ​ເຮົາ, ແລະ ການ​ເລືອກ​ຈະ​ກຳ​ນົດ​ການ​ກະ​ທຳ​ຂອງ​ເຮົາ. ນອກ​ເໜືອ​ຈາກ​ນີ້, ມັນ​ແມ່ນ​ການ​ກະ​ທຳ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ນັ້ນ​ເອງ​ທີ່​ເຮັດ​ໃຫ້​ເຮົາ​ກາຍ​ເປັນ​ຄົນ​ທີ່​ເຮົາ​ຄວນ​ເປັນ, ບໍ່​ວ່າ​ຈະ​ເປັນ​ເພື່ອນ​ທີ່​ແທ້​ຈິງ, ເປັນ​ຄູ​ສອນ​ທີ່​ມີ​ພອນ​ສະ​ຫວັນ, ຫລື ເປັນ​ຜູ້​ຄົນ​ທີ່​ເໝາະ​ສົມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ຄວາມ​ຮັກ, ຄຳ​ສັ່ງ​ສອນ, ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ໄປ​ໄດ້. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ຍິ່ງ​ໄປ​ກວ່າ​ສິ່ງ​ອື່ນ​ໃດ, ເຮົາ​ຈະ​ປາດ​ຖະ​ໜາ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ອີກ ແລະ ຮັບ​ເອົາ​ຄວາມ​ສຸກ​ທີ່​ສົມ​ບູນ​ຄົບ​ຖ້ວນ​ຂອງ​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

  1. ເຣ ຄ໊ອກ, ສຳ​ພາດ​ໂດຍ​ຜູ້​ຂຽນ, ວັນ​ທີ 1 ເດືອນ​ສິງ​ຫາ, 1985, ເມືອງ​ເມົ້າພະ​ລີ​ແຊ້ນ, ລັດ​ຢູ​ທາ, ຢືນ​ຢັນ​ເລື່ອງ​ລາວ​ທີ່​ລາວ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ໃນ​ເມືອງ​ໂພຣ​ໂວ, ລັດ​ຢູ​ທາ, ປະ​ມານ​ປີ 1953.

  2. ເບິ່ງ Richard C. Roberts, Legacy: The History of the Utah National Guard (2003), 307–14; “Self-Propelled Task Force,” National Guardsman, May 1971, back cover; Miracle at Kapyong: The Story of the 213th (film produced by Southern Utah University, 2002).

  3. ເບິ່ງ Aron Ralston, Between a Rock and a Hard Place (2004).

  4. Ralston, Between a Rock and a Hard Place, 248.

  5. ເບິ່ງ Teachings of Presidents of the Church: Joseph Smith (2007), 211.

  6. Neal A. Maxwell, “According to the Desire of [Our] Hearts,” Ensign, Nov. 1996, 22, 21.

  7. ເບິ່ງ Julie B. Beck, “Teaching the Doctrine of the Family,” Liahona, Mar. 2011, 32–37; Ensign, Mar. 2011, 12–17.

  8. ຈົດ​ໝາຍ, ວັນ​ທີ 14 ເດືອນ​ກັນ​ຍາ, 2006.