ຄວາມປາດຖະໜາ
ເພື່ອຈະບັນລຸຈຸດໝາຍປາຍທາງນິລັນດອນຂອງເຮົາ, ເຮົາຈະຕ້ອງປາດຖະໜາ ແລະ ພາກພຽນຫາຄຸນສົມບັດທີ່ຈຳເປັນໃນການກາຍເປັນຜູ້ຄົນນິລັນດອນ.
ຂ້າພະເຈົ້າໄດ້ເລືອກທີ່ຈະກ່າວເຖິງຄວາມສຳຄັນຂອງ ຄວາມປາດຖະໜາ. ຂ້າພະເຈົ້າຫວັງວ່າເຮົາແຕ່ລະຄົນຈະຄົ້ນຫົວໃຈຂອງຕົນ ເພື່ອຈະຕັດສິນວ່າເຮົາປາດຖະໜາຫຍັງແທ້ໆ ແລະ ວ່າເຮົາຈະຈັດລຳດັບຄວາມປາດຖະໜາທີ່ສຳຄັນທີ່ສຸດຂອງເຮົາແນວໃດ.
ຄວາມປາດຖະໜາຈະກຳນົດລຳດັບຄວາມສຳຄັນຂອງເຮົາ, ລຳດັບຄວາມສຳຄັນຈະກຳນົດການເລືອກຂອງເຮົາ, ແລະ ການເລືອກຈະກຳນົດການກະທຳຂອງເຮົາ. ຄວາມປາດຖະໜາທີ່ເຮົາລົງມືເຮັດ ຈະກຳນົດວ່າເຮົາປ່ຽນແປງແນວໃດ, ວ່າເຮົາສຳເລັດຫຍັງແດ່, ແລະ ວ່າເຮົາຈະກາຍເປັນຄົນແນວໃດ.
ທຳອິດ ຂ້າພະເຈົ້າຈະກ່າວເຖິງຄວາມປາດຖະໜາທຳມະດາຂອງເຮົາບາງຢ່າງ. ໃນຖານະມະນຸດ ເຮົາມີຄວາມຕ້ອງການພື້ນຖານບາງຢ່າງທາງຮ່າງກາຍ. ຄວາມປາດຖະໜາຢາກສະໜອງຄວາມຕ້ອງການເຫລົ່ານີ້ຈະບັງຄັບການເລືອກຂອງເຮົາ ແລະ ກຳນົດການກະທຳຂອງເຮົາ. ສາມຕົວຢ່າງຕໍ່ໄປນີ້ຈະສະແດງໃຫ້ເຫັນວ່າ ບາງເທື່ອເຮົາຈະເອົາຊະນະຄວາມປາດຖະໜາເຫລົ່ານີ້ດ້ວຍຄວາມປາດຖະໜາອື່ນໆ ທີ່ເຮົາຄິດວ່າສຳຄັນຫລາຍກວ່າ.
ໜຶ່ງ, ອາຫານການກິນ. ເຮົາມີຄວາມຕ້ອງການພື້ນຖານເລື່ອງອາຫານການກິນ, ແຕ່ໃນໄລຍະໜຶ່ງຄວາມປາດຖະໜານັ້ນກໍສາມາດເອົາຊະນະໄດ້ໂດຍຄວາມປາດຖະໜາທີ່ສຳຄັນກວ່າ ຄືທີ່ຈະຖືສິນອົດເຂົ້າ.
ສອງ, ທີ່ພັກອາໄສ. ຕອນຂ້າພະເຈົ້າມີອາຍຸໄດ້ 12 ປີ ຂ້າພະເຈົ້າໄດ້ຕ້ານທານກັບຄວາມປາດຖະໜາຢາກມີທີ່ພັກອາໄສຕອນໄປນອນປ່າຄ້າງຄືນ ເພາະຄວາມປາດຖະໜາທີ່ສຳຄັນກວ່າໃນການບັນລຸຂໍ້ກຳນົດຂອງໂຄງການລູກເສືອ. ຂ້າພະເຈົ້າເປັນຄົນໜຶ່ງໃນຈຳນວນເດັກນ້ອຍຜູ້ຊາຍສີ່ຫ້າຄົນທີ່ໄດ້ອອກຈາກຕູບຜ້າເຕັ້ນທີ່ສະບາຍໆ ແລ້ວໄປຫາວິທີທາງສ້າງທີ່ພັກອາໄສ ແລະ ຈັດບ່ອນນອນຈາກວັດຖຸທຳມະຊາດທີ່ພວກເຮົາຊອກຫາມາໄດ້.
ສາມ, ການຫລັບນອນ. ແມ່ນແຕ່ຄວາມປາດຖະໜາພື້ນຖານນີ້ກໍສາມາດເອົາຊະນະໄດ້ຊົ່ວຄາວ ໂດຍຄວາມປາດຖະໜາທີ່ສຳຄັນຫລາຍກວ່ານັ້ນ. ຕອນເປັນທະຫານໜຸ່ມຄົນໜຶ່ງໃນກອງທັບທະຫານປ້ອງກັນປະເທດຂອງລັດຢູທາ, ຂ້າພະເຈົ້າໄດ້ຮຽນຮູ້ເຖິງຕົວຢ່າງໜຶ່ງຈາກນາຍທະຫານຜູ້ຊຳນານຄົນໜຶ່ງ.
ໃນສອງສາມເດືອນທຳອິດຂອງສົງຄາມເກົາຫລີ, ກອງທັບທະຫານປືນໃຫຍ່ປ້ອງກັນປະເທດຈາກເມືອງຣິດຟຽວຂອງລັດຢູທາ ຖືກສັ່ງໃຫ້ອອກໄປປະຈຳການ. ຮ້ອຍເອກ ເຣ ຄ໊ອກ ເປັນຜູ້ບັນຊາການໜ່ວຍທະຫານນີ້, ທີ່ປະກອບດ້ວຍຜູ້ຊາຍຊາວມໍມອນ 40 ຄົນ. ຫລັງຈາກໄດ້ຝຶກຕື່ມ ແລະ ຖືກເສີມກຳລັງດ້ວຍທະຫານຈາກບ່ອນອື່ນ, ເຂົາເຈົ້າຖືກສົ່ງໄປປະເທດເກົາຫລີ, ບ່ອນທີ່ເຂົາເຈົ້າໄດ້ປະສົບກັບການສູ້ຮົບທີ່ດຸເດືອດຂອງສົງຄາມນັ້ນ. ໃນການສູ້ຮົບຄັ້ງໜຶ່ງເຂົາເຈົ້າໄດ້ຕ້ານທານກັບການໂຈມຕີຂອງກອງທັບຂອງສັດຕູເປັນຫລາຍໆຮ້ອຍ, ທີ່ເປັນການໂຈມຕີທີ່ຈະເຂົ້າຄວບຄຸມ ແລະ ທຳລາຍກອງທະຫານປືນໃຫຍ່ໃນສະໜາມຮົບ.
ສິ່ງເຫລົ່ານີ້ກ່ຽວຂ້ອງຫຍັງກັບການເອົາຊະນະຄວາມຢາກຫລັບນອນ? ໃນຄືນທີ່ສາຫັດຄືນໜຶ່ງ, ຕອນທີ່ກອງທັບຂອງສັດຕູໄດ້ເຂົ້າມາໂຈມຕີຈາກດ້ານໜ້າຈົນຮອດດ້ານຫລັງທີ່ມີປືນໃຫຍ່ນັ້ນ, ຮ້ອຍເອກໄດ້ຕໍ່ສາຍໂທລະສັບຈາກສະໜາມເຂົ້າໄປໃນຕູບຜ້າເຕັ້ນຂອງເພິ່ນ ແລະ ໄດ້ສັ່ງບັນດາທະຫານຍາມທີ່ຢູ່ອ້ອມບໍລິເວນ ໃຫ້ໂທຫາເພິ່ນໂດຍກົງທຸກໆໜຶ່ງຊົ່ວໂມງຕະຫລອດທັງຄືນ. ສິ່ງນີ້ເຮັດໃຫ້ທະຫານຍາມບໍ່ໄດ້ຫລັບໄດ້ນອນທັງຄືນ, ແລະ ມັນຍັງໄດ້ລົບກວນການຫລັບນອນຂອງຮ້ອຍເອກ ຄ໊ອກ ນັ້ນດ້ວຍ. “ທ່ານເຮັດແນວນັ້ນໄດ້ແນວໃດ?” ຂ້າພະເຈົ້າໄດ້ຖາມເພິ່ນ. ຄຳຕອບຂອງເພິ່ນໄດ້ສະແດງໃຫ້ເຫັນພະລັງຂອງການເອົາຊະນະດ້ວຍຄວາມປາດຖະໜາທີ່ສຳຄັນກວ່າ.
“ຂ້ອຍຮູ້ວ່າ ຖ້າຫາກພວກເຮົາໄດ້ກັບບ້ານ ຂ້ອຍຈະໄດ້ພົບພໍ່ແມ່ຂອງ ຊາຍໜຸ່ມເຫລົ່ານັ້ນໃນຖະໜົນຫົນທາງຂອງເມືອງນ້ອຍໆຂອງພວກເຮົາ, ແລະ ຂ້ອຍບໍ່ຢາກພົບໜ້າພົບຕາກັບຜູ້ໃດ ຖ້າຫາກລູກຊາຍຂອງເຂົາເຈົ້າບໍ່ໄດ້ກັບບ້ານມີຊີວິດ ເພາະຍ້ອນສິ່ງໃດສິ່ງໜຶ່ງທີ່ຂ້ອຍບໍ່ໄດ້ເຮັດ ໃນຖານະຜູ້ບັນຊາການຂອງພວກເຂົາ.”1
ນີ້ຊ່າງເປັນຕົວຢ່າງຂອງພະລັງຂອງການເອົາຊະນະຄວາມປາດຖະໜາ ຕາມລຳດັບ ແລະ ການກະທຳທີ່ສຳຄັນກວ່າ! ນີ້ຊ່າງເປັນຕົວຢ່າງທີ່ມີພະລັງສຳລັບເຮົາທຸກຄົນຜູ້ທີ່ຮັບຜິດຊອບຕໍ່ຄວາມຜາສຸກຂອງຄົນອື່ນ—ເຮົາຜູ້ເປັນພໍ່ແມ່, ຜູ້ນຳ, ແລະ ຄູສອນໃນສາດສະໜາຈັກ!
ເພື່ອເປັນການສະຫລຸບເລື່ອງທີ່ເລົ່າມານັ້ນ, ຕອນເຊົ້າໆຫລັງຈາກຄ່ຳຄືນທີ່ບໍ່ໄດ້ຫລັບໄດ້ນອນ, ຮ້ອຍເອກ ຄ໊ອກ ກໍໄດ້ນຳໜ້າກອງທັບຂອງເພິ່ນໄປສູ້ຮົບກັບກອງທັບຂອງສັດຕູ. ເຂົາເຈົ້າໄດ້ເອົາທະຫານຈຳນວນ 800 ຄົນມາເປັນຊະເລີຍເສິກ ແລະ ທະຫານຂອງເພິ່ນພຽງສອງຄົນເທົ່ານັ້ນທີ່ໄດ້ຮັບບາດເຈັບ. ຮ້ອຍເອກ ຄ໊ອກ ໄດ້ຮັບກາຄຳຊອບສຳລັບຄວາມກ້າຫານ, ແລະ ກອງທັບຂອງເພິ່ນກໍໄດ້ຮັບການຍົກຍ້ອງຈາກໜ່ວຍງານຂອງປະທານປະເທດ ສຳລັບຄວາມກ້າຫານທີ່ໂດດເດັ່ນຂອງເຂົາເຈົ້າ. ແລະ ເໝືອນດັ່ງນັກຮົບໜຸ່ມຂອງຮີລາມັນ (ເບິ່ງ ແອວມາ 57:25–26), ເຂົາເຈົ້າທຸກຄົນໄດ້ກັບບ້ານຢ່າງປອດໄພ.2
ພຣະຄຳພີມໍມອນກໍມີຂໍ້ຄຳສອນຫລາຍໆຂໍ້ກ່ຽວກັບຄວາມສຳຄັນຂອງຄວາມປາດຖະໜາ.
ຫລັງຈາກທີ່ໄດ້ອ້ອນວອນຕໍ່ພຣະຜູ້ເປັນເຈົ້າເປັນເວລາຫລາຍຊົ່ວໂມງ, ເອໂນດກໍໄດ້ຖືກບອກວ່າ ເພິ່ນໄດ້ຮັບການອະໄພບາບແລ້ວ. ແລ້ວເພິ່ນກໍ “ເລີ່ມຮູ້ສຶກມີຄວາມປາດຖະໜາເພື່ອຄວາມຜາສຸກຂອງພີ່ນ້ອງ [ຂອງເພິ່ນ]” (ເອໂນດ 1:9). ເພິ່ນໄດ້ຂຽນວ່າ, “ແລະ … ຫລັງຈາກຂ້າພະເຈົ້າໄດ້ອະທິຖານຈົນສຸດຄວາມພາກພຽນແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ເຮົາຈະໃຫ້ເຈົ້າຕາມຄວາມປາດຖະໜາຂອງເຈົ້າ, ເພາະສັດທາຂອງເຈົ້າ” (ຂໍ້ທີ 12). ຂໍໃຫ້ສັງເກດເຫັນສິ່ງທີ່ຈຳເປັນສາມຢ່າງທີ່ມາກ່ອນພອນທີ່ໄດ້ສັນຍາໄວ້ນັ້ນຄື: ຄວາມປາດຖະໜາ, ຄວາມພາກພຽນ, ແລະ ສັດທາ.
ໃນການເທດສະໜາຂອງເພິ່ນກ່ຽວກັບສັດທາ, ແອວມາກໍສິດສອນວ່າ ສັດທາສາມາດເລີ່ມດ້ວຍ “ຄວາມປາດຖະໜາທີ່ຈະເຊື່ອ” ຖ້າເຮົາຈະ “ໃຫ້ຄວາມປາດຖະໜານີ້ເກີດຜົນໃນ [ຕົວເຮົາ]” (ແອວມາ 32:27).
ຄຳສອນທີ່ຍິ່ງໃຫຍ່ເຖິງຄວາມປາດຖະໜາອີກເລື່ອງໜຶ່ງ, ໂດຍສະເພາະທີ່ກ່ຽວກັບສິ່ງທີ່ຄວນເປັນຄວາມປາດຖະໜາອັນສູງສຸດຂອງເຮົາ, ກໍເກີດຂຶ້ນໃນປະສົບການຂອງກະສັດຂອງຊາວເລມັນ ທີ່ໄດ້ຮັບການສິດສອນຈາກອາໂຣນຜູ້ສອນສາດສະໜາ. ເມື່ອຄຳສອນຂອງອາໂຣນໄດ້ກໍ່ໃຫ້ເພິ່ນມີຄວາມສົນໃຈ, ກະສັດໄດ້ຖາມວ່າ, “ຂ້າພະເຈົ້າຈະເຮັດແນວໃດເພື່ອຈະໄດ້ເກີດຈາກພຣະເຈົ້າ” ແລະ “ມີຊີວິດນິລັນດອນ?” ແອວມາ 22:15. ອາໂຣນໄດ້ຕອບວ່າ, “ຖ້າຫາກວ່າທ່ານປາດຖະໜາສິ່ງເຫລົ່ານີ້, … ຂໍໃຫ້ທ່ານກັບໃຈຈາກບາບທັງໝົດຂອງທ່ານ, ແລະ ໃຫ້ກົ້ມຂາບລົງຕໍ່ພຣະພັກຂອງພຣະເຈົ້າ, ແລະ ເອີ້ນຫາພຣະນາມຂອງພຣະອົງໃນສັດທາ, ໂດຍເຊື່ອວ່າທ່ານຈະໄດ້ຮັບຄຳຕອບ, ແລ້ວທ່ານຈະໄດ້ຮັບຄວາມຫວັງຕາມຄວາມປາດຖະໜາ” (ຂໍ້ທີ 16).
ກະສັດກໍໄດ້ເຮັດດັ່ງນັ້ນ ແລະ ໃນຄຳອະທິຖານທີ່ມີພະລັງ ໄດ້ປະກາດວ່າ, “ຂ້ານ້ອຍຈະປະຖິ້ມບາບຂອງຂ້ານ້ອຍທັງໝົດເພື່ອຈະໄດ້ຮູ້ຈັກພຣະອົງ … ແລະ ລອດໃນວັນສຸດທ້າຍ” (ຂໍ້ທີ 18). ດ້ວຍຄຳໝັ້ນສັນຍານັ້ນ ແລະ ການສະແດງຄວາມປາດຖະໜາທີ່ສູງສຸດຂອງເພິ່ນ, ຄຳອະທິຖານຂອງເພິ່ນກໍໄດ້ຮັບຄຳຕອບຢ່າງມະຫັດສະຈັນ.
ສາດສະດາແອວມາໄດ້ມີຄວາມປາດຖະໜາອັນແຮງກ້າທີ່ຈະປະກາດການກັບໃຈຕໍ່ຜູ້ຄົນທັງປວງ, ແຕ່ເພິ່ນເຂົ້າໃຈວ່າເພິ່ນບໍ່ຄວນປາດຖະໜາອຳນາດທີ່ບັງຄັບໃຫ້ຜູ້ຄົນເຮັດຕາມ ເພາະເພິ່ນໄດ້ສະຫລຸບວ່າ, “ພຣະເຈົ້າຜູ້ທ່ຽງທຳ … ປະທານໃຫ້ມະນຸດຕາມຄວາມປາດຖະໜາຂອງເຂົາ, ບໍ່ວ່າມັນຈະເປັນໄປເພື່ອຄວາມຕາຍ ຫລື ເພື່ອຊີວິດ” (ແອວມາ 29:4). ໃນທຳນອງດຽວກັນນີ້, ໃນການເປີດເຜີຍສະໄໝໃໝ່ ພຣະຜູ້ເປັນເຈົ້າປະກາດວ່າ ພຣະອົງ “ຈະພິພາກສາມະນຸດທັງປວງຕາມວຽກງານຂອງພວກເຂົາ, ຕາມຄວາມປາດຖະໜາຂອງໃຈຂອງພວກເຂົາ” (ຄພ 137:9).
ເຮົາພ້ອມແລ້ວບໍທີ່ຈະໃຫ້ ພຣະຜູ້ພິພາກສານິລັນດອນຂອງເຮົາວາງເງື່ອນໄຂຄວາມສຳຄັນອັນຍິ່ງໃຫຍ່ນີ້ໄວ້ກັບສິ່ງທີ່ເຮົາປາດຖະໜາແທ້ໆ?
ພຣະຄຳພີຫລາຍໆຂໍ້ກໍກ່າວເຖິງສິ່ງທີ່ເຮົາປາດຖະໜາທາງດ້ານສິ່ງທີ່ເຮົາສະແຫວງຫາ. “ຄົນທີ່ສະແຫວງຫາເຮົາກ່ອນ ຈະພົບເຮົາ, ແລະ ຈະບໍ່ຖືກປະຖິ້ມ” (ຄພ 88:83). “ຈົ່ງສະແຫວງຫາຂອງປະທານທີ່ດີທີ່ສຸດຢ່າງຕັ້ງໃຈ” (ຄພ 46:8). “ຜູ້ທີ່ສະແຫວງຫາຢ່າງພາກພຽນຈະໄດ້ພົບ” (1 ນີໄຟ 10:19). “ຈົ່ງເຂົ້າມາໃກ້ເຮົາ ແລະ ເຮົາຈະເຂົ້າໃກ້ພວກເຈົ້າ; ຈົ່ງສະແຫວງຫາເຮົາດ້ວຍຄວາມພາກພຽນ ແລະ ພວກເຈົ້າຈະພົບເຮົາ; ຈົ່ງໝັ່ນຂໍ ແລ້ວພວກເຈົ້າຈະໄດ້ຮັບ; ຈົ່ງໝັ່ນເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້ພວກເຈົ້າ” (ຄພ 88:63).
ການປັບຄວາມປາດຖະໜາຂອງເຮົາໃໝ່ ເພື່ອຈະໃຫ້ລຳດັບຄວາມສຳຄັນສູງສຸດຕໍ່ສິ່ງທີ່ເປັນນິລັນດອນ ບໍ່ໄດ້ເປັນເລື່ອງງ່າຍ. ເຮົາທຸກຄົນກໍຖືກລໍ້ລວງໃຫ້ປາດຖະໜາສິ່ງຂອງທີ່ເປັນຝ່າຍໂລກທັງສີ່ຢ່າງ ດັ່ງເຊັ່ນຊັບສິນ, ຊື່ສຽງ, ຄວາມທະນົງຕົວ, ແລະ ອຳນາດ. ເຮົາອາດປາດຖະໜາສິ່ງເຫລົ່ານີ້, ແຕ່ເຮົາບໍ່ຄວນໃຫ້ມັນເປັນລຳດັບຄວາມສຳຄັນທີ່ສູງສຸດຂອງເຮົາ.
ຜູ້ຄົນທີ່ມີຄວາມປາດຖະໜາສູງສຸດທີ່ຈະກອບໂກຍຊັບສົມບັດ ກໍຕົກຢູ່ໃນກັບດັກຂອງວັດຖຸນິຍົມ. ເຂົາເຈົ້າບໍ່ໄດ້ເອົາໃຈໃສ່ຄຳຕັກເຕືອນທີ່ວ່າ “ຢ່າຊອກຫາຂອງມີຄ່າ ຫລື ສິ່ງທີ່ບໍ່ມີປະໂຫຍດຂອງໂລກ” (ແອວມາ 39:14; ເບິ່ງ ຢາໂຄບ 2:18) ນຳອີກ.
ຜູ້ທີ່ປາດຖະໜາຊື່ສຽງ ຫລື ອຳນາດຄວນເຮັດຕາມຕົວຢ່າງຂອງໂມໂຣໄນ ຫົວໜ້ານາຍທະຫານຜູ້ກ້າຫານ, ຜູ້ທີ່ບໍ່ໄດ້ຮັບໃຊ້ເພື່ອສະແຫວງຫາ “ອຳນາດ” ຫລື “ກຽດຕິຍົດຂອງໂລກ” (ແອວມາ 60:36).
ເຮົາຈະພັດທະນາຄວາມປາດຖະໜາໄດ້ແນວໃດ? ໜ້ອຍຄົນຈະມີປະສົບການດັ່ງທີ່ໄດ້ກະຕຸ້ນໃຈຊາຍຄົນໜຶ່ງຊື່ ອາໂຣນ ຣາວສະຕັນ,3 ແຕ່ປະສົບການຂອງລາວກໍສອນບົດຮຽນທີ່ລ້ຳຄ່າກ່ຽວກັບການພັດທະນາຄວາມປາດຖະໜາ. ຕອນທີ່ຣາວສະຕັນ ກຳລັງໄປຍ່າງຫລິ້ນທີ່ເຫວເລິກໄກໆ ຢູ່ພາກໃຕ້ຂອງລັດຢູທາ, ຫີນກ້ອນໃຫຍ່ນ້ຳໜັກ 800 ປອນ (360 ກິໂລ) ກໍໄດ້ເລື່ອນຢ່າງກະທັນຫັນ ແລະ ໄດ້ທັບແຂນເບື້ອງຂວາຂອງລາວ. ລາວໄດ້ພະຍາຍາມດຶງຕົວເອງໃຫ້ຫລຸດອອກຈາກກ້ອນຫີນເປັນເວລາຫ້າມື້ທີ່ໂດດດ່ຽວ. ເມື່ອລາວເກືອບຈະຍອມແພ້ ແລະ ຍອມຮັບຄວາມຕາຍ ລາວໄດ້ນຶກເຫັນພາບຂອງເດັກນ້ອຍຜູ້ຊາຍອາຍຸສາມປີຄົນໜຶ່ງ ທີ່ແລ່ນໄປຫາລາວ ແລະ ລາວກໍໄດ້ອູ້ມທ້າວນ້ອຍຄົນນັ້ນຂຶ້ນດ້ວຍແຂນເບື້ອງຊ້າຍຂອງລາວ. ລາວເຂົ້າໃຈວ່ານີ້ຄືພາບຂອງລູກຊາຍຂອງລາວໃນອະນາຄົດ ແລະ ກໍມີຄວາມແນ່ໃຈວ່າລາວສາມາດມີຊີວິດຢູ່ຕໍ່ໄປໄດ້, ຣາວສະຕັນເລີຍມີຄວາມກ້າຫານພໍທີ່ຈະເຮັດສິ່ງໃດສິ່ງໜຶ່ງທີ່ຈຳເປັນເພື່ອຊ່ວຍກູ້ຊີວິດຂອງຕົນໄວ້ກ່ອນລາວຈະໝົດກຳລັງ. ລາວໄດ້ຫັກກະດູກສອງແທ່ງໃນແຂນເບື້ອງຂວາທີ່ຖືກກ້ອນຫີນທັບ ແລະ ແລ້ວໄດ້ເອົາມີດນ້ອຍທີ່ລາວມີຕັດແຂນຂອງຕົນ. ແລ້ວລາວໄດ້ຮວບຮວມກຳລັງຍ່າງໄປເຖິງ 5 ໄມ (8 ກິໂລແມັດ) ເພື່ອຂໍຄວາມຊ່ວຍເຫລືອ.4 ນີ້ຊ່າງເປັນຕົວຢ່າງໜຶ່ງຂອງພະລັງແຫ່ງຄວາມປາດຖະໜາທີ່ໃຫຍ່ຫລວງແທ້ໆ! ເມື່ອເຮົາຫລຽວເຫັນພາບທີ່ເຮົາສາມາດຈະກາຍເປັນໄດ້, ຄວາມປາດຖະໜາ ແລະ ພະລັງຂອງເຮົາທີ່ຈະລົງມືກະທຳ ຈະເພີ່ມທະວີຫລາຍຂຶ້ນ.
ເຮົາສ່ວນຫລາຍຈະບໍ່ເຄີຍປະສົບວິກິດການທີ່ແສນສາຫັດຂະໜາດນີ້, ແຕ່ເຮົາທຸກຄົນກໍຈະປະເຊີນໜ້າກັບສິ່ງທີ່ຈະຂັດຂວາງຄວາມກ້າວໜ້າ ທີ່ນຳໄປສູ່ຈຸດໝາຍປາຍທາງນິລັນດອນຂອງເຮົາ. ຖ້າຄວາມປາດຖະໜາທີ່ຊອບທຳຂອງເຮົານັ້ນຍິ່ງໃຫຍ່ພໍ, ມັນຈະກະຕຸ້ນໃຈເຮົາໃຫ້ຕັດ ແລະ ຄວັດຕົວເຮົາເອງໃຫ້ຫລຸດພົ້ນຈາກການຕິດແສດ ແລະ ບາບອື່ນໆທີ່ບີບບັງຄັບ ແລະ ລຳດັບຄວາມສຳຄັນຕ່າງໆທີ່ຂັດຂວາງຄວາມກ້າວໜ້ານິລັນດອນຂອງເຮົາ.
ເຮົາຄວນຈື່ຈຳໄວ້ວ່າ ຄວາມປາດຖະໜາທີ່ຊອບທຳຈະບໍ່ເປັນເລື່ອງຕື້ນໆ, ຮ້ອນໃຈໄຮ້ຄວາມຄິດ, ຫລື ເປັນເລື່ອງຊົ່ວຄາວ. ມັນຕ້ອງເປັນເລື່ອງທີ່ຈິງຈັງ, ບໍ່ຫວັ່ນໄຫວ, ແລະ ຖາວອນ. ດ້ວຍຄວາມກະຕືລືລົ້ນ, ເຮົາຈະສະແຫວງຫາສິ່ງທີ່ສາດສະດາໂຈເຊັບ ສະມິດ ໄດ້ບັນຍາຍໄວ້, ເພື່ອເຮົາ “ຈະເອົາຊະນະຄວາມຊົ່ວໃນ [ຊີວິດຂອງເຮົາ] ແລະ ບໍ່ມີຄວາມປາດຖະໜາທີ່ຈະເຮັດບາບ.”5 ນັ້ນເປັນການຕັດສິນໃຈທີ່ເປັນສ່ວນຕົວ. ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ກ່າວວ່າ:
“ເມື່ອຜູ້ຄົນຖືກບັນຍາຍວ່າ ‘ບໍ່ມີຄວາມປາດຖະໜາທີ່ຈະເຮັດຄວາມຜິດບາບ,’ ມັນກໍແມ່ນເຂົາເຈົ້າ, ແລະ ເຂົາເຈົ້າເທົ່ານັ້ນ, ທີ່ເປັນຜູ້ຕັດສິນໃຈດ້ວຍເຈດຕະນາ ທີ່ຈະໃຫ້ຄວາມປາດຖະໜາທີ່ຜິດພາດເຫລົ່ານັ້ນສູນຫາຍໄປ ໂດຍການເຕັມໃຈ ‘ທີ່ຈະຖິ້ມບາບ [ຂອງພວກເຂົາ] ທັງໝົດເພື່ອຈະໄດ້ຮູ້ຈັກພຣະເຈົ້າ.”
“ສະນັ້ນ, ສິ່ງທີ່ເຮົາປາດຖະໜາຢ່າງບໍ່ລົດລະ, ເມື່ອເວລາຜ່ານໄປ, ກໍຈະກາຍເປັນສິ່ງທີ່ເຮົາຈະກາຍເປັນໃນທີ່ສຸດ ແລະ ເປັນສິ່ງທີ່ເຮົາຈະໄດ້ຮັບໃນນິລັນດອນ.”6
ເຖິງແມ່ນວ່າການບໍ່ມີຄວາມປາດຖະໜາທີ່ຈະເຮັດຄວາມຜິດບາບນັ້ນກໍສຳຄັນ, ແຕ່ຊີວິດນິລັນດອນຍັງຮຽກຮ້ອງອີກຫລາຍກວ່ານັ້ນ. ເພື່ອຈະບັນລຸຈຸດໝາຍປາຍທາງນິລັນດອນຂອງເຮົາ, ເຮົາຈະຕ້ອງປາດຖະໜາ ແລະ ພາກພຽນຫາຄຸນສົມບັດທີ່ຈຳເປັນໃນການກາຍເປັນຜູ້ຄົນນິລັນດອນ. ຍົກຕົວຢ່າງ, ຜູ້ຄົນນິລັນດອນໃຫ້ອະໄພທຸກຄົນທີ່ໄດ້ເຮັດຜິດຕໍ່ເຂົາເຈົ້າ. ເຂົາເຈົ້າເອົາໃຈໃສ່ຕໍ່ຄວາມຜາສຸກຂອງຄົນອື່ນເໜືອຂອງຕົນເອງ. ແລະ ເຂົາເຈົ້າຮັກລູກຂອງພຣະເຈົ້າທຸກໆຄົນ. ຖ້າສິ່ງນີ້ເບິ່ງຄືວ່າຍາກເກີນໄປ—ແລະ ແນ່ນອນວ່າມັນຈະບໍ່ເປັນເລື່ອງງ່າຍສຳລັບເຮົາຈັກຄົນເລີຍ—ແລ້ວເຮົາຄວນເລີ່ມຕົ້ນດ້ວຍຄວາມປາດຖະໜາທີ່ຈະມີຄຸນສົມບັດດັ່ງນັ້ນ ແລະ ທູນຂໍໃຫ້ພຣະບິດາ ເທິງສະຫວັນທີ່ຮັກຂອງເຮົາ ຊ່ວຍເຫລືອເຮົາກັບຄວາມຮູ້ສຶກຂອງເຮົາ. ພຣະຄຳພີມໍມອນສອນເຮົາວ່າ ເຮົາຄວນ “ອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອ [ເຮົາ] ຈະເຕັມໄປດ້ວຍຄວາມຮັກນີ້, ຊຶ່ງພຣະອົງປະທານໃຫ້ທຸກຄົນຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ” (ໂມໂຣໂນ 7:48).
ຂ້າພະເຈົ້າຈະປິດຄຳປາໄສດ້ວຍຕົວຢ່າງສຸດທ້າຍຂອງຄວາມປາດຖະໜາທີ່ຄວນເປັນລຳດັບຄວາມສຳຄັນສູງສຸດສຳລັບຊາຍ ແລະ ຍິງທຸກໆຄົນ—ສຳລັບຜູ້ທີ່ໄດ້ແຕ່ງງານແລ້ວ ແລະ ຜູ້ທີ່ຍັງເປັນໂສດ. ທຸກຄົນຄວນປາດຖະໜາ ແລະ ສະແຫວງຫາຢ່າງພາກພຽນ ເພື່ອຈະໄດ້ມີການແຕ່ງງານຊົ່ວນິລັນດອນ. ຜູ້ທີ່ໄດ້ແຕ່ງງານໃນພຣະວິຫານແລ້ວ ຄວນເຮັດທຸກສິ່ງເພື່ອຮັກສາການແຕ່ງງານນັ້ນໄວ້. ຜູ້ທີ່ຍັງເປັນໂສດຄວນປາດຖະໜາການແຕ່ງງານໃນພຣະວິຫານ ແລະ ພະຍາຍາມຈົນສຸດຄວາມສາມາດເພື່ອຈະໄດ້ສິ່ງນັ້ນ. ຊາວໜຸ່ມ ແລະ ຄົນໜຸ່ມໂສດຄວນຕ້ານທານກັບການທີ່ຈະເຮັດຕາມຜູ້ຄົນໃນສັງຄົມ ທີ່ຄິດວ່າການແຕ່ງງານ ແລະ ການມີລູກບໍ່ມີຄວາມສຳຄັນ.7
ບັນດາຜູ້ຊາຍທີ່ຍັງເປັນໂສດ, ຂໍໃຫ້ທ່ານໄຕ່ຕອງເຖິງການທ້າທາຍໃນຈົດໝາຍສະບັບນີ້ຂອງນ້ອງສາວໂສດຄົນໜຶ່ງ. ນາງໄດ້ຂຽນອ້ອນວອນເພື່ອ “ທິດາທີ່ຊອບທຳທັງຫລາຍຂອງພຣະເຈົ້າທີ່ສະແຫວງຫາຄູ່ຊີວິດ ຜູ້ມີຄຸນຄ່າດີພໍຢ່າງຈິງໃຈ, ແຕ່ເບິ່ງຄືວ່າ ຜູ້ຊາຍເຫລົ່ານັ້ນຕາບອດ ແລະ ສັບສົນວ່າມັນເປັນໜ້າທີ່ຮັບຜິດຊອບຂອງພວກເຂົາຫລືບໍ່ ທີ່ຈະສະແຫວງຫາທິດາຜູ້ປະເສີດຂອງພຣະບິດາເທິງສະຫວັນຂອງເຮົາ ແລະ ຄົບຫາເຂົາເຈົ້າ ແລະ ເຕັມໃຈທີ່ຈະເຮັດ ແລະ ຮັກສາພັນທະສັນຍາອັນສັກສິດໃນບ້ານຂອງພຣະຜູ້ເປັນເຈົ້າ.” ນາງໄດ້ລົງທ້າຍຈົດໝາຍວ່າ, “ຍັງມີຊາຍໂສດໄພ່ພົນຍຸກສຸດທ້າຍຫລາຍໆຄົນໃນທີ່ນີ້ ທີ່ເພິ່ງພໍໃຈກັບການອອກທ່ຽວຫລິ້ນຢ່າງມ່ວນຊື່ນເທົ່ານັ້ນ, ແຕ່ບໍ່ມີຄວາມປາດຖະໜາທີ່ຈະມີການຜູກມັດກັບຜູ້ຍິງຄົນໃດເລີຍ.”8
ຂ້າພະເຈົ້າແນ່ໃຈວ່າບັນດາຊາຍໜຸ່ມທີ່ກຳລັງສະແຫວງຫາຢ່າງກະຕືລືລົ້ນຄວນຢາກໃຫ້ຂ້າພະເຈົ້າກ່າວຕື່ມວ່າ ຍັງມີຍິງສາວຫລາຍຄົນທີ່ມີຄວາມປາດຖະໜາການແຕ່ງງານ ແລະ ມີລູກ ທີ່ມີຄຸນຄ່າ ແຕ່ຖືກນັບວ່າມີຄວາມສຳຄັນໜ້ອຍກວ່າຄວາມປາດຖະໜາທີ່ຈະມີອາຊີບ ຫລື ຊື່ສຽງໂດ່ງດັງອື່ນໆ. ທັງຊາຍ ແລະ ຍິງຈຳເປັນຕ້ອງມີຄວາມປາດຖະໜາທີ່ຊອບທຳ ອັນທີ່ຈະນຳເຂົາເຈົ້າໄປສູ່ຊີວິດນິລັນດອນ.
ຂໍໃຫ້ເຮົາຈົ່ງຈື່ຈຳໄວ້ວ່າ ຄວາມປາດຖະໜາຈະກຳນົດລຳດັບຄວາມສຳຄັນຂອງເຮົາ, ລຳດັບຄວາມສຳຄັນຈະກຳນົດການເລືອກຂອງເຮົາ, ແລະ ການເລືອກຈະກຳນົດການກະທຳຂອງເຮົາ. ນອກເໜືອຈາກນີ້, ມັນແມ່ນການກະທຳ ແລະ ຄວາມປາດຖະໜາຂອງເຮົານັ້ນເອງທີ່ເຮັດໃຫ້ເຮົາກາຍເປັນຄົນທີ່ເຮົາຄວນເປັນ, ບໍ່ວ່າຈະເປັນເພື່ອນທີ່ແທ້ຈິງ, ເປັນຄູສອນທີ່ມີພອນສະຫວັນ, ຫລື ເປັນຜູ້ຄົນທີ່ເໝາະສົມສຳລັບຊີວິດນິລັນດອນ.
ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ, ຊຶ່ງຄວາມຮັກ, ຄຳສັ່ງສອນ, ແລະ ການຊົດໃຊ້ຂອງພຣະອົງເຮັດໃຫ້ທຸກສິ່ງເປັນໄປໄດ້. ຂ້າພະເຈົ້າອະທິຖານວ່າ ຍິ່ງໄປກວ່າສິ່ງອື່ນໃດ, ເຮົາຈະປາດຖະໜາທີ່ຈະກາຍເປັນເໝືອນດັ່ງພຣະອົງ ເພື່ອວ່າເຮົາຈະສາມາດກັບຄືນໄປຫາທີ່ປະທັບຂອງພຣະອົງອີກ ແລະ ຮັບເອົາຄວາມສຸກທີ່ສົມບູນຄົບຖ້ວນຂອງພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.